|
| 1 |
|
| ແລ້ວມະຫາປະໂຣຫິດກໍຖາມຊະເຕຟາໂນວ່າ, “ເລື່ອງນີ້ເປັນຄວາມຈິງແທ້ບໍ?” |
|
| 2 |
|
| ຝ່າຍຊະເຕຟາໂນໄດ້ຕອບວ່າ, “ພີ່ນ້ອງແລະພວກຍາພໍ່ທັງຫລາຍເອີຍ, ຂໍໂຜດຟັງຂ້ານ້ອຍກ່າວເທີ້ນ ພຣະເຈົ້າແຫ່ງສະຫງ່າຣາສີໄດ້ປາກົດແກ່ອັບຣາຮາມ ບັນພະບຸລຸດຂອງພວກເຮົາ ເມື່ອເພິ່ນຍັງຢູ່ທີ່ເມໂຊໂປຕາເມຍ ກ່ອນທີ່ເພິ່ນໄດ້ໄປອາໄສຢູ່ໃນເມືອງຮາຣານ |
|
| 3 |
|
| ໂດຍກ່າວແກ່ເພິ່ນວ່າ, ‘ເຈົ້າຈົ່ງອອກຈາກບ້ານເກີດເມືອງນອນ ແລະຍາດຕິພີ່ນ້ອງຂອງເຈົ້າ ແລ້ວໄປສູ່ດິນແດນທີ່ເຮົາຈະສະແດງໃຫ້ເຈົ້າໄດ້ເຫັນ.’ |
|
| 4 |
|
| ດັ່ງນັ້ນ ອັບຣາຮາມຈຶ່ງອອກຈາກດິນແດນຂອງຊາວເຄນເດຍ ແລະໄດ້ໄປອາໄສຢູ່ໃນເມືອງຮາຣານ ຫລັງຈາກທີ່ພໍ່ຂອງອັບຣາຮາມຕາຍແລ້ວ ພຣະເຈົ້າກໍໄດ້ໃຫ້ເພິ່ນຍົກຍ້າຍອອກຈາກທີ່ນັ້ນມາສູ່ເມືອງນີ້ ຄືບ່ອນທີ່ພວກເຈົ້າອາໄສຢູ່ໃນທຸກວັນນີ້. |
|
| 5 |
|
| ພຣະເຈົ້າບໍ່ໄດ້ໃຫ້ອັບຣາຮາມຮັບສ່ວນໃດໆຂອງດິນແດນນີ້ ເປັນກຳມະສິດຂອງຕົນ ແມ່ນແຕ່ທໍ່ຮອຍຕີນ ແຕ່ໃນຂະນະທີ່ເພິ່ນຍັງບໍ່ມີລູກ ພຣະເຈົ້າໄດ້ສັນຍາວ່າ ພຣະອົງຈະມອບດິນແດນໃຫ້ເພິ່ນເປັນກຳມະສິດ ແລະໃຫ້ແກ່ເຊື້ອສາຍພາຍຫລັງເພິ່ນດ້ວຍ. |
|
| 6 |
|
| ພຣະເຈົ້າໄດ້ຊົງກ່າວໄວ້ດັ່ງນີ້ວ່າ, ‘ເຊື້ອສາຍຂອງເຈົ້າຈະໄປອາໄສເປັນແຂກຢູ່ໃນຕ່າງປະເທດ ແລະຊາວປະເທດນັ້ນຈະເອົາພວກເຂົາເປັນທາດ ແລະພວກເຂົາຈະຖືກກົດຂີ່ຂົ່ມເຫັງຢ່າງຮ້າຍແຮງເປັນເວລາສີ່ຮ້ອຍປີ.’ |
|
| 7 |
|
| ແລ້ວພຣະອົງຊົງກ່າວອີກວ່າ, ‘ຝ່າຍເຮົາຈະພິພາກສາລົງໂທດ ປະເທດທີ່ພວກເຂົາຮັບໃຊ້ເປັນຂ້ອຍຂ້າຢູ່ນັ້ນ ຫລັງຈາກນັ້ນແລ້ວ ພວກເຂົາຈະອອກມາບົວລະບັດຂາບໄຫວ້ເຮົາໃນທີ່ນີ້.’ |
|
| 8 |
|
| ແລ້ວພຣະເຈົ້າກໍໃຫ້ອັບຣາຮາມເຮັດພິທີຕັດ ເພື່ອເປັນເຄື່ອງໝາຍແຫ່ງພັນທະສັນຍາ. ດັ່ງນັ້ນ ອັບຣາຮາມຜູ້ເປັນພໍ່ ຈຶ່ງເຮັດພິທີຕັດໃຫ້ອີຊາກໃນວັນທີແປດ ຫລັງຈາກທີ່ລາວໄດ້ເກີດມາ ອີຊາກໄດ້ເຮັດພິທີຕັດໃຫ້ຢາໂຄບ ແລະຢາໂຄບໄດ້ເຮັດພິທີຕັດໃຫ້ລູກຊາຍສິບສອງຄົນຂອງຕົນ ຄືບັນພະບຸລຸດແຫ່ງເຊື້ອຊາດຂອງພວກເຮົາ. |
|
| 9 |
|
| ຍ້ອນບັນພະບຸລຸດເຫຼົ່ານັ້ນ ໄດ້ອິດສາໂຢເຊັບນ້ອງຊາຍຂອງພວກຕົນ ພວກເຂົາຈຶ່ງຂາຍເພິ່ນໄປເປັນທາດທີ່ປະເທດເອຢິບ, ແຕ່ພຣະເຈົ້າໄດ້ສະຖິດຢູ່ກັບໂຢເຊັບ |
|
| 10 |
|
| ແລະຊ່ວຍເພິ່ນໃຫ້ຜ່ານພົ້ນຄວາມຍາກລຳບາກທັງສິ້ນ, ພຣະເຈົ້າກໍໂຜດໃຫ້ເພິ່ນເປັນທີ່ພໍໃຈ ແລະມີສະຕິປັນຍາ ເມື່ອໂຢເຊັບໄດ້ປາກົດຕົວຕໍ່ໜ້າກະສັດຟາໂຣແຫ່ງເອຢິບ ແລະກະສັດໄດ້ແຕ່ງຕັ້ງໂຢເຊັບ ໃຫ້ເປັນຜູ້ປົກຄອງເອຢິບຕະຫລອດທັງວັງຂອງເພິ່ນດ້ວຍ. |
|
| 11 |
|
| ຕໍ່ມາ ໄດ້ເກີດມີການອຶດຢາກທົ່ວເອຢິບ ແລະ ການາອານ ຊຶ່ງເປັນເຫດໃຫ້ມີຄວາມທົນທຸກລຳບາກຢ່າງໃຫຍ່ຫລວງ ບັນພະບຸລຸດຂອງພວກເຮົາບໍ່ສາມາດຫາອາຫານມາລ້ຽງຊີບໄດ້. |
|
| 12 |
|
| ແລະເມື່ອຢາໂຄບໄດ້ຍິນຂ່າວວ່າ ມີເຂົ້າຢູ່ໃນປະເທດເອຢິບ ເພິ່ນຈຶ່ງໃຊ້ລູກຊາຍຂອງເພິ່ນ ຄືບັນພະບຸລຸດຂອງພວກເຮົາໄປທີ່ນັ້ນເປັນເທື່ອທຳອິດ. |
|
| 13 |
|
| ໃນເທື່ອທີສອງ ໂຢເຊັບໄດ້ສະແດງຕົວໃຫ້ພວກອ້າຍນ້ອງຮູ້ຈັກ ແລະໄດ້ແຈ້ງໃຫ້ກະສັດຟາໂຣຮັບຮູ້ ເຖິງຍາດຕິພີ່ນ້ອງຂອງເພິ່ນເໝືອນກັນ. |
|
| 14 |
|
| ດັ່ງນັ້ນ ໂຢເຊັບຈຶ່ງໃຊ້ຄົນໄປເຊີນຢາໂຄບພໍ່ຂອງຕົນກັບທຸກຄົນໃນຄອບຄົວໃຫ້ມາຫາ ລວມທັງໝົດມີເຈັດສິບຫ້າຄົນ. |
|
| 15 |
|
| ແລ້ວຢາໂຄບກໍໄດ້ລົງໄປທີ່ປະເທດເອຢິບ ແລະເພິ່ນກັບພວກລູກຊາຍຂອງເພິ່ນກໍໄດ້ຕາຍຢູ່ທີ່ນັ້ນ. |
|
| 16 |
|
| ແລະພວກເຂົາໄດ້ນຳເອົາຊາກສົບຂອງພວກເພິ່ນກັບຄືນມາທີ່ຊີເຄມ ແລະໄດ້ວາງໄວ້ໃນອຸບມຸງ ທີ່ອັບຣາຮາມໄດ້ຊື້ຈາກຕະກຸນຮາໂມ ດ້ວຍເງິນຈຳນວນໜຶ່ງໃນເມືອງຊີເຄມ. |
|
| 17 |
|
| ແຕ່ເມື່ອກຳນົດແຫ່ງພຣະສັນຍາ ຊຶ່ງພຣະເຈົ້າໄດ້ຊົງກ່າວໄວ້ກັບອັບຣາຮາມໃກ້ຈະເຖິງແລ້ວ ຊົນຊາດອິດສະຣາເອນໃນປະເທດເອຢິບໄດ້ເພີ່ມທະວີຫລາຍຂຶ້ນ. |
|
| 18 |
|
| ຈົນເຖິງກະສັດອີກອົງໜຶ່ງ ຊຶ່ງບໍ່ຮູ້ຈັກໂຢເຊັບໄດ້ຂຶ້ນປົກຄອງປະເທດເອຢິບ. |
|
| 19 |
|
| ກະສັດຜູ້ນີ້ໄດ້ໃຊ້ກົນອຸບາຍຫລອກລວງບັນພະບຸລຸດຂອງພວກເຮົາ ເຮັດໂຫດຮ້າຍຕໍ່ພວກເພິ່ນ ໂດຍບັງຄັບໃຫ້ເອົາລູກນ້ອຍອ່ອນຂອງພວກເພິ່ນອອກໄປຖິ້ມເສຍ ເພື່ອບໍ່ໃຫ້ມີຊີວິດເຫຼືອຢູ່ໄດ້. |
|
| 20 |
|
| ໃນຄາວນັ້ນ ໂມເຊໄດ້ເກີດມາເປັນລູກນ້ອຍທີ່ມີຮູບຮ່າງງົດງາມຕໍ່ໜ້າພຣະເຈົ້າ ໂມເຊໄດ້ຮັບການລ້ຽງດູທີ່ເຮືອນເປັນເວລາສາມເດືອນ |
|
| 21 |
|
| ແລະເມື່ອເຂົາເອົາໂມເຊອອກໄປຈາກເຮືອນ ລູກສາວຂອງກະສັດຟາໂຣ ກໍຮັບເອົາໄປລ້ຽງໄວ້ເປັນລູກຊາຍຂອງຕົນ. |
|
| 22 |
|
| ໂມເຊໄດ້ຮັບການສິດສອນຮຽນຮູ້ ໃນວິຊາການທຸກຢ່າງຂອງຊາວເອຢິບ ແລະກາຍເປັນຜູ້ມີຄວາມສາມາດໃນຄຳເວົ້າຈາ ແລະການກະທຳ. |
|
| 23 |
|
| ເມື່ອໂມເຊມີອາຍຸໄດ້ສີ່ສິບປີ ເພິ່ນກໍໄດ້ຕັດສິນໃຈໄປຊອກເບິ່ງຄວາມເປັນຢູ່ຂອງຊາວອິດສະຣາເອນ ພີ່ນ້ອງຮ່ວມຊາດຂອງຕົນ. |
|
| 24 |
|
| ເພິ່ນໄດ້ເຫັນຄົນໜຶ່ງໃນພວກອິດສະຣາເອນຖືກຄົນເອຢິບຂົ່ມເຫັງ. ສະນັ້ນ ເພິ່ນຈຶ່ງເຂົ້າໄປຊ່ວຍຄົນອິດສະຣາເອນ ແລະຂ້າຄົນເອຢິບຜູ້ນັ້ນເສຍ ເພື່ອເປັນການແກ້ແຄ້ນ. ( |
|
| 25 |
|
| ເພິ່ນຄິດວ່າ ປະຊາຊົນຂອງຕົນຄົງເຂົ້າໃຈ ທີ່ພຣະເຈົ້າກຳລັງໃຊ້ຕົນມາຊ່ວຍກອບກູ້ເອົາພວກເຂົາ, ແຕ່ພວກເຂົາບໍ່ເຂົ້າໃຈ.) |
|
| 26 |
|
| ໃນວັນຕໍ່ມາ ເພິ່ນໄດ້ເຫັນຄົນອິດສະຣາເອນສອງຄົນກຳລັງຕີກັນ ແລະເພິ່ນກໍພະຍາຍາມໃຫ້ພວກເຂົາຄືນດີກັນ ເພິ່ນກ່າວວ່າ, ‘ຊາຍເອີຍ ພວກເຈົ້າເປັນພີ່ນ້ອງກັນ ເປັນຫຍັງຈຶ່ງຕີກັນເຊັ່ນນີ້?’ |
|
| 27 |
|
| ແຕ່ຜູ້ທີ່ກຳລັງເຮັດຮ້າຍຕໍ່ເພື່ອນຂອງຕົນນັ້ນ ຊຸກໂມເຊອອກ ແລະຖາມວ່າ, ‘ຜູ້ໃດຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະຕັດສິນພວກເຮົາ? |
|
| 28 |
|
| ບໍ່ແມ່ນເຈົ້າຢາກຂ້າເຮົາ ຄືເຈົ້າໄດ້ຂ້າຄົນເອຢິບມື້ວານນີ້ບໍ?’ |
|
| 29 |
|
| ເມື່ອໂມເຊໄດ້ຍິນດັ່ງນີ້ແລ້ວ ເພິ່ນຈຶ່ງປົບໜີໄປອາໄສຢູ່ໃນດິນແດນມີດີອານ ໃນທີ່ນັ້ນເພິ່ນມີລູກຊາຍສອງຄົນ. |
|
| 30 |
|
| ຫລັງຈາກສີ່ສິບປີໄດ້ຜ່ານໄປ ມີເທວະດາຕົນໜຶ່ງ ໄດ້ປາກົດແກ່ໂມເຊໃນແປວໄຟທີ່ພຸ່ມໜາມ ໃນຖິ່ນແຫ້ງແລ້ງກັນດານຊີນາຍ. |
|
| 31 |
|
| ໂມເຊງຶດປະຫລາດໃຈໃນສິ່ງທີ່ຕົນໄດ້ເຫັນ ຈຶ່ງຫຍັບເຂົ້າໄປໃກ້ພຸ່ມໄມ້ນັ້ນເພື່ອເບິ່ງຄັກໆ ແລະເພິ່ນໄດ້ຍິນສຽງຂອງອົງພຣະຜູ້ເປັນເຈົ້າກ່າວວ່າ, |
|
| 32 |
|
| ‘ເຮົາແມ່ນພຣະເຈົ້າຂອງບັນພະບຸລຸດຂອງເຈົ້າ ຄືພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ.’ ໂມເຊຈຶ່ງຢ້ານຫລາຍຈົນສັ່ນເຊັນ ແລະບໍ່ກ້າຫລຽວເບິ່ງ. |
|
| 33 |
|
| ອົງພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, ‘ຈົ່ງຖອດເກີບເຈົ້າອອກ ເພາະບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ເປັນບ່ອນສັກສິດ. |
|
| 34 |
|
| ເຮົາໄດ້ເຫັນຄວາມທົນທຸກລຳບາກອັນຮ້າຍແຮງ ທີ່ປະຊາຊົນຂອງເຮົາໄດ້ຮັບໃນປະເທດເອຢິບ ເຮົາໄດ້ຍິນສຽງໂອ່ຍຄາງຂອງພວກເຂົາແລ້ວ ເຮົາຈຶ່ງລົງມາເພື່ອຊ່ວຍກອບກູ້ເອົາພວກເຂົາ. ບັດນີ້ມາແມ ເຮົາຈະໃຊ້ເຈົ້າໄປທີ່ປະເທດເອຢິບ.’ |
|
| 35 |
|
| ໂມເຊຜູ້ນີ້ແຫຼະ ທີ່ປະຊາຊົນອິດສະຣາເອນປະຕິເສດໂດຍຖາມວ່າ, ‘ຜູ້ໃດຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະຕັດສິນພວກເຮົາ?’ ເພິ່ນແມ່ນຜູ້ທີ່ພຣະເຈົ້າໄດ້ໃຊ້ໄປເປັນຜູ້ປົກຄອງແລະຊ່ວຍກອບກູ້ເອົາພວກເຂົາ ໂດຍມີເທວະດາຕົນທີ່ໄດ້ປາກົດແກ່ເພິ່ນ ທີ່ພຸ່ມໄມ້ມີແປວໄຟລຸກນັ້ນເປັນຜູ້ຊ່ວຍເຫລືອ. |
|
| 36 |
|
| ເພິ່ນໄດ້ນຳພາປະຊາຊົນອອກມາຈາກປະເທດເອຢິບໂດຍເຮັດການອັດສະຈັນ ແລະໝາຍສຳຄັນທີ່ໜ້າງຶດປະຫລາດໃຈຫລາຍປະການໃນປະເທດເອຢິບ ແລະທີ່ທະເລແດງ ແລະໃນຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບປີ. |
|
| 37 |
|
| ແມ່ນໂມເຊຜູ້ນີ້ແຫຼະ ທີ່ໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, ‘ພຣະເຈົ້າຈະໃຊ້ຜູ້ທຳນວາຍຄົນໜຶ່ງໃຫ້ເກີດມາເພື່ອພວກເຈົ້າ ດັ່ງທີ່ພຣະອົງໄດ້ໃຊ້ຂ້າພະເຈົ້າ ແລະເພິ່ນຈະເປັນຄົນໜຶ່ງໃນປະຊາຊົນຂອງພວກເຈົ້າເອງ.’ |
|
| 38 |
|
| ໂມເຊຜູ້ນີ້ແຫຼະ ທີ່ຮ່ວມຊຸມນຸມກັບປະຊາຊົນອິດສະຣາເອນ ຢູ່ໃນຖິ່ນແຫ້ງແລ້ງກັນດານ ເພິ່ນໄດ້ຢູ່ໃນທີ່ນັ້ນກັບບັນພະບຸລຸດຂອງພວກເຮົາ ແລະກັບເທວະດາຕົນທີ່ໄດ້ກ່າວແກ່ເພິ່ນທີ່ເທິງພູເຂົາຊີນາຍ ບ່ອນທີ່ເພິ່ນໄດ້ຮັບພຣະທຳອັນມີຊີວິດຖາວອນມາໃຫ້ພວກເຮົາ. |
|
| 39 |
|
| ແຕ່ບັນພະບຸລຸດຂອງພວກເຮົາໄດ້ປະຕິເສດທີ່ຈະເຊື່ອຟັງເພິ່ນ ພວກເຂົາໄດ້ຊຸກເພິ່ນອອກໜີ ແລະຫວັງວ່າພວກຕົນຄົງຈະກັບຄືນສູ່ປະເທດເອຢິບໄດ້. |
|
| 40 |
|
| ດັ່ງນັ້ນ ພວກເຂົາຈຶ່ງເວົ້າກັບອາໂຣນວ່າ, ‘ຈົ່ງສ້າງພຣະໃຫ້ພວກເຮົາ ຊຶ່ງຈະນຳພາພວກເຮົາໄປ ສ່ວນໂມເຊຜູ້ທີ່ໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບນັ້ນ ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບເພິ່ນແລ້ວ.’ |
|
| 41 |
|
| ໃນເວລານັ້ນ ພວກເຂົາໄດ້ສ້າງຮູບເຄົາຣົບເປັນຮູບງົວນ້ອຍໂຕໜຶ່ງຂຶ້ນ ແລ້ວກໍເອົາເຄື່ອງບູຊາມາຖວາຍແກ່ຮູບນັ້ນ ແລະຈັດງານຄຶກຄື້ນມ່ວນຊື່ນສະຫລອງສິ່ງທີ່ພວກເຂົາໄດ້ສ້າງຂຶ້ນດ້ວຍມືຂອງຕົນເອງນັ້ນ. |
|
| 42 |
|
| ສະນັ້ນ ພຣະເຈົ້າຈຶ່ງໄດ້ຫັນໜ້າໜີຈາກພວກເຂົາ ແລະປະໃຫ້ພວກເຂົາຂາບໄຫວ້ບັນດາດວງດາວໃນທ້ອງຟ້າ ຕາມທີ່ມີຂຽນໄວ້ໃນພຣະຄຳພີຂອງບັນດາຜູ້ທຳນວາຍວ່າ, ‘ໂອ ປະຊາຊົນອິດສະຣາເອນເອີຍ ສັດທີ່ໄດ້ຂ້າຖວາຍ ແລະເຄື່ອງບູຊານັ້ນ ພວກເຈົ້າບໍ່ໄດ້ເອົາມາຖວາຍແກ່ເຮົາ ໃນຖິ່ນແຫ້ງແລ້ງກັນດານລະຫວ່າງສີ່ສິບປີດອກຕີ້. |
|
| 43 |
|
| ສຳນັກຜ້າທີ່ພວກເຈົ້າຫາມນັ້ນ ແມ່ນຂອງພະໂມເລັກ ແລະຮູບພະເຣຟານກໍເປັນພະ ແຫ່ງດວງດາວຂອງພວກເຈົ້າ ລ້ວນແຕ່ເປັນຮູບເຄົາຣົບ ທີ່ພວກເຈົ້າໄດ້ສ້າງຂຶ້ນເພື່ອຂາບໄຫວ້ບູຊາ ສະນັ້ນ ເຮົາຈຶ່ງຈະເນລະເທດພວກເຈົ້າ ໄປໃຫ້ກາຍນະຄອນບາບີໂລນພຸ້ນ.’ |
|
| 44 |
|
| ເມື່ອຢູ່ໃນຖິ່ນແຫ້ງແລ້ງກັນດານນັ້ນ ບັນພະບຸລຸດຂອງພວກເຮົາໄດ້ມີຜ້າເຕັນແຫ່ງຄຳພະຍານ ບ່ອນທີ່ພຣະເຈົ້າສະຖິດຢູ່ນຳພວກເຂົາ ພວກເຂົາໄດ້ເຮັດຫໍເຕັນ ຕາມທີ່ພຣະເຈົ້າໄດ້ບອກໂມເຊໃຫ້ເຮັດຕາມແບບແຜນທີ່ພຣະເຈົ້າໄດ້ສຳແດງໃຫ້ໂມເຊຮູ້. |
|
| 45 |
|
| ຕໍ່ມາ ບັນພະບຸລຸດຂອງພວກເຮົາ ຜູ້ທີ່ໄດ້ຮັບຫໍເຕັນຈາກປູ່ຍ່າຕາຍາຍຂອງພວກຕົນ ກໍຫາມຫໍເຕັນໄປນຳ ເມື່ອພວກເຂົາໄປກັບໂຢຊວຍ. ເມື່ອຢຶດຄອງເອົາດິນແດນຈາກຊົນຊາດຕ່າງໆ ຊຶ່ງພຣະເຈົ້າໄດ້ຂັບໄລ່ອອກໃນຂະນະທີ່ພວກເຂົາບຸກໜ້າເຂົ້າໄປ ຫໍເຕັນນີ້ກໍມີສືບມາຈົນເຖິງສະໄໝຂອງກະສັດດາວິດ. |
|
| 46 |
|
| ເພິ່ນເປັນທີ່ພໍພຣະໄທພຣະເຈົ້າ. ສະນັ້ນ ເພິ່ນຈຶ່ງຂໍຮ້ອງພຣະອົງໄດ້ອະນຸຍາດໃຫ້ເພິ່ນຫາບ່ອນຢູ່ໃຫ້ພຣະເຈົ້າຂອງຢາໂຄບ. |
|
| 47 |
|
| ແຕ່ວ່າແມ່ນກະສັດໂຊໂລໂມນ ທີ່ເປັນຜູ້ສ້າງພຣະວິຫານສຳລັບພຣະອົງ. |
|
| 48 |
|
| ເຖິງປານນັ້ນ ພຣະເຈົ້າອົງສູງສຸດກໍບໍ່ໄດ້ສະຖິດຢູ່ໃນບ່ອນທີ່ມືມະນຸດສ້າງ ຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ, |
|
| 49 |
|
| ອົງພຣະຜູ້ເປັນເຈົ້າກ່າວວ່າ ‘ສະຫວັນເປັນພຣະທີ່ນັ່ງຂອງເຮົາ ແຜ່ນດິນໂລກກໍເປັນທີ່ຮອງຕີນຂອງເຮົາ. ພວກເຈົ້າຈະສ້າງບ່ອນຢູ່ຊະນິດໃດ ສຳລັບເຮົາ? ສະຖານທີ່ໃດໜໍທີ່ພໍຈະເປັນ ບ່ອນໃຫ້ເຮົາອາໄສຢູ່? |
|
| 50 |
|
| ສັບພະທຸກສິ່ງທັງໝົດເຫຼົ່ານີ້ ມືຂອງເຮົາໄດ້ສ້າງໄວ້ທັງສິ້ນບໍ່ແມ່ນບໍ?’ |
|
| 51 |
|
| ພວກເຈົ້າຊ່າງດື້ດ້ານແທ້ນໍ ໃຈຂອງພວກເຈົ້າຊ່າງຄືກັບໃຈຄົນທີ່ບໍ່ນັບຖືພຣະເຈົ້າ ຫູຂອງພວກເຈົ້າຊ່າງໜັກຕໍ່ພຣະຄຳແທ້ໆ ບັນພະບຸລຸດຂອງພວກເຈົ້າເປັນຢ່າງໃດ ພວກເຈົ້າກໍເປັນຢ່າງນັ້ນ ຄືເຈົ້າທັງຫລາຍຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ. |
|
| 52 |
|
| ມີຜູ້ທຳນວາຍຄົນໃດແດ່ ທີ່ບັນພະບຸລຸດຂອງພວກເຈົ້າບໍ່ໄດ້ຂົ່ມເຫັງ? ພວກເຂົາໄດ້ຂ້າບັນດາຄົນທີ່ນຳຖ້ອຍຄຳຂອງພຣະເຈົ້າມາໃຫ້ ຄືຄົນທີ່ໄດ້ປະກາດລ່ວງໜ້າວ່າ ພຣະຜູ້ຮັບໃຊ້ອົງຊອບທຳຈະມາ, ບັດນີ້ ເຈົ້າທັງຫລາຍໄດ້ເປັນຜູ້ມອບພຣະອົງໄວ້ ແລະສັງຫານພຣະອົງເສຍ. |
|
| 53 |
|
| ເຈົ້າທັງຫລາຍເປັນຜູ້ທີ່ໄດ້ຮັບກົດບັນຍັດຂອງພຣະເຈົ້າ ຈາກເທວະດາ, ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງຕາມກົດບັນຍັດນັ້ນເລີຍ.” |
|
| 54 |
|
| ເມື່ອສະມາຊິກສະພາສູງສຸດໄດ້ຍິນຊະເຕຟາໂນກ່າວຖ້ອຍຄຳເຫຼົ່ານີ້ ພວກເຂົາກໍໂມໂຫເຕັມທີ ແລະຂົບແຂ້ວຄ້ຽວຟັນໃສ່ຊະເຕຟາໂນດ້ວຍຄວາມເຈັບແຄ້ນແໜ້ນໃຈ. |
|
| 55 |
|
| ແຕ່ຊະເຕຟາໂນຜູ້ທີ່ເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ກໍເງີຍໜ້າແນມຂຶ້ນສູ່ສະຫວັນ ແລະເຫັນສະຫງ່າຣາສີຂອງພຣະເຈົ້າ ແລະເຫັນພຣະເຢຊູເຈົ້າກຳລັງຢືນຢູ່ທີ່ກໍ້າຂວາຂອງພຣະເຈົ້າ. |
|
| 56 |
|
| ຊະເຕຟາໂນກ່າວວ່າ, “ເບິ່ງແມ! ຂ້າພະເຈົ້າເຫັນຟ້າສະຫວັນໄຂອອກ ແລະເຫັນບຸດມະນຸດກຳລັງຢືນຢູ່ທີ່ກໍ້າຂວາມືຂອງພຣະເຈົ້າ.” |
|
| 57 |
|
| ໃນຂະນະນັ້ນ ບັນດາສະມາຊິກສະພາສູງສຸດໄດ້ຮ້ອງຂຶ້ນພ້ອມທັງເອົາມືອັດຫູຂອງຕົນໄວ້ ແລ້ວຕ່າງກໍຫລູບໃສ່ຊະເຕຟາໂນທັນທີ. |
|
| 58 |
|
| ພວກເຂົາຊຸກຊະເຕຟາໂນອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ ຄົນທັງຫລາຍທີ່ເປັນພະຍານ ໄດ້ແກ້ເສື້ອຊັ້ນນອກຂອງຕົນອອກ ໄວ້ໃກ້ຕີນຊາຍໜຸ່ມຄົນໜຶ່ງທີ່ຊື່ວ່າ ໂຊໂລ. |
|
| 59 |
|
| ພວກເຂົາພາກັນສືບຕໍ່ແກວ່ງກ້ອນຫີນໃສ່ຊະເຕຟາໂນ ຂະນະທີ່ເພິ່ນກຳລັງພາວັນນາອະທິຖານວ່າ, “ຂ້າແດ່ອົງພຣະເຢຊູເຈົ້າ ຂໍໂຜດຮັບເອົາຈິດວິນຍານຂອງຂ້ານ້ອຍໄວ້ດ້ວຍເຖີດ.” |
|
| 60 |
|
| ຊະເຕຟາໂນຄຸເຂົ່າລົງ ແລະຮ້ອງຂຶ້ນດ້ວຍສຽງດັງວ່າ, “ຂ້າແດ່ພຣະອົງເຈົ້າ ຂໍຊົງໂຜດຍົກບາບຍົກກຳນີ້ໃຫ້ພວກເຂົາດ້ວຍເທີ້ນ.” ເມື່ອກ່າວຄຳນີ້ແລ້ວ ເພິ່ນກໍສິ້ນໃຈຕາຍ. |
|
|
|
|