|
| 1 |
|
| “ເຮົາເປັນເຄືອອະງຸ່ນອັນແທ້ຈິງ ແລະພຣະບິດາເຈົ້າຂອງເຮົາເປັນຜູ້ດູແລຮັກສາ. |
|
| 2 |
|
| ກິ່ງທຸກກິ່ງໃນເຮົາທີ່ບໍ່ເກີດຜົນ ພຣະອົງຊົງລິຖິ້ມເສຍ ແລະກິ່ງທຸກກິ່ງທີ່ເກີດຜົນ ພຣະອົງຊົງຕອນ ເພື່ອໃຫ້ເກີດຜົນຫລາຍຂຶ້ນ. |
|
| 3 |
|
| ພວກເຈົ້າຖືກຕອນແລ້ວ ດ້ວຍຖ້ອຍຄຳທີ່ເຮົາໄດ້ກ່າວແກ່ພວກເຈົ້ານັ້ນ. |
|
| 4 |
|
| ຈົ່ງເຂົ້າສະໜິດຢູ່ໃນເຮົາ ແລະເຮົາເຂົ້າສະໜິດຢູ່ໃນພວກເຈົ້າ, ກິ່ງຈະເກີດຜົນເອງບໍ່ໄດ້ ນອກຈາກຈະຕິດຢູ່ກັບເຄືອສັນໃດ ພວກເຈົ້າຈະເກີດຜົນເອງບໍ່ໄດ້ ນອກຈາກພວກເຈົ້າຈະເຂົ້າສະໜິດຢູ່ໃນເຮົາສັນນັ້ນ.” |
|
| 5 |
|
| “ເຮົາເປັນເຄືອອະງຸ່ນ ພວກເຈົ້າເປັນກິ່ງ ຜູ້ໃດທີ່ຢູ່ໃນເຮົາ ແລະເຮົາຢູ່ໃນຜູ້ນັ້ນ, ຜູ້ນັ້ນແຫລະ ຈະເກີດຜົນຫລາຍ. ເພາະຖ້າແຍກຈາກເຮົາແລ້ວ ພວກເຈົ້າບໍ່ສາມາດເຮັດສິ່ງໃດໄດ້. |
|
| 6 |
|
| ຖ້າຜູ້ໃດບໍ່ເຂົ້າສະໜິດຢູ່ໃນເຮົາ ຜູ້ນັ້ນກໍຕ້ອງຖືກຕັດຖິ້ມເສຍເໝືອນກິ່ງ ແລ້ວກໍຫ່ຽວແຫ້ງໄປແລະຖືກເກັບເອົາໄປເຜົາໄຟເສຍ. |
|
| 7 |
|
| ຖ້າເຈົ້າທັງຫລາຍເຂົ້າສະໜິດຢູ່ໃນເຮົາ ແລະຖ້ອຍຄຳຂອງເຮົາຝັງຢູ່ໃນພວກເຈົ້າແລ້ວ ພວກເຈົ້າປາຖະໜາສິ່ງໃດຈົ່ງຂໍ ແລ້ວສິ່ງນັ້ນຈະເກີດມີແກ່ພວກເຈົ້າ. |
|
| 8 |
|
| ໃນການນີ້ແຫຼະ ພຣະບິດາເຈົ້າຂອງເຮົາຈະໄດ້ຮັບກຽດຕິຍົດ ຄືເມື່ອພວກເຈົ້າເກີດຜົນຫລາຍ ພວກເຈົ້າຈຶ່ງເກີດເປັນສາວົກຂອງເຮົາ. |
|
| 9 |
|
| ພຣະບິດາເຈົ້າຮັກເຮົາຢ່າງໃດ ເຮົາກໍຮັກພວກເຈົ້າຢ່າງນັ້ນ, ຈົ່ງຕັ້ງຢູ່ໃນຄວາມຮັກຂອງເຮົາ. |
|
| 10 |
|
| ຖ້າພວກເຈົ້າເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ພວກເຈົ້າກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເໝືອນດັ່ງເຮົາໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະບິດາເຈົ້າ ແລະຕັ້ງຢູ່ໃນຄວາມຮັກຂອງພຣະອົງ.” |
|
| 11 |
|
| “ເຮົາໄດ້ບອກຂໍ້ຄວາມເຫຼົ່ານີ້ແກ່ພວກເຈົ້າ ເພື່ອຄວາມຊົມຊື່ນຍິນດີຂອງເຮົາຈະໄດ້ຢູ່ໃນພວກເຈົ້າ ແລະເພື່ອວ່າຄວາມຊົມຊື່ນຍິນດີຂອງພວກເຈົ້າຈະໄດ້ຄົບເຕັມບໍລິບູນ. |
|
| 12 |
|
| ນີ້ແຫລະ ແມ່ນຂໍ້ຄຳສັ່ງຂອງເຮົາ: ຄືຈົ່ງຮັກຊຶ່ງກັນແລະກັນ ເໝືອນດັ່ງເຮົາຮັກພວກເຈົ້າ. |
|
| 13 |
|
| ບໍ່ມີຜູ້ໃດມີຄວາມຮັກໃຫຍ່ກວ່ານີ້ ຄືການທີ່ຜູ້ໜຶ່ງໄດ້ສະຫລະຊີວິດ ເພື່ອມິດສະຫາຍຂອງຕົນ. |
|
| 14 |
|
| ຖ້າພວກເຈົ້າປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ພວກເຈົ້າກໍເປັນມິດສະຫາຍຂອງເຮົາ. |
|
| 15 |
|
| ເຮົາບໍ່ເອີ້ນພວກເຈົ້າວ່າຄົນຮັບໃຊ້ອີກຕໍ່ໄປ ເພາະຄົນຮັບໃຊ້ບໍ່ຮູ້ວ່ານາຍຂອງຕົນກຳລັງເຮັດຫຍັງ, ແຕ່ເຮົາເອີ້ນພວກເຈົ້າວ່າ, ‘ມິດສະຫາຍ’ ເພາະເຮົາໄດ້ບອກພວກເຈົ້າໃຫ້ຮູ້ທຸກສິ່ງ ທີ່ເຮົາໄດ້ຍິນຈາກພຣະບິດາເຈົ້າ. |
|
| 16 |
|
| ບໍ່ແມ່ນເຈົ້າທັງຫລາຍໄດ້ເລືອກເອົາເຮົາ, ແຕ່ຝ່າຍເຮົາໄດ້ເລືອກເອົາພວກເຈົ້າ ແລະແຕ່ງຕັ້ງເຈົ້າທັງຫລາຍເພື່ອໃຫ້ອອກໄປ ແລະເກີດຜົນ, ເພື່ອຜົນຂອງພວກເຈົ້າຈະຕັ້ງຢູ່ຖາວອນ, ເພື່ອວ່າເມື່ອເຈົ້າທັງຫລາຍຈະທູນຂໍສິ່ງໃດ ຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະຊົງປະທານສິ່ງນັ້ນໃຫ້ແກ່ພວກເຈົ້າ. |
|
| 17 |
|
| ນີ້ແຫລະ ແມ່ນຂໍ້ຄວາມທີ່ເຮົາສັ່ງພວກເຈົ້າຄື: ‘ຈົ່ງຮັກຊຶ່ງກັນແລະກັນ.”’ |
|
| 18 |
|
| “ຖ້າໂລກກຽດຊັງເຈົ້າທັງຫລາຍ ຈົ່ງຮູ້ວ່າໂລກໄດ້ກຽດຊັງເຮົາກ່ອນແລ້ວ. |
|
| 19 |
|
| ຖ້າເຈົ້າທັງຫລາຍເປັນຝ່າຍໂລກ ໂລກກໍຈະຮັກແພງສິ່ງທີ່ເປັນຂອງມັນ ແຕ່ເພາະເຈົ້າທັງຫລາຍບໍ່ເປັນຂອງຝ່າຍໂລກ ແລະຝ່າຍເຮົາໄດ້ເລືອກເອົາພວກເຈົ້າອອກຈາກໂລກນີ້ ເພາະສະນັ້ນ ໂລກຈຶ່ງກຽດຊັງພວກເຈົ້າ. |
|
| 20 |
|
| ຈົ່ງລະນຶກເຖິງຂໍ້ຄວາມທີ່ເຮົາໄດ້ບອກພວກເຈົ້າວ່າ, ‘ຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ.’ ຖ້າພວກເຂົາຂົ່ມເຫັງເຮົາ ພວກເຂົາຈະຂົ່ມເຫັງເຈົ້າທັງຫລາຍເໝືອນກັນ, ຖ້າພວກເຂົາເຊື່ອຟັງຖ້ອຍຄຳຂອງເຮົາ ພວກເຂົາກໍຈະເຊື່ອຟັງຖ້ອຍຄຳຂອງພວກເຈົ້າເໝືອນກັນ. |
|
| 21 |
|
| ແຕ່ພວກເຂົາຈະເຮັດສິ່ງທັງປວງນີ້ແກ່ພວກເຈົ້າ ເພາະເຫັນແກ່ນາມຂອງເຮົາ. ດ້ວຍວ່າ, ພວກເຂົາບໍ່ຮູ້ຈັກພຣະອົງຜູ້ທີ່ໃຊ້ເຮົາມາ. |
|
| 22 |
|
| ຖ້າເຮົາບໍ່ໄດ້ມາບອກພວກເຂົາ ພວກເຂົາກໍຄົງບໍ່ມີຄວາມຜິດບາບ, ແຕ່ບັດນີ້ ພວກເຂົາບໍ່ມີຂໍ້ແກ້ຕົວໃນເລື່ອງບາບກຳຂອງພວກເຂົາ. |
|
| 23 |
|
| ຜູ້ທີ່ກຽດຊັງເຮົາ ກໍກຽດຊັງພຣະບິດາເຈົ້າຂອງເຮົາເໝືອນກັນ. |
|
| 24 |
|
| ຖ້າເຮົາບໍ່ໄດ້ເຮັດກິດຈະການໃນທ່າມກາງພວກເຂົາ ຊຶ່ງບໍ່ມີຜູ້ໃດເຄີຍໄດ້ເຮັດນັ້ນ ພວກເຂົາກໍຄົງບໍ່ມີບາບກຳ, ແຕ່ບັດນີ້ ພວກເຂົາໄດ້ເຫັນສິ່ງທີ່ເຮົາໄດ້ເຮັດແລ້ວ ພວກເຂົາຈຶ່ງກຽດຊັງທັງເຮົາ ແລະພຣະບິດາເຈົ້າຂອງເຮົາດ້ວຍ. |
|
| 25 |
|
| ທັງນີ້ກໍເພື່ອຈະໄດ້ເປັນຈິງຕາມທີ່ມີຄຳຂຽນໄວ້ ໃນກົດບັນຍັດຂອງພວກເຂົາວ່າ, ‘ພວກເຂົາໄດ້ກຽດຊັງເຮົາໂດຍບໍ່ມີເຫດ.”’ |
|
| 26 |
|
| “ແຕ່ເມື່ອອົງພຣະຜູ້ຊ່ວຍ ຜູ້ທີ່ເຮົາຈະໃຊ້ຈາກພຣະບິດາເຈົ້າ ມາຫາເຈົ້າທັງຫລາຍ ຄືພຣະວິນຍານແຫ່ງຄວາມຈິງ ຊຶ່ງມາຈາກພຣະບິດາເຈົ້າໄດ້ສະເດັດມາແລ້ວ ພຣະອົງນັ້ນແຫຼະ ຈະເປັນພະຍານໃຫ້ແກ່ເຮົາ. |
|
| 27 |
|
| ຝ່າຍພວກເຈົ້າກໍຈະເປັນພະຍານກ່ຽວກັບເຮົາເໝືອນກັນ ເພາະພວກເຈົ້າໄດ້ຢູ່ກັບເຮົາຕັ້ງແຕ່ຕົ້ນມາແລ້ວ.” |
|
|
|
|