|
| 1 |
|
| ວັນໜຶ່ງ ເປໂຕກັບໂຢຮັນໄດ້ຂື້ນໄປທີ່ພຣະວິຫານໃນຕອນບ່າຍສາມໂມງ ເພາະເປັນເວລາພາວັນນາອະທິຖານ. |
|
| 2 |
|
| ທາງເຂົ້າພຣະວິຫານມີຊື່ວ່າປະຕູງາມ ມີຊາຍຜູ້ໜຶ່ງເປັນຄົນເປ້ຍມາແຕ່ເກີດ, ແຕ່ລະວັນ ລາວໄດ້ຖືກຫາມມາວາງໄວ້ທີ່ນັ້ນ ເພື່ອຂໍທານນຳຄົນທີ່ເຂົ້າໄປໃນພຣະວິຫານ. |
|
| 3 |
|
| ເມື່ອລາວເຫັນເປໂຕກັບໂຢຮັນກຳລັງເຂົ້າມາ ລາວຈຶ່ງຂໍທານນຳສອງຄົນນີ້. |
|
| 4 |
|
| ເປໂຕ ແລະ ໂຢຮັນໄດ້ຈ້ອງຕາເບິ່ງລາວ ແລະເປໂຕກໍກ່າວວ່າ, “ຈົ່ງເບິ່ງພວກເຮົາ.” |
|
| 5 |
|
| ດັ່ງນັ້ນ ລາວຈຶ່ງເບິ່ງເປໂຕ ແລະໂຢຮັນໂດຍນຶກວ່າຕົນຈະໄດ້ຮັບສິ່ງໃດສິ່ງໜຶ່ງຈາກທ່ານທັງສອງ. |
|
| 6 |
|
| ຝ່າຍເປໂຕກໍກ່າວແກ່ລາວວ່າ, “ເງິນແລະຄຳເຮົາບໍ່ມີ ແຕ່ສິ່ງທີ່ເຮົາມີຢູ່ນັ້ນເຮົາຈະໃຫ້ແກ່ເຈົ້າ ຄືໃນພຣະນາມແຫ່ງພຣະເຢຊູຄຣິດເຈົ້າໄທນາຊາເຣັດ ຈົ່ງຍ່າງໄປ.” |
|
| 7 |
|
| ແລ້ວເປໂຕກໍຈັບມືຂວາຂອງຊາຍຄົນນັ້ນດຶງຂຶ້ນ ໃນທັນໃດນັ້ນ ຕີນແລະຂໍ່ຕີນຂອງລາວກໍມີແຮງມາ, |
|
| 8 |
|
| ລາວໂດດຢືນຂຶ້ນ ແລະເລີ່ມຕົ້ນຍ່າງໄປມາ ແລ້ວລາວກໍເຂົ້າໄປໃນພຣະວິຫານພ້ອມກັບທ່ານທັງສອງ ທັງຍ່າງທັງເຕັ້ນ ແລະທັງສັນລະເສີນພຣະເຈົ້າ. |
|
| 9 |
|
| ປະຊາຊົນທັງຫລາຍ ຊຶ່ງຢູ່ໃນທີ່ນັ້ນໄດ້ເຫັນລາວຍ່າງໄປມາ ແລະສັນລະເສີນພຣະເຈົ້າ |
|
| 10 |
|
| ຈຶ່ງຈື່ໄດ້ວ່າ ລາວເປັນຄົນເປ້ຍທີ່ເຄີຍນັ່ງຂໍທານທີ່ປະຕູງາມ ທຸກຄົນຕ່າງກໍງຶດປະຫລາດອັດສະຈັນໃຈ ໃນເຫດການທີ່ເກີດຂຶ້ນກັບຄົນນີ້. |
|
| 11 |
|
| ຂະນະທີ່ຊາຍຄົນນີ້ ຍັງເກາະແຂນເປໂຕແລະໂຢຮັນຢູ່ທີ່ລະບຽງໂຊໂລໂມນ ປະຊາຊົນທັງຫລາຍຕ່າງກໍງຶດປະຫລາດອັດສະຈັນໃຈ ແລະພາກັນແລ່ນມາຫາພວກເພິ່ນ. |
|
| 12 |
|
| ເມື່ອເປໂຕເຫັນດັ່ງນັ້ນ ຈຶ່ງກ່າວແກ່ປະຊາຊົນວ່າ, “ຊາວອິດສະຣາເອນເອີຍ ເປັນຫຍັງພວກທ່ານຈຶ່ງຈ້ອງຕາເບິ່ງພວກເຮົາຢ່າງປະຫລາດໃຈໃນເລື່ອງນີ້? ພວກທ່ານຄິດວ່າຊາຍຄົນນີ້ ຍ່າງໄດ້ດ້ວຍຣິດອຳນາດຂອງພວກເຮົາຫລື ເພາະວ່າພວກເຮົາເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງຊັ້ນບໍ? |
|
| 13 |
|
| ພຣະເຈົ້າອົງທີ່ອັບຣາຮາມ, ອີຊາກ ແລະ ຢາໂຄບ ຄືອົງທີ່ບັນພະບຸລຸດຂອງພວກເຮົານະມັດສະການ ໄດ້ໃຫ້ພຣະເຢຊູເຈົ້າ ພຣະຜູ້ຮັບໃຊ້ຂອງພຣະອົງໄດ້ຮັບສະຫງ່າຣາສີ ຜູ້ທີ່ພວກທ່ານໄດ້ມອບໃຫ້ແກ່ບັນດາເຈົ້າໜ້າທີ່ ແລະປະຕິເສດພຣະອົງຕໍ່ໜ້າປີລາດ ເຖິງແມ່ນວ່າປີລາດຕັ້ງໃຈໄວ້ແລ້ວ ທີ່ຈະປ່ອຍພຣະອົງກໍຕາມ. |
|
| 14 |
|
| ແຕ່ພວກທ່ານຍັງໄດ້ປະຕິເສດພຣະອົງ ຜູ້ບໍຣິສຸດແລະຊອບທຳ, ແຕ່ຂໍຮ້ອງປີລາດໃຫ້ເຮັດຕາມໃຈພວກທ່ານ ໂດຍໃຫ້ເພິ່ນປ່ອຍຜູ້ຂ້າຄົນໃຫ້ແກ່ທ່ານທັງຫລາຍ. |
|
| 15 |
|
| ທ່ານທັງຫລາຍຈຶ່ງໄດ້ຂ້າຜູ້ທີ່ເຮັດໃຫ້ມີຊີວິດອັນແທ້ຈິງ ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ ຝ່າຍພວກເຮົາກໍເປັນພະຍານໃນເລື່ອງນີ້ໄດ້. |
|
| 16 |
|
| ດ້ວຍຄວາມເຊື່ອໃນພຣະນາມຂອງພຣະອົງ ພຣະນາມນັ້ນ ຈຶ່ງເຮັດໃຫ້ຄົນນີ້ມີແຮງຂຶ້ນມາ ເຫດການທີ່ພວກເຈົ້າເຫັນ ແລະຮູ້ຈັກນັ້ນເກີດຂຶ້ນໄດ້ກໍເພາະດ້ວຍຄວາມເຊື່ອໃນນາມພຣະເຢຊູເຈົ້າ ທີ່ເຮັດໃຫ້ຊາຍຄົນນີ້ຫາຍດີເປັນປົກກະຕິຕໍ່ໜ້າພວກທ່ານທຸກຄົນ ດັ່ງທີ່ພວກທ່ານໄດ້ເຫັນຢູ່ນີ້. |
|
| 17 |
|
| ມາບັດນີ້ ພີ່ນ້ອງທັງຫລາຍເອີຍ ຂ້າພະເຈົ້າຮູ້ວ່າ ສິ່ງທີ່ພວກທ່ານກັບບັນດາຜູ້ນຳຂອງພວກທ່ານ ໄດ້ເຮັດຕໍ່ພຣະເຢຊູເຈົ້ານັ້ນ ກໍເຮັດໄປດ້ວຍຄວາມບໍ່ຮູ້ບໍ່ເຂົ້າໃຈ. |
|
| 18 |
|
| ແຕ່ເຫດເຫຼົ່ານັ້ນ ທີ່ພຣະເຈົ້າໄດ້ຊົງປະກາດໄວ້ລ່ວງໜ້າ ໂດຍປາກຂອງພວກຜູ້ທຳນວາຍທັງໝົດວ່າ, ພຣະຄຣິດຂອງພຣະເຈົ້າຕ້ອງທົນທຸກທໍລະມານ ພຣະອົງຈຶ່ງຊົງໃຫ້ສຳເລັດດັ່ງນີ້. |
|
| 19 |
|
| ດັ່ງນັ້ນ ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ໂດຍຫັນຄືນມາຫາພຣະເຈົ້າ ເພື່ອພຣະອົງຈະອະໄພບາບກຳໃຫ້ພວກທ່ານ, |
|
| 20 |
|
| ເພື່ອເວລາແຫ່ງຄວາມພັກຜ່ອນຢ່ອນໃຈ ຈະໄດ້ມາຈາກພຣະພັກຂອງອົງພຣະຜູ້ເປັນເຈົ້າ ເພື່ອພຣະອົງຈະໄດ້ຊົງໃຊ້ພຣະຄຣິດ ຊຶ່ງຊົງກຳນົດໄວ້ແລ້ວນັ້ນ ໃຫ້ມາເພື່ອທ່ານທັງຫລາຍ ຄືພຣະເຢຊູເຈົ້າ. |
|
| 21 |
|
| ໃນເວລານີ້ພຣະອົງຈຳຕ້ອງຢູ່ໃນສະຫວັນ ຈົນກວ່າເຖິງເວລາທີ່ທຸກສິ່ງຈະຖືກຕັ້ງຂຶ້ນໃໝ່ ຕາມທີ່ພຣະອົງໄດ້ກ່າວໄວ້ ໂດຍທາງບັນດາຜູ້ທຳນວາຍບໍຣິສຸດຂອງພຣະອົງ ຕັ້ງແຕ່ດົນນານມາແລ້ວ. |
|
| 22 |
|
| ສ່ວນໂມເຊໄດ້ກ່າວໄວ້ວ່າ, ‘ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານ ຈະຊົງໃຫ້ຜູ້ທຳນວາຍເໝືອນຢ່າງເຮົາ ເກີດຂຶ້ນຈາກປະຊາຊົນຂອງພວກທ່ານ ທ່ານທັງຫລາຍຕ້ອງເຊື່ອຟັງທຸກຖ້ອຍຄຳທີ່ເພິ່ນກ່າວແກ່ພວກທ່ານ. |
|
| 23 |
|
| ແລ້ວກໍຈະເປັນດັ່ງນີ້ ຄືຖ້າຜູ້ທີ່ບໍ່ເຊື່ອຟັງຜູ້ທຳນວາຍ ຜູ້ນັ້ນກໍຈະຖືກຕັດຂາດອອກຈາກປະຊາຊົນຂອງພຣະເຈົ້າ ແລະຈະຖືກທຳລາຍ.’ |
|
| 24 |
|
| ຝ່າຍບັນດາຜູ້ທຳນວາຍທຸກຄົນ ທີ່ໄດ້ຮັບຖ້ອຍຄຳຈາກພຣະເຈົ້າ ຕັ້ງແຕ່ຊາມູເອນເປັນລຳດັບມາ ກໍໄດ້ທຳນວາຍເຖິງເຫດການຂອງວັນເຫຼົ່ານີ້ເໝືອນກັນ. |
|
| 25 |
|
| ທ່ານທັງຫລາຍເປັນລູກຫລານຂອງຜູ້ທຳນວາຍ ແລະຂອງພັນທະສັນຍາທີ່ພຣະເຈົ້າໄດ້ຊົງສັນຍາໄວ້ ແກ່ບັນພະບຸລຸດຂອງພວກທ່ານ ຄືໄດ້ກ່າວກັບອັບຣາຮາມວ່າ, ‘ຄອບຄົວທັງໝົດທົ່ວແຜ່ນດິນໂລກຈະໄດ້ຮັບພຣະພອນ ເພາະເຊື້ອສາຍຂອງເຈົ້າ.’ |
|
| 26 |
|
| ເມື່ອພຣະເຈົ້າໄດ້ຊົງບັນດານໃຫ້ອົງຜູ້ຮັບໃຊ້ຂອງພຣະອົງເປັນຄືນມາແລ້ວ ກໍຊົງໃຊ້ພຣະອົງມາຫາທ່ານທັງຫລາຍກ່ອນ ເພື່ອອວຍພຣະພອນແກ່ພວກທ່ານ ໂດຍໃຫ້ທຸກຄົນກັບຈາກການຊົ່ວຮ້າຍຂອງຕົນ.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | | 24 | | 25 | | 26 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/acts/003.mp3
28
3