|
| 1 |
|
| ພວກພີ່ນ້ອງທັງຫລາຍເອີຍ ພວກເຈົ້າບໍ່ຮູ້ຫລື (ເຮົາກຳລັງເວົ້າກັບຄົນທີ່ຮູ້ຈັກກົດລະບຽບແລ້ວ) ວ່າກົດໝາຍອັນໃດມີອຳນາດເໜືອມະນຸດ ກໍໃນຂະນະທີ່ເຂົາຍັງມີຊີວິດຢູ່ເທົ່ານັ້ນ. |
|
| 2 |
|
| ຍົກຕົວຢ່າງ ຍິງທີ່ແຕ່ງງານແລ້ວ ຕາບໃດທີ່ຜົວຂອງນາງຍັງມີຊີວິດຢູ່ ນາງຕ້ອງຜູກພັນຢູ່ກັບຜົວຕາມກົດໝາຍ, ແຕ່ຖ້າຜົວຂອງນາງຕາຍໄປ ນາງກໍພົ້ນຈາກກົດໝາຍນັ້ນ. |
|
| 3 |
|
| ສະນັ້ນ ຖ້ານາງຢູ່ກິນກັບຊາຍອື່ນ ເມື່ອຜົວຍັງມີຊີວິດຢູ່ ນາງກໍຈະໄດ້ຊື່ວ່າ ເປັນຍິງຫລິ້ນຊູ້, ແຕ່ຖ້າຜົວຂອງນາງຕາຍໄປ ນາງກໍເປັນອິດສະຫລະຕາມກົດໝາຍ, ຖ້ານາງແຕ່ງງານກັບຊາຍອື່ນ ນາງບໍ່ຜິດໃນຖານຫລິ້ນຊູ້. |
|
| 4 |
|
| ດັ່ງນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຈົ້າໄດ້ຕາຍຈາກກົດບັນຍັດ ໂດຍພຣະກາຍຂອງພຣະຄຣິດ, ເພື່ອພວກເຈົ້າຈະຕົກເປັນຂອງຜູ້ອື່ນ ຄືຂອງພຣະອົງ ຜູ້ຊົງຟື້ນຄືນມາຈາກຕາຍແລ້ວ ເພື່ອພວກເຮົາຈະເກີດຜົນຖວາຍແດ່ພຣະເຈົ້າ. |
|
| 5 |
|
| ດ້ວຍວ່າ, ເມື່ອພວກເຮົາດຳເນີນຊີວິດຕາມເນື້ອໜັງ ຊຶ່ງກົດບັນຍັດຍົວະເຍົ້າໃຫ້ເກີດຂຶ້ນນັ້ນ ໄດ້ເຮັດໃຫ້ອະໄວຍະວະຂອງເຮົາເກີດຜົນ ຊຶ່ງນຳໄປສູ່ຄວາມຕາຍ. |
|
| 6 |
|
| ແຕ່ບັດນີ້ ພວກເຮົາໄດ້ພົ້ນຈາກກົດບັນຍັດແລ້ວ ເພາະພວກເຮົາໄດ້ຕາຍຕໍ່ສິ່ງທີ່ເຄີຍຜູກມັດໃຫ້ເປັນຊະເລີຍໃນເມື່ອກ່ອນນັ້ນ, ເພື່ອພວກເຮົາຈະບໍ່ໄດ້ບົວລະບັດຮັບໃຊ້ໃນທາງເກົ່າ ຄືຕາມຕົວອັກສອນທີ່ບັນຍັດມີຂຽນໄວ້ ແຕ່ໄດ້ບົວລະບັດຮັບໃຊ້ໃນທາງໃໝ່ ຄືຕາມລັກສະນະຂອງພຣະວິນຍານ. |
|
| 7 |
|
| ຖ້າເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ກົດບັນຍັດຄືບາບຊັ້ນບໍ? ບໍ່ແມ່ນຢ່າງນັ້ນດອກ ແຕ່ແມ່ນກົດບັນຍັດທີ່ໄດ້ເຮັດໃຫ້ເຮົາຮູ້ວ່າອັນໃດຄືບາບ, ຖ້າກົດບັນຍັດບໍ່ໄດ້ຫ້າມວ່າ, “ຢ່າໂລບ” ເຮົາກໍບໍ່ຮູ້ວ່າຄວາມໂລບນັ້ນຄືອັນໃດ. |
|
| 8 |
|
| ແຕ່ວ່າຄວາມຜິດບາບ ໄດ້ຖືເອົາຂໍ້ກົດບັນຍັດເປັນຊ່ອງທາງຍົວະເຍົ້າ ຕັນຫາຊົ່ວທຸກຢ່າງໃຫ້ເກີດຂຶ້ນໃນຕົວເຮົາ ແຕ່ຖ້າບໍ່ມີກົດບັນຍັດ ຄວາມບາບນັ້ນກໍຕາຍເສຍແລ້ວ. |
|
| 9 |
|
| ຄັ້ງໜຶ່ງ ເຮົາເອງເຄີຍມີຊີວິດຢູ່ໂດຍບໍ່ມີກົດບັນຍັດ, ແຕ່ເມື່ອມີກົດບັນຍັດແລ້ວ ຄວາມບາບກໍເກີດຂຶ້ນມາ ແລະເຮົາກໍຕາຍ |
|
| 10 |
|
| ຝ່າຍກົດບັນຍັດ ຊຶ່ງມີຂຶ້ນເພື່ອໃຫ້ມີຊີວິດນັ້ນ ກໍປາກົດວ່າເປັນເຫດໃຫ້ເຮົາຕ້ອງຕາຍ. |
|
| 11 |
|
| ເພາະວ່າ ຄວາມບາບໄດ້ຖືເອົາກົດບັນຍັດ ເພື່ອເປັນຊ່ອງທາງຫລອກລວງເຮົາ ແລະໄດ້ຂ້າເຮົາໃຫ້ຕາຍດ້ວຍກົດບັນຍັດນັ້ນ. |
|
| 12 |
|
| ດ້ວຍເຫດນັ້ນ ກົດບັນຍັດຈຶ່ງເປັນສິ່ງສັກສິດໃນຕົວ ແລະຂໍ້ບັນຍັດກໍສັກສິດ, ຍຸດຕິທຳ ແລະດີງາມ. |
|
| 13 |
|
| ແຕ່ເລື່ອງນີ້ໝາຍຄວາມວ່າ ສິ່ງທີ່ດີນຳຄວາມຕາຍມາສູ່ເຮົາຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ ແມ່ນຄວາມຜິດບາບນັ້ນແຫຼະ ຄືບາບທີ່ອາໄສສິ່ງດີນຳຄວາມຕາຍມາສູ່ເຮົາ ເພື່ອໃຫ້ສັນດານແທ້ຂອງຄວາມບາບຖືກເປີດເຜີຍ. ສະນັ້ນ ໂດຍທາງກົດບັນຍັດຄວາມຜິດບາບຈຶ່ງຖືກສະແດງໃຫ້ເຫັນວ່າ ມັນຊົ່ວຮ້າຍຫລາຍທີ່ສຸດ. |
|
| 14 |
|
| ພວກເຮົາຮູ້ແລ້ວວ່າ ກົດບັນຍັດເປັນມາໂດຍຝ່າຍພຣະວິນຍານ, ແຕ່ສ່ວນເຮົາເປັນຝ່າຍມະນຸດທຳມະດາທີ່ຕາຍເປັນ ຊຶ່ງໄດ້ຖືກຂາຍໃຫ້ເປັນທາດຂອງຄວາມບາບ. |
|
| 15 |
|
| ເຮົາບໍ່ເຂົ້າໃຈສິ່ງທີ່ເຮົາເຮັດຢູ່ ເພາະເຮົາບໍ່ໄດ້ເຮັດສິ່ງທີ່ເຮົາຕ້ອງການ, ແຕ່ເຮົາກັບໄປເຮັດສິ່ງທີ່ເຮົາກຽດຊັງ. |
|
| 16 |
|
| ໃນເມື່ອສິ່ງທີ່ເຮົາເຮັດນັ້ນ ແມ່ນສິ່ງທີ່ເຮົາບໍ່ຢາກເຮັດ ກໍສະແດງວ່າເຮົາເຫັນພ້ອມວ່າ ກົດບັນຍັດນັ້ນຖືກຕ້ອງ. |
|
| 17 |
|
| ສະນັ້ນ ຈຶ່ງບໍ່ແມ່ນເຮົາເອງທີ່ເປັນຜູ້ເຮັດສິ່ງນັ້ນ, ແຕ່ແມ່ນຄວາມບາບທີ່ອາໄສຢູ່ໃນຕົວເຮົາເປັນຜູ້ເຮັດ. |
|
| 18 |
|
| ເພາະເຮົາຮູ້ວ່າໃນຕົວເຮົາ ຄືໃນສັນດານມະນຸດນັ້ນ ບໍ່ມີການດີຈັກຢ່າງຢູ່ນຳ. ເຖິງແມ່ນວ່າ ການຢາກເຮັດດີມີຢູ່ໃນຕົວເຮົາ, ແຕ່ເຮົາກໍບໍ່ສາມາດເຮັດດີໄດ້. |
|
| 19 |
|
| ເຮົາບໍ່ໄດ້ເຮັດການດີທີ່ເຮົາຢາກເຮັດ, ແຕ່ເຮົາຊໍ້າພັດເຮັດການຊົ່ວທີ່ເຮົາບໍ່ຢາກເຮັດ. |
|
| 20 |
|
| ຖ້າເຮົາເຮັດສິ່ງທີ່ເຮົາບໍ່ຢາກເຮັດ ກໍບໍ່ແມ່ນຕົວເຮົາເອງເປັນຜູ້ເຮັດ, ແຕ່ແມ່ນຄວາມບາບທີ່ຢູ່ໃນຕົວເຮົາເປັນຜູ້ເຮັດ. |
|
| 21 |
|
| ດັ່ງນັ້ນ ເຮົາຈຶ່ງຄົ້ນພົບກົດຢ່າງໜຶ່ງ ຄືເມື່ອເຮົາຢາກເຮັດໃນສິ່ງທີ່ດີ ສິ່ງທີ່ຊົ່ວກໍມາຕັນເຮົາໄວ້. |
|
| 22 |
|
| ສ່ວນເລິກໃນຈິດໃຈຂອງເຮົາແລ້ວ ເຮົາກໍພໍໃຈປິຕິຍິນດີກັບກົດບັນຍັດຂອງພຣະເຈົ້າ. |
|
| 23 |
|
| ແຕ່ເຮົາເຫັນກົດອີກຢ່າງໜຶ່ງ ຢູ່ໃນຮ່າງກາຍຂອງເຮົາ ຊຶ່ງຕໍ່ສູ້ກັບກົດແຫ່ງຈິດໃຈຂອງເຮົາ ຊຶ່ງເຮັດໃຫ້ເຮົາຕົກເປັນຊະເລີຍຕໍ່ກົດຂອງຄວາມບາບທີ່ມີຢູ່ໃນອະໄວຍະວະຂອງເຮົາ. |
|
| 24 |
|
| ເຮົາຊ່າງເປັນຄົນທຸກເຂັນໃຈແທ້ໜໍ ຜູ້ໃດເດ ຈະຊ່ວຍເຮົາໃຫ້ພົ້ນຈາກຮ່າງກາຍທີ່ຕາຍເປັນນີ້ໄດ້. |
|
| 25 |
|
| ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ອົງທີ່ດຳເນີນການນີ້ໂດຍທາງພຣະເຢຊູຄຣິດເຈົ້າ ພຣະອົງເຈົ້າຂອງພວກເຮົາ. ເຫດສະນັ້ນ ທາງດ້ານຈິດໃຈຂອງເຮົາ ເຮົາກໍເປັນທາດກົດບັນຍັດຂອງພຣະເຈົ້າ ແຕ່ດ້ານຮ່າງກາຍເຮົາກໍເປັນທາດຂອງກົດແຫ່ງຄວາມຜິດບາບ. |
|
|
|
|