|
| 1 |
|
| “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນທີ່ບໍ່ເຂົ້າຄອກແກະທາງປະຕູ ແຕ່ປີນເຂົ້າທາງອື່ນກໍເປັນຂະໂມຍແລະໂຈນ. |
|
| 2 |
|
| ແຕ່ຜູ້ທີ່ເຂົ້າທາງປະຕູກໍເປັນຄົນລ້ຽງແກະ. |
|
| 3 |
|
| ຄົນເຝົ້າປະຕູ ກໍໄຂປະຕູໃຫ້ແກ່ຜູ້ນັ້ນ ແລະຝູງແກະກໍຟັງສຽງຂອງເພິ່ນ ເພິ່ນເອີ້ນແກະຂອງຕົນຕາມຊື່ ແລະພາອອກໄປ. |
|
| 4 |
|
| ເມື່ອນຳຝູງແກະຂອງຕົນ ເພິ່ນກໍນຳໜ້າຝູງແກະໄປ ແລະຝູງແກະກໍຕາມເພິ່ນໄປ ເພາະຮູ້ຈັກສຽງຂອງເພິ່ນ. |
|
| 5 |
|
| ຝູງແກະຈະບໍ່ຕາມຄົນແປກໜ້າ ແຕ່ຈະແລ່ນໜີໄປຈາກຄົນນັ້ນ ເພາະບໍ່ຮູ້ຈັກສຽງຂອງຄົນແປກໜ້ານັ້ນ.” |
|
| 6 |
|
| ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມານີ້ແກ່ພວກເຂົາ ແຕ່ພວກເຂົາບໍ່ເຂົ້າໃຈວ່າ ພຣະອົງໝາຍເຖິງຫຍັງ. |
|
| 7 |
|
| ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວອີກວ່າ, “ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ເຮົານີ້ແຫຼະ ເປັນປະຕູຂອງແກະທັງຫລາຍ. |
|
| 8 |
|
| ບັນດາຜູ້ທີ່ມາກ່ອນເຮົານັ້ນ ເປັນຂະໂມຍແລະໂຈນ ແຕ່ຝູງແກະບໍ່ໄດ້ຟັງພວກເຂົາ. |
|
| 9 |
|
| ເຮົານີ້ແຫຼະ ເປັນປະຕູ ຜູ້ໃດກໍຕາມທີ່ເຂົ້າມາທາງເຮົາກໍຈະໄດ້ພົ້ນ ແລ້ວຈະເຂົ້າມາແລະອອກໄປ ທັງຈະພົບອາຫານດ້ວຍ. |
|
| 10 |
|
| ຂະໂມຍມາ ກໍພຽງແຕ່ຈະລັກ ຈະຂ້າແລະທຳລາຍເທົ່ານັ້ນ ຝ່າຍເຮົາໄດ້ມາ ເພື່ອເຂົາຈະໄດ້ຊີວິດ ແລະຈະໄດ້ຊີວິດຢ່າງຄົບບໍລິບູນ. |
|
| 11 |
|
| ເຮົານີ້ແຫຼະ ເປັນຜູ້ລ້ຽງແກະທີ່ດີ ຜູ້ລ້ຽງທີ່ດີຍ່ອມສະຫລະຊີວິດຂອງຕົນເພື່ອຝູງແກະ. |
|
| 12 |
|
| ຜູ້ຮັບຈ້າງ ຄືຜູ້ທີ່ບໍ່ແມ່ນຄົນລ້ຽງແກະ ແລະທັງບໍ່ເປັນເຈົ້າຂອງແກະ ເມື່ອເຫັນໝາໄນມາ ລາວກໍປະຖິ້ມຝູງແກະ ແລະແລ່ນປົບໜີໄປ ໝາໄນຈຶ່ງກັດ ແລະຍາດເອົາຝູງແກະເຮັດໃຫ້ເຂົາແຕກຊະກັນໄປ. |
|
| 13 |
|
| ຄົນຮັບຈ້າງແລ່ນປົບໜີ ເພາະວ່າລາວເປັນພຽງແຕ່ຄົນຮັບຈ້າງ ແລະລາວບໍ່ຫ່ວງໃຍນຳຝູງແກະ. |
|
| 14 |
|
| ເຮົານີ້ແຫຼະ ເປັນຜູ້ລ້ຽງທີ່ດີ ເຮົາຮູ້ຈັກແກະຂອງເຮົາ ແລະແກະຂອງເຮົາກໍຮູ້ຈັກເຮົາ. |
|
| 15 |
|
| ເໝືອນດັ່ງພຣະບິດາເຈົ້າຮູ້ຈັກເຮົາ ແລະເຮົາກໍຮູ້ຈັກພຣະບິດາເຈົ້າ ເຮົາເຕັມໃຈສະຫລະຊີວິດເພື່ອຝູງແກະຂອງເຮົາ. |
|
| 16 |
|
| ມີຝູງແກະອື່ນທີ່ເປັນຝູງແກະຂອງເຮົາ ແຕ່ບໍ່ຢູ່ໃນຄອກນີ້ ເຮົາຈະຕ້ອງພາແກະເຫຼົ່ານັ້ນມາເໝືອນກັນ ພວກເຂົາຈະຟັງສຽງຂອງເຮົາ ເຮົາຈະເຕົ້າໂຮມພວກເຂົາເຂົ້າເປັນຝູງດຽວທີ່ມີຜູ້ລ້ຽງແຕ່ຜູ້ດຽວ. |
|
| 17 |
|
| ດ້ວຍເຫດນີ້ ພຣະບິດາເຈົ້າຈຶ່ງຮັກເຮົາ ເພາະເຮົາສະຫລະຊີວິດຂອງເຮົາ ເພື່ອຈະຮັບຊີວິດນັ້ນຄືນມາ. |
|
| 18 |
|
| ບໍ່ມີຜູ້ໃດຍາດເອົາຊີວິດໄປຈາກເຮົາ, ແຕ່ເຮົາສະຫລະຊີວິດດ້ວຍໃຈສະໝັກຂອງເຮົາເອງ, ເຮົາມີສິດທີ່ຈະສະຫລະຊີວິດນັ້ນ ແລະມີສິດທີ່ຈະຮັບເອົາຄືນ ຄຳສັ່ງນີ້ເຮົາໄດ້ຮັບຈາກພຣະບິດາເຈົ້າຂອງເຮົາ.” |
|
| 19 |
|
| ຍ້ອນຂໍ້ຄວາມເຫຼົ່ານີ້ ຊາວຢິວຈຶ່ງເກີດມີການແຕກແຍກກັນອີກ. |
|
| 20 |
|
| ມີຫລາຍຄົນໃນພວກເຂົາເວົ້າວ່າ, “ຜີມານຮ້າຍສິງລາວຢູ່ ແລະລາວກຳລັງເປັນບ້າ ຟັງລາວເຮັດຫຍັງ?” |
|
| 21 |
|
| ແຕ່ພວກອື່ນເວົ້າວ່າ, “ຄົນມີຜີມານຮ້າຍສິງບໍ່ເວົ້າຢ່າງນີ້ດອກ ຜີມານຮ້າຍຈະເຮັດໃຫ້ຄົນຕາບອດເຫັນຮຸ່ງໄດ້ຊັ້ນບໍ?” |
|
| 22 |
|
| ເວລານັ້ນເປັນລະດູໜາວ ພໍດີເປັນເທດສະການສະຫລອງຖວາຍພຣະວິຫານໃນນະຄອນເຢຣູຊາເລັມ. |
|
| 23 |
|
| ສ່ວນພຣະເຢຊູເຈົ້າກໍຍ່າງໄປມາໃນພຣະວິຫານ ທີ່ລະບຽງໂຊໂລໂມນ. |
|
| 24 |
|
| ປະຊາຊົນໄດ້ມາອ້ອມພຣະອົງແລ້ວຖາມວ່າ, “ຈະໃຫ້ພວກເຮົາສົງໄສໄປດົນປານໃດ? ຈົ່ງບອກພວກເຮົາໃຫ້ຮູ້ຄັກສາວ່າ ທ່ານເປັນພຣະຄຣິດບໍ?” |
|
| 25 |
|
| ພຣະເຢຊູເຈົ້າຕອບວ່າ, “ເຮົາໄດ້ບອກພວກເຈົ້າແລ້ວ ແຕ່ພວກເຈົ້າບໍ່ເຊື່ອ ພາລະກິດທີ່ເຮົາເຮັດໃນພຣະນາມພຣະບິດາເຈົ້າຂອງເຮົານັ້ນ ກໍເປັນພະຍານຢືນຢັນໃຫ້ເຮົາ, |
|
| 26 |
|
| ແຕ່ພວກເຈົ້າບໍ່ໄດ້ເຊື່ອ ເພາະພວກເຈົ້າບໍ່ແມ່ນຝູງແກະຂອງເຮົາ. |
|
| 27 |
|
| ແກະຂອງເຮົາກໍຟັງສຽງຂອງເຮົາ, ເຮົາຮູ້ຈັກພວກເຂົາ ແລະພວກເຂົາກໍຕາມເຮົາໄປ. |
|
| 28 |
|
| ເຮົາໃຫ້ຊີວິດນິຣັນດອນແກ່ພວກເຂົາ ແລະພວກເຂົາກໍຈະບໍ່ຈິບຫາຍຈັກເທື່ອ ບໍ່ມີຜູ້ໃດຍາດເອົາພວກເຂົາອອກຈາກມືຂອງເຮົາໄດ້. |
|
| 29 |
|
| ສິ່ງທີ່ພຣະບິດາເຈົ້າຂອງເຮົາໄດ້ໃຫ້ແກ່ເຮົານັ້ນ ກໍໃຫຍ່ກວ່າທຸກສິ່ງ. ແລະບໍ່ມີຜູ້ໃດຍາດເອົາພວກເຂົາຈາກກຳມືພຣະບິດາເຈົ້າຂອງເຮົາໄດ້. |
|
| 30 |
|
| ເຮົາກັບພຣະບິດາເຈົ້າກໍເປັນອັນໜຶ່ງອັນດຽວກັນ.” |
|
| 31 |
|
| ປະຊາຊົນຈຶ່ງຈັບກ້ອນຫີນຈະແກວ່ງໃສ່ພຣະອົງ. |
|
| 32 |
|
| ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ, “ເຮົາໄດ້ເຮັດໃຫ້ພວກເຈົ້າເຫັນການດີຫລາຍຢ່າງທີ່ມາຈາກພຣະບິດາເຈົ້າຂອງເຮົາ ພວກເຈົ້າຈະແກວ່ງກ້ອນຫີນໃສ່ເຮົາຍ້ອນເລື່ອງຫຍັງ?” |
|
| 33 |
|
| ພວກຢິວຕອບຄືນວ່າ, “ພວກເຮົາຈະແກວ່ງກ້ອນຫີນໃສ່ເຈົ້າ ບໍ່ແມ່ນຍ້ອນການດີຢ່າງໃດຢ່າງໜຶ່ງ ແຕ່ຍ້ອນເຈົ້າເວົ້າໝິ່ນປະໝາດພຣະເຈົ້າ ເຈົ້າເປັນພຽງມະນຸດເທົ່ານັ້ນ, ແຕ່ເຈົ້າຕັ້ງເຈົ້າເອງເປັນພຣະເຈົ້າ.” |
|
| 34 |
|
| ພຣະເຢຊູເຈົ້າຕອບພວກເຂົາວ່າ, “ມີຄຳຂຽນໄວ້ໃນກົດບັນຍັດຂອງພວກເຈົ້າບໍ່ແມ່ນບໍວ່າ, ‘ເຈົ້າທັງຫລາຍເປັນພຣະ.’ |
|
| 35 |
|
| ຖ້າພຣະອົງຊົງເອີ້ນຜູ້ຮັບພຣະທຳຂອງພຣະເຈົ້າວ່າເປັນພຣະ ພຣະຄຳພີນັ້ນຈະຖືກລຶບລ້າງເສຍບໍ່ໄດ້. |
|
| 36 |
|
| ພວກເຈົ້າເວົ້າໃຫ້ເຮົາວ່າ, ເຮົາເວົ້າໝິ່ນປະໝາດພຣະເຈົ້າ ຍ້ອນເຮົາໄດ້ເວົ້າວ່າ, ເຮົາເປັນພຣະບຸດຂອງພຣະເຈົ້າຊັ້ນບໍ? |
|
| 37 |
|
| ຖ້າເຮົາບໍ່ໄດ້ເຮັດພາລະກິດຂອງພຣະບິດາເຈົ້າຂອງເຮົາ ພວກເຈົ້າກໍຢ່າເຊື່ອໃນເຮົາ. |
|
| 38 |
|
| ແຕ່ຖ້າເຮົາເຮັດພາລະກິດນັ້ນ ເຖິງພວກເຈົ້າບໍ່ເຊື່ອເຮົາກໍຕາມ ກໍຈົ່ງເຊື່ອໃນພາລະກິດນັ້ນ ເພື່ອພວກເຈົ້າຈະໄດ້ຮູ້ຈັກ ແລະເຊື່ອໝັ້ນວ່າ, ພຣະບິດາເຈົ້າຢູ່ໃນເຮົາ ແລະເຮົາຢູ່ໃນພຣະບິດາເຈົ້າ.” |
|
| 39 |
|
| ເຫດສະນັ້ນ ພວກເຂົາໝາຍທີ່ຈະຈັບພຣະອົງອີກ ແຕ່ພຣະອົງໜີພົ້ນຈາກມືຂອງພວກເຂົາໄປໄດ້. |
|
| 40 |
|
| ແລ້ວພຣະອົງກໍຂ້າມແມ່ນໍ້າຈໍແດນ ໄປບ່ອນທີ່ໂຢຮັນໃຫ້ຮັບບັບຕິສະມາແຕ່ກ່ອນນັ້ນ ແລະພຣະອົງກໍພັກຢູ່ທີ່ນັ້ນ. |
|
| 41 |
|
| ມີຫລາຍຄົນໄດ້ມາຫາພຣະອົງ ແລະເວົ້າວ່າ, “ໂຢຮັນບໍ່ໄດ້ເຮັດໝາຍສຳຄັນການອັດສະຈັນຈັກຢ່າງ, ແຕ່ທຸກສິ່ງທີ່ໂຢຮັນເວົ້າເຖິງທ່ານຄົນນີ້ ກໍເປັນຄວາມຈິງທັງໝົດ.” |
|
| 42 |
|
| ໃນທີ່ນັ້ນ ໄດ້ມີຫລາຍຄົນເຊື່ອໃນພຣະອົງ. |
|
|
|
|