|
| 1 |
|
| “ຂໍ້ຄວາມທັງໝົດນີ້ເຮົາໄດ້ບອກພວກເຈົ້າໄວ້ ເພື່ອພວກເຈົ້າຈະບໍ່ຫລົງທາງໄປ. |
|
| 2 |
|
| ພວກເຂົາຈະຂັບໄລ່ພວກເຈົ້າອອກຈາກທຳມະສາລາ, ໃນຄວາມເປັນຈິງແລ້ວ ເວລາກຳລັງຈະມາເຖິງເມື່ອຜູ້ທີ່ຂ້າພວກເຈົ້າຈະຄິດວ່າພວກເຂົາກຳລັງຮັບໃຊ້ພຣະເຈົ້າຢູ່. |
|
| 3 |
|
| ພວກເຂົາຈະເຮັດຢ່າງນັ້ນເພາະພວກເຂົາບໍ່ຮູ້ຈັກພຣະບິດາເຈົ້າ ແລະ ບໍ່ຮູ້ຈັກເຮົາ. |
|
| 4 |
|
| ເຮົາໄດ້ບອກສິ່ງເຫລົ່ານີ້ແກ່ພວກເຈົ້າ ເພື່ອວ່າເມື່ອເວລາຂອງພວກເຂົາມາເຖິງ ພວກເຈົ້າຈະໄດ້ລະນຶກວ່າເຮົາໄດ້ເຕືອນພວກເຈົ້າໄວ້ແລ້ວ. ເຮົາບໍ່ໄດ້ບອກສິ່ງເຫລົ່ານີ້ແກ່ພວກເຈົ້າຕັ້ງແຕ່ຕົ້ນ ເພາະວ່າເຮົາຍັງຢູ່ກັບພວກເຈົ້າ. |
|
| 5 |
|
| “ແຕ່ບັດນີ້ ເຮົາກຳລັງຈະໄປຫາພຣະອົງຜູ້ທີ່ໃຊ້ເຮົາມາ, ແຕ່ກໍບໍ່ມີຜູ້ໃດຈັກຄົນໃນພວກເຈົ້າທີ່ຖາມເຮົາວ່າ, ‘ພຣະອົງກຳລັງຈະໄປໃສ?’ |
|
| 6 |
|
| ເພາະເຮົາໄດ້ບອກສິ່ງເຫລົ່ານີ້ແກ່ພວກເຈົ້າໄວ້ແລ້ວ ພວກເຈົ້າຈຶ່ງເຕັມໄປດ້ວຍຄວາມທຸກໂສກ. |
|
| 7 |
|
| ແຕ່ເຮົາບອກຄວາມຈິງແກ່ພວກເຈົ້າວ່າ, ການທີ່ເຮົາຈະຈາກພວກເຈົ້າໄປນັ້ນກໍເພື່ອຜົນປະໂຫຍດຂອງພວກເຈົ້າ. ຖ້າເຮົາບໍ່ຈາກໄປ ອົງພຣະຜູ້ຊ່ວຍກໍຈະບໍ່ມາຫາພວກເຈົ້າ, ແຕ່ຖ້າເຮົາຈາກໄປເຮົາຈະໃຊ້ພຣະອົງມາຫາພວກເຈົ້າ. |
|
| 8 |
|
| ເມື່ອພຣະອົງມາ, ພຣະອົງຈະເຮັດໃຫ້ໂລກສຳນຶກໃນຄວາມຜິດໃນເລື່ອງບາບ, ຄວາມຊອບທຳ ແລະ ການພິພາກສາ: |
|
| 9 |
|
| ໃນເລື່ອງຄວາມບາບ ກໍເພາະມະນຸດບໍ່ເຊື່ອໃນເຮົາ, |
|
| 10 |
|
| ໃນເລື່ອງຄວາມຊອບທຳ ກໍເພາະເຮົາກຳລັງຈະໄປຫາພຣະບິດາເຈົ້າ ບ່ອນທີ່ພວກເຈົ້າບໍ່ສາມາດເຫັນເຮົາອີກຕໍ່ໄປ, |
|
| 11 |
|
| ແລະ ໃນເລື່ອງການພິພາກສາ ກໍເພາະບັດນີ້ຜູ້ປົກຄອງໂລກນີ້ຖືກຕັດສິນລົງໂທດແລ້ວ. |
|
| 12 |
|
| “ເຮົາຍັງມີອີກຫລາຍສິ່ງທີ່ຈະກ່າວກັບພວກເຈົ້າ, ຫລາຍເກີນກວ່າທີ່ພວກເຈົ້າຈະຮັບໄດ້ໃນເວລານີ້. |
|
| 13 |
|
| ແຕ່ເມື່ອພຣະວິນຍານແຫ່ງຄວາມຈິງມາ ພຣະອົງຈະນຳພວກເຈົ້າໄປສູ່ຄວາມຈິງທັງໝົດ. ພຣະອົງຈະບໍ່ກ່າວໂດຍພຣະອົງເອງແຕ່ຈະກ່າວສະເພາະສິ່ງທີ່ໄດ້ຍິນ ແລະ ຈະບອກພວກເຈົ້າໃຫ້ຮູ້ຈັກເຖິງສິ່ງທີ່ຈະເກີດຂຶ້ນ. |
|
| 14 |
|
| ພຣະອົງຈະຖວາຍກຽດເຮົາໂດຍການນຳເອົາສິ່ງທີ່ເປັນຂອງເຮົາມາສະແດງໃຫ້ພວກເຈົ້າໄດ້ຮູ້. |
|
| 15 |
|
| ທຸກສິ່ງທີ່ເປັນຂອງພຣະບິດາເຈົ້າກໍເປັນຂອງເຮົາ. ດ້ວຍເຫດນີ້, ເຮົາຈຶ່ງກ່າວວ່າພຣະວິນຍານຮັບສິ່ງທີ່ເປັນຂອງເຮົານັ້ນມາສະແດງໃຫ້ພວກເຈົ້າໄດ້ຮູ້”. |
|
| 16 |
|
| ພຣະເຢຊູເຈົ້າກ່າວຕໍ່ໄປອີກວ່າ, “ອີກບໍ່ດົນພວກເຈົ້າຈະບໍ່ເຫັນເຮົາ ແລະ ຫລັງຈາກນັ້ນບໍ່ດົນພວກເຈົ້າກໍຈະເຫັນເຮົາ”. |
|
| 17 |
|
| ສາວົກຂອງພຣະອົງບາງຄົນຈຶ່ງຖາມກັນວ່າ, “ພຣະອົງໝາຍຄວາມວ່າຢ່າງໃດທີ່ກ່າວວ່າ, ‘ອີກບໍ່ດົນພວກເຈົ້າຈະບໍ່ເຫັນເຮົາ ແລະ ຫລັງຈາກນັ້ນບໍ່ດົນພວກເຈົ້າກໍຈະເຫັນເຮົາ’? ແລະ ຍັງເວົ້າວ່າ ‘ເພາະເຮົາກຳລັງຈະໄປຫາພຣະບິດາເຈົ້າ’?” |
|
| 18 |
|
| ພວກເພິ່ນຍັງຖາມກັນວ່າ, “ທີ່ພຣະອົງກ່າວວ່າ ‘ອີກບໍ່ດົນ’ ນັ້ນໝາຍຄວາມວ່າຢ່າງໃດ? ພວກເຮົາບໍ່ເຂົ້າໃຈສິ່ງທີ່ພຣະອົງກ່າວເລີຍ”. |
|
| 19 |
|
| ພຣະເຢຊູເຈົ້າເຫັນວ່າພວກເພິ່ນຢາກຖາມພຣະອົງກ່ຽວກັບເລື່ອງນີ້, ດັ່ງນັ້ນພຣະອົງຈຶ່ງກ່າວກັບພວກເພິ່ນວ່າ, “ພວກເຈົ້າກຳລັງຖາມກັນໃນເລື່ອງທີ່ເຮົາໄດ້ກ່າວນັ້ນວ່າເຮົາໝາຍຄວາມວ່າຢ່າງໃດທີ່ກ່າວວ່າ, ‘ອີກບໍ່ດົນພວກເຈົ້າຈະບໍ່ເຫັນເຮົາ ແລະ ຫລັງຈາກນັ້ນອີກບໍດົນພວກເຈົ້າກໍຈະເຫັນເຮົາ’ ແມ່ນບໍ? |
|
| 20 |
|
| ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຈະຮ້ອງໄຫ້ຄ່ຳຄວນໃນຂະນະທີ່ໂລກຊື່ນຊົມຍິນດີ. ພວກເຈົ້າຈະມີຄວາມທຸກໂສກແຕ່ຄວາມທຸກໂສກຂອງພວກເຈົ້ານັ້ນຈະກາຍເປັນຄວາມຊື່ນຊົມຍິນດີ. |
|
| 21 |
|
| ຍິງທີ່ຈະເກີດລູກກໍຍ່ອມເຈັບປວດເພາະເຖິງກຳນົດແລ້ວ, ແຕ່ເມື່ອລູກເກີດອອກມາແລ້ວນາງກໍລືມຄວາມເຈັບປວດທໍລະມານເພາະນາງຊື່ນຊົມຍິນດີທີ່ເດັກນ້ອຍຄົນໜຶ່ງໄດ້ເກີດມາໃນໂລກ. |
|
| 22 |
|
| ພວກເຈົ້າກໍເໝືອນກັນ ບັດນີ້ເປັນເວລາແຫ່ງຄວາມທຸກໂສກຂອງພວກເຈົ້າ, ແຕ່ເຮົາຈະເຫັນພວກເຈົ້າອີກ ແລະ ພວກເຈົ້າຈະຊື່ນຊົມຍິນດີ, ແລະ ບໍ່ມີຜູ້ໃດຈະເອົາຄວາມຊື່ນຊົມຍິນດີຂອງພວກເຈົ້າໄປໄດ້. |
|
| 23 |
|
| ໃນວັນນັ້ນພວກເຈົ້າຈະບໍ່ຖາມເຮົາເຖິງສິ່ງໃດອີກ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ສິ່ງໃດທີ່ພວກເຈົ້າຂໍຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະປະທານສິ່ງນັ້ນໃຫ້ແກ່ພວກເຈົ້າ. |
|
| 24 |
|
| ຈົນເຖິງບັດນີ້ພວກເຈົ້າຍັງບໍ່ໄດ້ຂໍສິ່ງໃດໃນນາມຂອງເຮົາເລີຍ. ຈົ່ງຂໍແລ້ວພວກເຈົ້າຈະໄດ້ຮັບ ແລະ ຄວາມຊື່ນຊົມຍິນດີຂອງພວກເຈົ້າຈະເຕັມບໍລິບູນ. |
|
| 25 |
|
| “ເຖິງແມ່ນວ່າເຮົາໄດ້ກ່າວເປັນຄຳປຽບທຽບຕະຫລອດມາ, ແຕ່ອີກບໍ່ດົນເຮົາຈະບໍ່ໃຊ້ພາສາແບບນີ້ອີກຕໍ່ໄປ ແຕ່ເຮົາຈະບອກພວກເຈົ້າຢ່າງຈະແຈ້ງກ່ຽວກັບເລື່ອງພຣະບິດາເຈົ້າຂອງເຮົາ. |
|
| 26 |
|
| ໃນວັນນັ້ນ ພວກເຈົ້າຈະຂໍຈາກພຣະບິດາເຈົ້າໃນນາມຂອງເຮົາ. ເຮົາບໍ່ໄດ້ເວົ້າວ່າເຮົາຈະຂໍພຣະບິດາເຈົ້າແທນພວກເຈົ້າ. |
|
| 27 |
|
| ດ້ວຍວ່າ ພຣະບິດາເຈົ້າເອງກໍຮັກພວກເຈົ້າ ເພາະພວກເຈົ້າໄດ້ຮັກເຮົາ ແລະ ໄດ້ເຊື່ອວ່າເຮົາມາຈາກພຣະເຈົ້າ. |
|
| 28 |
|
| ເຮົາມາຈາກພຣະບິດາເຈົ້າ ແລະ ເຂົ້າມາໃນໂລກ, ບັດນີ້ ເຮົາກຳລັງຈະໄປຈາກໂລກ ແລະ ກັບໄປຫາພຣະບິດາເຈົ້າ”. |
|
| 29 |
|
| ແລ້ວພວກສາວົກຂອງພຣະເຢຊູເຈົ້າຈຶ່ງເວົ້າວ່າ, “ບັດນີ້ ພຣະອົງກ່າວຢ່າງຈະແຈ້ງໂດຍບໍ່ມີຄຳປຽບທຽບ. |
|
| 30 |
|
| ດຽວນີ້ພວກຂ້ານ້ອຍຮູ້ແລ້ວວ່າພຣະອົງຮູ້ຈັກທຸກສິ່ງ ແລະ ພຣະອົງບໍ່ຈຳເປັນຕ້ອງໃຫ້ຜູ້ໃດມາຖາມພຣະອົງ. ສິ່ງນີ້ເຮັດໃຫ້ພວກຂ້ານ້ອຍທັງຫລາຍເຊື່ອວ່າພຣະອົງມາຈາກພຣະເຈົ້າ”. |
|
| 31 |
|
| ພຣະເຢຊູເຈົ້າຕອບວ່າ, “ບັດນີ້ພວກເຈົ້າເຊື່ອແລ້ວບໍ? |
|
| 32 |
|
| ແຕ່ເວລານັ້ນກຳລັງຈະມາ ແລະ ກໍໄດ້ມາເຖິງແລ້ວ ເມື່ອພວກເຈົ້າແຕ່ລະຄົນຈະຕ້ອງກະແຈກກະຈາຍກັນໄປຍັງເຮືອນຂອງຕົນ. ພວກເຈົ້າຈະປະຖິ້ມເຮົາໄວ້ແຕ່ຜູ້ດຽວ. ແຕ່ເຮົາກໍບໍ່ໄດ້ຢູ່ຜູ້ດຽວ ເພາະພຣະບິດາເຈົ້າຂອງເຮົາຢູ່ກັບເຮົາ. |
|
| 33 |
|
| “ເຮົາໄດ້ບອກເລື່ອງນີ້ແກ່ພວກເຈົ້າເພື່ອພວກເຈົ້າຈະໄດ້ມີສັນຕິສຸກໃນເຮົາ. ໃນໂລກນີ້ພວກເຈົ້າຈະມີຄວາມທຸກຍາກລໍາບາກ ແຕ່ຈົ່ງຊື່ນໃຈເທາະ! ເພາະເຮົາໄດ້ຊະນະໂລກແລ້ວ”. |
|
|
|
|