|
| 1 |
|
| ໃນເວລານັ້ນ ກາຍຊາໂອຄຸໂຕໄດ້ອອກຄຳສັ່ງໃຫ້ຈົດທະບຽນສຳມະໂນຄົວໃນທົ່ວຈັກກະພົບໂຣມ. |
|
| 2 |
|
| ເມື່ອດຳເນີນການຈົດທະບຽນຄັ້ງທຳອິດນີ້ ແມ່ນກີຣີນີໂອເປັນຜູ້ປົກຄອງປະເທດຊີເຣຍ. |
|
| 3 |
|
| ດັ່ງນັ້ນ ປະຊາຊົນທຸກຄົນຈຶ່ງໄປຈົດທະບຽນສຳມະໂນຄົວ ຕາມບ້ານເກີດເມືອງນອນຂອງໃຜລາວ. |
|
| 4 |
|
| ຝ່າຍໂຢເຊັບກໍອອກເດີນທາງຈາກເມືອງນາຊາເຣັດໃນແຂວງຄາລີເລ ເພື່ອໄປທີ່ເມືອງເບັດເລເຮັມແຂວງຢູດາຍເມືອງຂອງກະສັດດາວິດ, ເພາະວ່າເພິ່ນເປັນເຊື້ອສາຍຂອງກະສັດດາວິດ. |
|
| 5 |
|
| ເພິ່ນໄດ້ໄປຈົດທະບຽນກັບນາງມາຣີ ຄູ່ໝັ້ນຂອງເພິ່ນ ສ່ວນນາງມາຣີນັ້ນກຳລັງຖືພາຢູ່. |
|
| 6 |
|
| ແລະ ຂະນະທີ່ພວກເພິ່ນຢູ່ໃນເມືອງເບັດເລເຮັມນັ້ນ ກໍພໍດີຄົບກຳນົດທີ່ນາງມາຣີຈະເກີດລູກ. |
|
| 7 |
|
| ນາງໄດ້ເກີດລູກຊາຍກົກ, ເອົາຜ້າອ້ອມພັນ ແລະວາງໄວ້ໃນຮາງຫຍ້າ ເພາະວ່າໃນໂຮງແຮມນັ້ນ ບໍ່ມີຫ້ອງຫວ່າງສຳລັບພວກເພິ່ນເລີຍ. |
|
| 8 |
|
| ໃນຂົງເຂດນີ້ ໄດ້ມີຄົນລ້ຽງແກະທີ່ຢູ່ຕາມທົ່ງ ນອນເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ. |
|
| 9 |
|
| ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າ ໄດ້ມາປາກົດແກ່ພວກເຂົາ ແລະພຣະຣັດສະໝີຂອງອົງພຣະຜູ້ເປັນເຈົ້າ ກໍສ່ອງແຈ້ງອ້ອມຮອບພວກເຂົາ. ດັ່ງນັ້ນ ພວກເຂົາຈຶ່ງຕົກໃຈຢ້ານຫລາຍ. |
|
| 10 |
|
| ແຕ່ເທວະດາຕົນນັ້ນໄດ້ກ່າວແກ່ພວກເຂົາວ່າ, “ຢ່າຢ້ານເລີຍ ເຮົານຳຂ່າວດີມາບອກໃຫ້ພວກເຈົ້າຮູ້ ເປັນຂ່າວທີ່ນຳຄວາມຊົມຊື່ນຍິນດີອັນໃຫຍ່ ມາສູ່ປະຊາຊົນທັງໝົດ. |
|
| 11 |
|
| ເພາະວ່າໃນວັນນີ້ ອົງພຣະຜູ້ໂຜດຊ່ວຍໃຫ້ພົ້ນອົງໜຶ່ງ ຄືພຣະຄຣິດໄດ້ມາບັງເກີດຢູ່ໃນເມືອງຂອງດາວິດ ສຳລັບເຈົ້າທັງຫລາຍ |
|
| 12 |
|
| ນີ້ແຫຼະ ຈະເປັນໝາຍສຳຄັນແກ່ພວກເຈົ້າ ຄືພວກເຈົ້າຈະໄດ້ພົບພຣະກຸມມານອົງໜຶ່ງ ພັນຜ້າອ້ອມນອນຢູ່ໃນຮາງຫຍ້າ.” |
|
| 13 |
|
| ໃນທັນໃດນັ້ນ ກໍມີກອງທັບເທວະດາແຫ່ງສະຫວັນໝູ່ໃຫຍ່ ມາປາກົດກັບເທວະດາຕົນນັ້ນ ຮ່ວມກັນຮ້ອງສັນລະເສີນພຣະເຈົ້າວ່າ, |
|
| 14 |
|
| “ພຣະຣັດສະໝີ ຈົ່ງມີແດ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ ແກ່ມະນຸດທັງປວງຜູ້ທີ່ພຣະອົງ ຊົງພໍພຣະໄທນັ້ນ.” |
|
| 15 |
|
| ເມື່ອຝູງເທວະດາເຫຼົ່ານັ້ນ ຈາກພວກເຂົາຂຶ້ນສູ່ສະຫວັນແລ້ວ ພວກຜູ້ລ້ຽງແກະໄດ້ເວົ້າກັນວ່າ, “ໃຫ້ພວກເຮົາພາກັນໄປເມືອງເບັດເລເຮັມເທາະ ໄປເບິ່ງເຫດການທີ່ໄດ້ເກີດຂຶ້ນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໃຫ້ພວກເຮົາຮູ້ນັ້ນ.” |
|
| 16 |
|
| ພວກເຂົາຈຶ່ງຮີບໄປ ແລະພົບມາຣີກັບໂຢເຊັບ ແລະເຫັນພຣະກຸມມານນອນຢູ່ໃນຮາງຫຍ້າ. |
|
| 17 |
|
| ເມື່ອພວກຜູ້ລ້ຽງແກະພົບພຣະກຸມມານແລ້ວ ພວກເຂົາກໍເລົ່າເລື່ອງຕາມທີ່ພວກເຂົາ ໄດ້ຍິນເຖິງພຣະກຸມມານນັ້ນ. |
|
| 18 |
|
| ທຸກຄົນທີ່ໄດ້ຟັງພວກຜູ້ລ້ຽງແກະເລົ່າ ຕ່າງກໍປະຫລາດໃຈຕໍ່ສິ່ງທີ່ພວກຜູ້ລ້ຽງແກະໄດ້ເລົ່ານັ້ນ. |
|
| 19 |
|
| ຝ່າຍມາຣີກໍຈົດຈຳເລື່ອງເຫຼົ່ານີ້ທັງໝົດໄວ້ ແລະຄິດຮໍ່າເພີງຢູ່ໃນໃຈ. |
|
| 20 |
|
| ແລ້ວພວກຜູ້ລ້ຽງແກະກໍກັບຄືນໄປ ຮ້ອງເພງສັນລະເສີນພຣະເຈົ້າ ໃນທຸກສິ່ງທີ່ຕົນໄດ້ຍິນແລະໄດ້ເຫັນ ເພາະເຫດການໄດ້ເປັນໄປຕາມທີ່ເທວະດາບອກໄວ້ນັ້ນທຸກປະການ. |
|
| 21 |
|
| ອາທິດໜຶ່ງຕໍ່ມາ ເມື່ອເຖິງກຳນົດຕ້ອງຮັບພິທີຕັດ ພວກເພິ່ນຈຶ່ງໃສ່ຊື່ກຸມມານນັ້ນວ່າ ເຢຊູ ຕາມທີ່ເທວະດາໄດ້ບອກໄວ້ ກ່ອນທີ່ນາງມາຣີບໍ່ທັນໄດ້ຕັ້ງທ້ອງເທື່ອນັ້ນ. |
|
| 22 |
|
| ແລ້ວເວລາກຳນົດກໍມາເຖິງ ສຳລັບໂຢເຊັບແລະມາຣີ ທີ່ຈະເຮັດພິທີຊຳລະຕົວໃຫ້ສະອາດ ຕາມທີ່ກົດບັນຍັດຂອງໂມເຊໄດ້ກ່າວໄວ້. ພວກເພິ່ນຈຶ່ງໄດ້ນຳເອົາພຣະກຸມມານ ໄປທີ່ນະຄອນເຢຣູຊາເລັມ ເພື່ອຖວາຍແກ່ອົງພຣະຜູ້ເປັນເຈົ້າ, |
|
| 23 |
|
| ຕາມທີ່ມີຂຽນໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນຈະຕ້ອງນຳມາຖວາຍແກ່ອົງພຣະຜູ້ເປັນເຈົ້າ.” |
|
| 24 |
|
| ໂຢເຊັບກັບມາຣີຍັງໄດ້ຖວາຍເຄື່ອງບູຊາ ຕາມທີ່ກົດບັນຍັດຂອງອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ເຊັ່ນກັນ ຄືນົກເຂົາຄູ່ໜຶ່ງ ຫລືນົກກາງແກໜຸ່ມສອງໂຕ. |
|
| 25 |
|
| ຂະນະນັ້ນ ຢູ່ໃນນະຄອນເຢຣູຊາເລັມ ໄດ້ມີຊາຍຄົນໜື່ງຊື່ວ່າ ຊີເມໂອນ ເພິ່ນເປັນຄົນສິນທຳ ຢຳເກງພຣະເຈົ້າ ແລະໄດ້ຄອຍຖ້າຜູ້ທີ່ມາໂຜດຊ່ວຍຊາດອິດສະຣາເອນໃຫ້ພົ້ນ, ພຣະວິນຍານບໍຣິສຸດເຈົ້າຊົງສະຖິດຢູ່ກັບເພິ່ນ |
|
| 26 |
|
| ພຣະວິນຍານບໍຣິສຸດເຈົ້າ ໄດ້ສຳແດງໃຫ້ເພິ່ນຮູ້ວ່າ ເພິ່ນຈະບໍ່ຕາຍກ່ອນໄດ້ເຫັນພຣະຄຣິດ ຜູ້ມາຈາກອົງພຣະຜູ້ເປັນເຈົ້າ. |
|
| 27 |
|
| ພຣະວິນຍານບໍຣິສຸດເຈົ້າ ໄດ້ນຳພາຊີເມໂອນເຂົ້າໄປໃນພຣະວິຫານ, ເມື່ອພໍ່ແມ່ໄດ້ນຳເອົາພຣະກຸມມານເຢຊູເຂົ້າໄປໃນພຣະວິຫານ ເພື່ອປະຕິບັດຕາມກົດບັນຍັດໄດ້ກ່າວໄວ້ກ່ຽວກັບພຣະກຸມມານນັ້ນ |
|
| 28 |
|
| ຊີເມໂອນກໍໄດ້ອູ້ມເອົາພຣະກຸມມານໄວ້ໃນອ້ອມແຂນຂອງຕົນ ແລະສັນລະເສີນພຣະເຈົ້າວ່າ, |
|
| 29 |
|
| “ຂ້າແດ່ພຣະອົງເຈົ້າ ບັດນີ້ພຣະອົງໄດ້ໃຫ້ຂ້ອຍໃຊ້ ຂອງພຣະອົງ ໄປເປັນສຸກຕາມພຣະທຳຂອງພຣະອົງ |
|
| 30 |
|
| ເພາະວ່າຕາຂອງຂ້ານ້ອຍໄດ້ເຫັນຄວາມພົ້ນ ທີ່ມາຈາກພຣະອົງແລ້ວ |
|
| 31 |
|
| ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້ ຕໍ່ໜ້າປະຊາຊົນທັງໝົດ |
|
| 32 |
|
| ຄືແສງສະຫວ່າງສ່ອງແຈ້ງ ເປີດເຜີຍພຣະປະສົງ ແກ່ບັນດາປະຊາຊາດ ແລະນຳເອົາສະຫງ່າຣາສີມາສູ່ ອິດສະຣາເອນພົນລະເມືອງ ຂອງພຣະເຈົ້າ.” |
|
| 33 |
|
| ຝ່າຍພໍ່ແມ່ຂອງພຣະກຸມມານ ກໍປະຫລາດໃຈ ໃນສິ່ງທີ່ຊີເມໂອນໄດ້ກ່າວເຖິງພຣະກຸມມານນັ້ນ. |
|
| 34 |
|
| ຊີເມໂອນໄດ້ອວຍພອນພວກເພິ່ນ ແລະກ່າວກັບມາຣີແມ່ຂອງພຣະກຸມມານນັ້ນວ່າ, “ພຣະເຈົ້າໄດ້ເລືອກເດັກຄົນນີ້ໄວ້ ເພື່ອເປັນເຫດໃຫ້ຫລາຍຄົນ ໃນຊາດອິດສະຣາເອນລົ້ມລົງ ແລະລຸກຂຶ້ນໃໝ່ ເປັນໝາຍສຳຄັນທີ່ຫລາຍຄົນຈະເວົ້າຕໍ່ຕ້ານ |
|
| 35 |
|
| ເພາະຄວາມຄິດໃນໃຈຂອງຄົນທັງຫລາຍ ຈະໄດ້ປາກົດແຈ້ງ ສ່ວນເຈົ້າຈະເຈັບປວດເໝືອນດັ່ງຖືກດາບແທງຊອດຈິດໃຈ.” |
|
| 36 |
|
| ຍັງມີໝໍທຳນວາຍຍິງຄົນໜຶ່ງ ຊື່ອານາ ເປັນລູກສາວຂອງຟານູເອນ ໃນຕະກຸນອາເຊ ນາງເປັນຄົນແກ່ຊະຣາຫລາຍແລ້ວ ມີຜົວຕັ້ງແຕ່ເປັນສາວໜຸ່ມ ແລະຢູ່ນຳຜົວໄດ້ເຈັດປີ, |
|
| 37 |
|
| ແລ້ວກໍເປັນໝ້າຍຢູ່ລະຫວ່າງແປດສິບສີ່ປີ ນາງບໍ່ໜີຈາກບໍລິເວນພຣະວິຫານຈັກເທື່ອ, ແຕ່ໄດ້ຢູ່ປະຕິບັດພຣະເຈົ້າ, ຮັກສາສິນດ້ວຍການອົດອາຫານ ແລະພາວັນນາອະທິຖານ ທັງກາງເວັນແລະກາງຄືນ. |
|
| 38 |
|
| ໃນເວລານັ້ນ ນາງກໍໄດ້ເຂົ້າມາໂມທະນາຂອບພຣະຄຸນພຣະເຈົ້າ ແລະເວົ້າເຖິງພຣະກຸມມານໃຫ້ແກ່ທຸກຄົນ ໃນນະຄອນເຢຣູຊາເລັມຟັງ ຊຶ່ງພວກເຂົາກຳລັງຄອຍຖ້າການໄຖ່ໃຫ້ພົ້ນນັ້ນ. |
|
| 39 |
|
| ເມື່ອໂຢເຊັບແລະມາຣີ ເຮັດທຸກສິ່ງສຳເລັດ ຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າແລ້ວ ພວກເພິ່ນກໍກັບຄືນເມືອບ້ານເມືອງຂອງຕົນ ທີ່ນາຊາເຣັດໃນແຂວງຄາລີເລ. |
|
| 40 |
|
| ຝ່າຍພຣະກຸມມານນັ້ນ ກໍໃຫຍ່ຂຶ້ນແລະແຂງແຮງດີ ເຕັມໄປດ້ວຍສະຕິປັນຍາ ແລະພຣະຄຸນຂອງພຣະເຈົ້າກໍຊົງສະຖິດຢູ່ນຳພຣະອົງ. |
|
| 41 |
|
| ທຸກປີໃດ ພໍ່ແມ່ຂອງພຣະກຸມມານເຢຊູ ເຄີຍຂຶ້ນໄປນະຄອນເຢຣູຊາເລັມ ເພື່ອສະຫລອງເທດສະການປັດສະຄາ. |
|
| 42 |
|
| ເມື່ອພຣະກຸມມານເຢຊູອາຍຸໄດ້ສິບສອງປີ ພວກເພິ່ນກໍໄດ້ຂຶ້ນໄປສະຫລອງເທດສະການນີ້ ຕາມທຳນຽມທີ່ເຄີຍປະຕິບັດມາ. |
|
| 43 |
|
| ເມື່ອເທດສະການສິ້ນສຸດລົງແລ້ວ ພໍ່ແມ່ກໍກັບຄືນເມືອເຮືອນ ສ່ວນພຣະກຸມມານເຢຊູນັ້ນ ຍັງຄ້າງຢູ່ໃນນະຄອນເຢຣູຊາເລັມ ຝ່າຍພໍ່ແມ່ກໍບໍ່ຮູ້ຈັກ. |
|
| 44 |
|
| ເພິ່ນທັງສອງຄິດວ່າ ພຣະກຸມມານເຢຊູນັ້ນ ຢູ່ນຳກຸ່ມຄົນທີ່ເດີນທາງກັບດ້ວຍກັນ. ດັ່ງນັ້ນ ພວກເພິ່ນຈຶ່ງເດີນທາງຕໍ່ໄປໄດ້ໜຶ່ງວັນ ແລ້ວເລີ່ມຕົ້ນຊອກຫາໃນທ່າມກາງຍາດພີ່ນ້ອງແລະໝູ່ເພື່ອນ. |
|
| 45 |
|
| ເມື່ອບໍ່ພົບ ພວກເພິ່ນຈຶ່ງກັບຄືນໄປຊອກຫາຢູ່ນະຄອນເຢຣູຊາເລັມ. |
|
| 46 |
|
| ເມື່ອຊອກຫາໄດ້ສາມວັນແລ້ວ ພວກເພິ່ນກໍພົບພຣະກຸມມານນັ່ງຢູ່ໃນພຣະວິຫານ ທ່າມກາງກຸ່ມອາຈານຊາວຢິວ ກຳລັງຟັງແລະຊັກຖາມພວກອາຈານເຫຼົ່ານັ້ນຢູ່. |
|
| 47 |
|
| ທຸກຄົນທີ່ໄດ້ຍິນພຣະອົງກ່າວ ຕ່າງກໍປະຫລາດໃຈໃນສະຕິປັນຍາ ແລະຄຳຕອບຂອງພຣະກຸມມານນັ້ນ. |
|
| 48 |
|
| ຝ່າຍພໍ່ແມ່ກໍປະຫລາດໃຈເມື່ອໄດ້ເຫັນ ແລະແມ່ຈຶ່ງຖາມວ່າ, “ລູກເອີຍ, ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້ກັບພວກເຮົາ? ພໍ່ກັບແມ່ເລາະຊອກຫາເຈົ້າດ້ວຍຄວາມກັງວົນໃຈທີ່ສຸດ.” |
|
| 49 |
|
| ພຣະກຸມມານຕອບວ່າ, “ເປັນຫຍັງຕ້ອງຊອກຫາເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາຕ້ອງຢູ່ໃນທີ່ສະຖິດແຫ່ງພຣະບິດາເຈົ້າຂອງເຮົາ?” |
|
| 50 |
|
| ແຕ່ພວກເພິ່ນບໍ່ເຂົ້າໃຈຄຳຕອບຂອງພຣະກຸມມານນັ້ນ. |
|
| 51 |
|
| ແລ້ວພຣະກຸມມານເຢຊູ ຈຶ່ງລົງເມືອກັບພວກເພິ່ນສູ່ເມືອງນາຊາເຣັດ ແລະອ່ອນນ້ອມຍອມຟັງພວກເພິ່ນ ຝ່າຍແມ່ກໍເກັບກຳເລື່ອງທັງໝົດນີ້ໄວ້ໃນໃຈ. |
|
| 52 |
|
| ພຣະເຢຊູເຈົ້າໄດ້ຈະເລີນເຕີບໃຫຍ່ຂຶ້ນ ໃນດ້ານສະຕິປັນຍາ ແລະໃນດ້ານຮ່າງກາຍ ເປັນທີ່ພໍພຣະໄທຕໍ່ພຣະເຈົ້າແລະຕໍ່ມະນຸດດ້ວຍ. |
|
|
|
|