|
| 1 |
|
| ແລ້ວທີ່ປະຊຸມທັງໝົດໄດ້ລຸກຂຶ້ນ ແລະຄຸມຕົວພຣະເຢຊູເຈົ້າໄປຫາປີລາດ. |
|
| 2 |
|
| ໃນທີ່ນັ້ນ ພວກເຂົາໄດ້ເລີ່ມກ່າວຟ້ອງພຣະອົງວ່າ, “ພວກເຮົາຈັບຄົນນີ້ໄດ້ ໃນຂະນະທີ່ກຳລັງຊັກຊວນປະຊາຊົນຂອງພວກເຮົາ ໃຫ້ກໍ່ການປັ່ນປ່ວນ ໂດຍຫ້າມບໍ່ໃຫ້ເສຍສ່ວຍແກ່ຈັກກະພັດ ແລະອ້າງຕົນວ່າ ເປັນພຣະຄຣິດຄືກະສັດຜູ້ໜຶ່ງ.” |
|
| 3 |
|
| ດັ່ງນັ້ນ ປີລາດຈຶ່ງຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະອົງຊົງຕອບວ່າ, “ທ່ານເວົ້າເອງ.” |
|
| 4 |
|
| ແລ້ວປີລາດກໍເວົ້າກັບພວກຫົວໜ້າປະໂຣຫິດ ແລະປະຊາຊົນວ່າ, “ເຮົາບໍ່ເຫັນຄວາມຜິດໃນຊາຍຜູ້ນີ້ຈັກປະການ.” |
|
| 5 |
|
| ແຕ່ພວກເຂົາເວົ້າຢືນຢັນຕື່ມຢ່າງໜັກແໜ້ນວ່າ, “ຄົນນີ້ໄດ້ຍຸຍົງຄົນທັງຫລາຍໃຫ້ລຸກຮື້ຂຶ້ນ ແລະສັ່ງສອນທົ່ວທັງແຂວງຢູດາຍ ເລີ່ມຕົ້ນທີ່ແຂວງຄາລີເລ ແລະບັດນີ້ກໍມາຮອດທີ່ນີ້ແລ້ວ.” |
|
| 6 |
|
| ເມື່ອປີລາດໄດ້ຍິນພວກເຂົາເວົ້າຊື່ຄາລີເລ ຈຶ່ງຖາມວ່າ, “ຊາຍຄົນນີ້ເປັນຊາວຄາລີເລບໍ?” |
|
| 7 |
|
| ພໍໄດ້ຮູ້ວ່າ ພຣະເຢຊູເຈົ້າມາຈາກຂົງເຂດທີ່ເຮໂຣດປົກຄອງ ເພິ່ນຈຶ່ງສົ່ງພຣະອົງໄປຫາເຮໂຣດ ຜູ້ທີ່ໃນເວລານັ້ນຍັງຢູ່ໃນນະຄອນເຢຣູຊາເລັມ. |
|
| 8 |
|
| ເຮໂຣດດີໃຈທີ່ສຸດ ເມື່ອໄດ້ເຫັນພຣະເຢຊູເຈົ້າ ເພາະເພິ່ນໄດ້ຍິນເຖິງເລື່ອງຂອງພຣະອົງ ແລະລໍຄອຍທີ່ຢາກຈະເຫັນພຣະອົງມາດົນແລ້ວ ເພິ່ນຫວັງທີ່ຈະເຫັນພຣະເຢຊູເຈົ້າເຮັດໝາຍສຳຄັນບາງປະການ. |
|
| 9 |
|
| ດັ່ງນັ້ນ ເຮໂຣດຈຶ່ງຖາມພຣະເຢຊູເຈົ້າຫລາຍຂໍ້ ແຕ່ພຣະອົງບໍ່ຕອບຈັກຄຳ. |
|
| 10 |
|
| ພວກຫົວໜ້າປະໂຣຫິດແລະພວກທຳມະຈານກໍຢູ່ທີ່ນັ້ນ ກ່າວຟ້ອງພຣະອົງຢ່າງແຂງແຮງ. |
|
| 11 |
|
| ຝ່າຍເຮໂຣດກັບທະຫານຂອງຕົນຕ່າງກໍເຢາະເຢີ້ຍ ແລະດູໝິ່ນພຣະອົງ ແລ້ວພວກເຂົາກໍເອົາເສື້ອໂຕທີ່ງົດງາມໃຫ້ພຣະອົງນຸ່ງ ແລະສົ່ງພຣະອົງຄືນໄປຫາປີລາດ. |
|
| 12 |
|
| ໃນວັນນັ້ນເອງ ເຮໂຣດກັບປີລາດໄດ້ຄືນດີກັນ, ແຕ່ກ່ອນ ທັງສອງເປັນສັດຕູຕໍ່ກັນ. |
|
| 13 |
|
| ແລ້ວປີລາດກໍເອີ້ນພວກຫົວໜ້າປະໂຣຫິດ ບັນດາຜູ້ນຳ ແລະປະຊາຊົນມາປະຊຸມກັນ |
|
| 14 |
|
| ແລະ ເວົ້າກັບພວກເຂົາວ່າ, “ເຈົ້າທັງຫລາຍໄດ້ນຳຊາຍຄົນນີ້ມາ ແລະກ່າວຫາວ່າ ລາວເປັນຜູ້ຊັກຊວນປະຊາຊົນໃຫ້ຫລົງຜິດ ບັດນີ້ ເຮົາສືບສວນລາວຊ້ອງໜ້າພວກເຈົ້າແລ້ວ ແລະເຮົາບໍ່ເຫັນຄວາມຜິດໃນຂໍ້ໃດຂໍ້ໜຶ່ງ ຕາມທີ່ພວກເຈົ້າກ່າວຫາລາວນັ້ນແຕ່ປະການໃດ. |
|
| 15 |
|
| ຕະຫລອດທັງເຮໂຣດດ້ວຍ ກໍບໍ່ພົບຄວາມຜິດແຕ່ປະການໃດເໝືອນກັນ ຈຶ່ງສົ່ງລາວກັບມາຫາພວກເຮົາ ຊາຍຄົນນີ້ບໍ່ໄດ້ເຮັດຜິດປະການໃດທີ່ສົມຄວນຕ້ອງຕາຍ. |
|
| 16 |
|
| ດັ່ງນັ້ນ ເຮົາຈຶ່ງສັ່ງໃຫ້ຂ້ຽນລາວແລ້ວປ່ອຍລາວໄປ.” [ |
|
| 17 |
|
| ດ້ວຍວ່າ, ໃນງານເທດສະການນັ້ນ ເພິ່ນຕ້ອງປ່ອຍຄົນໜຶ່ງໃຫ້ພວກເຂົາ.] |
|
| 18 |
|
| ປະຊາຊົນທັງໝົດຮ້ອງຂຶ້ນພ້ອມກັນວ່າ, “ເອົາມັນໄປຂ້າເສຍ ແລ້ວຈົ່ງປ່ອຍບາຣາບາໃຫ້ພວກເຮົາ.” ( |
|
| 19 |
|
| ບາຣາບາຜູ້ນີ້ຖືກຄຸກ ເພາະການຈະລາຈົນທີ່ໄດ້ເກີດຂຶ້ນໃນເມືອງ ແລະເພາະຂ້າຄົນ.) |
|
| 20 |
|
| ສ່ວນປີລາດນັ້ນ ຍັງຕ້ອງການທີ່ຈະປ່ອຍພຣະເຢຊູເຈົ້າ. ດັ່ງນັ້ນ ເພິ່ນຈຶ່ງຮຽກຮ້ອງກັບປະຊາຊົນອີກ. |
|
| 21 |
|
| ແຕ່ພວກເຂົາຮ້ອງຕອບຄືນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ ຄຶງມັນໄວ້ທີ່ໄມ້ກາງແຂນ.” |
|
| 22 |
|
| ປີລາດເວົ້າກັບປະຊາຊົນເປັນເທື່ອທີສາມວ່າ, “ເປັນຫຍັງຈຶ່ງຄຶງ ຜູ້ນີ້ໄດ້ເຮັດຜິດຫຍັງ? ເຮົາບໍ່ພົບລາວເຮັດຜິດຫຍັງທີ່ສົມຄວນຕ້ອງຕາຍ ສະນັ້ນ ເມື່ອເຮົາສັ່ງໃຫ້ຂ້ຽນແລ້ວ ກໍຈະປ່ອຍລາວໄປ.” |
|
| 23 |
|
| ແຕ່ປະຊາຊົນພ້ອມກັນຮ້ອງຂຶ້ນຈົນສຸດສຽງ ເພື່ອໃຫ້ພຣະອົງຖືກຄຶງໄວ້ທີ່ໄມ້ກາງແຂນ ແລະໃນທີ່ສຸດ ສຽງໂຮຮ້ອງຂອງພວກເຂົາກໍຊະນະ. |
|
| 24 |
|
| ດັ່ງນັ້ນ ປີລາດຈຶ່ງຕັດສິນໃຫ້ເປັນໄປຕາມຄຳຂໍຮ້ອງຂອງພວກເຂົາ. |
|
| 25 |
|
| ເພິ່ນໄດ້ປ່ອຍຄົນທີ່ພວກເຂົາຕ້ອງການ ຄືຜູ້ທີ່ຖືກຂັງຄຸກຢູ່ເພາະການຈະລາຈົນແລະຂ້າຄົນ ແລະເພິ່ນໄດ້ມອບພຣະເຢຊູເຈົ້າໃຫ້ພວກເຂົາເອົາໄປເຮັດຕາມຄວາມຕ້ອງການຂອງພວກເຂົາ. |
|
| 26 |
|
| ເມື່ອພວກເຂົາພາພຣະອົງອອກໄປ ພວກເຂົາໄດ້ຈັບຊີໂມນໄທກີເຣເນ ທີ່ກຳລັງມາຈາກບ້ານນອກ ແລ້ວເອົາໄມ້ກາງແຂນວາງໃສ່ ໃຫ້ແບກຕາມພຣະເຢຊູເຈົ້າໄປ. |
|
| 27 |
|
| ປະຊາຊົນຢ່າງໜາແໜ້ນ ໄດ້ຕາມພຣະເຢຊູເຈົ້າໄປ ໃນທ່າມກາງປະຊາຊົນນັ້ນ ມີແມ່ຍິງບາງຄົນຕີເອິກຮ້ອງໄຫ້ສຳລັບພຣະອົງ. |
|
| 28 |
|
| ພຣະເຢຊູເຈົ້າຊົງຫັນໜ້າມາທາງພວກນາງ ແລະກ່າວວ່າ, “ຍິງຊາວນະຄອນເຢຣູຊາເລັມເອີຍ, ຢ່າສູ່ຮ້ອງໄຫ້ສົງສານເຮົາ, ແຕ່ຈົ່ງຮ້ອງໄຫ້ສົງສານພວກເຈົ້າເອງ ກັບລູກໆຂອງພວກເຈົ້າ. |
|
| 29 |
|
| ດ້ວຍວ່າ, ວັນທັງຫລາຍກຳລັງຈະມາເຖິງແລ້ວ ຄົນກໍຈະເວົ້າກັນວ່າ, ‘ຍິງທີ່ເປັນໝັນ ຍິງທີ່ບໍ່ເຄີຍອອກລູກ ແລະຍິງທີ່ບໍ່ເຄີຍລ້ຽງລູກ ພວກເຈົ້າກໍເປັນສຸກແທ້ນໍ.’ |
|
| 30 |
|
| ໃນເວລານັ້ນ ປະຊາຊົນກໍຈະເວົ້າກັບພູທັງຫລາຍວ່າ, ‘ຈົ່ງເຈື່ອນລົງມາທັບພວກເຮົາສາ’ ແລະເວົ້າກັບໂນນພູທັງຫລາຍວ່າ ‘ຈົ່ງປົກບັງພວກເຮົາໄວ້ເທີ້ນ.’ |
|
| 31 |
|
| ດ້ວຍວ່າ, ໃນເມື່ອພວກເຂົາເຮັດເຊັ່ນນີ້ກັບໄມ້ທີ່ຍັງດິບ ພວກເຂົາຈະເຮັດຢ່າງໃດກັບໄມ້ທີ່ແຫ້ງແລ້ວ?” |
|
| 32 |
|
| ມີອີກສອງຄົນ ທີ່ເປັນຜູ້ຮ້າຍທີ່ຖືກພວກທະຫານຄຸມ ເພື່ອນຳໄປປະຫານຮ່ວມກັບພຣະເຢຊູເຈົ້າ. |
|
| 33 |
|
| ເມື່ອມາຮອດບ່ອນທີ່ມີຊື່ວ່າ, “ກະໂຫລກຫົວ” ພວກທະຫານກໍຄຶງພຣະອົງໄວ້ທີ່ໄມ້ກາງແຂນ ພ້ອມກັບຜູ້ຮ້າຍສອງຄົນ ຄືຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງອີກຢູ່ເບື້ອງຊ້າຍ. |
|
| 34 |
|
| ພຣະເຢຊູເຈົ້າພາວັນນາອະທິຖານວ່າ, “ພຣະບິດາເຈົ້າເອີຍ ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ ເພາະພວກເຂົາບໍ່ຮູ້ຈັກວ່າ ພວກເຂົາກຳລັງເຮັດຫຍັງ.” ແລ້ວພວກທະຫານກໍແບ່ງປັນເຄື່ອງນຸ່ງຂອງພຣະອົງ ໂດຍໃຊ້ສະຫລາກ. |
|
| 35 |
|
| ຝ່າຍປະຊາຊົນກໍຢືນເບິ່ງຢູ່ທີ່ນັ້ນ, ຂະນະທີ່ບັນດາຜູ້ນຳຊາວຢິວເຢາະເຢີ້ຍພຣະອົງວ່າ, “ຖ້າລາວເປັນພຣະຄຣິດ ຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ນັ້ນ ລາວຊ່ວຍຄົນອື່ນໄດ້ ໃຫ້ຊ່ວຍຕົນເອງເບິ່ງດູ.” |
|
| 36 |
|
| ພວກທະຫານກໍໄດ້ເຢາະເຢີ້ຍພຣະອົງເໝືອນກັນ ພວກເຂົາເຂົ້າມາຫາພຣະອົງ ແລ້ວເອົາເຫຼົ້າອະງຸ່ນສົ້ມໃຫ້ພຣະອົງດື່ມ |
|
| 37 |
|
| ແລະ ເວົ້າວ່າ, “ຖ້າໂຕເປັນກະສັດຂອງຊາວຢິວແທ້ ຈົ່ງຊ່ວຍຕົວເອງແມ.” |
|
| 38 |
|
| ເທິງຫົວຂອງພຣະອົງມີປ້າຍໄມ້ພ້ອມກັບມີຂໍ້ຄວາມຂຽນວ່າ, “ຜູ້ນີ້ເປັນກະສັດຂອງຊາດຢິວ.” |
|
| 39 |
|
| ຝ່າຍຄົນໜຶ່ງໃນຜູ້ຮ້າຍ ທີ່ຖືກຄຶງໄວ້ ໄດ້ເວົ້າໝິ່ນປະໝາດຕໍ່ພຣະອົງວ່າ, “ເຈົ້າເປັນພຣະຄຣິດບໍ່ແມ່ນບໍ? ຈົ່ງຊ່ວຍຕົນເອງກັບຊ່ວຍເຮົາໃຫ້ພົ້ນເສຍ.” |
|
| 40 |
|
| ແຕ່ຜູ້ຮ້າຍຄົນໜຶ່ງອີກຕຳໜິລາວ ແລະເວົ້າວ່າ, “ໂຕບໍ່ຢ້ານພຣະເຈົ້າບໍ? ໂຕກໍຖືກໂທດເໝືອນກັນກັບເພິ່ນ. |
|
| 41 |
|
| ແຕ່ສຳລັບພວກເຮົາກໍສົມກັບໂທດນີ້ແທ້ ເພາະພວກເຮົາກຳລັງຮັບຜົນກຳທີ່ພວກເຮົາໄດ້ເຮັດ, ແຕ່ເພິ່ນບໍ່ໄດ້ເຮັດຜິດຫຍັງເລີຍ.” |
|
| 42 |
|
| ແລ້ວລາວກໍເວົ້າກັບພຣະເຢຊູເຈົ້າວ່າ, “ພຣະເຢຊູເຈົ້າເອີຍ ເມື່ອໃດທີ່ທ່ານມາໃນແຜ່ນດິນຂອງທ່ານ ໂຜດລະນຶກເຖິງຂ້ານ້ອຍດ້ວຍເທີ້ນ.” |
|
| 43 |
|
| ພຣະເຢຊູເຈົ້າຊົງຕອບລາວວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸກຂະເສີມ.” |
|
| 44 |
|
| ພໍປະມານທ່ຽງ ກໍເກີດມືດມົວທົ່ວແຜ່ນດິນຈົນເຖິງເວລາບ່າຍສາມໂມງ, |
|
| 45 |
|
| ຜ້າກັ້ງທີ່ກາງໄວ້ໃນພຣະວິຫານ ກໍຖືກຈີກອອກເປັນສອງຕ່ອນ. |
|
| 46 |
|
| ພຣະເຢຊູເຈົ້າຮ້ອງຂຶ້ນດ້ວຍສຽງດັງວ່າ, “ພຣະບິດາເຈົ້າເອີຍ ລູກຂໍມອບຈິດວິນຍານຂອງລູກ ໄວ້ໃນກຳມືຂອງພຣະອົງ.” ແລ້ວພຣະອົງກໍຊົງສິ້ນພຣະຊົນ. |
|
| 47 |
|
| ເມື່ອນາຍຮ້ອຍທະຫານເຫັນເຫດການທີ່ເກີດຂຶ້ນແລ້ວ ລາວກໍສັນລະເສີນພຣະເຈົ້າໂດຍເວົ້າວ່າ, “ຈິງແທ້ແລ້ວ ທ່ານຜູ້ນີ້ບໍ່ມີຄວາມຜິດ.” |
|
| 48 |
|
| ເມື່ອປະຊາຊົນທີ່ໄດ້ເຕົ້າໂຮມກັນໃນທີ່ນັ້ນ ເພື່ອເບິ່ງເລື່ອງແປກປະຫລາດ ທີ່ເກີດຂຶ້ນ ເມື່ອໄດ້ເຫັນເຫດການນັ້ນແລ້ວ ຕ່າງກໍກັບເມືອເຮືອນຂອງໃຜລາວ ທັງຕີເອິກດ້ວຍຄວາມທຸກໃຈ. |
|
| 49 |
|
| ທຸກຄົນທີ່ຮູ້ຈັກພຣະເຢຊູເຈົ້າເປັນການສ່ວນຕົວ ຕະຫລອດທັງພວກແມ່ຍິງທີ່ໄດ້ຕິດຕາມພຣະອົງມາແຕ່ແຂວງຄາລີເລ ຕ່າງກໍຢືນເຝົ້າຖ້າເບິ່ງຢູ່ຫ່າງໆ. |
|
| 50 |
|
| ແລະເບິ່ງແມ! ມີຊາຍຄົນໜຶ່ງ ຊື່ໂຢເຊັບ ເປັນສະມາຊິກແຫ່ງສານສູງສຸດ ເພິ່ນເປັນຄົນດີແລະສັດຊື່. |
|
| 51 |
|
| ເພິ່ນຜູ້ນີ້ບໍ່ໄດ້ເຫັນດີຕາມມະຕິ ແລະການເຮັດຂອງພວກເຂົາ ເພິ່ນເປັນໄທບ້ານອາຣີມາທາຍ ຊຶ່ງເປັນບ້ານຂອງຊາດຢິວ ທັງເປັນຜູ້ຄອຍຖ້າຣາຊອານາຈັກຂອງພຣະເຈົ້າ. |
|
| 52 |
|
| ເພິ່ນໄດ້ເຂົ້າໄປຫາປີລາດ ແລະຂໍເອົາພຣະສົບຂອງພຣະເຢຊູເຈົ້າ. |
|
| 53 |
|
| ແລ້ວເພິ່ນກໍເອົາພຣະສົບນັ້ນ ລົງມາຈາກໄມ້ກາງແຂນ ໃຊ້ຜ້າປ່ານຫໍ່ ແລະນຳໄປວາງໄວ້ໃນອຸບມຸງແຫ່ງໜຶ່ງ ທີ່ເຈາະໄວ້ໃນໂງ່ນຫີນ ແລະອຸບມຸງນີ້ຍັງບໍ່ເຄີຍວາງສົບຜູ້ໃດຈັກເທື່ອ. |
|
| 54 |
|
| ວັນນັ້ນເປັນວັນຈັດຕຽມ (ວັນສຸກ) ແລະເກືອບຈະເຖິງວັນຊະບາໂຕແລ້ວ. |
|
| 55 |
|
| ສ່ວນພວກແມ່ຍິງທີ່ຕິດຕາມພຣະອົງມາຈາກແຂວງຄາລີເລ ກໍໄປກັບໂຢເຊັບ ພວກນາງໄດ້ເຫັນອຸບມຸງ ແລະໄດ້ເຫັນພຣະສົບຂອງພຣະອົງວາງໄວ້ຢູ່ໃນທີ່ນັ້ນຢ່າງໃດ. |
|
| 56 |
|
| ແລ້ວພວກນາງກໍກັບຄືນເມືອເຮືອນ ແລະຈັດຕຽມເຄື່ອງຫອມ ແລະນໍ້າມັນຫອມ. ໃນວັນຊະບາໂຕ ພວກນາງຕ້ອງຢຸດພັກຜ່ອນຕາມກົດບັນຍັດ. |
|
|
|
|