|
| 1 |
|
| ພີ່ນ້ອງທັງຫລາຍເອີຍ, ເມື່ອເຮົາໄດ້ມາຫາພວກເຈົ້າ ເພື່ອປະກາດຄວາມຈິງອັນເລິກລັບຂອງພຣະເຈົ້າ ເຮົາບໍ່ໄດ້ໃຊ້ຖ້ອຍຄຳຍາກ ຫລືຄວາມຮູ້ອັນໜ້າຟັງ. |
|
| 2 |
|
| ດ້ວຍວ່າ, ຂະນະທີ່ເຮົາໄດ້ຢູ່ນຳພວກເຈົ້ານັ້ນ ເຮົາຕັ້ງໃຈໄວ້ແລ້ວວ່າ ຈະບໍ່ສັ່ງສອນເລື່ອງໃດເລີຍ ເວັ້ນໄວ້ແຕ່ເລື່ອງພຣະເຢຊູຄຣິດເຈົ້າ ແລະໂດຍສະເພາະຄວາມຕາຍຂອງພຣະອົງທີ່ໄມ້ກາງແຂນ. |
|
| 3 |
|
| ເພາະສະນັ້ນ ເມື່ອເຮົາໄດ້ມາຫາພວກເຈົ້າ ເຮົາກໍອ່ອນກຳລັງ ແລະຢ້ານກົວຈົນຕົວສັ່ນ |
|
| 4 |
|
| ຄຳສັ່ງສອນ ແລະຄຳເທດສະໜາຂອງເຮົາ ກໍບໍ່ແມ່ນຄຳສະຫລຽວສະຫລາດ ອັນກ້ຽວກ່ອມໃຈດ້ວຍປັນຍາຂອງມະນຸດ, ແຕ່ແມ່ນຄຳຊຶ່ງໄດ້ສຳແດງພຣະວິນຍານ ແລະຣິດອຳນາດຂອງພຣະເຈົ້າ. |
|
| 5 |
|
| ເພື່ອຄວາມເຊື່ອຂອງພວກເຈົ້າຈະບໍ່ໄດ້ຂຶ້ນຢູ່ກັບປັນຍາຂອງມະນຸດ, ແຕ່ອາໄສຣິດອຳນາດຂອງພຣະເຈົ້າ. |
|
| 6 |
|
| ເຖິງປານນັ້ນກໍດີ, ເຮົາເຄີຍປະກາດຖ້ອຍຄຳແຫ່ງປັນຍາ ໃຫ້ແກ່ຄົນທີ່ໃຫຍ່ແລ້ວຝ່າຍຄວາມເຊື່ອກໍຈິງ, ແຕ່ບໍ່ແມ່ນປັນຍາທີ່ເປັນຂອງໂລກນີ້ ຫລືປັນຍາຂອງອຳນາດທີ່ປົກຄອງໂລກນີ້ ຊຶ່ງກຳລັງເສື່ອມສູນໄປ. |
|
| 7 |
|
| ປັນຍາທີ່ເຮົາປະກາດນັ້ນ ແມ່ນຄວາມເລິກລັບແຫ່ງປັນຍາຂອງພຣະເຈົ້າ ທີ່ຖືກເຊື່ອງໄວ້ຈາກມະນຸດກ່ອນສ້າງໂລກ ຊຶ່ງພຣະເຈົ້າຊົງກຳນົດໄວ້ແລ້ວ ເພື່ອເປັນສະຫງ່າຣາສີແກ່ພວກເຮົາ. |
|
| 8 |
|
| ບໍ່ມີຜູ້ປົກຄອງຄົນໃດໃນໂລກນີ້ ໄດ້ຮູ້ຈັກປັນຍານີ້, ຖ້າເຂົາຮູ້ຈັກ ເຂົາຄົງບໍ່ເອົາອົງພຣະຜູ້ເປັນເຈົ້າ ຜູ້ຊົງສະຫງ່າຣາສີຄຶງໄວ້ທີ່ໄມ້ກາງແຂນ. |
|
| 9 |
|
| ເໝືອນດັ່ງທີ່ມີຄຳຂຽນໄວ້ແລ້ວວ່າ, “ສິ່ງທີ່ຕາບໍ່ເຫັນ ຫູບໍ່ໄດ້ຍິນ ແລະສິ່ງທີ່ມະນຸດຄິດບໍ່ອອກ ແມ່ນສິ່ງນັ້ນແຫຼະ ທີ່ພຣະເຈົ້າໄດ້ຊົງຈັດຕຽມໄວ້ ໃຫ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.” |
|
| 10 |
|
| ແຕ່ວ່າ ພຣະເຈົ້າໄດ້ເປີດເຜີຍຄວາມເລິກລັບຂອງພຣະອົງ ແກ່ພວກເຮົາໂດຍທາງພຣະວິນຍານ. ແທ້ຈິງແລ້ວ, ພຣະວິນຍານຢັ່ງຮູ້ທຸກສິ່ງ ເຖິງແມ່ນເປັນຄວາມເລິກລັບຂອງພຣະເຈົ້າ. |
|
| 11 |
|
| ດ້ວຍວ່າ, ຜູ້ໃດໜໍ ອາດຮູ້ຄວາມຄິດຂອງມະນຸດໄດ້ ເວັ້ນໄວ້ແຕ່ຈິດວິນຍານທີ່ຢູ່ພາຍໃນມະນຸດຜູ້ນັ້ນ, ໃນທຳນອງດຽວກັນ ບໍ່ມີຜູ້ໃດຮູ້ພຣະໄທພຣະເຈົ້າ ແຕ່ແມ່ນພຣະວິນຍານຂອງພຣະເຈົ້າເທົ່ານັ້ນ ທີ່ຮູ້ທຸກສິ່ງກ່ຽວກັບພຣະເຈົ້າ. |
|
| 12 |
|
| ພວກເຮົາບໍ່ໄດ້ຮັບວິນຍານຂອງໂລກນີ້, ແຕ່ພວກເຮົາໄດ້ຮັບພຣະວິນຍານທີ່ມາຈາກພຣະເຈົ້າ ເພື່ອວ່າພວກເຮົາຈະຮູ້ທຸກສິ່ງ ທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ພວກເຮົານັ້ນ. |
|
| 13 |
|
| ດັ່ງນັ້ນ ພວກເຮົາຈຶ່ງບໍ່ກ່າວດ້ວຍຖ້ອຍຄຳ ຊຶ່ງປັນຍາຂອງມະນຸດໄດ້ສອນໄວ້, ແຕ່ດ້ວຍຖ້ອຍຄຳ ຊຶ່ງພຣະວິນຍານໄດ້ຊົງສັ່ງສອນ ຄືພວກເຮົາໄດ້ອະທິບາຍຄວາມຈິງຝ່າຍຈິດວິນຍານ ໃຫ້ແກ່ຄົນທີ່ມີພຣະວິນຍານຟັງ. |
|
| 14 |
|
| ແຕ່ມະນຸດທີ່ມີຈິດໃຈທຳມະດາຈະຮັບສິ່ງເຫຼົ່ານັ້ນ ຊຶ່ງເປັນຂອງພຣະວິນຍານຂອງພຣະເຈົ້າກໍບໍ່ໄດ້, ເພາະພວກເຂົາເຫັນວ່າ ສິ່ງເຫຼົ່ານີ້ເປັນເລື່ອງໂງ່ສຳລັບຕົນ ແລະບໍ່ສາມາດເຂົ້າໃຈ ເພາະວ່າ ທີ່ຈະເຂົ້າໃຈສິ່ງເຫຼົ່ານັ້ນໄດ້ ກໍຕ້ອງອາໄສພຣະວິນຍານ. |
|
| 15 |
|
| ຝ່າຍຄົນທີ່ມີພຣະວິນຍານຂອງພຣະເຈົ້າ ກໍສາມາດສັງເກດຮູ້ສິ່ງສາລະພັດໄດ້, ແຕ່ບໍ່ມີຜູ້ໃດສາມາດສັງເກດຮູ້ໃຈຜູ້ນັ້ນໄດ້. |
|
| 16 |
|
| “ດ້ວຍວ່າ ຜູ້ໃດໜໍ ຮູ້ຄວາມຄິດ ຂອງອົງພຣະຜູ້ເປັນເຈົ້າໄດ້ ຈຶ່ງສາມາດໃຫ້ຄຳແນະນຳ ແກ່ພຣະອົງໄດ້?” ແຕ່ພວກເຮົາມີຄວາມຄິດຂອງພຣະຄຣິດ. |
|
|
|
|