|
| 1 |
|
| ພຣະອົງຍັງກ່າວແກ່ພວກເພິ່ນອີກວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ‘ໃນພວກຄົນທີ່ຢືນຢູ່ທີ່ນີ້ ຈະບໍ່ຮູ້ຣົດຄວາມຕາຍ ຈົນກວ່າຈະໄດ້ເຫັນຣາຊອານາຈັກຂອງພຣະເຈົ້າມາຕັ້ງຢູ່ດ້ວຍຣິດອຳນາດ.”’ |
|
| 2 |
|
| ຫົກວັນຕໍ່ມາ ພຣະເຢຊູເຈົ້າໄດ້ພາເປໂຕ, ຢາໂກໂບ ແລະ ໂຢຮັນຂຶ້ນໄປເທິງພູເຂົາສູງໜ່ວຍໜຶ່ງ ແລະຢູ່ໃນທີ່ນັ້ນສະເພາະແຕ່ສາວົກກັບພຣະອົງ, ພວກເພິ່ນເຫັນຮ່າງກາຍຂອງພຣະເຢຊູເຈົ້າປ່ຽນແປງໄປຕໍ່ໜ້າພວກເພິ່ນ |
|
| 3 |
|
| ແລະ ເຄື່ອງນຸ່ງຂອງພຣະອົງກໍເກີດຮຸ່ງເຮືອງຂາວເຫຼື້ອມໃສ ຈົນບໍ່ມີຜູ້ໃດໃນໂລກນີ້ຊັກໃຫ້ຂາວເຊັ່ນນັ້ນໄດ້. |
|
| 4 |
|
| ແລ້ວເອລີຢາ ແລະ ໂມເຊກໍປາກົດແກ່ສາວົກພວກນັ້ນ ກຳລັງເວົ້າກັນຢູ່ກັບພຣະເຢຊູເຈົ້າ. |
|
| 5 |
|
| ດັ່ງນັ້ນ ເປໂຕຈຶ່ງເວົ້າກັບພຣະເຢຊູເຈົ້າວ່າ, “ພຣະອາຈານເອີຍ ຊ່າງເປັນການດີແທ້ໆທີ່ພວກຂ້ານ້ອຍຢູ່ບ່ອນນີ້, ໂຜດໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນ ຫລັງໜຶ່ງສຳລັບທ່ານ, ຫລັງໜຶ່ງສຳລັບໂມເຊ ແລະຫລັງໜຶ່ງສຳລັບເອລີຢາ.” |
|
| 6 |
|
| ເປໂຕກັບສາວົກຄົນອື່ນໆຢ້ານຈົນຕົວສັ່ນ ທີ່ລາວເວົ້າເຊັ່ນນັ້ນ ເພາະບໍ່ຮູ້ວ່າຈະເວົ້າຢ່າງໃດ. |
|
| 7 |
|
| ແລ້ວກໍມີກ້ອນເມກລອຍມາເປັນເງົາປົກຫຸ້ມພວກເພິ່ນໄວ້ ແລະມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ແຫຼະ, ເປັນບຸດທີ່ຮັກຂອງເຮົາ ພວກເຈົ້າຈົ່ງເຊື່ອຟັງເພິ່ນ.” |
|
| 8 |
|
| ໃນທັນໃດນັ້ນ ພໍພວກສາວົກຫລຽວເບິ່ງລອບໆຕົວກໍບໍ່ເຫັນຜູ້ໃດ ນອກຈາກພຣະເຢຊູເຈົ້າເທົ່ານັ້ນທີ່ຢູ່ກັບພວກເພິ່ນ. |
|
| 9 |
|
| ຂະນະທີ່ລົງມາແຕ່ພູນັ້ນ ພຣະເຢຊູເຈົ້າກໍສັ່ງຫ້າມພວກເພິ່ນວ່າ, “ຢ່າບອກສິ່ງທີ່ພວກເຈົ້າໄດ້ເຫັນນີ້ແກ່ຜູ້ໃດ ຈົນກວ່າບຸດມະນຸດໄດ້ເປັນຄືນມາຈາກຕາຍ.” |
|
| 10 |
|
| ພວກສາວົກທັງສາມໄດ້ຖືຮັກສາຂໍ້ຄຳສັ່ງນັ້ນ, ແຕ່ກໍປຶກສາຫາລືກັນໃນພວກເພິ່ນເອງວ່າ, “ການເປັນຄືນມາຈາກຕາຍນັ້ນໝາຍຄວາມວ່າແນວໃດ?” |
|
| 11 |
|
| ພວກເພິ່ນຈຶ່ງຖາມພຣະເຢຊູເຈົ້າວ່າ, “ດ້ວຍເຫດໃດ ພວກທຳມະຈານຈຶ່ງເວົ້າວ່າ ເອລີຢາຈະຕ້ອງມາກ່ອນ?” |
|
| 12 |
|
| ພຣະອົງຕອບພວກເພິ່ນວ່າ, “ຈິງຢູ່ ເອລີຢາຕ້ອງມາກ່ອນ ເພື່ອຈັດແຈງທຸກສິ່ງຄືນສູ່ສະພາບເດີມ ແລະເປັນດ້ວຍເຫດໃດພຣະທຳພຣະເຈົ້າ ຂຽນໄວ້ວ່າ ບຸດມະນຸດຈະຖືກທົນທຸກທໍລະມານຢ່າງໜັກໜ່ວງຫລາຍປະການ ແລະເພິ່ນຈະຖືກປະຖິ້ມ ແລະຖືກໝິ່ນປະໝາດ? |
|
| 13 |
|
| ແຕ່ເຮົາບອກພວກເຈົ້າວ່າ ເອລີຢາໄດ້ມາແລ້ວ ແລະຄົນທັງຫລາຍໄດ້ເຮັດກັບເພິ່ນຕາມໃຈມັກ ດັ່ງທີ່ມີຄຳຂຽນໄວ້ເຖິງເພິ່ນໃນພຣະຄຳພີ.” |
|
| 14 |
|
| ເມື່ອພຣະເຢຊູເຈົ້າ ແລະສາວົກສາມຄົນກັບມາຮອດບ່ອນທີ່ສາວົກຄົນອື່ນໆຢູ່ນັ້ນ ກໍເຫັນຄົນໝູ່ໃຫຍ່ອ້ອມພວກເຂົາ ແລະມີພວກທຳມະຈານກຳລັງໂຕ້ຖຽງກັບພວກເຂົາຢູ່. |
|
| 15 |
|
| ເມື່ອປະຊາຊົນເຫັນພຣະເຢຊູເຈົ້າ ພວກເຂົາກໍປະຫລາດໃຈຢ່າງບໍ່ຄາດຄິດມາກ່ອນ ແລະພາກັນຟ້າວໄປຄຳນັບພຣະອົງ. |
|
| 16 |
|
| ພຣະເຢຊູເຈົ້າຖາມພວກສາວົກຂອງພຣະອົງວ່າ, “ພວກເຈົ້າກຳລັງໂຕ້ຖຽງກັນເຖິງເລື່ອງຫຍັງ?” |
|
| 17 |
|
| ຊາຍຜູ້ໜຶ່ງໃນໝູ່ປະຊາຊົນນັ້ນຕອບວ່າ, “ອາຈານເອີຍ ຂ້ານ້ອຍໄດ້ນຳລູກຊາຍຂອງຂ້ານ້ອຍມາຫາທ່ານ ເພາະຜີປາກກືກສິງລາວຈົນລາວປາກບໍ່ໄດ້. |
|
| 18 |
|
| ເມື່ອມັນເຂົ້າສິງລາວເທື່ອໃດ ມັນກໍເຮັດໃຫ້ລາວລົ້ມຊັກດິ້ນເທື່ອນັ້ນ ແລະມີນໍ້າລາຍຟູມປາກທັງຂົບແຂ້ວ ແລະຕົວແຂງໄປໝົດທັງຮ່າງກາຍ ຂ້ານ້ອຍຂໍໃຫ້ພວກສາວົກຂອງທ່ານຂັບໄລ່ຜີຮ້າຍນັ້ນອອກ ແຕ່ພວກເພິ່ນເຮັດບໍ່ໄດ້.” |
|
| 19 |
|
| ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ, “ໂອ ພວກເຈົ້າຄົນທີ່ຂາດຄວາມເຊື່ອເອີຍ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກເຫິງປານໃດ? ຈົ່ງພາເດັກນ້ອຍມາຫາເຮົາເບິ່ງດູ.” |
|
| 20 |
|
| ພວກເຂົາກໍໄດ້ພາເດັກນ້ອຍມາຫາພຣະອົງ. ພໍຜີຮ້າຍທີ່ສິງຢູ່ໃນຕົວເດັກນ້ອຍໄດ້ເຫັນພຣະເຢຊູເຈົ້າ ທັນໃດນັ້ນ ມັນກໍເຮັດໃຫ້ເດັກນ້ອຍນັ້ນຊັກດິ້ນລົ້ມລົງກັບພື້ນດິນ, ກິ້ງເກືອກໄປມາ ນໍ້າລາຍຟູມປາກ. |
|
| 21 |
|
| ພຣະເຢຊູເຈົ້າໄດ້ຖາມພໍ່ຂອງເດັກນ້ອຍວ່າ, “ລູກຂອງເຈົ້າເປັນແນວນີ້ມາໄດ້ດົນປານໃດແລ້ວ?” ລາວຕອບວ່າ, “ເປັນມາຕັ້ງແຕ່ນ້ອຍພຸ້ນ |
|
| 22 |
|
| ຫລາຍເທື່ອແລ້ວ ທີ່ຜີຊົ່ວຮ້າຍພະຍາຍາມຂ້າລູກຂອງຂ້ານ້ອຍ ໂດຍຊຸກລາວໃສ່ໄຟ ແລະຊຸກລາວໃຫ້ຕົກນໍ້າ, ແຕ່ຖ້າທ່ານສາມາດຊ່ວຍໄດ້ຂໍໂຜດສົງສານຂ້ານ້ອຍແດ່ທ້ອນ.” |
|
| 23 |
|
| ພຣະເຢຊູເຈົ້າກ່າວຕອບວ່າ, “ຖ້າສາມາດຊ່ວຍໄດ້ ຢາກເວົ້າຢ່າງນັ້ນບໍ? ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ.” |
|
| 24 |
|
| ໃນທັນໃດນັ້ນ ພໍ່ຂອງເດັກນ້ອຍນັ້ນໄດ້ຮ້ອງໄຫ້ທັງນໍ້າຕາໄຫລ ກ່າວວ່າ, “ໂຜດຊ່ວຍຂ້ານ້ອຍໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ.” |
|
| 25 |
|
| ເມື່ອພຣະເຢຊູເຈົ້າເຫັນໝູ່ປະຊາຊົນກຳລັງບຸບຽດກັນເຂົ້າມາໃກ້ ພຣະອົງຈຶ່ງສັ່ງຜີຊົ່ວຮ້າຍນັ້ນວ່າ, “ບັກຜີປາກກືກ ຫູໜວກ ກູສັ່ງມຶງອອກຈາກເດັກນ້ອຍ ແລະຢ່າກັບເຂົ້າມາອີກຈັກເທື່ອ.” |
|
| 26 |
|
| ຜີຮ້າຍນັ້ນຮ້ອງແຜດສຽງຂຶ້ນ ມັນເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງ ຈົນເຕັມກຳລັງແລ້ວກໍອອກໜີໄປ ເດັກນັ້ນກາຍເປັນເໝືອນຄົນຕາຍ ຈົນຫລາຍຄົນເວົ້າອອກມາວ່າ, “ມັນຕາຍແລ້ວ.” |
|
| 27 |
|
| ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍແລະດຶງໃຫ້ລຸກຂຶ້ນ ແລ້ວເດັກນັ້ນກໍລຸກຢືນຂຶ້ນ. |
|
| 28 |
|
| ຫລັງຈາກທີ່ພຣະເຢຊູເຈົ້າເຂົ້າໄປໃນເຮືອນແລ້ວ ພວກສາວົກຂອງພຣະອົງກໍຖາມພຣະອົງເປັນທາງສ່ວນຕົວວ່າ, “ເຫດສັນໃດພວກຂ້ານ້ອຍຈຶ່ງຂັບໄລ່ມັນອອກບໍ່ໄດ້?” |
|
| 29 |
|
| ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ຜີຮ້າຍແນວນີ້ຈະຂັບໄລ່ອອກດ້ວຍວິທີອື່ນບໍ່ໄດ້ ເວັ້ນໄວ້ແຕ່ດ້ວຍການພາວັນນາອະທິຖານເທົ່ານັ້ນ.” |
|
| 30 |
|
| ພຣະເຢຊູເຈົ້າ ແລະພວກສາວົກໄດ້ຈາກທີ່ນັ້ນ ຜ່ານແຂວງຄາລີເລໄປ ພຣະເຢຊູເຈົ້າບໍ່ຢາກໃຫ້ຜູ້ໃດຮູ້ວ່າ ພຣະອົງຢູ່ທີ່ໃດ |
|
| 31 |
|
| ເພາະພຣະອົງກຳລັງສັ່ງສອນພວກສາວົກຢູ່ ພຣະອົງກ່າວແກ່ພວກເພິ່ນວ່າ, “ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງຄົນທັງຫລາຍ ແລະເຂົາຈະຂ້າເພິ່ນ, ແຕ່ຫລັງຈາກຖືກຂ້າແລ້ວໄດ້ສາມວັນ ເພິ່ນຈະຖືກບັນດານໃຫ້ເປັນຄືນມາສູ່ຊີວິດ.” |
|
| 32 |
|
| ພວກສາວົກບໍ່ເຂົ້າໃຈຄວາມໝາຍຂອງຖ້ອຍຄຳເຫຼົ່ານີ້ ແລະ ພວກເພິ່ນກໍບໍ່ກ້າຈະຖາມພຣະອົງ. |
|
| 33 |
|
| ພຣະເຢຊູເຈົ້າກັບພວກສາວົກໄດ້ມາຮອດເມືອງກາເປນາອູມ ເມື່ອເຂົ້າໄປໃນເຮືອນແລ້ວ ພຣະອົງກໍຖາມພວກສາວົກຂອງພຣະອົງວ່າ, “ເມື່ອມາຕາມທາງນັ້ນ ພວກເຈົ້າໄດ້ຖົກຖຽງກັນເຖິງເລື່ອງຫຍັງ?” |
|
| 34 |
|
| ພວກເພິ່ນມິດຢູ່ ເພາະເມື່ອມາຕາມທາງນັ້ນ ພວກເພິ່ນໄດ້ຖົກຖຽງກັນວ່າ ຜູ້ໃດຈະເປັນໃຫຍ່ທີ່ສຸດໃນທ່າມກາງພວກເພິ່ນ. |
|
| 35 |
|
| ສະນັ້ນ ພຣະເຢຊູເຈົ້າຈຶ່ງນັ່ງລົງ ແລະເອີ້ນພວກສາວົກສິບສອງຄົນມາ ພຣະອົງກ່າວແກ່ພວກເພິ່ນວ່າ, “ຖ້າຜູ້ໃດທີ່ຢາກເປັນຜູ້ຕົ້ນ ກໍໃຫ້ຜູ້ນັ້ນເປັນຜູ້ປາຍ ແລະເປັນຜູ້ຮັບໃຊ້ຄົນທັງປວງ.” |
|
| 36 |
|
| ແລ້ວພຣະອົງກໍເອົາເດັກນ້ອຍຜູ້ໜຶ່ງມາ ຢືນຢູ່ຕໍ່ໜ້າພວກເພິ່ນ ແລ້ວກໍອຸ້ມເອົາເດັກນ້ອຍນັ້ນ ແລະກ່າວແກ່ພວກສາວົກວ່າ, |
|
| 37 |
|
| “ຖ້າຜູ້ໃດກໍຕາມ ທີ່ຕ້ອນຮັບເດັກນ້ອຍຄົນໜຶ່ງຢ່າງນີ້ ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ ແລະຜູ້ໃດທີ່ຕ້ອນຮັບເຮົາ ຜູ້ນັ້ນກໍບໍ່ໄດ້ຕ້ອນຮັບເຮົາເທົ່ານັ້ນ ແຕ່ຍັງຕ້ອນຮັບພຣະອົງ ຜູ້ທີ່ໄດ້ໃຊ້ເຮົາມາເໝືອນກັນ.” |
|
| 38 |
|
| ໂຢຮັນເວົ້າກັບພຣະເຢຊູເຈົ້າວ່າ, “ອາຈານເອີຍ ພວກຂ້ານ້ອຍໄດ້ເຫັນຊາຍຄົນໜຶ່ງ ຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະພວກຂ້ານ້ອຍບອກໃຫ້ເຊົາ ເພາະເຂົາບໍ່ເປັນຝ່າຍຂອງພວກເຮົາ.” |
|
| 39 |
|
| ພຣະເຢຊູເຈົ້າໄດ້ຕອບວ່າ, “ຢ່າຫ້າມເຂົາເທາະ ເພາະວ່າບໍ່ມີຜູ້ໃດທີ່ກະທຳການອັດສະຈັນໃນນາມຂອງເຮົາ ແລະພາຍຫລັງມາຈະກັບມາເວົ້າໝິ່ນປະໝາດເຮົາ. |
|
| 40 |
|
| ດ້ວຍວ່າ, ຜູ້ໃດທີ່ບໍ່ຕໍ່ສູ້ພວກເຮົາກໍເປັນຝ່າຍພວກເຮົາ. |
|
| 41 |
|
| ເຮົາບອກເຈົ້າຕາມຄວາມຈິງວ່າ ຜູ້ໃດທີ່ເອົານໍ້າຈອກໜຶ່ງໃຫ້ພວກເຈົ້າດື່ມ ເພາະເປັນຝ່າຍເຮົາ ຜູ້ນັ້ນກໍຈະບໍ່ຂາດບຳເໜັດຂອງຕົນ.” |
|
| 42 |
|
| “ຖ້າຜູ້ໃດເປັນເຫດພາໃຫ້ເດັກນ້ອຍຄົນໜຶ່ງ ໃນບັນດາເດັກນ້ອຍເຫຼົ່ານີ້ ທີ່ເຊື່ອໃນເຮົາຕົກໃນບາບ ກໍໃຫ້ເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ ແລະຖິ້ມເຂົາລົງໃນທະເລເລິກເສຍກໍດີກວ່າ. |
|
| 43 |
|
| ຖ້າມືຂອງເຈົ້າ ເປັນຕົ້ນເຫດພາໃຫ້ຫລົງເຮັດບາບ ກໍໃຫ້ຕັດມືນັ້ນອອກ ແລະໂຍນຖິ້ມເສຍ ທີ່ຈະເຂົ້າສູ່ຊີວິດດ້ວຍມືເບື້ອງດຽວ ກໍດີກວ່າມີມືສອງເບື້ອງ ແຕ່ຕ້ອງຕົກນະຣົກຢູ່ໃນໄຟ ຊຶ່ງມອດບໍ່ເປັນຈັກເທື່ອ. [ |
|
| 44 |
|
| ຢູ່ໃນບ່ອນນັ້ນ ໂຕໜອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ] |
|
| 45 |
|
| ຖ້າຕີນຂອງເຈົ້າ ເປັນຕົ້ນເຫດພາໃຫ້ເຮັດບາບ ກໍໃຫ້ຕັດຕີນນັ້ນອອກຖິ້ມເສຍ ທີ່ຈະເຂົ້າສູ່ຊີວິດດ້ວຍຕີນກຸດເບື້ອງໜຶ່ງ ກໍດີກວ່າມີຕີນສອງເບື້ອງ ແຕ່ຕ້ອງຖືກໂຍນຖິ້ມລົງໃນໄຟນະຣົກ. [ |
|
| 46 |
|
| ຢູ່ໃນບ່ອນນັ້ນ ໂຕໜອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ] |
|
| 47 |
|
| ຖ້າຕາຂອງເຈົ້າ ເປັນຕົ້ນເຫດພາໃຫ້ເຮັດບາບ ກໍໃຫ້ຄວັດຕານັ້ນອອກຖິ້ມເສຍ ທີ່ຈະເຂົ້າໃນຣາຊອານາຈັກຂອງພຣະເຈົ້າດ້ວຍຕາເບື້ອງດຽວ ກໍດີກວ່າມີຕາສອງເບື້ອງ ແຕ່ຕ້ອງຖືກຖິ້ມລົງໃນໄຟນະຣົກ. |
|
| 48 |
|
| ໃນບ່ອນນັ້ນ ‘ໂຕໜອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ.’ |
|
| 49 |
|
| ດ້ວຍວ່າ, ທຸກຄົນຈະຕ້ອງຖືກເອືອບດ້ວຍເກືອແລ້ວຊຳລະດ້ວຍໄຟ. |
|
| 50 |
|
| ເກືອເປັນຂອງດີ ແຕ່ຖ້າເກືອໝົດຣົດເຄັມແລ້ວຈະກັບເຮັດໃຫ້ເຄັມອີກໄດ້ຢ່າງໃດ? ເຈົ້າທັງຫລາຍຈົ່ງມີເກືອໃນຕົວ ແລະຈົ່ງຖືກຕ້ອງປອງດອງກັນເທີ້ນ.” |
|
|
|
|