|
| 1 |
|
| ເມື່ອເປັນດັ່ງນັ້ນ ເຮົາຈຶ່ງຖາມວ່າ, “ພຣະເຈົ້າໄດ້ປະຖິ້ມໄພ່ພົນຂອງພຣະອົງແລ້ວບໍ?” ບໍ່ແມ່ນຢ່າງນັ້ນດອກ ເພາະເຮົາເອງກໍເປັນຄົນອິດສະຣາເອນ, ເປັນເຊື້ອສາຍຂອງອັບຣາຮາມ ແລະເປັນຄົນໃນເຜົ່າເບັນຢາມິນ. |
|
| 2 |
|
| ພຣະເຈົ້າບໍ່ໄດ້ປະຖິ້ມໄພ່ພົນຂອງພຣະອົງ ທີ່ພຣະອົງໄດ້ຊົງຮັບຮູ້ເລືອກໄວ້ຕັ້ງແຕ່ກ່ອນແລ້ວ ເຈົ້າທັງຫຼາຍບໍ່ຮູ້ຈັກເລື່ອງທີ່ມີຄຳຂຽນໄວ້ໃນພຣະຄຳພີ ທີ່ກ່າວເຖິງເອລີຢານັ້ນບໍ? ເມື່ອເພິ່ນໄດ້ກາບທູນກ່າວຟ້ອງພວກອິດສະຣາເອນຕໍ່ພຣະເຈົ້າວ່າ, |
|
| 3 |
|
| “ພຣະອົງເຈົ້າເອີຍ, ພວກເຂົາໄດ້ຂ້າພວກຜູ້ທຳນວາຍຂອງພຣະອົງ ແລະທັງໄດ້ທຸບທຳລາຍແທ່ນບູຊາຂອງພຣະອົງດ້ວຍ, ມີແຕ່ຂ້ານ້ອຍຜູ້ດຽວທີ່ເຫຼືອຢູ່ ແລະພວກເຂົາກໍກຳລັງຊອກຊ່ອງທາງສັງຫານຂ້ານ້ອຍເໝືອນກັນ.” |
|
| 4 |
|
| ແລ້ວພຣະເຈົ້າໄດ້ຕອບເພິ່ນວ່າຢ່າງໃດ? ກໍຕອບວ່າຢ່າງນີ້, “ເຮົາຍັງມີຄົນເຫຼືອຢູ່ສຳລັບເຮົາເຈັດພັນຄົນ ຜູ້ທີ່ບໍ່ໄດ້ຄຸເຂົ່າລົງຂາບໄຫວ້ຮູບບາອານ.” |
|
| 5 |
|
| ດັ່ງນັ້ນ ໃນປະຈຸບັນນີ້ກໍເຊັ່ນດຽວກັນຍັງມີພວກທີ່ເຫຼືອຢູ່ ຕາມທີ່ພຣະເຈົ້າຊົງເລືອກໄວ້ດ້ວຍພຣະຄຸນຂອງພຣະອົງ. |
|
| 6 |
|
| ແຕ່ຖ້າເປັນທາງພຣະຄຸນ ກໍບໍ່ແມ່ນທາງການປະຕິບັດ ຫລືຖ້າເປັນທາງການປະຕິບັດແລ້ວ ພຣະຄຸນນັ້ນກໍບໍ່ແມ່ນພຣະຄຸນອີກຕໍ່ໄປ. |
|
| 7 |
|
| ຖ້າດັ່ງນັ້ນແລ້ວຈະວ່າຢ່າງໃດ? ປະຊາຊົນອິດສະຣາເອນບໍ່ໄດ້ພົບສິ່ງທີ່ພວກເຂົາຊອກຫານັ້ນ, ແຕ່ແມ່ນຄົນທີ່ພຣະເຈົ້າໄດ້ເລືອກໄວ້ເທົ່ານັ້ນ ທີ່ເປັນຄົນໄດ້ພົບ, ສ່ວນຄົນອື່ນນັ້ນແມ່ນຄົນທີ່ຊົງໃຫ້ເກີດມີໃຈແຂງກະດ້າງໄປ, |
|
| 8 |
|
| ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ພຣະເຈົ້າໄດ້ເຮັດໃຫ້ຄວາມຄິດ ແລະຈິດໃຈຂອງພວກເຂົາປຶກຕັນ ແລະຈົນເຖິງທຸກວັນນີ້ຕາຂອງພວກເຂົາກໍເບິ່ງບໍ່ເຫັນ ແລະຫູກໍບໍ່ໄດ້ຍິນ.” |
|
| 9 |
|
| ຝ່າຍກະສັດດາວິດກໍກ່າວໄວ້ວ່າ, “ຂໍຊົງໃຫ້ໂຕະອາຫານຂອງພວກເຂົາ ເກີດເປັນບ້ວງແຮ້ວ ແລະເປັນຕາໜ່າງຈັບພວກເຂົາເອງ, ເປັນສິ່ງທີ່ເຮັດໃຫ້ພວກເຂົາສະດຸດໃຈ ແລະເປັນສິ່ງທີ່ນຳຈ່ອງເວນແກ່ພວກເຂົາ |
|
| 10 |
|
| ຂໍຊົງໃຫ້ຕາຂອງພວກເຂົາມືດມົວໄປ ເພື່ອຈະເບິ່ງບໍ່ເຫັນ ແລະໃຫ້ຫລັງຂອງພວກເຂົາກ່ອມລົງ ຢູ່ຕະຫລອດໄປ.” |
|
| 11 |
|
| ດັ່ງນັ້ນ ເຮົາຈຶ່ງຖາມວ່າ, ເມື່ອພວກອິດສະຣາເອນຕຳສະດຸດນັ້ນ ພວກເຂົາໄດ້ລົ້ມລົງສູນເສຍໄປຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ ແຕ່ຍ້ອນພວກເຂົາໄດ້ສະດຸດລົ້ມລົງແລ້ວ ຄວາມພົ້ນຈຶ່ງມາເຖິງຄົນຕ່າງຊາດ, ເພື່ອຈະເຮັດໃຫ້ພວກເຂົາເກີດມີໃຈຫຶງຫວງຂຶ້ນ. |
|
| 12 |
|
| ແຕ່ຖ້າການສະດຸດລົ້ມລົງຂອງຄົນອິດສະຣາເອນ ໄດ້ນຳເອົາພຣະພອນອັນໃຫຍ່ມາສູ່ຊາວໂລກ ແລະຖ້າຄວາມພ່າຍແພ້ຂອງພວກເຂົາ ເປັນເຫດໃຫ້ເກີດຄວາມສົມບູນຂຶ້ນ ຫາກໄດ້ພວກເຂົາເຂົ້າມາເພີ່ມດ້ວຍ ກໍຈະມີພຣະພອນດີກວ່ານັ້ນຈັກພຽງໃດໜໍ. |
|
| 13 |
|
| ບັດນີ້ ເຮົາຂໍກ່າວແກ່ຄົນຕ່າງຊາດວ່າ, ຕາບໃດທີ່ເຮົາຍັງເປັນອັກຄະສາວົກໄປຫາຄົນຕ່າງຊາດ ເຮົາກໍພາກພູມໃຈໃຫ້ກຽດພັນທະກິດຂອງເຮົາ. |
|
| 14 |
|
| ເພື່ອເຮົາຈະໄດ້ຊັກຊວນເພື່ອນຮ່ວມຊາດຂອງເຮົາ ໃຫ້ເກີດມີໃຈຫຶງຫວງ ເພື່ອຈະຊ່ວຍພວກເຂົາບາງຄົນໃຫ້ພົ້ນ. |
|
| 15 |
|
| ດ້ວຍວ່າ, ຖ້າຊົນຊາດພວກເຮົາຖືກປະຖິ້ມ ອັນເປັນເຫດໃຫ້ມະນຸດທັງໂລກ ກັບຄືນມາເປັນມິດກັບພຣະເຈົ້າ ການທີ່ພຣະເຈົ້າຮັບເອົາພວກຢິວກັບຄືນມາຫາພຣະອົງນັ້ນ ກໍເໝືອນກັບວ່າພວກເຂົາໄດ້ຕາຍໄປແລ້ວ ກັບຄືນມາໃໝ່. |
|
| 16 |
|
| ຖ້າເຂົ້າຈີ່ກ້ອນທຳອິດ ຖືກຖວາຍເປັນຜົນແລກແກ່ພຣະເຈົ້ານັ້ນ ເປັນຂອງສັກສິດ ແປ້ງທີ່ນວດແລ້ວທັງອ່າງ ກໍເປັນຂອງສັກສິດແລ້ວເໝືອນກັນ ຖ້າຮາກຕົ້ນໄມ້ຖືກຖວາຍນັ້ນ ເປັນບໍຣິສຸດແລ້ວ ກິ່ງກ້ານທັງໝົດກໍເປັນອັນບໍຣິສຸດຂອງພຣະອົງດ້ວຍເໝືອນກັນ. |
|
| 17 |
|
| ແຕ່ຖ້າພຣະເຈົ້າຊົງຫັກກິ່ງກ້ານບາງສ່ວນຂອງຕົ້ນໝາກກອກເທດບ້ານອອກເສຍ ແລ້ວໄດ້ຊົງໂຜດນຳເຈົ້າ ຜູ້ເປັນກິ່ງຕົ້ນໝາກກອກເທດປ່າ ມາແທນກິ່ງເຫຼົ່ານັ້ນ ແລະໃຫ້ເຂົ້າຮ່ວມຮັບນໍ້າຫລໍ່ລ້ຽງອັນບໍຣິບູນຈາກຮາກຕົ້ນກອກເທດນັ້ນ. |
|
| 18 |
|
| ສະນັ້ນ ເຈົ້າກໍຢ່າໂອ້ອວດໃສ່ກິ່ງກ້ານທີ່ຖືກຫັກອອກນັ້ນ, ເຈົ້າຈະພູມໃຈໄດ້ຢ່າງໃດ? ຖ້າເຈົ້າໂອ້ອວດໃສ່ກ້ານເຫຼົ່ານັ້ນ ຈົ່ງຈື່ຈຳໄວ້ວ່າ ບໍ່ແມ່ນເຈົ້າທີ່ໄດ້ລ້ຽງຮາກ, ແຕ່ແມ່ນຮາກທີ່ລ້ຽງເຈົ້າ. |
|
| 19 |
|
| ແຕ່ເຈົ້າຈະເວົ້າວ່າ ຖືກແລ້ວ ກິ່ງກ້ານເຫຼົ່ານັ້ນຖືກຫັກອອກ ກໍເພື່ອຈະເອົາຂ້ອຍຕໍ່ໃສ່. |
|
| 20 |
|
| ຖືກຕ້ອງແລ້ວ ຍ້ອນວ່າພວກເຂົາບໍ່ເຊື່ອ ຈຶ່ງຖືກຫັກອອກ, ແຕ່ທີ່ເຈົ້າຢູ່ໄດ້ນັ້ນ ກໍຍ້ອນຄວາມເຊື່ອຂອງເຈົ້າເທົ່ານັ້ນ. ດັ່ງນັ້ນ ເຈົ້າຢ່າສູ່ເປັນຜູ້ຈອງຫອງ, ແຕ່ຈົ່ງເປັນຜູ້ທີ່ຢຳເກງ. |
|
| 21 |
|
| ເພາະວ່າ ຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນຄົນຢິວ ຜູ້ທີ່ເປັນດັ່ງກິ່ງກ້ານເດີມນັ້ນ, ບາງທີພຣະອົງກໍຈະບໍ່ຍົກເວັ້ນເຈົ້າເໝືອນກັນ. |
|
| 22 |
|
| ຈົ່ງພິຈາລະນາເບິ່ງພຣະເມດຕາ ແລະຄວາມເຄັ່ງຄັດຂອງພຣະເຈົ້າ ຄືພຣະອົງສຳແດງຄວາມເຄັ່ງຄັດຕໍ່ພວກທີ່ຫລົງຜິດໄປ ແຕ່ພຣະອົງເມດຕາເຈົ້າ ຖ້າເຈົ້າຕັ້ງໝັ້ນຢູ່ໃນພຣະເມດຕານັ້ນຕໍ່ໄປ, ຖ້າບໍ່ດັ່ງນັ້ນ ເຈົ້າກໍຈະຖືກຫັກອອກເໝືອນກັນ. |
|
| 23 |
|
| ແລະຖ້າຄົນຢິວບໍ່ສືບຕໍ່ດື້ດ້ານຢູ່ໃນຄວາມບໍ່ເຊື່ອຟັງຂອງພວກເຂົາ, ພວກເຂົາກໍຈະຖືກຕໍ່ເຂົ້າຄືນໃສ່ໃນບ່ອນທີ່ພວກເຂົາເຄີຍເປັນຢູ່ນັ້ນ ເພາະພຣະເຈົ້າຜູ້ມີຣິດເດດສາມາດເຮັດເຊັ່ນນີ້ໄດ້. |
|
| 24 |
|
| ດ້ວຍວ່າ, ຖ້າພຣະເຈົ້າຊົງຕັດເຈົ້າອອກຈາກຕົ້ນກອກປ່າ ທີ່ເປັນໄມ້ປ່າຕາມທຳມະຊາດ ແລະຊົງນຳມາຕໍ່ເຂົ້າກັບຕົ້ນກອກພັນດີ ຊຶ່ງຜິດທຳມະຊາດຂອງມັນແລ້ວ ການທີ່ຈະເອົາກິ່ງເຫຼົ່ານັ້ນທີ່ເປັນກິ່ງເດີມ ມາຕໍ່ເຂົ້າກັບຕົ້ນມັນເອງ ກໍຈະງ່າຍກວ່ານັ້ນຫລາຍເທົ່າໃດໜໍ. |
|
| 25 |
|
| ພີ່ນ້ອງທັງຫລາຍເອີຍ ນີ້ຄືຄວາມຈິງອັນລັບເລິກ ຊຶ່ງເຮົາຢາກໃຫ້ພວກເຈົ້າຮູ້ ເພື່ອບໍ່ໃຫ້ພວກເຈົ້າຄິດຖືຕົນວ່າ ເປັນຄົນສະຫລາດ, ຄືວ່າຄວາມດື້ດຶງຂອງຊົນຊາດອິດສະຣາເອນນັ້ນມີພຽງຊົ່ວຄາວ, ຈົນກວ່າຄົນຕ່າງຊາດຈະມາຄົບຈຳນວນໃນການກັບຄືນມາຫາພຣະເຈົ້າ. |
|
| 26 |
|
| ແລ້ວພວກອິດສະຣາເອນທັງໝົດ ກໍຈະຖືກຊ່ວຍໃຫ້ພົ້ນ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະຜູ້ໂຜດຊ່ວຍໃຫ້ພົ້ນ ຈະມາຈາກພູເຂົາຊີໂອນ ແລະກຳຈັດຄວາມຊົ່ວຊ້າອະທຳອອກຈາກເຊື້ອສາຍຂອງຢາໂຄບ.” |
|
| 27 |
|
| “ແລະເຮົາຈະເຮັດຄຳໝັ້ນສັນຍານີ້ ກັບພວກເຂົາ ເມື່ອເຮົາອະໄພບາບກຳ ຂອງພວກເຂົາແລ້ວ.” |
|
| 28 |
|
| ຍ້ອນພວກຢິວບໍ່ຍອມຮັບເອົາຂ່າວປະເສີດ ພວກເຂົາຈຶ່ງເປັນສັດຕູຕໍ່ພຣະເຈົ້າ ເພື່ອປະໂຫຍດຂອງພວກເຈົ້າ(ຄົນຕ່າງຊາດ) ແຕ່ຍ້ອນການຊົງເລືອກຂອງພຣະເຈົ້າ ພວກເຂົາຈຶ່ງເປັນຜູ້ທີ່ພຣະເຈົ້າຊົງຮັກ ເພາະເຫັນແກ່ບັນພະບຸລຸດຂອງພວກເຂົາ. |
|
| 29 |
|
| ເພາະພຣະເຈົ້າບໍ່ປ່ຽນໃຈກ່ຽວກັບການຊົງເລືອກ ແລະການໃຫ້ຂອງປະທານ. |
|
| 30 |
|
| ເຈົ້າທັງຫລາຍກໍເໝືອນກັນ ເມື່ອກ່ອນບໍ່ໄດ້ເຊື່ອຟັງພຣະເຈົ້າ, ແຕ່ມາບັດນີ້ ພວກເຈົ້າໄດ້ຮັບພຣະເມດຕາ ຍ້ອນພວກຢິວບໍ່ເຊື່ອຟັງພຣະອົງສັນໃດ. |
|
| 31 |
|
| ບັດນີ້ ເຂົາເຫຼົ່ານັ້ນກໍບໍ່ໄດ້ເຊື່ອຟັງ ເພື່ອວ່າພວກເຂົາຈະໄດ້ຮັບພຣະກະລຸນາດ້ວຍພຣະຄຸນ ທີ່ໄດ້ຊົງໂຜດແກ່ເຈົ້າທັງຫລາຍສັນນັ້ນ. |
|
| 32 |
|
| ດ້ວຍວ່າ, ພຣະເຈົ້າໄດ້ຊົງເຮັດໃຫ້ມະນຸດທຸກຄົນ ເປັນຊະເລີຍແຫ່ງຄວາມບໍ່ເຊື່ອຟັງ ເພື່ອວ່າພຣະເມດຕາຈະໄດ້ເປັນທີ່ສຳແດງແກ່ເຂົາທຸກຄົນ. |
|
| 33 |
|
| ຄວາມຮັ່ງມີຂອງພຣະເຈົ້າກໍມີຢ່າງລົ້ນເຫລືອ ແລະພຣະສະຕິປັນຍາ ທັງຄວາມຮອບຮູ້ຂອງພຣະອົງກໍແສນເລີດລໍ້າ ການຕັດສິນຂອງພຣະອົງ ກໍເຫຼືອທີ່ຈະເຂົ້າໃຈໄດ້ ແລະວິທີທາງຂອງພຣະອົງ ກໍເຫຼືອວິໄສທີ່ຈະຄົ້ນຄວ້າໄດ້. |
|
| 34 |
|
| ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ໃດໜໍ ທີ່ຮູ້ຄວາມນຶກຄິດ ຂອງພຣະເຈົ້າໄດ້? ຜູ້ໃດໜໍ ທີ່ສາມາດເປັນທີ່ປຶກສາ ຂອງພຣະອົງໄດ້” |
|
| 35 |
|
| “ຫລືຜູ້ໃດໜໍ ທີ່ໄດ້ຖວາຍສິ່ງໃດສິ່ງໜຶ່ງ ແກ່ພຣະອົງກ່ອນ ເພື່ອວ່າພຣະອົງຈະໄດ້ໃຫ້ບາງສິ່ງ ຕອບແທນແກ່ຕົນ.” |
|
| 36 |
|
| ດ້ວຍວ່າ, ສິ່ງສາລະພັດເປັນມາຈາກພຣະອົງ ມີມາດ້ວຍພຣະອົງ ແລະເພື່ອພຣະອົງ ຂໍໃຫ້ພຣະສະຫງ່າຣາສີ ຈົ່ງເປັນຂອງພຣະອົງຕະຫລອດໄປເປັນນິດເທີ້ນ ອາແມນ. |
|
|
|
|