|
| 1 |
|
| ຢູ່ທີ່ເມືອງກາຍຊາເຣຍ ຍັງມີຊາຍຄົນໜຶ່ງຊື່ວ່າໂກເນລີໂອ ເພິ່ນເປັນນາຍຮ້ອຍຢູ່ໃນກອງທະຫານທີ່ຊື່ວ່າ, “ກອງອີຕາລີ.” |
|
| 2 |
|
| ໂກເນລີໂອເປັນຜູ້ຖືສາສະໜາຢ່າງຖືກຕ້ອງ ແລະທຸກຄົນໃນຄອບຄົວຂອງເພິ່ນ ຕ່າງກໍຢຳເກງພຣະເຈົ້າ ເພິ່ນເຄີຍໃຫ້ທານຢ່າງຫລວງຫລາຍ ເພື່ອຊ່ວຍຜູ້ຍາກຈົນ ແລະພາວັນນາອະທິຖານຫາພຣະເຈົ້າຢ່າງສະໝໍ່າສະເໝີບໍ່ໄດ້ຂາດ. |
|
| 3 |
|
| ຢູ່ມາວັນໜຶ່ງ ປະມານບ່າຍສາມໂມງ ເພິ່ນໄດ້ເຫັນນິມິດ ໃນນິມິດນັ້ນ ເພິ່ນເຫັນເທວະດາຂອງພຣະເຈົ້າຕົນໜຶ່ງຢ່າງຄັກແນ່ເຂົ້າມາ ແລະກ່າວແກ່ເພິ່ນວ່າ, “ໂກເນລີໂອເອີຍ.” |
|
| 4 |
|
| ເມື່ອເພິ່ນເພັ່ງຕາເບິ່ງເທວະດາຕົນນັ້ນ ດ້ວຍຄວາມສະດຸ້ງຕົກໃຈ ຈຶ່ງຖາມວ່າ, “ແມ່ນເລື່ອງຫຍັງນໍ ພຣະອົງເຈົ້າເອີຍ?” ເທວະດາຕອບວ່າ, “ພຣະເຈົ້າພໍໃຈນຳຄຳພາວັນນາອະທິຖານ ແລະການໃຫ້ທານຂອງເຈົ້າ ທີ່ໄດ້ຂຶ້ນໄປເຖິງພຣະອົງ ຈຶ່ງເປັນເຫດໃຫ້ພຣະອົງລະນຶກເຖິງເຈົ້າ. |
|
| 5 |
|
| ບັດນີ້ ຈົ່ງໃຊ້ບາງຄົນໄປທີ່ເມືອງຢົບປາ ເພື່ອເຊີນເອົາຊາຍຜູ້ໜຶ່ງ ຊື່ວ່າ ຊີໂມນ ຜູ້ມີຊື່ໜຶ່ງອີກວ່າເປໂຕ. |
|
| 6 |
|
| ລາວເປັນແຂກອາໄສຢູ່ນຳຊ່າງຟອກໜັງຄົນໜຶ່ງ ທີ່ຊື່ວ່າຊີໂມນ ຜູ້ທີ່ມີເຮືອນຢູ່ແຄມທະເລ.” |
|
| 7 |
|
| ແລ້ວເທວະດາຕົນນັ້ນກໍຈາກໄປ. ດັ່ງນັ້ນ ໂກເນລີໂອໄດ້ເອີ້ນຄົນຮັບໃຊ້ປະຈຳເຮືອນຂອງຕົນສອງຄົນເຂົ້າມາ ພ້ອມກັບທະຫານຄົນໜຶ່ງທີ່ຖືສາສະໜາຢ່າງເຄັ່ງຄັດ ແລະເປັນຄົນໜຶ່ງໃນພວກທະຫານທີ່ຄອຍຮັບໃຊ້ຕົນ. |
|
| 8 |
|
| ເມື່ອໄດ້ເລົ່າເຫດການທີ່ເກີດຂຶ້ນທັງໝົດສູ່ພວກເຂົາຟັງແລ້ວ ເພິ່ນກໍໃຊ້ພວກເຂົາໄປທີ່ເມືອງຢົບປາ. |
|
| 9 |
|
| ຕອນທ່ຽງວັນໃນວັນຕໍ່ມາ ເມື່ອພວກເຂົາເດີນທາງມາ ແລະໃກ້ຈະຮອດເມືອງຢົບປານັ້ນ ເປໂຕໄດ້ຂຶ້ນໄປເທິງຫລັງຄາພຽງ ເພື່ອພາວັນນາອະທິຖານ. |
|
| 10 |
|
| ເພິ່ນຮູ້ສຶກຫິວແລະຢາກກິນເຂົ້າ ໃນຂະນະທີ່ພວກເຂົາຕຽມອາຫານຢູ່ນັ້ນ ເພິ່ນກໍໄດ້ເຫັນນິມິດ. |
|
| 11 |
|
| ເປໂຕເຫັນທ້ອງຟ້າໄຂອອກ ແລະມີສິ່ງໜຶ່ງກຳລັງລົງມາ ເບິ່ງຄືກັບຜ້າຜືນໃຫຍ່ ມີເຊືອກຜູກທັງສີ່ແຈຖືກຢ່ອນລົງມາເທິງໜ້າດິນ. |
|
| 12 |
|
| ໃນຜ້າຜືນນັ້ນ ມີສັດທຸກຊະນິດ ຄືສັດສີ່ຕີນ ສັດເລືອຄານ ແລະ ນົກທັງຫລາຍ. |
|
| 13 |
|
| ແລ້ວກໍມີສຽງໜຶ່ງກ່າວແກ່ເພິ່ນວ່າ, “ເປໂຕເອີຍ ຈົ່ງລຸກຂຶ້ນ ແລ້ວຂ້າກິນເສຍ.” |
|
| 14 |
|
| ແຕ່ເປໂຕຕອບວ່າ, “ພຣະອົງເຈົ້າເອີຍ ເປັນໄປບໍ່ໄດ້ເດັດຂາດ ເພາະຕາມທຳນຽມແລ້ວ ຂ້ານ້ອຍບໍ່ເຄີຍກິນສິ່ງໃດທີ່ບໍ່ໄດ້ຖືກຊຳລະໃຫ້ສະອາດ ແລະສິ່ງທີ່ເປັນມົນທິນ.” |
|
| 15 |
|
| ສຽງນັ້ນກ່າວແກ່ເພິ່ນເປັນຄັ້ງທີສອງອີກວ່າ, “ສິ່ງທີ່ພຣະເຈົ້າປະກາດວ່າ ຖືກຊຳລະແລ້ວ ຢ່າຖືວ່າເປັນສິ່ງທີ່ຕ້ອງຫ້າມເລີຍ.” |
|
| 16 |
|
| ເຫດການເຊັ່ນນີ້ໄດ້ເກີດຂຶ້ນເຖິງສາມເທື່ອ ແລ້ວສິ່ງນັ້ນກໍຖືກຮັບຂຶ້ນໄປໃນທ້ອງຟ້າຄືນທັນທີ. |
|
| 17 |
|
| ຂະນະທີ່ເປໂຕຍັງຄິດບໍ່ອອກວ່າ ນິມິດທີ່ຕົນໄດ້ເຫັນນັ້ນມີຄວາມໝາຍຢ່າງໃດ ແລະເບິ່ງແມ! ຄົນທີ່ໂກເນລີໂອໄດ້ໃຊ້ມານັ້ນ ເມື່ອໄດ້ສອບຖາມຫາເຮືອນຂອງຊີໂມນ ແລະໄດ້ຮູ້ວ່າຢູ່ທີ່ໃດແລ້ວ ພວກເຂົາກໍໄດ້ມາຢືນຢູ່ທີ່ໜ້າປະຕູເຮືອນ. |
|
| 18 |
|
| ພວກເຂົາຮ້ອງຖາມຂຶ້ນວ່າ, “ທ່ານຊີໂມນ ຜູ້ມີຊື່ໜຶ່ງອີກວ່າເປໂຕ ພັກຢູ່ທີ່ນີ້ຫລືບໍ່?” |
|
| 19 |
|
| ຂະນະທີ່ເປໂຕກຳລັງຄິດຊອກຫາ ທີ່ຈະເຂົ້າໃຈຄວາມໝາຍຂອງນິມິດນັ້ນຢູ່ ພຣະວິນຍານບໍຣິສຸດເຈົ້າກໍກ່າວແກ່ເພິ່ນວ່າ, “ເບິ່ງແມ! ມີຊາຍສາມຄົນ ມາຖາມຫາເຈົ້າ. |
|
| 20 |
|
| ບັດນີ້ ຈົ່ງລຸກຂຶ້ນ ແລ້ວລົງໄປຂ້າງລຸ່ມ ແລະຢ່າລັງເລໃຈທີ່ຈະໄປກັບພວກເຂົາ ເພາະແມ່ນເຮົາເອງທີ່ໄດ້ໃຊ້ພວກເຂົາມາ.” |
|
| 21 |
|
| ດັ່ງນັ້ນ ເປໂຕຈຶ່ງລົງໄປພົບ ແລະບອກກັບພວກເຂົາວ່າ, “ເຮົານີ້ແຫຼະ ແມ່ນຜູ້ທີ່ພວກເຈົ້າກຳລັງຊອກຫາ, ດ້ວຍເຫດໃດພວກເຈົ້າຈຶ່ງມາທີ່ນີ້?” |
|
| 22 |
|
| ພວກເຂົາຈຶ່ງຕອບວ່າ, “ນາຍຮ້ອຍໂກເນລີໂອເປັນຄົນສັດຊື່ ແລະຢຳເກງພຣະເຈົ້າ ທັງເປັນຜູ້ມີຊື່ສຽງດີໃນທ່າມກາງບັນດາຊາວຢິວ ເພິ່ນຜູ້ນັ້ນໄດ້ຮັບຄຳສັ່ງຈາກເທວະດາບໍຣິສຸດຕົນໜຶ່ງ ໃຫ້ມາເຊີນທ່ານໄປທີ່ເຮືອນຂອງເພິ່ນ ເພື່ອຈະໄດ້ຟັງຖ້ອຍຄຳຈາກທ່ານ.” |
|
| 23 |
|
| ເປໂຕຈຶ່ງເຊີນພວກເຂົາເຂົ້າມາພັກນຳຕົນ. ໃນວັນຕໍ່ມາ ເປໂຕກໍໄດ້ລຸກຂຶ້ນ ແລະໄປກັບພວກເຂົາ ແລະຍັງມີພີ່ນ້ອງທີ່ເຊື່ອບາງຄົນໃນເມືອງຢົບປາ ກໍໄປນຳເພິ່ນດ້ວຍ. |
|
| 24 |
|
| ວັນຕໍ່ມາ ເປໂຕໄດ້ມາເຖິງເມືອງກາຍຊາເຣຍ. ສ່ວນໂກເນລີໂອນັ້ນກຳລັງຄອຍຖ້າຕ້ອນຮັບເປໂຕ ໂດຍໄດ້ເຊີນເອົາຍາດຕິພີ່ນ້ອງ ແລະໝູ່ເພື່ອນສະໜິດມາເຕົ້າໂຮມກັນຢູ່. |
|
| 25 |
|
| ເມື່ອເປໂຕກ້າວເຂົ້າໄປ ໂກເນລີໂອກໍອອກມາຕ້ອນຮັບ ໂດຍຂາບລົງທີ່ຕີນຂອງເປໂຕ. |
|
| 26 |
|
| ແຕ່ເປໂຕດຶງໂກເນລີໂອໃຫ້ລຸກຂຶ້ນ ແລະເວົ້າວ່າ, “ຈົ່ງຢືນຂຶ້ນ ເຮົາເອງກໍເປັນພຽງແຕ່ມະນຸດເໝືອນກັນ.” |
|
| 27 |
|
| ເປໂຕສົນທະນາກັບໂກເນລີໂອ ໃນຂະນະທີ່ຍ່າງເຂົ້າໄປໃນເຮືອນ ແລະໃນທີ່ນັ້ນ ເພິ່ນໄດ້ພົບຫລາຍຄົນທີ່ເຕົ້າໂຮມກັນຢູ່. |
|
| 28 |
|
| ເປໂຕໄດ້ກ່າວກັບຄົນເຫຼົ່ານັ້ນວ່າ, “ທ່ານທັງຫລາຍຮູ້ດີວ່າ ການທີ່ຄົນຢິວຈະມາຢ້ຽມຢາມ ຫລືເຂົ້າຮ່ວມຄົບຫາສະມາຄົມກັບຄົນຕ່າງຊາດ ກໍເປັນການຕ້ອງຫ້າມ, ແຕ່ພຣະເຈົ້າໄດ້ໂຜດສຳແດງໃຫ້ຂ້າພະເຈົ້າເຫັນວ່າ ບໍ່ຕ້ອງຖືຄົນໃດຄົນໜຶ່ງວ່າເປັນຄົນຕ້ອງຫ້າມ ຫລືເປັນມົນທິນ. |
|
| 29 |
|
| ສະນັ້ນ ເມື່ອພວກທ່ານໃຊ້ຄົນໄປເຊີນຂ້າພະເຈົ້າ, ຂ້າພະເຈົ້າກໍມາໂດຍບໍ່ຂັດຂ້ອງ. ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງຂໍຖາມວ່າ ດ້ວຍເຫດໃດພວກທ່ານຈຶ່ງໄດ້ໃຊ້ຄົນໄປຫາຂ້າພະເຈົ້າ?” |
|
| 30 |
|
| ໂກເນລີໂອຕອບວ່າ, “ໄດ້ສີ່ວັນມາແລ້ວ ທີ່ຂ້ານ້ອຍກຳລັງພາວັນນາອະທິຖານ ຢູ່ທີ່ເຮືອນຂອງຂ້ານ້ອຍ ປະມານເວລານີ້ແຫຼະ ຄືເວລາບ່າຍສາມໂມງ ໃນທັນໃດນັ້ນ ມີຊາຍຄົນໜຶ່ງນຸ່ງເຄື່ອງເຫຼື້ອມໃສ ມາຢືນຢູ່ຕໍ່ໜ້າຂ້ານ້ອຍ. |
|
| 31 |
|
| ເພິ່ນກ່າວວ່າ, ‘ໂກເນລີໂອເອີຍ, ພຣະເຈົ້າໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ ແລະພຣະເຈົ້າໄດ້ລະນຶກເຖິງການໃຫ້ທານທີ່ເຈົ້າໄດ້ເຮັດ. |
|
| 32 |
|
| ດ້ວຍເຫດນັ້ນ ເຈົ້າຈົ່ງໃຊ້ບາງຄົນໄປທີ່ເມືອງຢົບປາ ໄປເຊີນເອົາຊາຍຄົນໜຶ່ງ ຊື່ວ່າຊີໂມນ ແລະມີຊື່ໜຶ່ງອີກວ່າ ເປໂຕ ເພິ່ນເປັນແຂກທີ່ອາໄສຢູ່ນຳຊ່າງຟອກໜັງ ຊື່ວ່າ, ຊີໂມນ ຜູ້ທີ່ມີເຮືອນຢູ່ແຄມທະເລ.’ |
|
| 33 |
|
| ດັ່ງນັ້ນ ຂ້ານ້ອຍຈຶ່ງໃຊ້ຄົນໄປຫາທ່ານໂດຍທັນທີ ແລະທ່ານກໍດີແທ້ໆ ທີ່ໄດ້ກະລຸນາມາ, ບັດນີ້ ພວກຂ້ານ້ອຍທັງໝົດ ກໍພ້ອມກັນຢູ່ຊ້ອງໜ້າພຣະເຈົ້າທີ່ນີ້ແລ້ວ ເພື່ອຈະຟັງທຸກຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ກັບທ່ານ.” |
|
| 34 |
|
| ແລ້ວເປໂຕກໍເລີ່ມຕົ້ນກ່າວວ່າ, “ບັດນີ້ ຂ້າພະເຈົ້າຮູ້ເຫັນຄັກແນ່ແລ້ວວ່າ, ພຣະເຈົ້າເຮັດກັບທຸກຄົນໂດຍບໍ່ເລືອກໜ້າຜູ້ໃດ. |
|
| 35 |
|
| ທຸກຄົນບໍ່ວ່າຊາດໃດກໍຕາມ ທີ່ຢຳເກງພຣະເຈົ້າ ແລະປະຕິບັດໃນສິ່ງທີ່ຖືກຕ້ອງຊອບທຳ ກໍເປັນທີ່ພໍໃຈພຣະອົງ. |
|
| 36 |
|
| ທ່ານທັງຫລາຍກໍຮູ້ຖ້ອຍຄຳ ທີ່ພຣະອົງໄດ້ສົ່ງມາຍັງປະຊາຊົນອິດສະຣາເອນ ໃຫ້ປະກາດຂ່າວປະເສີດເລື່ອງສັນຕິສຸກທາງພຣະເຢຊູຄຣິດເຈົ້າ ພຣະອົງເປັນອົງພຣະຜູ້ເປັນເຈົ້າຂອງມະນຸດທຸກຄົນ. |
|
| 37 |
|
| ພວກທ່ານກໍຮູ້ເຖິງເຫດການອັນຍິ່ງໃຫຍ່ ທີ່ໄດ້ເກີດຂຶ້ນທົ່ວທັງດິນແດນຂອງຢູດາຍ ຄືເຫດການທີ່ໄດ້ເລີ່ມຕົ້ນໃນແຂວງຄາລີເລ. ເມື່ອຫລັງຈາກທີ່ໂຢຮັນໄດ້ປະກາດໃຫ້ທຸກຄົນ ຮັບບັບຕິສະມາຂອງຕົນ. |
|
| 38 |
|
| ພວກທ່ານກໍຮູ້ເຖິງເລື່ອງພຣະເຢຊູເຈົ້າໄທນາຊາເຣັດ ຜູ້ທີ່ພຣະເຈົ້າໄດ້ຫົດສົງດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍຣິດເດດ, ພຣະອົງໄດ້ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ ແລະຊົງໂຜດຮັກສາທຸກຄົນທີ່ຖືກອຳນາດຂອງມານຮ້າຍບຽດບຽນ ເພາະວ່າພຣະເຈົ້າຊົງສະຖິດຢູ່ກັບພຣະອົງ. |
|
| 39 |
|
| ພວກຂ້າພະເຈົ້າເປັນພະຍານເຖິງທຸກໆສິ່ງ ທີ່ພຣະອົງໄດ້ກະທຳໃນດິນແດນຂອງຊາວຢິວ ແລະໃນນະຄອນເຢຣູຊາເລັມ, ແລ້ວພວກເຂົາກໍໄດ້ປະຫານພຣະອົງເສຍ ໂດຍຕອກຄຶງໄວ້ທີ່ໄມ້ກາງແຂນ. |
|
| 40 |
|
| ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາໃນວັນຖ້ວນສາມ ແລະຊົງບັນດານໃຫ້ພຣະອົງປາກົດແຈ້ງ. |
|
| 41 |
|
| ບໍ່ໄດ້ຊົງໃຫ້ປາກົດແກ່ພົນລະເມືອງທົ່ວໄປ, ແຕ່ຊົງປາກົດແກ່ພວກພະຍານ ຊຶ່ງພຣະເຈົ້າຊົງກຳນົດໄວ້ລ່ວງໜ້າ ຄືຊົງປາກົດແກ່ພວກຂ້າພະເຈົ້າ ຜູ້ໄດ້ກິນແລະໄດ້ດື່ມດ້ວຍກັນກັບພຣະອົງ ພາຍຫລັງທີ່ພຣະອົງໄດ້ຊົງຄືນພຣະຊົນ. |
|
| 42 |
|
| ພຣະອົງໄດ້ສັ່ງໃຫ້ພວກຂ້າພະເຈົ້າປະກາດແກ່ຄົນທັງຫລາຍ ແລະໃຫ້ເປັນພະຍານວ່າ ແມ່ນພຣະອົງນີ້ແຫຼະ ທີ່ພຣະເຈົ້າໄດ້ຊົງຕັ້ງໄວ້ໃຫ້ເປັນຜູ້ພິພາກສາ ທັງຄົນເປັນແລະຄົນຕາຍ. |
|
| 43 |
|
| ຜູ້ທຳນວາຍທຸກຄົນກໍໄດ້ກ່າວເຖິງພຣະອົງໂດຍປະກາດວ່າ ທຸກຄົນທີ່ເຊື່ອໃນພຣະອົງ ຈະໄດ້ຮັບການອະໄພບາບກຳໂດຍນາມຊື່ຂອງພຣະອົງ.” |
|
| 44 |
|
| ຂະນະທີ່ເປໂຕຍັງກ່າວຢູ່ນັ້ນ ພຣະວິນຍານບໍຣິສຸດເຈົ້າກໍລົງມາເທິງທຸກຄົນທີ່ກຳລັງຟັງຖ້ອຍຄຳນັ້ນ. |
|
| 45 |
|
| ສ່ວນຜູ້ທີ່ເຊື່ອ ຄືຄົນຢິວທີ່ມາຈາກເມືອງຢົບປາກັບເປໂຕນັ້ນ ຕ່າງກໍງຶດປະຫລາດໃຈ ທີ່ພຣະເຈົ້າໄດ້ໂຜດປະທານພຣະວິນຍານບໍຣິສຸດເຈົ້າໃຫ້ແກ່ຄົນຕ່າງຊາດເໝືອນກັນ. |
|
| 46 |
|
| ດ້ວຍວ່າ ພວກເຂົາໄດ້ຍິນຄົນເຫຼົ່ານີ້ປາກພາສາແປກໆ ແລະສັນລະເສີນຄວາມຍິ່ງໃຫຍ່ຂອງພຣະເຈົ້າ ຝ່າຍເປໂຕຈຶ່ງກ່າວຂຶ້ນວ່າ, |
|
| 47 |
|
| “ຄົນເຫຼົ່ານີ້ໄດ້ຮັບພຣະວິນຍານບໍຣິສຸດເຈົ້າຄືກັນກັບພວກເຮົາ. ດັ່ງນັ້ນ ຄົງບໍ່ມີຜູ້ໃດຕີ້ ທີ່ຈະຫ້າມພວກເຂົາ ບໍ່ໃຫ້ຮັບບັບຕິສະມາດ້ວຍນໍ້າ.” |
|
| 48 |
|
| ດັ່ງນັ້ນ ເປໂຕຈຶ່ງສັ່ງຄົນເຫຼົ່ານັ້ນ ໃຫ້ຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ແລ້ວພວກເຂົາກໍຂໍໃຫ້ເປໂຕຢູ່ກັບພວກຕົນອີກສອງສາມວັນ. |
|
|
|
|