|
| 1 |
|
| ຕໍ່ມາ ພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງ ໄດ້ມາຮອດຝັ່ງອີກດ້ານໜຶ່ງ ຂອງທະເລສາບຄາລີເລໃກ້ເມືອງເຄຣາຊາ. |
|
| 2 |
|
| ພໍພຣະເຢຊູເຈົ້າອອກຈາກເຮືອໄປ ກໍມີຊາຍຜູ້ໜຶ່ງມີຜີຊົ່ວຮ້າຍສິງຢູ່ ໄດ້ອອກຈາກປ່າຊ້າມາພົບພຣະອົງ. |
|
| 3 |
|
| ຊາຍຜູ້ນີ້ເຄີຍອາໄສຢູ່ຕາມປ່າຊ້າ ບໍ່ມີຜູ້ໃດສາມາດມັດຫລືແມ່ນແຕ່ລ່າມໂສ້ມັນໄວ້ໄດ້, |
|
| 4 |
|
| ເຂົາເຄີຍລ່າມໂສ້ໃສ່ຕີນຜູກມັດໄວ້ຫລາຍເທື່ອແລ້ວ, ແຕ່ມັນກໍຫັກໂສ້ໃຫ້ຂາດ ແລະຫັກໃຫ້ໝຸ່ນໄປໄດ້ທຸກເທື່ອ ມັນແຂງແຮງຫລາຍ ຈົນບໍ່ມີຜູ້ໃດປາບມັນໄດ້. |
|
| 5 |
|
| ມັນທ່ອງທ່ຽວໄປມາຢູ່ຕາມປ່າຊ້າ ແລະຕາມເນີນພູເຂົາທັງເວັນທັງຄືນ ໂດຍແຜດສຽງຮ້ອງ ແລະເອົາຫີນປາດຕາມເນື້ອຕົວຂອງຕົນເອງ. |
|
| 6 |
|
| ເມື່ອມັນຫລຽວເຫັນພຣະເຢຊູເຈົ້າແຕ່ໄກໆ ມັນໄດ້ແລ່ນມາຫາ ແລະຂາບລົງຕໍ່ໜ້າພຣະອົງ, |
|
| 7 |
|
| ແລະ ຮ້ອງດ້ວຍສຽງດັງວ່າ, “ເຢຊູບຸດພຣະເຈົ້າຜູ້ສູງສຸດເອີຍ, ທ່ານມາຫຍຸ້ງກ່ຽວຫຍັງກັບຂ້ານ້ອຍ? ຂ້ານ້ອຍຂໍຮ້ອງທ່ານສັນຍາໃນພຣະນາມພຣະເຈົ້າວ່າ ຈະບໍ່ທໍລະມານຂ້ານ້ອຍ” ( |
|
| 8 |
|
| ມັນເວົ້າເຊັ່ນນີ້ກໍເພາະພຣະເຢຊູເຈົ້າໄດ້ບອກມັນວ່າ, “ຜີຊົ່ວຮ້າຍອອກຈາກຊາຍຄົນນີ້ແມ”) |
|
| 9 |
|
| ພຣະເຢຊູເຈົ້າໄດ້ຖາມມັນວ່າ, “ມຶງຊື່ຫຍັງ?” ມັນຕອບວ່າ, “ຊື່ກອງທັບ ເພາະພວກຂ້ານ້ອຍມີຢູ່ດ້ວຍກັນຫລາຍໂຕ.” |
|
| 10 |
|
| ມັນຂໍຮ້ອງນຳພຣະເຢຊູເຈົ້າ ບໍ່ໃຫ້ຂັບໄລ່ພວກມັນອອກໄປຈາກເຂດແດນນີ້. |
|
| 11 |
|
| ຢູ່ໃກ້ພູນັ້ນ ມີໝູຝູງໃຫຍ່ທີ່ກຳລັງຊອກຫາກິນຢູ່ຕາມເນີນພູ. |
|
| 12 |
|
| ດັ່ງນັ້ນ ຜີຊົ່ວຮ້າຍທີ່ສິງຢູ່ນັ້ນ ຈຶ່ງຂໍຮ້ອງນຳພຣະເຢຊູເຈົ້າວ່າ, “ໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນຝູງໝູສາ.” |
|
| 13 |
|
| ພຣະອົງອະນຸຍາດໃຫ້ພວກມັນ ແລ້ວຜີຊົ່ວຮ້າຍຈຶ່ງອອກຈາກຊາຍຄົນນັ້ນ ແລະເຂົ້າໄປໃນຝູງໝູ, ໝູທັງໝົດປະມານສອງພັນໂຕ ກໍຟ້າວແລ່ນລົງຕະລິ່ງຊັນ ແລະໂຕນລົງທະເລສາບຈົມນໍ້າຕາຍໝົດ. |
|
| 14 |
|
| ສ່ວນພວກລ້ຽງໝູຕ່າງກໍແລ່ນໜີ ແລະໄປບອກເລື່ອງທີ່ໄດ້ເກີດຂຶ້ນນັ້ນຕາມໃນເມືອງ ແລະຕາມນອກເມືອງ. ດັ່ງນັ້ນ ປະຊາຊົນຈຶ່ງອອກມາເບິ່ງເຫດການທີ່ໄດ້ເກີດຂຶ້ນ. |
|
| 15 |
|
| ພວກເຂົາມາຫາພຣະເຢຊູເຈົ້າ ແລະເຫັນຊາຍທີ່ຜີມານຮ້າຍເປັນກອງທັບເຄີຍສິງຢູ່ ເຫັນລາວນຸ່ງເຄື່ອງ ແລະນັ່ງຮຽບຮ້ອຍ ໂດຍມີສະຕິອາຣົມເປັນປົກກະຕິດີ ແລະປະຊາຊົນເຫຼົ່ານີ້ຕ່າງກໍສະທ້ານຢ້ານກົວຫລາຍ. |
|
| 16 |
|
| ແລ້ວພວກທີ່ໄດ້ເຫັນເຫດການ ກໍເລົ່າເຖິງສິ່ງທີ່ໄດ້ເກີດຂຶ້ນກັບຄົນຜີມານຮ້າຍສິງ ແລະກັບຝູງໝູນັ້ນສູ່ປະຊາຊົນຟັງ. |
|
| 17 |
|
| ສະນັ້ນ ພວກເຂົາຈຶ່ງຂໍຮ້ອງພຣະເຢຊູເຈົ້າໃຫ້ໜີໄປຈາກເຂດແດນຂອງພວກຕົນ. |
|
| 18 |
|
| ເມື່ອພຣະເຢຊູເຈົ້າກຳລັງລົງເຮືອ ຊາຍທີ່ຜີມານຮ້າຍເຄີຍສິງນັ້ນ ກໍອ້ອນວອນຂໍຢູ່ກັບພຣະອົງ. |
|
| 19 |
|
| ແຕ່ພຣະເຢຊູເຈົ້າບໍ່ໃຫ້ລາວໄປນຳ ໂດຍກ່າວແກ່ລາວວ່າ, “ຈົ່ງກັບເມືອບ້ານ ຫາຍາດຕິພີ່ນ້ອງຂອງເຈົ້າ ແລະບອກພວກເຂົາເຖິງເຫດການອັນຍິ່ງໃຫຍ່ ທີ່ອົງພຣະຜູ້ເປັນເຈົ້າໄດ້ກະທຳສຳລັບເຈົ້າ ແລະພຣະເມດຕາທີ່ມີຕໍ່ເຈົ້າ.” |
|
| 20 |
|
| ສະນັ້ນ ຊາຍຜູ້ນີ້ຈຶ່ງລາພຣະເຢຊູເຈົ້າໄປ ແລະຕັ້ງຕົ້ນປະກາດເລື່ອງທີ່ພຣະເຢຊູເຈົ້າ ໄດ້ເຮັດແກ່ຕົນໃນແຂວງເດກາໂປລີ, ແລ້ວຄົນທັງຫລາຍທີ່ໄດ້ຍິນເລື່ອງນີ້ ຕ່າງກໍງຶດປະຫລາດໃຈ. |
|
| 21 |
|
| ເມື່ອພຣະເຢຊູເຈົ້າຂີ່ເຮືອຂ້າມທະເລສາບກັບໄປແລ້ວ ທີ່ແຄມທະເລສາບນັ້ນ ປະຊາຊົນໝູ່ໃຫຍ່ໄດ້ມາເຕົ້າໂຮມກັນອ້ອມພຣະອົງ. |
|
| 22 |
|
| ມີຊາຍຄົນໜຶ່ງຊື່ວ່າຢາອີໂຣໄດ້ມາຫາພຣະເຢຊູເຈົ້າ ເຂົາເປັນຫົວໜ້າທຳມະສາລາໃນທ້ອງຖິ່ນນັ້ນ ເມື່ອເຂົາເຫັນພຣະເຢຊູເຈົ້າຈຶ່ງກົ້ມຂາບລົງທີ່ຕີນຂອງພຣະອົງ |
|
| 23 |
|
| ແລະຮ້ອງຂໍຄວາມຊ່ວຍເຫລືອນຳພຣະເຢຊູເຈົ້າວ່າ, “ລູກສາວຂ້ານ້ອຍເຈັບໜັກໃກ້ຈະຕາຍແລ້ວ ຂໍທ່ານກະລຸນາໄປວາງມືໃສ່ນາງດ້ວຍເຖີດ ເພື່ອລາວຈະຫາຍດີ ແລະມີຊີວິດຢູ່.” |
|
| 24 |
|
| ພຣະເຢຊູເຈົ້າກໍໄປກັບລາວ ມີປະຊາຊົນຢ່າງໜາແໜ້ນບຸບຽດພຣະອົງໄປ. |
|
| 25 |
|
| ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ, |
|
| 26 |
|
| ເຖິງວ່ານາງໄດ້ໄປໃຫ້ໝໍຫລາຍຄົນປິ່ນປົວ ແລະເສຍເງິນໄປຢ່າງຫລວງຫລາຍແລ້ວກໍຕາມ, ແຕ່ພະຍາດນີ້ກໍບໍ່ໄດ້ທຸເລົາລົງເລີຍ ກັບຮຸນແຮງຂຶ້ນກວ່າເກົ່າອີກ. |
|
| 27 |
|
| ເມື່ອນາງໄດ້ຍິນຄົນເວົ້າເຖິງພຣະເຢຊູເຈົ້າ ນາງຈຶ່ງຍ່າງມາທາງຫລັງພຣະອົງປົນກັບປະຊາຊົນ ແລະບາຍເຄື່ອງນຸ່ງຂອງພຣະອົງ |
|
| 28 |
|
| ໂດຍຄິດໃນໃຈວ່າ, “ຖ້າເຮົາໄດ້ບາຍພຽງແຕ່ເຄື່ອງນຸ່ງຂອງເພິ່ນເທົ່ານັ້ນ ເຮົາກໍຈະດີພະຍາດ.” |
|
| 29 |
|
| ໃນຂະນະທີ່ນາງບາຍເຄື່ອງນຸ່ງຂອງພຣະອົງ ແລະພະຍາດເລືອດຕົກນັ້ນ ກໍຢຸດທັນທີ, ນາງຮູ້ສຶກໃນຕົວວ່າຕົນດີພະຍາດແລ້ວ. |
|
| 30 |
|
| ຝ່າຍພຣະເຢຊູເຈົ້າກໍຮູ້ໄດ້ໃນທັນທີວ່າ ຣິດໄດ້ອອກຈາກພຣະອົງ. ດັ່ງນັ້ນ ພຣະອົງຈຶ່ງອວ່າຍໜ້າມາທາງປະຊາຊົນ ແລະຖາມວ່າ, “ຜູ້ໃດບາຍເຄື່ອງນຸ່ງເຮົາ?” |
|
| 31 |
|
| ພວກສາວົກຂອງພຣະອົງຕອບວ່າ, “ທ່ານກໍເຫັນແລ້ວວ່າ ປະຊາຊົນບຸບຽດທ່ານສໍ່າໃດ? ເປັນຫຍັງທ່ານຈຶ່ງຖາມວ່າ ຜູ້ໃດບາຍທ່ານ?” |
|
| 32 |
|
| ແຕ່ພຣະເຢຊູເຈົ້າໄດ້ຫລຽວໄປອ້ອມໆພຣະອົງ ເພື່ອຊອກເບິ່ງວ່າຜູ້ໃດເປັນຜູ້ເຮັດ. |
|
| 33 |
|
| ສ່ວນຍິງຜູ້ນັ້ນກໍຢ້ານກົວຈົນຕົວສັ່ນ ເພາະຮູ້ດີເຖິງສິ່ງທີ່ໄດ້ເກີດຂຶ້ນກັບຕົນ. ສະນັ້ນ ນາງຈຶ່ງມາຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະເວົ້າຄວາມຈິງທັງໝົດສູ່ພຣະອົງຟັງ. |
|
| 34 |
|
| ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ລູກຍິງເອີຍ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີແລ້ວ ຈົ່ງໄປເປັນສຸກ ແລະດີພະຍາດສາ.” |
|
| 35 |
|
| ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີຜູ້ນຳຂ່າວບາງຄົນແຕ່ເຮືອນຢາອີໂຣມາບອກວ່າ, “ລູກສາວຂອງເຈົ້າຕາຍແລ້ວ ຍັງລົບກວນອາຈານເຮັດຫຍັງ?” |
|
| 36 |
|
| ແຕ່ພຣະເຢຊູເຈົ້າບໍ່ສົນໃຈນຳ ສິ່ງທີ່ພວກເຂົາໄດ້ເວົ້ານັ້ນ ແລະກ່າວແກ່ຢາອີໂຣວ່າ, “ຢ່າວິຕົກເລີຍ ຈົ່ງເຊື່ອເທົ່ານັ້ນ.” |
|
| 37 |
|
| ພຣະອົງກໍບໍ່ຊົງອະນຸຍາດໃຫ້ຜູ້ໃດໄປນຳພຣະອົງ ນອກຈາກເປໂຕ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຢາໂກໂບ. |
|
| 38 |
|
| ເມື່ອມາຮອດເຮືອນຂອງຫົວໜ້າທຳມະສາລາແລ້ວ ພຣະອົງກໍເຫັນຄົນວຸ້ນວາຍຢູ່ ຄືຮ້ອງໄຫ້ແລະສົ່ງສຽງຄໍ່າຄວນ. |
|
| 39 |
|
| ພຣະເຢຊູເຈົ້າເຂົ້າໄປໃນເຮືອນ ແລະກ່າວແກ່ພວກເຂົາວ່າ, “ພວກເຈົ້າວຸ້ນວາຍ ແລະຮ້ອງໄຫ້ຄໍ່າຄວນເຮັດຫຍັງ? ເດັກຍິງຜູ້ນີ້ບໍ່ໄດ້ຕາຍດອກ ນາງພຽງແຕ່ນອນຫລັບເທົ່ານັ້ນ.” |
|
| 40 |
|
| ພວກເຂົາພາກັນຫົວຂວັນພຣະອົງ. ສະນັ້ນ ພຣະອົງຈຶ່ງໄລ່ທຸກຄົນໃຫ້ອອກໄປໝົດ ແລະເອົາແຕ່ພໍ່ແມ່ເດັກນ້ອຍກັບສາວົກສາມຄົນເທົ່ານັ້ນ ເຂົ້າໄປໃນຫ້ອງທີ່ເດັກນ້ອຍນອນຢູ່. |
|
| 41 |
|
| ພຣະອົງຈັບມືເດັກນ້ອຍນັ້ນ ແລະກ່າວແກ່ນາງວ່າ, “ຕາລີທາກຸມ” ໝາຍຄວາມວ່າ: ນາງນ້ອຍເອີຍ ຈົ່ງລຸກຂຶ້ນ. |
|
| 42 |
|
| ໃນທັນໃດນັ້ນ ເດັກຍິງກໍລຸກຂຶ້ນ ແລະຍ່າງໄປມາ. (ນາງອາຍຸໄດ້ສິບສອງປີແລ້ວ) ພວກເຂົາໄດ້ງຶດປະຫລາດໃຈຫລາຍ. |
|
| 43 |
|
| ແຕ່ພຣະເຢຊູເຈົ້າໄດ້ສັ່ງຫ້າມພວກເຂົາ ບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດເປັນເດັດຂາດ ແລ້ວພຣະອົງກໍກ່າວວ່າ, “ຈົ່ງເອົາອາຫານມາໃຫ້ນາງກິນ.” |
|
|
|
|