|
| 1 |
|
| ຫົກວັນກ່ອນເຖິງເທດສະການປັດສະຄາ ພຣະເຢຊູເຈົ້າມາຮອດບ້ານເບັດທານີ, ເຊິ່ງເປັນທີ່ຢູ່ຂອງລາຊາໂຣຜູ້ທີ່ພຣະເຢຊູເຈົ້າໄດ້ເຮັດໃຫ້ເປັນຄືນມາຈາກຕາຍ. |
|
| 2 |
|
| ມີການຈັດງານລ້ຽງຢູ່ທີ່ນັ້ນເພື່ອເປັນກຽດແກ່ພຣະເຢຊູເຈົ້າ, ນາງມາທາກໍຮັບໃຊ້ຢູ່, ໃນຂະນະນັ້ນລາຊາໂຣເປັນຜູ້ໜຶ່ງໃນທ່າມກາງຜູ້ທີ່ນັ່ງຮ່ວມໂຕະກັບພຣະອົງ. |
|
| 3 |
|
| ແລ້ວນາງມາຣີກໍໄດ້ເອົານ້ຳຫອມບໍລິສຸດປະມານເຄິ່ງລິດ ທີ່ມີລາຄາແພງມາ ນາງໄດ້ຖອກນໍ້າຫອມນັ້ນຫົດຕີນຂອງພຣະເຢຊູເຈົ້າ ແລະ ໃຊ້ຜົມຂອງຕົນເຊັດຕີນຂອງພຣະອົງ. ຈົນທົ່ວທັງເຮືອນຫອມກຸ້ມດ້ວຍກິ່ນນ້ຳຫອມນັ້ນ. |
|
| 4 |
|
| ແຕ່ສາວົກຄົນໜຶ່ງຂອງພຣະອົງ ຄືຢູດາອິດສະກາຣິອົດ ຜູ້ທີ່ຈະທໍລະຍົດຕໍ່ພຣະອົງໄດ້ຄັດຄ້ານຂຶ້ນມາວ່າ, |
|
| 5 |
|
| “ເປັນຫຍັງຈຶ່ງບໍ່ຂາຍນ້ຳຫອມນີ້ ແລະ ເອົາເງິນໄປແຈກຢາຍໃຫ້ຄົນຍາກຈົນ? ນ້ຳຫອມນີ້ມີມູນຄ່າເທົ່າກັບຄ່າຈ້າງຂອງຄົນງານຜູ້ໜຶ່ງໝົດທັງປີ ”. |
|
| 6 |
|
| ການທີ່ລາວເວົ້າຢ່າງນີ້ບໍ່ແມ່ນເພາະລາວຫ່ວງໃຍນໍາຄົນຍາກຈົນແຕ່ເພາະລາວເປັນຄົນຂີ້ລັກ, ໃນຖານະເປັນຜູ້ຖືຖົງເງິນ ລາວເຄີຍຍັກຍອກເອົາເງິນທີ່ໃສ່ໄວ້ໃນຖົງນັ້ນໄປ. |
|
| 7 |
|
| ພຣະເຢຊູເຈົ້າຕອບວ່າ, “ປ່ອຍນາງເທາະ ຕັ້ງໃຈວ່ານາງຄວນຈະເກັບນ້ຳຫອມນີ້ໄວ້ສຳລັບວັນຝັງສົບຂອງເຮົາ. |
|
| 8 |
|
| ພວກເຈົ້າຈະມີຄົນຍາກຈົນຢູ່ໃນທ່າມກາງພວກເຈົ້າສະເໝີ ແຕ່ພວກເຈົ້າຈະບໍ່ມີເຮົາຢູ່ນໍາສະເໝີໄປ”. |
|
| 9 |
|
| ໃນຂະນະດຽວກັນນັ້ນກໍມີຊາວຢິວຈໍານວນຫລວງຫລາຍຮູ້ວ່າພຣະເຢຊູເຈົ້າຢູ່ໃນທີ່ນັ້ນຈຶ່ງພາກັນມາ, ພວກເຂົາບໍ່ໄດ້ມາພຽງເພາະພຣະອົງເທົ່ານັ້ນແຕ່ເພື່ອຈະໄດ້ເຫັນລາຊາໂຣເໝືອນກັນ, ຜູ້ທີ່ພຣະເຢຊູເຈົ້າເຮັດໃຫ້ເປັນຄືນມາຈາກຕາຍນັ້ນ. |
|
| 10 |
|
| ດັ່ງນັ້ນ ພວກຫົວໜ້າປະໂລຫິດຈຶ່ງວາງແຜນຈະຂ້າລາຊາໂຣເໝືອນກັນ, |
|
| 11 |
|
| ເພາະລາຊາໂຣ ເປັນຕົ້ນເຫດໃຫ້ຊາວຢິວຫລາຍຄົນໄປຫາພຣະເຢຊູເຈົ້າ ແລະ ເຊື່ອໃນພຣະອົງ. |
|
| 12 |
|
| ໃນວັນຕໍ່ມາ ມີປະຊາຊົນຈໍານວນຫລວງຫລາຍທີ່ມາງານເທດສະການໄດ້ຍິນວ່າພຣະເຢຊູເຈົ້າກຳລັງມານະຄອນເຢຣູຊາເລັມ. |
|
| 13 |
|
| ພວກເຂົາກໍພາກັນຖືກ້ານຕານອອກມາຕ້ອນຮັບພຣະອົງ ແລະ ຮ້ອງຂຶ້ນວ່າ, “ໂຮຊັນນາ! ” “ສັນລະເສີນພຣະອົງຜູ້ທີ່ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!” “ສັນລະເສີນອົງກະສັດຂອງຊາດອິດສະຣາເອນ!” |
|
| 14 |
|
| ພຣະເຢຊູເຈົ້າພົບລໍນ້ອຍໂຕໜຶ່ງ ແລະ ຂຶ້ນຂີ່ລໍນັ້ນຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ: |
|
| 15 |
|
| “ຢ່າຢ້ານເລີຍ, ລູກສາວແຫ່ງຊີໂອນ; ເບິ່ງແມ, ກະສັດຂອງເຈົ້າກຳລັງມາ ນັ່ງຢູ່ເທິງລໍ”. |
|
| 16 |
|
| ໃນຕອນທຳອິດນັ້ນພວກສາວົກຂອງພຣະອົງບໍ່ທັນເຂົ້າໃຈເຫດການທັງໝົດນີ້. ແຕ່ເມື່ອຫລັງຈາກພຣະເຢຊູເຈົ້າໄດ້ຮັບສະຫງ່າລາສີແລ້ວ ພວກເພິ່ນຈຶ່ງຮູ້ວ່າສິ່ງເຫລົ່ານີ້ມີຂຽນໄວ້ໃນພຣະຄຳພີກ່ຽວກັບພຣະອົງ ແລະ ໄດ້ກະທຳສິ່ງເຫລົ່ານີ້ຕໍ່ພຣະອົງ. |
|
| 17 |
|
| ຝ່າຍຄົນທັງປວງທີ່ຢູ່ກັບພຣະອົງເມື່ອພຣະອົງເອີ້ນລາຊາໂຣອອກຈາກອຸບມຸງຝັງສົບ ແລະ ເຮັດໃຫ້ລາວເປັນຄືນມາຈາກຕາຍນັ້ນກໍພາກັນສືບຕໍ່ເຜີຍແຜ່ຂ່າວອອກໄປ. |
|
| 18 |
|
| ປະຊາຊົນຈໍານວນຫລວງຫລາຍຈຶ່ງພາກັນອອກໄປພົບພຣະອົງ ເພາະໄດ້ຍິນວ່າພຣະອົງສະແດງໝາຍສຳຄັນນີ້. |
|
| 19 |
|
| ດັ່ງນັ້ນ ພວກຟາຣີຊາຍຈຶ່ງເວົ້າຕໍ່ກັນວ່າ, “ເຫັນບໍ, ພວກເຮົາເຮັດຫຍັງບໍ່ໄດ້ເລີຍ. ເບິ່ງແມ ໝົດທັງໂລກກໍຕິດຕາມມັນໄປ!” |
|
| 20 |
|
| ດຽວນີ້ມີຊາວກຣີກບາງຄົນໃນບັນດາຄົນທັງຫລາຍທີ່ຂຶ້ນໄປເພື່ອນະມັດສະການໃນເທດສະການນັ້ນ. |
|
| 21 |
|
| ພວກເຂົາໄດ້ໄປຫາຟີລິບ ຜູ້ທີ່ມາຈາກເບັດຊາອີດາໃນແຂວງຄາລີເລ ດ້ວຍຄຳຂໍຮ້ອງວ່າ, “ນາຍເອີຍ, ພວກຂ້ານ້ອຍຢາກເຫັນພຣະເຢຊູເຈົ້າ”. |
|
| 22 |
|
| ຟີລິບຈຶ່ງໄປບອກອັນເດອາ ແລ້ວອັນເດອາ ແລະ ຟີລິບກໍກັບໄປບອກພຣະເຢຊູເຈົ້າ. |
|
| 23 |
|
| ພຣະເຢຊູເຈົ້າຕອບວ່າ, “ເວລານັ້ນກໍມາເຖິງແລ້ວທີ່ບຸດມະນຸດຈະຕ້ອງໄດ້ຮັບກຽດ. |
|
| 24 |
|
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າເມັດເຂົ້າຫວີດບໍ່ຕົກລົງພື້ນດິນ ແລະ ຕາຍໄປ ກໍຄົງຈະມີຢູ່ພຽງແຕ່ເມັດດຽວ. ແຕ່ຖ້າເມັດນັ້ນໄດ້ຕາຍໄປກໍຈະເກີດຜົນໃຫ້ມີເມັດອື່ນໆຫລາຍຂຶ້ນ. |
|
| 25 |
|
| ຜູ້ທີ່ຮັກຊີວິດຂອງຕົນກໍຈະເສຍຊີວິດ ສ່ວນຜູ້ທີ່ຊັງຊີວິດຂອງຕົນໃນໂລກນີ້ກໍຈະຮັກສາຊີວິດໄວ້ ແລະ ມີຊີວິດນິລັນດອນ. |
|
| 26 |
|
| ຜູ້ໃດກໍຕາມທີ່ຮັບໃຊ້ເຮົາຜູ້ນັ້ນຕ້ອງຕິດຕາມເຮົາມາ ແລະ ເຮົາຢູ່ບ່ອນໃດ, ຜູ້ຮັບໃຊ້ຂອງເຮົາກໍຈະຢູ່ບ່ອນນັ້ນເໝືອນກັນ. ພຣະບິດາເຈົ້າຂອງເຮົາຈະໃຫ້ກຽດແກ່ຜູ້ທີ່ຮັບໃຊ້ເຮົາ. |
|
| 27 |
|
| “ເວລານີ້ຈິດໃຈຂອງເຮົາວຸ້ນວາຍ ແລະ ເຮົາຈະກ່າວວ່າຢ່າງໃດ? ຈະວ່າ ‘ຂ້າແດ່ພຣະບິດາເຈົ້າ, ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກຊົ່ວໂມງນີ້ໄປແດ່ທ້ອນ’ ຢ່າງນັ້ນບໍ? ບໍ່ເລີຍ, ເພາະເຮົາມາເຖິງຊົ່ວໂມງນີ້ກໍເພື່ອການນີ້ແຫລະ. |
|
| 28 |
|
| ຂ້າແດ່ພຣະບິດາເຈົ້າ ຂໍເຮັດໃຫ້ນາມຂອງພຣະອົງໄດ້ຮັບກຽດ!” ແລ້ວກໍມີສຽງມາຈາກສະຫວັນວ່າ, “ເຮົາໄດ້ເຮັດໃຫ້ນາມຂອງເຮົາໄດ້ຮັບກຽດແລ້ວ ແລະ ເຮົາຈະເຮັດໃຫ້ນາມຂອງເຮົາໄດ້ຮັບກຽດອີກ”. |
|
| 29 |
|
| ຄົນທັງຫລາຍທີ່ຢູ່ທີ່ນັ້ນ ແລະ ໄດ້ຍິນສຽງນີ້ກໍກ່າວວ່າເກີດຟ້າຮ້ອງ, ຄົນອື່ນໆກໍເວົ້າວ່າມີເທວະດາຕົນໜຶ່ງໄດ້ເວົ້າກັບພຣະອົງ. |
|
| 30 |
|
| ພຣະເຢຊູເຈົ້າກ່າວວ່າ, “ສຽງນີ້ເກີດຂຶ້ນເພື່ອຜົນປະໂຫຍດຂອງພວກເຈົ້າທັງຫລາຍບໍ່ແມ່ນເພື່ອເຮົາ. |
|
| 31 |
|
| ບັດນີ້ ເຖິງເວລາພິພາກສາໂລກນີ້ແລ້ວ ແລະ ຜູ້ປົກຄອງໂລກນີ້ຈະຖືກຂັບໄລ່ອອກໄປ. |
|
| 32 |
|
| ແຕ່ເມື່ອເຮົາຖືກຍົກຂຶ້ນ ຈາກແຜ່ນດິນໂລກນີ້ແລ້ວ, ເຮົາຈະນຳຄົນທັງຫລາຍມາຫາເຮົາ”. |
|
| 33 |
|
| ພຣະອົງກ່າວດັ່ງນີ້ກໍເພື່ອສະແດງໃຫ້ເຫັນວ່າພຣະອົງຈະຕາຍຢ່າງໃດ. |
|
| 34 |
|
| ຄົນທັງຫລາຍຈຶ່ງເວົ້າຂຶ້ນວ່າ, “ພວກເຮົາໄດ້ຍິນຈາກພຣະບັນຍັດວ່າພຣະຄຣິດເຈົ້າ ຈະມີຊີວິດນິລັນດອນ, ແລ້ວດ້ວຍເຫດໃດ ທ່ານຈຶ່ງເວົ້າວ່າ, ‘ບຸດມະນຸດຈະຕ້ອງຖືກຍົກຂຶ້ນ ’? ‘ບຸດມະນຸດ’ ນີ້ຄືຜູ້ໃດ?” |
|
| 35 |
|
| ແລ້ວພຣະເຢຊູເຈົ້າໄດ້ບອກພວກເຂົາວ່າ, “ພວກເຈົ້າຈະມີຄວາມສະຫວ່າງອີກໜ້ອຍໜຶ່ງ. ຈົ່ງເດີນຕໍ່ໄປຂະນະທີ່ຍັງມີແສງສະຫວ່າງຢູ່ ກ່ອນທີ່ຄວາມມືດຈະຄອບຄອງພວກເຈົ້າ, ຜູ້ທີ່ເດີນຢູ່ໃນຄວາມມືດນັ້ນບໍ່ຮູ້ວ່າຕົນກຳລັງໄປໃສ. |
|
| 36 |
|
| ຈົ່ງເຊື່ອໃນຄວາມສະຫວ່າງຂະນະທີ່ພວກເຈົ້າຍັງມີຄວາມສະຫວ່າງ ເພື່ອພວກເຈົ້າຈະໄດ້ກາຍເປັນລູກຂອງຄວາມສະຫວ່າງ”. ເມື່ອພຣະເຢຊູເຈົ້າກ່າວຈົບແລ້ວພຣະອົງກໍຈາກໄປ ແລະ ຫລົບຫລີກໃຫ້ພົ້ນຈາກພວກເຂົາ. |
|
| 37 |
|
| ເຖິງແມ່ນວ່າພຣະເຢຊູເຈົ້າໄດ້ສະແດງໝາຍສຳຄັນຫລາຍຢ່າງຕໍ່ໜ້າພວກເຂົາກໍຕາມ, ພວກເຂົາກໍຍັງບໍ່ເຊື່ອໃນພຣະອົງ. |
|
| 38 |
|
| ເພື່ອໃຫ້ເປັນໄປຕາມຄຳຂອງຜູ້ທຳນວາຍເອຊາຢາທີ່ວ່າ: “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ໃດໄດ້ເຊື່ອໃນຖ້ອຍຄຳຂອງພວກເຮົາ ແລະ ແຂນຂອງອົງພຣະຜູ້ເປັນເຈົ້າໄດ້ສະແດງແກ່ຜູ້ໃດ?” |
|
| 39 |
|
| ດ້ວຍເຫດນີ້ພວກເຂົາຈຶ່ງບໍ່ສາມາດເຊື່ອ ເພາະຕາມທີ່ເອຊາຢາກ່າວໄວ້ອີກຕອນໜຶ່ງວ່າ: |
|
| 40 |
|
| “ພຣະອົງໄດ້ເຮັດໃຫ້ຕາຂອງພວກເຂົາບອດ ແລະ ເຮັດໃຫ້ຈິດໃຈຂອງພວກເຂົາແຂງກະດ້າງ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດເຫັນດ້ວຍຕາ ບໍ່ເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ ບໍ່ຫັນກັບຄືນມາ ແລະ ເຮົາຈະຮັກສາພວກເຂົາໃຫ້ຫາຍດີ”. |
|
| 41 |
|
| ເອຊາຢາໄດ້ກ່າວຢ່າງນີ້ກໍເພາະເພິ່ນໄດ້ເຫັນສະຫງ່າລາສີຂອງພຣະເຢຊູເຈົ້າ ແລະ ໄດ້ກ່າວເຖິງພຣະອົງ. |
|
| 42 |
|
| ເຖິງຢ່າງໃດ ໃນເວລາດຽວກັນນັ້ນເຖິງວ່າໃນທ່າມກາງພວກຜູ້ນຳກໍມີຫລາຍຄົນໄດ້ເຊື່ອໃນພຣະອົງ. ແຕ່ພວກເຂົາບໍ່ຍອມຮັບຄວາມເຊື່ອຂອງຕົນຢ່າງເປີດເຜີຍເພາະຢ້ານຈະຖືກພວກຟາຣີຊາຍໄລ່ອອກຈາກທຳມະສາລາ, |
|
| 43 |
|
| ດ້ວຍວ່າ ພວກເຂົາຮັກການຍ້ອງຍໍຈາກມະນຸດຫລາຍກວ່າການຍ້ອງຍໍຈາກພຣະເຈົ້າ. |
|
| 44 |
|
| ແລ້ວພຣະເຢຊູເຈົ້າໄດ້ຮ້ອງຂຶ້ນວ່າ, “ຜູ້ໃດກໍຕາມທີ່ເຊື່ອໃນເຮົາກໍບໍ່ໄດ້ເຊື່ອໃນເຮົາເທົ່ານັ້ນ, ແຕ່ຍັງເຊື່ອໃນພຣະອົງຜູ້ໃຊ້ເຮົາມາ. |
|
| 45 |
|
| ຜູ້ທີ່ເບິ່ງເຮົາກໍເຫັນພຣະອົງຜູ້ໃຊ້ເຮົາມາ. |
|
| 46 |
|
| ເຮົາໄດ້ເຂົ້າມາໃນໂລກນີ້ໃນຖານະທີ່ເປັນຄວາມສະຫວ່າງ ເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຢູ່ໃນຄວາມມືດ. |
|
| 47 |
|
| “ຖ້າຜູ້ໃດໄດ້ຍິນຖ້ອຍຄຳຂອງເຮົາແຕ່ບໍ່ປະຕິບັດຕາມຖ້ອຍຄຳນັ້ນ, ເຮົາກໍບໍ່ພິພາກສາຜູ້ນັ້ນ. ເພາະເຮົາບໍ່ໄດ້ມາເພື່ອພິພາກສາໂລກ ແຕ່ມາເພື່ອຊ່ວຍໂລກໃຫ້ພົ້ນ. |
|
| 48 |
|
| ມີຜູ້ພິພາກສາສຳລັບຄົນທີ່ປະຕິເສດເຮົາ ແລະ ບໍ່ຍອມຮັບຖ້ອຍຄຳຂອງເຮົາ, ຖ້ອຍຄຳທີ່ເຮົາກ່າວນີ້ແຫລະຈະຕັດສິນລົງໂທດພວກເຂົາໃນວັນສຸດທ້າຍ. |
|
| 49 |
|
| ເພາະເຮົາບໍ່ໄດ້ກ່າວຕາມໃຈຂອງເຮົາເອງ, ແຕ່ພຣະບິດາເຈົ້າຜູ້ທີ່ໄດ້ໃຊ້ເຮົາມານັ້ນບັນຊາເຮົາໃຫ້ກ່າວທຸກຄຳທີ່ເຮົາຕ້ອງກ່າວ. |
|
| 50 |
|
| ເຮົາຮູ້ວ່າຄຳສັ່ງຂອງພຣະອົງນຳໄປສູ່ຊີວິດນິລັນດອນ. ດັ່ງນັ້ນ, ສິ່ງໃດກໍຕາມທີ່ເຮົາກ່າວກໍຄືສິ່ງທີ່ພຣະບິດາເຈົ້າໄດ້ບອກໃຫ້ເຮົາກ່າວ”. |
|
|
|
|