|
| 1 |
|
| ວັນໜຶ່ງ ເມື່ອພຣະເຢຊູເຈົ້າກຳລັງເທດສະໜາສັ່ງສອນປະຊາຊົນຢູ່ໃນພຣະວິຫານ ແລະປະກາດຂ່າວປະເສີດ ພວກຫົວໜ້າປະໂຣຫິດກັບພວກທຳມະຈານ ພ້ອມທັງພວກເຖົ້າແກ່ໄດ້ມາຫາພຣະອົງ. |
|
| 2 |
|
| ພວກເຂົາຖາມພຣະອົງວ່າ, “ບອກພວກເຮົາມາເບິ່ງດູ ເຈົ້າມີສິດຫຍັງຈຶ່ງເຮັດການນີ້? ຜູ້ໃດໃຫ້ສິດນີ້ແກ່ເຈົ້າ?” |
|
| 3 |
|
| ພຣະອົງໄດ້ຕອບພວກເຂົາວ່າ, “ຝ່າຍເຮົາຈະຖາມພວກເຈົ້າຂໍ້ດຽວ ຈົ່ງບອກເຮົາມາເບິ່ງດູວ່າ |
|
| 4 |
|
| ບັບຕິສະມາຂອງໂຢຮັນນັ້ນ ມາຈາກສະຫວັນ ຫລືມາຈາກມະນຸດ.” |
|
| 5 |
|
| ພວກເຂົາຈຶ່ງເລີ່ມຖົກຖຽງກັນວ່າ, “ພວກເຮົາຈະວ່າຢ່າງໃດ? ຖ້າພວກເຮົາຕອບວ່າ, ‘ມາຈາກສະຫວັນ’ ມັນກໍຈະຖາມວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອຟັງໂຢຮັນ?’ |
|
| 6 |
|
| ແຕ່ຖ້າພວກເຮົາຕອບວ່າ, ‘ມາຈາກມະນຸດ’ ປະຊາຊົນທັງໝົດໃນທີ່ນີ້ກໍຈະແກວ່ງກ້ອນຫີນໃສ່ພວກເຮົາ, ເພາະພວກເຂົາເຊື່ອວ່າໂຢຮັນເປັນຜູ້ທຳນວາຍ.” |
|
| 7 |
|
| ສະນັ້ນ ພວກເຂົາຈຶ່ງຕອບວ່າ, “ພວກເຮົາບໍ່ຮູ້.” |
|
| 8 |
|
| ແລ້ວພຣະອົງກໍໄດ້ຕອບພວກເຂົາວ່າ, “ຝ່າຍເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າ ເຮົາເຮັດການເຫຼົ່ານີ້ດ້ວຍສິດອັນໃດ.” |
|
| 9 |
|
| ແລ້ວພຣະອົງກໍຊົງກ່າວຄຳອຸປະມານີ້ສູ່ປະຊາຊົນຟັງວ່າ, “ຍັງມີຊາຍຄົນໜຶ່ງທີ່ເຮັດສວນອະງຸ່ນ ແລະເອົາສວນນັ້ນໃຫ້ຄົນອື່ນເຊົ່າ ແລ້ວເພິ່ນກໍຈາກໄປເປັນເວລາດົນນານ. |
|
| 10 |
|
| ພໍເຖິງເວລາເກັບໝາກອະງຸ່ນມາຮອດ ເຈົ້າຂອງສວນນັ້ນກໍໃຫ້ຄົນຮັບໃຊ້ຜູ້ໜຶ່ງໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຜົນລະປູກຂອງຕົນຈາກພວກເຂົາ, ແຕ່ພວກຄົນເຊົ່າສວນໄດ້ທຸບຕີຄົນຮັບໃຊ້ຜູ້ນັ້ນ ແລະຂັບໄລ່ລາວກັບຄືນເມືອມືເປົ່າ. |
|
| 11 |
|
| ດັ່ງນັ້ນ ເພິ່ນຈຶ່ງໃຊ້ຄົນຮັບໃຊ້ຜູ້ອື່ນໄປອີກ, ແຕ່ພວກຄົນເຊົ່າສວນໄດ້ທຸບຕີລາວຄືກັນທັງໄດ້ປ້ອຍດ່າລາວ ແລະທັງຂັບໄລ່ກັບຄືນເມືອມືເປົ່າ. |
|
| 12 |
|
| ແລ້ວເພິ່ນກໍໃຊ້ຄົນຮັບໃຊ້ຜູ້ທີສາມໄປອີກ ພວກຄົນເຊົ່າສວນໄດ້ທຸບຕີລາວຈົນບາດເຈັບ ແລະໂຍນລາວຖິ້ມອອກນອກສວນ. |
|
| 13 |
|
| ຝ່າຍເຈົ້າຂອງສວນກໍກ່າວວ່າ, ‘ເຮົາຈະເຮັດແນວໃດ? ເຮົາຈະໃຊ້ລູກຊາຍຜູ້ເປັນສຸດທີ່ຮັກຂອງເຮົາໄປ ບາງທີພວກເຂົາຈະໃຫ້ຄວາມນັບຖືແກ່ລູກຊາຍຂອງເຮົາ’ |
|
| 14 |
|
| ແຕ່ເມື່ອຄົນເຊົ່າສວນເຫັນລູກເພິ່ນແລ້ວ ພວກເຂົາກໍປຶກສາກັນ ແລະເວົ້າວ່າ, ‘ຄົນນີ້ແຫຼະ ເປັນຜູ້ສືບມໍຣະດົກ ຈົ່ງຂ້າມັນເສຍ ແລ້ວມໍຣະດົກກໍຈະຕົກເປັນຂອງພວກເຮົາ’ |
|
| 15 |
|
| ດັ່ງນັ້ນ ພວກເຂົາຈຶ່ງໂຍນລາວຖິ້ມອອກນອກສວນ ແລະຂ້າລາວເສຍ. ເມື່ອເປັນເຊັ່ນນັ້ນ ເຈົ້າຂອງສວນອະງຸ່ນຈະເຮັດຢ່າງໃດ ກັບຄົນເຊົ່າສວນພວກນັ້ນ? |
|
| 16 |
|
| ເພິ່ນຈະມາ ແລະຂ້າຄົນເຊົ່າສວນເຫຼົ່ານັ້ນເສຍ ແລະຈະຍົກສວນອະງຸ່ນໃຫ້ຄົນອື່ນເຊົ່າ.” ເມື່ອຄົນເຫຼົ່ານັ້ນໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາກໍເວົ້າວ່າ, “ຂໍຢ່າໃຫ້ເກີດເປັນຢ່າງນັ້ນເທາະ.” |
|
| 17 |
|
| ພຣະເຢຊູເຈົ້າໄດ້ເພັ່ງເບິ່ງພວກເຂົາ ແລ້ວກໍຖາມວ່າ, “ເຫດສະນັ້ນ ພຣະຄຳພີຂໍ້ນີ້ໝາຍຄວາມວ່າຢ່າງໃດ ຊຶ່ງວ່າ ‘ຫີນທີ່ນາຍຊ່າງກໍ່ສ້າງໄດ້ໂຍນຖິ້ມແລ້ວ ກໍໄດ້ກາຍເປັນຫີນເສົາເອກແລ້ວ.’ |
|
| 18 |
|
| ຜູ້ໃດທີ່ລົ້ມທັບຫີນນັ້ນ ຜູ້ນັ້ນຈະແຕກຫັກເປັນປ່ຽງໄປ ແລະຖ້າຫີນນັ້ນຕົກທັບຜູ້ໃດ ຜູ້ນັ້ນກໍຈະແຫລກໝຸ່ນເປັນຂີ້ຝຸ່ນດິນໄປ.” |
|
| 19 |
|
| ຝ່າຍພວກທຳມະຈານ ແລະ ພວກຫົວໜ້າປະໂຣຫິດຮູ້ຢູ່ວ່າ, ພຣະອົງຊົງກ່າວຄຳອຸປະມານີ້ຕໍ່ສູ້ພວກເຂົາ ພວກເຂົາຈຶ່ງວາງແຜນຈັບພຣະອົງ ແຕ່ພວກເຂົາຢ້ານປະຊາຊົນ. |
|
| 20 |
|
| ພວກເຂົາຈຶ່ງຕິດຕາມເບິ່ງພຣະອົງ ແລະໃຊ້ຄົນສອດແນມໃຫ້ປອມຕົວເໝືອນເປັນຄົນສັດຊື່ ເພື່ອຫວັງຈະຈັບຜິດໃນຖ້ອຍຄຳຂອງພຣະອົງ ເພື່ອຈະມອບພຣະອົງໄວ້ໃນອຳນາດ ແລະ ອາດຍາສິດຂອງຜູ້ປົກຄອງ. |
|
| 21 |
|
| ພວກເຂົາຈຶ່ງຖາມພຣະອົງວ່າ, “ອາຈານເອີຍ ພວກເຮົາຮູ້ວ່າຖ້ອຍຄຳທີ່ທ່ານກ່າວ ແລະສັ່ງສອນນັ້ນຖືກຕ້ອງ ແລະໂດຍບໍ່ເຫັນແກ່ໜ້າຜູ້ໃດ, ແຕ່ສັ່ງສອນຫົນທາງຂອງພຣະເຈົ້າຢ່າງສັດຊື່. |
|
| 22 |
|
| ຈົ່ງບອກພວກເຮົາແດ່ວ່າ, ເປັນການຜິດກົດບັນຍັດຂອງພວກເຮົາບໍ ທີ່ເສຍພາສີໃຫ້ກາຍຊາ ຜິດ ຫລືວ່າບໍ່ຜິດ?” |
|
| 23 |
|
| ແຕ່ພຣະອົງຊົງຢັ່ງຮູ້ເຖິງກົນອຸບາຍຂອງພວກເຂົາຈຶ່ງກ່າວແກ່ພວກເຂົາວ່າ, |
|
| 24 |
|
| “ຈົ່ງເອົາເງິນຫລຽນມາໃຫ້ເບິ່ງດູ ຮູບແລະຊື່ທີ່ຈາລຶກໄວ້ໃນຫລຽນນີ້ ເປັນຂອງຜູ້ໃດ?” ພວກເຂົາຕອບວ່າ, “ເປັນຂອງກາຍຊາ.” |
|
| 25 |
|
| ແລ້ວພຣະອົງຊົງກ່າວກັບພວກເຂົາວ່າ, “ເຫດສະນັ້ນ ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ.” |
|
| 26 |
|
| ຕໍ່ໜ້າປະຊາຊົນຢູ່ທີ່ນັ້ນ ພວກເຂົາຈັບຜິດພຣະອົງເລື່ອງໃດໆບໍ່ໄດ້ເລີຍ. ດັ່ງນັ້ນ ພວກເຂົາຈຶ່ງງຶດປະຫລາດໃຈໃນຄຳຕອບຂອງພຣະອົງ ຈຶ່ງມິດງຽບຢູ່. |
|
| 27 |
|
| ຍັງມີພວກຊາດູກາຍບາງຄົນມາຫາພຣະອົງ ແມ່ນພວກນີ້ທີ່ຖືວ່າ ຄົນຈະບໍ່ເປັນຄືນມາຈາກຕາຍ ພວກເຂົາຖາມພຣະອົງວ່າ, |
|
| 28 |
|
| “ອາຈານເອີຍ, ໂມເຊໄດ້ຂຽນກົດບັນຍັດນີ້ສຳລັບພວກເຮົາວ່າ, ‘ຖ້າອ້າຍຂອງຊາຍຄົນໜຶ່ງຕາຍປະເມຍຂອງຕົນໂດຍບໍ່ມີລູກ ຕ້ອງໃຫ້ນ້ອງຊາຍຂອງຜູ້ຕາຍນັ້ນ ເອົາເອື້ອຍໃພ້ຂອງຕົນເປັນເມຍ ເພື່ອສືບເຊື້ອສາຍໃຫ້ອ້າຍຂອງຕົນທີ່ຕາຍໄປແລ້ວນັ້ນ.’ |
|
| 29 |
|
| ຄັ້ງໜຶ່ງ ຍັງມີອ້າຍນ້ອງເຈັດຄົນນຳກັນ ອ້າຍກົກແຕ່ງງານແລ້ວ ແລະຕາຍໄປໂດຍບໍ່ມີລູກ. |
|
| 30 |
|
| ແລະຜູ້ທີສອງ ກໍເອົານາງມາເປັນເມຍ, |
|
| 31 |
|
| ແລະຕໍ່ມາຜູ້ທີສາມ ກໍເຮັດເຊັ່ນດຽວກັນ ເຫດການເຊັ່ນດຽວກັນນີ້ ໄດ້ເກີດຂຶ້ນກັບທັງເຈັດຄົນ ຄືພວກເຂົາຕາຍໄປໂດຍບໍ່ມີລູກ. |
|
| 32 |
|
| ໃນທີ່ສຸດ ຍິງນັ້ນກໍໄດ້ຕາຍໄປເໝືອນກັນ. |
|
| 33 |
|
| ບັດນີ້ ໃນວັນທີ່ຄົນຕາຍເປັນຄືນມາສູ່ຊີວິດນັ້ນ ຍິງນີ້ຈະເປັນເມຍຂອງຜູ້ໃດ? ດ້ວຍວ່າ, ຊາຍທັງເຈັດຄົນຕ່າງກໍໄດ້ເປັນຜົວຂອງນາງ.” |
|
| 34 |
|
| ພຣະເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ຊາຍແລະຍິງໃນໂລກນີ້ມີການແຕ່ງງານກັນ, |
|
| 35 |
|
| ແຕ່ຊາຍແລະຍິງຜູ້ທີ່ສົມຄວນເປັນຄືນມາຈາກຕາຍ ແລະດຳລົງຊີວິດຢູ່ໃນໂລກໜ້າຈະບໍ່ມີການແຕ່ງງານກັນ ຫລືຍົກໃຫ້ເປັນຜົວເມຍກັນ. |
|
| 36 |
|
| ພວກເຂົາຈະເປັນດັ່ງຝູງເທວະດາທີ່ຕາຍບໍ່ເປັນ ເພາະພວກເຂົາເປັນລູກຂອງພຣະເຈົ້າ ເພາະວ່າພວກເຂົາເປັນຄືນມາຈາກຕາຍແລ້ວ. |
|
| 37 |
|
| ແຕ່ວ່າ ຄົນຕາຍຖືກບັນດານໃຫ້ເປັນຄືນມາສູ່ຊີວິດນັ້ນ ໂມເຊໄດ້ສະແດງໃນເລື່ອງພຸ່ມໄມ້ ເພິ່ນໄດ້ເອີ້ນອົງພຣະຜູ້ເປັນເຈົ້າວ່າ, ‘ຊົງເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ.’ |
|
| 38 |
|
| ພຣະອົງແມ່ນພຣະເຈົ້າຂອງຄົນເປັນ, ບໍ່ແມ່ນພຣະເຈົ້າຂອງຄົນຕາຍ. ດ້ວຍວ່າ, ສຳລັບພຣະອົງແລ້ວ ທຸກຄົນມີຊີວິດຢູ່.” |
|
| 39 |
|
| ແລ້ວທຳມະຈານບາງຄົນກໍເວົ້າຂຶ້ນວ່າ, “ອາຈານເອີຍ ທ່ານເວົ້າໄດ້ດີຫລາຍ.” |
|
| 40 |
|
| ເພາະວ່າ ພວກເຂົາບໍ່ກ້າຖາມອັນໃດກັບພຣະອົງອີກຕໍ່ໄປ. |
|
| 41 |
|
| ແລ້ວພຣະເຢຊູເຈົ້າຊົງຖາມພວກເຂົາວ່າ, “ເປັນໄປໄດ້ຢ່າງໃດ ທີ່ຄົນເວົ້າວ່າ ພຣະຄຣິດເປັນບຸດຂອງດາວິດ? |
|
| 42 |
|
| ດ້ວຍວ່າ, ກະສັດດາວິດໄດ້ຊົງກ່າວໄວ້ ໃນພຣະທຳເພງສັນລະເສີນວ່າ, ‘ອົງພຣະຜູ້ເປັນເຈົ້າຊົງກ່າວກັບ ພຣະອົງເຈົ້າຂອງຂ້ານ້ອຍວ່າ, ຈົ່ງນັ່ງເບື້ອງຂວາມືຂອງເຮົາ |
|
| 43 |
|
| ຈົນກວ່າເຮົາຈະປາບສັດຕູ ຂອງເຈົ້າທັງຫລາຍ ໃຫ້ຢູ່ໃຕ້ຕີນຂອງເຈົ້າ.’ |
|
| 44 |
|
| ເມື່ອດາວິດເອີ້ນເພິ່ນວ່າ, ‘ພຣະອົງເຈົ້າ’ ສະນັ້ນ ພຣະຄຣິດເປັນບຸດຂອງດາວິດໄດ້ຢ່າງໃດ?” |
|
| 45 |
|
| ຂະນະທີ່ປະຊາຊົນທັງຫລາຍຟັງພຣະເຢຊູເຈົ້າຢູ່ນັ້ນ ພຣະອົງກໍກ່າວແກ່ພວກສາວົກວ່າ, |
|
| 46 |
|
| “ຈົ່ງລະວັງພວກທຳມະຈານໃຫ້ດີ ພວກເຂົາມັກນຸ່ງເສື້ອລ່າມຍ່າງໄປມາ ແລະມັກໃຫ້ຄົນຄຳນັບດ້ວຍຄວາມນັບຖືຕາມຕະຫລາດ ພວກເຂົາເລືອກນັ່ງບ່ອນທີ່ຄົນເຫັນໃນທຳມະສາລາ ແລະ ໃນງານກິນລ້ຽງ, |
|
| 47 |
|
| ນອກຈາກນີ້ ພວກເຂົາຍັງສໍ້ໂກງເອົາສິ່ງຂອງ ຂອງພວກແມ່ໝ້າຍ ແລະເຮັດທຳທ່າພາວັນນາອະທິຖານຢ່າງຍືດຍາວ ໂທດຂອງຄົນເຫຼົ່ານີ້ແມ່ນໜັກທີ່ສຸດ.” |
|
|
|
|