|
| 1 |
|
| ເມື່ອເຖິງວັນເພັນເຕຄໍສະເຕ ບັນດາພີ່ນ້ອງຜູ້ທີ່ເຊື່ອທັງໝົດໃນທີ່ນັ້ນ ກໍມາເຕົ້າໂຮມກັນຢູ່ບ່ອນດຽວ. |
|
| 2 |
|
| ໃນທັນໃດນັ້ນ ກໍເກີດມີສຽງໜຶ່ງດັງມາຈາກຟ້າ ເໝືອນສຽງລົມພະຍຸແຮງກ້າ ດັງກ້ອງສະໜັ່ນທົ່ວເຮືອນທີ່ພວກເພິ່ນນັ່ງຢູ່ນັ້ນ. |
|
| 3 |
|
| ມີລີ້ນເປັນຮູບເໝືອນແປວໄຟໄດ້ປາກົດໃຫ້ພວກເພິ່ນເຫັນ ແລະລິ້ນນັ້ນໄດ້ແຕກກະຈາຍອອກໄປຢູ່ເທິງພວກເພິ່ນທຸກຄົນຜູ້ລະລິ້ນ. |
|
| 4 |
|
| ທຸກຄົນໃນທີ່ນັ້ນ ຈຶ່ງເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະເລີ່ມປາກພາສາຕ່າງໆ ຕາມທີ່ພຣະວິນຍານຊົງໂຜດໃຫ້ພວກເພິ່ນເວົ້າ. |
|
| 5 |
|
| ຂະນະນັ້ນ ນະຄອນເຢຣູຊາເລັມມີຊາວຢິວ ຈາກທຸກໆປະເທດໃນໂລກມາພັກອາໄສຢູ່ ແລະຊາວຢິວເຫຼົ່ານີ້ເປັນຄົນຢຳເກງພຣະເຈົ້າ. |
|
| 6 |
|
| ເມື່ອພວກເຂົາໄດ້ຍິນສຽງນີ້ແລ້ວ ກໍມີປະຊາຊົນມາເຕົ້າໂຮມກັນຢ່າງໜາແໜ້ນ ພວກເຂົາທັງໝົດຕ່າງກໍຕື່ນເຕັ້ນປະຫລາດໃຈ ເພາະໄດ້ຍິນບັນດາຄົນເຫຼົ່ານັ້ນ ເວົ້າພາສາທ້ອງຖິ່ນຂອງຕົນ. |
|
| 7 |
|
| ດ້ວຍຄວາມງຶດປະຫລາດໃຈ ພວກເຂົາຈຶ່ງເວົ້າກັນວ່າ, “ຄົນທີ່ເວົ້າກັນຢູ່ນີ້ ເປັນຊາວຄາລີເລທັງໝົດບໍ່ແມ່ນບໍ? |
|
| 8 |
|
| ແຕ່ເຫດໃດ ພວກເຮົາທຸກຄົນຈຶ່ງໄດ້ຍິນພວກເຂົາເວົ້າເປັນພາສາບ້ານເກີດເມືອງນອນຂອງພວກເຮົາ? |
|
| 9 |
|
| ຄືພາສາປາເທຍ, ເມເດຍ ແລະ ເອລາມ ມາຈາກເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາຈາກປົນໂຕ ແລະ ເອເຊຍ, |
|
| 10 |
|
| ມາຈາກຟີເຄຍ ແລະ ປຳຟີເລຍ, ມາຈາກເອຢິບ ແລະຂົງເຂດຕ່າງໆໃນລີເບຍ ຊຶ່ງໃກ້ກັບເມືອງກີເຣເນ ກັບພວກທີ່ມາຈາກນະຄອນໂຣມ ທີ່ເປັນແຂກທີ່ມາຢ້ຽມຢາມ |
|
| 11 |
|
| ທັງເປັນຄົນຢິວ ແລະຄົນຕ່າງຊາດທີ່ນັບຖືລັດທິຢິວ ແລະບາງຄົນໃນພວກເຮົາມາຈາກກະເຣເຕ ແລະປະຊາຊົນຊາວອາຣັບ, ແຕ່ພວກເຮົາຕ່າງກໍໄດ້ຍິນພວກເຂົາເວົ້າພາສາຂອງພວກເຮົາເອງ ເຖິງພາລະກິດອັນຍິ່ງໃຫຍ່ທີ່ພຣະເຈົ້າໄດ້ກະທຳ.” |
|
| 12 |
|
| ເມື່ອຕ່າງຄົນຕ່າງກໍງຶດປະຫລາດໃຈ ແລະສັບສົນຢູ່ນັ້ນ ພວກເຂົາຈຶ່ງສືບຕໍ່ຖາມກັນແລະກັນວ່າ, “ເຫດການເຊັ່ນນີ້ໝາຍຄວາມວ່າຢ່າງໃດໜໍ?” |
|
| 13 |
|
| ແຕ່ຄົນອື່ນໆໄດ້ເຢາະເຢີ້ຍໂດຍເວົ້າວ່າ, “ຄົນເຫຼົ່ານີ້ເມົາເຫຼົ້າ.” |
|
| 14 |
|
| ແລ້ວເປໂຕພ້ອມກັບພວກອັກຄະສາວົກສິບເອັດຄົນນັ້ນ ກໍໄດ້ຢືນຂຶ້ນ ແລະເພິ່ນເລີ່ມກ່າວດ້ວຍສຽງດັງແກ່ປະຊາຊົນວ່າ, “ຊາວຢິວທັງຫລາຍພ້ອມກັບທຸກໆຄົນ ທີ່ມາພັກອາໄສຢູ່ໃນນະຄອນເຢຣູຊາເລັມເອີຍ ຈົ່ງເຂົ້າໃຈເລື່ອງນີ້ ແລະໂຜດຟັງຂ້າພະເຈົ້າກ່າວໃຫ້ດີ. |
|
| 15 |
|
| ຄົນເຫຼົ່ານີ້ບໍ່ໄດ້ເມົາເຫຼົ້າດັ່ງທີ່ພວກທ່ານຄິດ ເພາະຍັງເປັນເວລາເກົ້າໂມງເຊົ້າ. |
|
| 16 |
|
| ແຕ່ເຫດການທີ່ພວກທ່ານໄດ້ເຫັນແລະໄດ້ຍິນນີ້ ແມ່ນເປັນໄປຕາມທີ່ຜູ້ທຳນວາຍໂຢເອນໄດ້ກ່າວໄວ້ວ່າ, |
|
| 17 |
|
| ‘ພຣະເຈົ້າຊົງກ່າວວ່າ, ໃນຍຸກສຸດທ້າຍນັ້ນ ເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທັງປວງ. ລູກຊາຍ ແລະ ລູກຍິງຂອງພວກເຈົ້າ ຈະທຳນວາຍ ຊາຍໜຸ່ມຂອງພວກເຈົ້າຈະເຫັນ ນິມິດ ແລະພວກຊາຍເຖົ້າຂອງພວກເຈົ້າຈະຝັນເຫັນ. |
|
| 18 |
|
| ຝ່າຍເຮົາໃນຄາວນັ້ນ ເຮົາຈະປະທານ ພຣະວິນຍານຂອງເຮົາໃຫ້ແກ່ ຜູ້ຮັບໃຊ້ຊາຍຍິງຂອງເຮົາ ແລະພວກເຂົາຈະທຳນວາຍ. |
|
| 19 |
|
| ເຮົາຈະບັນດານໃຫ້ ມີການອັດສະຈັນໃນທ້ອງຟ້າເບື້ອງເທິງ ແລະໝາຍສຳຄັນໃນໂລກເບື້ອງລຸ່ມ ຈະມີເລືອດ ມີໄຟ ແລະມີອາຍຄວັນ, |
|
| 20 |
|
| ກ່ອນວັນສຳຄັນ ແລະວັນຮຸ່ງເຮືອງ ຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ ດວງຕາເວັນຈະເກີດມືດມົວໄປ ດວງຈັນຈະກາຍເປັນເລືອດ. |
|
| 21 |
|
| ແລ້ວກໍຈະເປັນດັ່ງນີ້ ຄືບຸກຄົນໃດ ທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ກໍຈະໄດ້ລອດພົ້ນ.”’ |
|
| 22 |
|
| “ຊາວອິດສະຣາເອນທັງຫລາຍເອີຍ, ຈົ່ງຟັງຖ້ອຍຄຳເຫຼົ່ານີ້ ພຣະເຢຊູເຈົ້າໄທນາຊາເຣັດ ເປັນຜູ້ທີ່ພຣະເຈົ້າໄດ້ຊົງສຳແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວ ດ້ວຍການອັດສະຈັນ, ດ້ວຍການອິດທິຣິດ ແລະດ້ວຍໝາຍສຳຄັນຕ່າງໆ ຊຶ່ງພຣະເຈົ້າໄດ້ກະທຳດ້ວຍພຣະອົງ, ພວກທ່ານກໍຮູ້ເລື່ອງນີ້ຢູ່ແລ້ວ. ດ້ວຍວ່າ, ເຫດການໄດ້ເກີດຂຶ້ນຢູ່ໃນທ່າມກາງພວກທ່ານ. |
|
| 23 |
|
| ໂດຍສອດຄ່ອງກັບແຜນການຂອງພຣະເຈົ້າ ທີ່ພຣະອົງໄດ້ກຳນົດຄາດໝາຍໄວ້ລ່ວງໜ້າກ່ອນແລ້ວວ່າ ພຣະເຢຊູເຈົ້າຈຳຕ້ອງຖືກມອບໃຫ້ພວກທ່ານ ແລະພວກທ່ານໄດ້ມອບໃຫ້ບັນດາຄົນນອກສາສະໜາ ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະປະຫານຊີວິດເສຍ. |
|
| 24 |
|
| ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ ໂດຍປົດປ່ອຍພຣະອົງອອກຈາກຄວາມເຈັບປວດຂອງອຳນາດແຫ່ງຄວາມຕາຍ ເພາະຄວາມຕາຍບໍ່ສາມາດກັກຈ່ອງພຣະອົງໄວ້ໄດ້. |
|
| 25 |
|
| ເພາະວ່າກະສັດດາວິດໄດ້ກ່າວເຖິງພຣະອົງວ່າ, ‘ຂ້ານ້ອຍໄດ້ເຫັນອົງພຣະຜູ້ເປັນເຈົ້າ ຕໍ່ໜ້າຂ້ານ້ອຍຕະຫລອດເວລາ, ເພາະພຣະອົງຢູ່ເບື້ອງຂວາຂອງຂ້ານ້ອຍ ຂ້ານ້ອຍຈະບໍ່ສະທ້ານຫວັ່ນໄຫວ. |
|
| 26 |
|
| ດ້ວຍເຫດນີ້ ຂ້ານ້ອຍຈຶ່ງເຕັມໄປດ້ວຍ ຄວາມປິຕິຍິນດີ ເມື່ອຂ້ານ້ອຍເວົ້າຈາ ແລະລິ້ນຂອງຂ້ານ້ອຍຈຶ່ງຮ້ອງ ດ້ວຍຄວາມຊົມຊື່ນຍິນດີ. ສຳລັບຂ້ານ້ອຍແລ້ວ ເນື້ອກາຍຂອງຂ້ານ້ອຍ ກໍຈະພັກຜ່ອນດ້ວຍຄວາມຫວັງ ດ້ວຍຄວາມໝັ້ນໃຈໃນພັນທະສັນຍາ ຂອງພຣະເຈົ້າ |
|
| 27 |
|
| ເພາະພຣະອົງຈະບໍ່ປະຖິ້ມຂ້ານ້ອຍໄວ້ ໃນແດນມໍຣະນາ ບ່ອນທີ່ຄົນຕາຍຢູ່ນັ້ນ, ທັງຈະບໍ່ໃຫ້ຜູ້ຮັບໃຊ້ຂອງພຣະອົງ ຜູ້ທີ່ບໍຣິສຸດເປື່ອຍເນົ່າໃນຂຸມຝັງສົບ. |
|
| 28 |
|
| ພຣະອົງຊົງໂຜດໃຫ້ຂ້ານ້ອຍໄດ້ຮູ້ ເຫັນທາງນຳໄປສູ່ຊີວິດ ແລະພຣະອົງຈະຊົງໃຫ້ຂ້ານ້ອຍ ຊົມຊື່ນຍິນດີຢ່າງເຕັມບໍຣິບູນ ຢູ່ຊ້ອງໜ້າພຣະອົງ.’ |
|
| 29 |
|
| ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າມີສິດທີ່ຈະກ່າວຢ່າງເຊື່ອໝັ້ນຕໍ່ພວກທ່ານ ເຖິງກະສັດດາວິດບັນພະບຸລຸດຂອງພວກເຮົາ ເພິ່ນໄດ້ຕາຍໄປ ແລະຖືກຝັງໄວ້ໃນອຸບມຸງຂອງເພິ່ນເອງ ຊຶ່ງຢູ່ທ່າມກາງພວກເຮົາຈົນເຖິງທຸກວັນນີ້. |
|
| 30 |
|
| ເພາະເພິ່ນເປັນຜູ້ທຳນວາຍ ແລະໄດ້ຮູ້ພຣະສັນຍາຂອງພຣະເຈົ້າທີ່ມີໄວ້ກັບເພິ່ນເອງຄື: ພຣະເຈົ້າໄດ້ສັນຍາໄວ້ວ່າ ພຣະອົງຈະໃຫ້ຜູ້ໜຶ່ງໃນເຊື້ອສາຍຂອງເພິ່ນ ຂຶ້ນເປັນກະສັດເທິງພຣະທີ່ນັ່ງຂອງເພິ່ນ. |
|
| 31 |
|
| ກະສັດດາວິດຮູ້ເຫດການທີ່ພຣະເຈົ້າຈະໃຫ້ເກີດຂຶ້ນໃນອະນາຄົດ. ດັ່ງນັ້ນ ເພິ່ນຈຶ່ງກ່າວເຖິງຄວາມເປັນຄືນມາຈາກຕາຍຂອງພຣະຄຣິດວ່າ, ‘ເພິ່ນບໍ່ໄດ້ຖືກປະຖິ້ມໄວ້ໃນແດນມໍຣະນາ ເນື້ອຕົວຂອງເພິ່ນກໍບໍ່ເປື່ອຍເນົ່າ.’ |
|
| 32 |
|
| ພຣະເຈົ້າໄດ້ບັນດານໃຫ້ພຣະເຢຊູເຈົ້າອົງນີ້ ເປັນຄືນມາຈາກຕາຍ ແລະພວກຂ້າພະເຈົ້າທຸກຄົນ ຕ່າງກໍເປັນພະຍານໃນເລື່ອງຄວາມຈິງນີ້. |
|
| 33 |
|
| ພຣະເຈົ້າໄດ້ຍົກພຣະເຢຊູເຈົ້າຂຶ້ນສູ່ເບື້ອງຂວາພຣະຫັດຂອງພຣະອົງ ແລະເພິ່ນໄດ້ຮັບພຣະວິນຍານບໍຣິສຸດເຈົ້າຈາກພຣະບິດາເຈົ້າຕາມພຣະສັນຍາໄວ້, ພຣະເຢຊູເຈົ້າໄດ້ຊົງຖອກພຣະວິນຍານນັ້ນລົງມາ ຊຶ່ງພວກເຈົ້າໄດ້ເຫັນ ແລະໄດ້ຍິນແລ້ວນັ້ນ. |
|
| 34 |
|
| ດ້ວຍເຫດວ່າ ດາວິດບໍ່ໄດ້ຂຶ້ນໄປເທິງສະຫວັນ ແຕ່ເພິ່ນໄດ້ກ່າວວ່າ, ‘ອົງພຣະຜູ້ເປັນເຈົ້າຊົງກ່າວແກ່ ພຣະອົງເຈົ້າຂອງຂ້ານ້ອຍວ່າ, ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ |
|
| 35 |
|
| ຈົນກວ່າເຮົາໄດ້ປາບເຫຼົ່າສັດຕູຂອງເຈົ້າ ໃຫ້ຢູ່ໃຕ້ພື້ນຕີນຂອງເຈົ້າ.’ |
|
| 36 |
|
| ເຫດສະນັ້ນ ປະຊາຊົນອິດສະຣາເອນທຸກຄົນເອີຍ ພວກທ່ານຈຳເປັນຕ້ອງຮູ້ຢ່າງຄັກແນ່ວ່າ ພຣະເຢຊູເຈົ້າອົງນີ້ ຜູ້ທີ່ພວກທ່ານໄດ້ຕອກຄຶງໄວ້ທີ່ໄມ້ກາງແຂນນັ້ນແຫຼະ ແມ່ນຜູ້ທີ່ຖືກຕັ້ງໄວ້ໃຫ້ເປັນທັງພຣະອົງເຈົ້າ ແລະເປັນພຣະຄຣິດ.” |
|
| 37 |
|
| ເມື່ອປະຊາຊົນໄດ້ຍິນເຊັ່ນນີ້ແລ້ວ ຕ່າງກໍເຈັບຊໍ້າກິນແໜງໃຈຫລາຍທີ່ສຸດ ແລະເວົ້າແກ່ເປໂຕກັບອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງເອີຍ ພວກເຮົາຈະຕ້ອງເຮັດຢ່າງໃດ?” |
|
| 38 |
|
| ເປໂຕກ່າວແກ່ພວກເຂົາວ່າ, “ແຕ່ລະຄົນໃນພວກທ່ານ ຕ້ອງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ເພື່ອວ່າບາບກຳຂອງພວກທ່ານຈະໄດ້ຮັບການອະໄພ ແລະພວກທ່ານກໍຈະໄດ້ຮັບຂອງປະທານຈາກພຣະເຈົ້າ ຄືພຣະວິນຍານບໍຣິສຸດເຈົ້າ. |
|
| 39 |
|
| ດ້ວຍວ່າ, ຄຳສັນຍາຂອງພຣະເຈົ້າ ແມ່ນໄດ້ມີໄວ້ກັບພວກທ່ານທັງລູກຂອງພວກທ່ານ ແລະກັບຄົນທັງປວງທີ່ຢູ່ຫ່າງໄກ ຄືແກ່ທຸກຄົນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ໄດ້ເອີ້ນໃຫ້ມາຫາພຣະອົງນັ້ນ.” |
|
| 40 |
|
| ແລ້ວເປໂຕກໍສັ່ງ ແລະຕັກເຕືອນໜູນໃຈພວກເຂົາຕື່ມອີກຫລາຍປະການ ເພິ່ນກ່າວວ່າ, “ຈົ່ງເອົາຕົວລອດພົ້ນຈາກເຊື້ອຊາດອັນຄົດໂກງນີ້ເສຍ.” |
|
| 41 |
|
| ຫລາຍຄົນໃນພວກເຂົາໄດ້ເຊື່ອຖ້ອຍຄຳຂອງເປໂຕ ແລະໄດ້ຮັບບັບຕິສະມາ ແລະໃນວັນນັ້ນມີຄົນເພີ່ມເຂົ້າມາຕື່ມເປັນລູກສິດປະມານສາມພັນຄົນ. |
|
| 42 |
|
| ພວກເຂົາໄດ້ຕັ້ງໝັ້ນຢູ່ໃນຄຳສອນຂອງພວກອັກຄະສາວົກ ເຂົ້າຮ່ວມໃນກຸ່ມສາມັກຄີທຳ ໃນການຫັກເຂົ້າຈີ່ ແລະຮ່ວມໃຈກັນໃນການພາວັນນາອະທິຖານ. |
|
| 43 |
|
| ທຸກຄົນເກີດມີຄວາມຢ້ານຢຳນັບຖື ສ່ວນພວກອັກຄະສາວົກກໍໄດ້ເຮັດການອັດສະຈັນ ແລະໝາຍສຳຄັນຫລາຍປະການ. |
|
| 44 |
|
| ຄົນທີ່ເຊື່ອທັງໝົດກໍສືບຕໍ່ຢູ່ຮ່ວມກັນ ແລະໄດ້ນຳເອົາຊັບສິ່ງຂອງທີ່ຕົນມີຢູ່ນັ້ນ ມາເປັນຂອງສ່ວນລວມ. |
|
| 45 |
|
| ພວກເຂົາໄດ້ຂາຍທີ່ດິນກັບຊັບສິ່ງຂອງ ແລະແຈກຢາຍໃຫ້ແກ່ຄົນທັງປວງ ຕາມຄວາມຈຳເປັນຂອງທຸກໆຄົນ. |
|
| 46 |
|
| ແຕ່ລະວັນ ພວກເຂົາໄດ້ໝັ່ນເຕົ້າໂຮມກັນນະມັດສະການໃນບໍລິເວນພຣະວິຫານ ແລະຫັກເຂົ້າຈີ່ ຮ່ວມຮັບປະທານອາຫານນຳກັນ ຕາມບ້ານເຮືອນຂອງພວກຕົນດ້ວຍຄວາມຊົມຊື່ນຍິນດີ ແລະດ້ວຍໃຈສັດຊື່ |
|
| 47 |
|
| ທັງສັນລະເສີນພຣະເຈົ້າ ແລະຄົນທັງປວງຕ່າງກໍພໍໃຈນຳບັນດາຄົນທີ່ເຊື່ອນັ້ນ ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ມີຄົນທີ່ເຊື່ອ ເພີ່ມຈຳນວນຂຶ້ນທຸກໆວັນ. |
|
|
|
|