|
| 1 |
|
| ຕໍ່ມາ ພຣະເຢຊູເຈົ້າໄດ້ສັ່ງສອນອີກທີ່ແຄມທະເລສາບຄາລີເລ ປະຊາຊົນໝູ່ໃຫຍ່ມາເຕົ້າໂຮມກັນ ແລ້ວມາຫາພຣະອົງ ຈົນພຣະອົງຂຶ້ນໄປນັ່ງຢູ່ໃນເຮືອຫ່າງຈາກຝັ່ງ, ສ່ວນປະຊາຊົນນັ້ນຢູ່ເທິງບົກຕາມແຄມຝັ່ງ. |
|
| 2 |
|
| ພຣະອົງໃຊ້ຄຳອຸປະມາຫລາຍເລື່ອງເພື່ອສອນພວກເຂົາ ແລະໃນຕອນນີ້ພຣະອົງໄດ້ສອນໂດຍກ່າວວ່າ, |
|
| 3 |
|
| “ຈົ່ງຟັງໃຫ້ດີ ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ. |
|
| 4 |
|
| ຂະນະທີ່ເຂົາຫວ່ານເມັດພືດໃນນາຢູ່ນັ້ນ ບາງເມັດຕົກຕາມຫົນທາງ ແລະຝູງນົກໄດ້ມາສັບກິນເມັດນັ້ນເສຍ. |
|
| 5 |
|
| ບາງເມັດຕົກໃສ່ດິນທີ່ມີຫີນ ຄືບ່ອນທີ່ມີດິນໜ້ອຍຫີນຫລາຍ ເມັດເຫຼົ່ານີ້ຈຶ່ງງອກຂຶ້ນໄດ້ໄວ ເພາະພື້ນດິນບໍ່ເລິກ. |
|
| 6 |
|
| ແລະເມື່ອແສງແດດກ້າ ພືດທີ່ຮາກບໍ່ເລິກນັ້ນ ກໍແຫ້ມແດດ ແລະຫ່ຽວແຫ້ງໄປ. |
|
| 7 |
|
| ບາງເມັດຕົກໃສ່ກາງພຸ່ມໜາມ ແລ້ວພຸ່ມໜາມເຫຼົ່ານີ້ກໍໃຫຍ່ຂຶ້ນ ແລະຫຸ້ມຮັດພືດເຫຼົ່ານັ້ນໄວ້ຈຶ່ງເກີດຜົນບໍ່ໄດ້. |
|
| 8 |
|
| ແຕ່ບາງເມັດຕົກໃສ່ດິນດີ, ພືດກໍງອກງາມແລະຈະເລີນຂຶ້ນ ຈຶ່ງເກີດຜົນ: ສາມສິບຕໍ່, ຫົກສິບຕໍ່ ແລະຮ້ອຍຕໍ່.” |
|
| 9 |
|
| ພຣະເຢຊູເຈົ້າຈຶ່ງໄດ້ກ່າວວ່າ, “ຜູ້ໃດມີຫູຟັງ ຈົ່ງຟັງເອົາ.” |
|
| 10 |
|
| ເມື່ອພຣະເຢຊູເຈົ້າຢູ່ຕາມລຳພັງແລ້ວ ພວກຕິດຕາມພຣະອົງບາງຄົນ ແລະສາວົກສິບສອງຄົນຈຶ່ງຖາມພຣະອົງກ່ຽວກັບຄຳອຸປະມາດັ່ງກ່າວ. |
|
| 11 |
|
| ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ພຣະເຈົ້າໄດ້ເປີດເຜີຍໃຫ້ພວກເຈົ້າໄດ້ຮູ້ຈັກຄວາມເລິກລັບແຫ່ງອານາຈັກຂອງພຣະເຈົ້າ ສຳລັບຄົນຜູ້ທີ່ຢູ່ນອກ ພວກເຂົາຟັງຮູ້ທຸກຢ່າງໄດ້ໂດຍອາໄສຄຳອຸປະມາ |
|
| 12 |
|
| ເພື່ອວ່າ ‘ພວກເຂົາເບິ່ງແລ້ວເບິ່ງອີກກໍຈະບໍ່ເຫັນ ຟັງແລ້ວຟັງອີກ ແຕ່ກໍຈະບໍ່ເຂົ້າໃຈ ຖ້າພວກເຂົາຮູ້ ຄົງຫັນກັບຄືນ ມາຫາພຣະເຈົ້າ ແລະ ຮັບການອະໄພ.”’ |
|
| 13 |
|
| ແລ້ວພຣະເຢຊູເຈົ້າໄດ້ເວົ້າກັບພວກເພິ່ນວ່າ, “ຖ້າພວກເຈົ້າບໍ່ເຂົ້າໃຈຄຳອຸປະມານີ້ແລ້ວ ພວກເຈົ້າຈະເຂົ້າໃຈຄຳອຸປະມາເລື່ອງອື່ນໄດ້ຢ່າງໃດ? |
|
| 14 |
|
| ຜູ້ຫວ່ານນັ້ນ ໄດ້ແກ່ຜູ້ຫວ່ານພຣະທຳຂອງພຣະເຈົ້າ. |
|
| 15 |
|
| ເມັດທີ່ຕົກຕາມຖະໜົນຫົນທາງ ຄືຄົນທີ່ໄດ້ຍິນພຣະທຳນັ້ນແລ້ວ ທັນໃດນັ້ນ ມານຊາຕານກໍມາຍາດຊີງເອົາພຣະທຳທີ່ຫວ່ານໃນໃຈເຂົານັ້ນໄປເສຍ. |
|
| 16 |
|
| ສ່ວນເມັດທີ່ຕົກໃສ່ດິນທີ່ມີຫີນ ໄດ້ແກ່ຄົນທີ່ໄດ້ຍິນພຣະທຳແລ້ວ ກໍຮັບເອົາໄວ້ທັນທີ ດ້ວຍຄວາມຍິນດີ. |
|
| 17 |
|
| ຍ້ອນບໍ່ມີຮາກໃນຕົນເອງຈຶ່ງທົນຢູ່ບໍ່ໄດ້ດົນ. ດັ່ງນັ້ນ ເມື່ອໄດ້ຮັບຄວາມຍາກລຳບາກ ຫລືຖືກຂົ່ມເຫັງເພາະພຣະທຳນັ້ນ ເຂົາຈຶ່ງທໍ້ຖອຍໃຈທັນທີ. |
|
| 18 |
|
| ເມັດພືດທີ່ຕົກໃສ່ກາງພຸ່ມໜາມ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທຳ, |
|
| 19 |
|
| ແຕ່ເຂົາມີຄວາມກັງວົນເຖິງຊີວິດນີ້, ການຢາກຮັ່ງຢາກມີ, ຕະຫລອດທັງຄວາມຕ້ອງການທຸກສິ່ງທຸກຢ່າງ ໄດ້ເຂົ້າມາຫຸ້ມຮັດພຣະທຳໄວ້ ພຣະທຳຈຶ່ງບໍ່ເກີດຜົນ |
|
| 20 |
|
| ສ່ວນເມັດພືດທີ່ຕົກໃສ່ດິນດີນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທຳແລ້ວ ຕ້ອນຮັບເອົາໄວ້ຈຶ່ງເກີດຜົນສາມສິບຕໍ່, ຫົກສິບຕໍ່ ແລະຮ້ອຍຕໍ່.” |
|
| 21 |
|
| ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ມີຜູ້ໃດທີ່ໄຕ້ໂຄມໄຟໄວ້ ແລ້ວເອົາເຂົ້າໄວ້ໃນຖັງ ຫລືເອົາວາງໄວ້ຢູ່ກ້ອງຕຽງນອນ? ບໍ່ແມ່ນເຂົາຕັ້ງໄວ້ເທິງທີ່ສູງບໍ? |
|
| 22 |
|
| ສິ່ງໃດທີ່ຖືກເຊື່ອງໄວ້ຈະຖືກນຳອອກມາປາກົດໃຫ້ເຫັນ ແລະສິ່ງໃດທີ່ເປັນຄວາມລັບກໍຈະຖືກນຳມາເປີດເຜີຍໃຫ້ຮູ້. |
|
| 23 |
|
| ຜູ້ໃດມີຫູຟັງ ຈົ່ງຟັງເອົາ.” |
|
| 24 |
|
| ພຣະອົງກ່າວຕໍ່ໄປອີກວ່າ, “ຈົ່ງລະວັງໃນສິ່ງທີ່ພວກເຈົ້າໄດ້ຟັງ ພວກເຈົ້າຈະຕວງໃຫ້ຄົນອື່ນດ້ວຍເຄື່ອງຜອງຢ່າງໃດ, ພຣະເຈົ້າກໍຈະຕວງໃຫ້ກັບພວກເຈົ້າດ້ວຍເຄື່ອງຜອງຢ່າງນັ້ນ ທັງຈະຊົງເພີ່ມເຕີມໃຫ້ອີກ. |
|
| 25 |
|
| ດ້ວຍວ່າ, ຜູ້ທີ່ມີຢູ່ແລ້ວກໍຈະໄດ້ຮັບຕື່ມອີກ, ແຕ່ຜູ້ທີ່ບໍ່ມີແມ່ນແຕ່ສິ່ງທີ່ມີຢູ່ພຽງເລັກນ້ອຍ ກໍຈະຖືກເອົາໄປເສຍຈາກລາວ.” |
|
| 26 |
|
| ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ອານາຈັກຂອງພຣະເຈົ້າກໍເປັນຄືດັ່ງນີ້: ມີຄົນໜຶ່ງຫວ່ານເມັດພືດໃສ່ນາຂອງຕົນ. |
|
| 27 |
|
| ເຂົານອນຫລັບໃນເວລາກາງຄືນ ແລະຕື່ນຂຶ້ນໃນເວລາກາງເວັນ ພໍດີເມັດພືດນັ້ນກໍງອກ ແລະຈະເລີນເຕີບໃຫຍ່ຂຶ້ນ ແລະເຂົາບໍ່ສາມາດເຂົ້າໃຈວ່າມັນເປັນໄປໄດ້ຢ່າງໃດ. |
|
| 28 |
|
| ແມ່ນຜືນແຜ່ນດິນເອງທີ່ເຮັດໃຫ້ເມັດພືດງອກງາມຈົນເກີດຜົນຄື: ທຳອິດເປັນຕົ້ນອ່ອນແຕກອອກ ຕໍ່ມາ ເປັນຮວງເຂົ້າຂຽວ ແລະໃນທີ່ສຸດກໍມີເມັດຕຶ່ງເຕັມຮວງ. |
|
| 29 |
|
| ຄັນເມັດເຂົ້າສຸກແລ້ວ ລາວກໍໃຊ້ຄົນໄປກ່ຽວ ເພາະເວລາເກັບກ່ຽວໄດ້ມາເຖິງແລ້ວ.” |
|
| 30 |
|
| ພຣະເຢຊູເຈົ້າກ່າວວ່າ, “ອານາຈັກຂອງພຣະເຈົ້າຈະປຽບຄືຫຍັງ? ຫລືຈະໃຊ້ຄຳອຸປະມາຢ່າງໃດເພື່ອອະທິບາຍເຖິງອານາຈັກນີ້? |
|
| 31 |
|
| ກໍປຽບເໝືອນແກ່ນຜັກກາດເມັດໜຶ່ງ, ເມື່ອຫວ່ານລົງໄປໃນດິນມັນກໍນ້ອຍກວ່າເມັດໃດໆທັງໝົດໃນໂລກ. |
|
| 32 |
|
| ເມື່ອຫວ່ານລົງໄປແລ້ວມັນກໍປົ່ງຂຶ້ນ ແລະກາຍເປັນຕົ້ນທີ່ໃຫຍ່ກວ່າຜັກທັງປວງ ແລະແຕກກິ່ງກ້ານໃຫຍ່ອອກ ພໍທີ່ພວກນົກປ່າມາເຮັດຮັງຢູ່ໄດ້.” |
|
| 33 |
|
| ພຣະເຢຊູເຈົ້າໄດ້ກ່າວພຣະທຳ ເປັນຄຳອຸປະມາຫລາຍເລື່ອງຢ່າງດຽວກັນນີ້ໃຫ້ພວກເຂົາຟັງ ຕາມທີ່ພວກເຂົາສາມາດເຂົ້າໃຈໄດ້. |
|
| 34 |
|
| ພຣະອົງບໍ່ໄດ້ກ່າວກັບພວກເຂົາໂດຍໃຊ້ຄຳອຸປະມາເທົ່ານັ້ນ, ແຕ່ເມື່ອພຣະອົງຢູ່ຕາມລຳພັງກັບສາວົກແລ້ວ, ພຣະອົງກໍອະທິບາຍທຸກໆສິ່ງສູ່ພວກເພິ່ນຟັງໂດຍສະເພາະ. |
|
| 35 |
|
| ຕອນຄໍ່າໃນວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ກ່າວແກ່ພວກສາວົກຂອງພຣະອົງວ່າ, “ໃຫ້ພວກເຮົາຂ້າມທະເລສາບໄປຟາກນັ້ນເທາະ.” |
|
| 36 |
|
| ສະນັ້ນ ພວກເພິ່ນຈຶ່ງລາປະຊາຊົນ ແລ້ວລົງໄປໃນເຮືອທີ່ພຣະເຢຊູເຈົ້ານັ່ງຢູ່ແລ້ວ ແລະພາກັນຂີ່ໄປ, ນອກນີ້ຍັງມີເຮືອລຳອື່ນອີກຫລາຍລຳໄປນຳດ້ວຍ. |
|
| 37 |
|
| ແລ້ວລົມພະຍຸກໍເລີ່ມພັດມາແຮງ ແລະຟອງນໍ້າຊັດເຂົ້າເຮືອຈົນເຮືອເກືອບຈະເຕັມດ້ວຍນໍ້າ. |
|
| 38 |
|
| ສ່ວນພຣະເຢຊູເຈົ້ານັ້ນ ນອນໝູນໝອນຫລັບຢູ່ທ້າຍເຮືອ. ສະນັ້ນ ພວກສາວົກຈຶ່ງໄປປຸກພຣະອົງວ່າ, “ອາຈານເອີຍ, ທ່ານບໍ່ເປັນຫ່ວງພວກຂ້ານ້ອຍບໍ? ພວກຂ້ານ້ອຍກຳລັງຈະຈົມນໍ້າຕາຍຢູ່ແລ້ວ.” |
|
| 39 |
|
| ພຣະອົງຈຶ່ງຕື່ນຂຶ້ນມາ ແລະກ່າວແກ່ທະເລວ່າ, “ງຽບສະຫງົບແມ”. ແລ້ວລົມກໍເຊົາ ຟອງນໍ້າກໍສະຫງົບງຽບທົ່ວໄປ. |
|
| 40 |
|
| ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ພວກສາວົກຂອງພຣະອົງວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍັງບໍ່ມີຄວາມເຊື່ອບໍ?” |
|
| 41 |
|
| ແຕ່ພວກເພິ່ນຕົກໃຈຢ້ານຫລາຍທັງເວົ້າຕໍ່ກັນແລະກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດໜໍ? ແມ່ນແຕ່ລົມ ແລະຟອງທະເລກໍຍອມຟັງຄວາມເພິ່ນ.” |
|
|
|
|