|
| 1 |
|
| ທ່ານເທໂອຟີໂລທີ່ນັບຖື: ໃນໜັງສືເຫຼັ້ມທຳອິດ ຂ້າພະເຈົ້າໄດ້ຂຽນເຖິງກິດຈະການທັງໝົດ ຊຶ່ງພຣະເຢຊູເຈົ້າໄດ້ກະທຳ ແລະໄດ້ສັ່ງສອນປະຊາຊົນ ຕັ້ງແຕ່ເວລາທີ່ພຣະອົງເລີ່ມຕົ້ນພາລະກິດຂອງພຣະອົງ |
|
| 2 |
|
| ຈົນເຖິງວັນທີ່ພຣະອົງຖືກຮັບຂຶ້ນສູ່ສະຫວັນ ກ່ອນພຣະອົງຖືກຮັບຂຶ້ນດ້ວຍຣິດເດດຂອງພຣະວິນຍານບໍຣິສຸດເຈົ້ານັ້ນ ພຣະອົງໄດ້ໃຫ້ຄຳແນະນຳ ແກ່ບັນດາຜູ້ທີ່ພຣະອົງໄດ້ເລືອກໄວ້ ຄືພວກອັກຄະສາວົກຂອງພຣະອົງ. |
|
| 3 |
|
| ຫລັງຈາກຄວາມຕາຍຂອງພຣະອົງແລ້ວ ພຣະອົງໄດ້ປາກົດແກ່ພວກເພິ່ນຫລາຍເທື່ອ ເປັນເວລາສີ່ສິບວັນໂດຍພິສູດໃຫ້ເຫັນວ່າ ພຣະອົງໄດ້ເປັນຄືນມາຈາກຕາຍ ແລະມີຊີວິດຢູ່ ພວກເພິ່ນໄດ້ເຫັນພຣະອົງ ແລະພຣະອົງກໍໄດ້ສົນທະນາກັບພວກເພິ່ນ ເຖິງຣາຊອານາຈັກຂອງພຣະເຈົ້າ. |
|
| 4 |
|
| ໃນເວລາທີ່ພວກເພິ່ນມາເຕົ້າໂຮມກັນ ພຣະອົງໄດ້ສັ່ງພວກເພິ່ນດັ່ງນີ້: “ຢ່າອອກໄປຈາກນະຄອນເຢຣູຊາເລັມ, ແຕ່ໃຫ້ຄອຍຮັບຂອງປະທານໃຫ້ ທີ່ພຣະບິດາເຈົ້າຂອງເຮົາໄດ້ສັນຍາໄວ້ ຕາມທີ່ເຮົາໄດ້ບອກພວກເຈົ້າໄວ້ແລ້ວ. |
|
| 5 |
|
| ໂຢຮັນໄດ້ໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ, ແຕ່ໃນບໍ່ເທົ່າໃດວັນຕໍ່ໄປນີ້ ພວກເຈົ້າຈະໄດ້ຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດເຈົ້າ.” |
|
| 6 |
|
| ເມື່ອພວກອັກຄະສາວົກມາເຕົ້າໂຮມກັນ ເພື່ອພົບພຣະເຢຊູເຈົ້າ ພວກເພິ່ນຈຶ່ງຖາມພຣະອົງວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຈະໃຫ້ຊົນຊາດອິດສະຣາເອນໄດ້ຮັບອຳນາດຄືນໃນເວລານີ້ບໍ?” |
|
| 7 |
|
| ພຣະເຢຊູເຈົ້າຊົງຕອບພວກເພິ່ນວ່າ, “ບໍ່ແມ່ນໜ້າທີ່ຂອງພວກເຈົ້າ ທີ່ຈະຮູ້ເວລາ ຫລືຍາມກຳນົດ ຊຶ່ງພຣະບິດາເຈົ້າໄດ້ຊົງຕັ້ງໄວ້ ດ້ວຍສິດຂອງພຣະອົງເອງ. |
|
| 8 |
|
| ແຕ່ເຈົ້າທັງຫລາຍຈະໄດ້ຮັບພຣະຣາຊທານຣິດເດດ ເມື່ອພຣະວິນຍານບໍຣິສຸດເຈົ້າ ຈະສະເດັດມາເທິງພວກເຈົ້າ ແລະພວກເຈົ້າຈະເປັນພະຍານໃຫ້ແກ່ເຮົາ ໃນນະຄອນເຢຣູຊາເລັມ ຕະຫລອດທົ່ວແຂວງຢູດາຍ ກັບແຂວງຊາມາເຣຍ ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ.” |
|
| 9 |
|
| ຫລັງຈາກກ່າວເຊັ່ນນີ້ແລ້ວ ພຣະເຢຊູເຈົ້າກໍຖືກຮັບຂຶ້ນສູ່ສະຫວັນຕໍ່ໜ້າຂອງພວກເພິ່ນ ຈົນເມກມາບັງລັບພຣະອົງໄວ້ ຈາກສາຍຕາຂອງພວກເພິ່ນ. |
|
| 10 |
|
| ເມື່ອພວກເພິ່ນຍັງແນມເບິ່ງທ້ອງຟ້າ ໃນຂະນະທີ່ພຣະອົງຂຶ້ນໄປນັ້ນ ໃນທັນໃດ ກໍມີສອງຄົນນຸ່ງເຄື່ອງຂາວເປັນປະກາຍຢືນຢູ່ໃກ້ໆພວກເພິ່ນ |
|
| 11 |
|
| ແລະກ່າວວ່າ, “ຊາວຄາລີເລເອີຍ, ເປັນຫຍັງພວກເຈົ້າຈຶ່ງຢືນເບິ່ງທ້ອງຟ້າ? ພຣະເຢຊູເຈົ້າອົງນີ້ທີ່ຖືກຮັບໄປຈາກພວກເຈົ້າ ຂຶ້ນສູ່ສະຫວັນແລ້ວ ພຣະອົງຈະມາປາກົດຢ່າງທີ່ພວກເຈົ້າໄດ້ເຫັນພຣະອົງຂຶ້ນສູ່ສະຫວັນນັ້ນແຫຼະ.” |
|
| 12 |
|
| ແລ້ວພວກອັກຄະສາວົກກໍໄດ້ຈາກພູເຂົາໝາກກອກເທດ ກັບຄືນມານະຄອນເຢຣູຊາເລັມ ຊຶ່ງໄກປະມານໜຶ່ງກິໂລແມັດຈາກທີ່ນັ້ນ. |
|
| 13 |
|
| ເມື່ອເຂົ້າໄປໃນນະຄອນແລ້ວ ພວກເພິ່ນກໍຂຶ້ນໄປທີ່ຫ້ອງຊັ້ນເທິງ ບ່ອນທີ່ພວກເພິ່ນເຄີຍພັກເຊົາ ໃນພວກເພິ່ນມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບກັບໂທມາ, ບາຣະໂທໂລມາຍ ກັບມັດທາຍ, ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນຜູ້ຮັກຊາດ ແລະ ຢູດາ ລູກຊາຍຂອງຢາໂກໂບ. |
|
| 14 |
|
| ຄົນເຫຼົ່ານີ້ທັງໝົດໄດ້ຮ່ວມໃຈກັນພາວັນນາອະທິຖານປະຈຳສະໝໍ່າສະເໝີ ໂດຍມີພວກແມ່ຍິງ ມາຣີແມ່ຂອງພຣະເຢຊູເຈົ້າ ແລະພວກນ້ອງຊາຍຂອງພຣະອົງກໍຮ່ວມຢູ່ດ້ວຍ. |
|
| 15 |
|
| ໃນວັນຕໍ່ມາ ກໍມີການນະມັດສະການຂອງບັນດາຄົນທີ່ເຊື່ອ ໂດຍມີຜູ້ມາລວມທັງໝົດປະມານຮ້ອຍຊາວຄົນ ຝ່າຍເປໂຕຈຶ່ງຢືນຂຶ້ນ ແລະກ່າວແກ່ຄົນເຫຼົ່ານີ້ວ່າ, |
|
| 16 |
|
| “ພີ່ນ້ອງທັງຫລາຍເອີຍ, ຂໍ້ຄວາມໃນພຣະຄຳພີທີ່ພຣະວິນຍານບໍຣິສຸດເຈົ້າກ່າວໄວ້ລ່ວງໜ້າ ໂດຍຜ່ານທາງກະສັດດາວິດຕ້ອງສຳເລັດເປັນຈິງ, ຂໍ້ຄວາມນັ້ນເວົ້າເຖິງຢູດາ ຜູ້ທີ່ນຳພາຄົນທັງຫລາຍໄປຈັບກຸມພຣະເຢຊູເຈົ້າ. |
|
| 17 |
|
| ຢູດາເປັນຄົນໜຶ່ງໃນພວກເຮົາ ລາວໄດ້ຮັບສ່ວນໃນງານນີ້ເໝືອນກັນ.” ( |
|
| 18 |
|
| ດ້ວຍເງິນທີ່ຢູດາໄດ້ມາຈາກການກະທຳຊົ່ວຂອງຕົນ ໄປຊື້ດິນຕອນໜຶ່ງ; ລາວລົ້ມຟາດລົງທີ່ດິນຕອນນີ້ ຈົນເລົາຄີງແຕກ ແລະໄສ້ໂລ່ອອກມາທັງໝົດ. |
|
| 19 |
|
| ຊາວນະຄອນເຢຣູຊາເລັມທຸກຄົນ ຕ່າງກໍໄດ້ຮູ້ເຖິງເຫດການນີ້. ດັ່ງນັ້ນ ພວກເຂົາຈຶ່ງເອີ້ນດິນຕອນນີ້ຕາມພາສາຂອງພວກຕົນວ່າ ອະເກັນດາມາ ຊຶ່ງໝາຍຄວາມວ່າ ນາເລືອດ) |
|
| 20 |
|
| “ເພາະມີຄຳຂຽນໄວ້ໃນພຣະທຳເພງສັນລະເສີນວ່າ, ‘ຂໍໃຫ້ທີ່ຢູ່ຂອງມັນຮົກຮ້າງຫວ່າງເປົ່າໄປ ຢ່າໃຫ້ມີຜູ້ໃດເຂົ້າໄປອາໄສຢູ່ໃນທີ່ນັ້ນ.’ ແລະ ຍັງມີຂໍ້ຄວາມຂຽນໄວ້ອີກວ່າ, ‘ສ່ວນໜ້າທີ່ຂອງມັນໃຫ້ຄົນອື່ນຮັບແທນ ຊຶ່ງມັນເຄີຍໄດ້ຮັບໃຊ້ມານັ້ນ.’ |
|
| 21 |
|
| ດ້ວຍເຫດນັ້ນ ໃນບັນດາຜູ້ທີ່ເປັນພວກດຽວກັບເຮົາ ຕະຫລອດເວລາທີ່ອົງພຣະເຢຊູເຈົ້າສະເດັດໄປມາກັບພວກເຮົາ, |
|
| 22 |
|
| ຄືຕັ້ງແຕ່ບັບຕິສະມາຂອງໂຢຮັນ ຈົນເຖິງວັນທີ່ພຣະເຈົ້າຊົງຮັບພຣະອົງຂຶ້ນເມືອຈາກພວກເຮົາ ຄົນໜຶ່ງໃນພວກນີ້ຈະຕ້ອງກາຍເປັນພະຍານກັບພວກເຮົາວ່າ, ພຣະອົງຊົງຄືນພຣະຊົນແລ້ວ.” |
|
| 23 |
|
| ດັ່ງນັ້ນ ພວກເພິ່ນຈຶ່ງສະເໜີຊາຍສອງຄົນ ຄືໂຢເຊັບ ແລະ ມັດເທຍ, ສ່ວນໂຢເຊັບນັ້ນມີຊື່ອີກວ່າ ບາຣະຊັບບາ ແລະມີນາມສະກຸນວ່າ ຢູສະໂຕ. |
|
| 24 |
|
| ແລ້ວພວກເພິ່ນກໍພາກັນພາວັນນາອະທິຖານວ່າ, “ຂ້າແດ່ພຣະອົງເຈົ້າ ພຣະອົງຢັ່ງຮູ້ຄວາມນຶກຄິດຈິດໃຈຂອງທຸກຄົນ. ສະນັ້ນ ໂຜດຊີ້ບອກວ່າໃນສອງຄົນນີ້ພຣະອົງໄດ້ເລືອກເອົາຜູ້ໃດ |
|
| 25 |
|
| ເພື່ອໃຫ້ຮັບໃຊ້ເປັນອັກຄະສາວົກແທນໜ້າທີ່ຂອງຢູດາ ຜູ້ທີ່ຈາກໄປສູ່ບ່ອນທີ່ລາວສົມຄວນຕ້ອງໄປ.” |
|
| 26 |
|
| ແລ້ວພວກເພິ່ນກໍໃຊ້ສະຫລາກ ເພື່ອເລືອກເອົາຜູ້ໜຶ່ງໃນສອງຄົນນີ້ ແລະຜູ້ທີ່ຖືກເລືອກໄດ້ແມ່ນມັດເທຍ. ດັ່ງນັ້ນ ມັດເທຍຈຶ່ງຖືກນັບເຂົ້າເປັນຄົນໜຶ່ງ ໃນພວກອັກຄະສາວົກສິບເອັດຄົນນັ້ນ. |
|
|
|
|