|
| 1 |
|
| ໃນເວລານັ້ນ ກະສັດເຮໂຣດ ໄດ້ລົງມືທຳຮ້າຍບາງຄົນຂອງຄຣິສຕະຈັກ. |
|
| 2 |
|
| ເພິ່ນໄດ້ຂ້າຢາໂກໂບອ້າຍຂອງໂຢຮັນດ້ວຍດາບ. |
|
| 3 |
|
| ເມື່ອເຫັນວ່າການກະທຳເຊັ່ນນີ້ ເປັນທີ່ພໍໃຈຂອງພວກຢິວ, ເພິ່ນຈຶ່ງຈັບເປໂຕ. (ເຫດການນີ້ໄດ້ເກີດຂຶ້ນໃນລະຫວ່າງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ.) |
|
| 4 |
|
| ຫລັງຈາກຈັບເປໂຕແລ້ວ ກໍຂັງເພິ່ນໄວ້ຄຸກໂດຍມອບໃຫ້ທະຫານສີ່ໝູ່, ໝູ່ລະສີ່ຄົນເປັນຜູ້ຄຸມຮັກສາ, ໂດຍໝາຍໃຈໄວ້ວ່າ ຫລັງຈາກງານສະຫລອງປັດສະຄາໄດ້ຜ່ານພົ້ນໄປແລ້ວ ຈະນຳເປໂຕອອກມາສອບສວນເປີດເຜີຍຕໍ່ປະຊາຊົນ. |
|
| 5 |
|
| ດັ່ງນັ້ນ ເປໂຕຈຶ່ງຖືກຄຸມຂັງໄວ້ຢູ່ໃນຄຸກ ແຕ່ພີ່ນ້ອງທີ່ເຊື່ອໃນຄຣິສຕະຈັກໄດ້ພາວັນນາອະທິຖານຕໍ່ພຣະເຈົ້າ ເພື່ອເປໂຕດ້ວຍໃຈຮ້ອນຮົນ. |
|
| 6 |
|
| ໃນກາງຄືນ ກ່ອນທີ່ເຮໂຣດຈະນຳເປໂຕອອກມາໃຫ້ປະຊາຊົນນັ້ນ ເປໂຕກໍນອນຫລັບຢູ່ລະຫວ່າງທະຫານຍາມສອງຄົນ ໂດຍມີໂສ້ສອງເສັ້ນລ່າມເປໂຕໄວ້ ແລະຕໍ່ໜ້າປະຕູຄຸກກໍມີທະຫານຍາມເຝົ້າຢູ່. |
|
| 7 |
|
| ໃນທັນໃດນັ້ນ ກໍມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ມາຢືນຢູ່ທີ່ນັ້ນ ແລະມີແສງສະຫວ່າງສ່ອງເຂົ້າໄປໃນຫ້ອງຄຸມຂັງ, ເທວະດາຕົນນັ້ນຕົບຂ້າງຂອງເປໂຕ ປຸກລາວໃຫ້ລຸກຂຶ້ນ ແລະເວົ້າວ່າ, “ລຸກຂຶ້ນໄວໆ.” ແລ້ວໂສ້ທີ່ລ່າມມືຂອງເປໂຕກໍຫລຸດອອກ. |
|
| 8 |
|
| ແລ້ວເທວະດາໄດ້ບອກວ່າ, “ຈົ່ງຮັດແອວ ແລະໃສ່ເກີບສາ.” ເປໂຕໄດ້ເຮັດຕາມ ແລະເທວະດາກໍບອກວ່າ, “ຈົ່ງນຸ່ງເສື້ອຊັ້ນນອກຂອງເຈົ້າ ແລະຕາມເຮົາມາ.” |
|
| 9 |
|
| ເປໂຕກໍໄດ້ຕາມອອກໄປໂດຍບໍ່ຮູ້ວ່າ ການທີ່ເທວະດາເຮັດນີ້ເປັນຄວາມຈິງຫລືບໍ່, ແຕ່ເປໂຕຄິດວ່າຕົນກຳລັງເຫັນນິມິດ. |
|
| 10 |
|
| ເມື່ອເປໂຕຜ່ານທະຫານຍາມຊັ້ນທີໜຶ່ງ ແລະຊັ້ນທີສອງແລ້ວ ກໍມາເຖິງປະຕູເຫຼັກທີ່ເຂົ້າໄປສູ່ຕົວເມືອງ, ປະຕູນີ້ກໍໄຂເອງໃຫ້ພວກເພິ່ນຍ່າງອອກໄປ, ພວກເພິ່ນຍ່າງລົງຕາມຖະໜົນສາຍໜຶ່ງ ແລະໃນທັນໃດນັ້ນ ເທວະດາກໍຈາກເພິ່ນໄປ. |
|
| 11 |
|
| ແລ້ວເປໂຕກໍຮູ້ສຶກຕົວໂດຍຮູ້ວ່າແມ່ນຫຍັງໄດ້ເກີດຂຶ້ນກັບຕົນ, ເພິ່ນກ່າວວ່າ, “ບັດນີ້ເຮົາຮູ້ແນ່ແລ້ວວ່າ ອົງພຣະຜູ້ເປັນເຈົ້າໄດ້ໃຊ້ເທວະດາຂອງພຣະອົງ ມາຊ່ວຍກອບກູ້ເອົາເຮົາໃຫ້ພົ້ນຈາກມືຂອງເຮໂຣດ ແລະຈາກການປອງຮ້າຍຂອງພວກຢິວ.” |
|
| 12 |
|
| ເມື່ອເປໂຕຄິດໄດ້ດັ່ງນີ້ແລ້ວ ເພິ່ນກໍໄປທີ່ເຮືອນຂອງມາຣີແມ່ຂອງໂຢຮັນ ຜູ້ມີຊື່ອີກວ່າ ມາຣະໂກ, ທີ່ນັ້ນ ມີຫລາຍຄົນໄດ້ມາຮ່ວມຊຸມນຸມກັນ ແລະພາວັນນາອະທິຖານຢູ່. |
|
| 13 |
|
| ເມື່ອເປໂຕເຄາະປະຕູເຮືອນ ກໍມີສາວໃຊ້ຄົນໜຶ່ງຊື່ວ່າ, ໂຣດາ ໄດ້ໄປເບິ່ງທີ່ປະຕູ. |
|
| 14 |
|
| ເມື່ອນາງຈື່ສຽງຂອງເປໂຕໄດ້ ຈຶ່ງດີໃຈທີ່ສຸດ ແລ້ວໄດ້ແລ່ນກັບຄືນມາໂດຍບໍ່ໄດ້ໄຂປະຕູໃຫ້ ແລະບອກວ່າ, “ເປໂຕກຳລັງຢືນຢູ່ໜ້າປະຕູເຮືອນ.” |
|
| 15 |
|
| ພວກເຂົາໄດ້ເວົ້າໃຫ້ນາງວ່າ, “ເຈົ້າເສຍສະຕິແລ້ວ” ແຕ່ນາງຢືນຢັນວ່າ ແມ່ນເປໂຕແທ້. ດັ່ງນັ້ນ ພວກເຂົາຈຶ່ງຕອບວ່າ, “ຄົງແມ່ນເທວະດາປະຈຳຕົວຂອງເປໂຕ.” |
|
| 16 |
|
| ແຕ່ເປໂຕຍັງເຄາະປະຕູຢູ່ ແລ້ວໃນທີ່ສຸດພວກເຂົາກໍໄຂປະຕູໃຫ້ ເມື່ອພວກເຂົາເຫັນວ່າແມ່ນເປໂຕ ພວກເຂົາກໍມີຄວາມງຶດປະຫລາດໃຈຫລາຍ. |
|
| 17 |
|
| ເປໂຕໃຊ້ມືເຮັດສັນຍານໃຫ້ພວກເຂົາມິດ ແລະໄດ້ເລົ່າໃຫ້ພວກເຂົາຟັງ ເຖິງເລື່ອງທີ່ອົງພຣະຜູ້ເປັນເຈົ້າໄດ້ນຳຕົນອອກມາຈາກຄຸກຢ່າງໃດ ແລ້ວເປໂຕໄດ້ສັ່ງວ່າ, “ຈົ່ງບອກເລື່ອງນີ້ໃຫ້ຢາໂກໂບ ແລະພວກພີ່ນ້ອງທີ່ເຊື່ອທັງຫລາຍໃຫ້ຮູ້ດ້ວຍ.” ເມື່ອເພິ່ນສັ່ງແລ້ວກໍອອກໄປທີ່ອື່ນ. |
|
| 18 |
|
| ເມື່ອຮຸ່ງເຊົ້າມາ ກໍເກີດການສັບສົນວຸ້ນວາຍຢ່າງໃຫຍ່ໃນທ່າມກາງພວກທະຫານຍາມ ພວກເຂົາຖາມກັນວ່າ, “ມີຫຍັງເກີດຂຶ້ນກັບເປໂຕ?” |
|
| 19 |
|
| ເມື່ອເຮໂຣດຊອກຫາເປໂຕບໍ່ພົບ. ດັ່ງນັ້ນ ເພິ່ນຈຶ່ງສືບຖາມທະຫານຍາມ ແລະສັ່ງໃຫ້ປະຫານຊີວິດພວກເຂົາເສຍ. ຫລັງຈາກເຫດການນີ້ແລ້ວ ເຮໂຣດກໍໜີຈາກແຂວງຢູດາຍ ແລະໄປອາໄສຢູ່ທີ່ເມືອງກາຍຊາເຣຍ. |
|
| 20 |
|
| ໃນຂະນະນັ້ນ ເຮໂຣດໄດ້ເກີດມີຄວາມໂກດຮ້າຍຕໍ່ຊາວຕີເຣ ແລະຊາວຊີໂດນຫລາຍທີ່ສຸດ, ແຕ່ຊາວເມືອງເຫຼົ່ານັ້ນໄດ້ຕົກລົງກັນມາພົບເພິ່ນ, ໂດຍມີບຣາຊະໂຕຜູ້ຮັບຜິດຊອບວັງຂອງກະສັດເປັນເພື່ອນພວກເຂົາ, ຈຶ່ງໄດ້ໄປຂໍໃຫ້ກະສັດເຮໂຣດສ້າງຄວາມເປັນມິດໄມຕຼີກັບພວກເຂົາ ເພາະເມືອງຂອງພວກເຂົາຕ້ອງໄດ້ອາໄສສະບຽງອາຫານຈາກແຜ່ນດິນຂອງເພິ່ນ. |
|
| 21 |
|
| ເມື່ອເຖິງວັນນັດເຂົ້າພົບ ຝ່າຍກະສັດເຮໂຣດກໍນຸ່ງເຄື່ອງກະສັດນັ່ງເທິງບັນລັງ ແລະກ່າວຄຳປາໄສແກ່ບັນດາຜູ້ຕາງໜ້າຊາວເມືອງເຫຼົ່ານັ້ນ. |
|
| 22 |
|
| ພວກເຂົາຮ້ອງຂຶ້ນວ່າ, “ບໍ່ແມ່ນຄົນເວົ້າ ແຕ່ແມ່ນພຣະຕົນໜຶ່ງເວົ້າ.” |
|
| 23 |
|
| ໃນທັນໃດນັ້ນ ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ລົງໂທດເຮໂຣດໃຫ້ລົ້ມລົງ ເພາະເພິ່ນບໍ່ໄດ້ຍົກຍໍໃຫ້ກຽດພຣະເຈົ້າ, ແລ້ວເກີດມີຕົວໜອນກັດກິນຮ່າງກາຍຂອງເພິ່ນຈົນເສຍຊີວິດ. |
|
| 24 |
|
| ສ່ວນພຣະທຳຂອງພຣະເຈົ້າກໍແຜ່ຂະຫຍາຍ ຈະເລີນທະວີຍິ່ງຂຶ້ນ. |
|
| 25 |
|
| ຝ່າຍບາຣະນາບາກັບໂຊໂລ ຫລັງຈາກໄດ້ເຮັດສຳເລັດພາລະກິດຂອງພວກເພິ່ນ ທີ່ນະຄອນເຢຣູຊາເລັມແລ້ວ ກໍໄດ້ກັບຄືນເມືອ ໂດຍພາໂຢຮັນ ຜູ້ທີ່ມີຊື່ອີກວ່າ ມາຣະໂກໄປນຳ. |
|
|
|
|