|
| 1 |
|
| ເຮົາຢູ່ໃນພຣະຄຣິດ ເຮົາເວົ້າຄວາມຈິງ ເຮົາບໍ່ໄດ້ເວົ້າຕົວະໃຈສຳນຶກຜິດແລະຊອບຂອງເຮົາ ກໍເປັນພະຍານຝ່າຍເຮົາດ້ວຍພຣະວິນຍານບໍຣິສຸດເຈົ້າ |
|
| 2 |
|
| ວ່າ, ຈິດໃຈຂອງເຮົາເຕັມໄປດ້ວຍຄວາມເສົ້າໂສກໜັກ ແລະມີຄວາມເຈັບປວດໃນຫົວໃຈຢ່າງບໍ່ສິ້ນສຸດ |
|
| 3 |
|
| ຖ້າເປັນປະໂຫຍດ ເຮົາປາຖະໜາຢາກໃຫ້ເຮົາເອງຖືກສາບແຊ່ງ ແລະຖືກຕັດຂາດຈາກພຣະຄຣິດ ເພາະເຫັນແກ່ພີ່ນ້ອງຂອງເຮົາ ຄືຍາດຕິພີ່ນ້ອງຂອງເຮົາຕາມເຊື້ອສາຍ. |
|
| 4 |
|
| ພວກເຂົາເປັນຊົນຊາດອິດສະຣາເອນ ໄດ້ຮັບການຊົງໃຫ້ເປັນລູກຂອງພຣະເຈົ້າ ໃຫ້ພວກເຂົາຮັບພຣະສະຫງ່າຣາສີ ຮັບບັນດາພັນທະສັນຍາ ກັບພວກເຂົາ ແລະມອບກົດບັນຍັດ, ພິທີນະມັດສະການ ແລະບັນດາຄຳສັນຍາໃຫ້ແກ່ພວກເຂົາ. |
|
| 5 |
|
| ພວກເຂົາໄດ້ສືບເຊື້ອສາຍມາຈາກພວກບັນພະບຸລຸດຄົນສຳຄັນ ແລະພຣະຄຣິດກໍໄດ້ບັງເກີດເປັນມະນຸດໃນເຊື້ອຊາດຂອງພວກເຂົາ ຂໍໃຫ້ພຣະເຈົ້າຜູ້ປົກຄອງເໜືອສິ່ງສາລະພັດ ຈົ່ງໄດ້ຮັບຄຳຍ້ອງຍໍສັນລະເສີນເປັນນິດເທີ້ນ ອາແມນ. |
|
| 6 |
|
| ແຕ່ບໍ່ແມ່ນພຣະຄຳຂອງພຣະເຈົ້າໄດ້ຫລົ້ມເຫລວໄປ ເພາະວ່າເຂົາທັງຫລາຍທີ່ເກີດມາຈາກອິດສະຣາເອນນັ້ນ ກໍບໍ່ແມ່ນວ່າເປັນອິດສະຣາເອນແທ້ທຸກຄົນ. |
|
| 7 |
|
| ແລະບໍ່ແມ່ນທຸກຄົນທີ່ເກີດຈາກເຊື້ອສາຍຂອງອັບຣາຮາມ ເປັນເຊື້ອສາຍແທ້ຂອງພຣະເຈົ້າ, ແຕ່ພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, “ແມ່ນໂດຍທາງອີຊາກ ທີ່ເຈົ້າຈະມີເຊື້ອສາຍຕາມທີ່ເຮົາໄດ້ສັນຍາ.” |
|
| 8 |
|
| ນີ້ໝາຍຄວາມວ່າ ລູກທີ່ເກີດຕາມທຳມະຊາດ ບໍ່ເປັນລູກຂອງພຣະເຈົ້າ, ແຕ່ແມ່ນລູກທີ່ເກີດຕາມພຣະສັນຍາຂອງພຣະເຈົ້າ ຈຶ່ງຖືວ່າເປັນເຊື້ອສາຍແທ້. |
|
| 9 |
|
| ເພາະພຣະເຈົ້າຊົງສັນຍາໄວ້ ດັ່ງນີ້ວ່າ, “ເມື່ອເຖິງເວລາກຳນົດ ເຮົາຈະກັບຄືນມາ ແລະນາງຊາຣາກໍຈະມີລູກຊາຍ.” |
|
| 10 |
|
| ບໍ່ແມ່ນແຕ່ເທົ່ານັ້ນ, ດ້ວຍວ່າລູກຊາຍສອງຄົນໃນທ້ອງຂອງນາງເຣເບກາ ກໍມີພໍ່ຄົນດຽວກັນ ຄືອີຊາກບັນພະບຸລຸດຂອງພວກເຮົາ. |
|
| 11 |
|
| ແລະ ເພື່ອພຣະປະສົງໃນການຊົງເລືອກຜູ້ໜຶ່ງໄວ້ນັ້ນຈະຕັ້ງໝັ້ນຢູ່ ພຣະອົງຈຶ່ງຊົງກ່າວແກ່ນາງວ່າ, “ອ້າຍຈະຮັບໃຊ້ນ້ອງ” ພຣະອົງຊົງກ່າວໄວ້ດັ່ງນັ້ນ ເມື່ອລູກທັງສອງນັ້ນຍັງບໍ່ທັນເກີດມາ ທັງບໍ່ໄດ້ເຮັດການດີ ຫລືຊົ່ວ, ເພື່ອການຊົງເລືອກນັ້ນ ບໍ່ໄດ້ເປັນໄປຕາມການປະຕິບັດ, ແຕ່ເປັນໄປຕາມທີ່ພຣະອົງຊົງເອີ້ນ. |
|
| 12 |
|
|
|
| 13 |
|
| ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເຮົາໄດ້ຮັກຢາໂຄບ ແຕ່ເຮົາກຽດຊັງເອຊາວ.” |
|
| 14 |
|
| ແລ້ວພວກເຮົາເດ ຈະວ່າພຣະເຈົ້າບໍ່ຍຸດຕິທຳຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ |
|
| 15 |
|
| ເພາະພຣະອົງກ່າວແກ່ໂມເຊວ່າ ເຮົາຢາກຈະກະລຸນາຜູ້ໃດ ເຮົາກໍກະລຸນາຜູ້ນັ້ນ ເຮົາຢາກຈະເມດຕາຜູ້ໃດ ເຮົາກໍເມດຕາຜູ້ນັ້ນ. |
|
| 16 |
|
| ດັ່ງນັ້ນ ຈຶ່ງຈະບໍ່ຂຶ້ນຢູ່ກັບຄວາມຕັ້ງໃຈຂອງຄົນເຮົາ ຫລືການກະທຳ, ແຕ່ຂຶ້ນຢູ່ກັບພຣະເມດຕາກະລຸນາຂອງພຣະເຈົ້າເທົ່ານັ້ນ. |
|
| 17 |
|
| ເພາະພຣະຄຳພີກ່າວແກ່ກະສັດແຫ່ງເອຢິບວ່າ, “ເຮົາໄດ້ແຕ່ງຕັ້ງເຈົ້າເປັນກະສັດ ເພື່ອໃຊ້ເຈົ້າໃຫ້ສຳແດງຣິດອຳນາດຂອງເຮົາ ແລະເພື່ອນາມຂອງເຮົາຈະປະກາດແຜ່ອອກໄປທົ່ວໂລກ.” |
|
| 18 |
|
| ດ້ວຍເຫດນັ້ນ ຖ້າພຣະເຈົ້າຊົງກະລຸນາຜູ້ໃດ ກໍຈະຊົງກະລຸນາແກ່ຜູ້ນັ້ນ ແລະພຣະອົງຢາກໃຫ້ຜູ້ໃດມີໃຈແຂງກະດ້າງ ກໍຈະຊົງໃຫ້ຜູ້ນັ້ນມີໃຈແຂງກະດ້າງ. |
|
| 19 |
|
| ແລ້ວເຈົ້າຈະກ່າວຕໍ່ເຮົາວ່າ, “ຖ້າເປັນດັ່ງນັ້ນ ເປັນຫຍັງພຣະເຈົ້າຈຶ່ງຍັງຊົງຕິຕຽນຢູ່? ຜູ້ໃດຈະຂັດຂືນນໍ້າພຣະໄທຂອງພຣະເຈົ້າໄດ້?” |
|
| 20 |
|
| ແຕ່ມະນຸດເອີຍ, ເຈົ້າເປັນຜູ້ໃດ ຈຶ່ງກ້າກ່າວໂຕ້ຕອບພຣະເຈົ້າໄດ້? ສິ່ງທີ່ຖືກປັ້ນຈະກ່າວແກ່ຜູ້ປັ້ນວ່າ, “ເປັນຫຍັງເຈົ້າຈຶ່ງປັ້ນຂ້ອຍມາແບບນີ້?” |
|
| 21 |
|
| ຕາມທີ່ຈິງແລ້ວ ຊ່າງປັ້ນໝໍ້ມີສິດໃຊ້ດິນໜຽວຈາກກ້ອນດຽວກັນມາປັ້ນເປັນເຄື່ອງໃຊ້ ອັນໜຶ່ງສຳລັບໃຊ້ໃນງານພິເສດ ແລະອີກອັນໜຶ່ງສຳລັບໃຊ້ໃນງານທຳມະດາ. |
|
| 22 |
|
| ດັ່ງນັ້ນ ພຣະອົງຢາກສຳແດງຄວາມໂກດຮ້າຍຂອງພຣະອົງ ແລະເຮັດໃຫ້ຣິດເດດອຳນາດຂອງພຣະອົງເປັນທີ່ປາກົດ, ພຣະອົງຈຶ່ງຊົງອົດກັ້ນໄວ້ດົນນານຕໍ່ພວກເຫຼົ່ານັ້ນ ທີ່ເປັນພາຊະນະອັນສົມຄວນແກ່ຄວາມໂກດຮ້າຍ ຄືຜູ້ທີ່ຈັດຕຽມໄວ້ສຳລັບຄວາມຈິບຫາຍ. |
|
| 23 |
|
| ແລະເພື່ອສຳແດງສະຫງ່າຣາສີອັນອຸດົມສົມບູນຂອງພຣະອົງ ແກ່ບັນດາຜູ້ທີ່ເປັນພາຊະນະແຫ່ງຄວາມເມດຕາ ຄືຄົນເຫຼົ່ານັ້ນ ທີ່ພຣະອົງໄດ້ຊົງຈັດຕຽມໄວ້ກ່ອນ ເພື່ອຮັບສະຫງ່າຣາສີນັ້ນ. |
|
| 24 |
|
| ລວມທັງພວກເຮົາທີ່ເປັນໄພ່ພົນ ທີ່ພຣະອົງຊົງເອີ້ນເອົານັ້ນ ບໍ່ແມ່ນຈາກຄົນຢິວເທົ່ານັ້ນ ແຕ່ຈາກຄົນຕ່າງຊາດດ້ວຍ. |
|
| 25 |
|
| ດັ່ງທີ່ພຣະອົງໄດ້ກ່າວໄວ້ໃນພຣະທຳໂຮເສອາວ່າ, “ເຮົາຈະເອີ້ນເຂົາເຫຼົ່ານັ້ນວ່າ ‘ເປັນພົນລະເມືອງຂອງເຮົາ.’ ຊຶ່ງເມື່ອກ່ອນບໍ່ໄດ້ເປັນ ພົນລະເມືອງຂອງເຮົາ ແລະເຮົາຈະເອີ້ນວ່າ, ‘ພວກທີ່ຮັກຂອງເຮົາ’ ຊຶ່ງເມື່ອກ່ອນບໍ່ໄດ້ເປັນທີ່ຮັກ.” |
|
| 26 |
|
| ແລະ “ໃນບ່ອນທີ່ຊົງກ່າວວ່າ ‘ເຈົ້າທັງຫລາຍບໍ່ແມ່ນ ພົນລະເມືອງຂອງເຮົາ’ ແລະໃນບ່ອນນັ້ນແຫຼະ ພວກເຂົາຈະໄດ້ຊື່ວ່າ, ‘ເປັນລູກຂອງພຣະເຈົ້າອົງຊົງຊີວິດຢູ່.”’ |
|
| 27 |
|
| ເອຊາຢາປະກາດກ່ຽວກັບຊາດອິດສະຣາເອນວ່າ, “ເຖິງແມ່ນລູກຂອງຊາວອິດສະຣາເອນຈະມີຫລາຍດັ່ງເມັດຊາຍທີ່ແຄມທະເລ ແຕ່ມີໜ້ອຍຄົນຈະໄດ້ພົ້ນ, |
|
| 28 |
|
| ດ້ວຍວ່າ, ອົງພຣະຜູ້ເປັນເຈົ້າຈະຊົງດຳເນີນການເທິງແຜ່ນດິນໂລກນີ້ ຕາມການຕັດສິນຂອງພຣະອົງ ໂດຍໄວແລະຢ່າງຄົບຖ້ວນ.” |
|
| 29 |
|
| ຕາມທີ່ເອຊາຢາໄດ້ທຳນວາຍໄວ້ລ່ວງໜ້າວ່າ, “ຖ້າອົງພຣະຜູ້ເປັນເຈົ້າ ອົງຊົງເປັນຈອມພົນ ບໍ່ໄດ້ຊົງໂຜດໃຫ້ພວກເຮົາມີເຊື້ອສາຍເຫຼືອຢູ່ ພວກເຮົາກໍຕ້ອງໄດ້ກາຍເປັນດັ່ງເມືອງໂຊໂດມ ແລະ ໂກໂມຣາ.” |
|
| 30 |
|
| ຖ້າເປັນດັ່ງນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ຈະວ່າຄົນຕ່າງຊາດຜູ້ທີ່ບໍ່ດິ້ນລົນຫາຄວາມຊອບທຳໃຫ້ຕົນເອງ ກໍຍັງເປັນຄົນຊອບທຳຕໍ່ໜ້າພຣະເຈົ້າ ຄືຄວາມຊອບທຳໂດຍທາງຄວາມເຊື່ອ, |
|
| 31 |
|
| ແຕ່ພວກອິດສະຣາເອນທີ່ໄດ້ດິ້ນລົນຫາຄວາມຊອບທຳຕາມກົດບັນຍັດ ກໍບໍ່ໄດ້ບັນລຸເປົ້າໝາຍຂອງຕົນຕາມກົດບັນຍັດນັ້ນ. |
|
| 32 |
|
| ເປັນເພາະເຫດໃດ? ເພາະຍ້ອນວ່າ ພວກເຂົາບໍ່ໄດ້ດິ້ນລົນດ້ວຍຄວາມເຊື່ອ, ແຕ່ໄດ້ຊອກຫາດ້ວຍການປະຕິບັດ. ດັ່ງນັ້ນ ພວກເຂົາຈຶ່ງໄດ້ຕຳສະດຸດກ້ອນຫີນ ທີ່ໃຫ້ສະດຸດນັ້ນ |
|
| 33 |
|
| ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ນີ້ແຫຼະ ເຮົາໄດ້ວາງຫີນກ້ອນໜຶ່ງໄວ້ໃນເມືອງຊີໂອນ ເປັນຫີນກ້ອນທີ່ໃຫ້ຄົນຕຳສະດຸດ ຄືກ້ອນຫີນທີ່ໃຫ້ຄົນລົ້ມລົງ ແຕ່ຜູ້ທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ.” |
|
|
|
|