|
| 1 |
|
| ໃນເຊົ້າວັນອາທິດຂະນະທີ່ຍັງມືດຢູ່ ນາງມາຣີໄທມັກດາລາໄດ້ມາເຖິງອຸບມຸງ ແລະນາງກໍເຫັນວ່າ ກ້ອນຫີນຖືກກຶ່ງອອກຈາກປາກອຸບມຸງແລ້ວ. |
|
| 2 |
|
| ນາງຈຶ່ງໄປຫາຊີໂມນເປໂຕ ແລະສາວົກຄົນອື່ນທີ່ພຣະເຢຊູເຈົ້າຮັກນັ້ນ, ແລ້ວບອກວ່າ, “ພວກເຂົາໄດ້ເອົາພຣະສົບຂອງພຣະອົງເຈົ້າອອກຈາກອຸບມຸງແລ້ວ ແລະພວກເຮົາບໍ່ຮູ້ວ່າ ພວກເຂົາເອົາໄປໄວ້ໃສ.” |
|
| 3 |
|
| ແລ້ວເປໂຕກັບສາວົກຄົນອື່ນນັ້ນກໍອອກໄປທີ່ອຸບມຸງ. |
|
| 4 |
|
| ທ່ານທັງສອງແລ່ນໄປ, ແຕ່ສາວົກຄົນອື່ນແລ່ນໄວກວ່າເປໂຕ ມາຮອດອຸບມຸງກ່ອນ. |
|
| 5 |
|
| ລາວກົ້ມລົງເຫັນຜ້າປ່ານກອງໄວ້, ແຕ່ລາວບໍ່ໄດ້ເຂົ້າໄປທາງໃນ. |
|
| 6 |
|
| ສ່ວນຊີໂມນເປໂຕແລ່ນມາຕາມຫລັງ ຈຶ່ງເຂົ້າໄປໃນອຸບມຸງ, ລາວເຫັນຜ້າປ່ານກອງໄວ້ |
|
| 7 |
|
| ແລະ ຜ້າພັນຫົວຂອງພຣະອົງທີ່ບໍ່ໄດ້ກອງໃສ່ກັບຜ້າອື່ນໆ ແຕ່ພັບໄວ້ຕ່າງຫາກ. |
|
| 8 |
|
| ແລ້ວສາວົກຄົນອື່ນ ຜູ້ທີ່ມາຮອດກ່ອນນັ້ນກໍເຂົ້າໄປທາງໃນເໝືອນກັນ ລາວໄດ້ເຫັນແລະໄດ້ເຊື່ອ. |
|
| 9 |
|
| ໃນຂະນະນັ້ນ ພວກເພິ່ນບໍ່ເຂົ້າໃຈໃນຂໍ້ພຣະຄຳພີ ທີ່ມີຂຽນໄວ້ວ່າ, ພຣະອົງຈະຕ້ອງເປັນຄືນມາຈາກຕາຍ. |
|
| 10 |
|
| ແລ້ວສາວົກທັງສອງກໍກັບຄືນເມືອບ້ານຂອງຕົນ. |
|
| 11 |
|
| ຝ່າຍນາງມາຣີໄດ້ຢືນຮ້ອງໄຫ້ຢູ່ຂ້າງນອກອຸບມຸງ ໃນຂະນະທີ່ນາງກຳລັງຮ້ອງໄຫ້ຢູ່ນັ້ນ, ນາງໄດ້ກົ້ມຫລຽວໄປທາງອຸບມຸງ |
|
| 12 |
|
| ແລະໄດ້ເຫັນເທວະດາສອງຕົນໃສ່ເຄື່ອງຂາວ ນັ່ງຢູ່ບ່ອນທີ່ພວກເຂົາວາງພຣະສົບຂອງພຣະເຢຊູເຈົ້າ ຕົນໜຶ່ງຢູ່ເບື້ອງຫົວ ແລະຕົນໜຶ່ງຢູ່ເບື້ອງຕີນ. |
|
| 13 |
|
| ເທວະດາທັງສອງໄດ້ຖາມນາງມາຣີວ່າ, “ນາງເອີຍ ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້?” ນາງຕອບວ່າ, “ເພາະພວກເຂົາໄດ້ເອົາພຣະສົບຂອງພຣະອົງເຈົ້າຂອງຂ້ານ້ອຍໄປແລ້ວ ແລະຂ້ານ້ອຍບໍ່ຮູ້ວ່າພວກເຂົາເອົາໄປໄວ້ໃສ?” |
|
| 14 |
|
| ເມື່ອເວົ້າດັ່ງນັ້ນແລ້ວ ນາງໄດ້ຫລຽວຫລັງມາເຫັນພຣະເຢຊູເຈົ້າຢືນຢູ່ທີ່ນັ້ນ, ແຕ່ນາງບໍ່ຮູ້ວ່າແມ່ນພຣະເຢຊູເຈົ້າ. |
|
| 15 |
|
| ພຣະເຢຊູເຈົ້າຈຶ່ງຖາມນາງວ່າ, “ນາງເອີຍ ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ເຈົ້າຊອກຫາຜູ້ໃດ?” ນາງຄິດວ່າເປັນຄົນຮັກສາສວນ ນາງຈຶ່ງຕອບວ່າ, “ທ່ານເອີຍ ຖ້າທ່ານໄດ້ເອົາພຣະສົບຂອງເພິ່ນໄປ ບອກໃຫ້ຂ້ານ້ອຍຮູ້ແດ່ວ່າ ທ່ານເອົາໄປໄວ້ໃສ? ແລ້ວຂ້ານ້ອຍກໍຈະໄປນຳເອົາພຣະສົບຂອງພຣະອົງອອກໄປ.” |
|
| 16 |
|
| ພຣະເຢຊູເຈົ້າຈຶ່ງກ່າວແກ່ນາງວ່າ, “ມາຣີ.” ນາງປິ່ນໜ້າມາຫາພຣະອົງ ແລະເວົ້າເປັນພາສາເຮັບເຣີວ່າ, “ຣັບໂບນີ” (ແປວ່າ, “ພຣະອາຈານ.”) |
|
| 17 |
|
| ພຣະເຢຊູເຈົ້າກ່າວກັບນາງວ່າ, “ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ ເພາະເຮົາຍັງບໍ່ທັນໄດ້ຂຶ້ນໄປຫາພຣະບິດາເຈົ້າ, ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະບອກພວກເຂົາວ່າເຮົາຈະຂຶ້ນເມືອຫາພຣະອົງ ຜູ້ເປັນພຣະບິດາເຈົ້າຂອງເຮົາ ແລະພຣະບິດາເຈົ້າຂອງພວກເຈົ້າ ຈະເມືອຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກເຈົ້າ.” |
|
| 18 |
|
| ດັ່ງນັ້ນ ນາງມາຣີໄທມັກດາລາຈຶ່ງໄປບອກຂ່າວນີ້ ແກ່ພວກສາວົກວ່າ ຕົນໄດ້ເຫັນອົງພຣະຜູ້ເປັນເຈົ້າ ແລະບອກພວກເພິ່ນຕາມທີ່ພຣະອົງໄດ້ບອກແກ່ນາງ. |
|
| 19 |
|
| ໃນຄໍ່າວັນດຽວກັນນັ້ນຄືວັນອາທິດ ຊຶ່ງເປັນວັນທີ່ພວກສາວົກຮ່ວມກັນຢູ່ໃນຫ້ອງ ແລະປິດປະຕູໃສ່ໄລໄວ້ເພາະຢ້ານພວກຢິວ ແລ້ວພຣະເຢຊູເຈົ້າກໍສະເດັດເຂົ້າມາຢືນຢູ່ທ່າມກາງພວກເພິ່ນ, ພຣະອົງກ່າວວ່າ, “ສັນຕິສຸກ ຈົ່ງມີແກ່ເຈົ້າທັງຫລາຍ.” |
|
| 20 |
|
| ເມື່ອພຣະເຢຊູເຈົ້າກ່າວດັ່ງນັ້ນແລ້ວ ພຣະອົງກໍເດ່ມື ແລະປິ່ນຂ້າງຂອງພຣະອົງໃຫ້ພວກເພິ່ນເບິ່ງ, ພວກສາວົກຈຶ່ງເຕັມໄປດ້ວຍຄວາມຊົມຊື່ນຍິນດີ ທີ່ເຫັນພຣະອົງເຈົ້າ. |
|
| 21 |
|
| ພຣະເຢຊູເຈົ້າກ່າວແກ່ພວກເພິ່ນອີກວ່າ, “ສັນຕິສຸກ ຈົ່ງຢູ່ກັບເຈົ້າທັງຫລາຍ ພຣະບິດາເຈົ້າໄດ້ໃຊ້ເຮົາມາຢ່າງໃດ ເຮົາກໍໃຊ້ພວກເຈົ້າໄປຢ່າງນັ້ນ.” |
|
| 22 |
|
| ເມື່ອກ່າວຈົບແລ້ວ ພຣະອົງໄດ້ລະບາຍລົມຫາຍໃຈອອກໃສ່ພວກເພິ່ນ ແລະບອກວ່າ, “ຈົ່ງຮັບເອົາພຣະວິນຍານບໍຣິສຸດເຈົ້າເຖີດ. |
|
| 23 |
|
| ຖ້າເຈົ້າທັງຫລາຍຈະຍົກຄວາມຜິດບາບຂອງຜູ້ໃດ ຄວາມຜິດບາບຂອງຜູ້ນັ້ນ ພຣະເຈົ້າໄດ້ຊົງຍົກເສຍແລ້ວ ແລະຖ້າພວກເຈົ້າທັງຫລາຍກັກຄວາມຜິດບາບໃຫ້ຢູ່ກັບຜູ້ໃດ ພຣະເຈົ້າໄດ້ຊົງກັກຄວາມຜິດບາບໃຫ້ຢູ່ກັບຜູ້ນັ້ນແລ້ວ.” |
|
| 24 |
|
| ໂທມາທີ່ເອີ້ນວ່າຝາແຝດເປັນສາວົກຄົນໜຶ່ງໃນສິບສອງຄົນ, ລາວບໍ່ໄດ້ຢູ່ກັບພວກເພິ່ນເມື່ອພຣະເຢຊູເຈົ້າມາປາກົດນັ້ນ. |
|
| 25 |
|
| ສາວົກຄົນອື່ນຈຶ່ງບອກໂທມາວ່າ, “ພວກເຮົາໄດ້ເຫັນພຣະອົງເຈົ້າແລ້ວ.” ແຕ່ໂທມາຕອບພວກເພິ່ນວ່າ, “ຂ້ອຍຈະບໍ່ເຊື່ອ ຖ້າຂ້ອຍບໍ່ເຫັນຮອຍຕະປູທີ່ຝາມືຂອງເພິ່ນ ແລະເອົານິ້ວມືຂອງຂ້ອຍແປະໃສ່ຮອຍຕະປູນັ້ນ ແລະຈັບບາຍຂ້າງຂອງເພິ່ນ.” |
|
| 26 |
|
| ຫລັງຈາກນັ້ນແປດວັນຕໍ່ມາ ພວກສາວົກຂອງພຣະອົງໄດ້ຢູ່ພ້ອມພຽງກັນໃນເຮືອນນັ້ນອີກ ໂທມາກໍຢູ່ນຳພວກເພິ່ນດ້ວຍ, ປະຕູກໍປິດແລະໃສ່ໄລກອນໄວ້ ແຕ່ພຣະເຢຊູເຈົ້າສະເດັດເຂົ້າມາຢືນຢູ່ທ່າມກາງພວກເພິ່ນ ແລະກ່າວວ່າ, “ສັນຕິສຸກ ຈົ່ງມີແກ່ເຈົ້າທັງຫລາຍ.” |
|
| 27 |
|
| ແລ້ວພຣະອົງກໍກ່າວຕໍ່ໂທມາວ່າ, “ຈົ່ງເອົານິ້ວມືຂອງເຈົ້າມານີ້ ແລະລູບເບິ່ງຝາມືຂອງເຮົາ ແລະເອົາມືຂອງເຈົ້າແປະຂ້າງຂອງເຮົາດ້ວຍ ຢ່າຂາດຄວາມເຊື່ອ ແຕ່ຈົ່ງເຊື່ອ.” |
|
| 28 |
|
| ໂທມາຕອບພຣະອົງວ່າ, “ພຣະອົງເຈົ້າຂອງຂ້ານ້ອຍ ແລະພຣະເຈົ້າຂອງຂ້ານ້ອຍ.” |
|
| 29 |
|
| ພຣະເຢຊູເຈົ້າກ່າວຕໍ່ໂທມາວ່າ, “ເພາະເຈົ້າໄດ້ເຫັນເຮົາ ເຈົ້າຈຶ່ງເຊື່ອບໍ? ຜູ້ທີ່ບໍ່ເຫັນເຮົາ ແຕ່ໄດ້ເຊື່ອກໍເປັນສຸກ.” |
|
| 30 |
|
| ພຣະເຢຊູເຈົ້າເຮັດການອັດສະຈັນອື່ນໆອີກຫລາຍປະການ ຕໍ່ໜ້າພວກສາວົກຂອງພຣະອົງ ແຕ່ບໍ່ໄດ້ຈົດໄວ້ໃນໜັງສືເຫຼັ້ມນີ້. |
|
| 31 |
|
| ການທີ່ໄດ້ຈົດເຫດການເຫຼົ່ານີ້ໄວ້ເພື່ອເຈົ້າທັງຫລາຍຈະໄດ້ເຊື່ອ ວ່າພຣະເຢຊູເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າ ແລະໂດຍທາງຄວາມເຊື່ອໃນພຣະນາມຂອງພຣະອົງນັ້ນ ພວກເຈົ້າຈະມີຊີວິດ. |
|
|
|
|