|
| 1 |
|
| ຕໍ່ມາ ຫລັງຈາກພຣະເຢຊູເຈົ້າໄດ້ເຂົ້າໄປໃນເມືອງເຢຣີໂກ ແລະຜ່ານຕົວເມືອງໄປ. |
|
| 2 |
|
| ຢູ່ທີ່ນັ້ນມີຊາຍຄົນໜຶ່ງຊື່ວ່າ ຊັກຂ່າຍ ລາວເປັນນາຍດ່ານພາສີ ແລະເປັນຄົນຮັ່ງມີ. |
|
| 3 |
|
| ຊັກຂ່າຍຢາກຈະເຫັນພຣະເຢຊູເຈົ້າວ່າເປັນຄົນແນວໃດ ແຕ່ລາວບໍ່ສາມາດເຫັນໄດ້ ເພາະຕົນເປັນຄົນເຕ້ຍ ແລະປະຊາຊົນກໍໜາແໜ້ນ. |
|
| 4 |
|
| ດັ່ງນັ້ນ ຊັກຂ່າຍຈຶ່ງແລ່ນລັດໜ້າປະຊາຊົນໄປ ແລະປີນຂຶ້ນຕົ້ນຊຸກະໂມນເພື່ອຈະເຫັນພຣະອົງ ເພາະພຣະອົງກຳລັງຈະສະເດັດຜ່ານໄປທາງນັ້ນ. |
|
| 5 |
|
| ເມື່ອພຣະເຢຊູເຈົ້າມາເຖິງບ່ອນນັ້ນ ພຣະອົງກໍແຫງນໜ້າເບິ່ງຊັກຂ່າຍ ແລະກ່າວແກ່ລາວວ່າ, “ຊັກຂ່າຍເອີຍ ຮີບລົງມາ ເພາະວັນນີ້ເຮົາຕ້ອງພັກຢູ່ທີ່ເຮືອນຂອງເຈົ້າ.” |
|
| 6 |
|
| ຝ່າຍຊັກຂ່າຍກໍຟ້າວລົງມາ ແລະຕ້ອນຮັບພຣະອົງດ້ວຍຄວາມຊົມຊື່ນຍິນດີ. |
|
| 7 |
|
| ເມື່ອປະຊາຊົນທັງໝົດເຫັນດັ່ງນັ້ນ, ແລ້ວຕ່າງກໍເລີ່ມຈົ່ມວ່າ, “ເປັນຫຍັງທ່ານຜູ້ນີ້ ຈຶ່ງໄປພັກຢູ່ໃນເຮືອນຂອງຄົນນອກສິນທຳ.” |
|
| 8 |
|
| ແລ້ວຊັກຂ່າຍກໍລຸກຂຶ້ນເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ ພຣະອົງເຈົ້າເອີຍ, ເບິ່ງແມ! ຂ້ານ້ອຍຂໍມອບເຂົ້າຂອງທີ່ມີຢູ່ ໃຫ້ແກ່ຄົນຍາກຈົນເຄິ່ງໜຶ່ງ ແລະຖ້າຂ້ານ້ອຍໄດ້ສໍ້ໂກງຜູ້ໃດ ຂ້ານ້ອຍກໍຂໍສົ່ງຄືນໃຫ້ລາວສີ່ເທົ່າ.” |
|
| 9 |
|
| ພຣະເຢຊູເຈົ້າໄດ້ກ່າວແກ່ຊັກຂ່າຍວ່າ, “ໃນວັນນີ້ ຄວາມພົ້ນມາເຖິງເຮືອນຫລັງນີ້ແລ້ວ ເພາະຄົນນີ້ເປັນລູກຫລານຂອງອັບຣາຮາມເໝືອນກັນ. |
|
| 10 |
|
| ດ້ວຍວ່າ, ບຸດມະນຸດໄດ້ມາເພື່ອຊອກຫາ ແລະໂຜດເອົາຄົນທີ່ຫລົງເສຍໄປແລ້ວນັ້ນໃຫ້ລອດພົ້ນ.” |
|
| 11 |
|
| ເມື່ອປະຊາຊົນກຳລັງຕັ້ງໃຈຟັງຢູ່ນັ້ນ ພຣະອົງກໍຊົງກ່າວຄຳອຸປະມາຕື່ມອີກເລື່ອງໜຶ່ງສູ່ພວກເຂົາຟັງ ເພາະພຣະອົງເກືອບຈະເຖິງນະຄອນເຢຣູຊາເລັມແລ້ວ ແລະເພາະພວກເຂົາກໍຄິດເອົາເອງວ່າ ອານາຈັກຂອງພຣະເຈົ້າ ໃກ້ຈະປາກົດຂຶ້ນໃນໄວໆນີ້. |
|
| 12 |
|
| ດັ່ງນັ້ນ ພຣະອົງຊົງກ່າວວ່າ, “ຍັງມີເຈົ້ານາຍຜູ້ໜຶ່ງ ກຳລັງຈະອອກໄປແດນໄກ ເພື່ອໄປຮັບເອົາຣາຊແຜ່ນດິນອັນໜຶ່ງ ແລ້ວຈຶ່ງຈະກັບຄືນມາ. |
|
| 13 |
|
| ກ່ອນຈາກໄປ ເພິ່ນໄດ້ເອີ້ນຄົນຮັບໃຊ້ສິບຄົນຂອງຕົນມາຫາ ແລ້ວມອບເງິນຫລຽນໃຫ້ພວກເຂົາທັງສັ່ງວ່າ, ‘ຈົ່ງເອົາເງິນນີ້ໄປຄ້າຫາກຳໄລ ຈົນກວ່າເຮົາກັບມາ.’ |
|
| 14 |
|
| ແຕ່ປະຊາຊົນໃນບ້ານເມືອງຂອງເພິ່ນຊັງເພິ່ນ ຈຶ່ງໃຊ້ຄະນະຜູ້ຕາງໜ້າໄປຫາເພິ່ນ ເພື່ອບອກວ່າ, ‘ພວກເຮົາບໍ່ຕ້ອງການຊາຍຄົນນີ້ ໃຫ້ເປັນຜູ້ປົກຄອງຂອງພວກເຮົາ.’ |
|
| 15 |
|
| ຕໍ່ມາ ເມື່ອເພິ່ນໄດ້ຮັບອຳນາດປົກຄອງແຜ່ນດິນແລ້ວ ເພິ່ນກໍກັບຄືນມາ ເພິ່ນໄດ້ສັ່ງໃຫ້ບັນດາຄົນຮັບໃຊ້ມາຢືນຢູ່ຕໍ່ໜ້າເພິ່ນ ເພື່ອຈະໄດ້ຮູ້ວ່າ ພວກເຂົາເຮັດການຄ້າໄດ້ກຳໄລໜ້ອຍຫລາຍເທົ່າໃດ. |
|
| 16 |
|
| ຜູ້ທີໜຶ່ງເຂົ້າມາລາຍງານວ່າ, ‘ພຣະອົງເຈົ້າເອີຍ ຂ້ານ້ອຍໄດ້ເງິນໜຶ່ງຫລຽນຈາກທ່ານໄດ້ກຳໄລເພີ່ມສິບຫລຽນ.’ |
|
| 17 |
|
| ເພິ່ນກ່າວວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີ ເມື່ອເຈົ້າສັດຊື່ໃນຂອງເລັກນ້ອຍ ເຮົາຈະໃຫ້ເຈົ້າປົກຄອງສິບເມືອງ.’ |
|
| 18 |
|
| ຜູ້ທີສອງເຂົ້າມາລາຍງານວ່າ, ‘ພຣະອົງເຈົ້າເອີຍ ຂ້ານ້ອຍໄດ້ເງິນໜຶ່ງຫລຽນຈາກທ່ານ ໄດ້ກຳໄລເພີ່ມຫ້າຫລຽນ.’ |
|
| 19 |
|
| ເພິ່ນກ່າວແກ່ຄົນນີ້ຄືກັນວ່າ, ‘ເຈົ້າຈະໄດ້ປົກຄອງຫ້າເມືອງ.’ |
|
| 20 |
|
| ອີກຄົນໜຶ່ງເຂົ້າມາລາຍງານວ່າ, ‘ພຣະອົງເຈົ້າເອີຍ ນີ້ເດເງິນຫລຽນຂອງທ່ານ ຂ້ານ້ອຍໄດ້ເອົາຜ້າແພມົນຫໍ່ມ້ຽນໄວ້. |
|
| 21 |
|
| ເພາະຂ້ານ້ອຍຢ້ານວ່າທ່ານເປັນຄົນເຂັ້ມງວດ, ທ່ານເຄີຍເກັບເອົາສິ່ງທີ່ບໍ່ໄດ້ຝາກໄວ້ ແລະເກັບກ່ຽວເອົາສິ່ງທີ່ທ່ານບໍ່ໄດ້ປູກ.’ |
|
| 22 |
|
| ເພິ່ນຕອບລາວວ່າ, ‘ອ້າຍຄົນຮັບໃຊ້ທີ່ຊົ່ວຊ້າເອີຍ ເຮົາຈະລົງໂທດເຈົ້າດ້ວຍຄຳເວົ້າຂອງເຈົ້າເອງ ເມື່ອເຈົ້າຮູ້ວ່າ, ເຮົາເປັນຄົນເຂັ້ມງວດ ເອົາສິ່ງທີ່ເຮົາບໍ່ໄດ້ຝາກໄວ້ ແລະເກັບກ່ຽວເອົາສິ່ງທີ່ເຮົາບໍ່ໄດ້ປູກ. |
|
| 23 |
|
| ຖ້າດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງບໍ່ເອົາເງິນຂອງເຮົາໄປຝາກໄວ້ກັບທະນາຄານ? ແລ້ວເມື່ອເຮົາກັບມາ ເຮົາກໍຈະໄດ້ເງິນຄືນພ້ອມດ້ວຍດອກເບ້ຍ.’ |
|
| 24 |
|
| ແລ້ວເພິ່ນກໍກ່າວແກ່ຄົນທີ່ຢືນຢູ່ຫັ້ນວ່າ, ‘ຈົ່ງເອົາເງິນໄປຈາກມັນ ແລະມອບໃຫ້ຜູ້ທີ່ມີສິບຫລຽນນັ້ນ.’ |
|
| 25 |
|
| ແຕ່ພວກເຂົາເວົ້າກັບເພິ່ນວ່າ, ‘ພຣະອົງເຈົ້າເອີຍ ລາວມີສິບຫລຽນແລ້ວເດ’ |
|
| 26 |
|
| ເຮົາບອກເຈົ້າທັງຫລາຍວ່າ, ‘ທຸກຄົນທີ່ມີຢູ່ແລ້ວ ກໍຈະໄດ້ຮັບຫລາຍເພີ່ມຂຶ້ນອີກ, ແຕ່ຜູ້ທີ່ບໍ່ມີຫຍັງເລີຍນັ້ນ ແມ່ນແຕ່ສິ່ງທີ່ຕົນມີຢູ່ແລ້ວເລັກນ້ອຍ ກໍຈະຖືກເອົາໄປເສຍຈາກລາວ. |
|
| 27 |
|
| ຝ່າຍພວກສັດຕູຂອງເຮົາ ທີ່ບໍ່ຢາກໃຫ້ເຮົາປົກຄອງພວກເຂົານັ້ນ ຈົ່ງພາພວກເຂົາມາທີ່ນີ້ ແລະຂ້າພວກເຂົາເສຍຕໍ່ໜ້າເຮົາ.”’ |
|
| 28 |
|
| ຫລັງຈາກທີ່ພຣະເຢຊູເຈົ້າ ກ່າວຄຳເຫຼົ່ານີ້ຈົບແລ້ວ ພຣະອົງກໍຍ່າງອອກໜ້າພວກເຂົາໄປສູ່ນະຄອນເຢຣູຊາເລັມ. |
|
| 29 |
|
| ພໍພຣະອົງມາໃກ້ບ້ານເບັດຟາເຄ ແລະບ້ານເບັດທານີທີ່ພູເຂົາໝາກກອກເທດ ພຣະອົງກໍໃຊ້ສາວົກສອງຄົນລ່ວງໜ້າໄປກ່ອນ |
|
| 30 |
|
| ໂດຍຊົງສັ່ງວ່າ, “ຈົ່ງເຂົ້າໄປໃນບ້ານຂ້າງໜ້າພວກເຈົ້ານັ້ນ ພໍເຂົ້າໄປແລ້ວພວກເຈົ້າຈະພົບລໍນ້ອຍໂຕໜຶ່ງທີ່ເຂົາມັດໄວ້ ລໍນ້ອຍໂຕນີ້ຍັງບໍ່ມີຜູ້ໃດໄດ້ຂີ່ຈັກເທື່ອ ຈົ່ງແກ້ເອົາລໍໂຕນັ້ນ ແລະຈູງມັນມາບ່ອນນີ້. |
|
| 31 |
|
| ຖ້າມີຜູ້ໃດຖາມວ່າ, ‘ແກ້ມັນໄປເຮັດຫຍັງ?’ ຈົ່ງຕອບວ່າ, ‘ອົງພຣະຜູ້ເປັນເຈົ້າ ຕ້ອງການ.”’ |
|
| 32 |
|
| ສາວົກທີ່ຖືກໃຊ້ໄປນັ້ນກໍອອກໄປ ແລະພົບທຸກຢ່າງຕາມທີ່ພຣະອົງໄດ້ບອກພວກເພິ່ນແລ້ວນັ້ນ. |
|
| 33 |
|
| ຂະນະທີ່ພວກເພິ່ນກຳລັງແກ້ເອົາລໍນ້ອຍຢູ່ນັ້ນ ເຈົ້າຂອງລໍກໍຖາມວ່າ, “ພວກເຈົ້າແກ້ເອົາລໍນ້ອຍໄປເຮັດຫຍັງ?” |
|
| 34 |
|
| ພວກເພິ່ນຕອບວ່າ, “ອົງພຣະຜູ້ເປັນເຈົ້າຕ້ອງການ.” |
|
| 35 |
|
| ແລະ ພວກເພິ່ນກໍຈູງລໍມາຫາພຣະເຢຊູເຈົ້າ ແລ້ວພວກເພິ່ນກໍເອົາເສື້ອຊັ້ນນອກຂອງຕົນປົກຫລັງຂອງມັນ ແລະເຊີນໃຫ້ພຣະອົງຂຶ້ນຂີ່. |
|
| 36 |
|
| ຂະນະທີ່ພຣະອົງຂີ່ໄປນັ້ນ ປະຊາຊົນກໍເອົາເສື້ອຊັ້ນນອກຂອງຕົນມາປູຕາມທາງຍ່າງ. |
|
| 37 |
|
| ເມື່ອພຣະອົງມາໃກ້ນະຄອນເຢຣູຊາເລັມ ຕາມທາງທີ່ຈະລົງໄປຈາກພູເຂົາໝາກກອກເທດ ປະຊາຊົນທີ່ເປັນສາວົກຂອງພຣະອົງ ກໍເລີ່ມຊົມຊື່ນຍິນດີສັນລະເສີນພຣະເຈົ້າດ້ວຍສຽງດັງ ເພາະການອັດສະຈັນທັງໝົດທີ່ພວກເຂົາໄດ້ເຫັນນັ້ນ ໂດຍເວົ້າວ່າ, |
|
| 38 |
|
| “ຂໍໃຫ້ກະສັດ ຜູ້ທີ່ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເລີນ ສັນຕິສຸກຈົ່ງມີໃນສະຫວັນ ແລະພຣະຣັດສະໝີຈົ່ງມີໃນທີ່ສູງສຸດ.” |
|
| 39 |
|
| ແລ້ວພວກຟາຣີຊາຍບາງຄົນໃນປະຊາຊົນ ກໍເວົ້າຕໍ່ພຣະອົງວ່າ, “ອາຈານເອີຍ ຈົ່ງສັ່ງພວກສາວົກຂອງທ່ານໃຫ້ມິດງຽບແດ່.” |
|
| 40 |
|
| ພຣະອົງໄດ້ຕອບພວກເຂົາວ່າ, “ເຮົາບອກເຈົ້າທັງຫລາຍວ່າ ຖ້າຄົນເຫຼົ່ານີ້ມິດງຽບ ກ້ອນຫີນທັງຫລາຍກໍຈະຮ້ອງຂຶ້ນ.” |
|
| 41 |
|
| ເມື່ອພຣະເຢຊູເຈົ້າສະເດັດມາໃກ້ ແລະເຫັນຕົວເມືອງແລ້ວ ພຣະອົງກໍຮ້ອງໄຫ້ເພາະສົງສານຕົວເມືອງ. |
|
| 42 |
|
| ໂດຍຊົງກ່າວວ່າ, “ໃນວັນນີ້ ຖ້າເຈົ້າໄດ້ຮູ້ເຖິງສິ່ງທີ່ເຮັດໃຫ້ເຈົ້າມີສັນຕິສຸກກໍເປັນການດີ, ແຕ່ບັດນີ້ ສິ່ງເຫຼົ່ານັ້ນໄດ້ຖືກປິດບັງໄວ້ຈາກຕາຂອງເຈົ້າແລ້ວ. |
|
| 43 |
|
| ດ້ວຍວ່າ, ເວລາຈະມາເຖິງ ເມື່ອສັດຕູຂອງເຈົ້າຈະຂຸດຄູອ້ອມເຈົ້າ ແລະຕັນເຈົ້າໄວ້ທຸກດ້ານ. |
|
| 44 |
|
| ພວກເຂົາຈະທຳລາຍເຈົ້າ ແລະລູກທັງຫລາຍທີ່ຢູ່ນຳເຈົ້າໃຫ້ລົງພຽງດິນ. ພວກເຂົາຈະບໍ່ປະກ້ອນຫີນໃຫ້ຊ້ອນທັບກັນໄວ້ພາຍໃນເຈົ້າ ເພາະວ່າເຈົ້າບໍ່ຮູ້ເວລາທີ່ພຣະເຈົ້າໄດ້ມາຢ້ຽມຢາມເຈົ້າ.” |
|
| 45 |
|
| ແລ້ວພຣະອົງໄດ້ເຂົ້າໄປໃນພຣະວິຫານ ແລະເລີ່ມຂັບໄລ່ບັນດາຄົນຊື້ຂາຍຢູ່ທີ່ນັ້ນອອກໄປ |
|
| 46 |
|
| ໂດຍກ່າວແກ່ພວກເຂົາວ່າ, “ມີຄຳທີ່ຂຽນໄວ້ໃນພຣະຄຳພີວ່າ, ‘ພຣະວິຫານຂອງເຮົາຈະເປັນສະຖານທີ່ໄຫວ້ວອນ.’ ແຕ່ເຈົ້າທັງຫລາຍກັບເຮັດໃຫ້ເປັນຖໍ້າຂອງໂຈນ.” |
|
| 47 |
|
| ແລ້ວພຣະອົງກໍສັ່ງສອນທຸກໆວັນຢູ່ໃນພຣະວິຫານ, ພວກຫົວໜ້າປະໂຣຫິດ, ພວກທຳມະຈານ ແລະບັນດາຜູ້ນຳປະຊາຊົນ, ຕ່າງກໍຊອກຫາໂອກາດທີ່ຈະຂ້າພຣະອົງເສຍ, |
|
| 48 |
|
| ແຕ່ພວກເຂົາບໍ່ເຫັນຊ່ອງທາງທີ່ຈະເຮັດໄດ້ ເພາະປະຊາຊົນທັງຫລາຍໄດ້ຕິດພັນ ແລະຕັ້ງໃຈຟັງຄຳສັ່ງສອນຂອງພຣະອົງ. |
|
|
|
|