|
| 1 |
|
| ເມື່ອໄດ້ມີການຕັດສິນໃຈວ່າ ຈະໃຫ້ພວກເຮົາເດີນທາງໄປທາງເຮືອກຳປັ່ນ ໄປທີ່ປະເທດອີຕາລີ ພວກເຂົາຈຶ່ງມອບໂປໂລກັບນັກໂທດຄົນອື່ນໆໄວ້ກັບນາຍຮ້ອຍຄົນໜຶ່ງຊື່ວ່າ, ຢູລີໂອ ເປັນນາຍທະຫານໃນກອງທັບຂອງຈັກກະພັດໂອຄຸດໂຕ. |
|
| 2 |
|
| ພວກເຮົາລົງເຮືອລຳໜຶ່ງ ທີ່ມາຈາກອາຣະມິດ ຊຶ່ງກຳລັງຈະອອກໄປທຽບທ່າຕ່າງໆຕາມແຂວງເອເຊຍ ແລ້ວພວກເຮົາກໍອອກເດີນທາງໄປ, ອາຣິດຕາໂຂ ຊາວເມືອງເທສະໂລນິກໃນແຂວງມາເກໂດເນຍ ກໍເດີນທາງໄປກັບພວກເຮົາດ້ວຍ. |
|
| 3 |
|
| ວັນຕໍ່ມາ ພວກເຮົາໄດ້ມາເຖິງເມືອງຊີໂດນ, ຢູລີໂອໄດ້ມີໃຈເມດຕາຕໍ່ໂປໂລ ຈຶ່ງອະນຸຍາດໃຫ້ໂປໂລໄປຫາໝູ່ເພື່ອນໄດ້ ເພື່ອຮັບເອົາເຄື່ອງຂອງທີ່ຕົນຈຳເປັນໃຊ້. |
|
| 4 |
|
| ເມື່ອເຮືອອອກຈາກທີ່ນັ້ນແລ້ວ ພວກເຮົາກໍຕ້ອງລຽບຝັ່ງຂອງເກາະໄຊປຣັດໄປ ຊຶ່ງເປັນບ່ອນທີ່ຫລີກທວນລົມໄດ້ ເພາະຖືກລົມພັດຂັດຂວາງ. |
|
| 5 |
|
| ເມື່ອຜ່ານທະເລໃກ້ກັບເມືອງກີລີເກຍ ແລະເມືອງປຳຟີເລຍໄປແລ້ວ ພວກເຮົາກໍມາເຖິງເມືອງມີຣາ ໃນແຂວງລີເກຍ. |
|
| 6 |
|
| ໃນທີ່ນັ້ນ ນາຍຮ້ອຍໄດ້ພົບເຮືອລຳໜຶ່ງ ທີ່ມາຈາກເມືອງອາເລັກຊັນເດຍ ຊຶ່ງກຳລັງຈະໄປປະເທດອີຕາລີ. ດັ່ງນັ້ນ ນາຍຮ້ອຍຈຶ່ງໃຫ້ພວກເຮົາລົງໄປຂຶ້ນເຮືອລຳນັ້ນ. |
|
| 7 |
|
| ເຮືອຊຶ່ງພວກເຮົາຂີ່ນັ້ນໄປຊ້າຫລາຍ ແລະກໍໃຊ້ເວລາຫລາຍວັນດ້ວຍຄວາມຍາກລຳບາກ ຈຶ່ງມາເຖິງເມືອງກະນີໂດ, ໃນເມື່ອລົມພັດຕ້ານພວກເຮົາແຮງຫລາຍ ພວກເຮົາຈຶ່ງບໍ່ອາດໄປຕາມທິດທາງນັ້ນໄດ້. ດັ່ງນັ້ນ ພວກເຮົາຈຶ່ງລຽບຝັ່ງຂອງເກາະກະເຣເຕໄປ ຊຶ່ງເປັນບ່ອນທີ່ຫລີກລົມໄດ້ໂດຍຜ່ານແຫລມສານໂມນ. |
|
| 8 |
|
| ເມື່ອລຽບຝັ່ງຂອງເກາະໄປດ້ວຍຄວາມລຳບາກແລ້ວ ພວກເຮົາຈຶ່ງມາເຖິງບ່ອນໜຶ່ງ ຊຶ່ງຢູ່ໃກ້ກັບເມືອງລາເຊຊື່ວ່າ, “ທ່າງາມ.” |
|
| 9 |
|
| ພວກເຮົາເສຍເວລາຫລາຍຢູ່ທີ່ນັ້ນ ແລະເດີນທາງຕໍ່ໄປອາດເປັນອັນຕະລາຍກໍໄດ້ ເພາະບັດນີ້ ເທດສະການວັນລຶບລ້າງບາບ ກໍຜ່ານພົ້ນໄປແລ້ວ. ດັ່ງນັ້ນ ໂປໂລຈຶ່ງແນະນຳພວກເຂົາວ່າ, |
|
| 10 |
|
| “ທ່ານທັງຫລາຍເອີຍ ເຮົາເຫັນວ່າການເດີນທາງນີ້ຈະເປັນອັນຕະລາຍ ເຮືອກັບເຄື່ອງບັນທຸກຈະໄດ້ຮັບຄວາມເສຍຫາຍໜັກ ນອກນີ້ກໍຍັງເປັນການສ່ຽງຕໍ່ຊີວິດຂອງພວກເຮົາເໝືອນກັນ.” |
|
| 11 |
|
| ແຕ່ນາຍຮ້ອຍເຊື່ອຄວາມຫົວໜ້າ ແລະເຈົ້າຂອງເຮືອຫລາຍກວ່າຄຳແນະນຳຂອງໂປໂລ. |
|
| 12 |
|
| ເພາະທ່າເຮືອນັ້ນບໍ່ເໝາະສຳລັບຈອດພັກໃນລະດູໜາວ, ດັ່ງນັ້ນ ຄົນເດີນເຮືອສ່ວນຫລາຍຈຶ່ງຕັດສິນໃຈອອກຈາກທີ່ນັ້ນ ແລະພະຍາຍາມເດີນເຮືອໃຫ້ເຖິງເມືອງໂຟນິກ ຖ້າເປັນໄປໄດ້ ເພື່ອຈອດພັກຍາມລະດູໜາວ ຊຶ່ງເປັນທ່າເຮືອຂອງກະເຣເຕ ຢູ່ທາງດ້ານຕາເວັນຕົກສ່ຽງໃຕ້ກັບຕາເວັນຕົກສ່ຽງເໜືອ. |
|
| 13 |
|
| ເມື່ອລົມທິດໃຕ້ເລີ່ມພັດມາຄ່ອຍໆພວກເຂົາຄິດວ່າ ຄົງເຮັດຕາມແຜນການຂອງພວກເຂົາໄດ້. ດັ່ງນັ້ນ ພວກເຂົາຈຶ່ງຖອນສະໝໍຂຶ້ນ ແລະແລ່ນເຮືອລຽບໃກ້ຝັ່ງຂອງກະເຣເຕ. |
|
| 14 |
|
| ແຕ່ເມື່ອພວກເຂົາແລ່ນເຮືອໄປບໍ່ເຫິງປານໃດລົມພະຍຸທີ່ຊື່ວ່າ, “ລົມຕາເວັນອອກສ່ຽງເໜືອ.” ກໍພັດຢ່າງແຮງ ລົງມາແຕ່ເທິງພູຂອງເກາະ. |
|
| 15 |
|
| ລົມພະຍຸພັດໃສ່ເຮືອຢ່າງໜັກ ແລະໃນເມື່ອແລ່ນເຮືອບຸລົມພະຍຸບໍ່ໄດ້ ພວກເຮົາຈຶ່ງຢຸດຄວາມພະຍາຍາມ ແລະປ່ອຍໃຫ້ເຮືອຖືກພັດໄປຕາມກະແສລົມ. |
|
| 16 |
|
| ພວກເຮົາມີບ່ອນຊົ້ນລົມພະຍຸໜ້ອຍໜຶ່ງ ເມື່ອຜ່ານໄປສູ່ທາງໃຕ້ຂອງເກາະນ້ອຍແຫ່ງໜຶ່ງຊື່ວ່າ ກາວດາ, ໃນທີ່ນັ້ນ ພວກເຮົາມັດເຮືອນ້ອຍທີ່ໃຊ້ກູ້ໄພໄວ້ໄດ້ຍາກທີ່ສຸດ. |
|
| 17 |
|
| ເມື່ອຍົກເຮືອນ້ອຍຂຶ້ນແລ້ວ ພວກລູກເຮືອກໍເອົາເຊືອກມັດກ້ຽວເຮືອໃຫຍ່ໄວ້, ເພາະພວກເຂົາຢ້ານວ່າເຮືອຈະໄປຄຸງຫາດຊາຍທີ່ແຄມຝັ່ງຂອງຊີຣະຕີ, ດັ່ງນັ້ນ ພວກເຂົາຈຶ່ງລົດໃບເຮືອລົງ ແລະປ່ອຍໃຫ້ເຮືອໄປຕາມກະແສລົມພັດ. |
|
| 18 |
|
| ລົມພະຍຸກ້າສືບຕໍ່ພັດກະໜໍ່າຢ່າງແຮງ. ດັ່ງນັ້ນ ໃນວັນຕໍ່ມາ ພວກເຂົາຈຶ່ງເລີ່ມໂຍນເຄື່ອງຂອງບັນທຸກຖິ້ມອອກຈາກເຮືອ, |
|
| 19 |
|
| ແລະໃນວັນທີສາມ ພວກເຂົາກໍໂຍນເຄື່ອງໃຊ້ໃນເຮືອຖິ້ມດ້ວຍມືຂອງພວກເຂົາເອງ. |
|
| 20 |
|
| ເປັນເວລາຫລາຍວັນ ທີ່ພວກເຮົາບໍ່ອາດເຫັນຕາເວັນ ແລະດວງດາວໄດ້ ແລະລົມພະຍຸກໍພັດມາຢ່າງແຮງຢູ່ຕະຫລອດ, ໃນທີ່ສຸດ ຄວາມຫວັງທີ່ພວກເຮົາຈະລອດຊີວິດນັ້ນ ກໍໝົດສິ້ນໄປ. |
|
| 21 |
|
| ພວກທີ່ຂີ່ເຮືອນັ້ນບໍ່ໄດ້ກິນເຂົ້າເປັນເວລາຫລາຍວັນ. ດັ່ງນັ້ນ ໂປໂລຈຶ່ງຢືນຂຶ້ນຕໍ່ໜ້າພວກເຂົາ ແລະກ່າວວ່າ, “ທ່ານທັງຫລາຍເອີຍ ພວກທ່ານຄວນຟັງຄວາມເຮົາ ແລະບໍ່ຄວນອອກມາຈາກເກາະກະເຣເຕ, ແລ້ວພວກເຮົາກໍຄົງບໍ່ປະເຊີນກັບອັນຕະລາຍ ແລະການສູນເສຍເຄື່ອງຂອງເຫຼົ່ານີ້. |
|
| 22 |
|
| ແຕ່ບັດນີ້ ເຮົາຂໍເຊີນຊວນພວກທ່ານໃຫ້ຊື່ນໃຈເທາະ ເພາະໃນພວກທ່ານຈະບໍ່ມີຜູ້ໃດເສຍຊີວິດ ຈະເສຍກໍມີແຕ່ເຮືອເທົ່ານັ້ນ. |
|
| 23 |
|
| ເພາະວ່າໃນຄືນນີ້ເອງເທວະດາຂອງພຣະເຈົ້າ ອົງເປັນເຈົ້າຂອງຂອງເຮົາ ແລະອົງທີ່ເຮົານະມັດສະການນັ້ນ ໄດ້ມາຢືນຢູ່ໃກ້ເຮົາ |
|
| 24 |
|
| ແລ້ວກ່າວວ່າ, ‘ໂປໂລເອີຍ ຢ່າສູ່ຢ້ານ ເຈົ້າຈະຕ້ອງໄດ້ຢືນຢູ່ຕໍ່ໜ້າຈັກກະພັດ, ສ່ວນຄົນທັງຫລາຍທີ່ຢູ່ເທິງເຮືອນຳເຈົ້ານັ້ນ ພຣະເຈົ້າຈະຊົງຊ່ວຍໃຫ້ພົ້ນຕາຍເພາະເຫັນແກ່ເຈົ້າ.’ |
|
| 25 |
|
| ເພາະສະນັ້ນ ທ່ານທັງຫລາຍເອີຍ, ຈົ່ງຊື່ນໃຈເທາະ ເພາະເຮົາໄດ້ວາງໃຈເຊື່ອໃນພຣະເຈົ້າ ເຮົາຈຶ່ງແນ່ໃຈວ່າ ທຸກສິ່ງຈະເປັນໄປຕາມທີ່ພຣະອົງໄດ້ບອກເຮົານັ້ນ. |
|
| 26 |
|
| ແຕ່ພວກເຮົາຈະຕ້ອງຄຸງເກາະແຫ່ງໜຶ່ງ.” |
|
| 27 |
|
| ຕົກມາຮອດຄືນທີສິບສີ່ ລົມພະຍຸກໍຍັງພັດພວກເຮົາໄປມາຢູ່ຕະຫລອດ ໃນທະເລເມດີແຕຣາເນ ປະມານທ່ຽງຄືນ ພວກລູກເຮືອກໍຄິດວ່າ ພວກເຂົາມາໃກ້ບົກແລ້ວ. |
|
| 28 |
|
| ພວກເຂົາໄດ້ໂຍນສາຍແທກລົງໃນນໍ້າທະເລ ຈຶ່ງຮູ້ວ່ານໍ້າເລິກສາມສິບເຈັດແມັດ, ເມື່ອໄປຕື່ມໜ້ອຍໜຶ່ງ ກໍໂຍນສາຍແທກຢັ່ງເບິ່ງອີກ ຈຶ່ງຮູ້ວ່ານໍ້າເລິກຊາວແປດແມັດ. |
|
| 29 |
|
| ພວກເຂົາຢ້ານວ່າເຮືອຂອງພວກເຂົາ ຈະຕຳໂງ່ນຫີນທີ່ຝັ່ງ ຈຶ່ງຖິ້ມສະໝໍທາງທ້າຍເຮືອສີ່ອັນລົງ ແລະພາວັນນາອະທິຖານຂໍໃຫ້ແຈ້ງໄວໆ. |
|
| 30 |
|
| ແລ້ວພວກລູກເຮືອ ກໍຊອກຫາທາງທີ່ຈະອອກໜີຈາກເຮືອໄປ ພວກເຂົາຢ່ອນເຮືອນ້ອຍທີ່ໃຊ້ກູ້ໄພລົງນໍ້າ ແລະເຮັດຕັ້ງຕິຈະຖິ້ມສະໝໍລົງທາງຫົວເຮືອ. |
|
| 31 |
|
| ແຕ່ໂປໂລກ່າວແກ່ນາຍຮ້ອຍໂຣມກັບພວກທະຫານວ່າ, “ຖ້າຄົນເຫຼົ່ານີ້ບໍ່ຢູ່ໃນເຮືອ ພວກທ່ານຈະບໍ່ລອດຊີວິດ.” |
|
| 32 |
|
| ດັ່ງນັ້ນ ພວກທະຫານຈຶ່ງຕັດເຊືອກທີ່ມັດເຮືອນ້ອຍໄວ້ນັ້ນ ໃຫ້ເຮືອຕົກນໍ້າໄຫລໄປ. |
|
| 33 |
|
| ເມື່ອໃກ້ຈະຮຸ່ງເຊົ້າ ໂປໂລກໍເຊີນຊວນພວກເຂົາທຸກຄົນໃຫ້ກິນເຂົ້າ ແລະກ່າວວ່າ, “ບັດນີ້ ພວກທ່ານລໍຖ້າໄດ້ສິບສີ່ວັນແລ້ວ ແລະບໍ່ໄດ້ກິນຫຍັງຕະຫລອດເວລາດັ່ງກ່າວນັ້ນ. |
|
| 34 |
|
| ດັ່ງນັ້ນ ເຮົາຈຶ່ງຂໍເຊີນຊວນໃຫ້ພວກທ່ານກິນອາຫານ ເພາະພວກທ່ານຕ້ອງການກິນອາຫານເພື່ອໃຫ້ຢູ່ລອດ. ດ້ວຍວ່າ, ບໍ່ມີຜູ້ໃດຜູ້ໜຶ່ງໃນພວກທ່ານ ຈະສູນເສຍແມ່ນແຕ່ຜົມເສັ້ນດຽວທີ່ຫົວຂອງຕົນ.” |
|
| 35 |
|
| ຫລັງຈາກກ່າວເຊັ່ນນີ້ແລ້ວ ໂປໂລກໍຈັບເອົາເຂົ້າຈີ່ຂຶ້ນມາ ໂມທະນາຂອບພຣະຄຸນພຣະເຈົ້າຕໍ່ໜ້າທຸກຄົນ ແລ້ວກໍຫັກຮັບປະທານ. |
|
| 36 |
|
| ພວກເຂົາທຸກຄົນ ຕ່າງກໍຊື່ນໃຈຂຶ້ນຈຶ່ງຮັບປະທານອາຫານດ້ວຍກັນ. |
|
| 37 |
|
| ພວກເຮົາມີດ້ວຍກັນທັງໝົດ ສອງຮ້ອຍເຈັດສິບຫົກຄົນ ທີ່ຢູ່ໃນເຮືອນີ້. |
|
| 38 |
|
| ເມື່ອທຸກຄົນກິນອີ່ມແລ້ວ ພວກເຂົາກໍຂົນເຂົ້າເປືອກຖິ້ມລົງທະເລ ເພື່ອໃຫ້ເຮືອເບົາຂຶ້ນ. |
|
| 39 |
|
| ເມື່ອແຈ້ງມາແລ້ວ ພວກລູກເຮືອກໍບໍ່ຮູ້ວ່າແມ່ນແຄມຝັ່ງໃດ ແຕ່ພວກເຂົາຫລຽວເຫັນອ່າວແຫ່ງໜຶ່ງທີ່ມີຫາດ. ດັ່ງນັ້ນ ພວກເຂົາຈຶ່ງຕົກລົງກັນວ່າ ຖ້າເປັນໄປໄດ້ຈະໃຫ້ເຮືອເຂົ້າຄຸງຫາດນັ້ນ. |
|
| 40 |
|
| ພວກເຂົາຕັດສາຍສະໝໍຖິ້ມລົງໃນທະເລ, ໃນເວລາດຽວກັນນັ້ນ ພວກເຂົາກໍແກ້ເຊືອກທີ່ມັດໂທມຂັດທ້າຍເຮືອອອກ, ແລ້ວພວກເຂົາກໍເລີ່ມຊັກໃບເຮືອທີ່ຫົວເຮືອຂຶ້ນໃຫ້ລົມພັດ ເພື່ອເຮືອຈະແລ່ນຊື່ເຂົ້າໄປຫາຝັ່ງ. |
|
| 41 |
|
| ແຕ່ເມື່ອເຮືອມາຈຸຫາດດິນຊາຍລະຫວ່າງສອງກະແສນໍ້າໄຫລ ເຮືອຈຶ່ງຄາຢູ່ກັບທີ່ ຫົວເຮືອຊົ້ນເຂົ້າໄປໃນດິນຊາຍ ແລະເຄື່ອນໄຫວບໍ່ໄດ້ ສ່ວນທ້າຍເຮືອນັ້ນແຕກ ໂດຍຖືກກະແສນໍ້າທີ່ໄຫລແຮງທັ່ງໃສ່. |
|
| 42 |
|
| ພວກທະຫານວາງແຜນກັນວ່າ, ຈະຂ້າພວກນັກໂທດ ເພາະຢ້ານວ່າຈະມີຜູ້ລອຍນໍ້າໜີໄປໄດ້, |
|
| 43 |
|
| ແຕ່ນາຍຮ້ອຍໂຣມມີໃຈຢາກໃຫ້ໂປໂລລອດຊີວິດ ຈຶ່ງຫ້າມພວກເຂົາບໍ່ໃຫ້ປະຕິບັດຕາມແຜນນັ້ນ, ນາຍຮ້ອຍຈຶ່ງສັ່ງໃຫ້ທຸກຄົນທີ່ລອຍນໍ້າເປັນໂດດລົງນໍ້າກ່ອນໝູ່ ແລະລອຍເຂົ້າໄປຫາຝັ່ງ. |
|
| 44 |
|
| ສ່ວນຜູ້ທີ່ເຫຼືອນັ້ນ ໃຫ້ລອຍເຟືອໄມ້ແປ້ນ ຫລືເຟືອທ່ອນໄມ້ທີ່ຫັກຈາກເຮືອຕາມໄປ. ດັ່ງນັ້ນ ພວກເຂົາທຸກຄົນຈຶ່ງມາເຖິງຝັ່ງດ້ວຍຄວາມປອດໄພ. |
|
|
|
|