|
| 1 |
|
| ຕໍ່ມາ ພຣະເຢຊູເຈົ້າໄດ້ເຂົ້າໄປໃນທຳມະສາລາອີກເທື່ອໜຶ່ງ ໃນທີ່ນີ້ມີຊາຍຜູ້ໜຶ່ງມືລີບ. |
|
| 2 |
|
| ຄົນໃນທີ່ນັ້ນຕ່າງກໍຊອມເບິ່ງວ່າ ພຣະເຢຊູເຈົ້າຈະຊົງໂຜດຮັກສາຄົນນີ້ໃນວັນຊະບາໂຕຫລືບໍ່ ເພາະພວກເຂົາຢາກຫາຂໍ້ຟ້ອງພຣະອົງວ່າເຮັດຜິດ. |
|
| 3 |
|
| ພຣະເຢຊູເຈົ້າກ່າວແກ່ຊາຍມືລີບວ່າ, “ຈົ່ງລຸກຂຶ້ນມາຢືນຢູ່ທາງໜ້າພີ້.” |
|
| 4 |
|
| ແລ້ວພຣະອົງກໍຊົງຖາມວ່າ, “ໃນວັນຊະບາໂຕ ເຮົາຄວນຈະເຮັດຢ່າງໃດ? ຈະເຮັດການດີ ຫລືຈະເຮັດການຮ້າຍ? ຈະຊ່ວຍຊີວິດຄົນໄວ້ ຫລືທຳລາຍຊີວິດຄົນຖິ້ມ?” ແຕ່ພວກເຂົາໄດ້ມິດຢູ່. |
|
| 5 |
|
| ພຣະອົງຫລຽວເບິ່ງອ້ອມຮອບພວກເຂົາດ້ວຍຄວາມເຄືອງໃຈ ພຣະອົງເປັນທຸກໃຈຫລາຍ ເພາະພວກເຂົາມີໃຈແຂງກະດ້າງ. ສະນັ້ນ ພຣະອົງຈຶ່ງກ່າວແກ່ຊາຍຄົນນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກ.” ລາວຈຶ່ງຢຽດມືອອກ ແລະ ມືຂອງລາວກໍດີເປັນປົກກະຕິ. |
|
| 6 |
|
| ຝ່າຍພວກຟາຣີຊາຍຈຶ່ງໄດ້ຈາກໄປ ແລະໄດ້ເລີ່ມວາງແຜນກັບພັກພວກຂອງເຮໂຣດ ເພື່ອຊອກຫາຊ່ອງທາງຂ້າພຣະອົງ. |
|
| 7 |
|
| ພຣະເຢຊູເຈົ້າໄດ້ນຳພາພວກສາວົກຂອງພຣະອົງອອກໄປສູ່ຝັ່ງທະເລສາບຄາລີເລ ແລະ ມີປະຊາຊົນໝູ່ໃຫຍ່ມາຈາກແຂວງຄາລີເລ, ໄດ້ຕິດຕາມພຣະອົງໄປ ທັງຈາກແຂວງຢູດາຍ. |
|
| 8 |
|
| ຈາກນະຄອນເຢຣູຊາເລັມ, ຈາກເຂດແດນອີດູມາຍ, ຈາກເຂດແດນຟາກຕາເວັນອອກຂອງແມ່ນໍ້າຈໍແດນ ແລະຂົງເຂດອ້ອມແອ້ມເມືອງຕີເຣແລະຊີໂດນ ປະຊາຊົນໝູ່ໃຫຍ່ນີ້ໄດ້ມາຫາພຣະເຢຊູເຈົ້າ ເພາະພວກເຂົາໄດ້ຍິນເຖິງສິ່ງທີ່ພຣະອົງໄດ້ກະທຳ. |
|
| 9 |
|
| ສະນັ້ນ ພຣະອົງຈຶ່ງບອກພວກສາວົກໃຫ້ຕຽມເຮືອນ້ອຍລຳໜຶ່ງໄວ້ ເພື່ອປະຊາຊົນຈະບໍ່ໄດ້ບຽດສຽດພຣະອົງ. |
|
| 10 |
|
| ພຣະອົງໄດ້ຊົງໂຜດຫລາຍຄົນໃຫ້ຫາຍດີພະຍາດໂຣຄາ, ບັນດາຄົນເຈັບດ້ວຍພະຍາດຕ່າງໆ ຈຶ່ງບຽດກັນເຂົ້າມາຫາພຣະອົງ ເພື່ອຈະຈັບບາຍພຣະອົງ. |
|
| 11 |
|
| ພວກຜີຊົ່ວຮ້າຍສິງຢູ່ໃນຫລາຍຄົນໄດ້ເຫັນພຣະອົງ ພວກມັນກໍຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະຮ້ອງຂຶ້ນວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ.” |
|
| 12 |
|
| ແຕ່ພຣະເຢຊູເຈົ້າສັ່ງຫ້າມຢ່າງເດັດຂາດ ບໍ່ໃຫ້ພວກມັນປະກາດພຣະນາມຂອງພຣະອົງ. |
|
| 13 |
|
| ພຣະເຢຊູເຈົ້າໄດ້ຂຶ້ນໄປເທິງພູເຂົາແຫ່ງໜຶ່ງ ແລະເອີ້ນເອົາຜູ້ທີ່ພຣະອົງຕ້ອງການມາຫາພຣະອົງ ພວກເຂົາໄດ້ມາຫາພຣະອົງ |
|
| 14 |
|
| ແລ້ວພຣະອົງກໍເລືອກເອົາສິບສອງຄົນ ແລະເອີ້ນພວກເພິ່ນວ່າ, “ອັກຄະສາວົກ” ພຣະເຢຊູເຈົ້າກ່າວແກ່ພວກອັກຄະສາວົກນີ້ວ່າ, “ເຮົາໄດ້ເລືອກເອົາພວກເຈົ້າໄວ້ໃຫ້ຢູ່ກັບເຮົາ ແລະເຮົາຈະໃຊ້ພວກເຈົ້າອອກໄປປະກາດ, |
|
| 15 |
|
| ແລະ ພວກເຈົ້າຈະມີສິດອຳນາດຂັບໄລ່ຜີມານຮ້າຍອອກໄດ້.” |
|
| 16 |
|
| ພວກອັກຄະສາວົກສິບສອງຄົນທີ່ພຣະເຢຊູເຈົ້າໄດ້ເລືອກມີດັ່ງນີ້: ຊີໂມນ (ພຣະເຢຊູເຈົ້າໄດ້ຕັ້ງຊື່ໃໝ່ໃຫ້ວ່າ ເປໂຕ), |
|
| 17 |
|
| ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນ ລູກຊາຍຂອງເຊເບດາຍ (ພຣະເຢຊູເຈົ້າຕັ້ງຊື່ໃຫ້ວ່າ ໂບອະເນເຄ ຊຶ່ງມີຄວາມໝາຍວ່າ “ລູກຟ້າຮ້ອງ” ຫລືຄົນໃຈຮຸນແຮງ), |
|
| 18 |
|
| ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບລູກຊາຍຂອງອາລະຟາຍ, ທາດາຍ, ຊີໂມນຜູ້ຮັກຊາດ, |
|
| 19 |
|
| ແລະ ຢູດາອິດສະກາຣີອົດຜູ້ທີ່ທໍລະຍົດຕໍ່ພຣະອົງ. |
|
| 20 |
|
| ແລ້ວພຣະເຢຊູເຈົ້າໄດ້ກັບມາເຮືອນອີກ ໃນທີ່ນັ້ນມີປະຊາຊົນໝູ່ໃຫຍ່ ມາເຕົ້າໂຮມກັນຢູ່ຢ່າງໜາແໜ້ນ ຈົນພຣະເຢຊູເຈົ້າ ແລະພວກສາວົກຂອງພຣະອົງບໍ່ມີເວລາກິນເຂົ້າ. |
|
| 21 |
|
| ເມື່ອຄົນໃນຄອບຄົວຂອງພຣະອົງໄດ້ຍິນວ່າ ພຣະອົງກຳລັງກະທຳເຊັ່ນນັ້ນ ພວກເຂົາກໍອອກໄປຮັບພຣະອົງ ເພາະພວກເຂົາຄິດວ່າ, “ພຣະອົງເສຍຈິດ”. |
|
| 22 |
|
| ພວກທຳມະຈານ ຊຶ່ງລົງມາຈາກນະຄອນເຢຣູຊາເລັມ ໄດ້ກ່າວວ່າ, “ຜູ້ນີ້ມີຜີມານຮ້າຍເບເອນເຊບູນສິງຢູ່. ທີ່ເພິ່ນຂັບໄລ່ຜີມານຮ້າຍອອກໄດ້ ກໍເພາະໃຊ້ອຳນາດຂອງນາຍຜີມານຮ້າຍນັ້ນ.” |
|
| 23 |
|
| ສະນັ້ນ ພຣະເຢຊູເຈົ້າຈຶ່ງເອີ້ນຄົນເຫຼົ່ານີ້ມາ ແລ້ວພຣະອົງກໍກ່າວເປັນຄຳອຸປະມາວ່າ, “ມານຊາຕານຈະຂັບໄລ່ມານຊາຕານເອງໃຫ້ອອກໄປໄດ້ຢ່າງໃດ? |
|
| 24 |
|
| ຖ້າອານາຈັກໃດເກີດແຕກແຍກກັນແລ້ວ ອານາຈັກນັ້ນກໍຈະຕັ້ງໝັ້ນຢູ່ຕໍ່ໄປບໍ່ໄດ້, |
|
| 25 |
|
| ແລະຖ້າຄົນໃນຄອບຄົວໃດເກີດແຕກແຍກກັນ ຄອບຄົວນັ້ນກໍຈະຕັ້ງໝັ້ນຢູ່ບໍ່ໄດ້. |
|
| 26 |
|
| ແລະຖ້າມານຊາຕານຈະຕໍ່ສູ້ກັບຕົວມັນເອງ ແລະແຕກແຍກກັນ ມັນກໍຕັ້ງຢູ່ບໍ່ໄດ້ ມີແຕ່ຈະສູນຫາຍໄປ.” |
|
| 27 |
|
| “ບໍ່ມີຜູ້ໃດບຸກເຂົ້າໄປປຸ້ນເອົາຊັບຢູ່ໃນເຮືອນຂອງຄົນແຂງແຮງໄດ້ ເວັ້ນໄວ້ແຕ່ໄດ້ມັດຄົນແຂງແຮງນັ້ນໄວ້ກ່ອນ ແລ້ວຈຶ່ງປຸ້ນເຮືອນໄດ້.” |
|
| 28 |
|
| “ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ການບາບທຸກປະການ ຄຳໝິ່ນປະໝາດທຸກຢ່າງທີ່ມະນຸດກ່າວ ຈະໄດ້ຮັບການອະໄພ. |
|
| 29 |
|
| ແຕ່ຜູ້ໃດກໍຕາມທີ່ເວົ້າໝິ່ນປະໝາດຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພຈັກເທື່ອ, ແຕ່ລາວຈະມີໂທດຕະຫລອດໄປ.” ( |
|
| 30 |
|
| ພຣະເຢຊູເຈົ້າກ່າວເຊັ່ນນີ້ກໍເພາະປະຊາຊົນບາງຄົນໄດ້ເວົ້າວ່າ, “ເພິ່ນມີຜີຊົ່ວຮ້າຍເຂົ້າສິງຢູ່.”) |
|
| 31 |
|
| ແລ້ວແມ່ແລະນ້ອງຊາຍຂອງພຣະເຢຊູເຈົ້າໄດ້ຢືນຢູ່ຂ້າງນອກ, ໃຊ້ຄົນເຂົ້າໄປເອີ້ນພຣະອົງ. |
|
| 32 |
|
| ປະຊາຊົນໝູ່ໃຫຍ່ໄດ້ນັ່ງອ້ອມພຣະເຢຊູເຈົ້າຢູ່ ແລະພວກເຂົາເວົ້າກັບພຣະອົງວ່າ, “ທ່ານເອີຍ, ແມ່ກັບນ້ອງຊາຍຂອງທ່ານ ຢູ່ຂ້າງນອກຕ້ອງການພົບທ່ານ.” |
|
| 33 |
|
| ພຣະອົງຊົງຕອບວ່າ, “ຜູ້ໃດເປັນແມ່ ແລະຜູ້ໃດເປັນນ້ອງຊາຍຂອງເຮົາ?” |
|
| 34 |
|
| ແລ້ວພຣະເຢຊູເຈົ້າກໍຫລຽວເບິ່ງປະຊາຊົນ ທີ່ນັ່ງອ້ອມພຣະອົງຢູ່ນັ້ນ ແລະໄດ້ກ່າວວ່າ, “ນີ້ຄືແມ່ແລະນ້ອງຊາຍຂອງເຮົາ. |
|
| 35 |
|
| ດ້ວຍວ່າ, ຜູ້ໃດກໍຕາມທີ່ຍອມປະຕິບັດຕາມພຣະປະສົງຂອງພຣະເຈົ້າ ຜູ້ນັ້ນແຫຼະ ເປັນນ້ອງຊາຍ ແລະນ້ອງສາວ ແລະແມ່ຂອງເຮົາ.” |
|
|
|
|