|
| 1 |
|
| ບັດນີ້ ການລົງໂທດຈຶ່ງບໍ່ມີແກ່ຄົນທັງຫລາຍ ທີ່ຢູ່ໃນພຣະເຢຊູຄຣິດເຈົ້າ. |
|
| 2 |
|
| ເພາະວ່າກົດຂອງພຣະວິນຍານທີ່ນຳພວກເຮົາໃຫ້ມີຊີວິດໃນພຣະເຢຊູຄຣິດເຈົ້ານັ້ນໄດ້ເຮັດໃຫ້ເຮົາ ເປັນອິດສະຫລະຈາກກົດຂອງຄວາມບາບແລະຄວາມຕາຍ. |
|
| 3 |
|
| ດ້ວຍວ່າ, ສິ່ງທີ່ກົດບັນຍັດເຮັດບໍ່ໄດ້ ເພາະເນື້ອກາຍ ເຮັດໃຫ້ອ່ອນກຳລັງເສຍ ພຣະເຈົ້າກໍໄດ້ຊົງເຮັດແລ້ວ ໂດຍໄດ້ຊົງໃຊ້ພຣະບຸດຂອງພຣະອົງມາໃນສະພາບເໝືອນເນື້ອກາຍ ທີ່ຜິດບາບ ແລະເພື່ອຊົງໄຖ່ຄວາມຜິດບາບ ພຣະອົງຈຶ່ງໄດ້ຊົງລົງໂທດຄວາມບາບໃນເນື້ອກາຍ ນັ້ນ. |
|
| 4 |
|
| ພຣະເຈົ້າໄດ້ເຮັດຢ່າງນີ້ ເພື່ອໃຫ້ຂໍ້ຄຳສັ່ງອັນຍຸດຕິທຳຂອງກົດບັນຍັດນັ້ນສຳເລັດຢ່າງບໍຣິບູນໃນພວກເຮົາ ຜູ້ທີ່ບໍ່ດຳເນີນຕາມເນື້ອໜັງ ແຕ່ຕາມພຣະວິນຍານ. |
|
| 5 |
|
| ຄົນທີ່ດຳເນີນຊີວິດຝ່າຍເນື້ອໜັງ ກໍໃສ່ໃຈໃນສິ່ງທີ່ເປັນຝ່າຍເນື້ອໜັງ ຄົນທີ່ດຳເນີນຊີວິດຕາມພຣະວິນຍານ ກໍໃສ່ໃຈໃນສິ່ງທີ່ເປັນຝ່າຍພຣະວິນຍານ. |
|
| 6 |
|
| ດ້ວຍວ່າ, ການເອົາໃຈໃສ່ຢູ່ກັບຝ່າຍເນື້ອໜັງ ກໍຄືຄວາມຕາຍ ແລະການໃສ່ໃຈກັບຝ່າຍພຣະວິນຍານນັ້ນ ກໍຄືຊີວິດແລະສັນຕິສຸກ. |
|
| 7 |
|
| ເຫດວ່າ, ການທີ່ເອົາໃຈໃສ່ຝ່າຍເນື້ອໜັງ ນັ້ນ ກໍເປັນສັດຕູຕໍ່ພຣະເຈົ້າ ເພາະບໍ່ຍອມຢູ່ໃຕ້ກົດບັນຍັດຂອງພຣະເຈົ້າ, ແທ້ຈິງແລ້ວຈະຢູ່ໃຕ້ກົດບັນຍັດຂອງພຣະເຈົ້ານັ້ນກໍບໍ່ໄດ້ |
|
| 8 |
|
| ແລະຄົນທັງຫລາຍທີ່ຢູ່ຝ່າຍເນື້ອໜັງ ຈະເປັນທີ່ພໍພຣະໄທຂອງພຣະເຈົ້າກໍບໍ່ໄດ້. |
|
| 9 |
|
| ແຕ່ຖ້າແມ່ນພຣະວິນຍານຂອງພຣະເຈົ້າ ຊົງສະຖິດຢູ່ໃນເຈົ້າທັງຫລາຍຢ່າງແທ້ຈິງແລ້ວ ພວກເຈົ້າກໍບໍ່ຢູ່ຝ່າຍເນື້ອໜັງ ແຕ່ຢູ່ຝ່າຍພຣະວິນຍານ ແລະຖ້າຜູ້ໃດບໍ່ມີພຣະວິນຍານຂອງພຣະຄຣິດແລ້ວ ຜູ້ນັ້ນກໍບໍ່ເປັນຂອງພຣະອົງ. |
|
| 10 |
|
| ແຕ່ຖ້າພຣະຄຣິດຊົງຢູ່ໃນເຈົ້າທັງຫລາຍແລ້ວ, ເຖິງແມ່ນວ່າເນື້ອຕົວຂອງພວກເຈົ້າຕາຍແລ້ວ ເພາະຄວາມຜິດບາບ ແຕ່ວິນຍານຈິດຂອງພວກເຈົ້າ ກໍມີຊີວິດຢູ່ເພາະຄວາມຊອບທຳ. |
|
| 11 |
|
| ຖ້າພຣະວິນຍານຂອງພຣະອົງ ຜູ້ຊົງບັນດານໃຫ້ພຣະເຢຊູເຈົ້າຊົງຄືນພຣະຊົນນັ້ນ ຊົງສະຖິດຢູ່ໃນພວກເຈົ້າ ພຣະອົງຜູ້ຊົງບັນດານໃຫ້ພຣະຄຣິດຊົງຄືນພຣະຊົນແລ້ວນັ້ນ ກໍຈະຊົງບັນດານໃຫ້ກາຍທີ່ຕ້ອງຕາຍຂອງພວກເຈົ້າຄືນມີຊີວິດໃໝ່ ດ້ວຍຣິດແຫ່ງພຣະວິນຍານຂອງພຣະອົງ ທີ່ຊົງສະຖິດຢູ່ໃນພວກເຈົ້າ. |
|
| 12 |
|
| ດ້ວຍເຫດນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຮົາໄດ້ເປັນໜີ້, ແຕ່ບໍ່ແມ່ນເປັນໜີ້ໃນທາງເນື້ອກາຍ ຊຶ່ງຈະດຳເນີນຊີວິດຕາມຢ່າງເນື້ອໜັງນັ້ນ. |
|
| 13 |
|
| ເພາະຖ້າເຈົ້າທັງຫລາຍດຳເນີນຊີວິດຕາມຢ່າງເນື້ອໜັງແລ້ວ ພວກເຈົ້າກໍຄົງຈະຕາຍ, ແຕ່ຖ້າໂດຍຝ່າຍພຣະວິນຍານ ພວກເຈົ້າໄດ້ທຳລາຍການຂອງຝ່າຍເນື້ອໜັງນັ້ນເສຍ ເຈົ້າກໍຄົງຈະມີຊີວິດຢູ່. |
|
| 14 |
|
| ເພາະພຣະວິນຍານຂອງພຣະເຈົ້າຊົງນຳພາຜູ້ໃດ ຜູ້ນັ້ນແຫຼະເປັນບຸດຂອງພຣະເຈົ້າ. |
|
| 15 |
|
| ດ້ວຍວ່າ, ພຣະວິນຍານທີ່ພຣະເຈົ້າໄດ້ໂຜດໃຫ້ພວກເຈົ້ານັ້ນ ຈະບໍ່ເຮັດໃຫ້ພວກເຈົ້າເປັນທາດ ຊຶ່ງກໍ່ໃຫ້ເກີດຄວາມຢ້ານກົວ, ແຕ່ພຣະວິນຍານເຮັດໃຫ້ພວກເຈົ້າເປັນລູກຂອງພຣະເຈົ້າ ໂດຍຣິດອຳນາດແຫ່ງພຣະວິນຍານບໍຣິສຸດເຈົ້ານັ້ນ ພວກເຮົາຈຶ່ງເອີ້ນພຣະເຈົ້າວ່າ, “ອັບບາ” ຄືພຣະບິດາເຈົ້າ. |
|
| 16 |
|
| ພຣະວິນຍານຂອງພຣະເຈົ້າຮ່ວມເປັນພະຍານກັບວິນຍານຂອງພວກເຮົາປະກາດວ່າ ພວກເຮົາເປັນລູກຂອງພຣະເຈົ້າ. |
|
| 17 |
|
| ແລະຖ້າເຮົາທັງຫລາຍເປັນບຸດແລ້ວ ເຮົາກໍເປັນຜູ້ຮັບມໍຣະດົກດ້ວຍ ຄືເປັນຜູ້ຮັບມໍຣະດົກຈາກພຣະເຈົ້າ ແລະເປັນຜູ້ຮ່ວມຮັບມໍຣະດົກກັບພຣະຄຣິດ ຖ້າແມ່ນເຮົາທັງຫລາຍໄດ້ທົນທຸກທໍລະມານດ້ວຍກັນກັບພຣະອົງນັ້ນ ພວກເຮົາກໍຈະໄດ້ຮັບສະຫງ່າຣາສີກັບພຣະອົງເໝືອນກັນ. |
|
| 18 |
|
| ເຮົາເຫັນວ່າຄວາມທຸກລຳບາກຂອງພວກເຮົາໃນເວລາປະຈຸບັນນີ້ ບໍ່ອາດທຽບໃສ່ກັບສະຫງ່າຣາສີ ທີ່ຈະຖືກເປີດເຜີຍແກ່ພວກເຮົາໃນພາຍໜ້າໄດ້. |
|
| 19 |
|
| ດ້ວຍວ່າ, ສັບພະສິ່ງທີ່ຊົງສ້າງແລ້ວ ມີຄວາມພຽນຄອຍຖ້າປາຖະໜາໃຫ້ບຸດທັງຫລາຍຂອງພຣະເຈົ້າປາກົດ. |
|
| 20 |
|
| ເພາະວ່າສັບພະສິ່ງເຫຼົ່ານັ້ນ ໄດ້ຕົກຢູ່ໃຕ້ອຳນາດຂອງອະນິຈັງ ບໍ່ແມ່ນຕາມໃຈມັກຂອງມັນເອງ, ແຕ່ແມ່ນຕາມທີ່ພຣະເຈົ້າໃຫ້ມັນຕົກຢູ່ນັ້ນ, ໂດຍມີຄວາມຫວັງໃຈວ່າ |
|
| 21 |
|
| ໃນມື້ໜຶ່ງ ສັບພະສິ່ງທີ່ຊົງສ້າງນັ້ນ ຈະຖືກປົດປ່ອຍໃຫ້ເປັນອິດສະຫລະຈາກອຳນາດຂອງຄວາມເສື່ອມສູນ ແລະຈະໄດ້ມີສ່ວນໃນອິດສະຫລະພາບອັນຮຸ່ງເຮືອງແຫ່ງບັນດາລູກຂອງພຣະເຈົ້າ. |
|
| 22 |
|
| ເພາະພວກເຮົາຮູ້ຢູ່ວ່າ ທຸກສິ່ງທີ່ພຣະອົງໄດ້ເນຣະມິດສ້າງນັ້ນ ກໍໂອ່ຍຄາງດ້ວຍຄວາມເຈັບປວດຈົນເທົ່າທຸກວັນນີ້. |
|
| 23 |
|
| ແລະບໍ່ພຽງແຕ່ການເນຣະມິດສ້າງເທົ່ານັ້ນທີ່ໂອ່ຍຄາງ, ແຕ່ພວກເຮົາຜູ້ທີ່ໄດ້ຮັບພຣະວິນຍານເປັນຜົນທຳອິດ ຕົວເຮົາເອງກໍເໝືອນກັນຍັງໂອ່ຍຄາງຄອງຄອຍຖ້າໃນການທີ່ພຣະເຈົ້າຊົງຮັບເປັນບຸດ ຄືທີ່ຈະຊົງໃຫ້ເນື້ອກາຍຂອງພວກເຮົາພົ້ນຈາກຕາຍ. |
|
| 24 |
|
| ເຫດວ່າ ເຮົາທັງຫລາຍໄດ້ພົ້ນນັ້ນ ກໍເພາະດ້ວຍຄວາມຫວັງນີ້, ແຕ່ຄວາມຫວັງໃນສິ່ງທີ່ຕາເຫັນຢູ່ ສິ່ງນັ້ນກໍບໍ່ເປັນຄວາມຫວັງອັນແທ້ຈິງ. ດ້ວຍວ່າ, ຜູ້ໃດແດ່ຍັງຈະຫວັງໃນສິ່ງທີ່ຕົນເຫັນຢູ່ແລ້ວ. |
|
| 25 |
|
| ແຕ່ຖ້າພວກເຮົາຫວັງໃນສິ່ງທີ່ພວກເຮົາບໍ່ເຫັນ ພວກເຮົາກໍຄອງຄອຍຖ້າສິ່ງນັ້ນດ້ວຍໃຈອົດທົນ. |
|
| 26 |
|
| ທຳນອງດຽວກັນນັ້ນແຫຼະ ພຣະວິນຍານກໍຊ່ວຍຊູພວກເຮົາເມື່ອພວກເຮົາອ່ອນກຳລັງ, ເພາະພວກເຮົາບໍ່ຮູ້ວ່າ ພວກເຮົາຄວນຈະພາວັນນາອະທິຖານຂໍຢ່າງໃດ, ແຕ່ອົງພຣະວິນຍານນັ້ນເອງ ວິງວອນຂໍກັບພຣະເຈົ້າແທນພວກເຮົາ ດ້ວຍຄຳໂອ່ຍຄາງທີ່ຫາຄຳອະທິບາຍບໍ່ໄດ້. |
|
| 27 |
|
| ຝ່າຍພຣະເຈົ້າຜູ້ທີ່ສອດສ່ອງຮູ້ເຫັນຈິດໃຈຂອງພວກເຮົາ ກໍຮູ້ຄວາມນຶກຄິດຂອງພຣະວິນຍານ, ເພາະພຣະວິນຍານຊົງວິງວອນຂໍກັບພຣະເຈົ້າ ສຳລັບໄພ່ພົນບໍຣິສຸດຂອງພຣະອົງ ຕາມນໍ້າພຣະໄທພຣະອົງ. |
|
| 28 |
|
| ພວກເຮົາຮູ້ແລ້ວວ່າ ພຣະເຈົ້າຊົງຮ່ວມກັບຄົນທັງຫລາຍທີ່ຮັກພຣະອົງ ເພື່ອໃຫ້ເກີດຜົນດີໃນທຸກສິ່ງ ຄືຄົນທັງປວງທີ່ພຣະອົງໄດ້ຊົງເອີ້ນໄວ້ຕາມພຣະປະສົງຂອງພຣະອົງ. |
|
| 29 |
|
| ດ້ວຍວ່າ, ຄົນທັງຫລາຍທີ່ພຣະອົງໄດ້ຊົງສັງເກດຮູ້ລ່ວງໜ້າແລ້ວນັ້ນ ພຣະອົງກໍໄດ້ຊົງກຳນົດໄວ້ກ່ອນ ເພື່ອໃຫ້ເປັນຕາມແບບລັກສະນະແຫ່ງພຣະບຸດຂອງພຣະອົງ ເພື່ອພຣະບຸດນັ້ນຈະໄດ້ເປັນບຸດກົກໃນທ່າມກາງພວກນ້ອງຫລາຍຄົນ. |
|
| 30 |
|
| ແລະບັນດາຜູ້ທີ່ພຣະອົງໄດ້ຊົງກຳນົດລ່ວງໜ້າໄວ້ແລ້ວນັ້ນ ພຣະອົງກໍຊົງເອີ້ນມາດ້ວຍ ແລະພວກທີ່ພຣະອົງຊົງເອີ້ນມານັ້ນ ພຣະອົງກໍຊົງຖືວ່າເປັນຄົນຊອບທຳ ແລະພວກທີ່ພຣະອົງຊົງຖືວ່າເປັນຄົນຊອບທຳ ພຣະອົງກໍຊົງໂຜດໃຫ້ພວກເຂົາໄດ້ຮັບສະຫງ່າຣາສີຮ່ວມກັບພຣະອົງ. |
|
| 31 |
|
| ຖ້າເປັນຢ່າງນັ້ນ ເຮົາທັງຫລາຍຈະວ່າຢ່າງໃດ? ຖ້າພຣະເຈົ້າຢູ່ຝ່າຍພວກເຮົາ ຜູ້ໃດຈະຕໍ່ສູ້ພວກເຮົາໄດ້? |
|
| 32 |
|
| ພຣະອົງຜູ້ບໍ່ໄດ້ຊົງຫວງພຣະບຸດຂອງພຣະອົງເອງ ແຕ່ໄດ້ຊົງປະທານພຣະບຸດນັ້ນ ໄວ້ເພື່ອປະໂຫຍດແກ່ເຮົາທັງຫລາຍ ຖ້າເປັນດັ່ງນັ້ນ ພຣະອົງຈະບໍ່ຊົງໂຜດປະທານສິ່ງສາລະພັດໃຫ້ພວກເຮົາດ້ວຍກັນກັບພຣະບຸດນັ້ນຫລື? |
|
| 33 |
|
| ຜູ້ໃດຈະຟ້ອງຄົນທັງຫລາຍທີ່ພຣະເຈົ້າໄດ້ເລືອກໄວ້ແລ້ວ? ພຣະເຈົ້າເອງໄດ້ປະກາດວ່າ ພວກເຂົາບໍ່ມີຄວາມຜິດ |
|
| 34 |
|
| ຜູ້ໃດຈະເປັນຜູ້ລົງໂທດພວກເຂົາອີກ? ເພາະພຣະເຢຊູຄຣິດເຈົ້າແມ່ນຜູ້ທີ່ໄດ້ຕາຍ ແລະຍິ່ງກວ່ານັ້ນອີກ ພຣະອົງໄດ້ເປັນຄືນມາຈາກຕາຍແລ້ວ ແລະນັ່ງຢູ່ກໍ້າຂວາພຣະຫັດຂອງພຣະເຈົ້າ, ພຣະອົງນັ້ນແຫຼະ ອະທິຖານວິງວອນຂໍເພື່ອພວກເຮົາ |
|
| 35 |
|
| ຜູ້ໃດຈະແຍກພວກເຮົາຈາກຄວາມຮັກຂອງພຣະຄຣິດໄດ້? ຄວາມທຸກລຳບາກ ຫລືຄວາມທໍລະມານຈິດໃຈ ຫລືການຂົ່ມເຫັງ ຫລືການອຶດຢາກ ຫລືການເປືອຍກາຍ ຫລືການອັນຕະລາຍ ຫລືການຖືກຄົມດາບ |
|
| 36 |
|
| ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ, “ເພາະເຫັນແກ່ພຣະອົງພວກຂ້ານ້ອຍ ຈຶ່ງຖືກຂ້າໝົດມື້ຈົນຄໍ່າ ແລະຖືວ່າເປັນດັ່ງໂຕແກະ ສຳລັບເອົາໄວ້ຂ້າ.” |
|
| 37 |
|
| ແຕ່ໃນເຫດການທັງປວງເຫຼົ່ານີ້ ພວກເຮົາກໍມີໄຊຊະນະຢ່າງເຫລືອລົ້ນ ໂດຍທາງພຣະອົງຜູ້ຊົງຮັກພວກເຮົາທັງຫລາຍນັ້ນ. |
|
| 38 |
|
| ເພາະເຮົາເຊື່ອແນ່ວ່າ ບໍ່ມີສິ່ງໃດແຍກພວກເຮົາຈາກຄວາມຮັກຂອງພຣະອົງໄດ້ ຄວາມຕາຍຫລືຊີວິດກໍດີ, ເທວະດາຫລືຜູ້ຄອບຄອງກໍດີ, ຫລືສິ່ງທີ່ມີຢູ່ໃນປະຈຸບັນຫລືສິ່ງທີ່ຈະມີມາໃນອະນາຄົດກໍດີ ຫລືຣິດເດດທັງຫລາຍ, |
|
| 39 |
|
| ຄວາມສູງຫລືຄວາມເລິກກໍດີ ຫລືສິ່ງອື່ນໃດຊົງສ້າງແລ້ວນັ້ນກໍດີ ຈະບໍ່ສາມາດແຍກພວກເຮົາອອກຈາກຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. |
|
|
|
|