|
| 1 |
|
| ມີຊາຍຄົນໜຶ່ງຊື່ວ່າລາຊະໂຣກຳລັງປ່ວຍຢູ່ ລາວຢູ່ໃນບ້ານເບັດທານີ ຊຶ່ງເປັນບ້ານຂອງສອງເອື້ອຍນ້ອງທີ່ຊື່ວ່າ ມາຣີ ແລະ ມາທາ. |
|
| 2 |
|
| ມາຣີແມ່ນຜູ້ທີ່ເອົານໍ້າມັນຫອມຖອກໃສ່ຕີນຂອງອົງພຣະຜູ້ເປັນເຈົ້າ ແລະເອົາຜົມຂອງຕົນເຊັດຕີນຂອງພຣະອົງ ລາຊະໂຣຜູ້ທີ່ປ່ວຍຢູ່ນັ້ນເປັນນ້ອງຊາຍຂອງນາງ. |
|
| 3 |
|
| ທັງສອງເອື້ອຍນ້ອງໄດ້ໃຊ້ຄົນໄປບອກພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າເອີຍ ເພື່ອນທີ່ພຣະອົງຮັກນັ້ນກຳລັງປ່ວຍຢູ່.” |
|
| 4 |
|
| ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນແລ້ວ ພຣະອົງຈຶ່ງກ່າວວ່າ, “ການປ່ວຍຂອງລາຊະໂຣນີ້ ບໍ່ເຖິງແກ່ຄວາມຕາຍດອກ ແຕ່ເກີດຂຶ້ນເພື່ອນຳກຽດຕິຍົດແກ່ພຣະເຈົ້າ ແລະເພື່ອໃຫ້ພຣະບຸດຂອງພຣະອົງໄດ້ຮັບກຽດຕິຍົດເພາະການປ່ວຍນີ້.” |
|
| 5 |
|
| ພຣະເຢຊູເຈົ້າຮັກແພງມາທາກັບນ້ອງສາວຂອງນາງ ແລະ ລາຊະໂຣ. |
|
| 6 |
|
| ຂະນະທີ່ພຣະອົງໄດ້ຍິນວ່າລາຊະໂຣປ່ວຍ ພຣະອົງຍັງພັກຢູ່ບ່ອນເກົ່າຕໍ່ອີກສອງວັນ. |
|
| 7 |
|
| ຫລັງຈາກນັ້ນ ພຣະອົງກໍກ່າວແກ່ພວກສາວົກວ່າ, “ໃຫ້ພວກເຮົາກັບຄືນສູ່ແຂວງຢູດາຍອີກເທາະ.” |
|
| 8 |
|
| ພວກສາວົກໄດ້ກ່າວຕໍ່ພຣະອົງວ່າ, “ພຣະອາຈານເອີຍ ເມື່ອບໍ່ດົນມານີ້ ປະຊາຊົນໃນທີ່ນັ້ນໝາຍທີ່ຈະແກວ່ງກ້ອນຫີນໃສ່ທ່ານ ແລ້ວທ່ານຍັງຈະກັບຄືນໄປທີ່ນັ້ນອີກບໍ?” |
|
| 9 |
|
| ພຣະເຢຊູເຈົ້າຕອບວ່າ, “ກາງເວັນມີຢູ່ສິບສອງຊົ່ວໂມງບໍ່ແມ່ນບໍ? ສະນັ້ນ ຜູ້ໃດທີ່ຍ່າງໃນກາງເວັນກໍຈະບໍ່ຊູນສະດຸດ ເພາະວ່າລາວເຫັນຄວາມສະຫວ່າງແຫ່ງໂລກນີ້. |
|
| 10 |
|
| ແຕ່ຖ້າລາວຍ່າງໃນກາງຄືນ ລາວກໍຈະຊູນສະດຸດ ເພາະລາວບໍ່ມີຄວາມສະຫວ່າງໃນຕົວ.” |
|
| 11 |
|
| ເມື່ອພຣະເຢຊູເຈົ້າກ່າວດັ່ງນັ້ນແລ້ວ ພຣະອົງຍັງກ່າວຕື່ມອີກວ່າ, “ລາຊະໂຣເພື່ອນຂອງເຮົານອນຫລັບໄປ ແຕ່ເຮົາຈະໄປປຸກລາວໃຫ້ຕື່ນ.” |
|
| 12 |
|
| ພວກສາວົກຕອບວ່າ, “ພຣະອົງເຈົ້າເອີຍ ຖ້າລາວນອນຫລັບ ລາວຄົງຈະຫາຍດີພະຍາດ.” |
|
| 13 |
|
| ພຣະເຢຊູເຈົ້າໝາຍເຖິງຄວາມຕາຍຂອງລາຊະໂຣ ແຕ່ພວກສາວົກຊໍ້າພັດຄິດວ່າ, ພຣະອົງເວົ້າເຖິງການນອນຫລັບໃຫ້ຫາຍເມື່ອຍ. |
|
| 14 |
|
| ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງບອກພວກເພິ່ນຢ່າງຈະແຈ້ງວ່າ, “ລາຊະໂຣຕາຍແລ້ວ |
|
| 15 |
|
| ເພື່ອເຫັນແກ່ເຈົ້າທັງຫລາຍ ເຮົາດີໃຈທີ່ເຮົາບໍ່ໄດ້ຢູ່ຫັ້ນກັບລາວ ເພື່ອວ່າພວກເຈົ້າຈະໄດ້ເຊື່ອ, ໃຫ້ພວກເຮົາໄປຫາລາວເທາະ.” |
|
| 16 |
|
| ໂທມາມີຊື່ອີກວ່າ, “ຝາແຝດ” ໄດ້ເວົ້າກັບເພື່ອນສາວົກດ້ວຍກັນວ່າ, “ໃຫ້ພວກເຮົາພາກັນໄປນຳກັນ ເພື່ອວ່າຈະໄດ້ຕາຍກັບພຣະອົງ.” |
|
| 17 |
|
| ເມື່ອພຣະເຢຊູເຈົ້າມາຮອດ ພຣະອົງກໍຮູ້ວ່າລາຊະໂຣຢູ່ໃນອຸບມຸງຝັງສົບໄດ້ສີ່ວັນແລ້ວ. |
|
| 18 |
|
| ບ້ານເບັດທານີນີ້ ຢູ່ຫ່າງຈາກນະຄອນເຢຣູຊາເລັມເກືອບສາມກິໂລແມັດ |
|
| 19 |
|
| ແລະ ຊາວຢູດາຍຫລາຍຄົນໄດ້ມາເພື່ອເລົ້າໂລມໃຈນາງມາຣີແລະນາງມາທາ ຍ້ອນນ້ອງຊາຍຂອງພວກເຂົາໄດ້ຕາຍແລ້ວ. |
|
| 20 |
|
| ເມື່ອມາທາໄດ້ຍິນວ່າພຣະເຢຊູເຈົ້າກຳລັງມາ ນາງກໍອອກໄປຕ້ອນຮັບພຣະອົງ ສ່ວນມາຣີນັ້ນນັ່ງຢູ່ໃນເຮືອນ. |
|
| 21 |
|
| ນາງມາທາເວົ້າຕໍ່ພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າເອີຍ ຖ້າທ່ານຢູ່ທີ່ນີ້ ນ້ອງຊາຍຂອງຂ້ານ້ອຍຄົງບໍ່ຕາຍ |
|
| 22 |
|
| ແຕ່ເຖິງຢ່າງໃດກໍດີ ບັດນີ້ຂ້ານ້ອຍຮູ້ວ່າ ພຣະເຈົ້າຈະໂຜດໃຫ້ແກ່ທ່ານ ໃນສິ່ງທີ່ທ່ານທູນຂໍຈາກພຣະອົງ.” |
|
| 23 |
|
| ພຣະເຢຊູເຈົ້າກ່າວຕໍ່ນາງວ່າ, “ນ້ອງຊາຍຂອງເຈົ້າຈະເປັນຄືນມາຈາກຕາຍ.” |
|
| 24 |
|
| ນາງມາທາຕອບຄືນວ່າ, “ຂ້ານ້ອຍຮູ້ແລ້ວວ່າ ລາວຈະເປັນຄືນມາອີກໃນການຄືນມາຈາກຕາຍເມື່ອວັນສຸດທ້າຍ.” |
|
| 25 |
|
| ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ເຮົານີ້ແຫຼະ ເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ, ຜູ້ທີ່ວາງໃຈເຊື່ອໃນເຮົາ ເຖິງແມ່ນວ່າຕາຍໄປແລ້ວ ກໍຍັງມີຊີວິດຢູ່. |
|
| 26 |
|
| ຜູ້ໃດທີ່ຍັງມີຊີວິດຢູ່ ແລະເຊື່ອໃນເຮົາຈະບໍ່ຕາຍຈັກເທື່ອ ເຈົ້າເຊື່ອໃນຂໍ້ນີ້ຫລືບໍ່?” |
|
| 27 |
|
| ນາງຕອບວ່າ, “ເຊື່ອຢູ່ແລ້ວ ພຣະອົງເຈົ້າເອີຍ ຂ້ານ້ອຍເຊື່ອແລ້ວວ່າ ທ່ານເປັນພຣະຄຣິດ ຄືພຣະບຸດຂອງພຣະເຈົ້າຜູ້ທີ່ຕ້ອງເຂົ້າມາໃນໂລກ.” |
|
| 28 |
|
| ຫລັງຈາກມາທາກ່າວດັ່ງນີ້ແລ້ວ ນາງກໍກັບຄືນເຂົ້າໄປ ແລະເອີ້ນມາຣີ ນ້ອງສາວຂອງຕົນໄປຕ່າງຫາກ ມາທາບອກວ່າ, “ອາຈານມາທີ່ນີ້ແລ້ວ ແລະຕ້ອງການພົບເຈົ້າ.” |
|
| 29 |
|
| ເມື່ອມາຣີໄດ້ຍິນດັ່ງນັ້ນ, ນາງຈຶ່ງຟ້າວລຸກຂຶ້ນໄປຫາພຣະອົງ. |
|
| 30 |
|
| ພຣະເຢຊູເຈົ້າບໍ່ທັນໄດ້ເຂົ້າໄປໃນບ້ານເທື່ອ ແຕ່ຍັງຢູ່ບ່ອນທີ່ມາທາໄດ້ພົບພຣະອົງນັ້ນ. |
|
| 31 |
|
| ເມື່ອປະຊາຊົນກຳລັງເລົ້າໂລມໃຈນາງມາຣີຢູ່ໃນເຮືອນ ເຫັນນາງຟ້າວລຸກອອກໄປ ຈຶ່ງຕິດຕາມນາງໄປ ພວກເຂົາຄິດວ່ານາງຈະອອກໄປຮ້ອງໄຫ້ທີ່ອຸບມຸງຝັງສົບ. |
|
| 32 |
|
| ພໍນາງມາຣີຮອດບ່ອນທີ່ພຣະເຢຊູເຈົ້າຢູ່ ແລະເຫັນພຣະອົງແລ້ວ ນາງກໍກົ້ມກາບລົງທີ່ຕີນພຣະອົງ ແລະເວົ້າວ່າ, “ພຣະອົງເຈົ້າເອີຍ ຖ້າທ່ານຢູ່ນີ້ ນ້ອງຊາຍຂ້ານ້ອຍຄົງບໍ່ຕາຍ.” |
|
| 33 |
|
| ພຣະເຢຊູເຈົ້າເຫັນນາງຮ້ອງໄຫ້ ທັງປະຊາຊົນທີ່ມາກັບນາງກໍຮ້ອງໄຫ້ດ້ວຍ ພຣະອົງຈຶ່ງສະເທືອນໃຈກັບເຫດການນັ້ນ ແລະຊົງໂສກເສົ້າ. |
|
| 34 |
|
| ພຣະອົງຖາມພວກເຂົາວ່າ, “ພວກເຈົ້າໄດ້ເອົາສົບໄປວາງໄວ້ຢູ່ໃສ?” ພວກເຂົາຕອບວ່າ, “ເຊີນມາເບິ່ງ ພຣະອົງເຈົ້າເອີຍ.” |
|
| 35 |
|
| ຝ່າຍພຣະເຢຊູເຈົ້າກໍຮ້ອງໄຫ້. |
|
| 36 |
|
| ປະຊາຊົນເວົ້າກັນວ່າ, “ເບິ່ງດູ ເພິ່ນຮັກລາວເທົ່າໃດ.” |
|
| 37 |
|
| ແຕ່ມີບາງຄົນເວົ້າວ່າ, “ຜູ້ນີ້ໄດ້ເປີດຕາຂອງຄົນຕາບອດນັ້ນ ແລ້ວຈະເຮັດໃຫ້ຄົນນີ້ບໍ່ຕາຍບໍ່ໄດ້ບໍ?” |
|
| 38 |
|
| ພຣະເຢຊູເຈົ້າສະເທືອນຈິດໃຈໂສກເສົ້າໜັກອີກ ຈຶ່ງໄດ້ໄປເຖິງອຸບມຸງຝັງສົບ ຊຶ່ງເປັນຖໍ້າທີ່ມີຫີນກ້ອນໃຫຍ່ອັດປາກຖໍ້າໄວ້. |
|
| 39 |
|
| ພຣະເຢຊູເຈົ້າສັ່ງໃຫ້ກື່ງກ້ອນຫີນອອກ. ນາງມາທາເອື້ອຍຂອງຜູ້ຕາຍຕອບວ່າ, “ພຣະອົງເຈົ້າເອີຍ ປານນີ້ສົບຄົງມີກິ່ນເໝັນແລ້ວ ເພາະລາວຕາຍໄດ້ສີ່ວັນແລ້ວ.” |
|
| 40 |
|
| ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ເຮົາໄດ້ບອກເຈົ້າແລ້ວວ່າ ຖ້າເຈົ້າເຊື່ອ ເຈົ້າຄົງຈະໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າ.” |
|
| 41 |
|
| ດັ່ງນັ້ນ ພວກເຂົາຈຶ່ງກື່ງກ້ອນຫີນອອກ ຝ່າຍພຣະເຢຊູເຈົ້າກໍເງີຍໜ້າຂຶ້ນ ແລະພາວັນນາອະທິຖານວ່າ, “ໂອ ພຣະບິດາເຈົ້າເອີຍ, ຂ້ານ້ອຍໂມທະນາຂອບພຣະຄຸນທີ່ພຣະອົງຟັງຂ້ານ້ອຍ. |
|
| 42 |
|
| ຂ້ານ້ອຍຮູ້ວ່າພຣະບິດາເຈົ້າຟັງຂ້ານ້ອຍຢູ່ສະເໝີ, ແຕ່ຂ້ານ້ອຍເວົ້າຢ່າງນີ້ກໍເພື່ອເຫັນແກ່ຄົນທັງຫລາຍທີ່ຢືນອ້ອມຢູ່ນີ້ ເພື່ອພວກເຂົາຈະໄດ້ເຊື່ອວ່າ ແມ່ນພຣະບິດາເຈົ້າທີ່ເປັນຜູ້ໄດ້ໃຊ້ຂ້ານ້ອຍມາ.” |
|
| 43 |
|
| ເມື່ອພຣະອົງກ່າວດັ່ງນັ້ນແລ້ວ ພຣະອົງຈຶ່ງເປັ່ງສຽງຮ້ອງຂຶ້ນວ່າ, “ລາຊະໂຣເອີຍ ຈົ່ງອອກມາ.” |
|
| 44 |
|
| ຜູ້ຕາຍນັ້ນກໍອອກມາ ມີຜ້າພັນຕີນພັນມື ທັງມີຜ້າປົກໜ້າໄວ້ຢູ່, ພຣະເຢຊູເຈົ້າບອກພວກເຂົາວ່າ, “ແກ້ຜ້າໃຫ້ລາວ ແລ້ວປ່ອຍລາວໄປ.” |
|
| 45 |
|
| ເຫດສະນັ້ນ ພວກຢິວຫລາຍຄົນທີ່ມາຢ້ຽມຢາມນາງມາຣີ ໄດ້ເຫັນເຫດການທີ່ພຣະເຢຊູເຈົ້າເຮັດນັ້ນ ພວກເຂົາກໍເຊື່ອໃນພຣະອົງ. |
|
| 46 |
|
| ແຕ່ບາງຄົນໃນພວກເຂົາໄດ້ໄປຫາພວກຟາຣີຊາຍ ແລະເລົ່າເຫດການທີ່ພຣະເຢຊູເຈົ້າໄດ້ເຮັດນັ້ນໃຫ້ພວກເຂົາຟັງ. |
|
| 47 |
|
| ດັ່ງນັ້ນ ພວກຫົວໜ້າປະໂຣຫິດແລະພວກຟາຣີຊາຍ ຈຶ່ງເອີ້ນສະມາຊິກສະພາມາປະຊຸມກັນວ່າ, “ພວກເຮົາຈະເຮັດຢ່າງໃດ? ເພາະວ່າຊາຍຄົນນີ້ກຳລັງເຮັດໝາຍສຳຄັນຫລາຍຢ່າງ. |
|
| 48 |
|
| ຖ້າພວກເຮົາປ່ອຍໃຫ້ລາວເຮັດຢູ່ຢ່າງນີ້ແລ້ວ ຄົນທັງຫລາຍກໍຈະເຊື່ອລາວ ແລະພວກໂຣມກໍຈະມາ ທຳລາຍພຣະວິຫານກັບປະເທດຊາດຂອງພວກເຮົາ.” |
|
| 49 |
|
| ແຕ່ມີຜູ້ໜຶ່ງໃນພວກເຂົາຊື່ວ່າກາຢະຟາ ຜູ້ທີ່ເປັນມະຫາປະໂຣຫິດປະຈຳການໃນປີນັ້ນ ໄດ້ກ່າວຕໍ່ພວກເຂົາວ່າ, “ພວກທ່ານບໍ່ຮູ້ຈັກຫຍັງເລີຍ |
|
| 50 |
|
| ບໍ່ຄິດເຫັນບໍວ່າ ມັນຈະເປັນປະໂຫຍດສຳລັບພວກທ່ານ ທີ່ໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນ ແທນທີ່ຈະໃຫ້ຄົນທັງຊາດຕ້ອງພິນາດຈິບຫາຍ?” |
|
| 51 |
|
| ແທ້ຈິງແລ້ວ ເພິ່ນບໍ່ໄດ້ເວົ້າຕາມລຳພັງຕົນເອງ, ແຕ່ເພິ່ນເປັນມະຫາປະໂຣຫິດປະຈຳການໃນປີນັ້ນ ເພິ່ນຈຶ່ງໄດ້ທຳນວາຍວ່າ ພຣະເຢຊູເຈົ້າຈະຕາຍເພື່ອປະເທດຊາດ |
|
| 52 |
|
| ແລະບໍ່ແມ່ນເພື່ອແທນປະເທດຊາດເທົ່ານັ້ນ ແຕ່ເພື່ອເຕົ້າໂຮມປະຊາຊົນທັງຫລາຍຂອງພຣະເຈົ້າ ທີ່ໄດ້ແຕກກະຈັດກະຈາຍກັນໄປນັ້ນ ໃຫ້ເຂົ້າເປັນອັນໜຶ່ງອັນດຽວກັນ. |
|
| 53 |
|
| ຕັ້ງແຕ່ວັນນັ້ນມາ ພວກເຂົາກໍໄດ້ວາງແຜນຂ້າພຣະເຢຊູເຈົ້າ. |
|
| 54 |
|
| ດ້ວຍເຫດນີ້ ພຣະເຢຊູເຈົ້າຈຶ່ງບໍ່ໄດ້ໄປທາງໃດຢ່າງເປີດເຜີຍໃນແຂວງຢູດາຍ, ແຕ່ພຣະອົງໄດ້ໜີໄປບ່ອນໜຶ່ງ ໃກ້ກັບຖິ່ນແຫ້ງແລ້ງກັນດານ ເຖິງເມືອງໜຶ່ງຊື່ວ່າເອຟຣາອິມ ແລະຢູ່ທີ່ນັ້ນກັບພວກສາວົກຂອງພຣະອົງ. |
|
| 55 |
|
| ເວລາສະຫລອງເທດສະການປັດສະຄາໃກ້ຈະມາເຖິງແລ້ວ ມີຫລາຍຄົນໄດ້ຈາກບ້ານເມືອງຂອງຕົນ ຂຶ້ນໄປສູ່ນະຄອນເຢຣູຊາເລັມ ເພື່ອປະກອບພິທີຊຳລະຕົວກ່ອນວັນເທດສະການ. |
|
| 56 |
|
| ພວກເຂົາກຳລັງຊອກຫາພຣະເຢຊູເຈົ້າ ແລະເມື່ອຢືນຢູ່ໃນພຣະວິຫານ ພວກເຂົາຈຶ່ງຖາມກັນວ່າ, “ເຈົ້າຄິດເຫັນຢ່າງໃດ? ເພິ່ນຄົງຈະບໍ່ມາໃນເທດສະການນີ້ແມ່ນຫລືບໍ່?” |
|
| 57 |
|
| ຝ່າຍພວກຫົວໜ້າປະໂຣຫິດແລະພວກຟາຣີຊາຍ ກໍອອກຄຳສັ່ງໄວ້ວ່າ ຖ້າຜູ້ໃດຮູ້ວ່າພຣະເຢຊູເຈົ້າຢູ່ໃສ ໃຫ້ມາລາຍງານພວກຕົນເພື່ອຈະໄປຈັບພຣະອົງ. |
|
|
|
|