|
| 1 |
|
| ໃນຂະນະນັ້ນ ມີບາງຄົນໃນທີ່ນັ້ນ ໄດ້ເລົ່າສູ່ພຣະເຢຊູເຈົ້າຟັງ ເຖິງເລື່ອງຊາວຄາລີເລທີ່ຖືກປີລາດຂ້າ ເອົາເລືອດຂອງເຂົາປົນກັບເຄື່ອງຖວາຍບູຊາແກ່ພຣະເຈົ້າ. |
|
| 2 |
|
| ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພວກເຈົ້າຄິດວ່າ ຊາວຄາລີເລເຫຼົ່ານັ້ນ ເປັນຄົນບາບຫລາຍກວ່າຊາວຄາລີເລພວກອື່ນໆທັງໝົດ ເພາະພວກເຂົາໄດ້ຖືກຂ້າຢ່າງໂຫດຮ້າຍເຊັ່ນນັ້ນບໍ? |
|
| 3 |
|
| ບໍ່ແມ່ນດອກ ເຮົາບອກເຈົ້າທັງຫລາຍວ່າ ຖ້າພວກເຈົ້າບໍ່ຖິ້ມໃຈເກົ່າເອົາໃຈໃໝ່ ພວກເຈົ້າກໍຈະຈິບຫາຍໄປເໝືອນກັນ. |
|
| 4 |
|
| ທັງພວກສິບແປດຄົນໃນສີໂລອາມ ທີ່ປ້ອມເຈື່ອນທັບຕາຍນັ້ນເດ? ພວກເຈົ້າກໍຄິດວ່າ ພວກເຂົາເປັນຄົນເຮັດຜິດຫລາຍກວ່າປະຊາຊົນອື່ນໆທັງໝົດ ທີ່ຢູ່ໃນນະຄອນເຢຣູຊາເລັມຊັ້ນບໍ? |
|
| 5 |
|
| ບໍ່ແມ່ນດອກ ເຮົາບອກພວກເຈົ້າວ່າ ຖ້າພວກເຈົ້າທັງໝົດບໍ່ຖິ້ມໃຈເກົ່າເອົາໃຈໃໝ່ ພວກເຈົ້າກໍຈະຈິບຫາຍໄປເໝືອນກັນ.” |
|
| 6 |
|
| ແລ້ວພຣະເຢຊູເຈົ້າກໍໄດ້ກ່າວຄຳອຸປະມານີ້ສູ່ພວກເຂົາຟັງວ່າ, “ຍັງມີຊາຍຄົນໜຶ່ງ ທີ່ມີຕົ້ນເດື່ອເທດຕົ້ນໜຶ່ງ ໃນສວນອະງຸ່ນຂອງຕົນ, ລາວໄປຊອກຫາໝາກເດື່ອໃນຕົ້ນນັ້ນ ກໍບໍ່ພົບເຫັນເລີຍ. |
|
| 7 |
|
| ດັ່ງນັ້ນ ລາວຈຶ່ງເວົ້າກັບຄົນຮັກສາສວນວ່າ, ‘ເບິ່ງແມ! ເປັນເວລາສາມປີແລ້ວ ທີ່ຂ້ອຍມາຊອກຫາໝາກເດື່ອໃນຕົ້ນນີ້ ແລະຂ້ອຍກໍບໍ່ພົບເຫັນເລີຍ ຈົ່ງປໍ້າມັນຖິ້ມເສຍ ຈະເອົາໄວ້ໃຫ້ຮົກດິນລ້າໆເຮັດຫຍັງ?’ |
|
| 8 |
|
| ແຕ່ຄົນຮັກສາສວນນັ້ນຕອບວ່າ, ‘ທ່ານເອີຍ ຂໍປະໄວ້ປີນີ້ກ່ອນ ຂ້ານ້ອຍຈະຂຸດດິນອ້ອມ ແລະເອົາຝຸ່ນໃສ່. |
|
| 9 |
|
| ປີໜ້າ ຖ້າມັນເກີດໝາກກໍຈະເປັນການດີຫລາຍ ຖ້າບໍ່ເກີດໝາກ ທ່ານຈົ່ງປໍ້າມັນຖິ້ມເສຍ.”’ |
|
| 10 |
|
| ໃນວັນຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າກຳລັງສັ່ງສອນຢູ່ໃນທຳມະສາລາແຫ່ງໜຶ່ງ. |
|
| 11 |
|
| ໃນທີ່ນັ້ນ ມີຍິງຄົນໜຶ່ງທີ່ຜີຊົ່ວຮ້າຍເຂົ້າສິງ ມັນເຮັດໃຫ້ນາງເຈັບໂຊມາໄດ້ສິບແປດປີແລ້ວ ນາງເປັນຫລັງກົ່ງແລະຢືນຊື່ບໍ່ໄດ້. |
|
| 12 |
|
| ເມື່ອພຣະເຢຊູເຈົ້າເຫັນຈຶ່ງເອີ້ນນາງມາ ແລະກ່າວວ່າ, “ນາງເອີຍ ເຈົ້າພົ້ນຈາກພະຍາດໂຣຄາຂອງເຈົ້າແລ້ວ.” |
|
| 13 |
|
| ພຣະອົງວາງມືໃສ່ນາງ ໃນທັນໃດນັ້ນ ນາງກໍຢືນຊື່ໄດ້ ແລະນາງຈຶ່ງກ່າວສັນລະເສີນພຣະເຈົ້າ. |
|
| 14 |
|
| ແຕ່ຫົວໜ້າທຳມະສາລາຊໍ້າພັດເຄືອງໃຈ ທີ່ພຣະເຢຊູເຈົ້າຊົງໂຜດຮັກສາໃຫ້ດີພະຍາດໃນວັນຊະບາໂຕ. ດັ່ງນັ້ນ ເພິ່ນຈຶ່ງກ່າວແກ່ປະຊາຊົນວ່າ, “ມີຫົກວັນທີ່ພວກເຮົາຄວນເຮັດວຽກງານ ຈົ່ງມາຮັບການຮັກສາໃນຫົກວັນນັ້ນ ແຕ່ຢ່າມາໃນວັນຊະບາໂຕ.” |
|
| 15 |
|
| ແລ້ວອົງພຣະຜູ້ເປັນເຈົ້າຊົງຕອບເພິ່ນວ່າ, “ພວກເຈົ້າ ຄົນໜ້າຊື່ໃຈຄົດເອີຍ ພວກເຈົ້າແຕ່ລະຄົນບໍ່ເຄີຍແກ້ງົວ ຫລືລໍຂອງຕົນ ແລະຈູງອອກຈາກຄອກໄປກິນນໍ້າໃນວັນຊະບາໂຕບໍ? |
|
| 16 |
|
| ສ່ວນຍິງຄົນນີ້ ກໍເປັນລູກຫລານຂອງອັບຣາຮາມ ທີ່ມານຊາຕານຜູກມັດໄວ້ເປັນເວລາສິບແປດປີແລ້ວ ບໍ່ສົມຄວນບໍ ທີ່ຕ້ອງແກ້ນາງໃຫ້ຫລຸດຈາກເຄື່ອງຜູກມັດນີ້ ໃນວັນຊະບາໂຕ?” |
|
| 17 |
|
| ຄຳຕອບຂອງພຣະອົງ ເຮັດໃຫ້ພວກທີ່ຕໍ່ສູ້ພຣະອົງອັບອາຍຂາຍໜ້າຫລາຍ ສ່ວນປະຊາຊົນຕ່າງກໍຊົມຊື່ນຍິນດີ ເພາະສິ່ງອັດສະຈັນທັງຫລາຍທີ່ພຣະອົງໄດ້ກະທຳ. |
|
| 18 |
|
| ແລ້ວພຣະເຢຊູເຈົ້າກໍຖາມວ່າ, “ຣາຊອານາຈັກຂອງພຣະເຈົ້າເໝືອນກັບສິ່ງໃດ? ແລະເຮົາຈະປຽບຣາຊອານາຈັກນັ້ນໃສ່ກັບສິ່ງໃດ? |
|
| 19 |
|
| ກໍເໝືອນກັບແກ່ນຜັກກາດເມັດໜຶ່ງ ຊຶ່ງຊາຍຄົນໜຶ່ງເອົາໄປຫວ່ານໃນສວນຂອງຕົນ ພືດນັ້ນກໍໃຫຍ່ຂຶ້ນກາຍເປັນກົກ ແລະຝູງນົກກໍມາເຮັດຮັງໃສ່ກິ່ງກ້ານຂອງມັນ.” |
|
| 20 |
|
| ແລ້ວພຣະເຢຊູເຈົ້າກໍກ່າວອີກວ່າ, “ເຮົາຈະປຽບຣາຊອານາຈັກຂອງພຣະເຈົ້າເໝືອນກັບສິ່ງໃດ? |
|
| 21 |
|
| ກໍເໝືອນກັບເຊື້ອແປ້ງ ທີ່ຍິງຄົນໜຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງທັງໝົດນັ້ນຟູຂຶ້ນ.” |
|
| 22 |
|
| ຂະນະທີ່ພຣະເຢຊູເຈົ້າເດີນທາງໄປສູ່ນະຄອນເຢຣູຊາເລັມນັ້ນ ພຣະອົງໄດ້ຜ່ານໄປຕາມບ້ານເມືອງຕ່າງໆ ແລະສັ່ງສອນປະຊາຊົນ. |
|
| 23 |
|
| ມີຄົນໜຶ່ງຖາມພຣະອົງວ່າ, “ທ່ານເອີຍ ຜູ້ທີ່ຈະພົ້ນນັ້ນມີພຽງໜ້ອຍຄົນບໍ?” ພຣະເຢຊູເຈົ້າຕອບວ່າ, |
|
| 24 |
|
| “ຈົ່ງເອົາໃຈໃສ່ແຂ່ງຂັນກັນເຂົ້າທາງປະຕູຄັບແຄບ ເພາະເຮົາບອກພວກເຈົ້າວ່າ, ມີຫລາຍຄົນທີ່ຈະພະຍາຍາມເຂົ້າໄປ ແຕ່ຈະບໍ່ສາມາດເຂົ້າໄປໄດ້. |
|
| 25 |
|
| ເມື່ອເຈົ້າຂອງເຮືອນລຸກຂຶ້ນແລະອັດປະຕູແລ້ວ ເຈົ້າທັງຫລາຍກໍຈະຢືນຢູ່ຂ້າງນອກ ເລີ່ມເອີ້ນເພິ່ນທັງເຄາະປະຕູ ແລະວິງວອນຂໍວ່າ, ‘ພຣະອົງເຈົ້າເອີຍ ໂຜດໄຂປະຕູໃຫ້ພວກຂ້ານ້ອຍແດ່ທ້ອນ.’ ແລ້ວເພິ່ນກໍຈະຕອບເຈົ້າທັງຫລາຍວ່າ, ‘ເຮົາບໍ່ຮູ້ຈັກພວກເຈົ້າ ແລະບໍ່ຮູ້ວ່າພວກເຈົ້າມາແຕ່ໃສ!’ |
|
| 26 |
|
| ແລ້ວພວກເຈົ້າກໍຈະຕອບວ່າ, ‘ພວກຂ້ານ້ອຍເຄີຍກິນແລະດື່ມກັບພຣະອົງ ພຣະອົງເຄີຍສັ່ງສອນໃນບ້ານເມືອງຂອງພວກຂ້ານ້ອຍ.’ |
|
| 27 |
|
| ຝ່າຍເຈົ້າຂອງເຮືອນຍັງຈະຕອບວ່າ, ‘ເຮົາບໍ່ຮູ້ຈັກພວກເຈົ້າ ແລະບໍ່ຮູ້ວ່າພວກເຈົ້າມາແຕ່ໃສ ຈົ່ງຖອຍໜີໄປຈາກເຮົາ ພວກເຈົ້າທຸກຄົນທີ່ເຮັດການອັນບໍ່ຊອບທຳເອີຍ!’ |
|
| 28 |
|
| ຈາກນັ້ນ ພວກເຈົ້າຈະຮ້ອງໄຫ້ ແລະຂົບແຂ້ວຄ້ຽວຟັນ ເມື່ອພວກເຈົ້າເຫັນອັບຣາຮາມ, ອີຊາກ ແລະ ຢາໂຄບ ຕະຫລອດທັງຜູ້ທຳນວາຍທຸກຄົນໃນອານາຈັກຂອງພຣະເຈົ້າ, ແຕ່ຝ່າຍພວກເຈົ້າຈະຖືກຊັດຖິ້ມອອກໄປ. |
|
| 29 |
|
| ຈະມີຄົນມາຈາກທິດຕາເວັນອອກ ທິດຕາເວັນຕົກ ທິດເໜືອ ແລະທິດໃຕ້ ມານັ່ງລົງຮ່ວມໂຕະງານກິນລ້ຽງໃນອານາຈັກຂອງພຣະເຈົ້າ. |
|
| 30 |
|
| ແລະ ເບິ່ງແມ! ພວກທີ່ເປັນຜູ້ປາຍ ຈະກາຍເປັນຜູ້ຕົ້ນ ແລະພວກທີ່ເປັນຜູ້ຕົ້ນ ຈະກັບເປັນຜູ້ປາຍ.” |
|
| 31 |
|
| ໃນເວລາດຽວກັນນັ້ນ ກໍມີພວກຟາຣີຊາຍບາງຄົນໄດ້ມາເວົ້າຕໍ່ພຣະອົງວ່າ, “ໃຫ້ທ່ານອອກໜີໄປຈາກທີ່ນີ້ເສຍ ເພາະກະສັດເຮໂຣດຢາກປະຫານຊີວິດທ່ານ.” |
|
| 32 |
|
| ພຣະອົງຊົງຕອບພວກເຂົາວ່າ, “ຈົ່ງໄປບອກໝາຈິກຈອກໂຕນັ້ນວ່າ, ‘ມື້ນີ້ ແລະມື້ອື່ນເຮົາຈະຂັບໄລ່ມານຮ້າຍ ແລະເຮັດໃຫ້ຄົນຫາຍດີພະຍາດ ແລະໃນວັນທີສາມ ເຮົາຈະສຳເລັດພາລະກິດຂອງເຮົາ.’ |
|
| 33 |
|
| ແຕ່ເຖິງຢ່າງໃດກໍຕາມ ເຮົາຈະຕ້ອງເດີນທາງໄປໃນມື້ນີ້ ມື້ອື່ນ ແລະມື້ຮື ເພາະບໍ່ເປັນການສົມຄວນທີ່ຜູ້ປະກາດພຣະທຳ ຕ້ອງຖືກຂ້ານອກນະຄອນເຢຣູຊາເລັມ.” |
|
| 34 |
|
| “ໂອ ເຢຣູຊາເລັມ ເຢຣູຊາເລັມເອີຍ ເຈົ້າໄດ້ຂ້າບັນດາຜູ້ປະກາດພຣະທຳ ເຈົ້າໄດ້ແກວ່ງກ້ອນຫີນໃສ່ພວກທີ່ຮັບໃຊ້ມາຫາເຈົ້າ ຫລາຍເທື່ອແລ້ວ ທີ່ເຮົາປາຖະໜາ ອ້າແຂນໂອບກອດປະຊາຊົນທັງໝົດຂອງເຈົ້າໄວ້ ເໝືອນແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນ ແຕ່ພວກເຈົ້າຊໍ້າພັດບໍ່ຍິນຍອມ |
|
| 35 |
|
| ດັ່ງນັ້ນ ເຮືອນຂອງພວກເຈົ້າຈະຖືກປະຖິ້ມ ແລະຮ້າງເປົ່າ ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ພວກເຈົ້າຈະບໍ່ເຫັນເຮົາອີກ ຈົນກວ່າພວກເຈົ້າຈະອອກປາກເວົ້າວ່າ, ‘ຂໍໃຫ້ທ່ານຜູ້ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເລີນ.”’ |
|
|
|
|