|
| 1 |
|
| ຈົ່ງດໍາເນີນໃນວິຖີທາງແຫ່ງຄວາມຮັກ ແລະ ສະແຫວງຫາຂອງປະທານຝ່າຍພຣະວິນຍານຢ່າງກະຕືລືລົ້ນ ໂດຍສະເພາະຄຳທຳນວາຍ. |
|
| 2 |
|
| ເພາະຜູ້ໃດທີ່ເວົ້າພາສາແປກໆ ກໍບໍ່ໄດ້ເວົ້າຕໍ່ມະນຸດ ແຕ່ເວົ້າຕໍ່ພຣະເຈົ້າ. ແທ້ຈິງແລ້ວ, ບໍ່ມີຜູ້ໃດເຂົ້າໃຈສິ່ງທີ່ພວກເຂົາເວົ້າ, ພວກເຂົາກຳລັງເວົ້າຂໍ້ເລິກລັບໂດຍທາງພຣະວິນຍານ. |
|
| 3 |
|
| ແຕ່ຜູ້ທີ່ເຜີຍພຣະຄຳກໍກ່າວກັບຄົນທັງຫລາຍເພື່ອເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ, ເປັນການເຕືອນສະຕິ ແລະ ການເລົ້າໂລມໃຈ. |
|
| 4 |
|
| ຜູ້ໃດທີ່ເວົ້າພາສາແປກໆກໍເວົ້າເພື່ອເສີມສ້າງຕົນເອງ, ແຕ່ຜູ້ທີ່ທຳນວາຍກໍເສີມສ້າງຄຣິສຕະຈັກ. |
|
| 5 |
|
| ເຮົາຢາກໃຫ້ທຸກໆຄົນໃນພວກເຈົ້າເວົ້າພາສາແປກໆ ໄດ້, ແຕ່ຫລາຍກວ່ານັ້ນ ເຮົາຢາກໃຫ້ພວກເຈົ້າທຳນວາຍໄດ້. ຜູ້ທີ່ທຳນວາຍນັ້ນກໍຍິ່ງໃຫຍ່ກວ່າຜູ້ທີ່ເວົ້າພາສາແປກໆ, ເວັ້ນໄວ້ແຕ່ຜູ້ໃດຜູ້ໜຶ່ງແປພາສານັ້ນໄດ້, ເພື່ອວ່າຄຣິສຕະຈັກຈະໄດ້ຮັບການເສີມສ້າງ. |
|
| 6 |
|
| ບັດນີ້, ພີ່ນ້ອງທັງຫລາຍເອີຍ, ຖ້າເຮົາມາຫາພວກເຈົ້າ ແລະ ເວົ້າພາສາແປກໆ, ພວກເຈົ້າຈະໄດ້ຮັບປະໂຫຍດອັນໃດຈາກເຮົາ? ນອກຈາກວ່າ ເຮົາຈະນໍາເອົາການເປີດເຜີຍ ຫລື ຄວາມຮູ້ ຫລື ການເປີດເຜີຍພຣະຄຳ ຫລື ຄຳສັ່ງສອນມາໃຫ້ພວກເຈົ້າ. |
|
| 7 |
|
| ແມ່ນແຕ່ໃນກໍລະນີຂອງສິ່ງທີ່ບໍ່ມີຊີວິດທີ່ເປັ່ງສຽງໄດ້ເຊັ່ນ ປີ່ ຫລື ພິນ, ຜູ້ໃດຈະຮູ້ໄດ້ຢ່າງໃດວ່າເຂົາກຳລັງເປົ່າ ຫລື ດີດຈັງຫວະໃດ ຖ້າບໍ່ຫລິ້ນຕາມໂນດ? |
|
| 8 |
|
| ອີກເທື່ອໜຶ່ງ ຖ້າແກບໍ່ສົ່ງສຽງເອີ້ນຢ່າງຊັດເຈນຜູ້ໃດຈະຕຽມພ້ອມເພື່ອສູ້ຮົບ? |
|
| 9 |
|
| ພວກເຈົ້າທັງຫລາຍກໍເປັນຢ່າງນັ້ນ. ເວັ້ນເສຍແຕ່ພວກເຈົ້າເວົ້າດ້ວຍຖ້ອຍຄຳທີ່ຄົນເຂົ້າໃຈໄດ້ ຜູ້ໃດຈະຮູ້ວ່າພວກເຈົ້າກຳລັງເວົ້າຫຍັງ? ພວກເຈົ້າກໍພຽງແຕ່ເວົ້າລອຍໄປຕາມລົມເທົ່ານັ້ນ. |
|
| 10 |
|
| ໃນໂລກນີ້ມີຫລາຍພາສາຢ່າງບໍ່ສົງໄສ ແຕ່ບໍ່ມີພາສາໃດໃນພາສາເຫລົ່ານັ້ນທີ່ບໍ່ມີຄວາມໝາຍ. |
|
| 11 |
|
| ຖ້າເຮົາບໍ່ເຂົ້າໃຈຄວາມໝາຍຂອງສິ່ງທີ່ບາງຄົນກຳລັງເວົ້າຢູ່ນັ້ນ, ເຮົາກໍເປັນຄົນຕ່າງດ້າວຕໍ່ຜູ້ເວົ້າ ແລະ ຜູ້ເວົ້າກໍເປັນຄົນຕ່າງດ້າວຕໍ່ເຮົາ. |
|
| 12 |
|
| ພວກເຈົ້າທັງຫລາຍກໍເປັນຢ່າງນັ້ນ. ເມື່ອພວກເຈົ້າທັງຫລາຍກະຕືລືລົ້ນຕໍ່ຂອງປະທານຝ່າຍວິນຍານ ກໍຈົ່ງພະຍະຍາມທີ່ຈະເປັນເລີດໃນຂອງປະທານທີ່ເສີມສ້າງຄຣິສຕະຈັກ. |
|
| 13 |
|
| ເພາະເຫດຜົນນີ້ ຜູ້ທີ່ເວົ້າພາສາແປກໆໄດ້ ກໍຄວນອະທິຖານຂໍໃຫ້ຕົນເອງແປສິ່ງທີ່ເວົ້າອອກມາໄດ້ດ້ວຍ. |
|
| 14 |
|
| ເພາະຖ້າເຮົາອະທິຖານເປັນພາສາແປກໆ ກໍແມ່ນຈິດວິນຍານຂອງເຮົາອະທິຖານ, ແຕ່ບໍ່ມີຜົນຕໍ່ຄວາມຄິດຂອງເຮົາ. |
|
| 15 |
|
| ດັ່ງນັ້ນ ເຮົາຄວນຈະເຮັດຢ່າງໃດ? ເຮົາຈະອະທິຖານດ້ວຍຈິດວິນຍານຂອງເຮົາ ແຕ່ເຮົາກໍຈະອະທິຖານດ້ວຍຄວາມເຂົ້າໃຈຂອງເຮົາເໝືອນກັນ; ເຮົາຈະຮ້ອງເພງດ້ວຍຈິດວິນຍານຂອງເຮົາ ແຕ່ເຮົາກໍຈະຮ້ອງເພງດ້ວຍຄວາມເຂົ້າໃຈຂອງເຮົາເໝືອນກັນ. |
|
| 16 |
|
| ຖ້າບໍ່ດັ່ງນັ້ນ ເມື່ອພວກເຈົ້າກຳລັງສັນລະເສີນພຣະເຈົ້າດ້ວຍຈິດວິນຍານ, ແລ້ວຄົນອື່ນຜູ້ທີ່ຢູ່ໃນຕຳແໜ່ງຂອງຜູ້ສອບຖາມນັ້ນ ຈະກ່າວວ່າ “ອາແມນ” ຕໍ່ຄຳໂມທະນາຂອບພຣະຄຸນຂອງພວກເຈົ້າໄດ້ຢ່າງໃດ, ເນື່ອງຈາກວ່າພວກເຂົາບໍ່ເຂົ້າໃຈວ່າພວກເຈົ້າກຳລັງເວົ້າຫຍັງ? |
|
| 17 |
|
| ພວກເຈົ້າໂມທະນາຂອບພຣະຄຸນໄດ້ຢ່າງດີພໍ ແຕ່ບໍ່ມີຜູ້ໃດໄດ້ຮັບການເສີມສ້າງ. |
|
| 18 |
|
| ເຮົາໂມທະນາຂອບພຣະຄຸນພຣະເຈົ້າທີ່ເຮົາເວົ້າພາສາແປກໆໄດ້ຫລາຍກວ່າພວກເຈົ້າທັງໝົດ. |
|
| 19 |
|
| ແຕ່ຢູ່ໃນຄຣິສຕະຈັກ ເຮົາຂໍເວົ້າຫ້າຄຳທີ່ຄົນຟັງເຂົ້າໃຈ ເພື່ອສັ່ງສອນຄົນອື່ນຫລາຍກວ່າຈະເວົ້າໝື່ນຄຳເປັນພາສາແປກໆ. |
|
| 20 |
|
| ພີ່ນ້ອງທັງຫລາຍເອີຍ, ຈົ່ງຢຸດຄິດເໝືອນຢ່າງເດັກນ້ອຍ. ໃນເລື່ອງຄວາມຊົ່ວຈົ່ງເປັນເໝືອນດັ່ງເດັກອ່ອນ ແຕ່ໃນດ້ານຄວາມຄິດຈົ່ງເປັນເໝືອນຜູ້ໃຫຍ່. |
|
| 21 |
|
| ໃນກົດບັນຍັດຖ້ອຍຄຳໄດ້ຖືກຂຽນໄວ້ວ່າ: “ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ເຮົາຈະເວົ້າກັບປະຊາຊົນເຫລົ່ານີ້ຜ່ານທາງຄົນຕ່າງພາສາ ແລະ ຜ່ານທາງຮິມສົບຂອງຄົນຕ່າງຊາດ, ເຖິງປານນັ້ນ ພວກເຂົາກໍຈະບໍ່ຟັງເຮົາ’”. |
|
| 22 |
|
| ດັ່ງນັ້ນ, ການເວົ້າພາສາແປກໆຈຶ່ງເປັນໝາຍສຳຄັນ ບໍ່ແມ່ນສຳລັບຄົນທີ່ເຊື່ອ ແຕ່ສຳລັບຄົນທີ່ບໍ່ເຊື່ອ; ເຖິງຢ່າງໃດກໍຕາມ, ການເຜີຍພຣະຄຳນັ້ນ ບໍ່ແມ່ນສຳລັບຜູ້ທີ່ບໍ່ເຊື່ອ, ແຕ່ສຳລັບຜູ້ທີ່ເຊື່ອແລ້ວ. |
|
| 23 |
|
| ດັ່ງນັ້ນ ຖ້າຄຣິສຕະຈັກທັງໝົດມາຮ່ວມກັນ ແລະ ທຸກຄົນຕ່າງກໍເວົ້າພາສາແປກໆ ແລ້ວຄົນທີ່ມັກຖາມ ຫລື ຄົນທີ່ບໍ່ເຊື່ອເຂົ້າມາ, ພວກເຂົາຈະບໍ່ເວົ້າວ່າພວກເຈົ້າເສຍສະຕິໄປແລ້ວບໍ? |
|
| 24 |
|
| ແຕ່ຖ້າຫາກວ່າ ຜູ້ທີ່ບໍ່ເຊື່ອ ຫລື ຄົນທີ່ມັກຖາມເຂົ້າມາໃນຂະນະທີ່ທຸກຄົນກຳລັງທຳນວາຍຢູ່ນັ້ນ, ພວກເຂົາກໍຈະຖືກຕັດສິນວ່າເຮັດບາບ ແລະ ທຸກຄົນຈະຖືກນຳເຂົ້າສູ່ພາຍໃຕ້ການພິພາກສາ, |
|
| 25 |
|
| ດັ່ງທີ່ຄວາມລັບໃນໃຈຂອງພວກເຂົາໄດ້ຖືກເປີດເຜີຍ. ດັ່ງນັ້ນ ພວກເຂົາກໍຈະຂາບລົງ ແລະ ນະມັດສະການພຣະເຈົ້າ ແລະ ຮ້ອງຂຶ້ນວ່າ, “ພຣະເຈົ້າສະຖິດຢູ່ທ່າມກາງພວກເຈົ້າແທ້ຈິງ!” |
|
| 26 |
|
| ພີ່ນ້ອງທັງຫລາຍເອີຍ, ພວກເຮົາຈະເວົ້າຢ່າງໃດ? ເມື່ອພວກເຈົ້າມາເຕົ້າໂຮມກັນ ແຕ່ລະຄົນໃນພວກເຈົ້າກໍມີບົດເພງ ຫລື ມີຖ້ອຍຄຳຂອງການສັ່ງສອນ, ມີຄຳເປີດເຜີຍ, ພາສາແປກໆ ຫລື ການແປພາສາແປກໆ. ທຸກສິ່ງນີ້ຕ້ອງໄດ້ເຮັດເພື່ອໃຫ້ຄຣິສຕະຈັກຈະເລີນຂຶ້ນ. |
|
| 27 |
|
| ຖ້າຜູ້ໃດຈະເວົ້າພາສາແປກໆ, ຈົ່ງເວົ້າພຽງແຕ່ສອງຄົນ ຫລື ຢ່າງຫລາຍທີ່ສຸດສາມຄົນ ໂດຍໃຫ້ເວົ້າເທື່ອລະຄົນ ແລ້ວຕ້ອງໃຫ້ມີຄົນໜຶ່ງແປ. |
|
| 28 |
|
| ແຕ່ຖ້າບໍ່ມີຄົນແປ ຜູ້ທີ່ເວົ້ານັ້ນຈະຕ້ອງມິດງຽບຢູ່ໃນຄຣິສຕະຈັກ ແລະ ໃຫ້ເວົ້າກັບຕົນເອງ ແລະ ເວົ້າຕໍ່ພຣະເຈົ້າ. |
|
| 29 |
|
| ຝ່າຍຜູ້ທຳນວາຍນັ້ນ ໃຫ້ກ່າວແຕ່ສອງ ຫລື ສາມຄົນ ແລະ ຄົນອື່ນໆຈະຕ້ອງພິຈາລະນາສິ່ງທີ່ກ່າວມານັ້ນໃຫ້ດີ. |
|
| 30 |
|
| ແລະ ຖ້າມີການເປີດເຜີຍມາເຖິງບາງຄົນຜູ້ທີ່ກຳລັງນັ່ງຢູ່, ໃຫ້ຜູ້ທີ່ກ່າວຄົນທຳອິດນັ້ນຢຸດຢູ່. |
|
| 31 |
|
| ເພາະພວກເຈົ້າທຸກຄົນສາມາດທຳນວາຍໄດ້ເທື່ອລະຄົນ ເພື່ອວ່າໃຫ້ທຸກຄົນໄດ້ຮັບຄຳແນະນຳ ແລະ ຄຳໜູນໃຈ. |
|
| 32 |
|
| ຈິດວິນຍານຂອງບັນດາຜູ້ທຳນວາຍນັ້ນກໍຢູ່ໃນການຄວບຄຸມຂອງບັນດາຜູ້ທຳນວາຍ. |
|
| 33 |
|
| ເພາະພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງຄວາມວຸ້ນວາຍ ແຕ່ເປັນພຣະເຈົ້າແຫ່ງຄວາມສະຫງົບສຸກ ຕາມທີ່ປະຕິບັດກັນໃນຊຸມຊົນຂອງຄົນຂອງພຣະເຈົ້າ. |
|
| 34 |
|
| ແມ່ຍິງຄວນມິດງຽບຢູ່ໃນຄຣິສຕະຈັກ. ພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເວົ້າ, ແຕ່ໃຫ້ພວກເຂົາຍອມຈຳນົນຕາມທີ່ກົດບັນຍັດໄດ້ກ່າວໄວ້ນັ້ນ. |
|
| 35 |
|
| ຖ້າພວກເຂົາຢາກຖາມກ່ຽວກັບເລື່ອງໃດ ພວກເຂົາຄວນຖາມຜົວຂອງພວກເຂົາເອງຢູ່ເຮືອນ; ເພາະເປັນເລື່ອງໜ້າອາຍທີ່ແມ່ຍິງຈະເວົ້າຢູ່ໃນຄຣິສຕະຈັກ. |
|
| 36 |
|
| ຫລື ພຣະຄຳຂອງພຣະເຈົ້າໄດ້ເກີດມາຈາກພວກເຈົ້າບໍ? ຫລື ພຣະຄຳໄດ້ມີມາເຖິງພວກເຈົ້າແຕ່ເທົ່ານັ້ນບໍ? |
|
| 37 |
|
| ຖ້າຜູ້ໃດຄິດວ່າຕົນເອງເປັນຜູ້ທຳນວາຍ ຫລື ມີຂອງປະທານຈາກພຣະວິນຍານ ກໍໃຫ້ພວກເຂົາຍອມຮັບວ່າຂໍ້ຄວາມທີ່ເຮົາຂຽນມາເຖິງພວກເຈົ້າທັງຫລາຍນັ້ນເປັນຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ. |
|
| 38 |
|
| ແຕ່ຖ້າຜູ້ໃດບໍ່ຮັບຮູ້ເລື່ອງນີ້, ພວກເຂົາເອງກໍຈະບໍ່ໄດ້ຮັບການຍອມຮັບ. |
|
| 39 |
|
| ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງກະຕືລືລົ້ນທີ່ຈະທຳນວາຍ ແລະ ຢ່າຫ້າມການເວົ້າພາສາແປກໆ. |
|
| 40 |
|
| ແຕ່ຄວນເຮັດທຸກສິ່ງຢ່າງເໝາະສົມ ແລະ ໃນທາງທີ່ເປັນລະບຽບ. |
|
|
|
|