|
| 1 |
|
| ຕໍ່ມາ ພຣະເຢຊູເຈົ້າໄດ້ສຳແດງແກ່ພວກສາວົກອີກຄັ້ງໜຶ່ງ ຢູ່ແຄມທະເລສາບຕີເບເຣຍ, ເຫດການເກີດຂຶ້ນດັ່ງນີ້: |
|
| 2 |
|
| ຊີໂມນເປໂຕ, ໂທມາທີ່ເອີ້ນວ່າຝາແຝດ, ນະທານາເອັນໄທບ້ານການາ ແຂວງຄາລີເລ, ລູກຊາຍທັງສອງຂອງເຊເບດາຍ ແລະສາວົກຂອງພຣະອົງອີກສອງຄົນກໍຢູ່ພ້ອມໜ້າກັນ. |
|
| 3 |
|
| ຊີໂມນເປໂຕບອກພວກເພິ່ນວ່າ, “ຂ້ອຍຈະໄປຫາປາ.” ພວກເພິ່ນຕອບວ່າ, “ພວກເຮົາກໍຈະໄປກັບເຈົ້າດ້ວຍ,” ແລ້ວພວກເພິ່ນກໍລົງເຮືອໄປ ແຕ່ໃນຄືນນັ້ນ ພວກເພິ່ນບໍ່ໄດ້ປາຈັກໂຕ. |
|
| 4 |
|
| ເມື່ອຮຸ່ງເຊົ້າມາ ພຣະເຢຊູເຈົ້າຢືນຢູ່ແຄມຝັ່ງ ແຕ່ພວກສາວົກບໍ່ຮູ້ວ່າແມ່ນພຣະອົງ. |
|
| 5 |
|
| ພຣະອົງຖາມພວກເພິ່ນວ່າ, “ລູກເອີຍ ພວກເຈົ້າມີຂອງກິນບໍ່?” ພວກເພິ່ນຕອບພຣະອົງວ່າ, “ບໍ່ມີ.” |
|
| 6 |
|
| ພຣະເຢຊູເຈົ້າບອກພວກເພິ່ນວ່າ, “ຈົ່ງຖິ້ມມອງລົງເບື້ອງຂວາຂອງເຮືອ ແລ້ວພວກເຈົ້າຈະໄດ້ປາ.” ດັ່ງນັ້ນ ພວກເພິ່ນຈຶ່ງຖິ້ມມອງລົງ ມອງຖືກປາຫລາຍຈົນດຶງມອງຂຶ້ນບໍ່ໄດ້. |
|
| 7 |
|
| ສາວົກຜູ້ທີ່ພຣະເຢຊູເຈົ້າຊົງຮັກບອກເປໂຕວ່າ, “ແມ່ນພຣະອົງເຈົ້ານັ້ນແຫລະ.” ເມື່ອຊີໂມນເປໂຕໄດ້ຍິນວ່າ ແມ່ນພຣະອົງເຈົ້າ ລາວຈຶ່ງຈັບເອົາເສື້ອມານຸ່ງເພາະຕົນເປືອຍຕົວຢູ່ ແລ້ວໂຕນລົງນໍ້າ. |
|
| 8 |
|
| ສ່ວນສາວົກຄົນອື່ນໆໄດ້ເອົາເຮືອນ້ອຍລາກດຶງເອົາມອງ ທີ່ມີປາເຕັມຢູ່ນັ້ນເຂົ້າຝັ່ງ ເພາະພວກເພິ່ນຢູ່ໄກຈາກຝັ່ງພຽງແຕ່ຮ້ອຍແມັດເທົ່ານັ້ນ. |
|
| 9 |
|
| ເມື່ອພວກເພິ່ນຂຶ້ນມາເຖິງຝັ່ງແລ້ວ ກໍເຫັນຖ່ານໄຟລຸກຢູ່ພ້ອມທັງມີປາ ແລະເຂົ້າຈີ່ຂາງໄວ້. |
|
| 10 |
|
| ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເພິ່ນວ່າ, “ຈົ່ງເອົາປາບາງໂຕທີ່ພວກເຈົ້າຈັບໄດ້ມາ.” |
|
| 11 |
|
| ຊີໂມນເປໂຕຈຶ່ງເຂົ້າໄປໃນເຮືອ ດຶງມອງຂຶ້ນຝັ່ງ ມີປາໂຕໃຫຍ່ເຕັມຢູ່ ຈຳນວນໜຶ່ງຮ້ອຍຫ້າສິບສາມໂຕ, ເຖິງວ່າ ມີປາຫລວງຫລາຍປານນັ້ນ ມອງກໍຍັງບໍ່ຂາດ. |
|
| 12 |
|
| ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ຈົ່ງພາກັນມາກິນເຂົ້າສາ,” ໃນຈຳນວນພວກສາວົກບໍ່ມີຜູ້ໃດກ້າຖາມເລີຍວ່າ ທ່ານແມ່ນຜູ້ໃດ? ເພາະພວກເພິ່ນຮູ້ວ່າ ພຣະອົງແມ່ນອົງພຣະຜູ້ເປັນເຈົ້າ. |
|
| 13 |
|
| ແລ້ວພຣະເຢຊູເຈົ້າກໍເຂົ້າມາຈັບເອົາເຂົ້າຈີ່ ແລະປາຢາຍໃຫ້ພວກເພິ່ນ. |
|
| 14 |
|
| ນີ້ເປັນເທື່ອທີສາມ ທີ່ພຣະເຢຊູເຈົ້າປາກົດແກ່ພວກສາວົກ ຫລັງຈາກທີ່ພຣະອົງເປັນຄືນມາຈາກຕາຍ. |
|
| 15 |
|
| ຫລັງຈາກກິນເຂົ້າແລ້ວ ພຣະເຢຊູເຈົ້າກ່າວແກ່ຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາຫລາຍກວ່າສິ່ງເຫຼົ່ານີ້ບໍ?” ເປໂຕຕອບວ່າ, “ໂດຍ ພຣະອົງເຈົ້າເອີຍ ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ.” ພຣະອົງຈຶ່ງສັ່ງເປໂຕວ່າ, “ຈົ່ງລ້ຽງແກະໜຸ່ມຂອງເຮົາເດີ.” |
|
| 16 |
|
| ພຣະອົງກ່າວແກ່ເປໂຕເປັນຄັ້ງທີສອງວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາບໍ?” ເປໂຕຕອບວ່າ, “ໂດຍ ພຣະອົງເຈົ້າເອີຍ, ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະອົງຈຶ່ງສັ່ງວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເດີ.” |
|
| 17 |
|
| ແລ້ວພຣະອົງກໍກ່າວແກ່ເປໂຕເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ ເຈົ້າຮັກເຮົາບໍ?” ເປໂຕທຸກໃຈທີ່ພຣະເຢຊູເຈົ້າໄດ້ຖາມຕົນເຖິງສາມເທື່ອວ່າ, “ເຈົ້າຮັກເຮົາບໍ?” ສະນັ້ນ ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຮູ້ຈັກທຸກໆສິ່ງ ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ. |
|
| 18 |
|
| ເຮົາບອກເຈົ້າຕາມຄວາມຈິງວ່າ ເມື່ອເຈົ້າຍັງໜຸ່ມ ເຈົ້າຄາດແອວຂອງເຈົ້າເອງ ແລະທຽວໄປມາທາງໃດຕາມໃຈມັກ, ແຕ່ເມື່ອເຈົ້າເຖົ້າແກ່ແລ້ວ ເຈົ້າຈະຢຽດມືຂອງເຈົ້າອອກ ແລະຄົນອື່ນຈະຄາດແອວໃຫ້ ແລະຈະພາເຈົ້າໄປໃນບ່ອນທີ່ເຈົ້າບໍ່ຢາກໄປ.” ( |
|
| 19 |
|
| ພຣະອົງກ່າວດັ່ງນີ້ ໝາຍເຖິງວິທີທີ່ເປໂຕຈະຕາຍ ແລະຈະນຳກຽດຕິຍົດມາສູ່ພຣະເຈົ້າ.) ເມື່ອພຣະອົງກ່າວດັ່ງນີ້ແລ້ວ ພຣະອົງຈຶ່ງສັ່ງເປໂຕວ່າ, “ຈົ່ງຕາມເຮົາມາ.” |
|
| 20 |
|
| ເປໂຕຫລຽວຫລັງເຫັນສາວົກຜູ້ທີ່ພຣະອົງຊົງຮັກຕາມມາ ຄືຜູ້ທີ່ນັ່ງເນີ້ງຕົວອີງໃສ່ພຣະອົງໃນເວລາຮັບປະທານອາຫານ ແລະເຄີຍໄດ້ຖາມພຣະອົງວ່າ, “ພຣະອົງເຈົ້າເອີຍ, ແມ່ນຜູ້ໃດທີ່ຈະທໍລະຍົດຕໍ່ພຣະອົງ?” |
|
| 21 |
|
| ເມື່ອເປໂຕເຫັນສາວົກຄົນນັ້ນແລ້ວ ຈຶ່ງຖາມພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າເອີຍ ຜູ້ນີ້ເດຈະເປັນຢ່າງໃດ?” |
|
| 22 |
|
| ພຣະເຢຊູເຈົ້າຕອບເພິ່ນວ່າ, “ຖ້າເຮົາຢາກໃຫ້ລາວມີຊີວິດຢູ່ຈົນເຮົາກັບມາ ຈະກ່ຽວຂ້ອງອັນໃດກັບເຈົ້າ? ສ່ວນເຈົ້າຈົ່ງຕາມເຮົາມາ.” |
|
| 23 |
|
| ເຫດສະນັ້ນ ຄຳທີ່ວ່າສາວົກຄົນນັ້ນຈະບໍ່ຕາຍ ຈຶ່ງຊ່າລືທົ່ວໄປໃນທ່າມກາງພວກພີ່ນ້ອງ, ແຕ່ພຣະເຢຊູເຈົ້າບໍ່ໄດ້ກ່າວວ່າ ສາວົກຄົນນີ້ຈະບໍ່ຕາຍ, ແຕ່ພຣະອົງກ່າວວ່າ, “ຖ້າເຮົາຢາກໃຫ້ລາວມີຊີວິດຢູ່ຈົນເຮົາກັບມາ ຈະກ່ຽວຂ້ອງອັນໃດກັບເຈົ້າ.” |
|
| 24 |
|
| ແມ່ນສາວົກຄົນນີ້ເອງ ທີ່ໄດ້ເປັນພະຍານເຖິງສິ່ງເຫຼົ່ານີ້ ທັງເປັນຜູ້ທີ່ບັນທຶກເລື່ອງເຫຼົ່ານີ້ໄວ້ດ້ວຍ ແລະພວກເຮົາກໍຮູ້ວ່າ ຄຳຢືນຢັນຂອງເພິ່ນເປັນຄວາມຈິງ. |
|
| 25 |
|
| ພຣະເຢຊູເຈົ້າຍັງໄດ້ກະທຳສິ່ງອື່ນໆອີກຫລາຍຢ່າງ ຖ້າຈະຂຽນໄວ້ຕາມລຳດັບທຸກປະການ ຂ້າພະເຈົ້າຄິດວ່າ ທົ່ວທັງໂລກນີ້ຈະບໍ່ມີບ່ອນພໍ ສຳລັບມ້ຽນໜັງສືຕ່າງໆທີ່ຂຽນນັ້ນ. |
|
|
|
|