|
| 1 |
|
| ເມື່ອພຣະເຢຊູເຈົ້າເອີ້ນສາວົກສິບສອງຄົນມາແລ້ວ ພຣະອົງກໍໃຫ້ຣິດເດດ ແລະສິດອຳນາດແກ່ພວກເພິ່ນ ເພື່ອຂັບໄລ່ຜີມານຮ້າຍທຸກໂຕ ແລະເພື່ອຮັກສາພະຍາດໂຣຄາຕ່າງໆ. |
|
| 2 |
|
| ແລ້ວພຣະອົງກໍໃຊ້ພວກເພິ່ນອອກໄປປະກາດເລື່ອງອານາຈັກຂອງພຣະເຈົ້າ ແລະເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍດີພະຍາດ. |
|
| 3 |
|
| ພຣະອົງສັ່ງແກ່ພວກເພິ່ນວ່າ, “ເມື່ອເດີນທາງໄປນັ້ນ ຢ່າເອົາຫຍັງໄປນຳ ບໍ່ວ່າ ໄມ້ເທົ້າ, ຖົງ, ອາຫານ, ເງິນ, ແມ່ນແຕ່ເຄື່ອງນຸ່ງກໍບໍ່ໃຫ້ຖືໄປເພື່ອປ່ຽນ. |
|
| 4 |
|
| ເຮືອນໃດທີ່ຕ້ອນຮັບພວກເຈົ້າ ຈົ່ງຢູ່ໃນເຮືອນນັ້ນ ຈົນກວ່າພວກເຈົ້າຈາກໄປ, |
|
| 5 |
|
| ເມືອງໃດ ທີ່ບໍ່ຕ້ອນຮັບພວກເຈົ້າ ຈົ່ງໜີຈາກເມືອງນັ້ນ ແລະສັ່ນຂີ້ຝຸ່ນທີ່ຕິດຕີນຂອງພວກເຈົ້າອອກ ເພື່ອເປັນພະຍານຕໍ່ສູ້ພວກເຂົາ.” |
|
| 6 |
|
| ແລ້ວພວກສາວົກກໍພາກັນອອກເດີນທາງໄປ ຕາມທຸກບ້ານທຸກເມືອງປະກາດຂ່າວປະເສີດ ແລະເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍດີພະຍາດ. |
|
| 7 |
|
| ເມື່ອເຮໂຣດ ຜູ້ປົກຄອງໄດ້ຍິນເຫດການທັງໝົດທີ່ເກີດຂຶ້ນ. ດັ່ງນັ້ນ ເພິ່ນຈຶ່ງວິຕົກກັງວົນໃຈ ເພາະບາງຄົນເວົ້າວ່າ, “ໂຢຮັນບັບຕິສະໂຕຄືນມາມີຊີວິດອີກແລ້ວ.” |
|
| 8 |
|
| ຝ່າຍຄົນອື່ນເວົ້າວ່າ, “ເອລີຢາໄດ້ມາປາກົດ” ແລະຄົນອື່ນໆອີກເວົ້າວ່າ, “ແມ່ນຜູ້ທຳນວາຍຄົນໜຶ່ງ ໃນບັນດາຜູ້ທຳນວາຍໃນສະໄໝບູຮານໄດ້ຄືນມາມີຊີວິດ.” |
|
| 9 |
|
| ແຕ່ເຮໂຣດເອງເວົ້າວ່າ, “ເຮົາຕັດຫົວໂຢຮັນແລ້ວ, ແຕ່ຄົນທີ່ເຮົາໄດ້ຍິນເຖິງນີ້ ແມ່ນຜູ້ໃດໜໍ?” ແລ້ວເຮໂຣດກໍຫາໂອກາດທີ່ຈະພົບພຣະເຢຊູເຈົ້າ. |
|
| 10 |
|
| ແລ້ວພວກອັກຄະສາວົກກໍໄດ້ກັບຄືນມາ ເມື່ອພວກເພິ່ນລາຍງານແກ່ພຣະເຢຊູເຈົ້າ ເຖິງສິ່ງທີ່ພວກຕົນເຮັດ ແລ້ວພຣະອົງກໍພາພວກເພິ່ນໄປຕ່າງຫາກ ທີ່ເມືອງໜຶ່ງຊື່ວ່າ ເບັດສາອີດາ. |
|
| 11 |
|
| ເມື່ອປະຊາຊົນໄດ້ຍິນເຖິງເລື່ອງນີ້ ພວກເຂົາກໍຕິດຕາມພຣະອົງໄປ ຝ່າຍພຣະອົງກໍຕ້ອນຮັບພວກເຂົາ ແລະບອກພວກເຂົາເຖິງຣາຊອານາຈັກຂອງພຣະເຈົ້າ ທັງຊົງໂຜດຮັກສາຜູ້ທີ່ຕ້ອງການຢາກຫາຍດີຈາກການເຈັບໄຂ້ໄດ້ປ່ວຍ. |
|
| 12 |
|
| ເມື່ອຕາເວັນກຳລັງຈະຕົກແລ້ວ ພວກສາວົກກໍມາຫາພຣະອົງ ແລະເວົ້າວ່າ, “ຈົ່ງບອກປະຊາຊົນເລີກເມືອສາ ເພື່ອໃຫ້ພວກເຂົາໄປຫາບ້ານໄຮ່ບ້ານນາແຖບນີ້ ຊອກທີ່ພັກແລະອາຫານ ເພາະທີ່ນີ້ເປັນບ່ອນປ່ຽວ.” |
|
| 13 |
|
| ແຕ່ພຣະເຢຊູເຈົ້າກ່າວຕໍ່ພວກເພິ່ນວ່າ, “ໃຫ້ພວກເຈົ້າເປັນຜູ້ລ້ຽງພວກເຂົາສາ.” ພວກສາວົກຕອບວ່າ, “ພວກຂ້ານ້ອຍມີເຂົ້າຈີ່ຫ້າກ້ອນກັບປາສອງໂຕເທົ່ານັ້ນ ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປຊື້ອາຫານໃຫ້ປະຊາຊົນທັງໝົດນີ້ກິນບໍ?” ( |
|
| 14 |
|
| ໃນທີ່ນັ້ນມີຜູ້ຊາຍປະມານຫ້າພັນຄົນ.) ພຣະເຢຊູເຈົ້າສັ່ງພວກສາວົກຂອງພຣະອົງວ່າ, “ຈົ່ງຈັດປະຊາຊົນໃຫ້ນັ່ງລົງເປັນໝູ່ ໝູ່ລະຫ້າສິບຄົນ.” |
|
| 15 |
|
| ພວກສາວົກກໍປະຕິບັດຕາມ ແລະຈັດໃຫ້ປະຊາຊົນທຸກຄົນນັ່ງລົງ. |
|
| 16 |
|
| ແລ້ວພຣະອົງກໍຮັບເອົາເຂົ້າຈີ່ຫ້າກ້ອນກັບປາສອງໂຕ ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລະໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານ ພຣະອົງໄດ້ແບ່ງອາຫານນັ້ນ ແລະມອບໃຫ້ພວກສາວົກ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ. |
|
| 17 |
|
| ພວກເຂົາໄດ້ກິນອີ່ມທຸກຄົນ ແລະສ່ວນທີ່ເຫຼືອນັ້ນກໍເກັບໄດ້ເຕັມສິບສອງກະບຸງ. |
|
| 18 |
|
| ຢູ່ມາວັນໜຶ່ງ ເມື່ອພຣະເຢຊູເຈົ້າກຳລັງພາວັນນາອະທິຖານຢູ່ຕ່າງຫາກ ມີແຕ່ພວກສາວົກຂອງພຣະອົງຢູ່ທີ່ນັ້ນ ພຣະອົງຖາມພວກສາວົກວ່າ, “ປະຊາຊົນເວົ້າກັນວ່າ ເຮົາແມ່ນຜູ້ໃດ?” |
|
| 19 |
|
| ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າ ທ່ານແມ່ນໂຢຮັນບັບຕິສະໂຕ ຄົນອື່ນເວົ້າວ່າ ທ່ານແມ່ນເອລີຢາ ສ່ວນຄົນອື່ນໆອີກເວົ້າວ່າ ທ່ານແມ່ນຜູ້ທຳນວາຍຄົນໜຶ່ງ ໃນບັນດາຜູ້ທຳນວາຍແຕ່ສະໄໝບູຮານ ທີ່ເປັນຄືນມາສູ່ຊີວິດ.” |
|
| 20 |
|
| ແລ້ວພຣະອົງຖາມພວກເພິ່ນວ່າ, “ຝ່າຍພວກເຈົ້າເດ ວ່າເຮົາແມ່ນຜູ້ໃດ?” ເປໂຕຕອບວ່າ, “ທ່ານແມ່ນພຣະຄຣິດຂອງພຣະເຈົ້າ.” |
|
| 21 |
|
| ແລ້ວພຣະເຢຊູເຈົ້າກໍສັ່ງຫ້າມພວກເພິ່ນຢ່າງເດັດຂາດ ບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ |
|
| 22 |
|
| ແລະ ກ່າວຕື່ມວ່າ, “ບຸດມະນຸດຕ້ອງທົນທຸກທໍລະມານຢ່າງໜັກຫລາຍປະການ ບັນດາເຖົ້າແກ່ ບັນດາຫົວໜ້າປະໂຣຫິດ ແລະພວກທຳມະຈານຈະບໍ່ຍອມຮັບທ່ານ, ທ່ານຈະຖືກຂ້າ, ແຕ່ໃນວັນຖ້ວນສາມ ທ່ານຈະຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍ.” |
|
| 23 |
|
| ແລ້ວພຣະອົງກໍກ່າວແກ່ປະຊາຊົນທັງໝົດວ່າ, “ຖ້າຜູ້ໃດຕ້ອງການຕິດຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນເອງ ຮັບແບກໄມ້ກາງແຂນຂອງຕົນທຸກໆວັນ ແລະຕາມເຮົາມາ. |
|
| 24 |
|
| ເພາະຜູ້ໃດກໍຕາມ ທີ່ຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດກໍຕາມທີ່ສະຫລະຊີວິດຂອງຕົນ ເພາະເຫັນແກ່ເຮົາ ຜູ້ນັ້ນຈະຊ່ວຍຊີວິດຂອງຕົນໃຫ້ພົ້ນ. |
|
| 25 |
|
| ເຫດວ່າ ຖ້າຜູ້ໃດຈະໄດ້ສິ່ງຂອງທັງໂລກ, ແຕ່ຈະໃຫ້ຕົວເອງຈິບຫາຍ ຫລືເສຍໄປ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ? |
|
| 26 |
|
| ສະນັ້ນ ຖ້າຜູ້ໃດມີຄວາມລະອາຍໃນເລື່ອງເຮົາ ແລະໃນເລື່ອງຖ້ອຍຄຳຂອງເຮົາ ບຸດມະນຸດກໍຈະມີຄວາມລະອາຍໃນເລື່ອງຂອງຜູ້ນັ້ນ ເມື່ອເຮົາມາປາກົດໃນສະຫງ່າຣາສີຂອງເຮົາ ກັບໃນສະຫງ່າຣາສີຂອງພຣະບິດາເຈົ້າ ແລະຂອງພວກເທວະດາບໍຣິສຸດ. |
|
| 27 |
|
| ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ມີບາງຄົນໃນທີ່ນີ້ຈະບໍ່ຮູ້ຣົດແຫ່ງຄວາມຕາຍ ຈົນກວ່າພວກເຂົາໄດ້ເຫັນອານາຈັກຂອງພຣະເຈົ້າ.” |
|
| 28 |
|
| ຫລັງຈາກທີ່ພຣະເຢຊູເຈົ້າກ່າວຖ້ອຍຄຳເຫຼົ່ານີ້ແລ້ວ ປະມານໜຶ່ງອາທິດ ພຣະອົງກໍພາເປໂຕ, ໂຢຮັນ ແລະ ຢາໂກໂບຂຶ້ນໄປເທິງພູກັບພຣະອົງ ເພື່ອພາວັນນາອະທິຖານ. |
|
| 29 |
|
| ຂະນະທີ່ພຣະອົງກຳລັງພາວັນນາອະທິຖານຢູ່ນັ້ນ ໃບໜ້າຂອງພຣະອົງກໍຊົງປ່ຽນໄປ ແລະເຄື່ອງນຸ່ງຂອງພຣະອົງກໍຂາວເຫຼື້ອມໃສ. |
|
| 30 |
|
| ໃນທັນໃດນັ້ນ ກໍມີສອງຄົນກຳລັງສົນທະນາຢູ່ກັບພຣະອົງ ສອງຄົນນັ້ນແມ່ນໂມເຊ ແລະ ເອລີຢາ |
|
| 31 |
|
| ທີ່ມາປາກົດດ້ວຍສະຫງ່າຣາສີຈາກສະຫວັນ ທັງສອງສົນທະນາຢູ່ກັບພຣະເຢຊູເຈົ້າ ກ່າວເຖິງການທີ່ພຣະອົງຈະສະເດັດຈາກໂລກໄປ ຊຶ່ງເລື່ອງນີ້ຈະສຳເລັດໃນນະຄອນເຢຣູຊາເລັມ. |
|
| 32 |
|
| ຝ່າຍເປໂຕກັບໝູ່ເພື່ອນຂອງຕົນ ຕ່າງກໍເຫງົານອນ, ແຕ່ເມື່ອພວກເພິ່ນໄດ້ຕື່ນຂຶ້ນແລ້ວ ຈຶ່ງເຫັນສະຫງ່າຣາສີຂອງພຣະເຢຊູເຈົ້າ ກັບສອງຄົນທີ່ກຳລັງຢືນຢູ່ນຳພຣະອົງ. |
|
| 33 |
|
| ເມື່ອສອງຄົນນັ້ນກຳລັງຈາກພຣະເຢຊູເຈົ້າໄປ, ເປໂຕຈຶ່ງກ່າວຕໍ່ພຣະອົງວ່າ, “ພຣະອາຈານເອີຍ, ເປັນການດີແທ້ໆທີ່ພວກຂ້ານ້ອຍຢູ່ບ່ອນນີ້ ໂຜດໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນ ຄືຫລັງໜຶ່ງສຳລັບທ່ານ ຫລັງໜຶ່ງສຳລັບໂມເຊ ແລະ ຫລັງໜຶ່ງອີກສຳລັບເອລີຢາ.” (ເປໂຕບໍ່ຮູ້ສຶກຕົວວ່າຕົນເອງກຳລັງເວົ້າຫຍັງ.) |
|
| 34 |
|
| ຂະນະທີ່ເປໂຕກຳລັງເວົ້າຢູ່ນັ້ນ ກໍມີກ້ອນເມກລອຍລົງມາປົກຫຸ້ມພວກເພິ່ນໄວ້ ແລະພວກສາວົກກໍຢ້ານເມື່ອຢູ່ໃນກ້ອນເມກນັ້ນ. |
|
| 35 |
|
| ແລ້ວກໍມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ແຫຼະ ເປັນບຸດຂອງເຮົາຜູ້ທີ່ເຮົາໄດ້ເລືອກໄວ້ ຈົ່ງເຊື່ອຟັງເພິ່ນ.” |
|
| 36 |
|
| ເມື່ອສຽງນັ້ນສະຫງົບແລ້ວກໍມີແຕ່ພຣະເຢຊູເຈົ້າອົງດຽວຢູ່ທີ່ນັ້ນ ສ່ວນສາວົກທັງສາມກໍເກັບເລື່ອງທັງໝົດນີ້ໄວ້ໃນໃຈ ແລະບໍ່ໄດ້ບອກຜູ້ໃດໃນເວລານັ້ນ ເຖິງສິ່ງທີ່ພວກເພິ່ນໄດ້ເຫັນ. |
|
| 37 |
|
| ວັນໜ້າມາ ຂະນະທີ່ພຣະເຢຊູເຈົ້າກັບສາວົກທັງສາມ ໄດ້ລົງມາແຕ່ເທິງພູນັ້ນ ກໍມີປະຊາຊົນຢ່າງຫລວງຫລາຍມາພົບພຣະອົງ. |
|
| 38 |
|
| ຂະນະນັ້ນ ມີຊາຍຄົນໜຶ່ງໃນປະຊາຊົນນັ້ນຮ້ອງຂຶ້ນວ່າ, “ອາຈານເອີຍ ຂ້ານ້ອຍຂໍຄວາມເມດຕາໃຫ້ເບິ່ງລູກຊາຍຂອງຂ້ານ້ອຍແດ່ທ້ອນ. ດ້ວຍວ່າ, ລາວແມ່ນລູກຊາຍຄົນດຽວຂອງຂ້ານ້ອຍ. |
|
| 39 |
|
| ຜີຮ້າຍທີ່ສິງຕົວເດັກເທື່ອໃດ ເດັກກໍຮ້ອງຂຶ້ນເທື່ອນັ້ນໃນທັນທີໂລດ ເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງຈົນນໍ້າລາຍຟູມປາກ ມັນເຮັດໃຫ້ຕົວເດັກຟົກຊໍ້າ ແລະບໍ່ຍອມອອກໄປໂດຍງ່າຍ. |
|
| 40 |
|
| ຂ້ານ້ອຍໄດ້ຂໍຮ້ອງໃຫ້ພວກສາວົກຂອງທ່ານ ຂັບໄລ່ມັນອອກເສຍ ແຕ່ພວກເພິ່ນເຮັດບໍ່ໄດ້.” |
|
| 41 |
|
| ພຣະເຢຊູເຈົ້າຕອບວ່າ, “ໂອ ຄົນໃນຍຸກສະໄໝທີ່ຂາດຄວາມເຊື່ອ ແລະຊົ່ວຊ້າເອີຍ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກເຫິງປານໃດ? ເຮົາຈະຕ້ອງອົດທົນກັບພວກເຈົ້າອີກດົນນານປານໃດ?” ແລ້ວພຣະເຢຊູເຈົ້າກໍກ່າວແກ່ຊາຍຄົນນັ້ນວ່າ, “ຈົ່ງພາລູກຊາຍຂອງເຈົ້າມາພີ້ເບິ່ງດູ.” |
|
| 42 |
|
| ຂະນະທີ່ເດັກກຳລັງມານັ້ນ ຜີມານຮ້າຍກໍໄດ້ເຮັດໃຫ້ເດັກລົ້ມລົງກັບພື້ນດິນ ຊັກດີ້ນກິ້ງເກືອກໄປມາ, ແຕ່ພຣະເຢຊູເຈົ້າໄດ້ໃຫ້ຄຳສັ່ງຊຳລະຜີຊົ່ວຮ້າຍນັ້ນ ແລະຊົງໂຜດເດັກນ້ອຍໃຫ້ຫາຍດີ ແລ້ວມອບຄືນໃຫ້ແກ່ພໍ່ຂອງເດັກນັ້ນ. |
|
| 43 |
|
| ປະຊາຊົນທັງໝົດຕ່າງກໍງຶດປະຫລາດໃຈຫລາຍ ໃນຣິດເດດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ. ຂະນະທີ່ປະຊາຊົນຍັງປະຫລາດໃຈນຳທຸກສິ່ງ ທີ່ພຣະເຢຊູເຈົ້າໄດ້ກະທຳນັ້ນ ພຣະອົງກໍກ່າວແກ່ພວກສາວົກຂອງພຣະອົງວ່າ, |
|
| 44 |
|
| “ຈົ່ງຈົດຈຳຖ້ອຍຄຳທີ່ເຮົາກ່າວແກ່ພວກເຈົ້ານີ້ໃຫ້ດີ ບຸດມະນຸດຈະຖືກມອບໄວ້ໃນມືຂອງຄົນທັງຫລາຍ.” |
|
| 45 |
|
| ແຕ່ພວກສາວົກບໍ່ເຂົ້າໃຈຖ້ອຍຄຳເຫຼົ່ານີ້ ເພາະຖ້ອຍຄຳນັ້ນໄດ້ຖືກປິດບັງໄວ້ຈາກພວກເພິ່ນ ເພື່ອວ່າພວກເພິ່ນຈະບໍ່ສັງເກດໄດ້ ແລະພວກເພິ່ນກໍຢ້ານທີ່ຈະຖາມພຣະອົງເຖິງເລື່ອງນີ້. |
|
| 46 |
|
| ແລ້ວໄດ້ເກີດການໂຕ້ຖຽງກັນໃນລະຫວ່າງພວກສາວົກວ່າ ໃນທ່າມກາງພວກເພິ່ນນັ້ນ ຜູ້ໃດເປັນໃຫຍ່ກວ່າໝູ່. |
|
| 47 |
|
| ຝ່າຍພຣະເຢຊູເຈົ້າຮູ້ຄວາມຄິດໃນໃຈຂອງພວກເພິ່ນ. ດັ່ງນັ້ນ ພຣະອົງຈຶ່ງໃຫ້ເດັກນ້ອຍຄົນໜຶ່ງມາຢືນຢູ່ໃກ້ພຣະອົງ. |
|
| 48 |
|
| ແລ້ວພຣະອົງກໍກ່າວກັບພວກເພິ່ນວ່າ, “ຜູ້ໃດທີ່ຕ້ອນຮັບເດັກນ້ອຍຄົນນີ້ ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ ແລະຜູ້ທີ່ຕ້ອນຮັບເຮົາ ກໍຕ້ອນຮັບຜູ້ທີ່ໄດ້ໃຊ້ເຮົາມາເໝືອນກັນ ເພາະວ່າ ຜູ້ໃດທີ່ເປັນນ້ອຍກວ່າໝູ່ໃນພວກເຈົ້າ ຜູ້ນັ້ນແຫຼະ ເປັນຜູ້ໃຫຍ່.” |
|
| 49 |
|
| ແລ້ວໂຢຮັນກໍເວົ້າຂຶ້ນວ່າ, “ພຣະອາຈານເອີຍ, ພວກຂ້ານ້ອຍໄດ້ເຫັນຊາຍຄົນໜຶ່ງ ຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະພວກຂ້ານ້ອຍໄດ້ຫ້າມໃຫ້ລາວເຊົາ ເພາະລາວບໍ່ໄດ້ຕິດຕາມພຣະອົງກັບພວກຂ້ານ້ອຍ.” |
|
| 50 |
|
| ແຕ່ພຣະເຢຊູເຈົ້າຕອບໂຢຮັນ ແລະສາວົກຄົນອື່ນໆວ່າ, “ຢ່າຫ້າມລາວເລີຍ ເພາະຜູ້ໃດທີ່ບໍ່ຕໍ່ສູ້ທ່ານ ກໍເປັນຝ່າຍພວກທ່ານແລ້ວ.” |
|
| 51 |
|
| ເມື່ອໃກ້ເວລາທີ່ພຣະເຢຊູເຈົ້າຈະຖືກຮັບຂຶ້ນສູ່ສະຫວັນແລ້ວ ພຣະອົງກໍຕັ້ງໃຈຢ່າງຄັກແນ່ທີ່ຈະໄປນະຄອນເຢຣູຊາເລັມ. |
|
| 52 |
|
| ພຣະອົງໄດ້ໃຊ້ຜູ້ຮັບໃຊ້ໄປກ່ອນໜ້າພຣະອົງ ພວກເພິ່ນໄດ້ເຂົ້າໄປໃນບ້ານໜຶ່ງຂອງຊາວຊາມາເຣຍ ເພື່ອຈັດຕຽມທຸກສິ່ງໄວ້ສຳລັບພຣະອົງ. |
|
| 53 |
|
| ແຕ່ປະຊາຊົນໃນບ້ານນັ້ນບໍ່ຕ້ອນຮັບພຣະອົງ ເພາະພຣະອົງຕັ້ງໜ້າຈະໄປນະຄອນເຢຣູຊາເລັມ. |
|
| 54 |
|
| ເມື່ອສາວົກຂອງພຣະອົງຄືຢາໂກໂບ ແລະ ໂຢຮັນເຫັນດັ່ງນັ້ນແລ້ວ ກໍເວົ້າວ່າ, “ພຣະອົງເຈົ້າເອີຍ, ພຣະອົງຢາກໃຫ້ພວກຂ້ານ້ອຍສັ່ງໄຟລົງມາຈາກສະຫວັນ ເພື່ອເຜົາຜານພວກເຂົາບໍ?” |
|
| 55 |
|
| ແຕ່ພຣະເຢຊູເຈົ້າຫັນໜ້າມາກ່າວຕິຕຽນພວກເພິ່ນ [ແລະກ່າວວ່າ, “ພວກເຈົ້າບໍ່ຮູ້ວ່າພວກເຈົ້າມີຈິດໃຈແນວໃດ ດ້ວຍວ່າ, ບຸດມະນຸດໄດ້ມາ ບໍ່ແມ່ນເພື່ອທຳລາຍຊີວິດມະນຸດ, ແຕ່ມາເພື່ອໂຜດມະນຸດໃຫ້ພົ້ນ.”] |
|
| 56 |
|
| ແລ້ວພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງກໍໄປຍັງບ້ານອື່ນ. |
|
| 57 |
|
| ຂະນະທີ່ພຣະເຢຊູເຈົ້າກັບພວກສາວົກໄປຕາມທາງນັ້ນ ກໍໄດ້ມີຊາຍຄົນໜຶ່ງເວົ້າກັບພຣະອົງວ່າ, “ພຣະອົງຈະໄປທີ່ໃດ ຂ້ານ້ອຍກໍພ້ອມທີ່ຈະໄປທີ່ນັ້ນກັບພຣະອົງ.” |
|
| 58 |
|
| ພຣະເຢຊູເຈົ້າຕອບລາວວ່າ, “ໝາຈອກຍັງມີໝົ້ງນອນ ແລະນົກກໍຍັງມີຮັງຢູ່ ສ່ວນບຸດມະນຸດບໍ່ມີບ່ອນຈະວາງຫົວລົງ.” |
|
| 59 |
|
| ພຣະອົງກ່າວແກ່ຊາຍຄົນໜຶ່ງອີກວ່າ, “ຈົ່ງຕາມເຮົາມາ.” ແຕ່ຊາຍຄົນນັ້ນຕອບວ່າ, “ພຣະອົງເຈົ້າເອີຍ ຂໍອະນຸຍາດໃຫ້ຂ້ານ້ອຍກັບເມືອຝັງສົບພໍ່ຂອງຂ້ານ້ອຍກ່ອນ.” |
|
| 60 |
|
| ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຈົ່ງປະໃຫ້ຄົນຕາຍຝັງກັນເອງເທາະ, ແຕ່ສ່ວນເຈົ້າ ຈົ່ງໄປປະກາດອານາຈັກຂອງພຣະເຈົ້າ.” |
|
| 61 |
|
| ມີຄົນໜຶ່ງອີກໄດ້ເວົ້າວ່າ, “ພຣະອົງເຈົ້າເອີຍ ຂ້ານ້ອຍຈະຕາມທ່ານໄປ, ແຕ່ຂໍອະນຸຍາດໃຫ້ຂ້ານ້ອຍກັບເມືອສັ່ງລາຄອບຄົວຂອງຂ້ານ້ອຍກ່ອນ.” |
|
| 62 |
|
| ພຣະເຢຊູເຈົ້າກ່າວແກ່ລາວວ່າ, “ຜູ້ໃດທີ່ເອົາມືຈັບງ້ອນໄຖແລ້ວຍັງຫລຽວຄືນຫລັງ ຜູ້ນັ້ນກໍບໍ່ສົມກັບອານາຈັກຂອງພຣະເຈົ້າ.” |
|
|
|
|