|
| 1 |
|
| ແຕ່ມີຊາຍຄົນໜຶ່ງຊື່ວ່າ, ອານາເນຍພ້ອມກັບເມຍຂອງລາວຊື່ວ່າ, ຊາຟີຣາ ໄດ້ຂາຍທີ່ດິນ ຊຶ່ງເປັນຂອງພວກເຂົາ. |
|
| 2 |
|
| ອານາເນຍໄດ້ເອົາເງິນສ່ວນໜຶ່ງໃນຈຳນວນນັ້ນ ມ້ຽນໄວ້ສຳລັບຕົນ, ຝ່າຍເມຍຂອງລາວກໍຮູ້ນຳກັນ ອີກສ່ວນໜຶ່ງນັ້ນ ລາວໄດ້ນຳມາມອບໃຫ້ພວກອັກຄະສາວົກ. |
|
| 3 |
|
| ດັ່ງນັ້ນ ເປໂຕຈຶ່ງຖາມລາວວ່າ, “ອານາເນຍເອີຍ ດ້ວຍເຫດໃດໃຈຂອງເຈົ້າຈຶ່ງເຕັມໄປດ້ວຍມານຊາຕານ, ເຈົ້າຈຶ່ງຕົວະຕໍ່ພຣະວິນຍານບໍຣິສຸດເຈົ້າ ໂດຍເອົາເງິນສ່ວນໜຶ່ງ ຊຶ່ງເປັນຄ່າຂາຍທີ່ດິນນັ້ນມ້ຽນໄວ້? |
|
| 4 |
|
| ກ່ອນທີ່ເຈົ້າບໍ່ທັນໄດ້ຂາຍ ດິນນັ້ນກໍເປັນຂອງເຈົ້າບໍ່ແມ່ນບໍ? ແລະຫລັງຈາກທີ່ເຈົ້າຂາຍແລ້ວ ເງິນນັ້ນກໍຍັງເປັນສິດຂອງເຈົ້າບໍ່ແມ່ນບໍ? ດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງໄດ້ຕັດສິນໃຈເຮັດເຊັ່ນນີ້? ເຈົ້າບໍ່ໄດ້ຕົວະຕໍ່ມະນຸດ ແຕ່ຕົວະຕໍ່ພຣະເຈົ້າ.” |
|
| 5 |
|
| ເມື່ອອານາເນຍໄດ້ຍິນຖ້ອຍຄຳເຫຼົ່ານີ້ ລາວກໍລົ້ມລົງສິ້ນໃຈຕາຍ ຝ່າຍຄົນທັງປວງທີ່ໄດ້ຍິນເຖິງເຫດການນັ້ນ ຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່. |
|
| 6 |
|
| ພວກຊາຍໜຸ່ມໄດ້ເຂົ້າມາຫໍ່ຊາກສົບຂອງລາວໄວ້ ແລ້ວຫາມອອກໄປຂ້າງນອກເພື່ອນຳເອົາໄປຝັງ. |
|
| 7 |
|
| ປະມານສາມຊົ່ວໂມງຕໍ່ມາ ເມຍຂອງອານາເນຍກໍເຂົ້າມາໂດຍບໍ່ຮູ້ເລື່ອງທີ່ໄດ້ເກີດຂຶ້ນ. |
|
| 8 |
|
| ເປໂຕຖາມນາງວ່າ, “ຈົ່ງບອກເຮົາມາເບິ່ງດູ ເຈົ້າທັງສອງຂາຍທີ່ດິນໄດ້ເງິນຈຳນວນເທົ່ານັ້ນແທ້ບໍ?” ນາງຕອບວ່າ, “ແມ່ນແລ້ວ ໄດ້ເທົ່ານັ້ນແຫຼະ.” |
|
| 9 |
|
| ດັ່ງນັ້ນ ເປໂຕຈຶ່ງກ່າວຕໍ່ນາງວ່າ, “ເປັນຫຍັງເຈົ້າກັບຜົວຂອງເຈົ້າ ຈຶ່ງພ້ອມໃຈກັນທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ? ບັດນີ້ ພວກຜູ້ຊາຍທີ່ໄດ້ໄປຝັງສົບຜົວຂອງເຈົ້າ ກໍມາເຖິງປະຕູແລ້ວ ແລະພວກເຂົາກໍຈະຫາມຊາກສົບຂອງເຈົ້າອອກໄປເໝືອນກັນ.” |
|
| 10 |
|
| ໃນທັນໃດນັ້ນ ນາງກໍລົ້ມລົງທີ່ຕີນຂອງເປໂຕ ແລະສິ້ນໃຈຕາຍ ເມື່ອພວກຊາຍໜຸ່ມເຂົ້າມາກໍເຫັນວ່ານາງຕາຍແລ້ວ. ດັ່ງນັ້ນ ພວກເຂົາຈຶ່ງຫາມຊາກສົບຂອງນາງອອກໄປ ແລະຝັງໄວ້ທີ່ຂ້າງຊາກສົບຜົວຂອງນາງ. |
|
| 11 |
|
| ຄຣິສຕະຈັກທັງໝົດ ແລະທຸກຄົນທີ່ໄດ້ຍິນເຫດການນີ້ ຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່. |
|
| 12 |
|
| ພວກອັກຄະສາວົກໄດ້ເຮັດການອັດສະຈັນ ແລະສິ່ງທີ່ໜ້າງຶດງໍ້ຫລາຍຢ່າງໃນທ່າມກາງປະຊາຊົນ, ຄົນທີ່ເຊື່ອທຸກຄົນກໍຢູ່ຮ່ວມກັນ ທີ່ລະບຽງຂອງໂຊໂລໂມນ. |
|
| 13 |
|
| ສ່ວນຄົນອື່ນໆນັ້ນ ບໍ່ມີຜູ້ໃດກ້າເຂົ້າມາຕິດພັນຢູ່ນຳ ແລະແມ່ນແຕ່ປະຊາຊົນທົ່ວໄປ ຕ່າງກໍຍ້ອງຍໍສັນລະເສີນພວກເພິ່ນຢູ່. |
|
| 14 |
|
| ແຕ່ມີຊາຍແລະຍິງທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າ ເພີ່ມຈຳນວນເຂົ້າມາຕື່ມອີກຫລາຍກວ່າເກົ່າ. |
|
| 15 |
|
| ຈົນວ່າເຂົາໄດ້ເອົາຄົນເຈັບປ່ວຍໃສ່ບ່ອນນອນນ້ອຍໃຫຍ່ ຫາມອອກໄປວາງໄວ້ຕາມຫົນທາງ ເພື່ອວ່າເມື່ອເປໂຕຍ່າງຜ່ານໄປນັ້ນ ຢ່າງໜ້ອຍເງົາຂອງທ່ານຈະຖືກບາງຄົນ. |
|
| 16 |
|
| ປະຊາຊົນໄດ້ຫລັ່ງໄຫລກັນອອກມາຈາກເມືອງຕ່າງໆ ທີ່ຢູ່ອ້ອມແອ້ມນະຄອນເຢຣູຊາເລັມ ພ້ອມທັງນຳຄົນເຈັບໄຂ້ໄດ້ປ່ວຍ ແລະຄົນທີ່ຜີຊົ່ວຮ້າຍເຂົ້າສິງມາຫາ ແລະທຸກຄົນຕ່າງກໍໄດ້ຮັບການຊົງໂຜດໃຫ້ຫາຍດີ. |
|
| 17 |
|
| ແລ້ວມະຫາປະໂຣຫິດກັບພັກພວກທັງໝົດຂອງຕົນ ຄືພວກຊາດູກາຍກໍເກີດອິດສາພວກອັກຄະສາວົກຢ່າງສຸດຂີດ. |
|
| 18 |
|
| ພວກເຂົາໄດ້ຈັບພວກອັກຄະສາວົກ ແລະໄປຂັງໄວ້ໃນຄຸກ. |
|
| 19 |
|
| ແຕ່ໃນຄືນນັ້ນ ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າ ໄດ້ໄຂປະຕູຄຸກ ແລະນຳພວກອັກຄະສາວົກອອກມາ ເທວະດາຕົນນັ້ນກ່າວແກ່ພວກອັກຄະສາວົກວ່າ, |
|
| 20 |
|
| “ຈົ່ງໄປຢືນຢູ່ໃນບໍລິເວນພຣະວິຫານ ແລ້ວປະກາດບັນດາຖ້ອຍຄຳທັງໝົດເຖິງເລື່ອງຊີວິດໃໝ່ນີ້ ສູ່ປະຊາຊົນຟັງ.” |
|
| 21 |
|
| ເມື່ອອັກຄະສາວົກໄດ້ຍິນດັ່ງນັ້ນແລ້ວ ພໍຮຸ່ງເຊົ້າກໍເຂົ້າໄປໃນພຣະວິຫານ ແລະຕັ້ງຕົ້ນສັ່ງສອນ. ມະຫາປະໂຣຫິດກັບພັກພວກຂອງຕົນ ໄດ້ເອີ້ນເຖົ້າແກ່ຊາວຢິວທຸກຄົນມາ ສຳລັບປະຊຸມສະພາສູງສຸດຄົບຄະນະ, ແລ້ວພວກເຂົາກໍສັ່ງເຈົ້າໜ້າທີ່ໃຫ້ໄປທີ່ຄຸກ ເພື່ອນຳເອົາພວກອັກຄະສາວົກອອກມາປາກົດຕົວຕໍ່ໜ້າພວກເຂົາ. |
|
| 22 |
|
| ແຕ່ເມື່ອເຈົ້າໜ້າທີ່ພຣະວິຫານໄປຮອດແລ້ວ ພວກເຂົາກໍບໍ່ພົບພວກອັກຄະສາວົກໃນຄຸກເລີຍ. ດັ່ງນັ້ນ ພວກເຂົາຈຶ່ງກັບຄືນມາຫາທີ່ປະຊຸມ ແລະລາຍງານວ່າ, |
|
| 23 |
|
| “ເມື່ອພວກຂ້ານ້ອຍໄດ້ໄປທີ່ຄຸກ ກໍເຫັນປະຕູຄຸກອັດໄວ້ຢ່າງແໜ້ນໜາ ແລະຄົນເຝົ້າຍາມທຸກຄົນກໍຢືນຍາມທີ່ປະຕູນັ້ນ, ແຕ່ເມື່ອພວກຂ້ານ້ອຍໄຂເຂົ້າໄປຂ້າງໃນແລ້ວ ກໍບໍ່ເຫັນຜູ້ໃດຈັກຄົນ.” |
|
| 24 |
|
| ເມື່ອພວກຫົວໜ້າພຣະວິຫານກັບຫົວໜ້າປະໂຣຫິດໄດ້ຍິນດັ່ງນັ້ນ ພວກເຂົາກໍປະຫລາດໃຈ ເຖິງເຫດການທີ່ໄດ້ເກີດຂຶ້ນກັບພວກອັກຄະສາວົກ. |
|
| 25 |
|
| ແລ້ວກໍມີຊາຍຄົນໜຶ່ງເຂົ້າມາແຈ້ງແກ່ພວກເຂົາວ່າ, “ເບິ່ງແມ! ຄົນທີ່ທ່ານທັງຫລາຍໄດ້ຂັງໄວ້ໃນຄຸກນັ້ນ ໃນເວລານີ້ກຳລັງຢືນສັ່ງສອນປະຊາຊົນ ຢູ່ໃນບໍລິເວນພຣະວິຫານ.” |
|
| 26 |
|
| ດັ່ງນັ້ນ ພວກຫົວໜ້າຈຶ່ງອອກໄປກັບເຈົ້າໜ້າທີ່ພຣະວິຫານ ແລະນຳພວກອັກຄະສາວົກກັບມາໂດຍດີ ເພາະຢ້ານປະຊາຊົນແກວ່ງຫີນໃສ່. |
|
| 27 |
|
| ເມື່ອພວກເຂົາໄດ້ນຳພວກອັກຄະສາວົກເຂົ້າມາແລ້ວ ຈຶ່ງໃຫ້ຢືນຢູ່ຕໍ່ໜ້າສະພາສູງສຸດ ແລ້ວມະຫາປະໂຣຫິດກໍໂຈດຖາມພວກອັກຄະສາວົກວ່າ, |
|
| 28 |
|
| “ພວກເຮົາສັ່ງຫ້າມພວກເຈົ້າຢ່າງເຄັ່ງຄັດແລ້ວ ບໍ່ໃຫ້ສັ່ງສອນໃນນາມຂອງຊາຍຄົນນີ້, ແຕ່ພວກເຈົ້າໄດ້ເຮັດໃຫ້ຄຳສັ່ງສອນຂອງພວກເຈົ້າແຜ່ອອກໄປທົ່ວນະຄອນເຢຣູຊາເລັມ ແລະປາຖະໜາໃຫ້ຄວາມຜິດກ່ຽວກັບຄວາມຕາຍຂອງຜູ້ນັ້ນ ຕົກໃສ່ພວກເຮົາ.” |
|
| 29 |
|
| ແຕ່ເປໂຕກັບອັກຄະສາວົກຄົນອື່ນໆຕອບວ່າ, “ພວກຂ້ານ້ອຍຈຳຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າມະນຸດ. |
|
| 30 |
|
| ພຣະເຈົ້າແຫ່ງບັນພະບຸລຸດຂອງພວກຂ້ານ້ອຍ ໄດ້ບັນດານໃຫ້ພຣະເຢຊູເຈົ້າເປັນຄືນມາຈາກຕາຍ ຫລັງຈາກທີ່ພວກທ່ານໄດ້ຂ້າພຣະອົງ ໂດຍຄຶງພຣະອົງໄວ້ທີ່ໄມ້ກາງແຂນ. |
|
| 31 |
|
| ພຣະເຈົ້າໄດ້ຍົກພຣະເຢຊູເຈົ້າຂຶ້ນສູ່ກໍ້າຂວາພຣະຫັດຂອງພຣະອົງ ໃຫ້ເປັນພຣະຜູ້ນຳ ແລະພຣະຜູ້ໂຜດຊ່ວຍໃຫ້ພົ້ນ ເພື່ອຈະໃຫ້ປະຊາຊົນອິດສະຣາເອນມີໂອກາດກັບໃຈໃໝ່ ແລະຮັບເອົາການອະໄພບາບກຳຂອງພວກເຂົາ. |
|
| 32 |
|
| ພວກຂ້ານ້ອຍຈຶ່ງເປັນພະຍານເຖິງເລື່ອງເຫຼົ່ານີ້ ແລະພຣະວິນຍານບໍຣິສຸດເຈົ້າ ຊຶ່ງພຣະເຈົ້າໄດ້ຊົງປະທານໃຫ້ທຸກຄົນທີ່ເຊື່ອຟັງພຣະອົງນັ້ນ ກໍຊົງເປັນພະຍານເໝືອນກັນ.” |
|
| 33 |
|
| ເມື່ອສະມາຊິກສະພາສູງສຸດໄດ້ຍິນດັ່ງນັ້ນ ກໍເຈັບແຄ້ນຢ່າງສຸດຂີດ ຈົນຄິດຢາກຂ້າພວກອັກຄະສາວົກເສຍ. |
|
| 34 |
|
| ແຕ່ມີສະມາຊິກຄົນໜຶ່ງໃນສະພາສູງສຸດຊື່ວ່າ ຄາມາລິເອັນ ແລະເປັນຄົນຟາຣີຊາຍ ເພິ່ນເປັນອາຈານ ແລະເປັນທີ່ນັບຖືຢ່າງສູງຂອງປະຊາຊົນທົ່ວໄປ ເພິ່ນໄດ້ຢືນຂຶ້ນໃນທີ່ປະຊຸມ ແລະສັ່ງໃຫ້ເຈົ້າໜ້າທີ່ນຳພວກອັກຄະສາວົກອອກໄປຂ້າງນອກຊົ່ວໄລຍະໜຶ່ງ |
|
| 35 |
|
| ແລ້ວເພິ່ນກໍກ່າວແກ່ສະພາສູງສຸດວ່າ, “ຊາວອິດສະຣາເອນເອີຍ, ຈົ່ງລະວັງເລື່ອງທີ່ພວກທ່ານຈະເຮັດຕໍ່ຄົນເຫຼົ່ານີ້. |
|
| 36 |
|
| ເມື່ອບໍ່ດົນມານີ້ ໄດ້ມີຊາຍຄົນໜຶ່ງ ຊື່ວ່າ ທູດາ ທີ່ອ້າງຕົວເອງວ່າເປັນຜູ້ສຳຄັນ ແລະມີຄົນປະມານສີ່ຮ້ອຍຄົນ ຮ່ວມຕິດຕາມລາວໄປ, ແຕ່ທູດາຖືກຂ້າເສຍ ຜູ້ທີ່ຕິດຕາມລາວທັງໝົດ ກໍແຕກກະຈັດກະຈາຍ ແລະຂະບວນການຂອງລາວ ກໍດັບສູນໄປ. |
|
| 37 |
|
| ຫລັງຈາກຜູ້ນີ້ ກໍແມ່ນຢູດາຊາວຄາລີເລທີ່ປາກົດຕົວຂຶ້ນ ໃນຄາວຈົດບັນຊີສຳມະໂນຄົວ, ຢູດາໄດ້ຊັກນຳປະຊາຊົນໃຫ້ຕິດຕາມລາວ ແຕ່ລາວກໍຖືກຂ້າເໝືອນກັນ ແລະຜູ້ທີ່ຕິດຕາມລາວທັງໝົດ ກໍແຕກກະຈັດກະຈາຍໄປ. |
|
| 38 |
|
| ໃນກໍລະນີນີ້ ຂ້າພະເຈົ້າຂໍບອກເຈົ້າທັງຫລາຍວ່າ ຢ່າດຳເນີນການໃດໆຕໍ່ຄົນເຫຼົ່ານີ້ເລີຍ, ຈົ່ງປ່ອຍພວກເຂົາໄປສາ ຖ້າແຜນການຫລືກິດຈະການຂອງພວກເຂົາມາຈາກມະນຸດ ມັນກໍຈະເສື່ອມສູນໄປເອງ, |
|
| 39 |
|
| ແຕ່ຖ້າສິ່ງນັ້ນມາຈາກພຣະເຈົ້າ ພວກເຈົ້າກໍຈະທຳລາຍພວກເຂົາບໍ່ໄດ້ ພວກເຈົ້າຈະກັບກາຍມາເປັນຜູ້ຕໍ່ສູ້ພຣະເຈົ້າ.” ແລ້ວພວກເຂົາກໍຍອມຟັງຄວາມຂອງຄາມາລິເອັນ. |
|
| 40 |
|
| ພວກເຂົາຈຶ່ງເອີ້ນພວກອັກຄະສາວົກເຂົ້າມາ ເມື່ອຂ້ຽນແລ້ວກໍສັ່ງຫ້າມບໍ່ໃຫ້ເວົ້າອອກນາມຊື່ພຣະເຢຊູເຈົ້າອີກຈັກເທື່ອ ແລ້ວກໍປ່ອຍຕົວໄປ. |
|
| 41 |
|
| ພວກອັກຄະສາວົກອອກໄປຈາກສະພາສູງສຸດດ້ວຍຄວາມຊົມຊື່ນຍິນດີ ເພາະພວກເພິ່ນຖືວ່າ ຕົນເປັນຜູ້ສົມຄວນທີ່ຕ້ອງຖືກໝິ່ນປະໝາດ ເພາະເຫັນແກ່ພຣະນາມຂອງພຣະເຢຊູເຈົ້າ. |
|
| 42 |
|
| ແລະທຸກໆວັນໃນບໍລິເວນພຣະວິຫານ ແລະທີ່ເຮືອນຂອງປະຊາຊົນ ພວກອັກຄະສາວົກໄດ້ສືບຕໍ່ສັ່ງສອນ ແລະປະກາດຂ່າວປະເສີດບໍ່ໄດ້ຂາດວ່າ ພຣະເຢຊູເຈົ້າເປັນພຣະຄຣິດ. |
|
|
|
|