|
| 1 |
|
| ເຫດສະນັ້ນ ມະນຸດເອີຍ ບໍ່ວ່າເຈົ້າຈະເປັນຜູ້ໃດກໍຕາມ ເມື່ອເຈົ້າກ່າວໂທດໃສ່ຜູ້ອື່ນ, ເຈົ້າບໍ່ມີຂໍ້ທີ່ຈະແກ້ຕົວໄດ້. ດ້ວຍວ່າ, ເມື່ອເຈົ້າກ່າວໂທດໃສ່ຜູ້ອື່ນ ແລະຍັງເຮັດຢ່າງດຽວກັບພວກເຂົາ ເຈົ້າກໍກ່າວໂທດໃສ່ຕົນເອງ. |
|
| 2 |
|
| ພວກເຮົາຮູ້ຢູ່ວ່າ ການທີ່ພຣະເຈົ້າຊົງພິພາກສາລົງໂທດຄົນທັງຫລາຍທີ່ກະທຳຢ່າງນັ້ນ ກໍຖືກຕ້ອງຢູ່ແລ້ວ. |
|
| 3 |
|
| ແຕ່ມະນຸດເອີຍ ໃນເມື່ອເຈົ້າຍັງເຮັດສິ່ງນັ້ນຢູ່ ແລະກ່າວໂທດໃສ່ຜູ້ອື່ນ ເຈົ້າຄິດວ່າເຈົ້າຈະໜີພົ້ນຈາກການພິພາກສາຂອງພຣະເຈົ້າໄດ້ຊັ້ນບໍ? |
|
| 4 |
|
| ຫລືວ່າ ເຈົ້າໝິ່ນປະໝາດພຣະກະລຸນາຄຸນອັນບໍຣິບູນ ແລະຄວາມອົດກັ້ນພຣະໄທກັບຄວາມອົດທົນຂອງພຣະອົງ, ເຈົ້າບໍ່ຮູ້ຫລືວ່າ ພຣະກະລຸນາຄຸນຂອງພຣະເຈົ້ານັ້ນ ກໍເພື່ອນຳເຈົ້າໃຫ້ກັບໃຈເສຍໃໝ່. |
|
| 5 |
|
| ແຕ່ດ້ວຍໃຈຂອງເຈົ້າແຂງກະດ້າງ ແລະບໍ່ຍອມທີ່ຈະກັບຕົວ ເຈົ້າຈຶ່ງກຳລັງສະສົມຄວາມໂກດຮ້າຍໄວ້ໃຫ້ຕົນເອງ ໃນວັນຂອງຄວາມຮ້າຍກາດນັ້ນ, ຄືວັນທີ່ພຣະເຈົ້າຈະຊົງພິພາກສາລົງໂທດ ຢ່າງຍຸດຕິທຳໃຫ້ປາກົດແຈ້ງນັ້ນ. |
|
| 6 |
|
| ເພາະພຣະອົງຈະຊົງໂຜດຕອບແທນຕາມການກະທຳຂອງພວກເຂົາທຸກຄົນ. |
|
| 7 |
|
| ສຳລັບຄົນທີ່ມີຄວາມພຽນພະຍາຍາມກະທຳດີ, ສະແຫວງຫາສະຫງ່າຣາສີ ກຽດຕິຍົດ ແລະຊີວິດທີ່ຕາຍບໍ່ເປັນນັ້ນ ພຣະອົງຈະຊົງປະທານຊີວິດນິຣັນດອນໃຫ້ແກ່ພວກເຂົາ. |
|
| 8 |
|
| ແຕ່ພຣະອົງຈະຊົງສຳແດງຄວາມໂກດຮ້າຍອັນເຜັດຮ້ອນແກ່ຄົນທັງຫລາຍທີ່ຄິດໃຫຍ່ໃຝ່ສູງ ແລະແກ່ຜູ້ທີ່ບໍ່ເຊື່ອວາງໃຈໃນຄວາມຈິງ ແຕ່ຍອມເຮັດຕາມຄວາມຊົ່ວ. |
|
| 9 |
|
| ຄວາມທຸກເວດທະນາ ແລະຄວາມເຈັບປວດຈະເກີດມີແກ່ມະນຸດທຸກຄົນທີ່ເຮັດການຊົ່ວ ຄືແກ່ຄົນຢິວກ່ອນ ແລະແກ່ຄົນຕ່າງຊາດດ້ວຍ. |
|
| 10 |
|
| ແຕ່ສະຫງ່າຣາສີ ແລະກຽດຕິຍົດກັບສັນຕິສຸກຈະເກີດມີແກ່ທຸກຄົນທີ່ເຮັດຄວາມດີ ຄືແກ່ຄົນຢິວກ່ອນ ແລະແກ່ຄົນຕ່າງຊາດດ້ວຍ. |
|
| 11 |
|
| ເພາະວ່າພຣະເຈົ້າບໍ່ໄດ້ເຫັນແກ່ໜ້າຜູ້ໃດເລີຍ. |
|
| 12 |
|
| ຄົນບາບທັງຫລາຍທີ່ບໍ່ມີກົດບັນຍັດ ແລະເຮັດຜິດບາບ ຈະຕ້ອງຈິບຫາຍໄປໂດຍບໍ່ອ້າງກົດບັນຍັດ, ແຕ່ຄົນບາບທັງຫລາຍທີ່ມີກົດບັນຍັດ ແລະເຮັດຜິດບາບ ກໍຈະຖືກໂທດຕາມກົດບັນຍັດນັ້ນ. |
|
| 13 |
|
| ດ້ວຍວ່າ, ບໍ່ແມ່ນພວກຄົນທີ່ຟັງກົດບັນຍັດຈະເປັນຜູ້ຊອບທຳຕໍ່ພຣະພັກພຣະເຈົ້າ, ແຕ່ແມ່ນຜູ້ທີ່ໄດ້ເຮັດຕາມກົດບັນຍັດເທົ່ານັ້ນ ທີ່ຈະໄດ້ຊົງຖືວ່າເປັນຄົນຊອບທຳ. |
|
| 14 |
|
| ຄົນຕ່າງຊາດທີ່ບໍ່ມີກົດບັນຍັດ, ແຕ່ເມື່ອພວກເຂົາປະຕິບັດຕາມກົດບັນຍັດ ໂດຍນິໄສປົກກະຕິແລ້ວ ເຖິງແມ່ນພວກເຂົາບໍ່ມີກົດບັນຍັດນັ້ນກໍຕາມ, ແຕ່ກໍຍັງເປັນກົດບັນຍັດໃນຕົວພວກເຂົາເອງ. |
|
| 15 |
|
| ການປະພຶດຂອງພວກເຂົາ ໄດ້ຊີ້ໃຫ້ເຫັນວ່າ ສິ່ງທີ່ກົດບັນຍັດສັ່ງນັ້ນ ກໍຈາລຶກໄວ້ໃນຫົວໃຈຂອງພວກເຂົາແລ້ວ, ຈິດສຳນຶກຜິດແລະຊອບຂອງພວກເຂົາ ກໍເປັນພະຍານເໝືອນກັນ ແມ່ນຄວາມຄິດຂອງພວກເຂົານັ້ນແຫຼະ ທີ່ກ່າວໂທດພວກເຂົາເອງ ຫລືອາດຈະແກ້ຕົວໃຫ້ພວກເຂົາ. |
|
| 16 |
|
| ໃນວັນທີ່ພຣະເຈົ້າຈະຊົງໃຫ້ພຣະເຢຊູຄຣິດເຈົ້າ ພິພາກສາຄວາມເລິກລັບໃນໃຈຂອງມະນຸດທັງຫລາຍ ຕາມຂ່າວປະເສີດທີ່ເຮົາໄດ້ປະກາດແລ້ວນັ້ນ. |
|
| 17 |
|
| ແຕ່ຖ້າເຈົ້າໄດ້ຊື່ວ່າເປັນຢິວ ເຈົ້າເພິ່ງອາໄສກົດບັນຍັດ ແລະອວດວ່າມີພຣະເຈົ້າ, |
|
| 18 |
|
| ແລະເຈົ້າຮູ້ຈັກນໍ້າພຣະໄທຂອງພຣະອົງ, ທັງເຫັນຊອບໃນສິ່ງປະເສີດ ເພາະເຈົ້າໄດ້ຮຽນຮູ້ໃນກົດບັນຍັດ, |
|
| 19 |
|
| ແລະຖ້າເຈົ້າໝັ້ນໃຈວ່າ ເຈົ້າເປັນຜູ້ນຳທາງຄົນຕາບອດ, ເປັນຄວາມສະຫວ່າງໃຫ້ແກ່ຄົນເຫຼົ່ານັ້ນ ທີ່ຢູ່ໃນຄວາມມືດ, |
|
| 20 |
|
| ເປັນຜູ້ສຶກສາອົບຮົມແກ່ຄົນໂງ່ຈ້າ ແລະເປັນຄູສອນເດັກນ້ອຍ ເປັນຜູ້ມີແບບແຜນອັນສົມບູນຂອງຄວາມຮູ້ ແລະຄວາມຈິງໃນກົດບັນຍັດ. |
|
| 21 |
|
| ເມື່ອເຈົ້າສອນຄົນອື່ນ ເປັນຫຍັງເຈົ້າຈຶ່ງບໍ່ສອນຕົນເອງກ່ອນ? ເຈົ້າເທດສະໜາວ່າ, “ຢ່າລັກ” ແຕ່ເຈົ້າຍັງລັກຢູ່ຊັ້ນບໍ? |
|
| 22 |
|
| ເຈົ້າບອກວ່າ, “ຢ່າຫລິ້ນຊູ້” ແຕ່ເຈົ້າຍັງຫລິ້ນຊູ້ຢູ່ຫລືບໍ່? ເຈົ້າກຽດຊັງຮູບເຄົາຣົບ ແຕ່ເຈົ້າຍັງປຸ້ນວິຫານຢູ່ຫລືບໍ່? |
|
| 23 |
|
| ເຈົ້າກ່າວອ້າງເຖິງກົດບັນຍັດຂອງພຣະເຈົ້າ ແຕ່ເຈົ້າເຮັດໃຫ້ພຣະເຈົ້າເສຍກຽດ ໂດຍຝ່າຝືນກົດບັນຍັດຂອງພຣະອົງຢູ່ຊັ້ນບໍ? |
|
| 24 |
|
| ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະນາມຂອງພຣະເຈົ້າຖືກໝິ່ນປະໝາດໃນທ່າມກາງຄົນຕ່າງຊາດ ກໍເພາະເຈົ້າທັງຫລາຍ.” |
|
| 25 |
|
| ຖ້າເຈົ້າເຮັດຕາມກົດບັນຍັດ ພິທີຕັດນັ້ນກໍເປັນປະໂຫຍດແທ້, ແຕ່ຖ້າເຈົ້າລ່ວງລະເມີດກົດບັນຍັດ ການທີ່ເຈົ້າຮັບພິທີຕັດນັ້ນກໍບໍ່ມີປະໂຫຍດຫຍັງເລີຍ. |
|
| 26 |
|
| ດັ່ງນັ້ນ ຖ້າຜູ້ທີ່ບໍ່ໄດ້ຮັບພິທີຕັດ ແຕ່ໄດ້ປະຕິບັດຕາມກົດບັນຍັດ ແລະການທີ່ພວກເຂົາບໍ່ໄດ້ຮັບພິທີຕັດນັ້ນ ຈະຖືເໝືອນວ່າຜູ້ນັ້ນໄດ້ຮັບພິທີຕັດແລ້ວບໍ່ແມ່ນບໍ? |
|
| 27 |
|
| ເຖິງແມ່ນວ່າ ເຈົ້າທັງຫລາຍມີກົດບັນຍັດທີ່ຈາລຶກໄວ້ ແລະໄດ້ຮັບພິທີຕັດແລ້ວ ກໍຍັງລ່ວງລະເມີດຕໍ່ກົດບັນຍັດນັ້ນ ຝ່າຍຄົນທຳມະດາສາມັນທີ່ບໍ່ໄດ້ຮັບພິທີຕັດ, ພວກເຂົາກໍຍັງຖືຮັກສາກົດບັນຍັດຢູ່ ພວກເຂົານັ້ນແຫຼະ ຈະກ່າວໂທດໃສ່ເຈົ້າ. |
|
| 28 |
|
| ເພາະວ່າຄົນຢິວແທ້ ບໍ່ແມ່ນເປັນຢິວແຕ່ພາຍນອກ ບໍ່ແມ່ນຮັບພິທີຕັດພຽງພາຍນອກ ແລະຝ່າຍເນື້ອກາຍເທົ່ານັ້ນ. |
|
| 29 |
|
| ຄົນຢິວແທ້ຄືເປັນຢິວພາຍໃນ ແລະການຮັບພິທີຕັດແທ້ນັ້ນ ຄືການຮັບທາງຈິດໃຈ ຊຶ່ງເປັນຜົນແຫ່ງພຣະວິນຍານຂອງພຣະເຈົ້າ ບໍ່ແມ່ນເປັນໄປຕາມຕົວອັກສອນໃນກົດບັນຍັດ, ຄົນຢ່າງນັ້ນ ໄດ້ຮັບຄຳສັນລະເສີນຈາກພຣະເຈົ້າ ບໍ່ແມ່ນຈາກມະນຸດ. |
|
|
|
|