|
| 1 |
|
| ໃນຄາວນັ້ນ ເມື່ອຈຳນວນພວກສິດກຳລັງເພີ່ມທະວີຫລາຍຂຶ້ນ ຊາວຢິວປາກພາສາກຣີກ ຈົ່ມຕໍ່ຊາວຢິວຄົນພື້ນເມືອງປາກພາສາເຮັບເຣີວ່າ ໃນແຕ່ລະວັນພວກແມ່ໝ້າຍຊາວກຣິກ ບໍ່ໄດ້ຮັບການເອົາໃຈໃສ່ໃນການແຈກຈ່າຍອາຫານ. |
|
| 2 |
|
| ດັ່ງນັ້ນ ພວກອັກຄະສາວົກສິບສອງຄົນ ຈຶ່ງເອົາບັນດາສິດຜູ້ທີ່ເຊື່ອທັງໝົດມາປະຊຸມກັນ ແລະກ່າວວ່າ, “ເປັນການບໍ່ສົມຄວນເລີຍ ທີ່ຈະໃຫ້ພວກເຮົາປະຖິ້ມການສັ່ງສອນພຣະທຳຂອງພຣະເຈົ້າ ແລະມາຮັບໃຊ້ການກິນການດື່ມ. |
|
| 3 |
|
| ດ້ວຍເຫດນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງເລືອກເອົາເຈັດຄົນໃນທ່າມກາງພວກເຈົ້າທີ່ມີຊື່ສຽງດີ ທີ່ເຕັມດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະສະຕິປັນຍາ ພວກເຮົາຈະຕັ້ງໃຫ້ພວກເຂົາຮັບຜິດຊອບດູແລໃນການງານນີ້. |
|
| 4 |
|
| ສ່ວນພວກເຮົາ ກໍຈະອຸທິດເວລາທັງໝົດໃສ່ໃນການພາວັນນາອະທິຖານ ແລະການສັ່ງສອນພຣະທຳ.” |
|
| 5 |
|
| ຄົນທີ່ເຊື່ອທັງໝົດພໍໃຈ ເຫັນດີນຳການສະເໜີຂອງພວກອັກຄະສາວົກ. ດັ່ງນັ້ນ ພວກເຂົາຈຶ່ງເລືອກເອົາຊະເຕຟາໂນ ຜູ້ທີ່ເຕັມໄປດ້ວຍຄວາມເຊື່ອ ແລະພຣະວິນຍານບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອຊາວເມືອງອັນຕີໂອເຂຍ ທີ່ເຂົ້າສາສະໜາຢິວ. |
|
| 6 |
|
| ພວກເຂົາໄດ້ນຳຄົນທັງເຈັດນີ້ ມາສະເໜີຕໍ່ພວກອັກຄະສາວົກ ແລະພວກເພິ່ນຈຶ່ງພາວັນນາອະທິຖານວາງມືໃສ່ພວກເຂົາ. |
|
| 7 |
|
| ດັ່ງນັ້ນ ພຣະທຳຂອງພຣະເຈົ້າຈຶ່ງໄດ້ຈະເລີນຂຶ້ນ ສືບຕໍ່ແຜ່ຂະຫຍາຍອອກໄປ ຈຳນວນພວກສິດໃນນະຄອນເຢຣູຊາເລັມເພີ່ມທະວີຫລາຍຂຶ້ນ ແລະໄດ້ມີປະໂຣຫິດຫລາຍຄົນ ກໍໄດ້ຍອມເຊື່ອຟັງຕໍ່ຄວາມເຊື່ອນັ້ນ. |
|
| 8 |
|
| ຊະເຕຟາໂນຜູ້ທີ່ບໍຣິບູນດ້ວຍພຣະຄຸນແລະຣິດເດດ ໄດ້ເຮັດການອັດສະຈັນອັນໃຫຍ່ ແລະໝາຍສຳຄັນອັນຍິ່ງໃຫຍ່ໃນທ່າມກາງປະຊາຊົນ. |
|
| 9 |
|
| ແຕ່ເພິ່ນຖືກຕໍ່ຕ້ານຂັດຂວາງຈາກສະມາຊິກບາງຄົນ ທີ່ມາຈາກທຳມະສາລາ ຊຶ່ງເອີ້ນວ່າ, “ໂຮງທຳຊາວຢິວອົບພະຍົບ” ມີທັງຊາວກີເຣເນ ແລະ ຊາວອາເລັກຊັນເດຍ, ກັບບາງຄົນຈາກແຂວງກີລີເກຍ ແລະ ເອເຊຍ ແລະໄດ້ພາກັນລຸກຂຶ້ນໂຕ້ຖຽງກັບຊະເຕຟາໂນ. |
|
| 10 |
|
| ຄົນເຫຼົ່ານັ້ນຕໍ່ສູ້ກັບຄຳທີ່ທ່ານກ່າວດ້ວຍສະຕິປັນຍາ ແລະດ້ວຍພຣະວິນຍານບໍ່ໄດ້. |
|
| 11 |
|
| ດັ່ງນັ້ນ ພວກເຂົາຈຶ່ງຍຸແຫຍ່ຊາຍບາງຄົນມາກ່າວຫາວ່າ, “ພວກເຮົາໄດ້ຍິນລາວເວົ້າຕໍ່ສູ້ໂມເຊ ແລະຕໍ່ສູ້ພຣະເຈົ້າ.” |
|
| 12 |
|
| ດ້ວຍເຫດນີ້ ພວກເຂົາຈຶ່ງຍຸຍົງປະຊາຊົນ, ພວກເຖົ້າແກ່ແລະພວກທຳມະຈານ ມາຫຸ້ມຈັບຊະເຕຟາໂນ ແລະນຳຕົວຂຶ້ນໄປທີ່ສະພາສູງສຸດ. |
|
| 13 |
|
| ແລ້ວພວກເຂົາກໍນຳພະຍານບໍ່ຈິງມາກ່າວວ່າ, “ຊາຍຄົນນີ້ເວົ້າຕໍ່ສູ້ພຣະວິຫານອັນສັກສິດ ແລະກົດບັນຍັດຢ່າງບໍ່ຢຸດຢັ້ງ. |
|
| 14 |
|
| ພວກເຮົາໄດ້ຍິນຄົນນີ້ເວົ້າວ່າ ເຢຊູໄທນາຊາເຣັດຈະທຳລາຍພຣະວິຫານຫລັງນີ້ ແລະຈະປ່ຽນແປງທຳນຽມທີ່ໂມເຊໄດ້ໃຫ້ໄວ້ແກ່ພວກເຮົາ.” |
|
| 15 |
|
| ແລະບັນດາຄົນທີ່ນັ່ງຢູ່ໃນສະພາສູງສຸດນັ້ນ ໄດ້ແນມໄປເບິ່ງຊະເຕຟາໂນ ແລະເຫັນວ່າໜ້າຂອງເພິ່ນເປັນເໝືອນໜ້າຂອງເທວະດາ. |
|
|
|
|