|
| 1 |
|
| ຫລັງຈາກນັ້ນບໍ່ດົນ ປະຊາຊົນໝູ່ໃຫຍ່ກໍມາເຕົ້າໂຮມກັນອີກ ເມື່ອປະຊາຊົນບໍ່ມີຫຍັງກິນ ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກມາ ແລະກ່າວວ່າ, |
|
| 2 |
|
| “ເຮົາສົງສານຄົນເຫຼົ່ານີ້ ເພາະພວກເຂົາຢູ່ນຳເຮົາເຖິງສາມວັນແລ້ວ ແລະບໍ່ມີອາຫານກິນ. |
|
| 3 |
|
| ຖ້າເຮົາບອກພວກເຂົາກັບເມືອບ້ານເມືອງເມື່ອຍັງຫິວຢູ່, ພວກເຂົາກໍຄົງເມື່ອຍອິດອ່ອນຕາມທາງ ເພາະບາງຄົນມາແຕ່ໄກ.” |
|
| 4 |
|
| ພວກສາວົກຈຶ່ງຕອບພຣະອົງວ່າ, “ຢູ່ໃນບ່ອນປ່ຽວເຊັ່ນນີ້ຈະຫາອາຫານມາແຕ່ໃສ ພໍໃຫ້ຄົນເຫຼົ່ານີ້ກິນອີ່ມທຸກຄົນ?” |
|
| 5 |
|
| ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?” ພວກເພິ່ນຕອບວ່າ, “ເຈັດກ້ອນ”. |
|
| 6 |
|
| ສະນັ້ນ ພຣະອົງຈຶ່ງສັ່ງປະຊາຊົນໃຫ້ນັ່ງລົງຕາມພື້ນດິນ ແລ້ວພຣະອົງກໍຈັບເອົາເຂົ້າຈີ່ເຈັດກ້ອນນັ້ນ ມາໂມທະນາຂອບພຣະຄຸນແລ້ວ ຫັກໃຫ້ພວກສາວົກນຳໄປແຈກຢາຍແກ່ປະຊາຊົນ ແລະພວກສາວົກກໍປະຕິບັດຕາມ. |
|
| 7 |
|
| ພວກເຂົາຍັງມີປານ້ອຍຈຳນວນໜຶ່ງ. ສະນັ້ນ ພຣະເຢຊູເຈົ້າຈຶ່ງຂໍພຣະພອນສຳລັບປານ້ອຍເຫຼົ່ານັ້ນ ແລະສັ່ງໃຫ້ພວກສາວົກນຳເອົາໄປແຈກຢາຍໃຫ້ປະຊາຊົນເຊັ່ນກັນ. |
|
| 8 |
|
| ທຸກຄົນຕ່າງກໍກິນອີ່ມ ພວກສາວົກໄດ້ໄປເກັບເອົາຕ່ອນທີ່ເຫຼືອໄດ້ເຈັດກະບຸງເຕັມ. |
|
| 9 |
|
| ໃນທີ່ນັ້ນ ມີປະຊາຊົນປະມານສີ່ພັນຄົນ, ແລ້ວພຣະເຢຊູເຈົ້າກໍສັ່ງໃຫ້ພວກເຂົາເລີກເມືອ |
|
| 10 |
|
| ໃນທັນໃດນັ້ນ ພຣະອົງຈຶ່ງຂຶ້ນເຮືອກັບພວກສາວົກໄປເຖິງຂົງເຂດດານມານຸທາ. |
|
| 11 |
|
| ພວກຟາຣີຊາຍໄດ້ມາຫາພຣະເຢຊູເຈົ້າ ແລະຕັ້ງຕົ້ນໂຕ້ຖຽງກັບພຣະອົງ, ພວກເຂົາຢາກຈັບຜິດພຣະອົງ. ດັ່ງນັ້ນ ພວກເຂົາຈຶ່ງຂໍໃຫ້ພຣະອົງເຮັດໝາຍສຳຄັນຈາກສະຫວັນ. |
|
| 12 |
|
| ພຣະເຢຊູເຈົ້າຖອນຫາຍໃຈໃຫຍ່ ແລະຖາມວ່າ, “ເປັນຫຍັງຄົນສະໄໝນີ້ຈຶ່ງສະແຫວງຫາໝາຍສຳຄັນການອັດສະຈັນ? ເຮົາບອກພວກເຈົ້າວ່າ ຈະບໍ່ໂຜດໝາຍສຳຄັນໃຫ້ຄົນສະໄໝນີ້ໄດ້ເຫັນ.” |
|
| 13 |
|
| ພຣະອົງຈຶ່ງຈາກພວກເຂົາກັບໄປຂຶ້ນເຮືອ ແລ້ວຂ້າມທະເລສາບໄປຟາກອື່ນອີກ. |
|
| 14 |
|
| ພວກສາວົກລືມເອົາເຂົ້າຈີ່ມານຳ ແລະພວກເພິ່ນມີເຂົ້າຈີ່ແຕ່ກ້ອນດຽວເທົ່ານັ້ນຢູ່ໃນເຮືອ. |
|
| 15 |
|
| ພຣະອົງໄດ້ເຕືອນພວກເພິ່ນວ່າ, “ຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະຂອງເຮໂຣດໃຫ້ດີ.” |
|
| 16 |
|
| ສາວົກເວົ້າກັນໃນພວກເພິ່ນເອງວ່າ, “ທີ່ເພິ່ນເວົ້າຢ່າງນີ້ຍ້ອນພວກເຮົາບໍ່ມີເຂົ້າຈີ່.” |
|
| 17 |
|
| ພຣະເຢຊູເຈົ້າຮູ້ເລື່ອງພວກເພິ່ນເວົ້າເຊັ່ນນັ້ນ ຈຶ່ງຖາມວ່າ, “ດ້ວຍເຫດໃດ ພວກເຈົ້າຈຶ່ງເວົ້າກັນເຖິງເລື່ອງບໍ່ມີເຂົ້າຈີ່? ພວກເຈົ້າຍັງບໍ່ເຂົ້າໃຈບໍ? ໃຈຂອງພວກເຈົ້າຍັງປຶກຕັນຢູ່ຫລື? |
|
| 18 |
|
| ພວກເຈົ້າມີຕາແລ້ວເບິ່ງບໍ່ເຫັນບໍ? ພວກເຈົ້າມີຫູແລ້ວຟັງບໍ່ໄດ້ຍິນບໍ? ພວກເຈົ້າຈື່ໄດ້ບໍວ່າ, |
|
| 19 |
|
| ເມື່ອເຮົາຫັກເຂົ້າຈີ່ຫ້າກ້ອນລ້ຽງຫ້າພັນຄົນນັ້ນ ພວກເຈົ້າເກັບສ່ວນທີ່ເຫຼືອນັ້ນໄດ້ເຕັມຈັກກະບຸງ?” ພວກເພິ່ນຕອບວ່າ, “ສິບສອງກະບຸງ”. |
|
| 20 |
|
| “ແລະ ເມື່ອເຮົາຫັກເຂົ້າຈີ່ເຈັດກ້ອນລ້ຽງສີ່ພັນຄົນນັ້ນ ພວກເຈົ້າເກັບສ່ວນທີ່ເຫຼືອໄດ້ຈັກກະບຸງ?” ພວກເພິ່ນຕອບວ່າ, “ເຈັດກະບຸງ”. |
|
| 21 |
|
| ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈຢູ່ບໍ?” |
|
| 22 |
|
| ແລ້ວພຣະເຢຊູເຈົ້າກັບພວກສາວົກກໍເຂົ້າໄປເບັດສາອີດາ ຊາວເມືອງນັ້ນໄດ້ພາຄົນຕາບອດຜູ້ໜຶ່ງມາຫາພຣະເຢຊູເຈົ້າ ແລະຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ. |
|
| 23 |
|
| ພຣະເຢຊູເຈົ້າຈູງຄົນຕາບອດອອກໄປນອກ, ເມື່ອຖົ່ມນໍ້າລາຍໃສ່ຕາຄົນນີ້ແລ້ວພຣະອົງກໍວາງມືໃສ່ລາວ ແລະຖາມວ່າ, “ເຈົ້າເຫັນຫຍັງແດ່ບໍ?” |
|
| 24 |
|
| ຊາຍຄົນນີ້ເງີຍໜ້າຂຶ້ນເບິ່ງ ແລະຕອບວ່າ, “ຂ້ານ້ອຍເຫັນຄົນ ແຕ່ເບິ່ງຄືຕົ້ນໄມ້ຍ່າງໄປມາໄດ້.” |
|
| 25 |
|
| ພຣະເຢຊູເຈົ້າວາງມືໃສ່ຕາຊາຍຄົນນີ້ອີກ ເທື່ອນີ້ລາວມືນຕາເຕັມໜ່ວຍ ແລະສາຍຕາຂອງລາວກໍດີເປັນປົກກະຕິ ຈຶ່ງເຫັນທຸກຢ່າງໄດ້ຈະແຈ້ງດີ. |
|
| 26 |
|
| ແລ້ວພຣະເຢຊູເຈົ້າກໍບອກລາວກັບເມືອ ພ້ອມທັງສັ່ງວ່າ, “ຢ່າເຂົ້າໄປໃນເມືອງເດີ.” |
|
| 27 |
|
| ຕໍ່ມາ ພຣະເຢຊູເຈົ້າກັບພວກສາວົກ ໄດ້ໄປທີ່ໝູ່ບ້ານໃກ້ເຂດເມືອງກາຍຊາເຣຍຟີລິບປອຍ, ເມື່ອເດີນທາງໄປນັ້ນ ພຣະອົງໄດ້ຖາມພວກເພິ່ນວ່າ, “ຄົນທັງຫລາຍເວົ້າກັນວ່າ ເຮົາເປັນຜູ້ໃດ?” |
|
| 28 |
|
| ພວກສາວົກຈຶ່ງຕອບວ່າ, “ບາງຄົນເວົ້າວ່າທ່ານແມ່ນໂຢຮັນບັບຕິສະໂຕ ແຕ່ຄົນອື່ນເວົ້າວ່າທ່ານແມ່ນເອລີຢາ ສ່ວນຄົນອື່ນອີກເວົ້າວ່າ ທ່ານເປັນຜູ້ໜຶ່ງໃນບັນດາຜູ້ທຳນວາຍ.” |
|
| 29 |
|
| ພຣະອົງຖາມພວກເພິ່ນວ່າ, “ແລ້ວພວກເຈົ້າເດວ່າ ເຮົາເປັນຜູ້ໃດ?” ເປໂຕຕອບວ່າ, “ທ່ານເປັນພຣະຄຣິດ.” |
|
| 30 |
|
| ແລ້ວພຣະເຢຊູເຈົ້າກໍສັ່ງຫ້າມພວກສາວົກ ບໍ່ໃຫ້ບອກຜູ້ໃດເດັດຂາດກ່ຽວກັບເລື່ອງຂອງພຣະອົງ. |
|
| 31 |
|
| ແລ້ວພຣະເຢຊູເຈົ້າກໍໄດ້ຕັ້ງຕົ້ນສັ່ງສອນພວກສາວົກ ໃນສິ່ງທີ່ຈະເກີດຂຶ້ນກັບພຣະອົງວ່າ, “ບຸດມະນຸດຈະຕ້ອງຖືກທົນທຸກທໍລະມານຫລາຍປະການ, ພວກເຖົ້າແກ່ ພວກຫົວໜ້າປະໂຣຫິດ ແລະພວກທຳມະຈານຈະບໍ່ຍອມຮັບເພິ່ນ ແລະຈະຂ້າເພິ່ນເສຍ, ແຕ່ໃນວັນຖ້ວນສາມເພິ່ນຈະຖືກບັນດານໃຫ້ເປັນຄືນມາ.” |
|
| 32 |
|
| ພຣະອົງໄດ້ກ່າວເລື່ອງນີ້ສູ່ພວກເພິ່ນຟັງຢ່າງຈະແຈ້ງ. ດັ່ງນັ້ນ ເປໂຕຈຶ່ງພາພຣະອົງຫລີກໄປຕ່າງຫາກ ແລະເລີ່ມຕໍ່ວ່າຕໍ່ຂານພຣະອົງບໍ່ໃຫ້ເວົ້າເລື່ອງນີ້. |
|
| 33 |
|
| ແຕ່ພຣະເຢຊູເຈົ້າຫັນໜ້າມາເບິ່ງພວກສາວົກ ແລະຕຳໜິເປໂຕວ່າ, “ຈົ່ງຖອຍໜີຈາກເຮົາສາ ອ້າຍມານຊາຕານ! ເພາະເຈົ້າບໍ່ໄດ້ຄິດຢ່າງພຣະເຈົ້າ ແຕ່ຄິດຢ່າງມະນຸດ.” |
|
| 34 |
|
| ແລ້ວພຣະເຢຊູເຈົ້າກໍເອີ້ນປະຊາຊົນກັບພວກສາວົກມາ ແລະກ່າວວ່າ, “ຖ້າຜູ້ໃດຜູ້ໜຶ່ງ ຢາກຕາມເຮົາມາ ຜູ້ນັ້ນຕ້ອງຕັດສິດຂອງຕົນເສຍ ແລະຮັບແບກໄມ້ກາງແຂນຂອງຕົນ ແລະຕາມເຮົາມາ. |
|
| 35 |
|
| ເພາະຜູ້ໃດທີ່ຢາກຊ່ວຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນກໍຈະເສຍຊີວິດ, ແຕ່ຜູ້ໃດທີ່ສະລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ແລະແກ່ຂ່າວປະເສີດ ຜູ້ນັ້ນກໍຈະຖືກຊ່ວຍຊີວິດໃຫ້ພົ້ນໄດ້. |
|
| 36 |
|
| ເພາະຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ເສຍຊີວິດນິຣັນດອນຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ? |
|
| 37 |
|
| ບໍ່ມີສິ່ງໃດທີ່ມະນຸດນຳມາແລກເອົາຊີວິດນິຣັນດອນຂອງຕົນຄືນໄດ້. |
|
| 38 |
|
| ຖ້າຜູ້ໃດມີຄວາມລະອາຍໃນເລື່ອງເຮົາ ແລະໃນເລື່ອງຖ້ອຍຄຳຂອງເຮົາໃນທ່າມກາງຊົນຊາດນີ້ ແລະໃນທ່າມກາງຄົນທີ່ຫຼີ້ນຊູ້ ແລະຄົນທີ່ມີບາບກຳ ບຸດມະນຸດກໍຈະມີຄວາມລະອາຍໃນເລື່ອງຄົນນັ້ນ ເມື່ອພຣະອົງມາປາກົດໃນສະຫງ່າຣາສີແຫ່ງພຣະບິດາເຈົ້າ ແລະພ້ອມດ້ວຍຝູງເທວະດາຕົນບໍຣິສຸດ.” |
|
|
|
|