|
| 1 |
|
| ໂຊໂລກໍເຫັນພ້ອມກັບການຂ້າຊະເຕຟາໂນ. ໃນວັນນັ້ນເອງ ໄດ້ເກີດມີການຂົ່ມເຫັງຢ່າງໜັກ ຕໍ່ຄຣິສຕະຈັກໃນນະຄອນເຢຣູຊາເລັມ ພວກລູກສິດທັງໝົດ ເວັ້ນໄວ້ແຕ່ພວກອັກຄະສາວົກ ຕ່າງກໍໄດ້ກະຈັດກະຈາຍໄປທົ່ວແຂວງຢູດາຍ ແລະແຂວງຊາມາເຣຍ. |
|
| 2 |
|
| ຜູ້ທີ່ຢຳເກງພຣະເຈົ້າບາງຄົນ ໄດ້ນຳເອົາຊາກສົບຂອງຊະເຕຟາໂນໄປຝັງໄວ້ ແລະມີການຮ້ອງໄຫ້ໄວ້ທຸກຢ່າງໃຫຍ່ໃຫ້ລາວ. |
|
| 3 |
|
| ສ່ວນໂຊໂລນັ້ນໄດ້ພະຍາຍາມທຳລາຍຄຣິສຕະຈັກຢ່າງຮຸນແຮງ ໂດຍເຂົ້າໄປຕາມບ້ານເຮືອນ ລາກເອົາບາງຄົນທີ່ເຊື່ອທັງຊາຍທັງຍິງອອກມາ ແລະນຳໄປຂັງໄວ້ໃນຄຸກ. |
|
| 4 |
|
| ພວກຄົນທີ່ເຊື່ອ ທີ່ໄດ້ແຕກກະຈັດກະຈາຍໄປນັ້ນ ຕ່າງກໍໄດ້ປະກາດຂ່າວປະເສີດຕາມບ່ອນຕ່າງໆ. |
|
| 5 |
|
| ຝ່າຍຟີລິບໄດ້ໄປທີ່ເມືອງໃຫຍ່ ໃນແຂວງຊາມາເຣຍ ແລະປະກາດເລື່ອງພຣະຄຣິດໃນທີ່ນັ້ນ. |
|
| 6 |
|
| ປະຊາຊົນໄດ້ຕັ້ງໃຈຟັງຖ້ອຍຄຳຂອງຟີລິບ ເມື່ອພວກເຂົາໄດ້ຍິນເພິ່ນປະກາດ ແລະໄດ້ເຫັນການອັດສະຈັນທີ່ເພິ່ນໄດ້ເຮັດ. |
|
| 7 |
|
| ຜີຊົ່ວຮ້າຍທີ່ສິງຢູ່ໃນຫລາຍຄົນ ກໍຮ້ອງຂຶ້ນດ້ວຍສຽງດັງ ແລະອອກມາຈາກຄົນເຫຼົ່ານັ້ນ ແລະຄົນທີ່ເປັນເປ້ຍ ແລະຂາເສັ້ງຫລາຍຄົນ ກໍໄດ້ດີເປັນປົກກະຕິ. |
|
| 8 |
|
| ດັ່ງນັ້ນ ຄວາມຊົມຊື່ນຍິນດີອັນໃຫຍ່ຈຶ່ງເກີດຂຶ້ນໃນເມືອງນີ້. |
|
| 9 |
|
| ຍັງມີຊາຍຄົນໜຶ່ງຢູ່ໃນເມືອງນີ້ຊື່ວ່າ ຊີໂມນ ລາວເປັນໝໍເວດມົນຄາຖາ ທີ່ເຄີຍເຮັດໃຫ້ຊາວຊາມາເຣຍງຶດງໍ້ອັດສະຈັນໃຈ ແລະອວດອ້າງຕົວວ່າເປັນຄົນສຳຄັນຜູ້ໜຶ່ງ. |
|
| 10 |
|
| ດັ່ງນັ້ນ ຄົນທັງຫລາຍໃນເມືອງ ບໍ່ວ່າຜູ້ໃຫຍ່ ຫລືຜູ້ນ້ອຍ ຈຶ່ງໃຫ້ຄວາມສົນໃຈຟັງລາວ ແລະເວົ້າວ່າ, “ຊາຍຜູ້ນີ້ມີຣິດຂອງພຣະເຈົ້າທີ່ຄົນເອີ້ນວ່າ, ‘ມະຫິດທິຣິດ.”’ |
|
| 11 |
|
| ດ້ວຍເວດມົນຄາຖາ ທີ່ລາວໄດ້ເຮັດໃຫ້ຄົນງຶດງໍ້ອັດສະຈັນໃຈແຕ່ດົນນານແລ້ວນັ້ນ ຈຶ່ງດຶງດູດຄົນທັງຫລາຍໃຫ້ສົນໃຈໃນຕົວລາວ. |
|
| 12 |
|
| ເມື່ອພວກເຂົາໄດ້ຮັບເຊື່ອໃນຖ້ອຍຄຳຂອງຟີລິບ ທີ່ໄດ້ປະກາດກ່ຽວກັບຂ່າວປະເສີດແຫ່ງຣາຊອານາຈັກຂອງພຣະເຈົ້າ ແລະພຣະນາມຂອງພຣະເຢຊູຄຣິດເຈົ້າ ພວກເຂົາກໍໄດ້ຮັບບັບຕິສະມາທັງຊາຍແລະຍິງ. |
|
| 13 |
|
| ຝ່າຍຊີໂມນເອງກໍເຊື່ອເໝືອນກັນ ແລະຫລັງຈາກຮັບບັບຕິສະມາແລ້ວ ກໍຕິດພັນຢູ່ກັບຟີລິບ, ລາວປະຫລາດໃຈຫລາຍທີ່ເຫັນຟີລິບເຮັດການອັດສະຈັນ ແລະໝາຍສຳຄັນອັນຍິ່ງໃຫຍ່ທີ່ໄດ້ເກີດຂຶ້ນນັ້ນ. |
|
| 14 |
|
| ເມື່ອພວກອັກຄະສາວົກທີ່ຢູ່ໃນນະຄອນເຢຣູຊາເລັມ ໄດ້ຍິນຂ່າວວ່າປະຊາຊົນແຂວງຊາມາເຣຍ ໄດ້ຮັບເອົາພຣະທຳຂອງພຣະເຈົ້າແລ້ວ ຈຶ່ງໄດ້ໃຊ້ເປໂຕກັບໂຢຮັນໄປຫາພວກເຂົາ. |
|
| 15 |
|
| ທ່ານທັງສອງກໍໄດ້ໄປພາວັນນາອະທິຖານສຳລັບຄົນທີ່ເຊື່ອ ເພື່ອໃຫ້ພວກເຂົາໄດ້ຮັບພຣະວິນຍານບໍຣິສຸດເຈົ້າ. |
|
| 16 |
|
| ດ້ວຍວ່າ, ພຣະວິນຍານບໍຣິສຸດເຈົ້າ ບໍ່ທັນໄດ້ລົງມາເທິງຜູ້ໃດຈັກຄົນໃນພວກເຂົາ ແລະພວກເຂົາໄດ້ຮັບບັບຕິສະມາ ໃນພຣະນາມຂອງອົງພຣະເຢຊູເຈົ້າເທົ່ານັ້ນ. |
|
| 17 |
|
| ແລ້ວເປໂຕກັບໂຢຮັນກໍວາງມືໃສ່ພວກເຂົາ ແລະພວກເຂົາຕ່າງກໍໄດ້ຮັບພຣະວິນຍານບໍຣິສຸດເຈົ້າ. |
|
| 18 |
|
| ຝ່າຍຊີໂມນ, ເມື່ອໄດ້ເຫັນວ່າພຣະວິນຍານ ເປັນທີ່ຊົງປະທານດ້ວຍການວາງມືຂອງພວກອັກຄະສາວົກ ກໍໄດ້ນຳເງິນມາຈະໃຫ້ທ່ານທັງສອງ. |
|
| 19 |
|
| ໂດຍເວົ້າວ່າ, “ຂໍໃຫ້ຂ້ານ້ອຍມີຣິດອຳນາດຢ່າງນີ້ເໝືອນກັນ ເພື່ອວ່າເມື່ອຂ້ານ້ອຍຫາກວາງມືໃສ່ຜູ້ໃດ ຜູ້ນັ້ນກໍຈະໄດ້ຮັບພຣະວິນຍານບໍຣິສຸດເຈົ້າ.” |
|
| 20 |
|
| ແຕ່ເປໂຕຕອບລາວວ່າ, “ຈົ່ງໃຫ້ເງິນຂອງເຈົ້າຈິບຫາຍໄປກັບເຈົ້າສາ ເພາະເຈົ້າຄິດວ່າຈະຊື້ຂອງປະທານຈາກພຣະເຈົ້າດ້ວຍເງິນ |
|
| 21 |
|
| ເຈົ້າບໍ່ມີສ່ວນໃນພາລະກິດຂອງພວກເຮົາ ເພາະຈິດໃຈຂອງເຈົ້າບໍ່ສັດຊື່ຕໍ່ໜ້າພຣະເຈົ້າ. |
|
| 22 |
|
| ສະນັ້ນ ຈົ່ງກັບໃຈໃໝ່ຈາກການອັນຊົ່ວຊ້າຂອງເຈົ້ານີ້ສາ ແລ້ວພາວັນນາອະທິຖານຂໍຕໍ່ພຣະອົງເຈົ້າ ເພື່ອພຣະອົງຈະອະໄພໃຫ້ເຈົ້າ ທີ່ເຈົ້າຄິດເຊັ່ນນັ້ນ. |
|
| 23 |
|
| ເພາະເຮົາເຫັນວ່າໃຈຂອງເຈົ້າເຕັມໄປດ້ວຍຄວາມອິດສາອັນຂົມຂື່ນ ແລະເປັນຜູ້ຖືກຜູກມັດໄວ້ໂດຍໂສ້ແຫ່ງບາບກຳ.” |
|
| 24 |
|
| ຝ່າຍຊີໂມນໄດ້ຕອບວ່າ, “ຂໍທ່ານທັງສອງພາວັນນາອະທິຖານຕໍ່ພຣະອົງເຈົ້າສຳລັບຂ້ານ້ອຍດ້ວຍ ເພື່ອວ່າເຫດການຕ່າງໆທີ່ທ່ານໄດ້ກ່າວມານັ້ນ ຈະບໍ່ເກີດຂຶ້ນກັບຂ້ານ້ອຍຈັກປະການ.” |
|
| 25 |
|
| ສ່ວນທ່ານທັງສອງ ເມື່ອໄດ້ເປັນພະຍານ ແລະປະກາດພຣະທຳແຫ່ງອົງພຣະຜູ້ເປັນເຈົ້າແລ້ວ ກໍກັບຄືນມານະຄອນເຢຣູຊາເລັມ ແລະໄດ້ປະກາດຂ່າວປະເສີດຕາມທາງ ໃນບ້ານຂອງຊາວຊາມາເຣຍຫລາຍແຫ່ງ. |
|
| 26 |
|
| ແລ້ວເທວະດາຕົນໜຶ່ງ ຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງຟີລິບວ່າ, “ຈົ່ງລຸກຂຶ້ນ ຕຽມຕົວໃຫ້ພ້ອມ ແລະໄປທາງທິດໃຕ້ ຕາມທາງແຕ່ນະຄອນເຢຣູຊາເລັມລົງໄປສູ່ກາຊາ.” (ຫົນທາງນີ້ຄົນບໍ່ທຽວກັນແລ້ວ.) |
|
| 27 |
|
| ດັ່ງນັ້ນ ທ່ານຈຶ່ງລຸກຂຶ້ນເດີນທາງໄປ ແລະເບິ່ງແມ! ມີໄທເອທີໂອເປຍຄົນໜຶ່ງເປັນກະເທີຍ ເປັນຂ້າຣາຊການຊັ້ນສູງຂອງກັນເດກາ ຄືຣາຊີນີຂອງຊາວເອທີໂອເປຍ ເປັນນາຍຄັງຊັບທັງໝົດຂອງຣາຊີນີ ເພິ່ນໄດ້ມາທີ່ນະຄອນເຢຣູຊາເລັມເພື່ອນະມັດສະການ. |
|
| 28 |
|
| ຂະນະທີ່ນັ່ງລົດມ້າກຳລັງກັບເມືອ ເພິ່ນໄດ້ອ່ານໜັງສືຂອງຜູ້ທຳນວາຍເອຊາຢາຢູ່. |
|
| 29 |
|
| ພຣະວິນຍານບໍຣິສຸດເຈົ້າຊົງສັ່ງແກ່ຟີລິບວ່າ, “ຈົ່ງຫຍັບເຂົ້າໃກ້ຕິດລົດມ້າຄັນນີ້ໄປ.” |
|
| 30 |
|
| ຟີລິບຈຶ່ງແລ່ນຫຍັບເຂົ້າໄປໃກ້ ແລະໄດ້ຍິນເພິ່ນກຳລັງອ່ານໜັງສືຂອງຜູ້ທຳນວາຍເອຊາຢາຢູ່ ຟີລິບຈຶ່ງຖາມເພິ່ນວ່າ, “ທີ່ທ່ານອ່ານຢູ່ນັ້ນທ່ານເຂົ້າໃຈບໍ?” |
|
| 31 |
|
| ຂ້າຣາຊການຜູ້ນີ້ຕອບວ່າ, “ຂ້ອຍຈະເຂົ້າໃຈໄດ້ຢ່າງໃດ? ຖ້າບໍ່ມີຜູ້ໃດອະທິບາຍສູ່ຂ້ອຍຟັງ?” ແລ້ວເພິ່ນກໍເຊີນຟີລິບຂຶ້ນນັ່ງລົດມ້າໄປກັບເພິ່ນ. |
|
| 32 |
|
| ພຣະຄຳພີຕອນທີ່ເພິ່ນອ່ານຢູ່ນັ້ນ ຄືຂໍ້ເຫຼົ່ານີ້: “ເຂົາໄດ້ນຳເພິ່ນໄປ ເໝືອນນຳເອົາແກະໄປຂ້າ ແລະເໝືອນແກະນ້ອຍໂຕທີ່ມິດຢູ່ ຕໍ່ໜ້າຜູ້ຕັດຂົນຂອງມັນ ທ່ານບໍ່ໄດ້ອອກປາກກ່າວຫຍັງຈັກຄຳ. |
|
| 33 |
|
| ໃນຄາວທ່ານຕົກຕໍ່າຕ້ອຍ ທ່ານບໍ່ໄດ້ຮັບຄວາມຍຸດຕິທຳ. ບໍ່ມີຜູ້ໃດຈະເລົ່າເຖິງເຊື້ອສາຍ ຂອງທ່ານໄດ້ ເພາະວ່າຊີວິດຂອງທ່ານ ໄດ້ຖືກຕັດເສຍແລ້ວ.” |
|
| 34 |
|
| ຂ້າຣາຊການຜູ້ນັ້ນຫັນມາທາງຟີລິບ ແລະຖາມວ່າ, “ບອກຂ້ອຍມາເບິ່ງດູ ທີ່ຜູ້ທຳນວາຍກ່າວເຊັ່ນນີ້ ແມ່ນກ່າວເຖິງຜູ້ໃດ? ໝາຍເຖິງເພິ່ນເອງ ຫລືກ່າວເຖິງຜູ້ອື່ນ?” |
|
| 35 |
|
| ແລ້ວຟີລິບກໍອອກປາກກ່າວ ໂດຍເລີ່ມແຕ່ພຣະຄຳພີຕອນນີ້ໄປ ແລະກໍບອກເພິ່ນເຖິງຂ່າວປະເສີດເລື່ອງພຣະເຢຊູເຈົ້າ. |
|
| 36 |
|
| ເມື່ອພວກເພິ່ນໄດ້ເດີນທາງມາເຖິງບ່ອນມີນໍ້າບ່ອນໜຶ່ງ ຂ້າຣາຊການຜູ້ນີ້ກໍກ່າວວ່າ, “ທີ່ນີ້ມີນໍ້າ ມີສິ່ງໃດບໍທີ່ຂັດຂວາງຂ້ອຍບໍ່ໃຫ້ຮັບບັບຕິສະມາ?” [ |
|
| 37 |
|
| ຟີລິບຈຶ່ງຕອບວ່າ, “ຖ້າທ່ານເຕັມໃຈເຊື່ອກໍຮັບໄດ້.” ເພິ່ນຕອບວ່າ, “ຂ້ອຍເຊື່ອວ່າ ພຣະເຢຊູຄຣິດເຈົ້າເປັນພຣະບຸດຂອງພຣະເຈົ້າ.”] |
|
| 38 |
|
| ແລ້ວຂ້າຣາຊການກໍສັ່ງໃຫ້ຢຸດລົດມ້າ ເພິ່ນກັບຟີລິບຈຶ່ງລົງໄປໃນນໍ້າ ແລະຟີລິບກໍໃຫ້ເພິ່ນຮັບບັບຕິສະມາ. |
|
| 39 |
|
| ເມື່ອທັງສອງຂຶ້ນມາຈາກນໍ້າແລ້ວ ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ ກໍຮັບເອົາຟີລິບໄປ ສ່ວນຂ້າຣາຊການຄົນນັ້ນ ກໍບໍ່ເຫັນຟີລິບຕໍ່ໄປອີກ ເພິ່ນຈຶ່ງເດີນທາງເມືອດ້ວຍຄວາມຊົມຊື່ນຍິນດີຢ່າງເຕັມລົ້ນ. |
|
| 40 |
|
| ແຕ່ມີຄົນໄດ້ເຫັນຟີລິບຢູ່ໃນເມືອງອາໂຊໂຕ ແລະຂະນະທີ່ເພິ່ນຜ່ານເມືອງທັງຫລາຍໄປນັ້ນ ເພິ່ນໄດ້ປະກາດຂ່າວປະເສີດຈົນມາເຖິງເມືອງກາຍຊາເຣຍ. |
|
|
|
|