|
| 1 |
|
| ແລ້ວພຣະເຢຊູເຈົ້າກໍໄດ້ກ່າວແກ່ພວກສາວົກວ່າ, “ຍັງມີເສດຖີທີ່ມີພະນັກງານຜູ້ໜຶ່ງ ລາວເປັນຜູ້ຈັດການຊັບສິນຂອງເພິ່ນ ມີຄົນມາລາຍງານເສດຖີວ່າ ພະນັກງານຄົນນັ້ນກຳລັງຜານຊັບຂອງເພິ່ນ, |
|
| 2 |
|
| ດັ່ງນັ້ນ ເພິ່ນຈຶ່ງເອີ້ນຜູ້ຈັດການເຂົ້າມາຫາ ແລະເວົ້າວ່າ, ‘ເລື່ອງທີ່ເຮົາໄດ້ຍິນກ່ຽວກັບເຈົ້ານັ້ນເປັນຢ່າງໃດ? ຈົ່ງລາຍງານກ່ຽວກັບໜ້າທີ່ຂອງເຈົ້າສາ ເພາະເຈົ້າຈະເປັນພະນັກງານຕໍ່ໄປອີກບໍ່ໄດ້.’ |
|
| 3 |
|
| ເຈົ້າພະນັກງານນັ້ນຄິດໃນໃຈວ່າ, ‘ນາຍກຳລັງຈະປົດເຮົາອອກຈາກໜ້າທີ່ ແລ້ວເຮົາຈະເຮັດຢ່າງໃດໜໍ? ຈະຂຸດດິນກໍບໍ່ມີແຮງ ຈະຂໍທານກໍອາຍເຂົາ. |
|
| 4 |
|
| ບັດນີ້ ເຮົາຮູ້ແລ້ວວ່າຈະເຮັດຢ່າງໃດດີ ເມື່ອຖືກປົດອອກຈາກໜ້າທີ່ແລ້ວ ຄວນມີໝູ່ເພື່ອນທີ່ຈະຕ້ອນຮັບເຮົາໄວ້ໃນເຮືອນຂອງເຂົາເຈົ້າ.’ |
|
| 5 |
|
| ດັ່ງນັ້ນ ລາວຈຶ່ງເອີ້ນລູກໜີ້ຂອງນາຍຕົນ ເຂົ້າມາທຸກຄົນ ລາວຖາມຜູ້ທີໜຶ່ງວ່າ, ‘ເຈົ້າເປັນໜີ້ນາຍຂອງເຮົາເທົ່າໃດ?’ |
|
| 6 |
|
| ຜູ້ນັ້ນຕອບວ່າ, ‘ເປັນໜີ້ນໍ້າມັນຮ້ອຍຖັງ.’ ພະນັກງານນັ້ນຈຶ່ງບອກວ່າ, ‘ເອົາບັນຊີຂອງເຈົ້ານັ່ງລົງ ຈົດໃສ່ຫ້າສິບຖັງໄວໆ.’ |
|
| 7 |
|
| ແລ້ວລາວກໍຖາມອີກຜູ້ໜຶ່ງວ່າ, ‘ເຈົ້າເດ ເປັນໜີ້ເທົ່າໃດ?’ ຜູ້ນີ້ຕອບວ່າ, ‘ເປັນໜີ້ເຂົ້າເປືອກຮ້ອຍກວຽນ.’ ພະນັກງານນັ້ນຈຶ່ງບອກວ່າ, ‘ຈົ່ງເອົາບັນຊີຂອງເຈົ້າມາຈົດໃສ່ແປດສິບກວຽນ.’ |
|
| 8 |
|
| ແລ້ວເຈົ້ານາຍກໍຍົກຍ້ອງເຈົ້າພະນັກງານຜູ້ບໍ່ສັດຊື່ວ່າ, ‘ລາວໄດ້ເຮັດດ້ວຍຄວາມສະຫລາດ. ດ້ວຍວ່າ ຄົນຝ່າຍໂລກນີ້ ໃນສະໄໝຂອງເຂົາ ເຂົາໃຊ້ສະຕິປັນຍາສະຫລາດກວ່າຄົນຝ່າຍຄວາມສະຫວ່າງອີກ.’ |
|
| 9 |
|
| ຝ່າຍເຮົາຈຶ່ງບອກພວກເຈົ້າວ່າ, ‘ຈົ່ງເຮັດໃຫ້ຕົນມີໝູ່ເພື່ອນດ້ວຍຊັບສິນອັນບໍ່ຍຸດຕິທຳ ເພື່ອເວລາຊັບນັ້ນເສຍໄປແລ້ວ ເຂົາກໍຈະຮັບຕ້ອນພວກເຈົ້າໄວ້ ໃນບ່ອນອາໄສຢູ່ອັນຖາວອນເປັນນິດ. |
|
| 10 |
|
| ຄົນໃດທີ່ສັດຊື່ ໃນສິ່ງຂອງເລັກນ້ອຍ ກໍຈະສັດຊື່ໃນສິ່ງຂອງຫລາຍດ້ວຍ ຄົນໃດທີ່ບໍ່ສັດຊື່ ໃນສິ່ງຂອງເລັກນ້ອຍ ກໍຈະບໍ່ສັດຊື່ໃນສິ່ງຂອງຫລາຍເໝືອນກັນ. |
|
| 11 |
|
| ດ້ວຍເຫດນັ້ນ ຖ້າພວກເຈົ້າບໍ່ສັດຊື່ ໃນຊັບສິນອັນບໍ່ຍຸດຕິທຳນີ້ ໃຜຈະມອບຊັບສິນອັນແທ້ໃຫ້ແກ່ພວກເຈົ້າ? |
|
| 12 |
|
| ແລະຖ້າພວກເຈົ້າບໍ່ສັດຊື່ ໃນສິ່ງຂອງທີ່ເປັນຂອງຄົນອື່ນ ຜູ້ໃດຈະມອບສິ່ງຂອງທີ່ເປັນຂອງພວກເຈົ້າໃຫ້ແກ່ພວກເຈົ້າ?”’ |
|
| 13 |
|
| “ບໍ່ຫ່ອນມີຜູ້ໃດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຮັກນາຍຜູ້ນີ້ ແລະຈະຊັງນາຍຜູ້ນັ້ນ ຫລືຈະຕິດພັນກັບນາຍຜູ້ນີ້ ແລະຈະໝິ່ນປະໝາດນາຍຜູ້ນັ້ນ ພວກເຈົ້າຈະຮັບໃຊ້ພຣະເຈົ້າ ແລະຮັບໃຊ້ເງິນຄຳພ້ອມກັນບໍ່ໄດ້.” |
|
| 14 |
|
| ຝ່າຍພວກຟາຣີຊາຍທີ່ມີໃຈຮັກຊັບ ເມື່ອໄດ້ຍິນຄຳເຫຼົ່ານັ້ນ ແລ້ວກໍກ່າວເຢາະເຢີ້ຍພຣະອົງ. |
|
| 15 |
|
| ແຕ່ພຣະອົງກ່າວຕໍ່ພວກເຂົາວ່າ, “ເຈົ້າທັງຫລາຍອ້າງຕົວວ່າ ເປັນຄົນຊອບທຳຕໍ່ໜ້າມະນຸດ, ແຕ່ພຣະເຈົ້າຊົງຮູ້ຈັກຈິດໃຈຂອງພວກເຈົ້າ. ດ້ວຍວ່າ, ຊຶ່ງເປັນທີ່ນັບຖືໃນທ່າມກາງມະນຸດ ກໍເປັນທີ່ລັງກຽດຕໍ່ພຣະພັກພຣະເຈົ້າ.” |
|
| 16 |
|
| “ມີກົດບັນຍັດແລະຜູ້ທຳນວາຍ ຈົນເຖິງສະໄໝໂຢຮັນ ຕັ້ງແຕ່ນັ້ນມາ ເຂົາກໍປະກາດຂ່າວປະເສີດເລື່ອງຣາຊແຜ່ນດິນຂອງພຣະເຈົ້າ ແລະຄົນທັງປວງກໍຍາດກັນເຂົ້າໃນຣາຊແຜ່ນດິນນັ້ນ. |
|
| 17 |
|
| ຟ້າແລະດິນຈະລ່ວງໄປ ກໍງ່າຍກວ່າທີ່ກົດບັນຍັດພຽງແຕ່ຈຸດດຽວຈະຖືກຍົກເລີກ.” |
|
| 18 |
|
| “ບຸກຄົນໃດທີ່ຢ່າຮ້າງເມຍຂອງຕົນ ແລະໄປແຕ່ງງານກັບຍິງອື່ນກໍຜິດໃນຖານຫລິ້ນຊູ້ ແລະທຸກຄົນທີ່ແຕ່ງງານກັບຍິງແມ່ຮ້າງ ກໍຜິດໃນຖານຫລິ້ນຊູ້.” |
|
| 19 |
|
| “ຍັງມີເສດຖີຄົນໜຶ່ງ ທີ່ນຸ່ງຫົ່ມເສື້ອຜ້າສີມ່ວງອ່ອນ ແລະຜ້າປ່ານເນື້ອລະອຽດ ປິຕິຍິນດີດ້ວຍອາຫານການກິນຢ່າງປານີດທຸກໆວັນ. |
|
| 20 |
|
| ແລະ ມີຄົນຍາກຈົນຜູ້ໜຶ່ງຊື່ ລາຊາໂຣ ເປັນບາດເຕັມຕົວ ທີ່ເຂົາຫາມມາຖິ້ມໄວ້ທີ່ປະຕູບ້ານເສດຖີ. |
|
| 21 |
|
| ລາຊາໂຣຢາກກິນຂອງທີ່ຕົກຈາກໂຕະຂອງເສດຖີນັ້ນໃຫ້ອີ່ມ ແລະຫລາຍກວ່ານັ້ນ ໝາກໍຍັງມາເລຍບາດຂອງລາວ. |
|
| 22 |
|
| ຢູ່ມາ ຄົນຍາກຈົນຜູ້ນັ້ນກໍຕາຍ ແລະຝູງເທວະດາໄດ້ຮັບເອົາລາວໄປໄວ້ ຢູ່ໃນອ້ອມເອິກຂອງອັບຣາຮາມ ຝ່າຍເສດຖີນັ້ນກໍຕາຍເໝືອນກັນ ແລ້ວເຂົາກໍຝັງໄວ້. |
|
| 23 |
|
| ເມື່ອຢູ່ໃນແດນມໍຣະນາ ກໍເປັນທຸກເວດທະນາຫລາຍ ເສດຖີນັ້ນຈຶ່ງເງີຍໜ້າຂຶ້ນເຫັນອັບຣາຮາມຢູ່ໄກ ແລະເຫັນລາຊາໂຣຢູ່ໃນເອິກຂອງທ່ານ. |
|
| 24 |
|
| ດັ່ງນັ້ນ ລາວຈຶ່ງຮ້ອງຂຶ້ນວ່າ, ‘ອັບຣາຮາມ ພໍ່ເອີຍ ໂຜດເອັນດູຂ້ານ້ອຍແດ່ທ້ອນ ໂຜດໃຊ້ລາຊາໂຣເອົາປາຍນິ້ວມືຈຸ່ມນໍ້າ ມາແປະໃສ່ລິ້ນຂອງຂ້ານ້ອຍໃຫ້ຊຸ່ມເຢັນແດ່ທ້ອນ ເພາະຂ້ານ້ອຍທົນທຸກທໍລະມານເຫລືອຫລາຍຢູ່ໃນແປວໄຟນີ້.’ |
|
| 25 |
|
| ແຕ່ອັບຣາຮາມຕອບວ່າ, ‘ລູກເອີຍ ຈົ່ງລະນຶກເຖິງຄາວເມື່ອເຈົ້າຍັງມີຊີວິດຢູ່ ເຈົ້າໄດ້ຮັບແຕ່ຂອງດີສຳລັບຕົນ ສ່ວນລາຊາໂຣແລ້ວ ໄດ້ຮັບແຕ່ຂອງບໍ່ດີ ຢ່າງດຽວກັນນັ້ນແຫຼະ, ແຕ່ບັດນີ້ ລາຊາໂຣໄດ້ຮັບຄວາມສຸກສະບາຍຢູ່ທີ່ນີ້ ສ່ວນເຈົ້າແລ້ວກຳລັງໄດ້ຮັບຄວາມທົນທຸກທໍລະມານ. |
|
| 26 |
|
| ນອກຈາກນີ້ອີກ ລະຫວ່າງພວກເຮົາກັບພວກເຈົ້າ ຍັງມີເຫວເລິກຕັ້ງຂວາງກັ້ນຢູ່ ເພື່ອວ່າບໍ່ໃຫ້ຜູ້ໃດທີ່ຢາກຂ້າມຈາກທີ່ນີ້ໄປຫາພວກເຈົ້າໄດ້ ທັງບໍ່ໃຫ້ຜູ້ໃດໃນພວກເຈົ້າ ຈາກທີ່ນັ້ນຂ້າມມາຫາພວກເຮົາໄດ້ອີກດ້ວຍ.’ |
|
| 27 |
|
| ເສດຖີເວົ້າວ່າ, ‘ອັບຣາຮາມພໍ່ເອີຍ ຖ້າດັ່ງນັ້ນ ຂໍທ່ານໃຊ້ລາຊາໂຣໄປທີ່ເຮືອນຂອງພໍ່ຂ້ານ້ອຍ |
|
| 28 |
|
| ເພາະຢູ່ໃນທີ່ນັ້ນ ຂ້ານ້ອຍຍັງມີອ້າຍນ້ອງຫ້າຄົນ ໃຫ້ລາວໄປຕັກເຕືອນພວກເຂົາ ເພື່ອວ່າພວກເຂົາຈະບໍ່ໄດ້ມາ ໃນບ່ອນທົນທຸກທໍລະມານຢ່າງນີ້ເໝືອນກັນ.’ |
|
| 29 |
|
| ອັບຣາຮາມຕອບວ່າ, ‘ອ້າຍນ້ອງຂອງເຈົ້າ ພວກເຂົາມີຖ້ອຍຄຳຂອງໂມເຊ ແລະຂອງພວກຜູ້ປະກາດພຣະທຳຢູ່ແລ້ວ ໃຫ້ພວກເຂົາຟັງຖ້ອຍຄຳເຫຼົ່ານັ້ນສາ’ |
|
| 30 |
|
| ເສດຖີຕອບວ່າ, ‘ອັບຣາຮາມພໍ່ເອີຍ ຍັງບໍ່ພຽງພໍດອກ, ແຕ່ຖ້າມີຄົນໜຶ່ງ ເປັນຄືນມາຈາກຕາຍໄປຫາພວກເຂົາ ພວກເຂົາກໍຄົງຈະຖິ້ມໃຈເກົ່າເອົາໃຈໃໝ່.’ |
|
| 31 |
|
| ແຕ່ອັບຣາຮາມຕອບວ່າ, ‘ຖ້າພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງໂມເຊ ແລະຂອງພວກຜູ້ປະກາດພຣະທຳແລ້ວ ເຖິງຈະມີຄົນໜຶ່ງຄືນມາຈາກຕາຍ ພວກເຂົາກໍຍັງຈະບໍ່ຍອມເຊື່ອເໝືອນກັນ.”’ |
|
|
|
|