|
| 1 |
|
| ໂປໂລ ແລະ ຊີລາໄດ້ຜ່ານເມືອງອຳຟີໂປລີ ແລະ ອາໂປໂລນີ ແລະເດີນທາງມາຮອດເມືອງເທສະໂລນິກ ຊຶ່ງໃນທີ່ນີ້ມີທຳມະສາລາຂອງຊາວຢິວ. |
|
| 2 |
|
| ໂປໂລເຂົ້າໄປໃນທຳມະສາລາ ຕາມທີ່ເຄີຍປະຕິບັດມາ, ໃນທີ່ນັ້ນເພິ່ນໄດ້ຍົກເອົາຂໍ້ຄວາມໃນພຣະຄຳພີຂຶ້ນ ໂຕ້ຕອບກັບປະຊາຊົນເປັນເວລາສາມວັນຊະບາໂຕ |
|
| 3 |
|
| ໂດຍອະທິບາຍ ແລະພິສູດຈາກຂໍ້ພຣະຄຳພີໃຫ້ພວກເຂົາເຫັນວ່າ, ພຣະຄຣິດຕ້ອງທົນທຸກທໍລະມານ ແລະເປັນຄືນມາຈາກຕາຍ. ໂປໂລກ່າວວ່າ, “ພຣະເຢຊູເຈົ້າຜູ້ທີ່ຂ້າພະເຈົ້າປະກາດແກ່ທ່ານທັງຫລາຍ ຜູ້ນີ້ແຫຼະ ເປັນພຣະຄຣິດ.” |
|
| 4 |
|
| ບາງຄົນໃນພວກເຂົາໄດ້ຮັບເຊື່ອ ຈຶ່ງເຂົ້າຮ່ວມນຳໂປໂລ ແລະ ຊີລາ ຕະຫລອດທັງຊາວກຣີກກຸ່ມໃຫຍ່ທີ່ນະມັດສະການພຣະເຈົ້າ ແລະເມຍຂອງບັນດາຜູ້ນຳຫລາຍຄົນດ້ວຍ. |
|
| 5 |
|
| ແຕ່ພວກຢິວເກີດອິດສາ ຈຶ່ງຮ່ວມກຳລັງກັບກຸ່ມນັກເລງບາງຄົນຕາມຖະໜົນຫົນທາງ ໃຫ້ກໍ່ການວຸ້ນວາຍຂຶ້ນໃນທ່າມກາງປະຊາຊົນ ພວກເຂົາສ້າງຄວາມປັ່ນປ່ວນຂຶ້ນໃນຕົວເມືອງ ແລະເຂົ້າບຸກລຸກເຮືອນຂອງຊາຍຄົນໜຶ່ງຊື່ວ່າ ຢາຊົນ ເພື່ອຄົ້ນຫາໂປໂລ ແລະ ຊີລາເພື່ອຈະນຳພວກເພິ່ນອອກມາໃຫ້ປະຊາຊົນ. |
|
| 6 |
|
| ແຕ່ເມື່ອບໍ່ພົບ ພວກເຂົາຈຶ່ງລາກຢາຊົນກັບຜູ້ທີ່ເຊື່ອບາງຄົນໄປຫາຜູ້ປົກຄອງ ແລະພາກັນຮ້ອງຂຶ້ນວ່າ, “ຄົນເຫຼົ່ານີ້ເປັນພວກຂວໍ້າໂລກມະນຸດ ໄດ້ມາທີ່ນີ້ແລ້ວ |
|
| 7 |
|
| ແລະຢາຊົນໄດ້ຕ້ອນຮັບພວກເຂົາໄວ້ໃນເຮືອນຂອງຕົນ, ພວກເຂົາຝ່າຝືນກົດໝາຍຂອງຈັກກະພັດໂດຍເວົ້າວ່າ, ມີກະສັດອົງອື່ນອີກຊື່ວ່າ ເຢຊູ.” |
|
| 8 |
|
| ດ້ວຍຂໍ້ຄວາມເຫຼົ່ານີ້ ພວກເຂົາໄດ້ປຸກລະດົມປະຊາຊົນ ກັບພວກຜູ້ປົກຄອງໃຫ້ຮ້ອນໃຈຫລາຍຂຶ້ນ. |
|
| 9 |
|
| ພວກເຈົ້າໜ້າທີ່ໄດ້ໃຫ້ຢາຊົນ ກັບຄົນອື່ນໆຈ່າຍເງິນເປັນຄ່າປະກັນຕົວ ແລ້ວກໍປ່ອຍທ່ານທັງສອງໄປ. |
|
| 10 |
|
| ພໍເຖິງກາງຄືນໃນວັນດຽວກັນນັ້ນ ຄົນທີ່ເຊື່ອກໍສົ່ງໂປໂລ ແລະ ຊີລາໄປທີ່ເມືອງເບເຣຍ, ເມື່ອມາຮອດ ພວກເພິ່ນກໍເຂົ້າໄປໃນທຳມະສາລາຂອງຊາວຢິວ. |
|
| 11 |
|
| ຄົນຢິວໃນເມືອງນີ້ມີຈິດໃຈສູງສົ່ງ ຫລາຍກວ່າຄົນຢິວໃນເມືອງເທສະໂລນິກ, ພວກເຂົາມີໃຈເຫຼື້ອມໃສຫລາຍ ແລະຢາກຈະຟັງຖ້ອຍຄຳທີ່ໂປໂລກ່າວ ແລະພວກເຂົາສຶກສາພຣະຄຳພີທຸກໆວັນ ເພື່ອຢາກຮູ້ວ່າຖ້ອຍຄຳທີ່ໂປໂລກ່າວນັ້ນເປັນຄວາມຈິງແທ້ຫລືບໍ່. |
|
| 12 |
|
| ມີຫລາຍຄົນໃນພວກເຂົາໄດ້ເຊື່ອ ພ້ອມທັງພວກແມ່ຍິງຊາວກຣີກ ທີ່ມີກຽດສູງໃນສັງຄົມ ແລະພວກຜູ້ຊາຍຊາວກຣີກດ້ວຍ. |
|
| 13 |
|
| ແຕ່ເມື່ອພວກຢິວໃນເມືອງເທສະໂລນິກ ໄດ້ຍິນຂ່າວວ່າໂປໂລປະກາດພຣະທຳທີ່ເມືອງເບເຣຍເໝືອນກັນ ພວກເຂົາຈຶ່ງມາທີ່ເມືອງນີ້ ແລະລົງມືປຸກລະດົມປະຊາຊົນໃຫ້ວຸ້ນວາຍຂຶ້ນ. |
|
| 14 |
|
| ຝ່າຍຄົນທີ່ເຊື່ອກໍສົ່ງໂປໂລໄປເຖິງແຄມຝັ່ງທະເລໃນທັນທີ, ສ່ວນຊີລາກັບຕີໂມທຽວນັ້ນ ພວກເພິ່ນຍັງພັກຢູ່ໃນເມືອງເບເຣຍ. |
|
| 15 |
|
| ຄົນທີ່ນຳສົ່ງໂປໂລນັ້ນ ກໍໄປກັບພວກເພິ່ນຈົນເຖິງນະຄອນອາແຖນ ແລະເມື່ອໄດ້ຮັບຄຳສັ່ງຈາກເພິ່ນໃຫ້ບອກຊີລາກັບຕີໂມທຽວໃຫ້ມາຫາເພິ່ນໄວທີ່ສຸດເທົ່າທີ່ຈະໄວໄດ້ ແລ້ວພວກເຂົາກໍຈາກໄປ. |
|
| 16 |
|
| ໃນຂະນະທີ່ໂປໂລລໍຖ້າຊີລາ ແລະ ຕີໂມທຽວ ຢູ່ທີ່ນະຄອນອາແຖນນັ້ນ ເພິ່ນກໍຂຸ່ນເຄືອງໃຈໜັກ ເມື່ອເຫັນວ່ານະຄອນນີ້ເຕັມໄປດ້ວຍຮູບເຄົາຣົບ. |
|
| 17 |
|
| ດັ່ງນັ້ນ ເພິ່ນຈຶ່ງໂຕ້ຕອບພວກຢິວ ແລະຄົນຕ່າງຊາດໃນທຳມະສາລາ ທີ່ນະມັດສະການພຣະເຈົ້າ ແລະທຸກຄົນທີ່ເພິ່ນພົບ ທຸກວັນຕາມທີ່ສາທາລະນະ. |
|
| 18 |
|
| ຄົນມີປັນຍາໃນພວກເອປີກູຣຽວ ແລະໃນພວກຊະໂຕອິກ ໄດ້ໂຕ້ຕອບກັບໂປໂລດ້ວຍ, ບາງຄົນເວົ້າວ່າ, “ຄົນເກັບເລັມຄວາມຮູ້ຜູ້ນີ້ຢາກເວົ້າອັນໃດ?” ຄົນອື່ນເວົ້າວ່າ, “ເບິ່ງເໝືອນເປັນຜູ້ປະກາດພຣະທຳພຣະຕ່າງດ້າວ.” ພວກເຂົາເວົ້າເຊັ່ນນີ້ເພາະວ່າ ໂປໂລປະກາດເຖິງພຣະເຢຊູເຈົ້າ ແລະການເປັນຄືນມາຈາກຕາຍ. |
|
| 19 |
|
| ດັ່ງນັ້ນ ພວກເຂົາຈຶ່ງຈັບເອົາໂປໂລໄປກັບພວກເຂົາ ແລະນຳເພິ່ນໄປຢູ່ຕໍ່ໜ້າສະພາອາເລໂອປາໂຂ ແລະເວົ້າວ່າ, “ບອກໃຫ້ພວກເຮົາຮູ້ຄຳສັ່ງສອນໃໝ່ ຊຶ່ງເຈົ້າເວົ້າເຖິງນັ້ນໄດ້ບໍ? |
|
| 20 |
|
| ບາງເລື່ອງທີ່ພວກເຮົາໄດ້ຍິນເຈົ້າເວົ້າ ຟັງຄືແປກໆ ແລະພວກເຮົາຢາກຮູ້ວ່າ ເລື່ອງນັ້ນໝາຍຄວາມວ່າຢ່າງໃດ?” |
|
| 21 |
|
| ດ້ວຍວ່າ, ປະຊາຊົນຊາວອາແຖນ ແລະຊາວຕ່າງດ້າວ ຊຶ່ງອາໄສຢູ່ທີ່ນັ້ນ ບໍ່ເຄີຍເສຍເວລາກັບສິ່ງອື່ນໃດ ນອກຈາກຈະເວົ້າແລະຟັງສິ່ງໃໝ່ໆ. |
|
| 22 |
|
| ແລ້ວໂປໂລກໍຢືນຂຶ້ນຕໍ່ໜ້າທີ່ປະຊຸມຂອງສະພາອາເລໂອປາໂຂ ແລະກ່າວວ່າ, “ຊາວນະຄອນອາແຖນທີ່ນັບຖື ຂ້າພະເຈົ້າເຫັນວ່າ ທ່ານທັງຫລາຍເປັນຜູ້ປະຕິບັດພະຕ່າງໆຢ່າງຄົນເຄັ່ງຄັດ. |
|
| 23 |
|
| ເພາະວ່າ ເມື່ອຂ້າພະເຈົ້າກຳລັງເດີນທາງຜ່ານເມືອງຂອງພວກທ່ານມາ ແລະເບິ່ງຕາມສະຖານທີ່ຕ່າງໆ ທີ່ພວກທ່ານນະມັດສະການ ຂ້າພະເຈົ້າເຫັນແທ່ນບູຊາແທ່ນໜຶ່ງ ຊຶ່ງມີຄຳຈາລຶກວ່າ, ‘ແດ່ພຣະເຈົ້າທີ່ເຮົາບໍ່ຮູ້ຈັກ.’ ພຣະເຈົ້າທີ່ທ່ານທັງຫລາຍນະມັດສະການ ແຕ່ບໍ່ຮູ້ຈັກ ແມ່ນພຣະເຈົ້າອົງນັ້ນແຫຼະ ທີ່ຂ້າພະເຈົ້າມາປະກາດແກ່ພວກທ່ານ. |
|
| 24 |
|
| ພຣະເຈົ້າອົງທີ່ໄດ້ສ້າງໂລກກັບສິ່ງທັງປວງ ທີ່ຢູ່ໃນໂລກແມ່ນອົງພຣະຜູ້ເປັນເຈົ້າຂອງສະຫວັນ ແລະແຜ່ນດິນໂລກ, ພຣະເຈົ້າອົງນີ້ບໍ່ໄດ້ຢູ່ໃນວິຫານທີ່ສ້າງຂຶ້ນມາດ້ວຍມືຂອງມະນຸດ. |
|
| 25 |
|
| ພຣະອົງບໍ່ຈຳເປັນໃຫ້ມະນຸດຈັດຫາສິ່ງໃດສິ່ງໜຶ່ງໃຫ້ແກ່ພຣະອົງ ເພາະວ່າແມ່ນພຣະອົງເອງທີ່ເປັນຜູ້ໂຜດປະທານຊີວິດ, ລົມຫາຍໃຈ ແລະສັບພະທຸກສິ່ງແກ່ມະນຸດທຸກຊາດທຸກພາສາ. |
|
| 26 |
|
| ພຣະອົງໄດ້ສ້າງມະນຸດທຸກຊາດ ໃຫ້ເກີດມາຈາກມະນຸດຄົນດຽວ ແລະໃຫ້ພວກເຂົາຢູ່ທົ່ວພິພົບໂລກ ພຣະອົງໄດ້ຊົງກຳນົດເວລາ ແລະກຳນົດເຂດທີ່ພວກເຂົາຢູ່ນັ້ນ. |
|
| 27 |
|
| ເພື່ອພວກເຂົາຈະໄດ້ສະແຫວງຫາພຣະເຈົ້າ ຫວັງວ່າພວກເຂົາຈະຊອກຫາຈົນພົບພຣະອົງ, ແຕ່ທີ່ຈິງ ພຣະອົງບໍ່ຊົງຢູ່ໄກຈາກເຮົາທຸກຄົນ, |
|
| 28 |
|
| ເພາະວ່າ ‘ໃນພຣະອົງນັ້ນ ພວກເຮົາມີຊີວິດເຄື່ອນໄຫວໄປມາ ແລະເປັນຢູ່.’ ດັ່ງນັກແຕ່ງກາບກອນໃນພວກທ່ານບາງຄົນໄດ້ກ່າວວ່າ, ‘ພວກເຮົາເປັນເຊື້ອສາຍຂອງພຣະອົງເໝືອນກັນ.’ |
|
| 29 |
|
| ໃນເມື່ອພວກເຮົາເປັນເຊື້ອສາຍຂອງພຣະເຈົ້າ ພວກເຮົາກໍບໍ່ຄວນຖືວ່າພຣະເຈົ້າເປັນຄືຮູບເຄົາຣົບທີ່ເປັນຄຳ, ທີ່ເປັນເງິນ, ຫລືເປັນຫີນ ທີ່ຖືກແກະສະຫລັກດ້ວຍສິນລະປະ ດ້ວຍສີມືຂອງນາຍຊ່າງຜູ້ຊຳນານ. |
|
| 30 |
|
| ໃນສະໄໝທີ່ມະນຸດຍັງໂງ່ບໍ່ຮູ້ຈັກພຣະເຈົ້າ ພຣະອົງກໍບໍ່ຊົງຖືໂທດ ແຕ່ບັດນີ້ ພຣະອົງສັ່ງແກ່ມະນຸດທັງປວງໃນທົ່ວທຸກບ່ອນ ໃຫ້ຖິ້ມໃຈເກົ່າເອົາໃຈໃໝ່. |
|
| 31 |
|
| ເພາະວ່າ ພຣະອົງໄດ້ຊົງກຳນົດວັນໜຶ່ງໄວ້ ຊຶ່ງໃນວັນນັ້ນ ພຣະອົງຈະຊົງພິພາກສາໂລກຕາມຄວາມຍຸດຕິທຳ ໂດຍມະນຸດຜູ້ໜຶ່ງ ຊຶ່ງພຣະອົງໄດ້ຊົງຕັ້ງໄວ້ ແລະພຣະເຈົ້າໄດ້ຊົງໂຜດໃຫ້ຄົນທັງປວງມີຄວາມແນ່ໃຈໃນເລື່ອງນີ້ ໂດຍຊົງບັນດານໃຫ້ມະນຸດຜູ້ນັ້ນເປັນຄືນມາຈາກຕາຍ.” |
|
| 32 |
|
| ເມື່ອພວກເຂົາໄດ້ຍິນໂປໂລກ່າວເຖິງຄວາມເປັນຄືນມາຈາກຕາຍ ບາງຄົນໃນພວກເຂົາກໍຫົວຂວັນ, ແຕ່ຄົນອື່ນອີກກ່າວວ່າ, “ພວກເຮົາຢາກຟັງເຈົ້າເວົ້າເຖິງເລື່ອງນີ້ອີກ.” |
|
| 33 |
|
| ດັ່ງນັ້ນ ໂປໂລຈຶ່ງອອກໄປຈາກທີ່ປະຊຸມ. |
|
| 34 |
|
| ມີຜູ້ຊາຍບາງຄົນເຂົ້າຮ່ວມກັບໂປໂລ ແລະໄດ້ຮັບເຊື່ອ ຄົນເຫຼົ່ານັ້ນມີດັ່ງນີ້: ດີໂອນີຊີໂອ ຜູ້ເປັນສະມາຊິກຄົນໜຶ່ງຂອງສະພາ, ຍິງຄົນໜຶ່ງຊື່ວ່າ ດາມາຣີ ແລະຄົນອື່ນໆອີກດ້ວຍ. |
|
|
|
|