|
| 1 |
|
| ແລ້ວພຣະເຢຊູເຈົ້າໄດ້ບອກພວກສາວົກຂອງພຣະອົງເປັນຄຳອຸປະມາເພື່ອສະແດງໃຫ້ພວກເພິ່ນເຫັນວ່າພວກເພິ່ນຄວນອະທິຖານຢູ່ສະເໝີ ແລະ ບໍ່ຢຸດ. |
|
| 2 |
|
| ພຣະອົງກ່າວວ່າ: “ໃນເມືອງໜຶ່ງມີຜູ້ພິພາກສາຄົນໜຶ່ງທີ່ບໍ່ຢຳເກງພຣະເຈົ້າ ແລະ ບໍ່ສົນໃຈສິ່ງທີ່ມະນຸດຄິດ. |
|
| 3 |
|
| ແລະ ໃນເມືອງນັ້ນມີແມ່ໝ້າຍຄົນໜຶ່ງທີ່ໝັ່ນມາຫາລາວ ແລະ ອ້ອນວອນວ່າ, ‘ຂໍໃຫ້ຄວາມຍຸຕິທຳຕໍ່ຄະດີຂອງຂ້ອຍດ້ວຍ’. |
|
| 4 |
|
| “ເປັນເວລາດົນນານແລ້ວທີ່ຜູ້ພິພາກສາຄົນນີ້ໄດ້ປະຕິເສດ. ແຕ່ໃນທີ່ສຸດ ເພິ່ນກໍຄິດໃນໃຈວ່າ, ‘ເຖິງແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າ ຫລື ບໍ່ສົນໃຈສິ່ງທີ່ມະນຸດຄິດ, |
|
| 5 |
|
| ແຕ່ເພາະແມ່ໝ້າຍຄົນນີ້ມາກວນໃຈເຮົາຢູ່ຕະຫລອດ ເຮົາຈະໃຫ້ຄວາມຍຸຕິທຳແກ່ລາວ ເພື່ອລາວຈະບໍ່ໄດ້ມາລົບກວນເຮົາອີກ!’” |
|
| 6 |
|
| ແລ້ວອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຈົ່ງຟັງສິ່ງທີ່ຜູ້ພິພາກສາບໍ່ຍຸຕິທຳຄົນນີ້ກ່າວ. |
|
| 7 |
|
| ແລ້ວພຣະເຈົ້າຈະບໍ່ໃຫ້ຄວາມຍຸຕິທຳແກ່ຜູ້ທີ່ພຣະອົງເລືອກໄວ້ ຜູ້ທີ່ຮ້ອງຂໍພຣະອົງທັງກາງເວັນ ແລະ ກາງຄືນບໍ? ພຣະອົງຈະສືບຕໍ່ຊັກຊ້າໃນການໃຫ້ຄວາມຍຸຕິທຳແກ່ພວກເຂົາຢູ່ບໍ? |
|
| 8 |
|
| ເຮົາບອກພວກເຈົ້າທັງຫລາຍວ່າ, ພຣະອົງຈະໃຫ້ພວກເຂົາໄດ້ຮັບຄວາມຍຸຕິທຳໂດຍໄວ. ເຖິງຢ່າງໃດກໍຕາມ, ເມື່ອບຸດມະນຸດມາ ພຣະອົງຈະພົບຄວາມເຊື່ອໃນໂລກຢູ່ບໍ?” |
|
| 9 |
|
| ສຳລັບບາງຄົນທີ່ໝັ້ນໃຈໃນຄວາມຊອບທຳຂອງຕົນເອງ ແລະ ດູຖູກຄົນອື່ນນັ້ນ, ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມານີ້ວ່າ, |
|
| 10 |
|
| “ມີຊາຍສອງຄົນຂຶ້ນໄປທີ່ວິຫານເພື່ອອະທິຖານ, ຄົນໜຶ່ງເປັນຄົນຟາຣີຊາຍ ແລະ ອີກຄົນໜຶ່ງເປັນຄົນເກັບພາສີ. |
|
| 11 |
|
| ຄົນຟາຣີຊາຍນັ້ນຢືນຢູ່ຄົນດຽວ ແລະ ອະທິຖານວ່າ: ‘ຂ້າແດ່ພຣະເຈົ້າ, ຂອບພຣະຄຸນພຣະອົງທີ່ຂ້ານ້ອຍບໍ່ເປັນເໝືອນຄົນອື່ນຄື: ເປັນຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່ເປັນເໝືອນຄົນເກັບພາສີຜູ້ນີ້. |
|
| 12 |
|
| ຂ້ານ້ອຍຖືສິນອົດອາຫານອາທິດລະສອງເທື່ອ ແລະ ຖວາຍໜຶ່ງສ່ວນສິບຈາກທຸກສິ່ງທີ່ໄດ້ມາ’. |
|
| 13 |
|
| “ແຕ່ຄົນເກັບພາສີນັ້ນຢືນຢູ່ແຕ່ໄກ. ລາວບໍ່ກ້າແມ່ນແຕ່ຈະເງີຍໜ້າຂຶ້ນສູ່ຟ້າ, ແຕ່ທຸບຕີເອິກຂອງຕົນ ແລະ ເວົ້າວ່າ, ‘ຂ້າແດ່ພຣະເຈົ້າ, ຂໍພຣະອົງເມດຕາຂ້ານ້ອຍຜູ້ເປັນຄົນບາບດ້ວຍ’. |
|
| 14 |
|
| “ເຮົາບອກພວກເຈົ້າວ່າຄົນນີ້ແຫລະ ເມື່ອກັບໄປທີ່ເຮືອນຂອງຕົນກໍຖືວ່າເປັນຄົນຊອບທຳຕໍ່ໜ້າພຣະເຈົ້າຫລາຍກວ່າຄົນອື່ນ. ເພາະວ່າທຸກຄົນທີ່ຍົກຕົນເອງຂຶ້ນຈະຖືກກົດລົງ ແລະ ຜູ້ໃດທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ”. |
|
| 15 |
|
| ປະຊາຊົນໄດ້ນຳລູກນ້ອຍມາຫາພຣະເຢຊູເຈົ້າເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ. ເມື່ອພວກສາວົກເຫັນຈຶ່ງໄດ້ຫ້າມພວກເຂົາໄວ້. |
|
| 16 |
|
| ແຕ່ພຣະເຢຊູເຈົ້າເອີ້ນເອົາເດັກນ້ອຍມາຫາພຣະອົງ ແລ້ວກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍເຫລົ່ານັ້ນມາຫາເຮົາ ແລະ ຢ່າຂັດຂວາງພວກເຂົາ, ເພາະອານາຈັກຂອງພຣະເຈົ້າເປັນຂອງຄົນທີ່ເປັນເໝືອນເດັກນ້ອຍເຫລົ່ານີ້ແຫລະ. |
|
| 17 |
|
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດບໍ່ຮັບອານາຈັກຂອງພຣະເຈົ້າເໝືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້ຈັກເທື່ອ”. |
|
| 18 |
|
| ມີຜູ້ປົກຄອງຄົນໜຶ່ງຖາມພຣະອົງວ່າ, “ອາຈານຜູ້ປະເສີດ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຊີວິດນິລັນດອນເປັນມໍລະດົກ?” |
|
| 19 |
|
| ພຣະເຢຊູເຈົ້າໄດ້ຕອບວ່າ, “ເປັນຫຍັງເຈົ້າຈຶ່ງເອີ້ນເຮົາວ່າຜູ້ປະເສີດ? ບໍ່ມີຜູ້ໃດທີ່ປະເສີດນອກຈາກພຣະເຈົ້າອົງດຽວເທົ່ານັ້ນ. |
|
| 20 |
|
| ເຈົ້າກໍຮູ້ຈັກພຣະບັນຍັດແລ້ວວ່າ: ‘ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກ, ຢ່າເປັນພະຍານບໍ່ຈິງ, ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງຕົນ’ ”. |
|
| 21 |
|
| ລາວຕອບວ່າ, “ທັງໝົດນີ້ຂ້ານ້ອຍໄດ້ຖືຮັກສາມາຕັ້ງແຕ່ນ້ອຍແລ້ວ”. |
|
| 22 |
|
| ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນີ້ພຣະອົງຈຶ່ງກ່າວກັບລາວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງ. ຄືຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກຢາຍໃຫ້ຄົນຍາກຈົນ ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ. ຫລັງຈາກນັ້ນ ຈົ່ງຕາມເຮົາມາ”. |
|
| 23 |
|
| ເມື່ອລາວໄດ້ຍິນດັ່ງນັ້ນລາວກໍທຸກໃຈຫລາຍ ເພາະລາວເປັນຄົນຮັ່ງມີຫລາຍ. |
|
| 24 |
|
| ພຣະເຢຊູເຈົ້າແນມເບິ່ງລາວ ແລະ ກ່າວວ່າ, “ຄົນຮັ່ງມີຈະເຂົ້າໄປໃນອານາຈັກຂອງພຣະເຈົ້າກໍຍາກແທ້! |
|
| 25 |
|
| ແທ້ຈິງແລ້ວ ອູດໂຕໜຶ່ງຈະລອດຮູເຂັມກໍຍັງງ່າຍກວ່າຄົນຮັ່ງມີຜູ້ໜຶ່ງຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ”. |
|
| 26 |
|
| ບັນດາຜູ້ທີ່ໄດ້ຍິນຢ່າງນີ້ກໍຖາມວ່າ, “ຖ້າຢ່າງນັ້ນ ຜູ້ໃດສາມາດພົ້ນໄດ້?” |
|
| 27 |
|
| ພຣະເຢຊູເຈົ້າຕອບວ່າ, “ສິ່ງທີ່ເປັນໄປບໍ່ໄດ້ສຳລັບມະນຸດແມ່ນເປັນໄປໄດ້ສຳລັບພຣະເຈົ້າ”. |
|
| 28 |
|
| ເປໂຕເວົ້າກັບພຣະອົງວ່າ, “ພວກຂ້ານ້ອຍໄດ້ປະຖິ້ມທຸກສິ່ງທີ່ມີເພື່ອຕິດຕາມພຣະອົງ!” |
|
| 29 |
|
| ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດໄດ້ປະຖິ້ມເຮືອນ ຫລື ເມຍ ຫລື ອ້າຍເອື້ອຍນ້ອງ ຫລື ພໍ່ແມ່ ຫລື ລູກ ເພື່ອເຫັນແກ່ອານາຈັກຂອງພຣະເຈົ້າ |
|
| 30 |
|
| ຈະໄດ້ຮັບສິ່ງຕອບແທນຫລາຍເທົ່າໃນຍຸກນີ້ ແລະ ຈະໄດ້ຊີວິດນິລັນດອນໃນຍຸກໜ້າ”. |
|
| 31 |
|
| ພຣະເຢຊູເຈົ້າໄດ້ພາພວກສາວົກທັງສິບສອງຄົນແຍກອອກໄປຕ່າງຫາກ ແລະ ກ່າວກັບພວກເພິ່ນວ່າ, “ພວກເຮົາກຳລັງຂຶ້ນໄປເຢຣູຊາເລັມ ແລະ ທຸກສິ່ງທີ່ບັນດາຜູ້ທຳນວາຍໄດ້ຂຽນໄວ້ກ່ຽວກັບບຸດມະນຸດນັ້ນຈະສຳເລັດ. |
|
| 32 |
|
| ພຣະອົງຈະຖືກມອບໄວ້ກັບຄົນຕ່າງຊາດ. ພວກເຂົາຈະເຢາະເຢີ້ຍພຣະອົງ, ຈະດູຖູກພຣະອົງ ແລະ ຈະຖົ່ມນ້ຳລາຍໃສ່ພຣະອົງ, |
|
| 33 |
|
| ພວກເຂົາຈະຂ້ຽນຕີ ແລະ ຈະຂ້າພຣະອົງ ແລ້ວໃນວັນທີສາມພຣະອົງຈະເປັນຄືນມາອີກ”. |
|
| 34 |
|
| ແຕ່ພວກສາວົກບໍ່ເຂົ້າໃຈໃນສິ່ງເຫລົ່ານີ້ເລີຍ. ເພາະຄວາມໝາຍຂອງສິ່ງເຫລົ່ານີ້ໄດ້ຖືກປິດບັງໄວ້ຈາກພວກເພິ່ນ ແລະ ພວກເພິ່ນບໍ່ຮູ້ວ່າພຣະອົງກຳລັງເວົ້າເຖິງເລື່ອງຫຍັງ. |
|
| 35 |
|
| ຂະນະທີ່ພຣະເຢຊູເຈົ້າມາໃກ້ເມືອງເຢຣີໂກ, ກໍມີຊາຍຕາບອດຄົນໜຶ່ງກຳລັງນັ່ງຂໍທານຢູ່ແຄມທາງ. |
|
| 36 |
|
| ເມື່ອລາວໄດ້ຍິນສຽງປະຊາຊົນກຳລັງຍ່າງຜ່ານໄປ, ລາວຈຶ່ງຖາມວ່າກຳລັງເກີດຫຍັງຂຶ້ນ. |
|
| 37 |
|
| ພວກເຂົາຈຶ່ງບອກລາວວ່າ, “ພຣະເຢຊູເຈົ້າຊາວນາຊາເຣັດກຳລັງຍ່າງຜ່ານມາ”. |
|
| 38 |
|
| ຊາຍຕາບອດຄົນນັ້ນຈຶ່ງຮ້ອງຂຶ້ນວ່າ, “ພຣະເຢຊູເຈົ້າບຸດດາວິດ, ຂໍເມດຕາຂ້ານ້ອຍດ້ວຍ!” |
|
| 39 |
|
| ບັນດາຜູ້ທີ່ຍ່າງນຳໜ້າຈຶ່ງຫ້າມລາວໄວ້ ແລະ ບອກລາວໃຫ້ມິດຢູ່ ແຕ່ລາວຍິ່ງຮ້ອງດັງຂຶ້ນກວ່າເກົ່າວ່າ, “ບຸດດາວິດເອີຍ, ຂໍເມດຕາຂ້ານ້ອຍດ້ວຍ!” |
|
| 40 |
|
| ພຣະເຢຊູເຈົ້າຈຶ່ງຢຸດ ແລະ ສັ່ງໃຫ້ຄົນພາລາວມາຫາພຣະອົງ. ເມື່ອລາວເຂົ້າມາໃກ້ແລ້ວ ພຣະເຢຊູເຈົ້າຈຶ່ງຖາມລາວວ່າ, |
|
| 41 |
|
| “ເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?” ລາວຈຶ່ງຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຢາກເບິ່ງເຫັນ”. |
|
| 42 |
|
| ພຣະເຢຊູເຈົ້າກ່າວກັບລາວວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າຫາຍດີແລ້ວ”. |
|
| 43 |
|
| ໃນທັນໃດນັ້ນ ລາວກໍເຫັນຮຸ່ງ ແລະ ຕິດຕາມພຣະເຢຊູເຈົ້າໄປ ພ້ອມກັບສັນລະເສີນພຣະເຈົ້າ. ເມື່ອທຸກຄົນໄດ້ເຫັນເຫດການນັ້ນແລ້ວ ພວກເຂົາກໍສັນລະເສີນພຣະເຈົ້າເໝືອນກັນ. |
|
|
|
|