|
| 1 |
|
| ມີບາງຄົນຈາກແຂວງຢູດາຍເລີ່ມສັ່ງສອນພີ່ນ້ອງວ່າ, “ຖ້າເຈົ້າທັງຫລາຍບໍ່ຮັບພິທີຕັດຕາມຮີດຄອງຂອງໂມເຊ ພວກເຈົ້າຈະພົ້ນບໍ່ໄດ້.” |
|
| 2 |
|
| ເມື່ອໂປໂລກັບບາຣະນາບາ ເກີດມີການໂຕ້ຖຽງກັບພວກເຂົາຢ່າງຮຸນແຮງກ່ຽວກັບເລື່ອງນີ້ ດັ່ງນັ້ນ ຈຶ່ງມີການຕົກລົງໃຫ້ໂປໂລກັບບາຣະນາບາ ແລະບາງຄົນໃນເມືອງອັນຕີໂອເຂຍ ໄປປຶກສາກັບພວກອັກຄະສາວົກ ແລະພວກເຖົ້າແກ່ໃນນະຄອນເຢຣູຊາເລັມກ່ຽວກັບບັນຫານີ້. |
|
| 3 |
|
| ດັ່ງນັ້ນ ຄຣິສຕະຈັກໄດ້ຈັດສົ່ງທ່ານເຫຼົ່ານີ້ໄປ, ເມື່ອຜ່ານແຂວງໂຟນີເຊຍ ແລະແຂວງຊາມາເຣຍໄປນັ້ນ ເພິ່ນໄດ້ເລົ່າເລື່ອງການທີ່ຄົນຕ່າງຊາດກັບໃຈໃໝ່ຫັນມາຫາພຣະເຈົ້າ, ຂ່າວນີ້ໄດ້ນຳຄວາມຊົມຊື່ນຍິນດີອັນໃຫຍ່ມາສູ່ພີ່ນ້ອງທັງໝົດ. |
|
| 4 |
|
| ເມື່ອເພິ່ນມາຮອດນະຄອນເຢຣູຊາເລັມ ກໍໄດ້ຖືກຮັບຕ້ອນຈາກພີ່ນ້ອງໃນຄຣິສຕະຈັກ, ຈາກພວກອັກຄະສາວົກ ແລະຈາກບັນດາເຖົ້າແກ່ ແລະພວກເພິ່ນໄດ້ເລົ່າເລື່ອງທັງໝົດ ທີ່ພຣະເຈົ້າໄດ້ກະທຳການຜ່ານພວກເພິ່ນສູ່ຄົນເຫຼົ່ານັ້ນຟັງ. |
|
| 5 |
|
| ແຕ່ມີບາງຄົນໃນຄະນະຟາຣີຊາຍ ທີ່ໄດ້ເຊື່ອແລ້ວ ລຸກຂຶ້ນເວົ້າວ່າ, “ຄົນຕ່າງຊາດນັ້ນ ຕ້ອງໃຫ້ພວກເຂົາຮັບພິທີຕັດ ແລະສັ່ງໃຫ້ພວກເຂົາຖືຮັກສາກົດບັນຍັດຂອງໂມເຊ.” |
|
| 6 |
|
| ຝ່າຍພວກອັກຄະສາວົກກັບພວກເຖົ້າແກ່ ກໍໄດ້ປະຊຸມກັນພິຈາລະນາບັນຫານີ້. |
|
| 7 |
|
| ຫລັງຈາກ ໂຕ້ຖຽງກັນເປັນເວລາຍືດຍາວແລ້ວ ເປໂຕກໍລຸກຂຶ້ນ ແລະກ່າວວ່າ, “ພີ່ນ້ອງທັງຫລາຍເອີຍ ພວກເຈົ້າກໍຮູ້ຢູ່ວ່າ ເມື່ອເລີ່ມຕົ້ນທີ່ພຣະເຈົ້າໄດ້ເລືອກຂ້າພະເຈົ້າຈາກທ່າມກາງພວກເຈົ້າ ໃຫ້ປະກາດຂ່າວປະເສີດແກ່ຄົນຕ່າງຊາດ ເພື່ອວ່າພວກເຂົາຈະໄດ້ຍິນ ແລະຈະໄດ້ເຊື່ອ. |
|
| 8 |
|
| ພຣະເຈົ້າຜູ້ທີ່ຢັ່ງຮູ້ຄວາມຄິດຈິດໃຈຂອງທຸກຄົນ ໄດ້ຊົງສຳແດງການຕ້ອນຮັບຄົນຕ່າງຊາດ ໂດຍຊົງປະທານພຣະວິນຍານບໍຣິສຸດໃຫ້ແກ່ພວກເຂົາ ເໝືອນພຣະອົງໄດ້ໃຫ້ແກ່ພວກເຮົາ. |
|
| 9 |
|
| ພຣະອົງບໍ່ໄດ້ປະຕິບັດກັບພວກເຮົາແຕກຕ່າງຈາກພວກເຂົາ, ພຣະອົງອະໄພບາບກຳຂອງພວກເຂົາດ້ວຍຄວາມເຊື່ອ. |
|
| 10 |
|
| ເມື່ອເປັນດັ່ງນັ້ນ, ເປັນຫຍັງພວກເຈົ້າຈຶ່ງຢາກທົດລອງພຣະເຈົ້າ, ໂດຍວາງພາລະອັນໜັກໃສ່ເທິງຫລັງຂອງພີ່ນ້ອງ ຊຶ່ງທັງບັນພະບຸລຸດຂອງພວກເຮົາ ແລະພວກເຮົາເອງກໍບໍ່ສາມາດແບກໄດ້? |
|
| 11 |
|
| ແຕ່ພວກເຮົາເຊື່ອວ່າ ພວກເຮົາພົ້ນດ້ວຍພຣະຄຸນຂອງອົງພຣະເຢຊູເຈົ້າ ເໝືອນກັນກັບພວກເຂົາ.” |
|
| 12 |
|
| ດັ່ງນັ້ນ ພີ່ນ້ອງທັງໝົດຈຶ່ງມິດງຽບ ແລະຟັງບາຣະນາບາກັບໂປໂລ ເລົ່າການອັດສະຈັນ ແລະໝາຍສຳຄັນຕ່າງໆ ທີ່ພຣະເຈົ້າໄດ້ກະທຳຜ່ານພວກເພິ່ນ ໃນທ່າມກາງຄົນຕ່າງຊາດ. |
|
| 13 |
|
| ຫລັງຈາກເລົ່າຈົບແລ້ວ ຢາໂກໂບ ກໍກ່າວຂຶ້ນວ່າ, “ພີ່ນ້ອງທັງຫລາຍເອີຍ ຈົ່ງຟັງຂ້າພະເຈົ້າກ່ອນ |
|
| 14 |
|
| ຊີໂມນ ໄດ້ອະທິບາຍສູ່ພວກເຮົາຟັງແລ້ວວ່າ ພຣະເຈົ້າໄດ້ສຳແດງຄວາມເປັນຫ່ວງຄົນຕ່າງຊາດເທື່ອທຳອິດ ໂດຍໄດ້ເລືອກເອົາຄົນກຸ່ມໜຶ່ງ ຈາກທ່າມກາງພວກເຂົາໃຫ້ເປັນຂອງພຣະອົງ. |
|
| 15 |
|
| ຖ້ອຍຄຳຂອງພວກຜູ້ທຳນວາຍ ກໍສອດຄ່ອງກັນຢ່າງຄົບຖ້ວນກ່ຽວກັບເລື່ອງນີ້, ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, |
|
| 16 |
|
| ‘ພາຍຫລັງເຫດການນີ້ແລ້ວເຮົາຈະກັບມາ ແລະສ້າງຫໍເຕັນຂອງດາວິດ ທີ່ເພພັງນັ້ນໃຫ້ຟື້ນຂຶ້ນໃໝ່. ເຮົາຈະສ້າງບ່ອນທີ່ ຮົກຮ້າງເພພັງຂຶ້ນໃໝ່ ແລະຈະຕັ້ງຂຶ້ນມາອີກ. |
|
| 17 |
|
| ເພື່ອຄົນອື່ນໆຈະໄດ້ ສະແຫວງຫາອົງພຣະຜູ້ເປັນເຈົ້າ ຄືບັນດາຕ່າງຊາດທີ່ເຮົາໄດ້ເອີ້ນມາ ເປັນພົນລະເມືອງຂອງເຮົານັ້ນ. |
|
| 18 |
|
| ອົງພຣະຜູ້ເປັນເຈົ້າໄດ້ ຊົງແຈ້ງເຫດການເຫຼົ່ານີ້ໃຫ້ຮູ້ ຕັ້ງແຕ່ບູຮານນະການ ໄດ້ຊົງກ່າວໄວ້ດັ່ງນີ້ແຫລະ.”’ |
|
| 19 |
|
| ຢາໂກໂບກ່າວອີກວ່າ, “ຕາມຄວາມເຫັນຂອງຂ້າພະເຈົ້າແລ້ວ ພວກເຮົາບໍ່ຄວນລົບກວນຄົນຕ່າງຊາດ ທີ່ກຳລັງຕ່າວຄືນມາຫາພຣະເຈົ້າ. |
|
| 20 |
|
| ແຕ່ເຮົາຈົ່ງສັ່ງພວກເຂົາເປັນລາຍລັກອັກສອນ ໃຫ້ເວັ້ນເສຍຈາກສິ່ງຊົ່ວມົວໝອງ ເນື່ອງດ້ວຍພະທຽມ, ຈາກການຫລິ້ນຊູ້, ຈາກການກິນສັດຕາຍຮັດຄໍ ແລະຈາກການກິນເລືອດ. |
|
| 21 |
|
| ເພາະວ່າຕັ້ງແຕ່ດົນນານມາແລ້ວ, ກໍມີຜູ້ປະກາດກົດບັນຍັດຂອງໂມເຊໃນທຸກເມືອງ ແລະເພິ່ນໄດ້ອ່ານເລື່ອງນີ້ໃນທຳມະສາລາຕ່າງໆ ໃນທຸກວັນຊະບາໂຕ.” |
|
| 22 |
|
| ແລ້ວພວກອັກຄະສາວົກກັບບັນດາເຖົ້າແກ່ ພ້ອມກັບທັງໝົດຄຣິສຕະຈັກ, ກໍຕັດສິນໃຈເລືອກເອົາບາງຄົນໃນພວກເພິ່ນ ໃຫ້ເດີນທາງໄປທີ່ເມືອງອັນຕີໂອເຂຍກັບໂປໂລ ແລະ ບາຣະນາບາ. ພວກເພິ່ນໄດ້ເລືອກເອົາຢູດາ (ຜູ້ທີ່ມີຊື່ອີກວ່າບາຣະຊັບບາ) ກັບຊີລາ, ຊາຍສອງຄົນນີ້ເປັນຜູ້ນຳຄົນສຳຄັນໃນພວກພີ່ນ້ອງ. |
|
| 23 |
|
| ພວກເພິ່ນໄດ້ຂຽນຈົດໝາຍມອບໃຫ້ທ່ານທັງສອງຖືໄປ ແລະໃນຈົດໝາຍນັ້ນມີເນື້ອຄວາມວ່າ, “ພວກເຮົາ ອັກຄະສາວົກກັບເຖົ້າແກ່ ຜູ້ເປັນພີ່ນ້ອງຂອງພວກທ່ານ ຂໍສົ່ງຄວາມຄຳນັບມາເຖິງທ່ານທັງຫລາຍ ທີ່ເປັນພີ່ນ້ອງຕ່າງຊາດທຸກຄົນ ທີ່ຢູ່ໃນເມືອງອັນຕີໂອເຂຍ, ໃນແຂວງຊີເຣຍ ແລະໃນແຂວງກີລີເກຍ. |
|
| 24 |
|
| ພວກເຮົາໄດ້ຍິນຂ່າວວ່າ ມີບາງຄົນໃນພວກເຮົາ ໄດ້ອອກໄປລົບກວນຈິດໃຈ ແລະເຮັດໃຫ້ພີ່ນ້ອງເກີດຄວາມສັບສົນໄປ ດ້ວຍຄຳເວົ້າຂອງພວກເຂົາ, ພວກເຮົາບໍ່ໄດ້ອອກຄຳສັ່ງໃດໆ ໃຫ້ພວກເຂົາເຮັດສິ່ງນີ້ເລີຍ. |
|
| 25 |
|
| ສະນັ້ນ ພວກເຮົາຈຶ່ງໄດ້ມາປະຊຸມຕົກລົງກັນ ແລະເຫັນພ້ອມພຽງກັນວ່າ ໃຫ້ເລືອກເອົາບາງຄົນມາຫາພວກທ່ານ, ພ້ອມກັບບາຣະນາບາ ແລະ ໂປໂລ. |
|
| 26 |
|
| ຜູ້ເປັນທີ່ຮັກຂອງພວກເຮົາ ຊຶ່ງສະຫລະຊີວິດຂອງຕົນ ເພື່ອຮັບໃຊ້ພາລະກິດຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ. |
|
| 27 |
|
| ດ້ວຍເຫດນັ້ນ ພວກເຮົາຈຶ່ງໄດ້ໃຊ້ຢູດາກັບຊີລາມາຫາພວກທ່ານ ແລະທັງສອງຄົນນີ້ຈະກ່າວຂໍ້ຄວາມອັນດຽວກັນກັບທີ່ພວກເຮົາຂຽນມານີ້. |
|
| 28 |
|
| ດ້ວຍວ່າ, ພຣະວິນຍານບໍຣິສຸດເຈົ້າເຫັນດີເຫັນພ້ອມກັບພວກເຮົາແລ້ວວ່າ ບໍ່ໃຫ້ວາງພາລະໜັກອັນໃດເທິງພວກທ່ານ ນອກຈາກສິ່ງທີ່ຈຳເປັນເຫຼົ່ານີ້ |
|
| 29 |
|
| ຄືໃຫ້ງົດເວັ້ນເສຍຈາກກິນອາຫານທີ່ຖວາຍບູຊາແກ່ຮູບເຄົາຣົບແລ້ວ, ໃຫ້ງົດຈາກການກິນເລືອດ, ໃຫ້ງົດຈາກການກິນສັດທີ່ຕາຍເພາະຖືກຮັດຄໍ ແລະໃຫ້ຫລີກເວັ້ນຈາກການຫລິ້ນຊູ້, ຖ້າພວກທ່ານງົດຈາກສິ່ງເຫຼົ່ານີ້ໄດ້ ພວກທ່ານກໍຢູ່ເຢັນເປັນສຸກ ຈົ່ງຈະເລີນເທີ້ນ.” |
|
| 30 |
|
| ດັ່ງນັ້ນ ບັນດາຜູ້ຕາງໜ້າຈຶ່ງເດີນທາງລົງໄປທີ່ເມືອງອັນຕີໂອເຂຍ, ເມື່ອໄດ້ເອີ້ນພີ່ນ້ອງທັງໝົດມາແລ້ວ ຈຶ່ງມອບຈົດໝາຍສະບັບນັ້ນໃຫ້ພວກເພິ່ນ. |
|
| 31 |
|
| ເມື່ອອ່ານແລ້ວທຸກຄົນຕ່າງກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ເພາະຄຳໜູນໃຈໃນຈົດໝາຍນັ້ນ. |
|
| 32 |
|
| ຢູດາກັບຊີລາ ກໍເປັນຜູ້ປະກາດພຣະທຳເໝືອນກັນ ໄດ້ກ່າວຢ່າງຍືດຍາວແກ່ພວກພີ່ນ້ອງເພື່ອໜູນໃຈ ແລະເຕືອນສະຕິພວກເຂົາໃຫ້ເຂັ້ມແຂງຂຶ້ນໃນຄວາມເຊື່ອ. |
|
| 33 |
|
| ເມື່ອພັກຢູ່ເປັນເວລາພໍສົມຄວນແລ້ວ, ທ່ານທັງສອງກໍຖືກສົ່ງກັບຄືນດ້ວຍຄວາມສຸກ ເມືອຫາຜູ້ທີ່ໃຊ້ຕົນມານັ້ນ [ |
|
| 34 |
|
| ຝ່າຍຊີລາກໍເຫັນດີຍັງຈະພັກຢູ່ທີ່ນັ້ນອີກຕໍ່ໄປ.] |
|
| 35 |
|
| ຝ່າຍໂປໂລກັບບາຣະນາບາ ກໍຢູ່ໃນເມືອງອັນຕີໂອເຂຍຊົ່ວໄລຍະໜຶ່ງ, ທ່ານທັງສອງພ້ອມກັບຄົນອື່ນໆໄດ້ຮ່ວມກັນສັ່ງສອນ ແລະປະກາດຂ່າວປະເສີດ ຄືພຣະທຳຂອງອົງພຣະຜູ້ເປັນເຈົ້າ. |
|
| 36 |
|
| ຫລັງຈາກນັ້ນບໍ່ດົນ ໂປໂລກໍເວົ້າກັບບາຣະນາບາວ່າ, “ໃຫ້ພວກເຮົາກັບໄປຢ້ຽມຢາມພີ່ນ້ອງໃນເມືອງອື່ນໆ ທີ່ພວກເຮົາໄດ້ປະກາດພຣະທຳຂອງອົງພຣະຜູ້ເປັນເຈົ້າ ເພື່ອຈະຮູ້ວ່າພວກເຂົາຢູ່ຢ່າງໃດ?” |
|
| 37 |
|
| ສ່ວນບາຣະນາບາຢາກເອົາໂຢຮັນມາຣະໂກໄປນຳ |
|
| 38 |
|
| ແຕ່ໂປໂລຄິດວ່າບໍ່ຄວນເອົາຜູ້ກ່ຽວໄປນຳ ເພາະລາວບໍ່ໄດ້ຢູ່ຮ່ວມງານຈົນສິ້ນສຸດພາລະກິດ, ແຕ່ໄດ້ກັບຄືນໄປ ແລະປະພວກເພິ່ນໄວ້ທີ່ແຂວງປຳຟີເລຍ. |
|
| 39 |
|
| ທັງສອງເກີດການໂຕ້ຖຽງກັນຢ່າງຮຸນແຮງ ຈົນແຍກຈາກກັນ, ບາຣະນາບາຈຶ່ງເອົາມາຣະໂກລົງເຮືອໄປສູ່ເກາະໄຊປຣັດ |
|
| 40 |
|
| ແຕ່ໂປໂລໄດ້ເລືອກເອົາຊີລາ ເມື່ອພວກພີ່ນ້ອງໄດ້ຝາກທ່ານທັງສອງໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າ ແລ້ວກໍໄດ້ອອກໄປ. |
|
| 41 |
|
| ໂປໂລໄດ້ໄປທົ່ວແຂວງຊີເຣຍ ແລະ ກີລີເກຍ ໜູນໃຈພີ່ນ້ອງໃນຄຣິສຕະຈັກໃຫ້ເຂັ້ມແຂງຂຶ້ນ. |
|
|
|
|