|
| 1 |
|
| ເມື່ອພຣະອົງຊົງເງີຍໜ້າຂຶ້ນ ກໍໄດ້ເຫັນບັນດາຄົນຮັ່ງມີ ກຳລັງປ່ອນເງິນລົງໃນຫີບຖວາຍ, |
|
| 2 |
|
| ແລະ ພຣະອົງກໍໄດ້ເຫັນແມ່ໝ້າຍທີ່ຍາກຈົນຄົນໜຶ່ງ ກຳລັງປ່ອນເງິນສອງອັດທອງແດງລົງໃນຫີບນັ້ນເໝືອນກັນ. |
|
| 3 |
|
| ພຣະອົງກ່າວວ່າ, “ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ຍິງໝ້າຍທີ່ຍາກຈົນຄົນນີ້ ໄດ້ປ່ອນເງິນລົງຫລາຍກວ່າຄົນໃດໆທັງໝົດ. |
|
| 4 |
|
| ເພາະຄົນອື່ນນັ້ນ ໄດ້ເອົາເງິນທີ່ພວກເຂົາເຫຼືອໃຊ້ມາປ່ອນລົງ; ແຕ່ຍິງຄົນນີ້ ເຖິງແມ່ນວ່ານາງຍາກຈົນທີ່ສຸດກໍຕາມ ກໍຍັງເອົາເງິນທີ່ຕົນມີຢູ່ສຳລັບລ້ຽງຊີວິດນັ້ນ ປ່ອນລົງຈົນໝົດ.” |
|
| 5 |
|
| ມີບາງຄົນກໍກ່າວຍ້ອງຍໍພຣະວິຫານວ່າຊ່າງງາມແທ້ ແລະຕົບແຕ່ງດ້ວຍຫີນອັນງົດງາມກັບເຄື່ອງຖວາຍແກ່ພຣະເຈົ້າ, |
|
| 6 |
|
| ພຣະອົງຈຶ່ງຊົງກ່າວວ່າ, “ເມື່ອວັນເວລາຈະມາເຖິງ ກ້ອນຫີນ ຊຶ່ງພວກເຈົ້າເຫັນຊ້ອນທັບກັນຢູ່ນີ້ຈະບໍ່ເຫຼືອຈັກກ້ອນດຽວ ທຸກສິ່ງຈະຖືກທຳລາຍລົງທັງໝົດ.” |
|
| 7 |
|
| ພວກເຂົາໄດ້ຖາມພຣະອົງວ່າ, “ອາຈານເອີຍ, ເຫດການເຫຼົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະສິ່ງໃດຈະເປັນໝາຍສຳຄັນວ່າ ການທັງປວງນີ້ໃກ້ຈະບັງເກີດຂຶ້ນແລ້ວ.” |
|
| 8 |
|
| ພຣະອົງໄດ້ຕອບພວກເຂົາວ່າ, “ຈົ່ງຄອຍເຝົ້າລະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າໃຫ້ຫລົງໄປ ເພາະມີຫລາຍຄົນຈະອ້າງນາມຊື່ຂອງເຮົາ ໂດຍເວົ້າວ່າ, ‘ຂ້ອຍນີ້ແຫຼະ ເປັນຜູ້ນັ້ນ ແລະເວລາກຳນົດໃກ້ເຂົ້າມາແລ້ວ,’ ພວກເຈົ້າຢ່າຕາມເຂົາໄປ. |
|
| 9 |
|
| ເມື່ອພວກເຈົ້າໄດ້ຍິນເລື່ອງການເສິກສົງຄາມ ແລະການປັ່ນປ່ວນວຸ້ນວາຍຢ່າຕົກໃຈ ເພາະວ່າເຫດການເຫຼົ່ານີ້ຕ້ອງເກີດຂຶ້ນກ່ອນ ແຕ່ທີ່ສຸດປາຍນັ້ນຈະບໍ່ມາເຖິງທັນທີ.” |
|
| 10 |
|
| ແລ້ວພຣະອົງໄດ້ກ່າວແກ່ພວກເຂົາວ່າ, “ປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ, |
|
| 11 |
|
| ຈະເກີດແຜ່ນດິນໄຫວອັນໃຫຍ່ ແລະການອຶດຢາກພ້ອມທັງໂຣກລະບາດຢ່າງຮ້າຍແຮງ ຈະເກີດຂຶ້ນໃນທຸກແຫ່ງຫົນ ຈະເກີດມີສິ່ງແປກປະຫລາດກັບສິ່ງໜ້າຢ້ານທີ່ສຸດຈາກຟ້າສະຫວັນ. |
|
| 12 |
|
| ແຕ່ກ່ອນເຫດການທັງໝົດເຫຼົ່ານີ້ຈະເກີດຂຶ້ນ ພວກເຈົ້າຈະຖືກຈັບ ແລະຖືກຂົ່ມເຫັງ, ພວກເຈົ້າຈະຖືກມອບໄວ້ໃນທຳມະສາລາຖືກຕັດສິນ ແລະຖືກຂັງຄຸກ ພວກເຈົ້າຈະຖືກນຳຂຶ້ນໄປຕໍ່ໜ້າກະສັດ ແລະຜູ້ປົກຄອງ ເພາະເຫັນແກ່ນາມຊື່ຂອງເຮົາ. |
|
| 13 |
|
| ເຫດການນັ້ນ ຈະເກີດຂຶ້ນແກ່ພວກເຈົ້າ ເພື່ອພວກເຈົ້າຈະເປັນພະຍານ. |
|
| 14 |
|
| ດັ່ງນັ້ນ ພວກເຈົ້າຕ້ອງຕຽມໃຈໄວ້ໃຫ້ໝັ້ນຄົງ ເພື່ອບໍ່ໃຫ້ພວກເຈົ້າກະວົນກະວາຍໃຈລ່ວງໜ້າວ່າ ຈະກ່າວປ້ອງກັນຕົວເອງຢ່າງໃດ |
|
| 15 |
|
| ເພາະເຮົາຈະໃຫ້ພວກເຈົ້າມີຖ້ອຍຄຳ ແລະສະຕິປັນຍາ ຊຶ່ງພວກຜູ້ຂັດຂວາງຕໍ່ສູ້ຈະບໍ່ສາມາດໂຕ້ຕອບ ຫລືໂຕ້ແຍ້ງພວກເຈົ້າໄດ້. |
|
| 16 |
|
| ແມ່ນແຕ່ພໍ່ແມ່, ອ້າຍເອື້ອຍນ້ອງ, ພີ່ນ້ອງ ແລະມິດສະຫາຍກໍຈະມອບພວກເຈົ້າໄວ້ ແລະຈະໃຫ້ບາງຄົນໃນພວກເຈົ້າຖືກໂທດເຖິງຕາຍ. |
|
| 17 |
|
| ທຸກຄົນຈະກຽດຊັງພວກເຈົ້າ ເພາະເຫັນແກ່ນາມຊື່ຂອງເຮົາ. |
|
| 18 |
|
| ແມ່ນແຕ່ຜົມເສັ້ນດຽວກໍຈະບໍ່ເສຍໄປຈາກຫົວຂອງພວກເຈົ້າ. |
|
| 19 |
|
| ພວກເຈົ້າຈະຮັກສາຊີວິດຈິດໃຈຂອງພວກເຈົ້າໄວ້ ດ້ວຍຄວາມອົດທົນພາກພຽນຂອງພວກເຈົ້າ.” |
|
| 20 |
|
| “ເມື່ອໃດ ເຈົ້າທັງຫລາຍເຫັນກອງທັບຕ່າງໆ ມາຕັ້ງອ້ອມນະຄອນເຢຣູຊາເລັມ ເມື່ອນັ້ນແຫຼະ ພວກເຈົ້າຈະຮູ້ວ່າ ເມືອງຈະຖືກທຳລາຍໃນໄວໆ. |
|
| 21 |
|
| ເມື່ອນັ້ນ ໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍຕ້ອງປົບໜີໄປຍັງພູທັງຫລາຍ, ໃຫ້ຜູ້ທີ່ຢູ່ໃນເມືອງຕ້ອງອອກໄປ ແລະຜູ້ທີ່ຢູ່ນອກເມືອງກໍບໍ່ໃຫ້ເຂົ້າໄປໃນເມືອງ. |
|
| 22 |
|
| ເພາະວ່າ ວັນເຫຼົ່ານັ້ນຈະເປັນ ‘ວັນແຫ່ງການລົງໂທດ,’ ເພື່ອໃຫ້ສຳເລັດຕາມທີ່ມີຂຽນໄວ້ໃນພຣະຄຳພີທຸກປະການ. |
|
| 23 |
|
| ໃນວັນເຫຼົ່ານັ້ນ ຈະທຸກລຳບາກທີ່ສຸດສຳລັບ ແມ່ຍິງຖືພາ ແລະແມ່ມີລູກອ່ອນກິນນົມຢູ່ ປະຊາຊົນໃນດິນແດນນີ້ ຈະໄດ້ຮັບຄວາມທຸກໂສກໃຫຍ່ທີ່ສຸດ ແລະການລົງໂທດຂອງພຣະເຈົ້າກໍຈະຕົກຖືກປະຊາຊົນນີ້. |
|
| 24 |
|
| ພວກເຂົາຈະລົ້ມລົງດ້ວຍຄົມດາບ ແລະຈະຖືກຈັບກວາດໄປເປັນຊະເລີຍໃນທົ່ວທຸກປະເທດ ແລະຄົນບໍ່ນັບຖືພຣະເຈົ້າກໍຈະຢຽບຢໍ່ານະຄອນເຢຣູຊາເລັມ ຈົນກວ່າຈະຄົບກຳນົດເວລາຂອງພວກເຂົາ.” |
|
| 25 |
|
| “ຈະມີໝາຍສຳຄັນໃນດວງອາທິດ, ດວງຈັນ ແລະດວງດາວທັງປວງ ແລະຈະມີຄວາມທຸກຮ້ອນເທິງແຜ່ນດິນໂລກຕາມປະເທດຕ່າງໆ ຊຶ່ງມີຄວາມສະຫງົນສົນເທ ເພາະສຽງກ້ອງອັນໃຫຍ່ຫລວງຂອງທະເລແລະຟອງຄື້ນ. |
|
| 26 |
|
| ມະນຸດຈະສະຫລົບໄປຍ້ອນຄວາມຢ້ານ ແລະຄອຍເບິ່ງເຫດການຕ່າງໆ ທີ່ກຳລັງເກີດຂຶ້ນທົ່ວເທິງແຜ່ນດິນໂລກ. ດ້ວຍວ່າ, ສິ່ງທີ່ມີອຳນາດໃນຟ້າສະຫວັນຈະສັ່ນສະທ້ານຫວັ່ນໄຫວ. |
|
| 27 |
|
| ເມື່ອນັ້ນ ພວກເຂົາຈະເຫັນບຸດມະນຸດສະເດັດມາປາກົດໃນເມກ ດ້ວຍຣິດອຳນາດອັນຍິ່ງໃຫຍ່ ແລະດ້ວຍສະຫງ່າຣາສີອັນຮຸ່ງເຮືອງ. |
|
| 28 |
|
| ເມື່ອເຫດການເຫຼົ່ານີ້ເລີ່ມເກີດຂຶ້ນ ພວກເຈົ້າຈົ່ງລຸກຢືນແລະເງີຍຫົວຂຶ້ນ ເພາະຄວາມພົ້ນຂອງພວກເຈົ້າໃກ້ຈະມາເຖິງແລ້ວ.” |
|
| 29 |
|
| ແລ້ວພຣະອົງກໍຊົງກ່າວຄຳອຸປະມານີ້ແກ່ພວກເຂົາວ່າ, “ຈົ່ງພິຈາລະນາເບິ່ງຕົ້ນເດື່ອເທດ ແລະຕົ້ນໄມ້ທັງຫລາຍ. |
|
| 30 |
|
| ເມື່ອເຈົ້າທັງຫລາຍເຫັນໃບຂອງມັນເລີ່ມປົ່ງ ພວກເຈົ້າກໍຮູ້ວ່າໃກ້ຈະເຖິງລະດູຮ້ອນແລ້ວ. |
|
| 31 |
|
| ຢ່າງດຽວກັນນັ້ນແຫຼະ ເມື່ອພວກເຈົ້າເຫັນເຫດການເຫຼົ່ານີ້ກຳລັງເກີດຂຶ້ນ ພວກເຈົ້າຈົ່ງຮູ້ວ່າ ອານາຈັກຂອງພຣະເຈົ້າໃກ້ຈະມາເຖິງແລ້ວ.” |
|
| 32 |
|
| “ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ຄົນໃນສະໄໝນີ້ຈະບໍ່ລ່ວງລັບໄປກ່ອນ ຈົນກວ່າເຫດການທັງປວງນີ້ບັງເກີດຂຶ້ນ |
|
| 33 |
|
| ຟ້າແລະດິນຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.” |
|
| 34 |
|
| “ຈົ່ງຄອຍລະວັງຕົວໃຫ້ດີ ຢ່າສູ່ໃຫ້ຈິດໃຈຂອງເຈົ້າທັງຫລາຍໜັກໄປໃນການກິນລ້ຽງ ແລະດື່ມເຫຼົ້າເມົາສຸຣາ ແລະໃນການວິຕົກກັງວົນເຖິງຊີວິດນີ້ ບໍ່ດັ່ງນັ້ນແລ້ວ ວັນນັ້ນກໍຈະຫລອນມາຕົກຖືກພວກເຈົ້າຢ່າງບໍ່ຄາດຄິດ |
|
| 35 |
|
| ດ້ວຍວ່າ, ວັນນັ້ນຈະມາຖືກມະນຸດທັງຫລາຍ ໃນທົ່ວທັງໂລກເໝືອນຄວ່າງແຫໃສ່ປາ. |
|
| 36 |
|
| ດັ່ງນັ້ນ ຈົ່ງເຝົ້າລະວັງ ແລະພາວັນນາອະທິຖານຢູ່ທຸກເວລາ, ເພື່ອວ່າ ພວກເຈົ້າຈະມີກຳລັງພົ້ນຈາກເຫດການທຸກຢ່າງ ທີ່ໃກ້ຈະເກີດຂຶ້ນນັ້ນ ແລະຢືນຢູ່ຕໍ່ໜ້າບຸດມະນຸດໄດ້.” |
|
| 37 |
|
| ກາງເວັນພຣະອົງຊົງສັ່ງສອນໃນພຣະວິຫານທຸກໆວັນ ແລະໃນຕອນກາງຄືນພຣະອົງກໍສະເດັດອອກໄປຢູ່ທີ່ພູເຂົາໝາກກອກເທດ. |
|
| 38 |
|
| ພໍຮຸ່ງແຈ້ງ ປະຊາຊົນທັງຫລາຍກໍໄດ້ມາທີ່ພຣະວິຫານເພື່ອຟັງພຣະອົງ. |
|
|
|
|