|
| 1 |
|
| ສາມວັນຕໍ່ມາ ໄດ້ມີງານສົມຣົດທີ່ບ້ານການາໃນແຂວງຄາລີເລ ແລະແມ່ຂອງພຣະເຢຊູເຈົ້າກໍຢູ່ທີ່ນັ້ນ, |
|
| 2 |
|
| ຝ່າຍພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງ ກໍຖືກເຊີນໄປຮ່ວມໃນງານນັ້ນເໝືອນກັນ. |
|
| 3 |
|
| ເມື່ອເຫຼົ້າອະງຸ່ນໝົດແລ້ວ, ແມ່ຂອງພຣະເຢຊູເຈົ້າ ຈຶ່ງເວົ້າກັບພຣະອົງວ່າ, “ພວກເຂົາໝົດເຫຼົ້າອະງຸ່ນແລ້ວ.” |
|
| 4 |
|
| ພຣະເຢຊູເຈົ້າຕອບວ່າ, “ນາງເອີຍ ປະໃຫ້ເປັນທຸລະຂອງເຮົາເສຍ ເພາະເວລາຂອງເຮົາຍັງບໍ່ທັນມາເຖິງ.” |
|
| 5 |
|
| ແມ່ຂອງພຣະອົງຈຶ່ງບອກຕໍ່ຄົນຮັບໃຊ້ວ່າ, “ເພິ່ນບອກພວກເຈົ້າໃຫ້ເຮັດອັນໃດ ຈົ່ງເຮັດຕາມເດີ.” |
|
| 6 |
|
| ໃນບ່ອນນັ້ນມີອ່າງຕັ້ງໄວ້ຢູ່ຫົກໜ່ວຍ ຄືອ່າງທີ່ຊາວຢິວໃຊ້ໃນພິທີຊຳລະລ້າງຕາມທຳນຽມ ອ່າງແຕ່ລະໜ່ວຍໃສ່ນໍ້າໄດ້ປະມານຮ້ອຍລິດ. |
|
| 7 |
|
| ພຣະເຢຊູເຈົ້າບອກພວກຄົນຮັບໃຊ້ນັ້ນວ່າ, “ຈົ່ງຕັກນໍ້າໃສ່ອ່າງນັ້ນໃຫ້ເຕັມ.” ພວກເຂົາກໍຕັກນໍ້າໃສ່ອ່າງນັ້ນເຕັມພຽງປາກ |
|
| 8 |
|
| ແລ້ວພຣະອົງກໍໄດ້ບອກພວກເຂົາວ່າ, “ບັດນີ້ ຈົ່ງຕັກເອົາໄປໃຫ້ເຈົ້າພະນັກງານຜູ້ທີ່ກຳກັບງານກິນລ້ຽງ.” ພວກເຂົາກໍຕັກໄປໃຫ້. |
|
| 9 |
|
| ເມື່ອເຈົ້າພະນັກງານຊີມນໍ້າທີ່ກາຍເປັນເຫຼົ້າອະງຸ່ນແລ້ວ ລາວກໍບໍ່ຮູ້ວ່າມາແຕ່ໃສ (ແຕ່ພວກຄົນຮັບໃຊ້ທີ່ຕັກນໍ້າກໍຮູ້) ສະນັ້ນ ລາວຈຶ່ງເອີ້ນເຈົ້າບ່າວມາ |
|
| 10 |
|
| ແລະກ່າວວ່າ, “ທຸກຄົນເຄີຍເອົາເຫຼົ້າອະງຸ່ນອັນດີມາໃຫ້ດື່ມກ່ອນ ແລະເມື່ອພວກເຂົາດື່ມຫລາຍແລ້ວ ຈຶ່ງເອົາອັນບໍ່ດີອອກມາ, ແຕ່ເຈົ້າພັດກັກເອົາເຫຼົ້າອະງຸ່ນອັນດີໄວ້ຈົນເຖິງດຽວນີ້ນໍ.” |
|
| 11 |
|
| ພຣະເຢຊູເຈົ້າໄດ້ເຮັດການອັດສະຈັນເທື່ອທຳອິດ ທີ່ບ້ານການາ ແຂວງຄາລີເລ, ໃນທີ່ນັ້ນ ພຣະອົງໄດ້ເປີດເຜີຍສະຫງ່າຣາສີຂອງພຣະອົງໃຫ້ປາກົດ ແລະພວກສາວົກກໍໄດ້ເຊື່ອໃນພຣະອົງ. |
|
| 12 |
|
| ພາຍຫລັງເຫດການນີ້ແລ້ວ ພຣະເຢຊູເຈົ້າໄດ້ລົງໄປທີ່ເມືອງກາເປນາອູມ ພ້ອມທັງແມ່, ພວກນ້ອງຊາຍ ແລະພວກສາວົກຂອງພຣະອົງ ພວກເພິ່ນໄດ້ຢູ່ທີ່ນັ້ນບໍ່ຫລາຍວັນ. |
|
| 13 |
|
| ພໍເທດສະການປັດສະຄາຂອງພວກຢິວໃກ້ຈະມາເຖິງ ພຣະເຢຊູເຈົ້າໄດ້ຂຶ້ນໄປທີ່ນະຄອນເຢຣູຊາເລັມ. |
|
| 14 |
|
| ໃນພຣະວິຫານ ພຣະອົງໄດ້ພົບຄົນຂາຍງົວ, ຂາຍແກະ, ຂາຍນົກເຂົາ ແລະພວກຮັບແລກປ່ຽນເງິນ ກໍນັ່ງຢູ່ທີ່ນັ້ນດ້ວຍ. |
|
| 15 |
|
| ພຣະອົງຈຶ່ງເອົາເຊືອກເຮັດເປັນແສ້ ໄລ່ຄົນເຫຼົ່ານັ້ນພ້ອມກັບແກະ ແລະງົວທັງໝົດໃຫ້ອອກໄປຈາກພຣະວິຫານ ແລ້ວພຣະອົງກໍຂວໍ້າໂຕະຂອງພວກຄົນຮັບແລກປ່ຽນເງິນ ແລະຖອກເງິນອັດຖິ້ມ, |
|
| 16 |
|
| ພຣະອົງສັ່ງພວກທີ່ຂາຍນົກເຂົາວ່າ, “ຈົ່ງເອົາສິ່ງເຫຼົ່ານີ້ອອກໄປ ຢ່າເຮັດໃຫ້ວິຫານແຫ່ງພຣະບິດາເຈົ້າຂອງເຮົາເປັນບ່ອນຄ້າຂາຍ.” |
|
| 17 |
|
| ພວກສາວົກຂອງພຣະອົງ ຈຶ່ງລະນຶກເຖິງຖ້ອຍຄຳທີ່ໄດ້ຂຽນໄວ້ວ່າ, “ຄວາມຮ້ອນໃຈສຳລັບວິຫານຂອງພຣະອົງ ກໍເປັນດັ່ງໄຟທີ່ໄໝ້ຢູ່ພາຍໃນຂ້ານ້ອຍ.” |
|
| 18 |
|
| ພວກຜູ້ນຳຢິວໄດ້ຖາມພຣະອົງວ່າ, “ເຈົ້າຈະສະແດງໝາຍສຳຄັນການອັດສະຈັນອັນໃດໃຫ້ພວກເຮົາເຫັນວ່າ ເຈົ້າມີສິດເຮັດການນີ້?” |
|
| 19 |
|
| ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຖ້າມ້າງພຣະວິຫານນີ້ລົງເສຍ ແລະເຮົາຈະສ້າງຂຶ້ນໃໝ່ໃນສາມວັນ.” |
|
| 20 |
|
| ພວກຜູ້ນຳຢິວຈຶ່ງເວົ້າວ່າ, “ເຂົາໄດ້ສ້າງພຣະວິຫານນີ້ຂຶ້ນ ໃຊ້ເວລາເຖິງສີ່ສິບຫົກປີຈຶ່ງສຳເລັດ ສ່ວນເຈົ້າຈະສ້າງຂຶ້ນໃໝ່ໃນສາມວັນຊັ້ນບໍ?” |
|
| 21 |
|
| ພຣະວິຫານທີ່ພຣະເຢຊູເຈົ້າກ່າວເຖິງນັ້ນ ແມ່ນຮ່າງກາຍຂອງພຣະອົງເອງ. |
|
| 22 |
|
| ດັ່ງນັ້ນ ຫລັງຈາກທີ່ພຣະເຢຊູເຈົ້າເປັນຄືນມາຈາກຕາຍແລ້ວ ພວກສາວົກຈຶ່ງລະນຶກເຖິງຄຳເວົ້າ ທີ່ພຣະອົງເຄີຍໄດ້ກ່າວ ແລະພວກເພິ່ນກໍໄດ້ເຊື່ອພຣະຄຳພີກັບທັງຖ້ອຍຄຳ ທີ່ພຣະເຢຊູເຈົ້າໄດ້ກ່າວນັ້ນ. |
|
| 23 |
|
| ຂະນະທີ່ພຣະເຢຊູເຈົ້າຍັງຢູ່ໃນນະຄອນເຢຣູຊາເລັມ ຍາມເທດສະການສະຫລອງປັດສະຄານັ້ນ ໄດ້ມີຫລາຍຄົນຮັບເຊື່ອໃນພຣະນາມຂອງພຣະອົງ ເພາະພວກເຂົາເຫັນການອັດສະຈັນທີ່ພຣະອົງໄດ້ກະທຳ. |
|
| 24 |
|
| ແຕ່ພຣະເຢຊູເຈົ້າບໍ່ໄດ້ໄວ້ວາງໃຈໃນຄົນເຫຼົ່ານັ້ນ ເພາະພຣະອົງຮູ້ຈັກມະນຸດທຸກຄົນ. |
|
| 25 |
|
| ພຣະອົງບໍ່ຕ້ອງການໃຫ້ຜູ້ໃດບອກພຣະອົງເຖິງເລື່ອງຂອງມະນຸດ ເພາະພຣະອົງເອງຮູ້ດີວ່າ ມີຫຍັງແດ່ຢູ່ໃນໃຈຂອງມະນຸດ. |
|
|
|
|