|
| 1 |
|
| ເມື່ອພຣະເຢຊູເຈົ້າໄດ້ຮູ້ວ່າ ພວກຟາຣີຊາຍໄດ້ຍິນຂ່າວວ່າພຣະອົງມີສາວົກ ແລະໄດ້ໃຫ້ຜູ້ຄົນຮັບບັບຕິສະມາຫລາຍກວ່າໂຢຮັນ ( |
|
| 2 |
|
| ຄວາມຈິງແລ້ວ ພຣະເຢຊູເຈົ້າບໍ່ໄດ້ໃຫ້ຜູ້ໃດຮັບບັບຕິສະມາ ແຕ່ແມ່ນພວກສາວົກຂອງພຣະອົງທີ່ເປັນຜູ້ໃຫ້). |
|
| 3 |
|
| ພຣະເຢຊູເຈົ້າໄດ້ສະເດັດອອກຈາກແຂວງຢູດາຍ ແລະກັບຄືນໄປແຂວງຄາລີເລ. |
|
| 4 |
|
| ພຣະອົງຈຳເປັນຕ້ອງຜ່ານແຂວງຊາມາເຣຍໄປ. |
|
| 5 |
|
| ພຣະອົງມາເຖິງເມືອງໜຶ່ງຢູ່ໃນແຂວງຊາມາເຣຍ ທີ່ຊື່ວ່າ ຊີຂາ ຊຶ່ງບໍ່ໄກຈາກດິນຕອນທີ່ຢາໂຄບໄດ້ມອບໃຫ້ໂຢເຊັບລູກຊາຍຂອງຕົນ. |
|
| 6 |
|
| ນໍ້າສ້າງຂອງຢາໂຄບກໍຢູ່ໃນທີ່ນັ້ນ. ເມື່ອປະມານທ່ຽງວັນ ພຣະເຢຊູເຈົ້າມີຄວາມອິດເມື່ອຍຍ້ອນການເດີນທາງ ພຣະອົງຈຶ່ງນັ່ງລົງທີ່ແຄມນໍ້າສ້າງນັ້ນ. |
|
| 7 |
|
| ມີຍິງຊາວຊາມາເຣຍຄົນໜຶ່ງ ໄດ້ມາຕັກນໍ້າໃນສ້າງ ພຣະເຢຊູເຈົ້າຈຶ່ງກ່າວກັບນາງວ່າ, “ເຮົາຂໍດື່ມນໍ້າແດ່.” ( |
|
| 8 |
|
| ໃນຂະນະນັ້ນ ພວກສາວົກຂອງພຣະອົງ ໄດ້ເຂົ້າໄປຊື້ອາຫານໃນເມືອງ). |
|
| 9 |
|
| ຍິງຊາວຊາມາເຣຍຕອບພຣະອົງວ່າ, “ດ້ວຍເຫດໃດທ່ານຜູ້ເປັນຄົນຢິວ ຈຶ່ງຂໍດື່ມນໍ້າຈາກຂ້ານ້ອຍ ທີ່ເປັນຄົນຊາມາເຣຍ?” (ຊາວຢິວ ແລະ ຊາວຊາມາເຣຍບໍ່ມີສ່ວນກ່ຽວຂ້ອງກັນ). |
|
| 10 |
|
| ພຣະເຢຊູເຈົ້າຊົງຕອບນາງວ່າ, “ຖ້າເຈົ້າຮູ້ຈັກສິ່ງທີ່ພຣະເຈົ້າໃຫ້ ແລະຮູ້ຈັກຜູ້ທີ່ກຳລັງຂໍດື່ມນໍ້າຈາກເຈົ້າແລ້ວ ເຈົ້າກໍຄົງຈະຂໍຈາກເພິ່ນ ແລະເພິ່ນຈະເອົານໍ້າທີ່ປະກອບດ້ວຍຊີວິດໃຫ້ແກ່ເຈົ້າ.” |
|
| 11 |
|
| ນາງກ່າວຕໍ່ພຣະອົງວ່າ, “ທ່ານເອີຍ ທ່ານບໍ່ມີຫຍັງທີ່ຈະຕັກນໍ້າ ແລະສ້າງນີ້ກໍເລິກ ທ່ານຈະເອົານໍ້າທີ່ປະກອບດ້ວຍຊີວິດນັ້ນມາແຕ່ໃສ? |
|
| 12 |
|
| ຢາໂຄບບັນພະບຸລຸດຂອງພວກຂ້ານ້ອຍ ຜູ້ທີ່ໄດ້ຂຸດນໍ້າສ້າງນີ້ໄວ້ໃຫ້ພວກຂ້ານ້ອຍນັ້ນ ກໍດື່ມນໍ້າຈາກສ້າງນີ້ພ້ອມທັງພວກລູກຊາຍ ແລະຝູງສັດຂອງເພິ່ນ ທ່ານເປັນຜູ້ຍິ່ງໃຫຍ່ກວ່າຢາໂຄບຊັ້ນບໍ?” |
|
| 13 |
|
| ພຣະເຢຊູເຈົ້າຈຶ່ງຕອບນາງວ່າ, “ທຸກຄົນທີ່ດື່ມນໍ້ານີ້ ຍັງຈະຫິວອີກ |
|
| 14 |
|
| ແຕ່ຜູ້ໃດທີ່ດື່ມນໍ້າ ຊຶ່ງເຮົາຈະໃຫ້ນັ້ນ ຈະບໍ່ຢາກອີກຈັກເທື່ອ. ນໍ້າທີ່ເຮົາຈະໃຫ້ນັ້ນຈະກາຍເປັນນໍ້າພຸໃນຕົວຂອງຜູ້ນັ້ນ ແລະຈະພຸ່ງຂຶ້ນເຖິງຊີວິດນິຣັນດອນ.” |
|
| 15 |
|
| ນາງໄດ້ກ່າວຕໍ່ພຣະອົງວ່າ, “ທ່ານເອີຍ ຂໍເອົານໍ້ານັ້ນໃຫ້ຂ້ານ້ອຍດື່ມແດ່ທ້ອນ ເພື່ອຂ້ານ້ອຍຈະບໍ່ຢາກ ແລະຈະບໍ່ໄດ້ມາຕັກນໍ້າທີ່ນີ້ອີກ.” |
|
| 16 |
|
| ພຣະເຢຊູເຈົ້າບອກນາງວ່າ, “ຈົ່ງໄປເອີ້ນຜົວຂອງເຈົ້າມາທີ່ນີ້.” |
|
| 17 |
|
| ນາງໄດ້ຕອບວ່າ, “ຂ້ານ້ອຍບໍ່ມີຜົວ.” ພຣະເຢຊູເຈົ້າຊົງຕອບນາງຄືນວ່າ, “ເຈົ້າເວົ້າຖືກແລ້ວວ່າ ເຈົ້າບໍ່ມີຜົວ. |
|
| 18 |
|
| ເຈົ້າເຄີຍມີຜົວມາແລ້ວຫ້າຄົນ ແລະຜູ້ທີ່ເຈົ້າມີຢູ່ດຽວນີ້ກໍບໍ່ແມ່ນຜົວຂອງເຈົ້າ ສິ່ງທີ່ເຈົ້າເວົ້ານັ້ນກໍເປັນຄວາມຈິງແທ້.” |
|
| 19 |
|
| ນາງກ່າວຕໍ່ພຣະອົງວ່າ, “ທ່ານເອີຍ ຂ້ານ້ອຍເຫັນຄັກແລ້ວວ່າ ທ່ານເປັນຜູ້ທຳນວາຍ. |
|
| 20 |
|
| ບັນພະບຸລຸດຂອງພວກຂ້ານ້ອຍໄດ້ນະມັດສະການພຣະເຈົ້າເທິງພູໜ່ວຍນີ້, ແຕ່ພວກທ່ານວ່າ ສະຖານທີ່ຄວນນະມັດສະການ ກໍຄືນະຄອນເຢຣູຊາເລັມ.” |
|
| 21 |
|
| ພຣະເຢຊູເຈົ້າບອກນາງວ່າ, “ຈົ່ງເຊື່ອໃນເຮົາເທາະ ຄົງມີວັນໜຶ່ງ ພວກເຈົ້າຈະບໍ່ໄດ້ນະມັດສະການພຣະບິດາເຈົ້າຢູ່ເທິງພູນີ້ ຫລືທີ່ນະຄອນເຢຣູຊາເລັມ. |
|
| 22 |
|
| ຊຶ່ງພວກເຈົ້ານະມັດສະການນັ້ນ ພວກເຈົ້າບໍ່ຮູ້ຈັກ ແຕ່ພວກເຮົາຮູ້ດີວ່າ ພວກເຮົານະມັດສະການຜູ້ໃດ ເພາະຄວາມພົ້ນນັ້ນມາທາງຊາວຢິວ. |
|
| 23 |
|
| ແຕ່ເວລານັ້ນໃກ້ເຂົ້າມາ ແລະບັດນີ້ກໍມາເຖິງແລ້ວ ຄືເມື່ອຜູ້ທີ່ນະມັດສະການຢ່າງຖືກຕ້ອງ ຈະນະມັດສະການພຣະບິດາເຈົ້າດ້ວຍຈິດວິນຍານແລະຄວາມຈິງ ເພາະພຣະບິດາເຈົ້າຊອກຫາຄົນຢ່າງນັ້ນແຫຼະ ນະມັດສະການພຣະອົງ. |
|
| 24 |
|
| ພຣະເຈົ້າຊົງເປັນພຣະວິນຍານ ແລະຜູ້ທີ່ນະມັດສະການພຣະອົງ ຕ້ອງນະມັດສະການດ້ວຍຈິດວິນຍານ ແລະຄວາມຈິງ.” |
|
| 25 |
|
| ຍິງຜູ້ນີ້ໄດ້ເວົ້າກັບພຣະເຢຊູເຈົ້າວ່າ, “ຂ້ານ້ອຍຮູ້ວ່າ ພຣະເມຊີອາ (ທີ່ເອີ້ນວ່າ ພຣະຄຣິດ)ຈະມາ ຖ້າພຣະອົງມາແລ້ວ ພຣະອົງຈະບອກທຸກສິ່ງແກ່ພວກຂ້ານ້ອຍ.” |
|
| 26 |
|
| ພຣະເຢຊູເຈົ້າໄດ້ບອກນາງວ່າ, “ເຮົາຜູ້ທີ່ກຳລັງເວົ້າກັບເຈົ້າຢູ່ນີ້ແຫຼະ ຄືຜູ້ນັ້ນ.” |
|
| 27 |
|
| ໃນຂະນະນັ້ນ ພວກສາວົກຂອງພຣະອົງກໍມາເຖິງ ພວກເພິ່ນປະຫລາດໃຈທີ່ເຫັນພຣະເຢຊູເຈົ້າກຳລັງເວົ້າກັບແມ່ຍິງ, ແຕ່ບໍ່ມີຜູ້ໃດຖາມວ່າ, “ທ່ານຕ້ອງການຫຍັງ? ຫລືຖາມພຣະເຢຊູເຈົ້າວ່າ ເປັນຫຍັງພຣະອົງຈຶ່ງເວົ້າກັບນາງ?” |
|
| 28 |
|
| ຍິງຄົນນັ້ນໄດ້ປະໄຫນໍ້າຂອງຕົນ, ກັບຄືນເຂົ້າໄປໃນເມືອງ ແລະບອກຄົນທັງຫລາຍວ່າ, |
|
| 29 |
|
| “ຈົ່ງມາເບິ່ງຊາຍຜູ້ໜຶ່ງ ທີ່ບອກຂ້ອຍເຖິງທຸກໆສິ່ງທີ່ຂ້ອຍໄດ້ເຮັດມາແລ້ວ ຜູ້ນີ້ບໍ່ແມ່ນພຣະຄຣິດບໍ?” |
|
| 30 |
|
| ຄົນທັງຫລາຍຈຶ່ງພາກັນອອກຈາກເມືອງມາຫາພຣະອົງ. |
|
| 31 |
|
| ໃນຂະນະນັ້ນ ພວກສາວົກບອກພຣະອົງວ່າ, “ພຣະອາຈານ ຂໍເຊີນຮັບປະທານອາຫານສາເຖີດ.” |
|
| 32 |
|
| ແຕ່ພຣະອົງຕອບພວກເພິ່ນວ່າ, “ເຮົາມີອາຫານກິນທີ່ພວກເຈົ້າບໍ່ຮູ້.” |
|
| 33 |
|
| ພວກສາວົກຈຶ່ງເລີ່ມຖາມກັນວ່າ, “ມີຄົນເອົາອາຫານມາໃຫ້ເພິ່ນກິນບໍ?” |
|
| 34 |
|
| ພຣະເຢຊູເຈົ້າໄດ້ເວົ້າກັບພວກເພິ່ນວ່າ, “ອາຫານຂອງເຮົາແມ່ນການປະຕິບັດຕາມຄວາມປະສົງຂອງພຣະອົງ ຜູ້ທີ່ໄດ້ໃຊ້ເຮົາມາ ແລະເຮັດໃຫ້ວຽກງານຂອງພຣະອົງສຳເລັດ. |
|
| 35 |
|
| ເຈົ້າທັງຫລາຍເວົ້າວ່າ, ‘ອີກສີ່ເດືອນກໍຈະເຖິງລະດູກ່ຽວເຂົ້າບໍ່ແມ່ນບໍ?’ ນີ້ແຫຼະ ເຮົາບອກພວກເຈົ້າວ່າ, ຈົ່ງເງີຍໜ້າເບິງທົ່ງນາ ເພາະເຂົ້າກໍເຫລືອງພໍກ່ຽວແລ້ວ |
|
| 36 |
|
| ຜູ້ທີ່ກ່ຽວເຂົ້າກໍກຳລັງຮັບຄ່າຈ້າງ ແລະຮວບຮວມເອົາຜົນລະປູກໄວ້ສຳລັບຊີວິດນິຣັນດອນ ເພື່ອທັງຜູ້ຫວ່ານ ແລະຜູ້ເກັບກ່ຽວຈະຊົມຊື່ນຍິນດີນຳກັນ. |
|
| 37 |
|
| ເພາະເຫດນີ້ແຫຼະ ຄຳທີ່ວ່າ, ‘ຄົນໜຶ່ງຫວ່ານ ແລະຄົນໜຶ່ງເກັບກ່ຽວນັ້ນກໍເປັນຄວາມຈິງ.’ |
|
| 38 |
|
| ເຮົາໄດ້ໃຊ້ເຈົ້າທັງຫລາຍໄປເກັບກ່ຽວ ອັນທີ່ເຈົ້າບໍ່ໄດ້ລົງແຮງເຮັດ ຄົນອື່ນໄດ້ລົງແຮງເຮັດໄວ້ ແລະພວກເຈົ້າເປັນຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກການງານຂອງພວກເຂົາ.” |
|
| 39 |
|
| ຊາວຊາມາເຣຍເປັນຈຳນວນຫລວງຫລາຍໃນເມືອງນີ້ໄດ້ເຊື່ອໃນພຣະອົງ ເພາະຖ້ອຍຄຳທີ່ຍິງນັ້ນໄດ້ເປັນພະຍານວ່າ, “ເພິ່ນໄດ້ບອກຂ້ອຍກ່ຽວກັບທຸກໆສິ່ງທີ່ຂ້ອຍໄດ້ເຮັດມາ.” |
|
| 40 |
|
| ດັ່ງນັ້ນ ເມື່ອຊາວຊາມາເຣຍມາຫາພຣະອົງ ພວກເຂົາຈຶ່ງຂໍຮ້ອງໃຫ້ພຣະອົງຢູ່ກັບພວກເຂົາ ແລະພຣະອົງກໍຢູ່ທີ່ນັ້ນສອງວັນ. |
|
| 41 |
|
| ມີຄົນອື່ນອີກຈຳນວນຫລວງຫລາຍທີ່ໄດ້ຮັບເຊື່ອ ເພາະໄດ້ຍິນຖ້ອຍຄຳຂອງພຣະອົງ |
|
| 42 |
|
| ແລະ ພວກເຂົາໄດ້ເວົ້າກັບແມ່ຍິງຄົນນັ້ນວ່າ, “ບັດນີ້ ພວກເຮົາໄດ້ເຊື່ອ ບໍ່ແມ່ນຍ້ອນຄຳເວົ້າຂອງເຈົ້າ ແຕ່ຍ້ອນພວກເຮົາໄດ້ຍິນເພິ່ນເອງເວົ້າ ແລະພວກເຮົາກໍຮູ້ວ່າ ແມ່ນທ່ານຜູ້ນີ້ແທ້ ທີ່ເປັນພຣະຜູ້ໂຜດຊ່ວຍມະນຸດສະໂລກໃຫ້ພົ້ນ.” |
|
| 43 |
|
| ຫລັງຈາກສອງວັນຜ່ານໄປແລ້ວ ພຣະເຢຊູເຈົ້າໄດ້ສະເດັດອອກໄປທີ່ແຂວງຄາລີເລ. ( |
|
| 44 |
|
| ເພາະພຣະເຢຊູເຈົ້າເອງໄດ້ເປັນພະຍານວ່າ, ຜູ້ທຳນວາຍບໍ່ໄດ້ຮັບກຽດ ແລະຄວາມນັບຖືໃນບ້ານເມືອງຂອງຕົນ). |
|
| 45 |
|
| ເມື່ອພຣະອົງໄປຮອດແຂວງຄາລີເລແລ້ວ ຊາວຄາລີເລກໍຕ້ອນຮັບພຣະອົງ ເພາະພວກເຂົາກໍໄດ້ໄປໃນເທດສະການປັດສະຄາທີ່ນະຄອນເຢຣູຊາເລັມ ແລະ ເຫັນທຸກສິ່ງທີ່ພຣະອົງໄດ້ກະທຳໃນພິທີສະຫລອງນັ້ນເໝືອນກັນ. |
|
| 46 |
|
| ແລ້ວພຣະອົງກໍໄດ້ສະເດັດກັບຄືນໄປຍັງບ້ານການາແຂວງຄາລີເລອີກ ບ່ອນທີ່ພຣະອົງໄດ້ເຮັດໃຫ້ນໍ້າກາຍເປັນເຫຼົ້າອະງຸ່ນ ມີລູກຊາຍຂອງຂ້າຣາຊການຄົນໜຶ່ງ ທີ່ເມືອງກາເປນາອູມກຳລັງປ່ວຍຢູ່. |
|
| 47 |
|
| ເມື່ອຂ້າຣາຊການຄົນນີ້ໄດ້ຍິນຂ່າວວ່າ ພຣະເຢຊູເຈົ້າໄດ້ສະເດັດອອກຈາກແຂວງຢູດາຍ ແລະມາຮອດແຂວງຄາລີເລແລ້ວ ເພິ່ນຈຶ່ງໄປຂໍຮ້ອງພຣະອົງ ໃຫ້ມາຮັກສາລູກຊາຍຂອງຕົນທີ່ໃກ້ຈະຕາຍ. |
|
| 48 |
|
| ພຣະເຢຊູເຈົ້າເວົ້າຕໍ່ເພິ່ນວ່າ, “ຖ້າເຈົ້າທັງຫລາຍບໍ່ເຫັນການອັດສະຈັນ ແລະໝາຍສຳຄັນ ພວກເຈົ້າກໍຈະບໍ່ເຊື່ອ.” |
|
| 49 |
|
| ຂ້າຣາຊການຜູ້ນັ້ນຕອບວ່າ, “ພຣະອົງເຈົ້າຂ້າ ຂໍເຊີນທ່ານລົງໄປກ່ອນທີ່ລູກຂ້ານ້ອຍຈະຕາຍ.” |
|
| 50 |
|
| ພຣະເຢຊູເຈົ້າຈຶ່ງກ່າວແກ່ລາວວ່າ, “ຈົ່ງກັບຄືນເມືອສາ, ລູກຂອງເຈົ້າຍັງມີຊີວິດຢູ່.” ຊາຍຄົນນັ້ນໄດ້ເຊື່ອໃນຖ້ອຍຄຳຂອງພຣະເຢຊູເຈົ້າ ແລະລາກັບຄືນເມືອ. |
|
| 51 |
|
| ໃນຂະນະທີ່ລາວກຳລັງກັບຄືນເມືອນັ້ນ ພວກຄົນຮັບໃຊ້ໄດ້ອອກມາຕ້ອນຮັບ ແລະບອກຂ່າວໃຫ້ຮູ້ວ່າ ລູກຊາຍຂອງລາວຍັງມີຊີວິດຢູ່. |
|
| 52 |
|
| ລາວຈຶ່ງຖາມພວກເຂົາເຖິງເວລາທີ່ລູກຊາຍເລີ່ມມີອາການດີຂຶ້ນມາ, ພວກເຂົາຕອບວ່າ, “ລາວດີໄຂ້ມື້ວານນີ້ໃນເວລາບ່າຍໜຶ່ງໂມງ.” |
|
| 53 |
|
| ແລ້ວຜູ້ເປັນພໍ່ກໍຈື່ວ່າ ມັນກົງກັບເວລາທີ່ພຣະເຢຊູເຈົ້າໄດ້ກ່າວແກ່ຕົນວ່າ, ລູກຂອງເຈົ້າຍັງມີຊີວິດຢູ່. ດັ່ງນັ້ນ ລາວກັບທຸກຄົນໃນຄອບຄົວຂອງລາວຈຶ່ງໄດ້ເຊື່ອ. |
|
| 54 |
|
| ນີ້ເປັນໝາຍສຳຄັນການອັດສະຈັນຄັ້ງທີສອງ ທີ່ພຣະເຢຊູເຈົ້າໄດ້ກະທຳ ຫລັງຈາກທີ່ພຣະອົງໄດ້ຈາກແຂວງຢູດາຍໄປຍັງແຂວງຄາລີເລ. |
|
|
|
|