|
| 1 |
|
| ບັດນີ້ ເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງທີ່ເອີ້ນວ່າປັດສະຄາກໍມາໃກ້ແລ້ວ, |
|
| 2 |
|
| ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດພະຍາຍາມຊອກຫາທາງທີ່ຈະກຳຈັດພຣະເຢຊູເຈົ້າ ແຕ່ພວກເຂົາກໍຢ້ານປະຊາຊົນ. |
|
| 3 |
|
| ແລ້ວມານຊາຕານກໍເຂົ້າສິງຢູ່ໃນໃຈຂອງຢູດາທີ່ມີອີກຊື່ໜຶ່ງວ່າອິດສະກາຣີອົດ, ເຊິ່ງເປັນຜູ້ໜຶ່ງໃນພວກສາວົກສິບສອງຄົນ. |
|
| 4 |
|
| ແລະ ຢູດາຈຶ່ງໄດ້ອອກໄປພົບພວກຫົວໜ້າປະໂລຫິດ ແລະ ນາຍທະຫານເຝົ້າຍາມວິຫານ ແລະ ປຶກສາກັບພວກເຂົາວ່າລາວຈະມອບພຣະເຢຊູເຈົ້າໃຫ້ພວກເຂົາໄດ້ຢ່າງໃດ. |
|
| 5 |
|
| ຄົນເຫລົ່ານັ້ນຕ່າງກໍດີໃຈ ແລະ ຕົກລົງວ່າຈະເອົາເງິນໃຫ້ລາວ. |
|
| 6 |
|
| ສ່ວນຢູດາກໍຕົກລົງຕາມນັ້ນ ແລະ ຊອກຫາໂອກາດທີ່ຈະມອບພຣະອົງໃຫ້ພວກເຂົາເມື່ອປະຊາຊົນບໍ່ຢູ່ທີ່ນັ້ນ. |
|
| 7 |
|
| ເມື່ອເຖິງວັນເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ ເຊິ່ງຈະຕ້ອງຖວາຍແກະສຳລັບປັດສະຄາ, |
|
| 8 |
|
| ພຣະເຢຊູເຈົ້າໃຊ້ເປໂຕກັບໂຢຮັນອອກໄປ ໂດຍສັ່ງວ່າ, “ຈົ່ງໄປຈັດຕຽມອາຫານປັດສະຄາໄວ້ເພື່ອພວກເຮົາຈະໄດ້ກິນ”. |
|
| 9 |
|
| ພວກເພິ່ນຖາມວ່າ, “ພຣະອົງຕ້ອງການໃຫ້ພວກຂ້ານ້ອຍຈັດຕຽມອາຫານປັດສະຄາຢູ່ທີ່ໃດ?” |
|
| 10 |
|
| ພຣະອົງຕອບວ່າ, “ເມື່ອພວກເຈົ້າເຂົ້າໄປໃນເມືອງຈະມີຊາຍຄົນໜຶ່ງແບກໄຫນ້ຳມາພົບພວກເຈົ້າ ຈົ່ງຕາມລາວໄປໃນເຮືອນທີ່ລາວເຂົ້າໄປນັ້ນ |
|
| 11 |
|
| ແລະ ຈົ່ງບອກເຈົ້າຂອງເຮືອນວ່າ, ‘ທ່ານອາຈານຖາມວ່າ: ຫ້ອງຮັບແຂກຢູ່ທີ່ໃດ, ບ່ອນທີ່ເຮົາຈະກິນອາຫານປັດສະຄາຮ່ວມກັບພວກສາວົກຂອງເຮົາຢູ່ທີ່ໃດ?’ |
|
| 12 |
|
| ເຈົ້າຂອງເຮືອນຈະໃຫ້ພວກເຈົ້າເຫັນຫ້ອງໃຫຍ່ຊັ້ນເທິງ, ເຊິ່ງຕົບແຕ່ງຕຽມໄວ້ຮຽບຮ້ອຍແລ້ວ. ຈົ່ງຈັດຕຽມປັດສະຄາຢູ່ບ່ອນນັ້ນ”. |
|
| 13 |
|
| ແລ້ວພວກເພິ່ນກໍໄປ ແລະ ໄດ້ພົບສິ່ງຕ່າງໆຕາມທີ່ພຣະເຢຊູເຈົ້າໄດ້ບອກພວກເພິ່ນໄວ້. ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ຈັດຕຽມປັດສະຄາໄວ້. |
|
| 14 |
|
| ເມື່ອເຖິງເວລາແລ້ວ, ພຣະເຢຊູເຈົ້າກໍໄດ້ນັ່ງຮ່ວມໂຕະກັບພວກອັກຄະສາວົກ. |
|
| 15 |
|
| ພຣະອົງກ່າວກັບພວກເພິ່ນວ່າ, “ເຮົາປາຖະໜາຫລາຍທີ່ຈະກິນປັດສະຄານີ້ຮ່ວມກັບພວກເຈົ້າກ່ອນທີ່ເຮົາຈະທົນທຸກທໍລະມານ. |
|
| 16 |
|
| ເພາະເຮົາບອກພວກເຈົ້າວ່າ, ເຮົາຈະບໍ່ກິນປັດສະຄານີ້ອີກຈົນກວ່າປັດສະຄານີ້ຈະສຳເລັດໃນອານາຈັກຂອງພຣະເຈົ້າ”. |
|
| 17 |
|
| ພຣະອົງຈັບເອົາຈອກ, ໂມທະນາຂອບພຣະຄຸນພຣະເຈົ້າແລ້ວກ່າວວ່າ, “ຈົ່ງຮັບເອົາຈອກນີ້ ແລະ ຢາຍໃຫ້ກັນດື່ມ. |
|
| 18 |
|
| ເພາະເຮົາບອກພວກເຈົ້າວ່າເຮົາຈະບໍ່ດື່ມເຫລົ້າອະງຸ່ນອີກຈົນກວ່າອານາຈັກຂອງພຣະເຈົ້າຈະມາເຖິງ”. |
|
| 19 |
|
| ແລະ ພຣະອົງຈັບເອົາເຂົ້າຈີ່, ໂມທະນາຂອບພຣະຄຸນພຣະເຈົ້າແລ້ວຫັກເຂົ້າຈີ່ນັ້ນ ແລ້ວຍື່ນໃຫ້ພວກເພິ່ນ ແລະ ກ່າວວ່າ: “ນີ້ຄືກາຍຂອງເຮົາ ເຊິ່ງໃຫ້ແກ່ພວກເຈົ້າທັງຫລາຍ, ຈົ່ງເຮັດຢ່າງນີ້ເພື່ອເປັນການລະນຶກເຖິງເຮົາ”. |
|
| 20 |
|
| ຫລັງຈາກກິນອາຫານແລງແລ້ວ ພຣະອົງກໍຈັບເອົາຈອກມາ ແລະ ເຮັດຢ່າງດຽວກັນ ໂດຍກ່າວວ່າ, “ຈອກນີ້ຄືພັນທະສັນຍາໃໝ່ດ້ວຍເລືອດຂອງເຮົາ ເຊິ່ງຖອກອອກມາເພື່ອພວກເຈົ້າທັງຫລາຍ. |
|
| 21 |
|
| ແຕ່ມືຂອງຜູ້ທີ່ຈະທໍລະຍົດເຮົາກໍຢູ່ເທິງໂຕະນີ້ດ້ວຍກັນກັບເຮົາ. |
|
| 22 |
|
| ບຸດມະນຸດຈະເປັນໄປຕາມທີ່ໄດ້ກຳນົດໄວ້ ແຕ່ວິບັດຈະມີແກ່ຜູ້ທີ່ທໍລະຍົດຕໍ່ບຸດມະນຸດ”. |
|
| 23 |
|
| ພວກສາວົກຈຶ່ງເລີ່ມຖາມກັນເອງວ່າແມ່ນຜູ້ໃດໃນພວກເພິ່ນທີ່ຈະເຮັດຢ່າງນີ້. |
|
| 24 |
|
| ແລ້ວກໍມີການໂຕ້ຖຽງກັນໃນທ່າມກາງພວກເພິ່ນວ່າໃນພວກເພິ່ນຜູ້ໃດທີ່ເປັນຜູ້ໃຫຍ່ທີ່ສຸດ. |
|
| 25 |
|
| ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ກະສັດຂອງຄົນຕ່າງຊາດຍ່ອມເປັນເຈົ້ານາຍເໜືອພວກເຂົາ ແລະ ບັນດາຜູ້ທີ່ໃຊ້ສິດອຳນາດເໜືອພວກເຂົາຕ່າງກໍເອີ້ນຕົນເອງວ່າເປັນຜູ້ມີບຸນຄຸນ. |
|
| 26 |
|
| ແຕ່ສຳລັບພວກເຈົ້າແລ້ວບໍ່ເປັນດັ່ງນັ້ນ. ກົງກັນຂ້າມຜູ້ທີ່ເປັນໃຫຍ່ທີ່ສຸດໃນທ່າມກາງພວກເຈົ້າ ຕ້ອງເປັນເໝືອນດັ່ງຜູ້ນ້ອຍທີ່ສຸດ ແລະ ຜູ້ທີ່ປົກຄອງໃຫ້ເປັນເໝືອນດັ່ງຜູ້ທີ່ຮັບໃຊ້. |
|
| 27 |
|
| ດ້ວຍວ່າຜູ້ໃດເປັນໃຫຍ່ກວ່າກັນ ແມ່ນຜູ້ທີ່ນັ່ງຢູ່ໂຕະ ຫລື ຜູ້ທີ່ຮັບໃຊ້? ແມ່ນຜູ້ທີ່ນັ່ງຢູ່ໂຕະບໍ່ແມ່ນບໍ? ແຕ່ເຮົາຢູ່ທ່າມກາງພວກເຈົ້າເໝືອນດັ່ງຄົນຮັບໃຊ້. |
|
| 28 |
|
| ພວກເຈົ້າເປັນຜູ້ທີ່ຢືນຢູ່ຄຽງຂ້າງເຮົາໃນຍາມທີ່ເຮົາປະເຊີນກັບການທົດລອງ. |
|
| 29 |
|
| ແລະ ເຮົາຍົກອານາຈັກໜຶ່ງໃຫ້ແກ່ພວກເຈົ້າ ເໝືອນທີ່ພຣະບິດາເຈົ້າໄດ້ຍົກອານາຈັກໜຶ່ງໃຫ້ແກ່ເຮົາເໝືອນກັນ, |
|
| 30 |
|
| ເພື່ອພວກເຈົ້າຈະຮ່ວມກິນ ແລະ ດື່ມທີ່ໂຕະຂອງເຮົາໃນອານາຈັກຂອງເຮົາ ແລະ ນັ່ງເທິງບັນລັງ, ຕັດສິນອິດສະຣາເອນສິບສອງເຜົ່າ. |
|
| 31 |
|
| “ຊີໂມນ, ຊີໂມນເອີຍ, ມານຊາຕານໄດ້ຂໍໃຫ້ຝັດຮ່ອນເຈົ້າ ທັງໝົດເໝືອນຝັດຮ່ອນເຂົ້າຫວີດ. |
|
| 32 |
|
| ແຕ່ຊີໂມນເອີຍ ເຮົາໄດ້ອະທິຖານເພື່ອເຈົ້າ ເພື່ອຄວາມເຊື່ອຂອງເຈົ້າຈະບໍ່ລົ້ມເຫລວ ແລະ ເມື່ອເຈົ້າຫັນຄືນກັບມາແລ້ວ ຈົ່ງຊູກຳລັງບັນດາພີ່ນ້ອງຂອງເຈົ້າໃຫ້ເຂັ້ມແຂງຂຶ້ນ”. |
|
| 33 |
|
| ແຕ່ເປໂຕຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍພ້ອມທີ່ຈະໄປກັບພຣະອົງບໍ່ວ່າຈະຖືກຄຸກ ຫລື ຕ້ອງຕາຍ”. |
|
| 34 |
|
| ພຣະເຢຊູເຈົ້າຕອບວ່າ, “ເປໂຕ ເຮົາບອກເຈົ້າວ່າ, ວັນນີ້ກ່ອນໄກ່ຂັນ ເຈົ້າຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ”. |
|
| 35 |
|
| ຫລັງຈາກນັ້ນ ພຣະອົງຖາມພວກເພິ່ນວ່າ, “ເມື່ອເຮົາໄດ້ໃຊ້ພວກເຈົ້າອອກໄປໂດຍບໍ່ມີຖົງເງິນ, ຖົງເຄື່ອງ ຫລື ເກີບ ພວກເຈົ້າໄດ້ຂາດເຂີນສິ່ງໃດບໍ?” ພວກເພິ່ນຕອບວ່າ, “ບໍ່ຂາດເຂີນສິ່ງໃດເລີຍ”. |
|
| 36 |
|
| ພຣະອົງກ່າວກັບພວກເພິ່ນວ່າ, “ແຕ່ບັດນີ້ຖ້າພວກເຈົ້າມີຖົງເງິນ ກໍຈົ່ງເອົາໄປນຳ ແລະ ຖົງເຄື່ອງກໍເໝືອນກັນ ແລະ ຖ້າເຈົ້າບໍ່ມີດາບ ຈົ່ງຂາຍເສື້ອຄຸມ ແລະ ໄປຊື້ດາບດວງໜຶ່ງໄວ້. |
|
| 37 |
|
| ມີຄຳຂຽນໄວ້ໃນພຣະຄຳພີວ່າ: ‘ແລະ ທ່ານຖືກນັບເຂົ້າເປັນພວກດຽວກັນກັບຄົນລ່ວງລະເມີດ’ ແລະ ເຮົາບອກພວກເຈົ້າວ່າຂໍ້ຄວາມນີ້ຈະຕ້ອງສຳເລັດໃນເຮົາ. ແມ່ນແລ້ວ, ສິ່ງທີ່ຂຽນໄວ້ກ່ຽວກັບເຮົາກຳລັງຈະສຳເລັດ”. |
|
| 38 |
|
| ພວກສາວົກຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ເບິ່ງແມ ດາບສອງດວງນີ້”. ພຣະອົງຕອບວ່າ, “ພໍແລ້ວ”. |
|
| 39 |
|
| ພຣະເຢຊູເຈົ້າໄປຍັງພູເຂົາໝາກກອກຕາມເຄີຍ ແລະ ພວກສາວົກກໍໄດ້ຕິດຕາມພຣະອົງໄປດ້ວຍ. |
|
| 40 |
|
| ເມື່ອມາເຖິງທີ່ນັ້ນພຣະອົງກ່າວກັບພວກເພິ່ນວ່າ, “ຈົ່ງອະທິຖານເພື່ອວ່າພວກເຈົ້າຈະບໍ່ຕົກເຂົ້າໄປໃນການທົດລອງ”. |
|
| 41 |
|
| ແລ້ວພຣະອົງຖອຍອອກຈາກພວກເພິ່ນໄປປະມານໄລຍະທີ່ແກວ່ງກ້ອນຫີນເຖິງ, ພຣະອົງຄຸເຂົ່າລົງອະທິຖານວ່າ, |
|
| 42 |
|
| “ພຣະບິດາເຈົ້າເອີຍ, ຖ້າເປັນພຣະອົງຍິນດີ ຂໍເອົາຈອກນີ້ໄປຈາກລູກດ້ວຍ; ແຕ່ເຖິງຢ່າງໃດກໍຕາມ ຂໍຢ່າໃຫ້ເປັນໄປຕາມຄວາມປະສົງຂອງລູກ ແຕ່ຂໍໃຫ້ສຳເລັດຕາມຄວາມປະສົງຂອງພຣະອົງ”. |
|
| 43 |
|
| ແລ້ວກໍມີເທວະດາຕົນໜຶ່ງຈາກສະຫວັນມາປາກົດແກ່ພຣະອົງ ແລະ ຊູກຳລັງພຣະອົງຂຶ້ນ. |
|
| 44 |
|
| ພຣະເຢຊູເຈົ້າທຸກໃຈຫລາຍ, ພຣະອົງຕັ້ງໃຈອະທິຖານຫລາຍຂຶ້ນ ແລະ ເຫື່ອຂອງພຣະອົງເປັນຄືເລືອດໄຫລຢາດລົງທີ່ພື້ນດິນ. |
|
| 45 |
|
| ເມື່ອພຣະອົງລຸກຂຶ້ນຈາກການອະທິຖານ ແລະ ກັບມາຫາພວກສາວົກ, ພຣະອົງພົບວ່າພວກເພິ່ນກຳລັງນອນຫລັບຢູ່, ຕ່າງກໍພາກັນໝົດແຮງເພາະຄວາມໂສກເສົ້າ. |
|
| 46 |
|
| ພຣະອົງຖາມພວກເພິ່ນວ່າ, “ເປັນຫຍັງພວກເຈົ້າຈຶ່ງນອນຫລັບຢູ່? ຈົ່ງລຸກຂຶ້ນ ແລະ ອະທິຖານເພື່ອພວກເຈົ້າຈະບໍ່ຕົກເຂົ້າໄປໃນການທົດລອງ”. |
|
| 47 |
|
| ເມື່ອພຣະອົງກ່າວຍັງບໍ່ທັນສຸດຄຳກໍມີປະຊາຊົນຈຳນວນຫລວງຫລາຍເຂົ້າມາ ແລະ ຜູ້ໜຶ່ງທີ່ມີຊື່ວ່າຢູດາ ເປັນຄົນໜຶ່ງໃນສາວົກສິບສອງຄົນນັ້ນ. ຢູດາເຂົ້າມາໃກ້ພຣະເຢຊູເຈົ້າເພື່ອຈູບພຣະອົງ, |
|
| 48 |
|
| ແຕ່ພຣະເຢຊູເຈົ້າຖາມລາວວ່າ, “ຢູດາ ເຈົ້າກຳລັງຈະທໍລະຍົດບຸດມະນຸດດ້ວຍການຈູບບໍ?” |
|
| 49 |
|
| ເມື່ອບັນດາຜູ້ຕິດຕາມພຣະເຢຊູເຈົ້າເຫັນເຫດການທີ່ເກີດຂຶ້ນນັ້ນຈຶ່ງເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ໃຫ້ພວກຂ້ານ້ອຍເອົາດາບຟັນເລີຍບໍ?” |
|
| 50 |
|
| ແລ້ວສາວົກຄົນໜຶ່ງໄດ້ຟັນຫູຄົນຮັບໃຊ້ຂອງມະຫາປະໂລຫິດຂາດເບື້ອງຂວາ. |
|
| 51 |
|
| ແຕ່ພຣະເຢຊູເຈົ້າຕອບວ່າ, “ຢ່າເຮັດອີກ!” ແລະ ພຣະອົງບາຍຫູຂອງຄົນນັ້ນ ແລະ ຮັກສາລາວໃຫ້ຫາຍດີ. |
|
| 52 |
|
| ແລ້ວພຣະເຢຊູເຈົ້າກ່າວກັບພວກຫົວໜ້າປະໂລຫິດ, ພວກນາຍທະຫານເຝົ້າຍາມວິຫານ ແລະ ພວກເຖົ້າແກ່ທີ່ມາຈັບພຣະອົງນັ້ນວ່າ, “ເຮົາກຳລັງກໍ່ການກະບົດບໍ, ພວກເຈົ້າຈຶ່ງຖືດາບຖືໄມ້ຄ້ອນມາ? |
|
| 53 |
|
| ທຸກວັນເຮົາຢູ່ກັບພວກເຈົ້າໃນເດີ່ນວິຫານ ແລະ ພວກເຈົ້າກໍບໍ່ໄດ້ຈັບເຮົາ. ແຕ່ນີ້ເປັນຊົ່ວໂມງຂອງພວກເຈົ້າ ເມື່ອຄວາມມືດປົກຄອງ”. |
|
| 54 |
|
| ຫລັງຈາກຈັບພຣະເຢຊູເຈົ້າແລ້ວ ພວກເຂົາກໍໄດ້ພາພຣະອົງເຂົ້າໄປທີ່ເຮືອນຂອງມະຫາປະໂລຫິດ. ເປໂຕກໍໄດ້ຕິດຕາມໄປໃນໄລຍະຫ່າງໆ. |
|
| 55 |
|
| ແລະ ເມື່ອພວກເຂົາດັງໄຟທີ່ກາງເດີ່ນບ້ານ ແລະ ພາກັນນັ່ງລົງ ເປໂຕກໍນັ່ງກັບພວກເຂົາ. |
|
| 56 |
|
| ມີຄົນຮັບໃຊ້ຍິງຄົນໜຶ່ງໄດ້ເຫັນເປໂຕນັ່ງຝີງໄຟຢູ່ ນາງຈຶ່ງຈ້ອງເບິ່ງລາວ ແລະ ເວົ້າວ່າ, “ຊາຍຜູ້ນີ້ກໍຢູ່ກັບຄົນນັ້ນ”. |
|
| 57 |
|
| ແຕ່ເປໂຕໄດ້ຕອບປະຕິເສດວ່າ, “ນາງເອີຍ ຂ້ອຍບໍ່ຮູ້ຈັກລາວ”. |
|
| 58 |
|
| ຕໍ່ມາໜ້ອຍໜຶ່ງ ກໍມີບາງຄົນເຫັນເປໂຕ ແລະ ເວົ້າວ່າ, “ເຈົ້າກໍເປັນຄົນໜຶ່ງໃນພວກເຂົາເໝືອນກັນ”. ເປໂຕໄດ້ຕອບປະຕິເສດວ່າ, “ຊາຍເອີຍ ຂ້ອຍບໍ່ໄດ້ເປັນ!” |
|
| 59 |
|
| ຢູ່ມາປະມານອີກຊົ່ວໂມງໜຶ່ງກໍມີຄົນໜຶ່ງອີກຢືນຢັນວ່າ, “ຄົນນີ້ຢູ່ກັບລາວແທ້ໆ ເພາະວ່າລາວເປັນຊາວຄາລີເລເໝືອນກັນ”. |
|
| 60 |
|
| ເປໂຕຕອບວ່າ, “ຊາຍເອີຍ ຂ້ອຍບໍ່ຮູ້ຈັກວ່າເຈົ້າກຳລັງເວົ້າເຖິງເລື່ອງໃດ!” ເປໂຕເວົ້າຍັງບໍ່ທັນສຸດຄຳໄກ່ກໍຂັນ. |
|
| 61 |
|
| ອົງພຣະຜູ້ເປັນເຈົ້າໄດ້ຫັນມາເບິ່ງເປໂຕ. ແລ້ວເປໂຕຈຶ່ງຈື່ໄດ້ເຖິງຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບເພິ່ນໄວ້ວ່າ: “ວັນນີ້, ກ່ອນໄກ່ຂັນເຈົ້າຈະປະຕິເສດເຮົາເຖິງສາມເທື່ອ”. |
|
| 62 |
|
| ແລ້ວເພິ່ນຈຶ່ງອອກໄປທາງນອກ ແລະ ຮ້ອງໄຫ້ຢ່າງຂົມຂື່ນ. |
|
| 63 |
|
| ບັນດາຜູ້ທີ່ຄຸມໂຕພຣະເຢຊູເຈົ້າຕ່າງກໍພາກັນເລີ່ມເຢາະເຢີ້ຍ ແລະ ທຸບຕີພຣະອົງ. |
|
| 64 |
|
| ພວກເຂົາເອົາຜ້າປິດຕາພຣະອົງໄວ້ ແລະ ຖາມພຣະອົງວ່າ, “ທວາຍເບິ່ງດູ! ແມ່ນຜູ້ໃດຕີເຈົ້າ?” |
|
| 65 |
|
| ແລະ ພວກເຂົາກໍເວົ້າດູຖູກພຣະອົງອີກຫລາຍປະການ. |
|
| 66 |
|
| ເມື່ອຮຸ່ງເຊົ້າມາ ສະພາຂອງພວກເຖົ້າແກ່ໃນກຸ່ມປະຊາຊົນ ລວມທັງພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດໄດ້ມາປະຊຸມກັນ, ພຣະເຢຊູເຈົ້າຖືກນຳໂຕມາຢູ່ຕໍ່ໜ້າພວກເຂົາ. |
|
| 67 |
|
| ພວກເຂົາໄດ້ຖາມວ່າ, “ຖ້າເຈົ້າເປັນພຣະຄຣິດເຈົ້າ ກໍຈົ່ງບອກພວກເຮົາມາ”. ພຣະເຢຊູເຈົ້າຕອບວ່າ, “ຖ້າເຮົາບອກພວກເຈົ້າ ພວກເຈົ້າກໍຈະບໍ່ເຊື່ອເຮົາ, |
|
| 68 |
|
| ແລະ ຖ້າເຮົາຖາມພວກເຈົ້າ ພວກເຈົ້າກໍຈະບໍ່ຕອບເຮົາ. |
|
| 69 |
|
| ແຕ່ວ່າຕັ້ງແຕ່ນີ້ໄປ ບຸດມະນຸດຈະນັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່”. |
|
| 70 |
|
| ແລ້ວພວກເຂົາກໍຖາມພຣະອົງວ່າ, “ຖ້າຢ່າງນັ້ນ ເຈົ້າເປັນພຣະບຸດຂອງພຣະເຈົ້າບໍ?” ພຣະອົງຕອບພວກເຂົາວ່າ, “ພວກເຈົ້າທັງຫລາຍເວົ້າຖືກແລ້ວວ່າເຮົາເປັນ”. |
|
| 71 |
|
| ແລ້ວພວກເຂົາຈຶ່ງເວົ້າວ່າ, “ພວກເຮົາຈະຕ້ອງການພະຍານອື່ນອີກເຮັດຫຍັງ? ພວກເຮົາເອງກໍໄດ້ຍິນສິ່ງນີ້ຈາກປາກຂອງມັນເອງແລ້ວ”. |
|
|
|
|