|
| 1 |
|
| ບັດນີ້ ພີ່ນ້ອງທັງຫລາຍເອີຍ, ເຮົາຢາກເຕືອນພວກເຈົ້າເຖິງຂ່າວປະເສີດທີ່ເຮົາໄດ້ປະກາດແກ່ພວກເຈົ້າ, ເຊິ່ງພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ ແລະ ພວກເຈົ້າກໍຕັ້ງໝັ້ນຢູ່ໃນຂ່າວປະເສີດນັ້ນ. |
|
| 2 |
|
| ໂດຍຂ່າວປະເສີດນີ້ແຫລະພວກເຈົ້າຈຶ່ງໄດ້ຮັບຄວາມພົ້ນ ຖ້າພວກເຈົ້າຫາກຕັ້ງໝັ້ນຢູ່ກັບຖ້ອຍຄຳທີ່ເຮົາໄດ້ປະກາດແກ່ພວກເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າກໍເຊື່ອໂດຍບໍ່ມີປະໂຫຍດ. |
|
| 3 |
|
| ເພາະເລື່ອງທີ່ເຮົາໄດ້ຮັບໄວ້ແລ້ວນັ້ນ ເຮົາໄດ້ຖ່າຍທອດໃຫ້ແກ່ພວກເຈົ້ານັ້ນເປັນເລື່ອງທີ່ສຳຄັນທີ່ສຸດ ຄື: ພຣະຄຣິດເຈົ້າໄດ້ຕາຍເພື່ອຄວາມຜິດບາບຂອງພວກເຮົາທັງຫລາຍຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີ, |
|
| 4 |
|
| ພຣະອົງຖືກຝັງໄວ້, ໃນວັນທີສາມພຣະອົງເປັນຄືນມາຈາກຕາຍຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີ |
|
| 5 |
|
| ແລະ ພຣະອົງໄດ້ປາກົດແກ່ເກຟາ, ຫລັງຈາກນັ້ນ ພຣະອົງກໍໄດ້ປາກົດແກ່ອັກຄະສາວົກທັງສິບສອງຄົນ. |
|
| 6 |
|
| ຕໍ່ມາ ພຣະອົງໄດ້ປາກົດແກ່ພວກພີ່ນ້ອງຫລາຍກວ່າຫ້າຮ້ອຍຄົນໃນເວລາດຽວກັນ ເຊິ່ງສ່ວນໃຫຍ່ຍັງມີຊີວິດຢູ່, ແຕ່ບາງຄົນໄດ້ລ່ວງລັບໄປແລ້ວ. |
|
| 7 |
|
| ຫລັງຈາກນັ້ນ ພຣະອົງໄດ້ປາກົດແກ່ຢາໂກໂບ ແລະ ແກ່ພວກອັກຄະສາວົກທັງໝົດ, |
|
| 8 |
|
| ແລະ ໃນທ້າຍທີ່ສຸດພຣະອົງກໍໄດ້ປາກົດແກ່ເຮົາ ຜູ້ທີ່ເປັນເໝືອນລູກທີ່ເກີດຜິດປົກກະຕິ. |
|
| 9 |
|
| ເພາະເຮົາເປັນຜູ້ນ້ອຍທີ່ສຸດໃນບັນດາອັກຄະສາວົກ ແລະ ບໍ່ສົມຄວນແມ່ນແຕ່ຈະໄດ້ຊື່ວ່າອັກຄະສາວົກ, ເພາະວ່າເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າ. |
|
| 10 |
|
| ແຕ່ໂດຍພຣະຄຸນຂອງພຣະເຈົ້າ ເຮົາຈຶ່ງເປັນຢູ່ຢ່າງນີ້ ແລະ ພຣະຄຸນຂອງພຣະອົງທີ່ມີຕໍ່ເຮົານັ້ນກໍບໍ່ໄດ້ໄຮ້ປະໂຫຍດ. ບໍ່ດອກ, ເຮົາໄດ້ເຮັດວຽກໜັກກວ່າພວກເຂົາທຸກຄົນ, ແຕ່ບໍ່ແມ່ນເຮົາເອງທີ່ເຮັດ, ຫາກແມ່ນພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ກັບເຮົານັ້ນເປັນຜູ້ເຮັດ. |
|
| 11 |
|
| ເຫດສະນັ້ນ ບໍ່ວ່າຈະເປັນເຮົາ ຫລື ພວກເຂົາກໍດີ ນີ້ຄືສິ່ງທີ່ພວກເຮົາປະກາດ ແລະ ນີ້ຄືສິ່ງທີ່ພວກເຈົ້າທັງຫລາຍໄດ້ເຊື່ອ. |
|
| 12 |
|
| ແຕ່ຖ້າໄດ້ປະກາດວ່າພຣະຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ, ດ້ວຍເຫດໃດ ບາງຄົນໃນພວກເຈົ້າຈຶ່ງເວົ້າວ່າບໍ່ມີການເປັນຄືນມາຈາກຕາຍ? |
|
| 13 |
|
| ຖ້າບໍ່ມີການເປັນຄືນມາຈາກຕາຍ, ແລ້ວແມ່ນແຕ່ພຣະຄຣິດເຈົ້າກໍບໍ່ໄດ້ເປັນຄືນມາຈາກຕາຍ. |
|
| 14 |
|
| ແລະ ຖ້າພຣະຄຣິດເຈົ້າບໍ່ໄດ້ເປັນຄືນມາຈາກຕາຍ, ການປະກາດຂອງພວກເຮົາກໍໄຮ້ປະໂຫຍດ ແລະ ຄວາມເຊື່ອຂອງພວກເຈົ້າກໍບໍ່ມີປະໂຫຍດເໝືອນກັນ. |
|
| 15 |
|
| ຫລາຍກວ່ານັ້ນ, ແລ້ວພວກເຮົາກໍພົບວ່າພວກເຮົາເປັນພະຍານບໍ່ຈິງກ່ຽວກັບພຣະເຈົ້າ, ເພາະພວກເຮົາໄດ້ເປັນພະຍານກ່ຽວກັບພຣະເຈົ້າວ່າ ພຣະອົງໄດ້ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ. ແຕ່ຖ້າຄວາມຈິງຄືພຣະເຈົ້າບໍ່ໄດ້ບັນດານໃຫ້ຄົນຕາຍເປັນຄືນມາແລ້ວ ພຣະອົງກໍບໍ່ໄດ້ບັນດານໃຫ້ພຣະຄຣິດເຈົ້າເປັນຄືນມາເໝືອນກັນ. |
|
| 16 |
|
| ເພາະຖ້າຄົນຕາຍບໍ່ໄດ້ເປັນຄືນມາ, ແລ້ວພຣະຄຣິດເຈົ້າກໍບໍ່ໄດ້ເປັນຄືນມາເໝືອນກັນ. |
|
| 17 |
|
| ແລະ ຖ້າພຣະຄຣິດເຈົ້າບໍ່ໄດ້ເປັນຄືນມາຈາກຕາຍ, ຄວາມເຊື່ອຂອງພວກເຈົ້າກໍໄຮ້ປະໂຫຍດ; ພວກເຈົ້າກໍຍັງຢູ່ໃນບາບຂອງຕົນ. |
|
| 18 |
|
| ແລ້ວບັນດາຜູ້ທີ່ໄດ້ຫລັບໄປໃນພຣະຄຣິດເຈົ້າກໍຈິບຫາຍໄປດ້ວຍ. |
|
| 19 |
|
| ຖ້າພວກເຮົາມີຄວາມຫວັງໃນພຣະຄຣິດເຈົ້າພຽງແຕ່ເພື່ອຊີວິດນີ້ເທົ່ານັ້ນ, ພວກເຮົາກໍໜ້າສົງສານກວ່າຄົນທັງປວງ. |
|
| 20 |
|
| ແຕ່ພຣະຄຣິດເຈົ້າໄດ້ເປັນຄືນມາຈາກຕາຍແທ້ຈິງ, ເປັນຜົນທຳອິດຂອງບັນດາຜູ້ທີ່ຫລັບໄປແລ້ວນັ້ນ. |
|
| 21 |
|
| ເພາະເນື່ອງຈາກວ່າຄວາມຕາຍໄດ້ມາຜ່ານທາງມະນຸດຄົນດຽວສັນໃດ ການເປັນຄືນມາຈາກຕາຍກໍມາຜ່ານທາງມະນຸດຄົນດຽວສັນນັ້ນ. |
|
| 22 |
|
| ດ້ວຍວ່າ ໃນອາດາມຄົນທັງປວງກໍຕາຍສັນໃດ ໃນພຣະຄຣິດເຈົ້າຄົນທັງປວງກໍຈະຖືກບັນດານໃຫ້ໄດ້ຮັບຊີວິດສັນນັ້ນ. |
|
| 23 |
|
| ແຕ່ຈະເປັນໄປຕາມລຳດັບຄື: ພຣະຄຣິດເຈົ້າຜູ້ເປັນຜົນທຳອິດ; ຫລັງຈາກນັ້ນ, ແມ່ນບັນດາຄົນຂອງພຣະອົງເມື່ອພຣະອົງມາປາກົດ. |
|
| 24 |
|
| ແລ້ວຈຸດຈົບກໍຈະມາເຖິງ, ເມື່ອພຣະອົງຖວາຍອານາຈັກແກ່ພຣະເຈົ້າພຣະບິດາ ຫລັງຈາກທີ່ພຣະອົງໄດ້ທຳລາຍເທບຜູ້ປົກຄອງອານາຈັກ, ສິດອຳນາດ ແລະ ລິດອຳນາດທັງໝົດ. |
|
| 25 |
|
| ເພາະພຣະອົງຕ້ອງປົກຄອງຈົນກວ່າພຣະອົງຈະໄດ້ປາບສັດຕູທັງໝົດຂອງພຣະອົງໄວ້ໃຕ້ຕີນຂອງພຣະອົງ. |
|
| 26 |
|
| ສັດຕູໂຕສຸດທ້າຍທີ່ຈະຕ້ອງທຳລາຍຄືຄວາມຕາຍ. |
|
| 27 |
|
| ເພາະພຣະອົງ “ໄດ້ວາງທຸກສິ່ງຢູ່ໃຕ້ຕີນຂອງພຣະອົງແລ້ວ”. ບັດນີ້ເມື່ອກ່າວວ່າ “ທຸກສິ່ງ” ໄດ້ຖືກວາງໄວ້ພາຍໃຕ້ພຣະອົງນັ້ນ, ກໍເປັນທີ່ຈະແຈ້ງແລ້ວວ່າບໍ່ໄດ້ລວມທັງພຣະເຈົ້າເອງ, ຜູ້ວາງທຸກສິ່ງຢູ່ພາຍໃຕ້ພຣະຄຣິດເຈົ້າ. |
|
| 28 |
|
| ເມື່ອພຣະອົງໄດ້ກະທຳຢ່າງນີ້ແລ້ວ, ພຣະບຸດເອງຈະຢູ່ພາຍໃຕ້ພຣະເຈົ້າຜູ້ເຮັດໃຫ້ທຸກສິ່ງຢູ່ພາຍໃຕ້ພຣະອົງ ເພື່ອວ່າພຣະເຈົ້າຈະເປັນເອກໃນສິ່ງທັງປວງ. |
|
| 29 |
|
| ບັດນີ້ ຖ້າບໍ່ມີການເປັນຄືນມາຈາກຕາຍແລ້ວ ບັນດາຜູ້ທີ່ບັບຕິສະມາສຳລັບຄົນຕາຍນັ້ນຈະເຮັດຢ່າງໃດ? ຖ້າຄົນຕາຍບໍ່ໄດ້ຖືກບັນດານໃຫ້ເປັນຄືນມາແລ້ວ, ເປັນຫຍັງຈຶ່ງຍັງມີຄົນຮັບບັບຕິສະມາເພື່ອຄົນຕາຍນັ້ນ? |
|
| 30 |
|
| ແລະ ສຳລັບພວກເຮົານັ້ນ ເປັນຫຍັງພວກເຮົາຈຶ່ງຕ້ອງປະເຊີນກັບໄພອັນຕະລາຍຢູ່ທຸກເວລາ? |
|
| 31 |
|
| ເຮົາປະເຊີນກັບຄວາມຕາຍທຸກມື້ ເຮົາໝາຍຄວາມວ່າຢ່າງນັ້ນ ສິ່ງນີ້ແນ່ນອນເໝືອນດັ່ງທີ່ເຮົາໂອ້ອວດກ່ຽວກັບພວກເຈົ້າໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. |
|
| 32 |
|
| ຖ້າເຮົາຕໍ່ສູ້ກັບພວກສັດປ່າໃນເອເຟໂຊໂດຍບໍ່ເກີນຄວາມຫວັງຂອງມະນຸດ, ເຮົາຈະໄດ້ອັນໃດ? ຖ້າຄົນຕາຍບໍ່ໄດ້ຖືກບັນດານເປັນຄືນມາ, “ກໍໃຫ້ພວກເຮົາກິນ ແລະ ດື່ມ ເພາະວ່າມື້ອື່ນພວກເຮົາກໍຕາຍແລ້ວ”. |
|
| 33 |
|
| ຢ່າໃຫ້ພວກເຈົ້າຫລົງຜິດໄປ, “ການຄົບກັບຄົນຊົ່ວຍ່ອມເຮັດໃຫ້ເສຍນິໄສ”. |
|
| 34 |
|
| ຈົ່ງກັບຄືນມາສູ່ຄວາມມີສະຕິຂອງພວກເຈົ້າຕາມທີ່ພວກເຈົ້າຄວນຈະເປັນ ແລະ ເຊົາເຮັດບາບສາ; ເພາະມີບາງຄົນບໍ່ຮູ້ຈັກພຣະເຈົ້າເລີຍ ການທີ່ເຮົາເວົ້າຢ່າງນີ້ກໍເພື່ອໃຫ້ພວກເຈົ້າລະອາຍໃຈ. |
|
| 35 |
|
| ແຕ່ບາງຄົນອາດຈະຖາມວ່າ, “ຄົນຕາຍເປັນຄືນມາໄດ້ຢ່າງໃດ? ເມື່ອເປັນຄືນມາ ຮ່າງກາຍຂອງພວກເຂົາຈະເປັນແບບໃດ?” |
|
| 36 |
|
| ຄົນໂງ່ເອີຍ! ສິ່ງທີ່ພວກເຈົ້າຫວ່ານລົງຈະບໍ່ມີຊີວິດຂຶ້ນມາ ຖ້າສິ່ງນັ້ນບໍ່ຕາຍເສຍກ່ອນ. |
|
| 37 |
|
| ເມື່ອພວກເຈົ້າຫວ່ານ ພວກເຈົ້າບໍ່ໄດ້ປູກຕົ້ນທີ່ໃຫຍ່ເຕັມທີ່ແລ້ວ ແຕ່ພວກເຈົ້າປູກພຽງແຕ່ເມັດພືດ, ບາງທີກໍເປັນເມັດເຂົ້າຫວີດ ຫລື ເມັດພືດອື່ນໆ. |
|
| 38 |
|
| ແຕ່ພຣະເຈົ້າໄດ້ໃຫ້ລໍາຕົ້ນຕາມທີ່ພຣະອົງໄດ້ກຳນົດໄວ້ ແລະ ເມັດພືດແຕ່ລະຊະນິດພຣະອົງກໍໄດ້ໃຫ້ລໍາຕົ້ນ. |
|
| 39 |
|
| ເນື້ອໜັງທັງໝົດກໍບໍ່ຄືກັນ ເນື້ອໜັງຂອງມະນຸດກໍເປັນອີກແບບໜຶ່ງ, ສັດຕ່າງໆກໍເປັນອີກແບບໜຶ່ງ, ບັນດານົກກໍເປັນອີກແບບໜຶ່ງ ແລະ ປາກໍເປັນອີກແບບໜຶ່ງ. |
|
| 40 |
|
| ຮ່າງກາຍສຳລັບສະຫວັນກໍມີ ແລະ ຮ່າງກາຍສຳລັບໂລກກໍມີ; ແຕ່ສະຫງ່າລາສີຂອງຮ່າງກາຍສະຫວັນກໍເປັນອີກແບບໜຶ່ງ ແລະ ສະຫງ່າລາສີຂອງຮ່າງກາຍແບບໂລກກໍເປັນອີກແບບໜຶ່ງ. |
|
| 41 |
|
| ສະຫງ່າລາສີຂອງດວງອາທິດກໍເປັນແບບໜຶ່ງ ດວງຈັນກໍເປັນອີກແບບໜຶ່ງ ແລະ ດວງດາວກໍເປັນອີກແບບໜຶ່ງ ແລະ ສະຫງ່າລາສີຂອງດາວແຕ່ລະດວງກໍແຕກຕ່າງກັນ. |
|
| 42 |
|
| ການເປັນຄືນມາຂອງຄົນຕາຍກໍເຊັ່ນກັນ. ຮ່າງກາຍທີ່ຫວ່ານລົງນັ້ນກໍເປື່ອຍເນົ່າໄດ້ ແລະ ຮ່າງກາຍທີ່ເປັນຄືນມາຈະບໍ່ເປື່ອຍເນົ່າອີກ, |
|
| 43 |
|
| ຮ່າງກາຍທີ່ຫວ່ານລົງໄປນັ້ນບໍ່ມີກຽດ ແລະ ຮ່າງກາຍທີ່ເປັນຄືນມາກໍເຕັມດ້ວຍສະຫງ່າລາສີ, ຮ່າງກາຍທີ່ຫວ່ານລົງນັ້ນອ່ອນກຳລັງ ແລະ ຮ່າງກາຍທີ່ເປັນຄືນມາກໍມີລິດອຳນາດ, |
|
| 44 |
|
| ຮ່າງກາຍທີ່ຫວ່ານລົງນັ້ນເປັນຮ່າງກາຍທຳມະຊາດ ແລະ ຮ່າງກາຍທີ່ເປັນຄືນມາເປັນຮ່າງກາຍວິນຍານ. ຖ້າມີຮ່າງກາຍທຳມະຊາດ ຮ່າງກາຍວິນຍານກໍມີດ້ວຍ. |
|
| 45 |
|
| ດັ່ງນັ້ນຈຶ່ງມີຖ້ອຍຄຳຂຽນໄວ້ວ່າ: “ອາດາມມະນຸດຄົນທຳອິດໄດ້ກາຍເປັນຜູ້ມີຊີວິດ”; ສ່ວນອາດາມຄົນສຸດທ້າຍເປັນວິນຍານຜູ້ໃຫ້ຊີວິດ. |
|
| 46 |
|
| ຮ່າງກາຍວິນຍານບໍ່ໄດ້ມາກ່ອນ ແຕ່ຮ່າງກາຍທຳມະຊາດມາກ່ອນ ແລະ ຮ່າງກາຍວິນຍານມາພາຍຫລັງ. |
|
| 47 |
|
| ມະນຸດຄົນທຳອິດແມ່ນມາຈາກຂີ້ຝຸ່ນດິນຂອງແຜ່ນດິນໂລກ; ມະນຸດຄົນທີສອງແມ່ນມາຈາກສະຫວັນ. |
|
| 48 |
|
| ດ້ວຍວ່າຄົນຝ່າຍໂລກເປັນຢ່າງໃດ ຄົນທີ່ເປັນຂອງໂລກກໍເປັນຢ່າງນັ້ນ; ແລະ ຄົນຈາກສະຫວັນເປັນຢ່າງໃດ ຄົນທີ່ເປັນຂອງສະຫວັນກໍເປັນຢ່າງນັ້ນ. |
|
| 49 |
|
| ແລະ ເຊັ່ນດຽວກັນກັບພວກເຮົາເກີດມາມີລັກສະນະເໝືອນກັບຄົນຝ່າຍໂລກຢ່າງໃດ ພວກເຮົາກໍຈະມີ ລັກສະນະເໝືອນກັບຄົນຈາກສະຫວັນຢ່າງນັ້ນ. |
|
| 50 |
|
| ພີ່ນ້ອງທັງຫລາຍເອີຍ, ເຮົາຂໍປະກາດແກ່ພວກເຈົ້າວ່າ ເນື້ອໜັງ ແລະ ເລືອດບໍ່ສາມາດຮັບອານາຈັກຂອງພຣະເຈົ້າເປັນມໍລະດົກໄດ້ ແລະ ສິ່ງທີ່ເປື່ອຍເນົ່າບໍ່ສາມາດຮັບສິ່ງທີ່ບໍ່ເປື່ອຍເນົ່າເປັນມໍລະດົກໄດ້. |
|
| 51 |
|
| ຈົ່ງຟັງ ເຮົາຈະບອກຂໍ້ເລິກລັບແກ່ພວກເຈົ້າວ່າ: ພວກເຮົາທັງຫລາຍຈະບໍ່ຫລັບໄປໝົດທຸກຄົນ ແຕ່ພວກເຮົາທັງໝົດຈະໄດ້ຮັບການປ່ຽນແປງ |
|
| 52 |
|
| ໃນຊົ່ວຂະນະດຽວ, ໃນຊົ່ວພັບຕາດຽວ ເມື່ອເປົ່າແກເທື່ອສຸດທ້າຍ. ເພາະສຽງແກຈະດັງຂຶ້ນ ຄົນຕາຍຈະຖືກບັນດານໃຫ້ເປັນຄືນມາແບບບໍ່ເປື່ອຍເນົ່າ ແລະ ພວກເຮົາຈະໄດ້ຮັບການປ່ຽນແປງ. |
|
| 53 |
|
| ດ້ວຍວ່າ ສິ່ງທີ່ເປື່ອຍເນົ່າຕ້ອງສວມໃສ່ສິ່ງທີ່ບໍ່ເປື່ອຍເນົ່າ ແລະ ສິ່ງທີ່ຕາຍເປັນຕ້ອງສວມໃສ່ສິ່ງທີ່ຕາຍບໍ່ເປັນ. |
|
| 54 |
|
| ເມື່ອສິ່ງທີ່ເປື່ອຍເນົ່າໄດ້ສວມໃສ່ສິ່ງທີ່ບໍ່ເປື່ອຍເນົ່າ ແລະ ສິ່ງທີ່ຕາຍເປັນສວມໃສ່ສິ່ງທີ່ຕາຍບໍ່ເປັນແລ້ວ ຄຳກ່າວທີ່ໄດ້ຂຽນໄວ້ກໍຈະມາເປັນຄວາມຈິງຄື: “ຄວາມຕາຍໄດ້ຖືກກືນເຂົ້າໄປໃນໄຊຊະນະແລ້ວ”. |
|
| 55 |
|
| “ໂອ ຄວາມຕາຍເອີຍ, ໄຊຊະນະຂອງມຶງຢູ່ໃສ? ໂອ ຄວາມຕາຍເອີຍ, ໄລພິດຂອງມຶງຢູ່ໃສ?” |
|
| 56 |
|
| ໄລພິດຂອງຄວາມຕາຍຄືຄວາມບາບ ແລະ ລິດອຳນາດຂອງຄວາມບາບຄືກົດບັນຍັດ. |
|
| 57 |
|
| ແຕ່ຂອບພຣະຄຸນພຣະເຈົ້າ! ພຣະອົງມອບໄຊຊະນະໃຫ້ແກ່ພວກເຮົາໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. |
|
| 58 |
|
| ເຫດສະນັ້ນ ພີ່ນ້ອງທີ່ຮັກຂອງເຮົາເອີຍ, ຈົ່ງຕັ້ງໝັ້ນຢູ່. ຢ່າໃຫ້ສິ່ງໃດເຮັດໃຫ້ພວກເຈົ້າຫວັ່ນໄຫວ. ຈົ່ງທຸ້ມເທພວກເຈົ້າເອງຢ່າງເຕັມທີ່ໃຫ້ກັບງານຂອງອົງພຣະຜູ້ເປັນເຈົ້າ, ເພາະພວກເຈົ້າຮູ້ແລ້ວວ່າໃນອົງພຣະຜູ້ເປັນເຈົ້າ ການງານຂອງພວກເຈົ້ານັ້ນບໍ່ໄດ້ໄຮ້ປະໂຫຍດ. |
|
|
|
|