|
| 1 |
|
| ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າຮັບຮູ້ຄວາມຈິງທີ່ວ່າບັນພະບຸລຸດຂອງພວກເຮົາທຸກຄົນນັ້ນໄດ້ຢູ່ພາຍໃຕ້ເມກ ແລະ ພວກເພິ່ນໄດ້ຜ່ານທະເລໄປທຸກຄົນ. |
|
| 2 |
|
| ພວກເພິ່ນທຸກຄົນໄດ້ຮັບບັບຕິສະມາເຂົ້າສ່ວນໃນໂມເຊ ໃນເມກ ແລະ ໃນທະເລ. |
|
| 3 |
|
| ພວກເພິ່ນໄດ້ກິນອາຫານຝ່າຍວິນຍານຄືກັນ |
|
| 4 |
|
| ແລະ ໄດ້ດື່ມນໍ້າທິບຝ່າຍວິນຍານຄືກັນ, ພວກເພິ່ນໄດ້ດື່ມນ້ຳຈາກສີລາຝ່າຍວິນຍານທີ່ຮ່ວມເດີນທາງມາກັບພວກເພິ່ນ ແລະ ສີລານັ້ນກໍຄືພຣະຄຣິດເຈົ້າ. |
|
| 5 |
|
| ແຕ່ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ໄດ້ພໍໃຈກັບຄົນສ່ວນຫລາຍໃນພວກເພິ່ນ; ຊາກສົບຂອງພວກເພິ່ນຈຶ່ງຖືກກະຈັດກະຈາຍໄວ້ໃນຖິ່ນແຫ້ງແລ້ງກັນດານ. |
|
| 6 |
|
| ສິ່ງເຫລົ່ານີ້ໄດ້ເກີດຂຶ້ນເປັນຕົວຢ່າງເພື່ອຮັກສາພວກເຮົາຈາກການຕັ້ງໃຈຂອງພວກເຮົາໃສ່ສິ່ງຊົ່ວຮ້າຍເໝືອນດັ່ງທີ່ພວກເພິ່ນໄດ້ເຮັດ. |
|
| 7 |
|
| ຢ່າເປັນຜູ້ຂາບໄຫວ້ຮູບເຄົາລົບ ເໝືອນດັ່ງບາງຄົນໃນພວກເຂົາເປັນ; ດັ່ງທີ່ມີຖ້ອຍຄຳຂຽນໄວ້ວ່າ: “ປະຊາຊົນນັ່ງລົງເພື່ອກິນ ແລະ ດື່ມ ແລ້ວລຸກຂຶ້ນມ່ວນຊື່ນລື່ນເລີງໃນງານລ້ຽງເໝືອນຄົນນອກສາສະໜາ”. |
|
| 8 |
|
| ພວກເຮົາບໍ່ຄວນເຮັດຜິດສິນທຳທາງເພດ ເໝືອນດັ່ງບາງຄົນໃນພວກເຂົາໄດ້ເຮັດ ແລ້ວພວກເຂົາກໍລົ້ມຕາຍລົງຊາວສາມພັນຄົນໃນມື້ດຽວ. |
|
| 9 |
|
| ພວກເຮົາບໍ່ຄວນທົດລອງພຣະຄຣິດເຈົ້າ, ເໝືອນດັ່ງທີ່ພວກເຂົາບາງຄົນໄດ້ເຮັດ ແລ້ວພວກເຂົາກໍຖືກຂ້າດ້ວຍງູ. |
|
| 10 |
|
| ແລະ ຢ່າຈົ່ມ ເໝືອນດັ່ງທີ່ບາງຄົນໃນພວກເຂົາໄດ້ເຮັດ ແລ້ວພວກເຂົາກໍຖືກຂ້າດ້ວຍເທວະດາແຫ່ງການທຳລາຍ. |
|
| 11 |
|
| ສິ່ງເຫລົ່ານີ້ໄດ້ເກີດຂຶ້ນແກ່ພວກເຂົາກໍເພື່ອເປັນຕົວຢ່າງ ແລະ ໄດ້ບັນທຶກໄວ້ເພື່ອເປັນການເຕືອນພວກເຮົາ ຜູ້ທີ່ຢູ່ໃນຈຸດສູງສຸດຂອງຍຸກທີ່ໄດ້ມາເຖິງແລ້ວ. |
|
| 12 |
|
| ດັ່ງນັ້ນ ຖ້າພວກເຈົ້າຄິດວ່າຕົນເອງຕັ້ງໝັ້ນຄົງແລ້ວ ກໍຈົ່ງລະວັງໃຫ້ດີເພື່ອພວກເຈົ້າຈະບໍ່ລົ້ມລົງ! |
|
| 13 |
|
| ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້. |
|
| 14 |
|
| ເຫດສະນັ້ນ ເພື່ອນທີ່ຮັກຂອງເຮົາເອີຍ, ຈົ່ງຫລີກໜີຈາກການຂາບໄຫວ້ຮູບເຄົາລົບ. |
|
| 15 |
|
| ເຮົາເວົ້າກັບຄົນທີ່ມີສະຕິ; ຈົ່ງພິຈາລະນາສິ່ງທີ່ເຮົາເວົ້ານັ້ນໂດຍພວກເຈົ້າເອງ. |
|
| 16 |
|
| ຈອກແຫ່ງການໂມທະນາຂອບພຣະຄຸນທີ່ເຮົາໄດ້ໂມທະນາຂອບພຣະຄຸນນັ້ນຄືການເຂົ້າຮ່ວມໃນເລືອດຂອງພຣະຄຣິດເຈົ້າບໍ່ແມ່ນບໍ? ແລະ ເຂົ້າຈີ່ທີ່ເຮົາໄດ້ຫັກນັ້ນຄືການເຂົ້າຮ່ວມໃນກາຍຂອງພຣະຄຣິດເຈົ້າບໍ່ແມ່ນບໍ? |
|
| 17 |
|
| ເນື່ອງຈາກມີເຂົ້າຈີ່ກ້ອນດຽວ ພວກເຮົາຜູ້ມີຫລາຍຄົນຈຶ່ງເປັນກາຍດຽວກັນ ເພາະພວກເຮົາທຸກຄົນຮ່ວມກິນເຂົ້າຈີ່ກ້ອນດຽວກັນ. |
|
| 18 |
|
| ຈົ່ງພິຈາລະນາເບິ່ງຊົນຊາດອິດສະຣາເອນ: ຜູ້ທີ່ກິນເຄື່ອງຖວາຍບູຊາກໍມີສ່ວນຮ່ວມໃນແທ່ນບູຊາບໍ່ແມ່ນບໍ? |
|
| 19 |
|
| ຖ້າເປັນຢ່າງນັ້ນ ເຮົາໝາຍຄວາມວ່າອາຫານທີ່ບູຊາໃຫ້ແກ່ຮູບເຄົາລົບນັ້ນມີຄວາມສຳຄັນຢ່າງນັ້ນບໍ? |
|
| 20 |
|
| ບໍ່ແມ່ນດອກ, ແຕ່ເຄື່ອງບູຊາຂອງຄົນທີ່ບໍ່ເຊື່ອພຣະເຈົ້ານັ້ນໄດ້ບູຊາແກ່ຜີມານຮ້າຍແລ້ວ ບໍ່ແມ່ນຖວາຍແກ່ພຣະເຈົ້າ ແລະ ເຮົາບໍ່ຢາກໃຫ້ພວກເຈົ້າເຂົ້າຮ່ວມກັບພວກຜີມານຮ້າຍເຫລົ່ານັ້ນ. |
|
| 21 |
|
| ພວກເຈົ້າບໍ່ສາມາດຈະດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າ ແລະ ຈາກຈອກຂອງຜີມານຮ້າຍດ້ວຍກັນ; ພວກເຈົ້າບໍ່ສາມາດຈະຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າ ແລະ ໂຕະຂອງພວກຜີມານຮ້າຍ. |
|
| 22 |
|
| ພວກເຮົາກຳລັງພະຍາຍາມຍຸຍົງໃຫ້ອົງພຣະຜູ້ເປັນເຈົ້າອິດສາບໍ? ພວກເຮົາເຂັ້ມແຂງກວ່າພຣະອົງບໍ? |
|
| 23 |
|
| ພວກເຈົ້າເວົ້າວ່າ: “ເຮົາໄດ້ຮັບອະນຸຍາດໃຫ້ເຮັດທຸກສິ່ງໄດ້” ແຕ່ບໍ່ແມ່ນວ່າທຸກສິ່ງຈະເປັນປະໂຫຍດ. “ເຮົາໄດ້ຮັບອະນຸຍາດໃຫ້ເຮັດທຸກສິ່ງໄດ້” ແຕ່ບໍ່ແມ່ນວ່າທຸກສິ່ງຈະເປັນການເສີມສ້າງຂຶ້ນ. |
|
| 24 |
|
| ທຸກຄົນບໍ່ຄວນເຫັນແກ່ຜົນປະໂຫຍດຕົນເອງ ແຕ່ຈົ່ງເຫັນແກ່ຜົນປະໂຫຍດຂອງຜູ້ອື່ນ. |
|
| 25 |
|
| ຊີ້ນທີ່ວາງຂາຍຕາມຕະຫລາດນັ້ນກໍກິນໄດ້ໂດຍບໍ່ຕ້ອງຖາມເຖິງຈິດສຳນຶກ, |
|
| 26 |
|
| ເພາະວ່າ, “ແຜ່ນດິນໂລກ ແລະ ທຸກສິ່ງໃນໂລກເປັນຂອງອົງພຣະຜູ້ເປັນເຈົ້າ”. |
|
| 27 |
|
| ຖ້າຄົນທີ່ບໍ່ເຊື່ອບາງຄົນເຊີນພວກເຈົ້າໄປຮ່ວມຮັບປະທານອາຫານ ແລະ ພວກເຈົ້າຕ້ອງການຈະໄປ ຈົ່ງກິນສິ່ງທີ່ວາງຢູ່ຕໍ່ໜ້າພວກເຈົ້າໂດຍບໍ່ຕ້ອງຖາມເຖິງຈິດສຳນຶກ. |
|
| 28 |
|
| ແຕ່ຖ້າມີຜູ້ໃດມາບອກພວກເຈົ້າວ່າ, “ອາຫານນີ້ໄດ້ຖືກມອບໃຫ້ບູຊາແກ່ຮູບເຄົາລົບແລ້ວ”, ກໍຢ່າກິນອາຫານນັ້ນ, ເພື່ອເຫັນແກ່ທັງຄົນທີ່ບອກພວກເຈົ້າ ແລະ ເຫັນແກ່ຈິດສຳນຶກ. |
|
| 29 |
|
| ເຮົາກຳລັງໝາຍເຖິງຈິດສຳນຶກຂອງຄົນອື່ນ, ບໍ່ແມ່ນຂອງພວກເຈົ້າ. ເພາະເປັນຫຍັງເສລີພາບຂອງເຮົາຈຶ່ງຖືກຕັດສິນໂດຍຈິດສຳນຶກຂອງຄົນອື່ນ? |
|
| 30 |
|
| ຖ້າເຮົາມີສ່ວນຮ່ວມໃນອາຫານນັ້ນດ້ວຍການໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ເປັນຫຍັງເຮົາຈຶ່ງຖືກຕຳໜິເພາະສິ່ງທີ່ເຮົາໄດ້ໂມທະນາຂອບພຣະຄຸນພຣະເຈົ້າແລ້ວ? |
|
| 31 |
|
| ດັ່ງນັ້ນ, ບໍ່ວ່າພວກເຈົ້າຈະກິນ ຫລື ຈະດື່ມ ຫລື ຈະເຮັດສິ່ງໃດກໍຕາມ, ຈົ່ງເຮັດທຸກສິ່ງໃຫ້ເປັນທີ່ຖວາຍກຽດຕິຍົດແດ່ພຣະເຈົ້າ. |
|
| 32 |
|
| ຢ່າເປັນຕົ້ນເຫດທີ່ເຮັດໃຫ້ຜູ້ໃດສະດຸດໃຈ ບໍ່ວ່າຈະເປັນຄົນຢິວ, ຄົນກຣີກ ຫລື ຄຣິສຕະຈັກຂອງພຣະເຈົ້າ |
|
| 33 |
|
| ເໝືອນດັ່ງເຮົາທີ່ພະຍາຍາມຈະເຮັດໃຫ້ທຸກຄົນພໍໃຈໃນທຸກດ້ານ. ເພາະວ່າເຮົາບໍ່ໄດ້ສະແຫວງຫາຜົນປະໂຫຍດຂອງເຮົາເອງ ແຕ່ເປັນຜົນປະໂຫຍດຂອງຄົນທັງຫລາຍ, ເພື່ອວ່າພວກເຂົາຈະໄດ້ພົ້ນ. |
|
|
|
|