|
| 1 |
|
| ວັນໜຶ່ງ ໃນວັນຊະບາໂຕ ພຣະເຢຊູເຈົ້າກຳລັງຍ່າງຜ່ານທົ່ງນາ ພວກສາວົກຂອງພຣະອົງໄດ້ເດັດເອົາຮວງເຂົ້າ ແລະເກັດກິນ. |
|
| 2 |
|
| ພວກຟາຣີຊາຍບາງຄົນຈຶ່ງເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດໃນສິ່ງທີ່ກົດບັນຍັດຂອງພວກເຮົາບໍ່ອະນຸຍາດໃຫ້ເຮັດໃນວັນຊະບາໂຕ?” |
|
| 3 |
|
| ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພວກເຈົ້າບໍ່ໄດ້ອ່ານບໍກ່ຽວກັບສິ່ງທີ່ດາວິດໄດ້ເຮັດເມື່ອລາວ ແລະຄົນຂອງຕົນຫິວເຂົ້າ? |
|
| 4 |
|
| ຄືລາວໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າ ເອົາເຂົ້າຈີ່ທີ່ໄດ້ຖວາຍແກ່ພຣະເຈົ້າມາກິນ ແລະຍັງແບ່ງປັນໃຫ້ພັກພວກຂອງຕົນກິນດ້ວຍ, ຊຶ່ງກົດບັນຍັດຫ້າມບໍ່ໃຫ້ຜູ້ໃດກິນເຂົ້າຈີ່ນີ້ ນອກຈາກປະໂຣຫິດເທົ່ານັ້ນ.” |
|
| 5 |
|
| ແລ້ວພຣະເຢຊູເຈົ້າກໍໄດ້ບອກພວກເຂົາວ່າ, “ບຸດມະນຸດເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ.” |
|
| 6 |
|
| ໃນວັນຊະບາໂຕອີກວັນໜຶ່ງ ພຣະເຢຊູເຈົ້າໄດ້ເຂົ້າໄປໃນທຳມະສາລາ ແລະສັ່ງສອນໃນທີ່ນັ້ນ ມີຊາຍຄົນໜຶ່ງທີ່ມືເບື້ອງຂວາລີບ. |
|
| 7 |
|
| ພວກທຳມະຈານກັບພວກຟາຣີຊາຍບາງຄົນ ຢາກຫາຂໍ້ຟ້ອງພຣະເຢຊູເຈົ້າວ່າ ເຮັດຜິດ ພວກເຂົາຈຶ່ງຊອມເບິ່ງວ່າ ພຣະອົງຈະໂຜດຮັກສາຄົນໃຫ້ດີພະຍາດໃນວັນຊະບາໂຕຫລືບໍ່. |
|
| 8 |
|
| ແຕ່ພຣະເຢຊູເຈົ້າ ຮູ້ຈັກຄວາມຄິດຂອງພວກເຂົາ ຈຶ່ງກ່າວແກ່ຊາຍມືລີບນັ້ນວ່າ, “ຈົ່ງຢືນຂຶ້ນ ແລະມາທາງໜ້າພີ້.” ຊາຍຄົນນັ້ນຈຶ່ງລຸກຂຶ້ນ ແລະໄປຢືນໃນທີ່ນັ້ນ. |
|
| 9 |
|
| ແລ້ວພຣະເຢຊູເຈົ້າ ກໍກ່າວແກ່ພວກເຂົາວ່າ, “ເຮົາຂໍຖາມພວກເຈົ້າວ່າ, ‘ກົດວັນຊະບາໂຕຂອງພວກເຮົາອະນຸຍາດໃຫ້ພວກເຮົາເຮັດດີ ຫລືເຮັດຊົ່ວ? ໃຫ້ຊ່ວຍຊີວິດໄວ້ ຫລືໃຫ້ທຳລາຍຊີວິດຖິ້ມ?”’ |
|
| 10 |
|
| ພຣະອົງຫລຽວເບິ່ງໜ້າພວກເຂົາທຸກຄົນແລ້ວກ່າວ ແກ່ຊາຍມືລີບວ່າ, “ຈົ່ງຢຽດມືເຈົ້າອອກ” ຊາຍມືລີບຢຽດມືຂອງຕົນອອກ ແລະມືຂອງລາວກໍດີເປັນປົກກະຕິ. |
|
| 11 |
|
| ຝ່າຍຄົນເຫຼົ່ານັ້ນກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະໄດ້ປຶກສາກັນວ່າຈະເຮັດຢ່າງໃດກັບພຣະເຢຊູເຈົ້າ. |
|
| 12 |
|
| ໃນເວລານັ້ນ, ພຣະເຢຊູເຈົ້າໄດ້ຂຶ້ນໄປເທິງພູໜ່ວຍໜຶ່ງ ເພື່ອພາວັນນາອະທິຖານ ແລະໃຊ້ເວລາພາວັນນາອະທິຖານຕໍ່ພຣະເຈົ້າຢູ່ທີ່ນັ້ນຕະຫລອດຄືນ. |
|
| 13 |
|
| ຄັນຮຸ່ງເຊົ້າແລ້ວ, ພຣະອົງໄດ້ເອີ້ນບັນດາສາວົກມາຫາພຣະອົງ ແລະໃນພວກເຂົາພຣະອົງເລືອກເອົາສິບສອງຄົນ ແລ້ວພຣະອົງຊົງຕັ້ງຊື່ໃຫ້ວ່າ ອັກຄະສາວົກ. |
|
| 14 |
|
| ຄືຊີໂມນ (ທີ່ພຣະອົງຕັ້ງຊື່ໃຫ້ວ່າ, “ເປໂຕ”) ແລະ ອັນເດອານ້ອງຊາຍຂອງຕົນ, ຢາໂກໂບ ແລະ ໂຢຮັນ, ຟີລິບ ແລະ ບາຣະໂທໂລມາຍ, |
|
| 15 |
|
| ມັດທາຍ ແລະ ໂທມາ, ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນ (ຜູ້ທີ່ເອີ້ນກັນວ່າ, “ເຊໂລເຕ”) |
|
| 16 |
|
| ຢູດາລູກຊາຍຂອງຢາໂກໂບ ແລະ ຢູດາອິດສະກາຣີອົດຜູ້ທີ່ທໍລະຍົດຕໍ່ພຣະເຢຊູເຈົ້າ. |
|
| 17 |
|
| ເມື່ອພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງລົງມາແຕ່ພູແລ້ວ ກໍຢຸດຢືນຢູ່ທີ່ຮາບພຽງແຫ່ງໜຶ່ງ ໃນບ່ອນນັ້ນ ມີລູກສິດຂອງພຣະອົງຫລາຍຄົນພ້ອມດ້ວຍປະຊາຊົນຈຳນວນຫລວງຫລາຍ ທີ່ມາຈາກທົ່ວທັງແຂວງຢູດາຍ ຈາກນະຄອນເຢຣູຊາເລັມ ແລະຈາກຝັ່ງທະເລຂອງເມືອງຕີເຣກັບເມືອງຊີໂດນ, |
|
| 18 |
|
| ພວກເຂົາມາເພື່ອຟັງພຣະອົງ ແລະເພື່ອໃຫ້ພຣະອົງຊົງໂຜດຮັກສາໃຫ້ດີພະຍາດໂຣຄາຂອງພວກເຂົາ ແລະບັນດາຜູ້ທີ່ຖືກຜີຊົ່ວຮ້າຍລົບກວນ ກໍຊົງໂຜດໃຫ້ດີເໝືອນກັນ |
|
| 19 |
|
| ປະຊາຊົນທຸກຄົນຕ່າງກໍພະຍາຍາມແຕະຕ້ອງພຣະອົງ ເພາະຣິດອຳນາດອອກຈາກພຣະອົງ ແລະຊົງໂຜດຮັກສາພະຍາດໂຣຄາຂອງພວກເຂົາທຸກຄົນໃຫ້ຫາຍດີ. |
|
| 20 |
|
| ເມື່ອພຣະເຢຊູເຈົ້າແນມເບິ່ງພວກສາວົກຂອງພຣະອົງແລ້ວ ກໍກ່າວວ່າ, “ພວກເຈົ້າທີ່ຍາກຈົນກໍເປັນສຸກ, ເພາະອານາຈັກຂອງພຣະເຈົ້າ ເປັນຂອງພວກເຈົ້າ |
|
| 21 |
|
| ພວກເຈົ້າທີ່ອຶດຢາກດຽວນີ້ ກໍເປັນສຸກ, ເພາະວ່າ ພຣະເຈົ້າຈະຊົງໂຜດ ໃຫ້ພວກເຈົ້າອີ່ມເຕັມ ພວກເຈົ້າທີ່ຮ້ອງໄຫ້ດຽວນີ້ກໍເປັນສຸກ, ເພາະວ່າ ພວກເຈົ້າຈະໄດ້ຫົວ.” |
|
| 22 |
|
| “ພວກເຈົ້າກໍເປັນສຸກຫຼາຍ ເມື່ອຄົນທັງຫລາຍກຽດຊັງພວກເຈົ້າ, ຂັບໄລ່ພວກເຈົ້າໃຫ້ໜີໄປ, ຕິຕຽນນິນທາພວກເຈົ້າ ແລະປະຕິເສດຊື່ຂອງພວກເຈົ້າວ່າຊົ່ວ ເພາະພວກເຈົ້າເຫັນແກ່ບຸດມະນຸດ. |
|
| 23 |
|
| ໃນວັນນັ້ນ ພວກເຈົ້າຈົ່ງຊົມຊື່ນຍິນດີ ແລະຈົ່ງຕື່ນເຕັ້ນດ້ວຍຄວາມຍິນດີ ເພາະເບິ່ງແມ! ບຳເໜັດຂອງພວກເຈົ້າມີບໍຣິບູນຢູ່ໃນສະຫວັນ ເພາະວ່າບັນພະບຸລຸດຂອງພວກເຂົາໄດ້ເຮັດຢ່າງນັ້ນ ແກ່ຜູ້ປະກາດພຣະທຳເໝືອນກັນ.” |
|
| 24 |
|
| “ແຕ່ວິບັດມີແກ່ພວກເຈົ້າ ຜູ້ເປັນຄົນຮັ່ງມີ, ເພາະພວກເຈົ້າມີຊີວິດຢູ່ຢ່າງສຸກສະບາຍ |
|
| 25 |
|
| ວິບັດມີແກ່ພວກເຈົ້າ ທີ່ອີ່ມເຕັມດຽວນີ້ ເພາະວ່າພວກເຈົ້າຈະອຶດຢາກ ວິບັດມີແກ່ພວກເຈົ້າ ທີ່ກຳລັງຫົວ ຢູ່ດຽວນີ້ ເພາະພວກເຈົ້າຈະທຸກໂສກ ແລະຮ້ອງໄຫ້.” |
|
| 26 |
|
| “ວິບັດມີແກ່ພວກເຈົ້າ ເມື່ອມີຄົນຍ້ອງຍໍວ່າພວກເຈົ້າດີ ເພາະບັນພະບຸລຸດຂອງພວກເຂົາກໍໄດ້ເວົ້າຢ່າງດຽວກັນນີ້ແຫຼະ ແກ່ພວກຜູ້ປະກາດພຣະທຳປອມ.” |
|
| 27 |
|
| “ແຕ່ເຮົາບອກເລື່ອງນີ້ແກ່ພວກເຈົ້າທີ່ໄດ້ຟັງເຮົາວ່າ, ຈົ່ງຮັກສັດຕູຂອງພວກເຈົ້າ ຈົ່ງເຮັດດີແກ່ຜູ້ທີ່ກຽດຊັງພວກເຈົ້າ, |
|
| 28 |
|
| ຈົ່ງອວຍພອນຄົນທີ່ປ້ອຍດ່າພວກເຈົ້າ ແລະຈົ່ງພາວັນນາອະທິຖານເພື່ອຄົນທີ່ຂົ່ມເຫັງພວກເຈົ້າ. |
|
| 29 |
|
| ຖ້າຜູ້ໃດຕົບແກ້ມເຈົ້າເບື້ອງໜຶ່ງ ຈົ່ງປິ່ນໃຫ້ລາວຕົບອີກເບື້ອງໜຶ່ງ ຖ້າຜູ້ໃດຍາດເອົາເສື້ອຊັ້ນນອກຂອງເຈົ້າໄປ ຖ້າເຂົາຈະເອົາເສື້ອຊັ້ນໃນກໍຢ່າຫວງຫ້າມ. |
|
| 30 |
|
| ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກເຈົ້າ ແລະຖ້າຜູ້ໃດເອົາສິ່ງຂອງເຈົ້າໄປ ຢ່າສູ່ທວງຖາມເອົາຄືນ. |
|
| 31 |
|
| ເຈົ້າຢາກໃຫ້ຄົນອື່ນເຮັດຢ່າງໃດແກ່ເຈົ້າ ຈົ່ງເຮັດຢ່າງນັ້ນແກ່ເຂົາເໝືອນກັນ.” |
|
| 32 |
|
| “ຖ້າພວກເຈົ້າຮັກຄົນທີ່ຮັກພວກເຈົ້າແຕ່ເທົ່ານັ້ນ ຈະເປັນຄຸນຫຍັງແກ່ພວກເຈົ້າ? ແມ່ນແຕ່ບັນດາຄົນບາບກໍຍັງຮັກ ຜູ້ທີ່ຮັກພວກເຂົາເໝືອນກັນ. |
|
| 33 |
|
| ແລະ ຖ້າພວກເຈົ້າເຮັດດີ ຕໍ່ຄົນທີ່ເຮັດດີຕໍ່ພວກເຈົ້າແຕ່ເທົ່ານັ້ນ ຈະເປັນຄຸນຫຍັງແກ່ພວກເຈົ້າ? ແມ່ນແຕ່ຄົນບາບທັງຫລາຍກໍຍັງເຮັດຢ່າງນັ້ນເໝືອນກັນ |
|
| 34 |
|
| ແລະ ຖ້າພວກເຈົ້າໃຫ້ຄົນຢືມ ໂດຍຫວັງຈະໄດ້ຄືນຈາກເຂົາແຕ່ເທົ່ານັ້ນ ຈະເປັນຄຸນຫຍັງແກ່ພວກເຈົ້າ? ແມ່ນແຕ່ຄົນບາບກໍຍັງໃຫ້ຄົນບາບຢືມ ໂດຍຫວັງຈະໄດ້ຮັບຄືນເທົ່າກັນ. |
|
| 35 |
|
| ຈົ່ງຮັກສັດຕູຂອງພວກເຈົ້າ ຈົ່ງເຮັດດີຕໍ່ພວກເຂົາ, ຈົ່ງໃຫ້ພວກເຂົາຢືມໂດຍບໍ່ຫວັງຈະໄດ້ຮັບຄືນ ແລ້ວພວກເຈົ້າກໍຈະໄດ້ບຳເໜັດອັນຍິ່ງໃຫຍ່ ແລະພວກເຈົ້າກໍຈະເປັນລູກຂອງພຣະເຈົ້າອົງສູງສຸດ ເພາະວ່າພຣະອົງຍັງຊົງໂຜດແກ່ຄົນເນລະຄຸນແລະຄົນຊົ່ວ. |
|
| 36 |
|
| ເຈົ້າທັງຫລາຍຈົ່ງມີຄວາມເມດຕາປານີ ເໝືອນຢ່າງພຣະບິດາເຈົ້າຂອງພວກເຈົ້າ ຜູ້ຊົງມີຄວາມເມດຕາປານີ.” |
|
| 37 |
|
| “ຢ່າຕັດສິນຄົນອື່ນ ແລະພຣະເຈົ້າຈະບໍ່ຕັດສິນພວກເຈົ້າ ຢ່າກ່າວໂທດຄົນອື່ນເພື່ອພຣະເຈົ້າຈະບໍ່ກ່າວໂທດພວກເຈົ້າ ຈົ່ງຍົກໂທດໃຫ້ຄົນອື່ນເພື່ອພຣະເຈົ້າຈະຍົກໂທດໃຫ້ພວກເຈົ້າ. |
|
| 38 |
|
| ຈົ່ງໃຫ້ເຂົາ ແລະພຣະເຈົ້າຈະຊົງໃຫ້ເຈົ້າ ແລະໃນຕັກຂອງເຈົ້າ ຈະໄດ້ຮັບຕວງດ້ວຍເຄື່ອງຜອງຍັດສັ່ນລົງແໜ້ນເຕັມລົ້ນ ເພາະວ່າພວກເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າຈະຊົງຕວງໃຫ້ພວກເຈົ້າດ້ວຍເຄື່ອງຜອງອັນນັ້ນ.” |
|
| 39 |
|
| ແລ້ວພຣະເຢຊູເຈົ້າກໍຍັງໄດ້ກ່າວແກ່ພວກເຂົາເປັນຄຳອຸປະມາວ່າ, “ຄົນຕາບອດຈະຈູງຄົນຕາບອດກໍບໍ່ໄດ້ ຖ້າເຂົາເຮັດ ທັງສອງກໍຈະຕົກລົງໃນຂຸມ. |
|
| 40 |
|
| ສິດບໍ່ຫ່ອນໃຫຍ່ກວ່າຄູຂອງຕົນ, ແຕ່ສິດທຸກຄົນເມື່ອໄດ້ຮັບການຝຶກສອນຢ່າງຄົບຖ້ວນແລ້ວ ກໍຈະເປັນດັ່ງຄູຂອງຕົນ.” |
|
| 41 |
|
| “ເປັນຫຍັງເຈົ້າຈຶ່ງຫລຽວເຫັນຂີ້ເຫຍື້ອ ທີ່ຢູ່ໃນຕາພີ່ນ້ອງຂອງເຈົ້າ, ແຕ່ໄມ້ທັງທ່ອນຢູ່ໃນຕາຂອງຕົນເອງແລ້ວພັດແນມບໍ່ເຫັນ? |
|
| 42 |
|
| ດ້ວຍເຫດໃດເຈົ້າຈຶ່ງກ້າເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ພີ່ນ້ອງເອີຍ, ກະລຸນາໃຫ້ຂ້ອຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າແດ່’ ໃນເມື່ອໄມ້ທັງທ່ອນຍັງຢູ່ໃນຕາຂອງເຈົ້າພັດແນມບໍ່ເຫັນ? ໂອ ຄົນໜ້າຊື່ໃຈຄົດເອີຍ ຈົ່ງເອົາທ່ອນໄມ້ອອກຈາກຕາຂອງເຈົ້າເອງກ່ອນ ແລ້ວເຈົ້າກໍຈະເຫັນແຈ້ງດີ ເພື່ອເຂ່ຍຂີ້ເຫຍື້ອອອກຈາກຕາພີ່ນ້ອງຂອງເຈົ້າ.” |
|
| 43 |
|
| “ຕົ້ນໄມ້ດີ ບໍ່ຫ່ອນເກີດຜົນບໍ່ດີ ແລະຕົ້ນໄມ້ບໍ່ດີ ກໍບໍ່ຫ່ອນເກີດຜົນດີ. |
|
| 44 |
|
| ຕົ້ນໄມ້ທຸກຕົ້ນຍ່ອມຮູ້ໄດ້ດ້ວຍຜົນຂອງມັນ ພວກເຈົ້າບໍ່ຫ່ອນເກັບໝາກເດື່ອເທດຈາກຕົ້ນມີໜາມ ແລະບໍ່ຫ່ອນເກັບໝາກອະງຸ່ນຈາກເຄືອໜາມ. |
|
| 45 |
|
| ຄົນດີຍ່ອມເອົາສິ່ງດີອອກມາຈາກຄັງດີແຫ່ງໃຈຂອງຕົນ ຄົນຊົ່ວຍ່ອມເອົາສິ່ງຊົ່ວອອກມາຈາກຄັງຊົ່ວແຫ່ງໃຈຂອງຕົນ ເພາະວ່າ ໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າສິ່ງນັ້ນອອກມາ.” |
|
| 46 |
|
| “ເປັນຫຍັງເຈົ້າທັງຫລາຍຈຶ່ງເອີ້ນເຮົາວ່າ, ‘ພຣະອົງເຈົ້າຂ້າ ພຣະອົງເຈົ້າຂ້າ’ ແຕ່ບໍ່ໄດ້ປະຕິບັດຕາມສິ່ງທີ່ເຮົາບອກພວກເຈົ້າ? |
|
| 47 |
|
| ທຸກຄົນທີ່ມາຫາເຮົາ ແລະຟັງຖ້ອຍຄຳຂອງເຮົາ ແລະນຳເອົາໄປປະຕິບັດ ເຮົາຈະແຈ້ງໃຫ້ພວກເຈົ້າຮູ້ວ່າ ຜູ້ນັ້ນປຽບເໝືອນຜູ້ໃດ. |
|
| 48 |
|
| ກໍປຽບເໝືອນຄົນຜູ້ໜຶ່ງ ທີ່ກໍ່ສ້າງຕຶກຂອງຕົນ ລາວຂຸດດິນລົງເລິກ ແລະຕັ້ງຮາກຖານໃສ່ເທິງດານຫີນ ແລະເມື່ອນໍ້າມາຖ້ວມ ແລ້ວແປວນໍ້າກໍໄຫລທັ່ງໃສ່, ແຕ່ບໍ່ອາດເຮັດໃຫ້ຕຶກນັ້ນຫວັ່ນໄຫວ ເພາະວ່າໄດ້ສ້າງດີແລ້ວ. |
|
| 49 |
|
| ສ່ວນຄົນທີ່ໄດ້ຍິນຖ້ອຍຄຳຂອງເຮົາ ແລະບໍ່ປະຕິບັດຕາມ ລາວກໍປຽບເໝືອນຄົນຜູ້ໜຶ່ງ ທີ່ກໍ່ສ້າງຕຶກຂອງຕົນເທິງດິນ ໂດຍບໍ່ກໍ່ຮາກຖານ ເມື່ອແປວນໍ້າໄຫລທັ່ງໃສ່ຕຶກນັ້ນ ມັນກໍເຈື່ອນລົງທັນທີ ແລະຄວາມພິນາດຈິບຫາຍຂອງຕຶກນັ້ນກໍໃຫຍ່ຫລວງ.” |
|
|
|
|