|
| 1 |
|
| ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສະເດັດຂ້າມທະເລສາບຄາລີເລ (ມີຊື່ອີກວ່າທະເລຕີເບເຣຍ). |
|
| 2 |
|
| ປະຊາຊົນຫລວງຫລາຍໄດ້ຕິດຕາມພຣະອົງໄປ ເພາະພວກເຂົາເຫັນການອັດສະຈັນ ທີ່ພຣະອົງໄດ້ຊົງໂຜດຄົນເຈັບໄຂ້ໄດ້ປ່ວຍ. |
|
| 3 |
|
| ພຣະເຢຊູເຈົ້າໄດ້ສະເດັດຂຶ້ນໄປເທິງພູເຂົາ ແລະນັ່ງລົງກັບພວກສາວົກຂອງພຣະອົງ. |
|
| 4 |
|
| ຂະນະນັ້ນ ເທດສະການປັດສະຄາຂອງຊາວຢິວໃກ້ຈະມາເຖິງແລ້ວ. |
|
| 5 |
|
| ພຣະເຢຊູເຈົ້າຫລຽວໄປເຫັນປະຊາຊົນໝູ່ໃຫຍ່ກຳລັງມາຫາພຣະອົງ ພຣະອົງເວົ້າຕໍ່ຟີລິບວ່າ, “ພວກເຮົາຈະຊື້ອາຫານຢູ່ໃສໃຫ້ຄົນເຫຼົ່ານີ້ກິນ?” ( |
|
| 6 |
|
| ພຣະເຢຊູເຈົ້າເວົ້າເຊັ່ນນັ້ນ ກໍເພື່ອຢາກຈະລອງໃຈຟີລິບ ເພາະພຣະອົງຮູ້ແລ້ວວ່າ ຈະເຮັດຢ່າງໃດ). |
|
| 7 |
|
| ຟີລິບຕອບພຣະອົງວ່າ, “ແມ່ນແຕ່ເງິນສອງຮ້ອຍຫລຽນ ຊື້ອາຫານໃຫ້ຄົນເຫຼົ່ານີ້ກິນຜູ້ລະໜ້ອຍກໍຍັງບໍ່ພໍ.” |
|
| 8 |
|
| ສາວົກຄົນໜຶ່ງຊື່ວ່າ ອັນເດອາ ຜູ້ທີ່ເປັນນ້ອງຊາຍຂອງຊີໂມນເປໂຕເວົ້າວ່າ, |
|
| 9 |
|
| “ຢູ່ທີ່ນີ້ມີເດັກນ້ອຍຄົນໜຶ່ງ ທີ່ມີເຂົ້າຈີ່ຫ້າກ້ອນເຮັດດ້ວຍແປ້ງເຂົ້າຝ້າງ ແລະ ປາສອງໂຕ, ແຕ່ຈະບໍ່ພໍສຳລັບຄົນເຫຼົ່ານີ້ທັງໝົດດອກ.” |
|
| 10 |
|
| ພຣະເຢຊູເຈົ້າສັ່ງວ່າ, “ຈົ່ງບອກໃຫ້ປະຊາຊົນນັ່ງລົງ.” (ໃນບ່ອນນີ້ມີຫຍ້າຫລາຍ) ສະນັ້ນ ປະຊາຊົນທັງໝົດຈຶ່ງນັ່ງລົງ ນັບແຕ່ຜູ້ຊາຍມີຢູ່ປະມານຫ້າພັນຄົນ. |
|
| 11 |
|
| ພຣະເຢຊູເຈົ້າຊົງຈັບເອົາເຂົ້າຈີ່ຂຶ້ນມາ ເມື່ອໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ຈຶ່ງໃຫ້ສາວົກແຈກຢາຍແກ່ຄົນທີ່ນັ່ງໃນທີ່ນັ້ນ ສ່ວນປາ ພຣະອົງໄດ້ເຮັດຢ່າງດຽວກັນ ໄດ້ແຈກຕາມທີ່ພວກເຂົາຕ້ອງການ. |
|
| 12 |
|
| ເມື່ອທຸກຄົນກິນອີ່ມແລ້ວ ພຣະອົງໄດ້ບອກພວກສາວົກຂອງພຣະອົງວ່າ, “ຈົ່ງເກັບເອົາຈຳນວນທີ່ເຫຼືອນັ້ນ ຢ່າໃຫ້ມີອັນໃດເສຍໄປ.” |
|
| 13 |
|
| ພວກເຂົາໄດ້ເກັບເອົາຈຳນວນເຂົ້າຈີ່ເຮັດຈາກແປ້ງເຂົ້າຝ້າງ ທີ່ເຫຼືອຈາກປະຊາຊົນໄດ້ກິນແລ້ວນັ້ນ ທັງໝົດໄດ້ສິບສອງກະບຸງ. |
|
| 14 |
|
| ເມື່ອຄົນທັງຫລາຍໄດ້ເຫັນໝາຍສຳຄັນການອັດສະຈັນ ທີ່ພຣະອົງເຮັດ ພວກເຂົາຈຶ່ງເວົ້າວ່າ, “ແນ່ນອນຜູ້ນີ້ຕ້ອງແມ່ນຜູ້ທຳນວາຍ ທີ່ຕ້ອງກຳນົດວ່າຈະມາໃນໂລກນີ້.” |
|
| 15 |
|
| ເມື່ອພຣະເຢຊູເຈົ້າຮູ້ວ່າ, ພວກເຂົາກຳລັງຈະມາຈັບເອົາພຣະອົງໄປແຕ່ງຕັ້ງໃຫ້ເປັນກະສັດຂອງພວກເຂົາ. ດັ່ງນັ້ນ ພຣະອົງຈຶ່ງສະເດັດຂຶ້ນໄປເທິງພູເຂົາອີກ ໂດຍລຳພັງແຕ່ຜູ້ດຽວ. |
|
| 16 |
|
| ເມື່ອຄໍ່າມາ ພວກສາວົກຂອງພຣະອົງໄດ້ລົງໄປທີ່ທະເລສາບ |
|
| 17 |
|
| ແລະ ຂີ່ເຮືອຂ້າມຟາກສູ່ເມືອງກາເປນາອູມ. |
|
| 18 |
|
| ເມື່ອມືດແລ້ວ ພຣະເຢຊູເຈົ້າກໍຍັງບໍ່ທັນໄປຫາພວກເພິ່ນເທື່ອ ໃນເວລານັ້ນລົມພັດມາຢ່າງແຮງຈົນເຮັດໃຫ້ນໍ້າທະເລປັ່ນປ່ວນ. |
|
| 19 |
|
| ພວກສາວົກພາຍເຮືອໄປປະມານຫ້າຫລືຫົກກິໂລແມັດ ພວກເພິ່ນກໍເຫັນພຣະເຢຊູເຈົ້າຍ່າງເທິງໜ້ານໍ້າມາຫາເຮືອຂອງພວກຕົນ ແລະພວກເພິ່ນມີຄວາມສະທ້ານຢ້ານກົວທີ່ສຸດ. |
|
| 20 |
|
| ແລ້ວພຣະເຢຊູເຈົ້າກໍກ່າວກັບພວກເພິ່ນວ່າ, “ຢ່າສູ່ຢ້ານ ແມ່ນເຮົາເອງ.” |
|
| 21 |
|
| ສະນັ້ນ ພວກເພິ່ນຈຶ່ງເຊີນພຣະອົງຂຶ້ນໄປໃນເຮືອ ແລ້ວທັນໃດນັ້ນ ເຮືອກໍເຖິງຝັ່ງບ່ອນທີ່ພວກເພິ່ນມຸ່ງໜ້າໄປນັ້ນ. |
|
| 22 |
|
| ມື້ຕໍ່ມາ ປະຊາຊົນທີ່ຍັງຢູ່ຟາກທະເລສາບເບື້ອງນັ້ນ ເຫັນວ່າວັນກ່ອນມີເຮືອຢູ່ໃນບ່ອນນັ້ນພຽງແຕ່ລຳດຽວ ພວກເຂົາຮູ້ວ່າພຣະເຢຊູເຈົ້າບໍ່ໄດ້ຂີ່ເຮືອລຳນັ້ນ ມີແຕ່ພວກສາວົກຂີ່ຂ້າມໄປເທົ່ານັ້ນ. |
|
| 23 |
|
| ແຕ່ມີເຮືອລຳອື່ນ ຊຶ່ງມາຈາກຕີເບເຣຍມາຈອດຢູ່ໃກ້ກັບບ່ອນທີ່ພວກເຂົາກິນເຂົ້າຈີ່ ຫລັງຈາກທີ່ອົງພຣະຜູ້ເປັນເຈົ້າໄດ້ໂມທະນາຂອບພຣະຄຸນແລ້ວນັ້ນ. |
|
| 24 |
|
| ເມື່ອປະຊາຊົນເຫັນວ່າ ພຣະເຢຊູເຈົ້າບໍ່ຢູ່ໃນທີ່ນັ້ນ ແລະພວກສາວົກຂອງພຣະອົງກໍບໍ່ຢູ່ທີ່ນັ້ນເໝືອນກັນ ພວກເຂົາຈຶ່ງຂີ່ເຮືອໄປທີ່ເມືອງກາເປນາອູມ ເພື່ອຊອກຫາພຣະເຢຊູເຈົ້າ. |
|
| 25 |
|
| ເມື່ອປະຊາຊົນພົບພຣະເຢຊູເຈົ້າຢູ່ທາງຟາກທະເລສາບເບື້ອງນັ້ນແລ້ວ ພວກເຂົາຈຶ່ງຖາມພຣະອົງວ່າ, “ພຣະອາຈານ ທ່ານມາຮອດພີ້ຕັ້ງແຕ່ເວລາໃດ?” |
|
| 26 |
|
| ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຈົ້າຊອກຫາເຮົາ ບໍ່ແມ່ນຍ້ອນໄດ້ເຫັນການອັດສະຈັນ ແຕ່ຍ້ອນໄດ້ກິນເຂົ້າຈີ່ອີ່ມ. |
|
| 27 |
|
| ຢ່າພະຍາຍາມຫາອາຫານທີ່ເສຍໄປ ແຕ່ຈົ່ງຫາອາຫານທີ່ຕັ້ງໝັ້ນຢູ່ ຄືອາຫານສຳລັບຊີວິດນິຣັນດອນ ອາຫານນີ້ແມ່ນບຸດມະນຸດທີ່ຈະໃຫ້ແກ່ພວກເຈົ້າ ເພາະແມ່ນພຣະອົງນີ້ແຫຼະ ທີ່ພຣະເຈົ້າຄືພຣະບິດາເຈົ້າໄດ້ປະທັບຕາໝາຍໄວ້ແລ້ວ.” |
|
| 28 |
|
| ພວກເຂົາຖາມພຣະອົງວ່າ, “ພວກຂ້ານ້ອຍຈະຕ້ອງເຮັດແນວໃດ ຈຶ່ງຈະເຮັດການງານຂອງພຣະເຈົ້າໄດ້?” |
|
| 29 |
|
| ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ອັນນີ້ແມ່ນງານຂອງພຣະເຈົ້າ ຄືໃຫ້ເຈົ້າທັງຫລາຍໄດ້ເຊື່ອໃນຜູ້ທີ່ພຣະເຈົ້າໃຊ້ມາ.” |
|
| 30 |
|
| ພວກເຂົາຈຶ່ງຖາມພຣະອົງວ່າ, “ຖ້າດັ່ງນັ້ນ ມີໝາຍສຳຄັນການອັດສະຈັນອັນໃດທີ່ທ່ານຈະເຮັດ ເພື່ອພວກຂ້ານ້ອຍຈະໄດ້ເຫັນ ແລະຈະໄດ້ເຊື່ອໃນທ່ານ? ທ່ານຈະເຮັດຫຍັງແດ່? |
|
| 31 |
|
| ປູ່ຍ່າຕາຍາຍຂອງພວກຂ້ານ້ອຍໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານ ດັ່ງມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າໄດ້ໃຫ້ອາຫານຈາກສະຫວັນແກ່ພວກເພິ່ນກິນ.”’ |
|
| 32 |
|
| ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເຂົ້າຈີ່ທີ່ມາຈາກສະຫວັນນັ້ນ ບໍ່ແມ່ນໂມເຊເອົາໃຫ້ພວກເຈົ້າ ແມ່ນພຣະບິດາເຈົ້າຂອງເຮົາ ທີ່ເອົາເຂົ້າຈີ່ອັນແທ້ ຈາກສະຫວັນໃຫ້ແກ່ພວກເຈົ້າ. |
|
| 33 |
|
| ດ້ວຍວ່າ, ເຂົ້າຈີ່ທີ່ພຣະເຈົ້າໃຫ້ນັ້ນ ຄືທ່ານຜູ້ທີ່ລົງມາຈາກສະຫວັນ ແລະປະທານຊີວິດໃຫ້ແກ່ໂລກ.” |
|
| 34 |
|
| ພວກເຂົາຈຶ່ງເວົ້າກັບພຣະອົງວ່າ, “ພຣະອົງເຈົ້າເອີຍ ຈົ່ງໂຜດໃຫ້ເຂົ້າຈີ່ນັ້ນແກ່ພວກຂ້ານ້ອຍຢູ່ເລື້ອຍໆແດ່ທ້ອນ.” |
|
| 35 |
|
| ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ເຮົາເປັນເຂົ້າຈີ່ແຫ່ງຊີວິດ ຜູ້ທີ່ມາຫາເຮົາຈະບໍ່ຢາກເຂົ້າຈັກເທື່ອ ແລະຜູ້ທີ່ເຊື່ອໃນເຮົາກໍຈະບໍ່ຫິວນໍ້າຈັກເທື່ອ. |
|
| 36 |
|
| ເຮົາບອກພວກເຈົ້າແລ້ວວ່າ, ພວກເຈົ້າໄດ້ເຫັນເຮົາແລ້ວ ແຕ່ພວກເຈົ້າກໍຍັງບໍ່ເຊື່ອ. |
|
| 37 |
|
| ສິ່ງສາລະພັດທີ່ພຣະບິດາເຈົ້າມອບໃຫ້ແກ່ເຮົາ ກໍຈະມາຫາເຮົາ ແລະຜູ້ທີ່ມາຫາເຮົາ ເຮົາຈະບໍ່ຖິ້ມອອກໄປພາຍນອກຈັກເທື່ອ |
|
| 38 |
|
| ເພາະເຮົາໄດ້ລົງມາຈາກສະຫວັນ ບໍ່ແມ່ນເພື່ອເຮັດຕາມໃຈຂອງຕົນເອງ ແຕ່ເພື່ອເຮັດຕາມຄວາມປະສົງຂອງພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ. |
|
| 39 |
|
| ອັນນີ້ ແມ່ນຄວາມປະສົງຂອງພຣະອົງຜູ້ທີ່ໄດ້ຊົງໃຊ້ເຮົາມາ ຄືຄົນທັງຫລາຍທີ່ພຣະອົງໄດ້ມອບໃຫ້ແກ່ເຮົານັ້ນ ເຮົາຈະບໍ່ໃຫ້ເສຍຈັກຄົນ ແຕ່ເພື່ອໃຫ້ເຂົາທຸກຄົນເປັນຄືນມາສູ່ຊີວິດໃນວັນສຸດທ້າຍ. |
|
| 40 |
|
| ດ້ວຍວ່າ, ນີ້ແຫຼະ ແມ່ນຄວາມປະສົງພຣະບິດາເຈົ້າຂອງເຮົາ ຄືໃຫ້ທຸກຄົນທີ່ເຫັນພຣະບຸດ ແລະເຊື່ອໃນພຣະອົງນັ້ນມີຊີວິດນິຣັນດອນ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.” |
|
| 41 |
|
| ດັ່ງນັ້ນ ພວກຢິວຈຶ່ງພາກັນຈົ່ມໃຫ້ພຣະອົງຍ້ອນພຣະອົງໄດ້ກ່າວວ່າ ເຮົາເປັນເຂົ້າຈີ່ທີ່ລົງມາຈາກສະຫວັນ. |
|
| 42 |
|
| ພວກເຂົາໄດ້ເວົ້າວ່າ, “ຜູ້ນີ້ເປັນລູກຊາຍຂອງໂຢເຊັບບໍ່ແມ່ນບໍ? ພວກເຮົາຮູ້ຈັກພໍ່ແມ່ຂອງລາວດີ ດ້ວຍເຫດໃດຄົນນີ້ຈຶ່ງເວົ້າວ່າ, ‘ເຮົາລົງມາຈາກສະຫວັນ?”’ |
|
| 43 |
|
| ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ພວກເຈົ້າຢ່າພາກັນຈົ່ມເທາະ |
|
| 44 |
|
| ບໍ່ມີຜູ້ໃດມາຫາເຮົາໄດ້ ນອກຈາກພຣະບິດາເຈົ້າຜູ້ທີ່ໄດ້ໃຊ້ເຮົາມາ ຊັກນຳຜູ້ນັ້ນມາຫາເຮົາ ແລະເຮົາຈະໃຫ້ລາວເປັນຄືນມາສູ່ຊີວິດໃນວັນສຸດທ້າຍ. |
|
| 45 |
|
| ໃນໜັງສືທຳນວາຍມີຄຳຂຽນໄວ້ວ່າ, ‘ມະນຸດທຸກຄົນຈະໄດ້ຮັບຄຳສັ່ງສອນຈາກພຣະເຈົ້າ’ ທຸກຄົນທີ່ໄດ້ຍິນສຽງພຣະບິດາຂອງເຮົາ ແລະໄດ້ຮຽນຮູ້ຈາກພຣະອົງກໍມາຫາເຮົາ. |
|
| 46 |
|
| ບໍ່ມີຜູ້ໃດໄດ້ເຫັນພຣະບິດາເຈົ້າ ນອກຈາກຜູ້ທີ່ມາຈາກພຣະເຈົ້າ ແມ່ນພຣະອົງນັ້ນແຫຼະ ທີ່ໄດ້ເຫັນພຣະບິດາເຈົ້າ. |
|
| 47 |
|
| ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ, ຜູ້ທີ່ເຊື່ອໃນເຮົາກໍມີຊີວິດນິຣັນດອນ. |
|
| 48 |
|
| ເຮົາເປັນເຂົ້າຈີ່ແຫ່ງຊີວິດ. |
|
| 49 |
|
| ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານ ແລະພວກເຂົາໄດ້ຕາຍໄປ. |
|
| 50 |
|
| ນີ້ແຫຼະ ເປັນເຂົ້າຈີ່ທີ່ລົງມາຈາກສະຫວັນ ເພື່ອຜູ້ທີ່ກິນແລ້ວຈະບໍ່ຕາຍ. |
|
| 51 |
|
| ເຮົາເປັນເຂົ້າຈີ່ແຫ່ງຊີວິດ ທີ່ໄດ້ລົງມາຈາກສະຫວັນ ຖ້າຜູ້ໃດກິນເຂົ້າຈີ່ນີ້ແລ້ວ ຜູ້ນັ້ນຈະມີຊີວິດນິຣັນດອນ ແຕ່ເຂົ້າຈີ່ທີ່ເຮົາຈະໃຫ້ນັ້ນ ແມ່ນເນື້ອກາຍຂອງເຮົາເອງ ຊຶ່ງເຮົາໃຫ້ເພື່ອວ່າໂລກຈະໄດ້ມີຊີວິດຢູ່.” |
|
| 52 |
|
| ຄຳເວົ້າຂອງພຣະເຢຊູເຈົ້າເຮັດໃຫ້ຊາວຢິວເກີດຜິດຖຽງກັນ ພວກເຂົາໄດ້ຖາມກັນວ່າ, “ຄົນນີ້ຈະເອົາເນື້ອກາຍຂອງຕົນໃຫ້ພວກເຮົາກິນໄດ້ຢ່າງໃດ?” |
|
| 53 |
|
| ພຣະເຢຊູເຈົ້າໄດ້ກ່າວຕໍ່ພວກເຂົາວ່າ, “ເຮົາບອກເຈົ້າທັງຫຼາຍຕາມຄວາມຈິງວ່າ ຖ້າພວກເຈົ້າບໍ່ກິນເນື້ອກາຍ ແລະບໍ່ດື່ມເລືອດຂອງບຸດມະນຸດແລ້ວ ເຈົ້າກໍຈະບໍ່ມີຊີວິດໃນຕົວເຈົ້າເອງ. |
|
| 54 |
|
| ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະດື່ມເລືອດຂອງເຮົາ ກໍມີຊີວິດນິຣັນດອນ ແລະເຮົາຈະໃຫ້ຜູ້ນັ້ນ ເປັນຄືນມາສູ່ຊີວິດໃນວັນສຸດທ້າຍ. |
|
| 55 |
|
| ດ້ວຍວ່າ, ເນື້ອກາຍຂອງເຮົາເປັນອາຫານອັນແທ້ ແລະເລືອດຂອງເຮົາກໍເປັນເຄື່ອງດື່ມອັນແທ້. |
|
| 56 |
|
| ຜູ້ທີ່ກິນເນື້ອກາຍຂອງເຮົາແລະດື່ມເລືອດຂອງເຮົາ ກໍມີຊີວິດຢູ່ໃນເຮົາ ແລະ ເຮົາກໍມີຊີວິດຢູ່ໃນຜູ້ນັ້ນ. |
|
| 57 |
|
| ພຣະບິດາເຈົ້າຜູ້ຊົງຊີວິດຢູ່ໄດ້ໃຊ້ເຮົາມາ ແລະເຮົາມີຊີວິດຢູ່ເພາະພຣະບິດາເຈົ້າສັນໃດ ຜູ້ທີ່ກິນເຮົາກໍມີຊີວິດຢູ່ເພາະເຮົາສັນນັ້ນເໝືອນກັນ. |
|
| 58 |
|
| ນີ້ແຫລະ ເປັນເຂົ້າຈີ່ທີ່ໄດ້ລົງມາຈາກສະຫວັນ ບໍ່ເໝືອນກັບທີ່ປູ່ຍ່າຕາຍາຍຂອງເຈົ້າທັງຫລາຍໄດ້ກິນແລ້ວໄດ້ຕາຍໄປ ແຕ່ຜູ້ທີ່ກິນເຂົ້າຈີ່ນີ້ຈະມີຊີວິດນິຣັນດອນ.” |
|
| 59 |
|
| ພຣະເຢຊູເຈົ້າໄດ້ກ່າວຂໍ້ຄວາມທັງຫລາຍເຫຼົ່ານີ້ໃນທຳມະສາລາ ຂະນະທີ່ພຣະອົງໄດ້ສັ່ງສອນຢູ່ໃນເມືອງກາເປນາອູມ. |
|
| 60 |
|
| ເມື່ອສາວົກຂອງພຣະອົງຫລາຍຄົນໄດ້ຍິນເລື່ອງນີ້ ຈຶ່ງເວົ້າກັນວ່າ, “ຄຳເວົ້ານີ້ຮຸນແຮງໂພດ ຜູ້ໃດຈະເຂົ້າໃຈໄດ້.” |
|
| 61 |
|
| ແຕ່ພຣະເຢຊູເຈົ້າຊົງຮູ້ໂດຍພຣະອົງເອງວ່າ, ພວກສາວົກຂອງພຣະອົງໄດ້ຈົ່ມໃນເລື່ອງນີ້ ພຣະອົງຈຶ່ງກ່າວຕໍ່ພວກເພິ່ນວ່າ, “ເລື່ອງນີ້ໄດ້ເຮັດໃຫ້ພວກເຈົ້າຫຍຸ້ງໃຈຊັ້ນບໍ? |
|
| 62 |
|
| ຖ້າເຈົ້າທັງຫລາຍເຫັນບຸດມະນຸດຂຶ້ນເມືອບ່ອນທີ່ພຣະອົງເຄີຍຢູ່ແຕ່ກ່ອນນັ້ນ ພວກເຈົ້າຈະວ່າຢ່າງໃດ? |
|
| 63 |
|
| ແມ່ນພຣະວິນຍານ ທີ່ເຮັດໃຫ້ມີຊີວິດ, ສ່ວນເນື້ອກາຍຂອງມະນຸດນັ້ນ ກໍບໍ່ໃຫ້ປະໂຫຍດຫຍັງໝົດ ຖ້ອຍຄຳທີ່ເຮົາກ່າວແກ່ເຈົ້າທັງຫລາຍນັ້ນ ເປັນວິນຍານແລະເປັນຊີວິດ. |
|
| 64 |
|
| ແຕ່ມີບາງຄົນໃນພວກເຈົ້າຍັງບໍ່ເຊື່ອ,” (ພຣະເຢຊູເຈົ້າຊົງຮູ້ແຕ່ຕົ້ນມາແລ້ວວ່າ ແມ່ນຜູ້ໃດທີ່ບໍ່ເຊື່ອ ແລະ ແມ່ນຜູ້ໃດທີ່ຈະທໍລະຍົດຕໍ່ພຣະອົງ). |
|
| 65 |
|
| ແລະ ພຣະອົງໄດ້ກ່າວວ່າ, “ດ້ວຍເຫດນີ້ ເຮົາຈຶ່ງໄດ້ບອກແກ່ເຈົ້າທັງຫລາຍວ່າ ບໍ່ມີຜູ້ໃດມາຫາເຮົາໄດ້ ນອກຈາກພຣະບິດາເຈົ້າຊົງໂຜດໃຫ້ຜູ້ນັ້ນມາ.” |
|
| 66 |
|
| ດ້ວຍເຫດນີ້ ພວກທີ່ຕິດຕາມພຣະອົງຫລາຍຄົນຈຶ່ງທໍ້ຖອຍ ແລະບໍ່ໄປກັບພຣະອົງອີກ. |
|
| 67 |
|
| ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງຖາມພວກສາວົກສິບສອງຄົນວ່າ, “ພວກເຈົ້າເດ ກໍຢາກໜີໄປຄືກັນບໍ?” |
|
| 68 |
|
| ຝ່າຍຊີໂມນເປໂຕໄດ້ຕອບພຣະອົງວ່າ, “ພຣະອົງເຈົ້າເອີຍ ພວກຂ້ານ້ອຍຈະໜີໄປຫາຜູ້ໃດ? ພຣະອົງເປັນຜູ້ມີຖ້ອຍຄຳແຫ່ງຊີວິດນິຣັນດອນ. |
|
| 69 |
|
| ບັດນີ້ຂ້ານ້ອຍເຊື່ອ ແລະຮູ້ແລ້ວວ່າ, ພຣະອົງເປັນຜູ້ບໍຣິສຸດທີ່ມາຈາກພຣະເຈົ້າ.” |
|
| 70 |
|
| ພຣະເຢຊູເຈົ້າໄດ້ຕອບພວກເພິ່ນຄືນວ່າ, “ເຮົານີ້ແຫຼະ ໄດ້ເລືອກເອົາພວກເຈົ້າສິບສອງຄົນໄວ້ບໍ່ແມ່ນບໍ? ແລະ ຄົນໜຶ່ງໃນພວກເຈົ້າກໍເປັນມານຮ້າຍ.” |
|
| 71 |
|
| ພຣະອົງໝາຍເຖິງຢູດາ ລູກຊາຍຂອງຊີໂມນອິດສະກາຣີອົດ ເພາະລາວເປັນຜູ້ທີ່ຈະທໍລະຍົດຕໍ່ພຣະອົງ ເຖິງແມ່ນລາວເປັນສາວົກຄົນໜຶ່ງໃນຈຳນວນສິບສອງຄົນກໍຕາມ. |
|
|
|
|