|
| 1 |
|
| ບັນດາອັກຄະສາວົກ ແລະ ພວກພີ່ນ້ອງທີ່ເຊື່ອທົ່ວແຂວງຢູດາຍ ໄດ້ຍິນວ່າຄົນຕ່າງຊາດກໍໄດ້ຮັບພຣະຄຳຂອງພຣະເຈົ້າເໝືອນກັນ. |
|
| 2 |
|
| ດັ່ງນັ້ນ ເມື່ອເປໂຕກັບຄືນມາທີ່ເຢຣູຊາເລັມ ພວກຜູ້ທີ່ເຊື່ອທີ່ໄດ້ຮັບພິທີຕັດແລ້ວກໍວິພາກວິຈານເພິ່ນ |
|
| 3 |
|
| ແລະ ເວົ້າວ່າ, “ທ່ານໄດ້ເຂົ້າໄປໃນເຮືອນຂອງຄົນທີ່ບໍ່ໄດ້ຮັບພິທີຕັດ ແລະ ຮັບປະທານອາຫານກັບພວກເຂົາ”. |
|
| 4 |
|
| ເປໂຕຈຶ່ງເລີ່ມອະທິບາຍເລື່ອງທັງໝົດຈາກຈຸດເລີ່ມຕົ້ນແກ່ພວກເຂົາຟັງວ່າ: |
|
| 5 |
|
| “ຂ້າພະເຈົ້າຢູ່ທີ່ເມືອງຢົບປາກຳລັງອະທິຖານຢູ່ ແລະ ກໍລືມຄີງໄປ ຂ້າພະເຈົ້າກໍໄດ້ເຫັນນິມິດ. ຂ້າພະເຈົ້າເຫັນສິ່ງໜຶ່ງເໝືອນຜ້າຜືນໃຫຍ່ທັງສີ່ມູມຢ່ອນຈາກສະຫວັນລົງມາບ່ອນທີ່ຂ້າພະເຈົ້າຢູ່. |
|
| 6 |
|
| ຂ້າພະເຈົ້າເບິ່ງເຂົ້າໄປທາງໃນກໍເຫັນສັດບົກສີ່ຕີນ, ສັດປ່າ, ສັດເລືອຄານ ແລະ ນົກຕ່າງໆ. |
|
| 7 |
|
| ແລ້ວຂ້າພະເຈົ້າໄດ້ຍິນສຽງໜຶ່ງບອກຂ້າພະເຈົ້າວ່າ, ‘ເປໂຕ, ຈົ່ງລຸກຂຶ້ນ. ຈົ່ງຂ້າ ແລະ ກິນສາ’. |
|
| 8 |
|
| “ຂ້າພະເຈົ້າຕອບວ່າ, ‘ບໍ່ໄດ້ ອົງພຣະຜູ້ເປັນເຈົ້າ! ບໍ່ເຄີຍມີສິ່ງທີ່ເປັນມົນທິນ ຫລື ສິ່ງທີ່ບໍ່ສະອາດເຂົ້າໄປໃນປາກຂອງຂ້ານ້ອຍຈັກເທື່ອ’. |
|
| 9 |
|
| “ສຽງນັ້ນກ່າວຈາກສະຫວັນເປັນເທື່ອທີສອງວ່າ, ‘ຢ່າເອີ້ນສິ່ງທີ່ພຣະເຈົ້າໄດ້ຊຳລະໃຫ້ສະອາດແລ້ວວ່າເປັນມົນທິນ’. |
|
| 10 |
|
| ເຫດການເຊັ່ນນີ້ໄດ້ເກີດຂຶ້ນເຖິງສາມເທື່ອ, ແລ້ວສິ່ງທັງໝົດນັ້ນກໍຖືກຮັບຄືນສູ່ສະຫວັນອີກ. |
|
| 11 |
|
| “ໃນທັນໃດນັ້ນ ກໍມີຊາຍສາມຄົນທີ່ຖືກສົ່ງຈາກເມືອງກາຍຊາເຣຍມາຫາຂ້າພະເຈົ້າ ພວກເຂົາໄດ້ມາຢຸດຢູ່ທີ່ເຮືອນບ່ອນທີ່ຂ້າພະເຈົ້າອາໄສຢູ່. |
|
| 12 |
|
| ພຣະວິນຍານບໍລິສຸດເຈົ້າໄດ້ສັ່ງໃຫ້ຂ້າພະເຈົ້າໄປກັບພວກເຂົາໂດຍບໍ່ໃຫ້ລັງເລໃຈ. ພີ່ນ້ອງຫົກຄົນເຫລົ່ານີ້ກໍໄດ້ໄປກັບຂ້າພະເຈົ້າເໝືອນກັນ ແລະ ພວກເຮົາໄດ້ເຂົ້າໄປໃນເຮືອນຂອງຊາຍຜູ້ນັ້ນ. |
|
| 13 |
|
| ເພິ່ນໄດ້ເລົ່າເຫດການໃຫ້ພວກຂ້າພະເຈົ້າຟັງວ່າ ເພິ່ນໄດ້ເຫັນເທວະດາຕົນໜຶ່ງມາປາກົດໃນເຮືອນຂອງເພິ່ນ ແລະ ກ່າວວ່າ, ‘ຈົ່ງສົ່ງຄົນໄປເມືອງຢົບປາ ເພື່ອເຊີນເອົາຊີໂມນທີ່ມີອີກຊື່ໜຶ່ງວ່າເປໂຕ. |
|
| 14 |
|
| ລາວຈະກ່າວຖ້ອຍຄຳໃຫ້ເຈົ້າຟັງ ຜ່ານທາງຖ້ອຍຄຳນັ້ນ ເຈົ້າ ແລະ ທຸກຄົນໃນຄອບຄົວຂອງເຈົ້າຈະໄດ້ຮັບຄວາມພົ້ນ’. |
|
| 15 |
|
| “ເມື່ອຂ້າພະເຈົ້າເລີ່ມຕົ້ນກ່າວ, ພຣະວິນຍານບໍລິສຸດເຈົ້າກໍລົງມາເທິງພວກເຂົາເໝືອນທີ່ໄດ້ລົງມາເທິງພວກເຮົາໃນຕອນຕົ້ນນັ້ນ. |
|
| 16 |
|
| ແລ້ວຂ້າພະເຈົ້າຈຶ່ງໄດ້ລະນຶກເຖິງຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ວ່າ: ‘ໂຢຮັນໄດ້ໃຫ້ບັບຕິສະມາດ້ວຍ ນ້ຳ, ແຕ່ຝ່າຍພວກເຈົ້າທັງຫລາຍຈະໄດ້ບັບຕິສະມາດ້ວຍ ພຣະວິນຍານບໍລິສຸດເຈົ້າ’. |
|
| 17 |
|
| ດັ່ງນັ້ນ ຖ້າພຣະເຈົ້າໃຫ້ພວກເຂົາໄດ້ຮັບຂອງປະທານຢ່າງດຽວກັນກັບໃຫ້ພວກເຮົາຜູ້ທີ່ເຊື່ອໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າແລ້ວ, ຂ້າພະເຈົ້າເປັນຜູ້ໃດທີ່ຄິດຈະຂັດຂວາງພຣະເຈົ້າໄດ້?” |
|
| 18 |
|
| ເມື່ອພວກເຂົາໄດ້ຍິນຢ່າງນີ້ແລ້ວ, ພວກເຂົາກໍບໍ່ມີຂໍ້ຄັດຄ້ານອັນໃດອີກ ແລະ ພາກັນສັນລະເສີນພຣະເຈົ້າວ່າ, ໂດຍກ່າວວ່າ, “ຖ້າເປັນດັ່ງນັ້ນແລ້ວ, ແມ່ນແຕ່ຄົນຕ່າງຊາດພຣະເຈົ້າກໍຍັງອະນຸຍາດໃຫ້ກັບໃຈໃໝ່ເຂົ້າສູ່ຊີວິດດ້ວຍ”. |
|
| 19 |
|
| ບັດນີ້ ບັນດາຜູ້ທີ່ໄດ້ແຕກກະຈັດກະຈາຍໄປເພາະການຂົ່ມເຫັງທີ່ເກີດຂຶ້ນເມື່ອຊະເຕຟາໂນຖືກຂ້ານັ້ນ ຕ່າງກໍພາກັນເດີນທາງໄປໄກຈົນເຖິງເມືອງໂຟນີເຊຍ, ເກາະໄຊປຣັດ ແລະ ເມືອງອັນຕີໂອເຂຍ ແລະ ໄດ້ປະກາດພຣະທຳໃຫ້ພຽງແຕ່ຊາວຢິວເທົ່ານັ້ນ. |
|
| 20 |
|
| ແຕ່ກໍມີບາງຄົນໃນພວກເຂົາທີ່ມາຈາກເກາະໄຊປຣັດ ແລະ ຈາກເມືອງກີເຣເນໄດ້ໄປທີ່ເມືອງອັນຕີໂອເຂຍ ແລະ ໄດ້ເລີ່ມຕົ້ນປະກາດຂ່າວປະເສີດເລື່ອງອົງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າແກ່ຊາວກຣີກອີກດ້ວຍ. |
|
| 21 |
|
| ມືຂອງອົງພຣະຜູ້ເປັນເຈົ້າໄດ້ຢູ່ນຳພວກເຂົາ ແລະ ມີຄົນເປັນຈຳນວນຫລວງຫລາຍໄດ້ເຊື່ອ ແລະ ກັບໃຈມາຫາອົງພຣະຜູ້ເປັນເຈົ້າ. |
|
| 22 |
|
| ຂ່າວກ່ຽວກັບເລື່ອງນີ້ໄດ້ໄປເຖິງຄຣິສຕະຈັກໃນເຢຣູຊາເລັມ ແລະ ພວກເຂົາຈຶ່ງສົ່ງບາຣະນາບາໄປທີ່ເມືອງອັນຕີໂອເຂຍ. |
|
| 23 |
|
| ເມື່ອບາຣະນາບາໄດ້ມາຮອດ ແລະ ໄດ້ເຫັນສິ່ງທີ່ເກີດຂຶ້ນໂດຍພຣະຄຸນຂອງພຣະເຈົ້າ, ເພິ່ນກໍດີໃຈ ແລະ ໜູນໃຈພວກເຂົາທຸກຄົນໃຫ້ສືບຕໍ່ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງພວກເຂົາ. |
|
| 24 |
|
| ບາຣະນາບາເປັນຄົນດີ, ເຕັມດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ຄວາມເຊື່ອ, ແລ້ວຈຶ່ງມີຄົນຈຳນວນຫລວງຫລາຍໄດ້ມາເຊື່ອໃນອົງພຣະຜູ້ເປັນເຈົ້າ. |
|
| 25 |
|
| ຫລັງຈາກນັ້ນ ບາຣະນາບາໄດ້ໄປທີ່ເມືອງຕາໂຊເພື່ອຊອກຫາໂຊໂລ, |
|
| 26 |
|
| ແລະ ເມື່ອພົບເພິ່ນແລ້ວ, ເພິ່ນກໍນຳໂຊໂລໄປທີ່ເມືອງອັນຕີໂອເຂຍ. ດັ່ງນັ້ນ ບາຣະນາບາ ແລະ ໂຊໂລໄດ້ພົບປະກັບຄຣິສຕະຈັກທີ່ນັ້ນຕະຫລອດໜຶ່ງປີເຕັມ ແລະ ໄດ້ສັ່ງສອນຄົນເປັນຈຳນວນຫລວງຫລາຍ. ພວກສາວົກໄດ້ຊື່ວ່າຄຣິສຕຽນເປັນເທື່ອທຳອິດທີ່ເມືອງອັນຕີໂອເຂຍນັ້ນເອງ. |
|
| 27 |
|
| ໃນເວລານັ້ນ ມີຜູ້ທຳນວາຍບາງຄົນລົງຈາກເຢຣູຊາເລັມມາທີ່ເມືອງອັນຕີໂອເຂຍ. |
|
| 28 |
|
| ຄົນໜຶ່ງໃນພວກເຂົາທີ່ຊື່ອາຄະໂບ, ໄດ້ຢືນຂຶ້ນ ແລະ ໄດ້ທຳນວາຍຜ່ານທາງພຣະວິນຍານວ່າຈະເກີດມີການອຶດຢາກອາຫານຢ່າງຮ້າຍແຮງຂຶ້ນທົ່ວຈັກກະພົບໂຣມ. (ເຫດການຄັ້ງນີ້ເກີດຂຶ້ນໃນສະໄໝຂອງກະລາວດີໂອ.) |
|
| 29 |
|
| ພວກສາວົກຈຶ່ງຕັດສິນໃຈວ່າຈະຮ່ວມກັນຊ່ວຍເຫລືອບັນດາພີ່ນ້ອງທີ່ອາໄສຢູ່ໃນແຂວງຢູດາຍຕາມຄວາມສາມາດຂອງແຕ່ລະຄົນ. |
|
| 30 |
|
| ພວກເພິ່ນໄດ້ເຮັດຕາມນັ້ນໂດຍຝາກສິ່ງຂອງໃຫ້ບາຣະນາບາກັບໂຊໂລນຳໄປຊ່ວຍບັນດາຜູ້ອາວຸໂສໃນຄຣິສຕະຈັກ. |
|
|
|
|