|
| 1 |
|
| ຂະນະທີ່ເປໂຕກັບໂຢຮັນຍັງກ່າວແກ່ປະຊາຊົນຢູ່ນັ້ນ ພວກປະໂຣຫິດ ພວກເຈົ້າໜ້າທີ່ເຝົ້າຍາມພຣະວິຫານ ແລະພວກຊາດູກາຍກໍມາຫາທ່ານທັງສອງ. |
|
| 2 |
|
| ພວກເຂົາຂັດເຄືອງໃຈໃນການທີ່ທ່ານທັງສອງໄດ້ສັ່ງສອນ ແລະປະກາດແກ່ພົນລະເມືອງ ເຖິງເລື່ອງການເປັນຄືນມາຈາກຕາຍ ໂດຍອ້າງວ່າ ພຣະເຢຊູເຈົ້າຄືນພຣະຊົນແລ້ວ. |
|
| 3 |
|
| ດັ່ງນັ້ນ ພວກເຂົາຈຶ່ງຈັບທ່ານທັງສອງໄປຄຸມຂັງໄວ້ໃນຄຸກ ຈົນເຖິງວັນໜ້າເພາະຄໍ່າແລ້ວ. |
|
| 4 |
|
| ມີຫລາຍຄົນໄດ້ເຊື່ອເມື່ອໄດ້ຍິນຄຳສັ່ງສອນນັ້ນ ແລະມີພວກຜູ້ຊາຍເພີ່ມຂຶ້ນປະມານຫ້າພັນຄົນ. |
|
| 5 |
|
| ຕົກວັນໜ້າມາ ບັນດາຜູ້ນຳກັບພວກເຖົ້າແກ່ ແລະພວກທຳມະຈານໄດ້ປະຊຸມກັນທີ່ນະຄອນເຢຣູຊາເລັມ. |
|
| 6 |
|
| ທັງໄດ້ພົບກັບອັນນາ ຜູ້ທີ່ເຄີຍເປັນມະຫາປະໂຣຫິດ ແລະກັບກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະຄົນອື່ນອີກທີ່ເປັນສະມາຊິກໃນຄອບຄົວຂອງມະຫາປະໂຣຫິດ. |
|
| 7 |
|
| ເມື່ອພວກເຂົາໄດ້ໃຫ້ທ່ານທັງສອງຢືນຢູ່ທ່າມກາງພວກຕົນແລ້ວ ຈຶ່ງໂຈດຖາມວ່າ, “ແມ່ນໂດຍຣິດອຳນາດ ແລະນາມຂອງຜູ້ໃດທີ່ພວກເຈົ້າທຳການນີ້?” |
|
| 8 |
|
| ເປໂຕຜູ້ທີ່ເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າຕອບວ່າ, “ບັນດາທ່ານຜູ້ນຳປະຊາຊົນກັບບັນດາເຖົ້າແກ່ທີ່ນັບຖື: |
|
| 9 |
|
| ວັນນີ້ ຖ້າທ່ານທັງຫລາຍໂຈດຖາມຂ້າພະເຈົ້າທັງສອງເຖິງຄຸນງາມຄວາມດີ ທີ່ມີແກ່ຄົນເປ້ຍວ່າ ລາວໄດ້ດີປົກກະຕິດ້ວຍຢ່າງໃດ, |
|
| 10 |
|
| ກໍຂໍໃຫ້ພວກທ່ານທຸກຄົນ ຄືປະຊາຊົນອິດສະຣາເອນທັງໝົດຮູ້ວ່າ: ທີ່ຊາຍຄົນນີ້ຖືກຊົງໂຜດໃຫ້ຫາຍດີເປັນປົກກະຕິນັ້ນ ກໍໂດຍຣິດເດດແຫ່ງນາມຊື່ຂອງພຣະເຢຊູຄຣິດເຈົ້າໄທນາຊາເຣັດ ຜູ້ທີ່ທ່ານທັງຫລາຍໄດ້ຄຶງໄວ້ທີ່ໄມ້ກາງແຂນ ແລະຜູ້ທີ່ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຄືນມາຈາກຕາຍ. |
|
| 11 |
|
| ພຣະເຢຊູເຈົ້າອົງນີ້ແຫຼະ ແມ່ນຜູ້ທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຫີນທີ່ພວກທ່ານຜູ້ເປັນຊ່າງກໍ່ໄດ້ປະຖິ້ມບໍ່ຍອມໃຊ້ຖືວ່າບໍ່ມີຄຸນຄ່າຫຍັງ ກໍໄດ້ກາຍເປັນຫີນເສົາເອກ.’ |
|
| 12 |
|
| ໃນຜູ້ອື່ນຄວາມລອດພົ້ນບໍ່ມີ ດ້ວຍວ່າ, ບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າ ທີ່ຊົງປະທານແກ່ມະນຸດ ເພື່ອໃຫ້ເຮົາທັງຫລາຍຕ້ອງໄດ້ພົ້ນ.” |
|
| 13 |
|
| ບັນດາສະມາຊິກຂອງສະພາສູງສຸດຕ່າງກໍງຶດປະຫລາດໃຈ ເມື່ອເຫັນເປໂຕກັບໂຢຮັນມີຄວາມກ້າຫານເຊັ່ນນີ້ ແລະຮູ້ວ່າທ່ານທັງສອງເປັນຄົນສາມັນທຳມະດາ ແລະຂາດການສຶກສາ ພວກເຂົາຮູ້ວ່າທ່ານທັງສອງເຄີຍເປັນຜູ້ໃກ້ຊິດກັບພຣະເຢຊູເຈົ້າ. |
|
| 14 |
|
| ແຕ່ພວກເຂົາບໍ່ອາດປະຕິເສດໄດ້ ເພາະໄດ້ເຫັນຊາຍທີ່ຖືກຊົງໂຜດໃຫ້ຫາຍດີນັ້ນ ຢືນຢູ່ກັບເປໂຕ ແລະ ໂຢຮັນ. |
|
| 15 |
|
| ດັ່ງນັ້ນ ພວກເຂົາຈຶ່ງສັ່ງໃຫ້ທ່ານທັງສອງອອກໄປຈາກຫ້ອງປະຊຸມຂອງສະພາສູງສຸດ ແລະໃນຂະນະນັ້ນ ພວກເຂົາໄດ້ສືບຕໍ່ປຶກສາກັນ |
|
| 16 |
|
| ວ່າ, “ພວກເຮົາຈະຕ້ອງເຮັດຢ່າງໃດກັບຄົນທັງສອງນີ້? ເພາະທຸກຄົນໃນນະຄອນເຢຣູຊາເລັມ ຕ່າງກໍຮູ້ວ່າແມ່ນພວກເຂົາທີ່ໄດ້ເຮັດການອັດສະຈັນອັນຍິ່ງໃຫຍ່ນີ້ ແລະພວກເຮົາກໍປະຕິເສດການນີ້ບໍ່ໄດ້. |
|
| 17 |
|
| ແຕ່ເພື່ອບໍ່ໃຫ້ເລື່ອງນີ້ແຜ່ອອກໄປຕື່ມອີກ ໃນທ່າມກາງຄົນທັງຫລາຍ ຈົ່ງສັ່ງຫ້າມແລະຂູ່ຄົນເຫຼົ່ານີ້ ບໍ່ໃຫ້ກ່າວອອກນາມຊື່ຂອງພຣະເຢຊູເຈົ້າເປັນເດັດຂາດ.” |
|
| 18 |
|
| ດັ່ງນັ້ນ ພວກເຂົາຈຶ່ງເອີ້ນເປໂຕ ແລະ ໂຢຮັນກັບຄືນເຂົ້າມາ ແລະສັ່ງຢ່າງເດັດຂາດບໍ່ໃຫ້ກ່າວ ຫລືສັ່ງສອນສິ່ງໃດໃນນາມຂອງພຣະເຢຊູເຈົ້າ. |
|
| 19 |
|
| ແຕ່ເປໂຕກັບໂຢຮັນຕອບພວກເຂົາວ່າ, “ພວກທ່ານຈົ່ງພິຈາລະນາເອົາເອງວ່າ ທີ່ຈະຟັງຄວາມຂອງພວກທ່ານ ຫລືຈະຟັງຄວາມຂອງພຣະເຈົ້າ ອັນໃດເປັນສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະເຈົ້າ. |
|
| 20 |
|
| ດ້ວຍວ່າ, ເປັນໄປບໍ່ໄດ້ທີ່ຈະໃຫ້ພວກຂ້າພະເຈົ້າປິດບັງ ບໍ່ໃຫ້ເວົ້າສິ່ງທີ່ໄດ້ເຫັນແລະໄດ້ຍິນ.” |
|
| 21 |
|
| ເມື່ອຂູ່ເຂັນທ່ານທັງສອງຢ່າງແຂງແຮງຕື່ມອີກແລ້ວກໍປ່ອຍໄປ ເພາະເຫັນວ່າບໍ່ມີເລື່ອງອັນໃດທີ່ຈະໃສ່ໂທດພວກເພິ່ນໄດ້ ເພາະປະຊາຊົນທັງໝົດພາກັນສັນລະເສີນພຣະເຈົ້າ ຍ້ອນເຫດການທີ່ໄດ້ເກີດຂຶ້ນນັ້ນ. |
|
| 22 |
|
| ຊາຍຜູ້ທີ່ຖືກຮັກສາໃຫ້ຫາຍດີຍ້ອນການອັດສະຈັນນີ້ ມີອາຍຸເກີນກວ່າສີ່ສິບປີແລ້ວ. |
|
| 23 |
|
| ຫລັງຈາກເປໂຕ ແລະ ໂຢຮັນໄດ້ຮັບການປ່ອຍຕົວແລ້ວ ທ່ານທັງສອງກໍກັບຄືນໄປຫາເພື່ອນຝູງຂອງພວກເພິ່ນ ແລະເລົ່າເລື່ອງທັງໝົດທີ່ພວກຫົວໜ້າປະໂຣຫິດ ແລະພວກເຖົ້າແກ່ໄດ້ເວົ້າແກ່ພວກເພິ່ນນັ້ນ. |
|
| 24 |
|
| ເມື່ອໄດ້ຍິນດັ່ງນັ້ນ, ແລ້ວພວກເຂົາທຸກຄົນກໍຮ່ວມໃຈກັນ ຍົກສຽງພາວັນນາອະທິຖານຕໍ່ພຣະເຈົ້າວ່າ, “ຂ້າແດ່ພຣະອົງເຈົ້າ ອົງຄຸ້ມຄອງຈັກກະວານ ອົງທີ່ໄດ້ສ້າງສະຫວັນ ແລະແຜ່ນດິນໂລກກັບນໍ້າທະເລ ແລະທຸກໆສິ່ງທີ່ມີຢູ່ໃນບ່ອນເຫຼົ່ານັ້ນ |
|
| 25 |
|
| ໂດຍທາງອົງພຣະວິນຍານບໍຣິສຸດເຈົ້າ ພຣະອົງໄດ້ກ່າວຜ່ານດາວິດບັນພະບຸລຸດຂອງພວກຂ້ານ້ອຍ ແລະຜູ້ຮັບໃຊ້ຂອງພຣະອົງວ່າ, ‘ດ້ວຍເຫດໃດຄົນຕ່າງຊາດ ຈຶ່ງໂກດຮ້າຍຢ່າງຮຸນແຮງ, ດ້ວຍເຫດໃດຄົນທັງຫລາຍ ຈຶ່ງກໍ່ອຸບາຍອັນໄຮ້ປະໂຫຍດ? |
|
| 26 |
|
| ບັນດາກະສັດແຫ່ງໂລກນີ້ ກໍຕຽມພ້ອມກັບພວກຜູ້ປົກຄອງ ເພື່ອຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ຕໍ່ສູ້ພຣະຄຣິດຂອງພຣະອົງ.’ |
|
| 27 |
|
| ຈິງແທ້ ດ້ວຍວ່າ, ເຮໂຣດກັບປົນທຽວປີລາດໄດ້ມາໃນເມືອງນີ້ ປະຊຸມກັນກັບຄົນຕ່າງຊາດ ແລະປະຊາຊົນອິດສະຣາເອນ ເພື່ອຕໍ່ສູ້ພຣະເຢຊູເຈົ້າ ພຣະຜູ້ຮັບໃຊ້ອົງບໍຣິສຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ຫົດສົງໄວ້ແລ້ວ. |
|
| 28 |
|
| ເພື່ອໃຫ້ສິ່ງສາລະພັດຕາມທີ່ພຣະຫັດ ແລະພຣະໄທຂອງພຣະອົງ ຊົງກຳນົດຕັ້ງແຕ່ກ່ອນມາແລ້ວນັ້ນເກີດຂຶ້ນ. |
|
| 29 |
|
| ຂ້າແດ່ພຣະອົງເຈົ້າ ບັດນີ້ຂໍໂຜດຫລຽວເບິ່ງການຂົ່ມຂູ່ຂອງພວກເຂົາ ແລະຂໍໂຜດໃຫ້ພວກຂ້ານ້ອຍ ທີ່ເປັນຜູ້ຮັບໃຊ້ຂອງພຣະອົງ ກ່າວພຣະທຳຂອງພຣະອົງດ້ວຍໃຈກ້າຫານຂຶ້ນແດ່ທ້ອນ. |
|
| 30 |
|
| ຂໍໂຜດຢຽດພຣະຫັດຂອງພຣະອົງອອກ ເພື່ອເຮັດໃຫ້ດີພະຍາດ ແລະຂໍໂຜດໃຫ້ໝາຍສຳຄັນ ແລະການອັດສະຈັນເກີດຂຶ້ນ ໂດຍພຣະນາມຂອງພຣະເຢຊູເຈົ້າ ພຣະຜູ້ຮັບໃຊ້ອົງບໍຣິສຸດຂອງພຣະອົງ.” |
|
| 31 |
|
| ເມື່ອພາວັນນາອະທິຖານຈົບແລ້ວ ບ່ອນທີ່ພວກເຂົາປະຊຸມກັນນັ້ນກໍສະທ້ານຫວັ່ນໄຫວ ທຸກຄົນຕ່າງກໍເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະຈຶ່ງປະກາດພຣະທຳຂອງພຣະເຈົ້າດ້ວຍໃຈກ້າຫານ. |
|
| 32 |
|
| ຄົນທັງຫລາຍທີ່ເຊື່ອນັ້ນ ກໍເປັນນໍ້າໜຶ່ງໃຈດຽວກັນ ແລະບໍ່ມີຜູ້ໃດຈັກຄົນ ອ້າງວ່າສິ່ງຂອງທີ່ຕົນມີຢູ່ນັ້ນເປັນຂອງສ່ວນຕົວ, ແຕ່ຖືວ່າສິ່ງຂອງທັງໝົດເປັນຂອງກາງ. |
|
| 33 |
|
| ຝ່າຍພວກອັກຄະສາວົກໄດ້ເຕັມໄປດ້ວຍຣິດເດດອັນຍິ່ງໃຫຍ່ ແລະໄດ້ເປັນພະຍານເຖິງຄວາມເປັນຄືນມາຈາກຕາຍຂອງອົງພຣະເຢຊູເຈົ້າ ແລະກໍໄດ້ຖອກເທພຣະຄຸນອັນໃຫຍ່ຂອງພຣະອົງ ລົງເທິງພວກເຂົາທຸກຄົນ. |
|
| 34 |
|
| ໃນກຸ່ມຄົນທີ່ເຊື່ອ ບໍ່ມີຈັກຄົນຂັດສົນ ບຸກຄົນໃດມີດິນນາ ຫລືມີເຮືອນຫລາຍຫລັງກໍໄດ້ຂາຍ ແລະນຳເອົາເງິນທີ່ໄດ້ຈາກການຂາຍນັ້ນ |
|
| 35 |
|
| ມາມອບໃຫ້ພວກອັກຄະສາວົກ ແລະເພິ່ນກໍແຈກຢາຍເງິນນັ້ນໃຫ້ແຕ່ລະຄົນ ຕາມຄວາມຈຳເປັນຂອງໃຜລາວ. |
|
| 36 |
|
| ໄດ້ມີຊາຍເລວີຜູ້ໜຶ່ງເປັນຄົນພື້ນເມືອງໃນເກາະໄຊປຣັດ ຊື່ວ່າ ໂຢເຊັບ ພວກອັກຄະສາວົກເອີ້ນລາວວ່າ ບາຣະນາບາ (ຊຶ່ງໝາຍຄວາມວ່າ ຜູ້ມີໃຈອຸດໜູນ) |
|
| 37 |
|
| ລາວໄດ້ຂາຍນາຂອງຕົນທົ່ງໜຶ່ງ ແລະນຳເອົາເງິນມາມອບໃຫ້ແກ່ພວກອັກຄະສາວົກ. |
|
|
|
|