|
| 1 |
|
| ສາມວັນ ຫລັງຈາກທີ່ເຟຊະໂຕໄດ້ມາຮອດແຂວງນັ້ນ ເພິ່ນກໍຈາກເມືອງກາຍຊາເຣຍໄປທີ່ນະຄອນເຢຣູຊາເລັມ. |
|
| 2 |
|
| ໃນທີ່ນັ້ນ ບັນດາຫົວໜ້າປະໂຣຫິດກັບບັນດາຜູ້ນຳຂອງຊາວຢິວ ໄດ້ສະເໜີຄະດີຕໍ່ສູ້ໂປໂລແກ່ທ່ານ ພວກເຂົາຂໍຮ້ອງນຳເຟຊະໂຕ. |
|
| 3 |
|
| ເພື່ອຊ່ວຍພວກເຂົາໃນການຕໍ່ສູ້ໂປໂລ ໂດຍໃຫ້ສົ່ງເພິ່ນມາທີ່ນະຄອນເຢຣູຊາເລັມ, ພວກເຂົາມີແຜນການທີ່ຈະລັດຂ້າໂປໂລກາງທາງ. |
|
| 4 |
|
| ແຕ່ເຟຊະໂຕຕອບວ່າ, “ໂປໂລຖືກຄຸມຂັງໄວ້ຢູ່ເມືອງກາຍຊາເຣຍ ແລະເຮົາເອງກໍຈະກັບຄືນໄປທີ່ນັ້ນໃນໄວໆນີ້. |
|
| 5 |
|
| ດັ່ງນັ້ນ ຈົ່ງໃຫ້ບັນດາຜູ້ມີອຳນາດໃນພວກເຈົ້າໄປທີ່ເມືອງກາຍຊາເຣຍກັບເຮົາ ແລະຟ້ອງຜູ້ກ່ຽວ ຖ້າລາວເຮັດຜິດຢ່າງໃດຢ່າງໜຶ່ງ.” |
|
| 6 |
|
| ເຟຊະໂຕພັກຢູ່ນຳພວກເຂົາພຽງແຕ່ແປດວັນຫາສິບວັນເທົ່ານັ້ນ ແລ້ວເພິ່ນກໍກັບຄືນເມືອທີ່ເມືອງກາຍຊາເຣຍ, ວັນຕໍ່ມາ ເພິ່ນໄດ້ນັ່ງທີ່ສານ ແລະສັ່ງໃຫ້ທະຫານນຳໂປໂລເຂົ້າມາ. |
|
| 7 |
|
| ເມື່ອໂປໂລເຂົ້າມາແລ້ວ ພວກຢິວທີ່ມາແຕ່ນະຄອນເຢຣູຊາເລັມ ກໍຢືນອ້ອມໂປໂລ ແລະເລີ່ມຟ້ອງຄະດີໃຫຍ່ໆຫລາຍຄະດີ ຊຶ່ງພວກເຂົາບໍ່ມີຫຼັກຖານຢືນຢັນໄດ້. |
|
| 8 |
|
| ແຕ່ໂປໂລກ່າວແກ້ຄະດີວ່າ, “ຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງຕໍ່ສູ້ກົດໝາຍຂອງພວກຢິວ, ຕໍ່ສູ້ພຣະວິຫານ ແລະຕໍ່ສູ້ຈັກກະພັດໂຣມ.” |
|
| 9 |
|
| ແຕ່ເຟຊະໂຕຢາກໃຫ້ພວກຢິວພໍໃຈນຳຕົນ. ດັ່ງນັ້ນ ເພິ່ນຈຶ່ງຖາມໂປໂລວ່າ, “ເຈົ້າຢາກໄປທີ່ນະຄອນເຢຣູຊາເລັມ ເພື່ອຊຳລະຄວາມເຖິງການກ່າວຫາເຫຼົ່ານີ້ຕໍ່ໜ້າເຮົາຢູ່ທີ່ນັ້ນບໍ?” |
|
| 10 |
|
| ໂປໂລຕອບວ່າ, “ຂ້ານ້ອຍກຳລັງຢືນຢູ່ຕໍ່ໜ້າສານຕັດສິນຂອງຈັກກະພັດຢູ່ແລ້ວ ຈົ່ງພິພາກສາຂ້ານ້ອຍຢູ່ທີ່ນີ້ສາ, ຂ້ານ້ອຍບໍ່ໄດ້ເຮັດຜິດຫຍັງຕໍ່ພວກຢິວ ດັ່ງທີ່ທ່ານເອງກໍຮູ້ຢູ່ແລ້ວ. |
|
| 11 |
|
| ຖ້າຫາກຂ້ານ້ອຍໄດ້ເຮັດຜິດ ແລະເຮັດອັນໃດທີ່ຄວນຈະມີໂທດເຖິງຕາຍ ຂ້ານ້ອຍກໍຍອມຕາຍໂດຍບໍ່ຂັດຂືນ, ແຕ່ຖ້າເລື່ອງທີ່ພວກເຂົາກ່າວຟ້ອງຂ້ານ້ອຍນັ້ນ ບໍ່ເປັນຄວາມຈິງແລ້ວ ບໍ່ມີຜູ້ໃດທີ່ມີອຳນາດມອບຂ້ານ້ອຍໃຫ້ພວກເຂົາໄດ້, ຂ້ານ້ອຍຂໍອຸທອນໄປເຖິງຈັກກະພັດ.” |
|
| 12 |
|
| ຫລັງຈາກເຟຊະໂຕໄດ້ປຶກສາຫາລືກັບທີ່ປຶກສາ ແລ້ວກໍຕອບວ່າ, “ເຈົ້າໄດ້ຂໍອຸທອນໄປເຖິງຈັກກະພັດ. ດັ່ງນັ້ນ ເຈົ້າກໍຈະໄປຢືນຢູ່ຕໍ່ໜ້າຈັກກະພັດ.” |
|
| 13 |
|
| ຫລາຍອາທິດຕໍ່ມາ ກະສັດອັກຄຼີປາ ກັບນາງເບນີເກຜູ້ເປັນນ້ອງສາວ ກໍມາທີ່ເມືອງກາຍຊາເຣຍ ເພື່ອທຳການຕ້ອນຮັບເຟຊະໂຕ. |
|
| 14 |
|
| ຫລັງຈາກພັກຢູ່ທີ່ນັ້ນ ເປັນເວລາຫລາຍວັນ ເຟຊະໂຕກໍເລົ່າຄະດີຂອງໂປໂລໃຫ້ກະສັດຟັງວ່າ, “ມີຊາຍຄົນໜຶ່ງທີ່ເຟລິກໄດ້ຂັງປະໄວ້ໃນຄຸກ, |
|
| 15 |
|
| ເມື່ອຂ້ານ້ອຍໄປທີ່ນະຄອນເຢຣູຊາເລັມ ພວກຫົວໜ້າປະໂຣຫິດກັບພວກເຖົ້າແກ່ ໄດ້ມາສະເໜີຄະດີຕໍ່ສູ້ຄົນນີ້ ແລະຂໍຮ້ອງຂ້ານ້ອຍໃຫ້ຕັດສິນລົງໂທດລາວ. |
|
| 16 |
|
| ແຕ່ຂ້ານ້ອຍຕອບພວກເພິ່ນວ່າ, ຊາວໂຣມບໍ່ມີທຳນຽມທີ່ຈະມອບຕົວຈຳເລີຍ ກ່ອນທີ່ໂຈດກັບຈຳເລີຍມາຊ້ອງໜ້າກັນ ເພື່ອໃຫ້ຈຳເລີຍມີໂອກາດກ່າວແກ້ຄະດີຕໍ່ຂໍ້ກ່າວຫາ. |
|
| 17 |
|
| ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ມາທີ່ນີ້ກັບຂ້ານ້ອຍ, ຝ່າຍຂ້ານ້ອຍກໍບໍ່ໄດ້ຊັກຊ້າເສຍເວລາ ແລະໃນວັນຕໍ່ມາ ຂ້ານ້ອຍກໍນັ່ງທີ່ສານ ແລະສັ່ງໃຫ້ທະຫານນຳພາຊາຍຄົນນັ້ນເຂົ້າມາ. |
|
| 18 |
|
| ພວກໂຈດຈຶ່ງຢືນຂຶ້ນຟ້ອງ ແຕ່ພວກເພິ່ນບໍ່ໄດ້ກ່າວຫາລາວໃນການກະທຳຊົ່ວປະການໃດ ຕາມທີ່ຂ້ານ້ອຍໄດ້ຄາດຄິດໄວ້. |
|
| 19 |
|
| ພຽງແຕ່ເປັນການຖົກຖຽງກັນເຖິງບັນຫາເລື່ອງລັດທິສາສະໜາຂອງພວກເພິ່ນເອງ ແລະເຖິງຊາຍຄົນໜຶ່ງທີ່ຕາຍໄປແລ້ວຊື່ວ່າ ເຢຊູ, ແຕ່ໂປໂລກັບອ້າງວ່າເພິ່ນຍັງມີຊີວິດຢູ່. |
|
| 20 |
|
| ຍ້ອນຂ້ານ້ອຍບໍ່ແນ່ໃຈວ່າ ຈະພິຈາລະນາບັນຫານີ້ຢ່າງໃດ, ດັ່ງນັ້ນ ຂ້ານ້ອຍຈຶ່ງຖາມໂປໂລວ່າ, ‘ເຈົ້າຢາກໄປທີ່ນະຄອນເຢຣູຊາເລັມ ເພື່ອຊຳລະຄວາມທີ່ນັ້ນຫລືບໍ່?’ |
|
| 21 |
|
| ແຕ່ໂປໂລໄດ້ອຸທອນຄະດີ ລາວຂໍໃຫ້ຄຸມຕົວລາວໄວ້ ເພື່ອໃຫ້ຈັກກະພັດຕັດສິນຄະດີຂອງລາວ, ດັ່ງນັ້ນ ຂ້ານ້ອຍຈຶ່ງສັ່ງໃຫ້ຄຸມຕົວຜູ້ກ່ຽວໄວ້ ຈົນກວ່າຈະໄດ້ສົ່ງໄປເຖິງຈັກກະພັດ.” |
|
| 22 |
|
| ອັກຄຼີປາຈຶ່ງກ່າວແກ່ເຟຊະໂຕວ່າ, “ເຮົາກໍຢາກຟັງຄົນນີ້ເວົ້າດ້ວຍຕົນເອງເໝືອນກັນ.” ເຟຊະໂຕຕອບວ່າ, “ມື້ອື່ນທ່ານຈະໄດ້ຍີນລາວເວົ້າ.” |
|
| 23 |
|
| ດັ່ງນັ້ນ ວັນຕໍ່ມາ ອັກຄຼີປາກັບນາງເບນີເກກໍມາເຖິງພ້ອມກັບຂະບວນແຫ່ແຫນ ແລະເຂົ້າໄປໃນຫໍປະຊຸມກັບບັນດານາຍທະຫານ ແລະບຸກຄົນສຳຄັນໃນເມືອງ. ຈາກນັ້ນ ເຟຊະໂຕໄດ້ສັ່ງທະຫານໃຫ້ນຳໂປໂລເຂົ້າມາ. |
|
| 24 |
|
| ເຟຊະໂຕກ່າວວ່າ, “ກາບຮຽນກະສັດອັກຄຼີປາທີ່ນັບຖື ຕະຫລອດທັງທຸກຄົນທີ່ມີໜ້າກັບພວກຂ້າພະເຈົ້າໃນທີ່ນີ້, ພວກທ່ານເຫັນຊາຍຄົນນີ້ແລ້ວ ຜູ້ທີ່ພວກຢິວທັງໝົດທັງໃນທີ່ນີ້ ແລະໃນນະຄອນເຢຣູຊາເລັມໄດ້ຮ້ອງຂໍຕໍ່ຂ້າພະເຈົ້າ, ພວກເພິ່ນຮ້ອງຂໍວ່າ ລາວບໍ່ຄວນມີຊີວິດຢູ່ຕໍ່ໄປ. |
|
| 25 |
|
| ສ່ວນຂ້າພະເຈົ້າໄດ້ເຫັນວ່າ ຄົນນີ້ບໍ່ໄດ້ເຮັດຜິດອັນໃດທີ່ຄວນຈະຕ້ອງຕາຍ, ແຕ່ເພາະຜູ້ກ່ຽວເອງໄດ້ອຸທອນໄປເຖິງຈັກກະພັດ, ຂ້າພະເຈົ້າຈຶ່ງຕັດສິນໃຈຈະສົ່ງລາວໄປ. |
|
| 26 |
|
| ຂ້າພະເຈົ້າບໍ່ມີລາຍລະອຽດອັນໃດກ່ຽວກັບລາວຢ່າງຄັກແນ່ ພໍທີ່ຈະຂຽນໄປກາບຮຽນຈັກກະພັດ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງນຳລາວມາທີ່ນີ້ຕໍ່ໜ້າພວກທ່ານ ແລະໂດຍສະເພາະຕໍ່ໜ້າກະສັດອັກຄຼີປາ ເພື່ອວ່າຫລັງຈາກສອບຖາມຄະດີຂອງລາວແລ້ວ ຂ້າພະເຈົ້າອາດຈະມີເລື່ອງເພື່ອຂຽນເປັນລາຍງານ. |
|
| 27 |
|
| ເພາະສຳລັບຂ້າພະເຈົ້າແລ້ວເຫັນວ່າ ເປັນການບໍ່ເໝາະສົມ ທີ່ຈະສົ່ງນັກໂທດຄົນໜຶ່ງໄປ ໂດຍບໍ່ມີຂໍ້ກ່າວຫາຂອງຜູ້ກ່ຽວໄປພ້ອມ.” |
|
|
|
|